ຈົ່ງ​ຕາມ​ເຮົາ​ມາ
ວັນທີ 17–23 ເດືອນ​ກຸມພາ. 2 ນີໄຟ 11–25: “ພວກເຮົາ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ຄຣິດ”


“ວັນທີ 17–23 ເດືອນ​ກຸມພາ. 2 ນີໄຟ 11–25: ‘ພວກເຮົາ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ຄຣິດ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ວັນທີ 17–23 ເດືອນ​ກຸມພາ. 2 ນີໄຟ 11–25,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຮູບ​ພາບ
ເອ​ຊາ​ຢາ​ກຳ​ລັງ​ຂຽນ​ໃສ່​​ໜັງ​ສື​ມ້ວນ

ວັນທີ 17–23 ເດືອນ​ກຸມພາ

2 ນີໄຟ 11–25

“ພວກເຮົາ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ຄຣິດ”

ນີໄຟ​ໄດ້​ສອນ​ວ່າ ຖ້ອຍ​ຄຳຂອງເອ​ຊາ​ຢາ​ແມ່ນ “ແຈ່ມ​ແຈ້ງ​ແກ່​ຄົນ​ທັງ​ປວງ​ທີ່​ເຕັມ​ໄປ​ດ້ວຍ​ວິນ​ຍານ​ແຫ່ງ​ການ​ທຳ​ນາຍ” (2 ນີໄຟ 25:4). ຂະ​ນະ​ທີ່​ທ່ານ​ອ່ານ, ໃຫ້​ສະ​ແຫວງ​ຫາ​ວິນ​ຍານ​ແຫ່ງ​ການ​ທຳ​ນາຍ ໂດຍ​ການ​ກະ​ກຽມ​ຕົວ​ທ່ານ​ເອງ​ທາງວິນ​ຍານ, ຮັບ​ຟັງ​ພຣະ​ວິນ​ຍານ, ແລະ ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ການ​ສະ​ຫລັກ​ອັກ​ຂະ​ລະ​ໃສ່​ແຜ່ນ​ໂລ​ຫະ​ບໍ່​ໄດ້​ເປັນ​ເລື່ອງ​ງ່າຍ, ແລະ ຊ່ອງວ່າງ​ຢູ່​ໃນ​ແຜ່ນ​ຈາ​ລຶກ​ນ້ອຍ​ຂອງ​ນີໄຟ​ກໍ​ມີ​ຈຳ​ກັດ. ດັ່ງ​ນັ້ນ ເປັນ​ຫຍັງ​ນີໄຟ​ຈຶ່ງ​ໃຊ້​ຄວາມ​ພະ​ຍາ​ຍາມ​ຫລາຍ​ທີ່​ສຸດ ເພື່ອ​ກ່າຍການ​ຂຽນ​ຂອງ​ເອ​ຊາ​ຢາ​ໃສ່​ໃນ​ບັນ​ທຶກ​ຂອງ​ເພິ່ນ? ເພິ່ນ​ໄດ້​ເຮັດ​ມັນ “ສຳ​ລັບ​ຜູ້​ໃດ​ຜູ້​ໜຶ່ງ … ຈະ​ເຫັນ​ຄຳ​ເວົ້າ​ເຫລົ່າ​ນີ້ ຈະ​ໄດ້​ມີ​ກຳ​ລັງ​ໃຈ ແລະ ປິ​ຕິ​ຍິນ​ດີ” (2 ນີໄຟ 11:8). ໃນ​ວິ​ທີ​ໜຶ່ງ, ຄຳ​ເຊື້ອ​ເຊີນ​ໃຫ້​ອ່ານ​ການ​ຂຽນ​ຂອງ​ເອ​ຊາ​ຢາ ເປັນ​ຄຳ​ເຊື້ອ​ເຊີນ​ໃຫ້​ປິ​ຕິ​ຍິນ​ດີ. ທ່ານ​ສາ​ມາດເບີກ​ບານ, ດັ່ງ​ທີ່​ນີໄຟ​ໄດ້​ເບີກ​ບານ, ໃນ​ຄຳ​ທຳ​ນາຍ​ກ່ຽວ​ກັບ​ການ​ເຕົ້າ​ໂຮມ​ຂອງ​ຊາວອິດ​ສະ​ຣາ​ເອນ, ການ​ສະ​ເດັດ​ມາ​ຂອງ​ພຣະ​ເມ​ຊີ​ອາ, ແລະ ຄວາມ​ສະ​ຫງົບ​ໃນ​ຊ່ວງ​ໄລ​ຍະ​ໜຶ່ງ​ພັນ​ປີ​ທີ່​ສັນ​ຍາໄວ້​ກັບ​ຄົນ​ຊອບ​ທຳ. ທ່ານ​ສາ​ມາດ​ປິ​ຕິ​ຍິນ​ດີ ແມ່ນ​ແຕ່​ໃນວັນ​ເວ​ລາ​ແຫ່ງ “ຄວາມ​ຫຍຸ້ງ​ຍາກ, ແລະ ຄວາມ​ມືດ,” ທ່ານ​ກໍ​ຍັງ “ໄດ້​ເຫັນ​ແສງ​ສະ​ຫວ່າງ​ຢ່າງ​ໃຫຍ່​ຫລວງ” (2 ນີໄຟ 18:22; 19:2). ທ່ານ​ສາ​ມາດ​ປິ​ຕິ​ຍິນ​ດີ ທີ່​ທ່ານ​ສາ​ມາດ “ຕັກ​ນ້ຳ​ຈາກ​ບໍ່​ແຫ່ງ​ຄວາມ​ລອດ” (2 ນີໄຟ 22:3). ໃນ​ອີກ​ຄຳ​ໜຶ່ງ, ທ່ານ​ສາ​ມາດ “ປິ​ຕິ​ຍິນ​ດີ​ໃນ​ພຣະ​ຄຣິດ” (2 ນີໄຟ 25:26).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

