ຈົ່ງ​ຕາມ​ເຮົາ​ມາ
ວັນທີ 27 ເດືອນ​ມັງກອນ–ວັນທີ 2 ເດືອນ​ກຸມພາ. 1 ນີໄຟ 16–22: “ເຮົາ​ຈະ​ຕຽມ​ທາງ​ໄວ້​ກ່ອນ​ເຈົ້າ”


“ວັນທີ 27 ເດືອນ​ມັງກອນ–ວັນທີ 2 ເດືອນ​ກຸມພາ. 1 ນີໄຟ 16–22: ‘ເຮົາ​ຈະ​ຕຽມ​ທາງ​ໄວ້​ກ່ອນ​ເຈົ້າ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ວັນທີ 27 ເດືອນ​ມັງກອນ–ວັນທີ 2 ເດືອນ​ກຸມພາ. 1 ນີໄຟ 16–22,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຮູບ​ພາບ
ລີໄຮ​ຫລຽວ​ເບິ່ງ​ເລຍ​ໂຮ​ນາ

Lehi and the Liahona [ລີໄຮ ແລະ ເລຍ​ໂຮ​ນາ], ໂດຍ ໂຈເຊັບ ບຣິກກີ

ວັນທີ 27 ເດືອນ​ມັງກອນ–ວັນທີ 2 ເດືອນ​ກຸມພາ

1 ນີໄຟ 16–22

“ເຮົາ​ຈະ​ຕຽມ​ທາງ​ໄວ້​ກ່ອນ​ເຈົ້າ”

