ຈົ່ງ​ຕາມ​ເຮົາ​ມາ
ວັນທີ 3–9 ເດືອນ​ກຸມພາ. 2 ນີໄຟ 1–5: “ພວກ​ເຮົາ​ມີ​ຊີ​ວິດ​ຢູ່​ຕາມ​ທາງ​ແຫ່ງ​ຄວາມ​ສຸກ”


“ວັນທີ 3–9 ເດືອນ​ກຸມພາ. 2 ນີໄຟ 1–5: ‘ພວກ​ເຮົາ​ມີ​ຊີ​ວິດ​ຢູ່​ຕາມ​ທາງ​ແຫ່ງ​ຄວາມ​ສຸກ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ວັນທີ 3–9 ເດືອນ​ກຸມພາ. 2 ນີໄຟ 1–5,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຮູບ​ພາບ
ອາດາມ ແລະ ເອວາ ໜີ​ຈາກ​ສວນ​ເອ​ເດນ

Adam and Eve [ອາດາມ ແລະ ເອວາ], ໂດຍ ດັກລັສ ຟຣາຍເອີ

ວັນທີ 3–9 ເດືອນ​ກຸມພາ

2 ນີໄຟ 1–5

“ພວກ​ເຮົາ​ມີ​ຊີ​ວິດ​ຢູ່​ຕາມ​ທາງ​ແຫ່ງ​ຄວາມ​ສຸກ”

ພຣະ​ຄຳ​ພີ​ສາ​ມາດ​ເປີດ​ປະ​ຕູ​ໃຫ້ແກ່​ການ​ເປີດ​ເຜີຍ​ສ່ວນ​ຕົວ. ຂະ​ນະ​ທີ່​ທ່ານ​ອ່ານ 2 ນີໄຟ 1–5, ທ່ານ​ອາດ​ພົບ​ເຫັນ​ວ່າ​ພຣະ​ຜູ້​ເປັນ​ເຈົ້າມີ​ສິ່ງ​ໃດ​ໜຶ່ງ​ໂດຍ​ສະ​ເພາະ ທີ່​ພຣະ​ອົງ​ປະ​ສົງ​ທີ່​ຈະ​ສິດ​ສອນ​ທ່ານ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຖ້າ​ຫາກ​ທ່ານ​ຮູ້​ວ່າ ທ່ານ​ຈະ​ຕາຍ​ເມື່ອ​ໃດ, ແມ່ນ​ຫຍັງ​ຄືຂ່າວ​ສານ​ອັນ​ສຸດ​ທ້າຍ ທີ່​ທ່ານ​ຢາກບອກ​ກ່າວ ແກ່​ຄົນ​ທີ່​ທ່ານ​ຮັກ​ຫລາຍ​ທີ່​ສຸດ? ເມື່ອ​ສາດ​ສະ​ດາ​ລີໄຮ​ຮູ້​ສຶກວ່າ ເພິ່ນ​ຈະ​ມີ​ຊີ​ວິດ​ຢູ່ບໍ່​ໄດ້​ດົນ, ເພິ່ນ​ຈຶ່ງ​ໄດ້​ເຕົ້າ​ໂຮມ​ລູກ​ຫລານ​ຂອງ​ເພິ່ນ​ເປັນ​ເທື່ອ​ສຸດ​ທ້າຍ ເພື່ອ​ແບ່ງ​ປັນ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ ທີ່​ເພິ່ນ​ໄດ້​ທະ​ນຸ​ຖະ​ໜອມ​ກັບ​ຜູ້​ຄົນ​ທີ່ເພິ່ນ​ທະ​ນຸ​ຖະ​ໜອມ. ເພິ່ນ​ໄດ້​ສິດ​ສອນ​ເຖິງ​ເສ​ລີ​ພາບ, ການ​ເຊື່ອ​ຟັງ, ການ​ຕົກ​ຂອງ​ອາ​ດາມ ແລະ ເອ​ວາ, ການ​ໄຖ່​ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ, ແລະ ຄວາມ​ຊື່ນ​ຊົມ. ບໍ່​ແມ່ນ​ລູກ​ທຸກ​ຄົນ​ຂອງ​ເພິ່ນ ໄດ້​ຍອມ​ຮັບ​ປະ​ຈັກ​ພະ​ຍານ​ເທື່ອ​ສຸດ​ທ້າຍ​ຂອງ​ເພິ່ນ, ແຕ່​ຜູ້​ທີ່​ຍອມ​ຮັບ—ຕະ​ຫລອດ​ທັງ​ຫລາຍ​ລ້ານ​ຄົນ​ທີ່​ອ່ານ​ມັນ​ໃນທຸກວັນ​ນີ້—ພົບ​ເຫັນ​ວ່າ ຢູ່​ໃນ ປະ​ຈັກ​ພະ​ຍານ​ຂອງ​ເພິ່ນ​ມີ​ຫລັກ​ທຳ​ສຳ​ລັບ​ການ​ດຳ​ລົງ​ຊີ​ວິດ “ຕາມ​ທາງ​ແຫ່ງ​ຄວາມ​ສຸກ” (2 ນີໄຟ 5:27).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

