ຈົ່ງ​ຕາມ​ເຮົາ​ມາ
ແນວ​ຄິດ​ເພື່ອ​ປັບ​ປຸງ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ​ຂອງ​ທ່ານ


“ແນວ​ຄິດ​ເພື່ອ​ປັບ​ປຸງ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ​ຂອງ​ທ່ານ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ແນວ​ຄິດ​ເພື່ອ​ປັບ​ປຸງ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ​ຂອງ​ທ່ານ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ສຶກ​ສາ​ພຣະ​ຄຳ​ພີ

ແນວ​ຄິດ​ເພື່ອ​ປັບ​ປຸງ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ​ຂອງ​ທ່ານ

ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ​ເປັນ​ວິ​ທີ​ທາງ​ທີ່​ມີ​ພະ​ລັງ ທີ່​ຈະ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ. ການ​ອ່ານ​ຫລາຍ ຫລື ການ​ອ່ານ​ດົນ ແມ່ນບໍ່​ສຳ​ຄັນ​ເທົ່າ​ກັບ​ການ​ໃຊ້​ຄວາມ​ພະ​ຍາ​ຍາມ​ຢ່າງບໍ່​ປ່ຽນ​ແປງ. ເມື່ອ​ທ່ານ​ເຮັດ​ໃຫ້​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ພາກ​ສ່ວນ​ໜຶ່ງ​ທີ່​ສຳ​ຄັນຂອງ​ຊີ​ວິດ​ຄອບ​ຄົວ​ຂອງ​ທ່ານ, ແລ້ວ​ທ່ານ​ຈະ​ຊ່ວຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ ໃຫ້​ເຂົ້າ​ໃກ້​ຊິດ​ກັບ​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ ແລະ ສ້າງ​ປະ​ຈັກ​ພະ​ຍານ​ຂອງ​ເຂົາ​ເຈົ້າ ຢູ່​ເທິງ​ພື້ນ​ຖານ​ຂອງ​ພຣະ​ຄຳ​ຂອງ​ພຣະ​ອົງ.

ໃຫ້​ພິ​ຈາ​ລະ​ນາ​ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້:

  • ທ່ານ​ຈະ​ສາ​ມາດ​ຊຸກ​ຍູ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ສຶກ​ສາ​ພຣະ​ຄຳ​ພີ​ດ້ວຍ​ຕົວ​ເອງ​ໄດ້​ແນວ​ໃດ?

  • ທ່ານ​ສາ​ມາດ​ເຮັດ​ຫຍັງ​ແດ່​ເພື່ອ​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ແບ່ງ​ປັນ​ສິ່ງ​ທີ່​ເຂົາ​ເຈົ້າ​ຮຽນ​ຮູ້?

  • ທ່ານ​ຈະ​ສາ​ມາດ​ເນັ້ນ​ໜັກ​ຫລັກ​ທຳທີ່​ທ່ານ​ໄດ້​ຮຽນ​ຮູ້​ຢູ່ໃນ​ພຣະ​ຄຳ​ພີ​ມໍ​ມອນ ໃນ​ຊ່ວງ​ເວ​ລາການ​ສິດສອນ​ແຕ່​ລະ​ວັນ​ແນວ​ໃດ?

ຈົ່ງ​ຈື່​ຈຳ​ໄວ້​ວ່າ ບ້ານ​ເຮືອນ​ເປັນ​ສະ​ຖານ​ທີ່ ທີ່​ດີ​ເລີດ​ສຳ​ລັບ​ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ. ທ່ານ​ສາ​ມາດ​ຮຽນ​ຮູ້ ແລະ ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຢູ່​ທີ່​ບ້ານ ໃນ​ວິ​ທີ​ທາງ​ທີ່​ຫ້ອງ​ຮຽນ​ຂອງ​ສາດ​ສະ​ໜາ​ຈັກ​ບໍ່​ສາ​ມາດ​ເຮັດ​ໄດ້. ໃຫ້​ຮູ້​ຈັກ​ສ້າງ​ສັນ ຂະ​ນະ​ທີ່​ທ່ານ​ຄິດ​ຫາ​ວິ​ທີ​ທາງ ທີ່​ຈະ​ຊ່ວຍ​ເຫລືອ​ຄອບ​ຄົວ​ຂອງ​ທ່ານ ໃຫ້​ຮຽນ​ຮູ້​ຈາກ​ພຣະ​ຄຳ​ພີ. ໃຫ້​ພິ​ຈາ​ລະ​ນາ​ແນວ​ຄິດ​ບາງ​ຢ່າງ​ດັ່ງ​ຕໍ່​ໄປ​ນີ້ ເພື່ອ​ສົ່ງ​ເສີມ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວຂອງ​ທ່ານ.

ໃຊ້ເພງ

ໃຫ້​ຮ້ອງ​ເພງ​ທີ່ສະ​ໜັບ​ສະ​ໜູນ​ຫລັກ​ທຳ​ທີ່​ສິດ​ສອນ​ຢູ່​ໃນ​ພຣະ​ຄຳ​ພີ. ພາກ​ຫ້ອຍ​ທ້າຍ ງ ຢູ່​ໃນ​ແຫລ່ງນີ້ ລວມ​ທັງ​ເພງ​ທີ່​ກ່ຽວ​ຂ້ອງ​ກັບ​ຄຳ​ສອນ ຢູ່​ໃນ​ໂຄງ​ຮ່າງ​ແຕ່​ລະ​ອາ​ທິດ.