ຂະ​ນະ​ທີ່​ທ່ານ​ສຶກ​ສາ 1 ນີໄຟ 16–22, ໃຫ້​ຊອກ​ເບິ່ງ​ຂໍ້​ພຣະ​ຄຳ​ພີ​ທີ່​ປະ​ທັບ​ໃຈ​ທ່ານ. ບາງ​ຄົນ​ມັກ​ໝາຍ​ສີ​ໃສ່​ຂໍ້​ເຫລົ່າ​ນັ້ນ ຢູ່​ໃນ​ພຣະ​ຄຳ​ພີ​ຂອງ​ເຂົາ​ເຈົ້າ; ບາງ​ຄົນ​ມັກ​ໝາຍ​ເຫດ​ໄວ້​ຢູ່ຂອບ​ໜ້າ​ເຈ້ຍ​ພຣະ​ຄຳ​ພີ. ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ທ່ານ​ຈະ​ບັນ​ທຶກ​ຄວາມ​ປະ​ທັບ​ໃຈທີ່​ທ່ານ​ໄດ້​ຮັບ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຂະ​ນະ​ທີ່​ຄອບ​ຄົວ​ຂອງ​ລີໄຮ​ເດີນ​ທາງ​ມຸ້ງ​ໜ້າ​ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ກັບ​ເຂົາ​ເຈົ້າ​ວ່າ: “ເຮົາ​ຈະ​ຕຽມ​ທາງ​ໄວ້​ກ່ອນ​ເຈົ້າ, ຖ້າ​ຫາກ​ເຈົ້າ​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ເຮົາ” (1 ນີໄຟ 17:13). ເຫັນ​ໄດ້​ຢ່າງ​ແຈ້ງ​ຊັດ​ວ່າ​ຄຳ​ສັນ​ຍາ​ນັ້ນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ການ​ເດີນ​ທາງ​ຈະ​ງ່າຍ—ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຍັງ​ບໍ່​ເຫັນ​ພ້ອມ​ນຳ​ກັນ, ຄັນ​ທະ​ນູກໍ​ຫັກ, ແລະ ຜູ້​ຄົນ​ໄດ້​ດີ້ນ​ລົນ ແລະ ຕາຍ​ກໍ​ມີ, ແລະ ເຂົາ​ເຈົ້າ​ຍັງ​ໄດ້​ສ້າງ​ເຮືອ​ຈາກວັດ​ຖຸ​ດິບ​ນຳ​ອີກ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເມື່ອ​ຄອບ​ຄົວ​ປະ​ເຊີນ​ກັບ​ຄວາມ​ຍາກ​ລຳ​ບາກ ຫລື ເບິ່ງ​ຄື​ວ່າ​ເປັນ​ວຽກ​ງານ​ທີ່​ເປັນ​ໄປ​ບໍ່​ໄດ້, ນີໄຟຮັບ​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ເຄີຍ​ຢູ່​ຫ່າງ​ໄກ. ເພິ່ນ​ຮູ້​ວ່າ ພຣະ​ເຈົ້າ “ບຳ​ລຸງ​ລ້ຽງດູ [ຄົນ​ຊອບ​ທຳ], ແລະ ເຮັດ​ໃຫ້​ພວກ​ເຂົາ​ເຂັ້ມ​ແຂງ​ຂຶ້ນ, ແລະ ຈັດ​ຫາ​ທາງ​ຊຶ່ງ​ໂດຍ​ທາງນັ້ນ​ພວກ​ເຂົາ​ຈະ​ສຳ​ເລັດ​ໄດ້​ໃນ​ສິ່ງ​ທີ່​ພຣະ​ອົງ​ບັນ​ຊາ​ພວກ​ເຂົາ” (1 ນີໄຟ 17:3). ຖ້າ​ຫາກ​ທ່ານ​ເຄີຍ​ສົງ​ໄສວ່າ​ເປັນ​ຫຍັງ​ສິ່ງ​ທີ່ບໍ່​ດີ​ຈຶ່ງ​ເກີດ​ກັບ​ຄົນ​ດີ ເຊັ່ນ ນີໄຟ ແລະ ຄອບ​ຄົວ​ຂອງ​ເພິ່ນ, ແລ້ວ​ທ່ານ​ຈະ​ພົບ​ເຫັນ​ຄວາມ​ຮູ້​ຢູ່​ໃນ​ບົດ​ເຫລົ່າ​ນີ້. ແຕ່​ບາງ​ທີ​ສິ່ງ​ທີ່​ສຳ​ຄັນ​ຫລາຍ​ໄປ​ກວ່ານັ້ນ, ທ່ານ​ຈະ​ພົບ​ເຫັນ​ສິ່ງ​ທີ່​ຄົນ​ດີ ເຮັດ ເມື່ອ​ສິ່ງ​ທີ່ບໍ່​ດີ​ເກີດ​ຂຶ້ນ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

1 ນີໄຟ 16–18

ເມື່ອ​ເຮົາ​ຮັກ​ສາ​ພຣະ​ບັນ​ຍັດ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊ່ວຍ​ເຮົາ​ປະ​ເຊີນ​ກັບ​ການ​ທ້າ​ທາຍ.

ບົດທີ 16–18 ຂອງ 1 ນີໄຟ ບັນ​ຍາຍ​ການ​ທ້າ​ທາຍ​ຫລາຍ​ຢ່າງ ທີ່ຄອບ​ຄົວ​ຂອງ​ນີໄຟ​ໄດ້​ປະ​ເຊີນ, ຮ່ວມ​ທັງ​ການ​ຈັດ​ການ​ກັບ​ຄັນ​ທະ​ນູ​ທີ່​ຫັກ (ເບິ່ງ 1 ນີໄຟ 16:17–32), ການ​ຕາຍ​ຂອງ​ອິດ​ຊະ​ມາ​ເອນ (ເບິ່ງ 1 ນີໄຟ 16:34–39), ​ການ​ສ້າງ​ເຮືອ (ເບິ່ງ 1 ນີໄຟ 17:7–16; 18:1–4), ແລະ ຄອບ​ຄົວ​ບໍ່​ປອງດອງ​ກັນ (ເບິ່ງ 1 ນີໄຟ 18:9–22). ນີໄຟ​ໄດ້​ຕອບ​ຮັບ​ການ​ທ້າ​ທາຍ​ເຫລົ່າ​ນີ້​ດ້ວຍ​ວິ​ທີ​ໃດ ທີ່​ແຕກ​ຕ່າງ​ໄປ​ຈາກ​ການ​ຕອບ​ຮັບ​ຂອງ​ສະ​ມາ​ຊິກ​ບາງ​ຄົນ​ໃນ​ຄອບ​ຄົວ​ຂອງ​ເພິ່ນ? ແມ່ນ​ຫຍັງ​ຄື​ຜົນ​ສະ​ທ້ອນ​ຂອງ​ການ​ຕອບ​ຮັບ​ເຫລົ່າ​ນີ້?