2 ນີໄຟ 2

ເຮົາ​ເປັນ​ອິດ​ສະ​ລະ​ທີ່​ຈະ​ເລືອກ​ຊີ​ວິດ​ນິ​ລັນ​ດອນ.

ແອວເດີ ດີ ທອດ ຄຣິສ​ໂຕ​ເຟີ​ສັນ ໄດ້​ກ່າວ​ວ່າ: “ພຣະ​ເຈົ້າ​ປະ​ສົງວ່າ​ລູກໆ​ຂອງ​ພຣະ​ອົງ​ຄວນ​ປະ​ຕິ​ບັດ​ຕາມ​ອຳ​ເພີ​ໃຈ​ທີ່​ຊອບ​ທຳ ທີ່​ພຣະ​ອົງ​ໄດ້​ປະ​ທານ​ໃຫ້​ເຂົາ. … ມັນ​ເປັນ​ແຜນ ແລະ ພຣະ​ປະ​ສົງ​ຂອງ​ພຣະ​ອົງ ທີ່​ຈະ​ໃຫ້​ເຮົາ​ມີ​ບົດ​ບາດ​ໃນ​ການ​ຕັດ​ສິນ​ໃຈ​ດ້ວຍ​ຕົວ​ເອງ” (“Free Forever, to Act for Themselves,” Ensign ຫລື Liahona, Nov. 2014, 16). ໃນ​ຄຳ​ສອນ​ຂອງ​ເພິ່ນ​ກ່ຽວ​ກັບ​ອຳ​ເພີ​ໃຈ, ລີໄຮ​ໄດ້​ບອກ​ເຖິງ​ເງື່ອນ​ໄຂ​ທີ່​ຈຳ​ເປັນ ທີ່​ເຮັດ​ໃຫ້​ອຳ​ເພີ​ໃຈ​ເປັນ​ໄປ​ໄດ້ ແລະ ເຮັດ​ໃຫ້​ເຮົາ​ສາ​ມາດ​ເອື້ອມ​ເຖິງ​ສັກ​ກະ​ຍະ​ພາບ​ທີ່​ສູງ​ສົ່ງ​ຂອງ​ເຮົາ, ລວມ​ທັງ​ດັ່ງ​ຕໍ່​ໄປ​ນີ້:

  1. ຄວາມ​ຮູ້​ກ່ຽວ​ກັບ​ຄວາມ​ດີ ແລະ ຄວາມ​ຊົ່ວ (2 ນີໄຟ 2:5)

  2. ກົດ​ທີ່ມອບ​ໃຫ້​ມວນ​ມະ​ນຸດ (2 ນີໄຟ 2:5)