2 ນີໄຟ 11–25

ເຮົາ​ຈະ​ສາ​ມາດ​ເຂົ້າ​ໃຈ​​ຄຳ​ສອນ​ຂອງ​ເອ​ຊາ​ຢາ ຫລາຍ​ຂຶ້ນກວ່າ​ເກົ່າ​ໄດ້​ແນວ​ໃດ?

ນີໄຟໄດ້ຍອມ​ຮັບ​ວ່າ “ຄຳ​ເວົ້າ​ຂອງ​ເອ​ຊາ​ຢາ [ບາງ​ຄຳ] ບໍ່​ແຈ່ມ​ແຈ້ງ” (2 ນີໄຟ 25:4). ສິ່ງນີ້​ສາ​ມາດ​ເປັນ​ຄວາມ​ຈິງ​ສຳ​ລັບ​ຜູ້​ທີ່ບໍ່​ຮູ້​ຈັກ​ຫຍັງ​ຫລາຍ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ ແລະ ພູ​ມີ​ສາດ​ຂອງ​ຊາວ​ຢິວ​ໃນ​ສະ​ໄໝ​ບູ​ຮານ ຄື​ກັນ​ກັບ​ນີໄຟ​ຮູ້​ຈັກ (ເບິ່ງ 2 ນີໄຟ 25:6). ແຕ່​ນີໄຟກໍ​ຍັງ​ໄດ້​ໃຫ້​ຄຳ​ແນະ​ນຳ ເພື່ອ​ຊ່ວຍ​ເຮົາ​ໃຫ້​ພົບ​ເຫັນ​ຄວາມ​ໝາຍ​ຢູ່​ໃນ​ການ​ຂຽນ​ຂອງ​ເອ​ຊາ​ຢາ ທີ່​ວ່າ:

ໃຫ້ “ປຽບ​ທຽບ​ຄຳ​ເວົ້າ​ຂອງ​ເພິ່ນ​ກັບ” ຕົວ​ທ່ານ​ເອງ (2 ນີໄຟ 11:2).ຄຳ​ສອນ​ຂອງ​ເອ​ຊາ​ຢາ​ຫລາຍ​ຢ່າງ ອາດ​ມີ​ຫລາກ​ຫລາຍ​ຄວາມ​ໝາຍ ແລະ ການ​ນຳມາ​ໃຊ້ ໃນ​ຫລາຍ​ຮູບ​ແບບ. ຍົກ​ຕົວ​ຢ່າງ, ການ​ຂຽນ​ຂອງ​ເພິ່ນ​ກ່ຽວ​ກັບ​ການ​ກະ​ຈັດ​ກະ​ຈາຍ ແລະ ການ​ເຕົ້າ​ໂຮມ​ຂອງ​ຊາວ​ອິດ​ສະ​ຣາ​ເອນ ອາດ​ກະ​ຕຸ້ນ​ທ່ານ​ໃຫ້​ຄິດກ່ຽວ​ກັບ​ຄວາມ​ຈຳ​ເປັນ​ຂອງ​ຕົວ​ເອງ ທີ່​ຈະ “ຖືກ​ເຕົ້າ​ໂຮມ” ຄືນ​ສູ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ສະ​ແຫວງ​ຫາ​ທີ່​ຈະ “ເຕັມ​ໄປ​ດ້ວຍ​ວິນ​ຍານ​ແຫ່ງ​ການ​ທຳ​ນາຍ” (2 ນີໄຟ 25:4).ວິ​ທີ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ເຂົ້າ​ໃຈ​ການ​ທຳ​ນາຍ​ຂອງ​ເອ​ຊາ​ຢາ​ແມ່ນ ທີ່​ຈະ​ສະ​ແຫວງ​ຫາ​ການ​ດົນ​ໃຈ​ຈາກ​ພຣະ​ວິນ​ຍານ. ອະ​ທິ​ຖານ​ເພື່ອ​ການ​ນຳ​ພາ​ທາງວິນ​ຍານ. ທ່ານ​ອາດບໍ່​ເຂົ້າ​ໃຈ​ທຸກ​ຢ່າງບາດ​ດຽວ, ແຕ່​ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮຽນ​ຮູ້​ສິ່ງ​ທີ່​ທ່ານຕ້ອງ​ຮູ້​ສຳ​ລັບ​ຊີ​ວິດ​ຂອງ​ທ່ານ​ໃນ​ທຸກວັນ​ນີ້.

ທ່ານ​ອາດ​ພົບ​ວ່າ​ມັນ​ເປັນ​ປະ​ໂຫຍດ​ທີ່​ຈະ​ກວດ​ເບິ່ງ​ສິ່ງ​ຊ່ວຍ​ສຶກ​ສາ​ຢູ່​ໃນ​ພຣະ​ຄຳ​ພີ, ລວມ​ທັງ​ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າປຶ້ມ, ຫົວ​ຂໍ້​ບົດ, ຄູ່​ມື​ພຣະ​ຄຳ​ພີ, ແລະ ອື່ນໆ.

2 ນີໄຟ 11:2–8; 25:19–29

“ທາງ​ທີ່​ຖືກ​ຕ້ອງ​ຄື ເຊື່ອ​ໃນ​ພຣະ​ຄຣິດ.”

ນີໄຟທັງແນະ​ນຳ ແລະ ສະ​ຫລຸບ​ຄຳ​ຂອງ​ເອ​ຊາ​ຢາ ທີ່ເພິ່ນ​ຍົກ​ມາ​ອ້າງ ໂດຍ​ການສະ​ແດງ​ປະ​ຈັກ​ພະ​ຍານ​ຂອງ​ເພິ່ນ ເຖິງ​ພຣະ​ເຢ​ຊູ​ຄຣິດ (ເບິ່ງ 2 ນີໄຟ 11:2–8; 25:19–29). ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ ກ່ຽວ​ກັບ​ປະ​ຈັກ​ພະ​ຍານ​ຂອງ​ເພິ່ນ? ຂະ​ນະ​ທີ່​ທ່ານ​ສຶກ​ສາ​ໃນ​ອາ​ທິດນີ້, ໃຫ້​ຄິດ​ກ່ຽວ​ກັບ​ຄວາມ​ປາດຖະ​ໜາ​ຂອງ​ນີໄຟ ທີ່​ຈະ “ຊັກ​ຊວນ​ລູກ​ຫລານ [ຂອງ​ເພິ່ນ] … ໃຫ້​ເຊື່ອ​ໃນ​ພຣະ​ຄຣິດ, ແລະ ໃຫ້​ທຳ​ຕົນ​ປອງດອງ​ກັບ​ພຣະ​ເຈົ້າ” (2 ນີໄຟ 25:23), ແລະ ໃຫ້​ສັງ​ເກດ​ເບິ່ງ​ຂໍ້​ຄວາມ​ທີ່​ຊັກ​ຊວນ ທ່ານ ໃຫ້​ເຊື່ອ ແລະ ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ.