ມັນ​ອາດເປັນ​ປະ​ໂຫຍດ​ທີ່​ຈະ​ບັນ​ທຶກ​ສິ່ງ​ທີ່​ທ່ານ​ພົບ​ເຫັນ​ໄວ້​ໃນ​ຕາ​ຕະ​ລາງ ທີ່​ມີ​ຫົວ​ຂໍ້ ດັ່ງ​ເຊັ່ນ: “ການ​ທ້າ​ທາຍ,” “ການ​ຕອບ​ຮັບ​ຂອງນີໄຟ,” “ການ​ຕອບ​ຮັບ​ຂອງ​ຄົນ​ອື່ນໆ,” ແລະ “ຜົນ​ທີ່​ໄດ້​ຮັບ.” ທ່ານ​ຄິດ​ວ່າ ເປັນ​ຫຍັງ​ນີໄຟຈຶ່ງ​ສາ​ມາດ​ຊື່​ສັດ​ຢູ່​ເໝືອນ​ເດີມ ເມື່ອ​ຄົນ​ອື່ນບໍ່​ສາ​ມາດ? ໃຫ້​ພິ​ຈາ​ລະ​ນາວິ​ທີ​ທີ່​ຕົວ​ຢ່າງ​ຂອງ​ນີໄຟ ແລະ ຄອບ​ຄົວ​ຂອງ​ເພິ່ນ​ສາ​ມາດ​ຊ່ວຍ​ທ່ານ​ກັບ​ການ​ທ້າ​ທາຍ​ຂອງ​ທ່ານ.

ໃຫ້​ເບິ່ງວິ​ດີ​ໂອ​ທີ່ກ່ຽວ​ພັນ​ກັບ​ເລື່ອງນີ້ ຢູ່​ໃນ​ວິ​ດີ​ໂອ​ທີ່ກ່ຽວ​ກັບພຣະ​ຄຳ​ພີ​ມໍ​ມອນ ຢູ່​ທີ່ ChurchofJesusChrist.org ຫລື ຢູ່​ໃນແອພ ຫ້ອງສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

1 ນີໄຟ 16:10–16, 23–31; 18:11–22

ພຣະ​ຜູ້​ເປັນ​ເຈົ້າ​ນຳ​ພາ​ເຮົາ​ຜ່ານ​ທາງ​ວິ​ທີ​ນ້ອຍໆ ແລະ ງ່າຍໆ.

ເມື່ອ​ພຣະ​ເຈົ້ານຳ​ພາ​ຄອບ​ຄົວ​ຂອງ​ລີໄຮ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ພຣະ​ອົງ​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ໃນແຜນ​ການ​ເດີນ​ທາງ ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ. ແຕ່​ພຣະ​ອົງ​ໄດ້​ມອບ​ເລຍ​ໂຮ​ນາ​ໃຫ້​ລີໄຮ ເພື່ອ​ນຳ​ພາ​ຄອບ​ຄົວ​ຂອງ​ເພິ່ນ​ທຸກວັນ ເພື່ອ​ມຸ້ງ​ໄປ​ຫາ​ຈຸດ​ໝາຍ​ປາຍ​ທາງ. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ປະ​ທານ​ຫຍັງ​ໃຫ້​ທ່ານ ເພື່ອ​ເປັນ​ການ​ນຳ​ພາ ແລະ ການ​ຊີ້​ນຳ? ທ່ານ​ຄິດວ່າ “ດ້ວຍ​ວິ​ທີ​ນ້ອຍໆ ແລະ ງ່າຍໆ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ນຳ​ເລື່ອງ​ອັນ​ໃຫຍ່​ຍິ່ງ​ມາ​ໃຫ້” ໝາຍ​ຄວາມ​ວ່າ​ແນວ​ໃດ? (1 ນີໄຟ 16:29).