ຮູບ​ພາບ
ຜູ້​ຊາຍ​ກັບ​ເດັກ​ນ້ອຍ​ຜູ້​ຍິງ​ກຳ​ລັງ​ສຶກ​ສາ​ພຣະ​ຄຳ​ພີ

ແບ່ງ​ປັນ​ຂໍ້​ພຣະ​ຄຳ​ພີ​ທີ່​ມີ​ຄວາມ​ໝາຍ

ໃຫ້​ເວ​ລາ​ສະ​ມາ​ຊິກ​ໃນ​ຄອບ​ຄົວ ທີ່​ຈະ​ແບ່ງ​ປັນ​ຂໍ້​ພຣະ​ຄຳ​ພີ ທີ່​ເຂົາ​ເຈົ້າ​ພົບ​ເຫັນ​ວ່າ​ມີ​ຄວາມ​ໝາຍ​ລະ​ຫວ່າງ​ການ​ສຶກ​ສາ​ສ່ວນ​ຕົວ​ຂອງ​ເຂົາ​ເຈົ້າ.

ໃຊ້​ຄຳ​ຂອງ​ທ່ານ​ເອງ

ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ກ່າວ​ສະ​ຫລຸບ​ດ້ວຍ​ຄຳ​ຂອງ​ຕົວ​ເອງ ເຖິງ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້​ຈາກ​ພຣະ​ຄຳ​ພີທີ່ພວກ​ທ່ານ​ສຶກ​ສາ.

ນຳ​ໃຊ້​ຂໍ້ພຣະ​ຄຳ​ພີ​ກັບ​ຊີ​ວິດ​ຂອງ​ທ່ານ

ຫລັງ​ຈາກ​ໄດ້​ອ່ານ​ຂໍ້​ພຣະ​ຄຳ​ພີ​ແລ້ວ, ໃຫ້​ຂໍ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ແບ່ງ​ປັນ​ວິ​ທີ​ທີ່​ຂ່າວ​ສານ​ກ່ຽວ​ຂ້ອງ​ກັບ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ແນວ​ໃດ.

ຖາມ​ຄຳ​ຖາມ

ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ຖາມ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ, ແລະ ແລ້ວ​ໃຫ້​ໃຊ້​ເວ​ລາ​ຊອກ​ຫາ​ຂໍ້​ພຣະ​ຄຳ​ພີ​ທີ່​ສາ​ມາດ​ຊ່ວຍ​ຕອບ​ຄຳ​ຖາມດັ່ງ​ກ່າວ.

ສະ​ແດງ​ຂໍ້ພຣະ​ຄຳ​ພີ

ໃຫ້​ເລືອກ​ເອົາ​ຂໍ້​ໜຶ່ງ​ທີ່​ທ່ານ​ເຫັນ​ວ່າ ມັນ​ມີ​ຄວາມ​ໝາຍ, ແລະ ໃຫ້​ສະ​ແດງ​ມັນ​ໄວ້​ບ່ອນ​ທີ່​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ຫລຽວ​ເຫັນ​ມັນ​ໄດ້​ເລື້ອຍໆ. ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຄົນ​ອື່ນໆ ໃຫ້​ເລືອກ​ຂໍ້​ພຣະ​ຄຳ​ພີ ເພື່ອ​ສະ​ແດງ.

ຂຽນ​ລາຍ​ການ​ຂໍ້​ພຣະ​ຄຳ​ພີ

ນຳ​ກັນ​ເປັນ​ຄອບ​ຄົວ, ໃຫ້​ເລືອກ​ເອົາ​ພຣະ​ຄຳ​ພີ​ຫລາຍ​ຂໍ້ ເພື່ອ​ວ່າພວກ​ທ່ານ​ຈະ​ໄດ້​ສົນ​ທະ​ນາ ລະ​ຫວ່າງ​ອາ​ທິດ​ທີ່​ຈະ​ມາ​ເຖິງ.

ທ່ອງ​ຈຳ​ຂໍ້ພຣະ​ຄຳ​ພີ

ໃຫ້​ເລືອກ​ເອົາ​ຂໍ້​ພຣະ​ຄຳ​ພີ​ໃດ​ໜຶ່ງ ທີ່​ມີ​ຄວາມ​ໝາຍ​ຕໍ່​ຄອບ​ຄົວ​ຂອງ​ທ່ານ, ແລະ ໃຫ້​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ທ່ອງ​ຈຳ​ມັນ ໂດຍ​ການ​ກ່າວ​ລຶ້ມ​ຄືນ​ທຸກວັນ ຫລື ຫລິ້ນເກມ​ທ່ອງ​ຈຳ.