  3. ການ​ກົງ​ກັນ​ຂ້າມ, ການ​ເລືອກ​ທີ່​ລໍ້​ໃຈ (2 ນີໄຟ 2:11)

  4. ອຳ​ນາດ​ທີ່​ຈະ​ກະ​ທຳ (2 ນີໄຟ 2:16)

ຂະ​ນະ​ທີ່​ທ່ານ​ອ່ານ 2 ນີໄຟ 2, ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ເງື່ອນ​ໄຂ​ແຕ່​ລະ​ຢ່າງ​ຂອງ​ອຳ​ເພີ​ໃຈ ແລະ ຄວາມ​ສຳ​ພັນ​ຂອງ​ເງື່ອນ​ໄຂ​ທັງ​ໝົດ​ຕໍ່​ກັນ​ແລະ​ກັນ? ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ອຳ​ເພີ​ໃຈ​ຂອງ​ເຮົາ ຖ້າ​ຫາກ​ເງື່ອນ​ໄຂ​ຢ່າງ​ໜຶ່ງ ຫລື ຫລາຍກວ່ານັ້ນ​ຂາດ​ໄປ? ທ່ານ​ຮຽນ​ຮູ້​ຫຍັງ​ອີກ​ແດ່​ຈາກ​ຖ້ອຍ​ຄຳ​ຂອງ​ລີໄຮ?

2 ນີໄຟ 2:22–29

ການ​ຕົກ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ເປັນ​ພາກ​ສ່ວນ​ທີ່​ຈຳ​ເປັນ​ໃນ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.

ຫລາຍ​ຄົນ​ເຫັນ​ການ​ຕົກ​ຂອງ​ອາ​ດາມ ແລະ ເອ​ວາ ວ່າ​ເປັນ​ເຫດ​ການ​ທີ່​ໜ້າ​ໂສກ​ເສົ້າ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄຳສອນ​ຂອງ​ລີໄຮ​ກ່ຽວ​ກັບ​ການ​ຕົກ ເປີດ​ເຜີຍ​ເຫດ​ຜົນວ່າ ເປັນ​ຫຍັງ​ມັນ​ຈຶ່ງສຳ​ຄັນ​ໃນ​ແຜນ​ຂອງ​ພຣະ​ບິ​ດາ ສຳ​ລັບ​ຄວາມ​ກ້າວ​ໜ້າ​ນິ​ລັນ​ດອນ​ຂອງ​ເຮົາ. ຂະ​ນະ​ທີ່​ທ່ານ​ອ່ານ​ຂໍ້​ເຫລົ່າ​ນີ້, ໃຫ້​ຊອກ​ຫາ​ເຫດ​ຜົນ​ວ່າ ເປັນ​ຫຍັງ​ການ​ຕົກ​ຈຶ່ງ​ຈຳ​ເປັນ​ຕ້ອງ​ໄດ້​ເກີດ​ຂຶ້ນ ເພື່ອ​ວ່າ​ເຮົາ—ລູກໆ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ—ຈະກ້າວ​ໜ້າ. ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄຖ່​ເຮົາ​ຈາກ​ການ​ຕົກ​ແນວ​ໃດ?

ເບິ່ງ ໂມເຊ 5:9–12; 6:51–62; “ການ​ຕົກ​ຂອງ​ອາດາມ ແລະ ເອວາ,” ຄູ່​ມື​ພຣະ​ຄຳ​ພີ, scriptures.ChurchofJesusChrist.org ນຳ​ອີກ.

2 ນີໄຟ 3:6–24

ໂຈເຊັບ ສະມິດ ໄດ້​ຖືກແຕ່ງ​ຕັ້ງລ່ວງ​ໜ້າ​ຕໍ່​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ.