ຂະ​ນະ​ທີ່​ທ່ານ​ອ່ານ 1 ນີໄຟ 16:10–16, 23–31 ແລະ 18:11–22, ໃຫ້ຄິດ​ທີ່​ຈະ​ຈົດ​ຫລັກ​ທຳ​ທີ່​ສະ​ແດງ​ເຖິງວິ​ທີ​ທີ່​ພຣະ​ເຈົ້າ​ນຳ​ພາ​ລູກໆ​ຂອງ​ພຣະ​ອົງ​ໄວ້ (ຍົກ​ຕົວ​ຢ່າງ, 1 ນີໄຟ 16:10 ສາ​ມາດ​ສິດ​ສອນ​ວ່າ ບາງ​ເທື່ອ​ພຣະ​ເຈົ້າ​ນຳ​ພາ​ເຮົາ​ໃນ​ວິ​ທີ​ທີ່ບໍ່​ຄາດ​ຄິດ). ທ່ານ​ເຄີຍ​ມີປະ​ສົບ​ການ​ໃດ​ແດ່ກັບ​ຫລັກ​ທຳ​ເຫລົ່າ​ນີ້?

ເບິ່ງ ແອວມາ 37:7, 38–47; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 64:33–34 ນຳ​ອີກ.

ຮູບ​ພາບ
ລີໄຮ​ໃຊ້​ເລຍ​ໂຮ​ນາ

If Ye Are Prepared Ye Shall Not Fear [ຖ້າ​ຫາກ​ພວກ​ເຈົ້າ​ຕຽມ​ພ້ອມ ພວກ​ເຈົ້າ​ຈະ​ບໍ່​ຢ້ານ​ກົວ], ໂດຍ ຄະລາກ ແຄວລີ ພຣາຍສ໌

1 ນີໄຟ 19:23–24; 20–22

ເຮົາ​ສາ​ມາດ “ປຽບ​ທຽບ​ພຣະ​ຄຳ​ພີ​ທັງ​ໝົດ” ໃສ່​ກັບ​ຕົວ​ເຮົາ​ເອງ.

ເອ​ຊາ​ຢາ​ໄດ້​ຂຽນ​ເຖິງ​ລູກ​ຫລານ​ອິດ​ສະ​ຣາ​ເອນ​ທຸກ​ຄົນ, ແລະ ນີໄຟ​ໄດ້​ເຫັນ​ວ່າ ສິ່ງນີ້​ແມ່ນ​ລວມ​ທັງ​ຄອບ​ຄົວ​ຂອງ​ເພິ່ນ​ໂດຍ​ສະ​ເພາະ—ແລະ ມັນລວມ​ທັງ​ທ່ານ (ເບິ່ງ 1 ນີໄຟ 19:23–24). ກ່ຽວ​ກັບເລື່ອງ​ທີ່ນີໄຟ​ໄດ້​ອ້າງ​ເຖິງ​ຖ້ອຍ​ຄຳ​ຂອງ​ເອ​ຊາ​ຢາ, ປະ​ທານ​ເຮັນຣີ ບີ ໄອຣິງ ໄດ້​ກ່າວ​ວ່າ, “ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ຖ້ອຍ​ຄຳ​ຂອງ​ເອ​ຊາ​ຢາ … ຄາດ​ວ່າ​ນີໄຟ​ໄດ້​ເລືອກ​ເອົາ​ພາກ​ສ່ວນ​ຂອງ​ພຣະ​ທຳ​ເອ​ຊາ​ຢາ ທີ່​ຂ້າ​ພະ​ເຈົ້າ, ໂດຍ​ທີ່ບໍ່​ເປັນ​ຫ່ວງ​ກັບ​ພາບ​ໃນ​ໃຈ, ສາ​ມາດ​ຮັບ​ເອົາ​ມັນ​ເຂົ້າ​ສູ່​ໃຈ ຄື​ກັບ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ກ່າວ​ກັບ​ຂ້າ​ພະ​ເຈົ້າ” (“The Book of Mormon Will Change Your Life,” Ensign, Feb. 2004, 10).