ແບ່ງ​ປັນ​ບົດ​ຮຽນ​ທີ່​ໃຊ້​ສິ່ງ​ຂອງ

ໃຫ້​ຊອກ​ຫາ​ສິ່ງ​ຂອງທີ່​ກ່ຽວ​ພັນ​ກັບ​ບົດ ຫລື ຂໍ້​ທີ່​ພວກ​ທ່ານ​ກຳ​ລັງ​ອ່ານ​ເປັນ​ຄອບ​ຄົວ. ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວິ​ທີ​ທີ່​ສິ່ງ​ຂອງ​ກ່ຽວ​ພັນ​ກັບການ​ສິດ​ສອນ​ຢູ່​ໃນ​ພຣະ​ຄຳ​ພີ​ແນວ​ໃດ.

ເລືອກຫົວ​ຂໍ້

ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ປ່ຽນ​ກັນ​ເລືອກເອົາ​ຫົວ​ຂໍ້​ທີ່​ຄອບ​ຄົວ​ຈະ​ສຶກ​ສາ​ນຳ​ກັນ. ໃຫ້​ໃຊ້ ຄູ່​ມື​ພຣະ​ຄຳ​ພີ (scriptures.ChurchofJesusChrist.org) ເພື່ອ​ຊອກ​ຫາ​ຂໍ້​ພຣະ​ຄຳ​ພີ ທີ່ກ່ຽວ​ກັບ​ຫົວ​ຂໍ້.

ແຕ້ມ​ຮູບ

ໃຫ້​ອ່ານ​ສອງ​ສາມ​ຂໍ້​ເປັນ​ຄອບ​ຄົວ, ແລະ ແລ້ວປ່ອຍ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ແຕ້ມ​ບາງ​ສິ່ງ​ທີ່​ກ່ຽວ​ພັນ​ກັບ​ສິ່ງ​ທີ່​ພວກ​ທ່ານ​ໄດ້ອ່ານ. ໃຫ້​ໃຊ້​ເວ​ລາ​ສົນ​ທະ​ນາກ່ຽວ​ກັບ​ຮູບ​ແຕ້ມ​ຂອງ​ກັນ​ແລະ​ກັນ.

ສະ​ແດງ​ຕາມ​ເລື່ອງ

ຫລັງ​ຈາກ​ອ່ານ​ເລື່ອງ​ໃດ​ເລື່ອງ​ໜຶ່ງ​ແລ້ວ, ໃຫ້​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສະ​ແດງ​ຕາມ​ເລື່ອງນັ້ນ. ຫລັງ​ຈາກນັ້ນ, ໃຫ້​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວິ​ທີ​ທີ່ເລື່ອງ​ເລົ່າ​ກ່ຽວ​ພັນ​ກັບ​ສິ່ງ​ທີ່​ພວກ​ທ່ານ​ໄດ້​ປະ​ເຊີນ​ເປັນ​ສ່ວນ​ບຸກ​ຄົນ ແລະ ເປັນ​ຄອບ​ຄົວ​ແນວ​ໃດ.

ແອວເດີ ເດວິດ ເອ ແບ໊ດນາ ໄດ້​ສອນ​ວ່າ: “ການ​ອະທິຖານ​ເປັນ​ຄອບຄົວ, ການ​ສຶກສາ​ພຣະ​ຄຳພີ​ເປັນ​ຄອບຄົວ, ແລະ ການ​ສັງສັນ​ໃນ​ຄອບຄົວ​ທຸກ​ເທື່ອ ປຽບ​ເໝືອນ​ຮອຍໆ​ໜຶ່ງ ໃນ​ພາບ​ຈິດ​ວິນ​ຍານ​ຂອງ​ເຮົາ. ບໍ່​ມີ​ເຫດ​ການ​ອັນ​ໃດ​ອັນ​ໜຶ່ງ​ທີ່​ປະ​ກົດ​ວ່າ ໜ້າ​ປະ​ທັບ​ໃຈ ຫລື ໜ້າ​ຊົງ​ຈຳ. ແຕ່​ເໝືອນ​ດັ່ງ​ທີ່​ຮອຍ​ຂອງ​ສີ​ເຫລືອງ ແລະ ສີ​ຄຳ ແລະ ສີ​ນ້ຳ​ຕານ​ເຮັດ​ໃຫ້​ຮອຍ​ສົມ​ບູນ ແລະ ສ້າງ​ໃຫ້​ຜົນ​ງານ​ທີ່​ດີ​ເລີດ​ເປັນ​ທີ່​ປະ​ທັບ​ໃຈ, ການ​ກະ​ທຳ​ທີ່​ເບິ່ງ​ຄື​ວ່າ​ເລັກໆ​ນ້ອຍໆ ທີ່​ສະ​ໝ່ຳ​ສະເໝີ​ຂອງ​ເຮົາ ກໍ​ສາ​ມາດ​ນຳ​ໄປ​ສູ່​ຜົນ​ງານ​ທີ່​ສຳ​ຄັ​ນທີ່​ສຸດ​ທາງວິນ​ຍານ​ກໍ​ໄດ້​ຄື​ກັນ” (“More Diligent and Concerned at Home,” Ensign ຫລື Liahona, Nov. 2009, 19–20).

ພິມ