ສ່ວນ​ສຸດ​ທ້າຍ​ຂອງ 2 ນີໄຟ 3 ບັນ​ຈຸ​ການ​ທຳ​ນາຍ​ຂອງ​ໂຢເຊັບ​ແຫ່ງ​ເອ​ຢິບ ກ່ຽວ​ກັບ​ຜູ້​ພະ​ຍາ​ກອນ​ໃນ​ອະ​ນາ​ຄົດ ຜູ້​ທີ່​ຈະ​ມີ​ຊື່​ຄື​ກັນ​ກັບ​ເພິ່ນ (ເບິ່ງ ຂໍ້ທີ 14–15)—​ໂຈເຊັບ ສະມິດ. ຄຳ​ທຳ​ນາຍນັ້ນ​ຍັງ​ໄດ້​ບອກ​ຫລາຍ​ຢ່າງ​ກ່ຽວ​ກັບ​ພາ​ລະ​ກິດ​ຂອງ​ໂຈເຊັບ ສະມິດ. ຂໍ້ທີ 6–24 ກ່າວ​ຫຍັງ​ແດ່ ວ່າ​ໂຈເຊັບ ສະມິດ, “ຜູ້​ພະ​ຍາ​ກອນ​ທີ່​ປະ​ເສີດ,” ຈະ​ເຮັດ ເພື່ອ​ເປັນ​ພອນ​ໃຫ້​ແກ່​ຜູ້​ຄົນ​ຂອງ​ພຣະ​ເຈົ້າ? ວຽກ​ງານ​ຂອງ​ໂຈເຊັບ ສະມິດ “ມີ​ຄຸນ​ຄ່າ​ໃຫຍ່​ຫລວງ” ຕໍ່​ທ່ານ​ແນວ​ໃດ?

ພາກ​ສ່ວນ​ທີ່​ສຳ​ຄັນ​ຢ່າງ​ໜຶ່ງ​ຂອງ​ພາ​ລະ​ກິດ​ຂອງ​ໂຈເຊັບ ສະມິດ ແມ່ນ​ການ​ນຳ​ການ​ຂຽນ​ຂອງ​ລູກ​ຫລານ​ຂອງ​ໂຢ​ເຊັບ​ອອກ​ມາ, ຊຶ່ງ​ບັນ​ຈຸ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ບົດ​ນີ້ ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ?

ເບິ່ງ ການ​ແປ​ຂອງ​ໂຈເຊັບ ສະມິດ, ປະ​ຖົມ​ມະ​ການ 50:24–38 (ໃນ ຄູ່​ມື​ພຣະ​ຄຳ​ພີ) ນຳ​ອີກ.

ຮູບ​ພາບ
ສາດ​ສະ​ດາ ໂຈເຊັບ ສະມິດ

Prophet of the Lord [ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ], ໂດຍ ເດວິດ ລິນຊະລີ

2 ນີໄຟ 4:15–35

ເຮົາ​ສາ​ມາດ​ຫັນ​ມາ​ຫາ​ພຣະ​ເຈົ້າ ໃນ​ຄວາມ​ອ່ອນ​ແອ​ຂອງ​ເຮົາໄດ້.