ໂດຍ​ທີ່​ຄຳ​ນຶງ​ເຖິງ​ຖ້ອຍ​ຄຳ​ຂອງ​ປະ​ທານ​ໄອຣິງ, ໃຫ້​ພິ​ຈາ​ລະ​ນາ​ຄຳ​ຖາມ​ເຊັ່ນ​ດັ່ງຕໍ່​ໄປ​ນີ້ ຂະ​ນະ​ທີ່​ທ່ານ​ອ່ານ ບົດທີ 20–22:

1 ນີໄຟ 20:1–9.ສຳ​ນວນ​ໃດ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້​ທີ່​ບັນ​ຍາຍ​ເຖິງ​ລູກ​ຫລານ​ຂອງ​ອິດ​ສະ​ຣາ​ເອນ? ມັນ​ບັນ​ຍາຍ​ກ່ຽວ​ກັບ​ເລ​ມັນ ແລະ ເລ​ມູ​ເອນ​ແນວ​ໃດ? ມີ​ຄຳ​ເຕືອນ ແລະ ມີ​ສິ່ງ​ທີ່​ຈະ​ເອົາ​ໄປ​ນຳ​ໃຊ້​ຢ່າງ​ໃດ​ແດ່ ທີ່​ທ່ານ​ພົບ​ເຫັນ​ສຳ​ລັບ​ຕົວ​ທ່ານ​ເອງ?

1 ນີໄຟ 20:17–22.ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ນຳ​ພາ​ລູກ​ຫລານ​ຂອງ​ອິດ​ສະ​ຣາ​ເອນ​ໃນ​ວິ​ທີ​ໃດ? ພຣະ​ອົງ​ໄດ້​ນຳ​ພາ​ຄອບ​ຄົວ​ຂອງ​ລີໄຮ​ໃນ​ວິ​ທີ​ໃດ? ພຣະ​ອົງ​ນຳ​ພາ​ທ່ານ​ໃນ​ວິ​ທີ​ໃດ?

ທ່ານ​ພົບ​ເຫັນ​ຫຍັງ​ອີກ​ແດ່ ຢູ່​ໃນ 1 ນີໄຟ 20–22 ທີ່​ເຮັດ​ໃຫ້​ທ່ານ​ຮູ້​ສຶກ​ຄື​ກັບ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ກ່າວ​ກັບ​ທ່ານ? ຄວາມ​ຄິດ​ເຫັນ​ຂອງ​ນີໄຟ ຢູ່​ໃນ ບົດທີ 22 ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ຄຳ​ທຳ​ນາຍ​ຂອງ​ເອ​ຊາ​ຢາ​ແນວ​ໃດ?

1 ນີໄຟ 21

ແມ່ນ​ໃຜ​ຄື​ເຊື້ອ​ສາຍອິດ​ສະ​ຣາ​ເອນ ແລະ ແມ່ນ​ໃຜ​ເປັນ​ຄົນ​ຕ່າງ​ຊາດ?

ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ​ຄື​ລູກ​ຫລານ​ຂອງ​ສາດ​ສະ​ດາ​ຢາ​ໂຄບ ຢູ່​ໃນ​ພຣະ​ຄຳ​ພີ​ເດີມ, ແມ່ນ​ໃຜ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕັ້ງ​ຊື່​ໃຫ້​ໃໝ່​ວ່າ ອິດ​ສະ​ຣາ​ເອນ (ເບິ່ງ ປະ​ຖົມ​ມະ​ການ 32:28; 35:10; ເບິ່ງ ຄູ່​ມື​ພຣະ​ຄຳ​ພີ, “ອິດ​ສະ​ຣາ​ເອນ”) ນຳ​ອີກ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ບາງ​ຢ່າງ​ໂດຍ​ສະ​ເພາະກັບ​ອິດ​ສະ​ຣາ​ເອນ, ແລະ ລູກ​ຫລານ​ຂອງ​ເພິ່ນ​ຖືກ​ນັບ​ວ່າ​ເປັນ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຫລາຍ​ລຸ້ນ​ຄົນ​ຕໍ່​ມາ, ພວກ​ເຂົາຫລາຍ​ຄົນ​ໄດ້​ຫັນ​ໜີ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໃນ​ທີ່​ສຸດ​ກໍ​ກະ​ຈັດ​ກະ​ຈາຍ​ຢູ່​ທົ່ວ​ແຜ່ນ​ດິນ​ໂລກ.

ຄຳ​ວ່າ ຄົນ​ຕ່າງ​ຊາດ ຢູ່​ໃນ​ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້ ໝາຍ​ເຖິງ​ຜູ້​ຄົນ​ທີ່​ຍັງ​ບໍ່ໄດ້ຮັບ​ພຣະ​ກິດ​ຕິ​ຄຸນ​ເທື່ອ (ເບິ່ງ ຄູ່​ມື​ພຣະ​ຄຳ​ພີ, “ຄົນ​ຕ່າງ​ຊາດ”). ເອ​ຊາ​ຢາ​ໄດ້​ສິດ​ສອນ​ວ່າ ໃນ​ຍຸກ​ສຸດ​ທ້າຍ​ຄົນ​ຕ່າງ​ຊາດ​ຈະ​ໄດ້​ຮັບ​ພຣະ​ກິດ​ຕິ​ຄຸນ ແລະ ຈະ​ເປັນ​ເຄື່ອງ​ມື​ໃນ​ການ​ສິດ​ສອນ ແລະ ໃນ​ການ​ເຕົ້າ​ໂຮມ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ (ເບິ່ງ 1 ນີໄຟ 21:22; 22:8–12; ເບິ່ງ ເອ​ຊາ​ຢາ 60; 66:18–20 ນຳ​ອີກ).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ກັບ​ຄອບ​ຄົວ​ຂອງ​ທ່ານ, ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮູ້ຈັກວ່າ ຫລັກ​ທຳຂໍ້ໃດ​ທີ່ຄວນ​ເນັ້ນ ແລະ ຄວນສົນ​ທະ​ນາ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ​ຂອງ​ທ່ານ. ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ.

1 ນີໄຟ 17:1–6, 17–22

ບາງ​ທີ​ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ປຽບ​ທຽບ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ເລື່ອງ​ລາວ​ການ​ເດີນ​ທາງ​ຂອງ​ນີໄຟ ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ (ເບິ່ງ 1 ນີໄຟ 17:1–6) ກັບ​ເລື່ອງ​ລາວ​ຂອງ​ພວກ​ອ້າຍ​ຂອງ​ເພິ່ນ (ເບິ່ງ 1 ນີໄຟ 17:17–22). ທ່ານ​ຄິດ​ວ່າ​ເປັນ​ຫຍັງ​ເຂົາ​ເຈົ້າ​ຈຶ່ງ​ເຫັນ​ເຫດ​ການ​ອັນດຽວ​ກັນ​ໃນ​ວິ​ທີ​ທາງ​ທີ່​ແຕກ​ຕ່າງ​ກັນ​ຫລາຍ​ແທ້? ​ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ນີໄຟ​ກ່ຽວ​ກັບ​ການ​ມີ​ທັດ​ສະ​ນະ​ທີ່​ຊື່​ສັດ?