ນີໄຟ​ຫາ​ກໍ​ໄດ້​ສູນ​ເສຍ​ບິ​ດາ​ຂອງ​ເພິ່ນ. ໜ້າ​ທີ່​ຮັບ​ຜິດ​ຊອບ​ສຳ​ລັບ​ການ​ນຳ​ພາ​ຄອບ​ຄົວ​ຂອງ​ເພິ່ນ ບັດ​ນີ້​ມາ​ຕົກ​ຢູ່​ທີ່​ເພິ່ນ. ເພິ່ນ​ຮູ້​ສຶກ​ວ່າ​ຖືກ​ອ້ອມ​ຮອບ​ໄປ​ດ້ວຍ​ສິ່ງ​ລໍ້​ລວງ ແລະ ທໍ້​ຖອຍ​ໃຈ​ເພາະ​ບາບ​ຂອງ​ເພິ່ນ. ເຖິງ​ແມ່ນ​ຖ້າ​ຫາກ​ສະ​ຖາ​ນະ​ການ​ຂອງ​ທ່ານ​ແຕກ​ຕ່າງ​ຈາກ​ຂອງ​ນີໄຟ, ແຕ່​ທ່ານ​ກໍ​ສາ​ມາດ​ເຂົ້າ​ໃຈ​ບາງ​ສິ່ງ​ໃນຄວາມ​ຄິດ ແລະ ຄວາມ​ຮູ້​ສຶກ​ຂອງ​ເພິ່ນ​ໄດ້ ທີ່​ບັນ​ທຶກ​ຢູ່​ໃນ 2 ນີໄຟ 4:15–35. ແມ່ນ​ຫຍັງ​ໄດ້​ຊ່ວຍ​ນີໄຟ ໃນ​ຄວາມ​ເປັນ​ທຸກ​ຂອງ​ເພິ່ນ? ການ​ຕອບ​ຮັບ​ຂອງ​ນີໄຟຊ່​ວຍ​ທ່ານ​ປະ​ເຊີນ​ກັບ​ບັນ​ຫາ​ຂອງ​ທ່ານ​ແນວ​ໃດ?

2 ນີໄຟ 5

ຄວາມ​ສຸກ​ແມ່ນ​ພົບ​ເຫັນ​ຢູ່​ໃນ​ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ.

ທ່ານ​ຈະ​ບັນ​ຍາຍ​ຄວາມ​ສຸກວ່າ​ແນວ​ໃດ? ນີໄຟໄດ້​ຂຽນ​ວ່າ ຜູ້​ຄົນ​ຂອງ​ເພິ່ນ ດຳ​ລົງ​ຊີ​ວິດ “ຕາມ​ທາງ​ແຫ່ງ​ຄວາມ​ສຸກ” (2 ນີໄຟ 5:27). ທ່ານ​ສາ​ມາດ​ຊອກ​ຫາ​ສິ່ງ​ທີ່​ນີໄຟ ແລະ ຜູ້​ຄົນ​ຂອງ​ເພິ່ນ​ເລືອກ​ເຮັດ ທີ່​ນຳ​ໄປ​ສູ່​ຄວາມ​ສຸກ—ວິ​ທີ​ທີ່​ເຂົາ​ເຈົ້າ​ສະ​ໜັບ​ສະ​ໜູນ​ກັນ​ແລະ​ກັນ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ, ສິ່ງ​ທີ່​ເຂົາ​ເຈົ້າ​ຖື​ວ່າ​ສຳ​ຄັນ​ຢູ່​ໃນ​ຊຸມ​ຊົນ​ຂອງ​ເຂົາ​ເຈົ້າ, ແລະ ອື່ນໆ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່ ທີ່​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ສ້າງ​ຊີ​ວິດຕາມ​ທາງ​ແຫ່ງ​ຄວາມ​ສຸກ, ຄື​ກັນ​ກັບ​ຜູ້​ຄົນ​ຂອງ​ນີໄຟ?

2 ນີໄຟ 5:20–21

ແມ່ນ​ຫຍັງ​ຄື​ການ​ສາບ​ແຊ່ງ​ທີ່​ມາ​ສູ່​ຊາວ​ເລ​ມັນ?

ໃນ​ວັນ​ເວ​ລາ​ຂອງ​ນີ​ໄຟ ການ​ສາບ​ແຊ່ງ​ຂອງ​ຊາວ​ເລ​ມັນ​ແມ່ນ​ວ່າ ພວກ​ເຂົາ “ໄດ້​ຖືກ​ຕັດ​ອອກ​ຈາກ​ທີ່​ປະ​ທັບ [ຂອງ​ພຣະ​ຜູ້​ເປັນ​ເຈົ້າ] … ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ” (2 ນີໄຟ 5:20–21). ນີ້​ໝາຍ​ຄວາມ​ວ່າ ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຖອນ​ຈາກ​ຊີ​ວິດ​ຂອງ​ພວກ​ເຂົາ. ຕໍ່​ມາ ເມື່ອ​ຊາວ​ເລມັນ​ໄດ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, “ການ​ສາບ​ແຊ່ງ​ຂອງ​ພຣະ​ເຈົ້າ​ຈຶ່ງ​ບໍ່​ໄດ້​ຕິດ​ຕາມ​ພວກ​ເຂົາ​ອີກ​ຕໍ່​ໄປ” (ແອວມາ 23:18).

ພຣະ​ຄຳ​ພີ​ມໍ​ມອນ​ກໍ​ຍັງ​ກ່າວ​ອີກ​ວ່າ ເຄື່ອງ​ໝາຍ​ຂອງ​ຜິວ​ຄ້ຳ​ໄດ້​ມາ​ສູ່​ຊາວ​ເລມັນ ຫລັງ​ຈາກ​ທີ່​ຊາວ​ນີໄຟ​ໄດ້​ແຍກ​ອອກ​ຈາກ​ພວກ​ເຂົາ. ສະ​ພາບ ແລະ ການ​ປະ​ກົດ​ຂອງ​ເຄື່ອງ​ໝາຍນີ້ ບໍ່ຖືກ​ເຂົ້າ​ໃຈ​ຢ່າງ​ລະ​ອຽດ. ໃນ​ຕອນ​ຕົ້ນ ເຄື່ອງ​ໝາຍໄດ້​ເຮັດ​ໃຫ້​ຊາວ​ເລມັນ​ແຕກ​ຕ່າງ​ຈາກ​ຊາວ​ນີໄຟ. ຕໍ່​ມາ, ເມື່ອ​ທັງ​ຊາວ​ນີໄຟ ແລະ ຊາວ​ເລມັນ ແຕ່​ລະ​ຝ່າຍ​ໄດ້​ຜ່ານ​ໄລ​ຍະ​ຂອງ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ຊອບ​ທຳ, ເຄື່ອງ​ໝາຍ​ກໍ​ເລີຍ​ບໍ່​ກ່ຽວ​ຂ້ອງ​ກັບ​ສິ່ງ​ທີ່​ບົ່ງ​ບອກວ່າ​ຜູ້​ໃດ​ເປັນ​ຊາວ​ເລມັນ ເມື່ອ​ຢືນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ.

ສາດ​ສະ​ດາ​ຢືນ​ຢັນ​ໃນ​ວັນ​ເວລາ​ຂອງ​ເຮົາວ່າ ຜິວ​ຄ້ຳ​ນັ້ນ​ບໍ່​ໄດ້​ເປັນ​ເຄື່ອງ​ໝາຍ​ຂອງ​ການບໍ່​ໄດ້​ເປັນ​ຜູ້​ໂປດ​ປານ​ຂອງ​ສະ​ຫວັນ ຫລື ເປັນ​ການ​ສາບ​ແຊ່ງ. ສາດ​ສະ​ໜາ​ຈັກ​ໄດ້​ຍອມ​ຮັບ​ຄຳສອນ​ຂອງ​ນີໄຟ ທີ່ວ່າ​ພຣະ​ຜູ້​ເປັນ​ເຈົ້າ “ບໍ່​ປະ​ຕິ​ເສດ​ຜູ້​ໃດ​ທີ່​ມາ​ຫາ​ພຣະ​ອົງ​ເລີຍ, ບໍ່​ວ່າ​ດຳ ແລະ ຂາວ, ຂ້າ​ທາດ ແລະ ຜູ້​ເປັນ​ອິດ​ສະລະ, ຊາຍ ແລະ ຍິງ” (2 ນີໄຟ 26:33). ປະທານ​ຣະໂຊ ເອັມ ແນວສັນ ໄດ້​ປະ​ກາດ​ວ່າ: “ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເນັ້ນ​ຄຳ​ສອນ​ທີ່​ສຳ​ຄັນ​ຂອງ​ພຣະ​ອົງ​ເຖິງ​ໂອ​ກາດ​ທີ່​ເທົ່າ​ທຽມ​ກັນ​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ. … ຄວາມ​ແຕກ​ຕ່າງ​ໃນ​ວັດ​ທະ​ນະ​ທຳ, ພາສາ, ເພດ, ເຊື້ອ​ຊາດ, ແລະ ສັນ​ຊາດ ໄດ້​ກາຍ​ເປັນ​ເລື່ອງ​ທີ່ບໍ່​ສຳ​ຄັນ ເມື່ອ​ຜູ້​ທີ່​ຊື່​ສັດ​ເຂົ້າ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ແລະ ມາ​ຫາ​ພຣະ​ຜູ້​ໄຖ່​ທີ່​ຊົງ​ຮັກ​ຂອງ​ເຮົາ” (“President Nelson Remarks at Worldwide Priesthood Celebration” [June 1, 2018], newsroom.ChurchofJesusChrist.org).