1 ນີໄຟ 17:17–22; 18:9–16

ແມ່ນ​ຫຍັງ​ຄືຜົນ​ສະ​ທ້ອນ​ຂອງ​ການອິດ​ສາບັງ​ບຽດ, ການ​ຂັດ​ແຍ້ງ, ແລະ ການ​ເວົ້າ​ຈົ່ມ ໃນ​ຄອບ​ຄົວ? ເຮົາ​ຈະ​ເອົາ​ຊະ​ນະ​ບັນ​ຫາ​ເຫລົ່າ​ນີ້​ໄດ້​ແນວ​ໃດ?

1 ນີໄຟ 19:22–24

ນີໄຟໄດ້​ປຽບ​ທຽບ​ຂໍ້ພຣະ​ຄຳ​ພີ​ໃສ່​ກັບ​ຄອບ​ຄົວ​ຂອງ​ເພິ່ນ “ເພື່ອ​ມັນ​ຈະ​ໄດ້​ເປັນ​ຜົນ​ປະ​ໂຫຍດ ແລະ ເປັນ​ການ​ຮຽນ​ຮູ້ [ຂອງ​ພວກ​ເຂົາ]” (1 ນີໄຟ 19:23). ມີ​ຫລາຍ​ເລື່ອງ ຢູ່​ໃນ 1 ນີໄຟ 16–18 ທີ່​ຄອບ​ຄົວ​ຂອງ​ພວກທ່ານ​ສາ​ມາດ​ປຽບ​ທຽບ​ໃສ່​ກັບ​ຕົວ​ພວກ​ທ່ານ​ເອງ. ບາງ​ທີ​ພວກ​ທ່ານ​ຄວນ​ສະ​ແດງຕາມ​ເລື່ອງ​ໃດ​ເລື່ອງ​ໜຶ່ງ ແລະ ສົນ​ທະ​ນາ​ກ່ຽວ​ກັບ​ວິ​ທີ​ທີ່​ຈະ​ນຳ​ໃຊ້​ມັນ​ໃນ​ຄອບ​ຄົວ​ຂອງ​ພວກ​ທ່ານ.

1 ນີໄຟ 21:14–16

ຂ່າວ​ສານ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້​ຈະ​ຊ່ວຍ​ບາງ​ຄົນ​ຜູ້​ຮູ້​ສຶກ​ຖືກ​ລືມ​ໄດ້​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ທູນ​ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຊ່ວຍ​ເຫລືອ. ພຣະ​ຄຳ​ພີ​ຖືກມອບ​ໃຫ້​ໂດຍ​ການ​ເປີດ​ເຜີຍ, ແລະ ເຮົາ​ຕ້ອງ​ການ ການ​ເປີດ​ເຜີຍ​ເພື່ອ​ຈະ​ເຂົ້າ​ໃຈ​ມັນ​ແທ້ໆ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ວ່າ, “ຖ້າ​ຫາກ​ເຈົ້າ … ທູນ​ຖາມ​ເຮົາ​ດ້ວຍ​ສັດ​ທາ, … ແນ່​ນອນ​ສິ່ງ​ເຫລົ່າ​ນີ້​ຈະ​ເປັນ​ທີ່​ຮູ້​ຈັກ​ແກ່​ເຈົ້າ” (1 ນີໄຟ 15:11).

ຮູບ​ພາບ
ນີໄຟ ແລະ ຄອບ​ຄົວ​ຂອງ​ເພິ່ນ​ຢູ່​ໃນ​ເຮືອ

They Did Treat Me with Much Harshness [ພວກ​ເຂົາ​ໄດ້​ເຮັດ​ຮຸນ​ແຮງ​ຕໍ່​ຂ້າ​ພະ​ເຈົ້າ​ຫລາຍ​ຢ່າງ], ໂດຍ ວາວເຕີ ເຣນ

ພິມ