ເບິ່ງ “Till We All Come in the Unity of the Faith” (video, ChurchofJesusChrist.org ນຳ​ອີກ).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ກັບ​ຄອບ​ຄົວ​ຂອງ​ທ່ານ, ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮູ້ຈັກວ່າ ຫລັກ​ທຳຂໍ້ໃດ​ທີ່ຄວນ​ເນັ້ນ ແລະ ຄວນສົນ​ທະ​ນາ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ​ຂອງ​ທ່ານ. ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ.

2 ນີໄຟ 1:13–25

ຂໍ້​ເຫລົ່າ​ນີ້​ສິດ​ສອນເຮົາ​ຫຍັງ​ແດ່ ກ່ຽວ​ກັບ​ຄວາມ​ປາດ​ຖະ​ໜາ​ສູງ​ສຸດ​ຂອງ​ພໍ່ ຫລື ແມ່​ທີ່​ຊອບ​ທຳ ສຳ​ລັບ​ລູກໆ​ຂອງ​ເຂົາ​ເຈົ້າ?

2 ນີໄຟ 3:6

ໃຫ້​ອ່ານ “ຜູ້​ພະ​ຍາ​ກອນ” ໃນ​ຄູ່​ມື​ພຣະ​ຄຳ​ພີ ນຳ​ກັນ. ໂຈເຊັບ ສະມິດ ໄດ້​ເປັນ​ຜູ້​ພະ​ຍາ​ກອນ​ແນວ​ໃດ? ເປັນ​ຫຍັງ​ເຮົາ​ຈຶ່ງ​ມີ​ຄວາມ​ກະ​ຕັນ​ຍູ​ສຳ​ລັບ​ວຽກ​ງານ​ທີ່​ໂຈເຊັບ ສະມິດ ໄດ້​ເຮັດ​ສຳ​ເລັດ? (ເບິ່ງ 2 ນີໄຟ 3:6–24).

2 ນີໄຟ 4:20–25

ຂະ​ນະ​ທີ່​ພວກທ່ານ​ອ່ານ 2 ນີໄຟ 4:20–25 ນຳ​ກັນ, ໃຫ້​ຢຸດອ່ານ​ຫລັງ​ຈາກ​ແຕ່​ລະ​ຂໍ້, ແລະ ໃຫ້​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ ໃຫ້​ແບ່ງ​ປັນ​ປະ​ສົບ​ການ​ທີ່​ເຂົາ​ເຈົ້າ​ມີ ຫລື ຮູ້​ສຶກ​ເຖິງ​ສິ່ງ​ທີ່​ນີໄຟ​ໄດ້​ບັນ​ຍາຍ. ພຣະ​ເຈົ້າ​ໄດ້​ເຮັດ​ຫຍັງ​ແດ່​ສຳ​ລັບ​ຄອບ​ຄົວ​ຂອງ​ເຮົາ?

2 ນີໄຟ 5

ໃນ​ວິ​ທີ​ທາງ​ໃດ​ແດ່​ທີ່​ຄອບ​ຄົວ​ຂອງ​ທ່ານ​ດຳ​ລົງ​ຊີ​ວິດ “ຕາມ​ທາງ​ແຫ່ງ​ຄວາມ​ສຸກ”? ໃນ​ຂະ​ນະ​ທີ່ຄອບ​ຄົວ​ຂອງ​ທ່ານ​ອ່ານ 2 ນີໄຟ 5, ພວກ​ທ່ານ​ສາ​ມາດ​ສົນ​ທະ​ນາ​ກ່ຽວ​ກັບ​ສິ່ງ​ທີ່​ນີໄຟ​ເອົາ​ໃຈ​ໃສ່​ຕໍ່: ຄອບ​ຄົວ (ຂໍ້ທີ 6), ພຣະ​ບັນ​ຍັດ (ຂໍ້ທີ 10), ​ພຣະ​ຄຳ​ພີ (ຂໍ້ທີ 12), ການ​ສຶກ​ສາ (ຂໍ້ທີ 15), ພຣະ​ວິ​ຫານ (ຂໍ້ທີ 16), ວຽກ​ງານ (ຂໍ້ທີ 17), ​ແລະ ການ​ເອີ້ນ​ໃນ​ສາດ​ສະ​ໜາ​ຈັກ (ຂໍ້ທີ 26). ວິ​ທີ​ໜຶ່ງ​ທີ່ຈະ​ເຮັດ​ສິ່ງນີ້ ແມ່ນ​ໃຫ້​ຊອກ​ຫາ​ສິ່ງ​ຂອງ​ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ບາງ​ຢ່າງ ແລະ ເວົ້າ​ລົມ​ກັນ​ເຖິງວິ​ທີ​ທີ່​ເຮົາ​ສະ​ແດງວ່າ ເຮົາ, ຄື​ກັນ​ກັບ​ນີໄຟ, ນັບ​ຖື​ວ່າ​ສິ່ງ​ເຫລົ່າ​ນີ້​ມີ​ຄຸນ​ຄ່າ​ຄື​ກັນ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ຊ່າງ​ສັງ​ເກດ. ຖ້າ​ຫາກ​ທ່ານ​ເອົາ​ໃຈ​ໃສ່​ຕໍ່​ສິ່ງ​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ຊີ​ວິດ​ຂອງ​ລູກໆ​ຂອງ​ທ່ານ, ແລ້ວ​ທ່ານ​ຈະ​ພົບ​ເຫັນ​ໂອ​ກາດ​ທີ່​ດີ​ເລີດ ທີ່​ຈະ​ສິດ​ສອນ. ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ລູກໆ​ຂອງ​ທ່ານ ຫລື ຄຳ​ຖາມ​ທີ່​ພວກ​ເຂົາ​ຖາມ ກໍ​ສາ​ມາດ​ເປັນ​ໂອ​ກາດ​ສຳ​ລັບ​ສ້ຽວ​ເວ​ລາ​ຂອງ​ການ​ສິດ​ສອນ​ໄດ້. (ເບິ່ງ Teaching in the Savior’s Way, 16.)

ຮູບ​ພາບ
ຄອບ​ຄົວ​ຂອງ​ລີໄຮ​ນັ່ງ​ຄຸ​ເຂົ່າ​ຢູ່​ຫາດ​ຊາຍ

Lehi and His People Arrive in the New World [ລີໄຮ ແລະ ຜູ້​ຄົນ​ຂອງ​ເພິ່ນ ມາ​ເຖິງ​ໂລກ​ໃໝ່], ໂດຍ ຄະລາກ ແຄວລີ ພຣາຍສ໌

ພິມ