ມັນ​ອາດ​ເປັນ​ປະ​ໂຫຍດ​ທີ່​ຈະ​ຈື່​ຈຳ​ວ່າ ຄຳ​ສອນ​ຫລາຍ​ຢ່າງ​ຂອງ​ເອ​ຊາ​ຢາ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເປັນ​ການ​ສື່​ສານ​ຜ່ານ​ທາງ​ສັນ​ຍາ​ລັກ. ຍົກ​ຕົວ​ຢ່າງ, ທ່ານ​ອາດ​ເຫັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ສັນ​ຍາ​ລັກ​ດັ່ງ​ເຊັ່ນ ເຈົ້າ​ຂອງ​ສວນ​ອະ​ງຸ່ນ (ເບິ່ງ 2 ນີໄຟ 15:1–7), ກ້ອນ​ຫີນ (ເບິ່ງ 2 ນີໄຟ 18:14), ແລະ ແສງ​ສະ​ຫວ່າງ (ເບິ່ງ 2 ນີໄຟ 19:2). ມີ​ສັນ​ຍາລັກ​ຢ່າງ​ອື່ນ​ໃດ​ແດ່​ເຖິງ​ພຣະ​ເຢ​ຊູ​ຄຣິດ ທີ່​ທ່ານ​ພົບ​ເຫັນ​ຢູ່​ໃນ​ບົດ​ເຫລົ່າ​ນີ້? ສັນ​ຍາ​ລັກ​ເຫລົ່າ​ນີ້ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ອົງ?

2 ນີໄຟ 12–13

ຄົນອວດ​ດີ ແລະ ຄົນ​ເຫັນ​ແກ່​ໂລກ ຈະ​ຖ່ອມ​ຕົວ​ລົງ.

ນີໄຟ​ໄດ້​ເຫັນ​ລ່ວງ​ໜ້າ​ວ່າ ຄວາມ​ຈອງ​ຫອງ​ຈະ​ເປັນ​ສາ​ເຫດ​ຂອງຄວາມ​ພິ​ນາດ​ຂອງ​ຜູ້​ຄົນ​ຂອງ​ເພິ່ນ (ເບິ່ງ 1 ນີໄຟ 12:19). ດັ່ງ​ນັ້ນ ມັນ​ຈຶ່ງບໍ່​ແປກ​ເລີຍ​ທີ່​ນີໄຟໄດ້​ແບ່ງ​ປັນ​ຄຳ​ເຕືອນ​ຂອງ​ເອ​ຊາ​ຢາ​ຄືນ​ອີກ ກັບ​ຜູ້​ຄົນ​ຂອງ​ເພິ່ນ ເພື່ອ​ຕໍ່​ຕ້ານ​ກັບ​ຄວາມ​ຈອງ​ຫອງ. ໃນ ບົດທີ 12 ແລະ 13, ໃຫ້​ຊອກ​ຫາ​ຄຳ​ທີ່​ເອ​ຊາ​ຢາ​ໄດ້​ໃຊ້ ເພື່ອ​ບັນ​ຍາຍ​ເຖິງ​ຄວາມ​ຈອງ​ຫອງ, ດັ່ງ​ເຊັ່ນ ຄົນ​ຫຍິ່ງ​ຍະ​ໂສ ແລະ ຄົນ​ຈອງ​ຫອງ. ແລ້ວທ່ານ​ຄວນ​ພະ​ຍາ​ຍາມ​ແປ​ຄວາມ​ໝາຍ​ຂອງ​ຄຳ​ເຕືອນ​ເຫລົ່າ​ນີ້ ດ້ວຍ​ຄຳ​ຂອງ​ທ່ານ​ເອງ, ຄື​ກັນ​ກັບ​ວ່າ​ທ່ານ​ກຳ​ລັງ​ຂຽນ​ຂ່າວ​ສານ​ເຖິງ​ຕົວ​ທ່ານ​ເອງ ເພື່ອ​ເຕືອນ​ກ່ຽວ​ກັບ​ຄວາມ​ຈອງ​ຫອງ.

ເບິ່ງ “Chapter 18: Beware of Pride” (Teachings of Presidents of the Church: Ezra Taft Benson [2014], 229–40) ນຳ​ອີກ.

2 ນີໄຟ 12:2–5; 21:9–12; 22; 24:1–3

ໃນ​ຊ່ວງ​ໄລ​ຍະ​ໜຶ່ງ​ພັນ​ປີ, ຜູ້​ຄົນ​ຂອງ​ພຣະ​ເຈົ້າ​ຈະ​ຊື່ນ​ຊົມ​ກັບ​ຄວາມ​ສະ​ຫງົບ.

ທ່ານ​ອາດ​ພົບ​ເຫັນ​ວ່າ​ມັນ​ຊ່ວຍ​ໄດ້​ຫລາຍ ທີ່​ຈະ​ວາດ​ພາບ​ເຫັນ​ຕົວ​ເອງ ແທນນີໄຟ ແລະ ຜູ້​ຄົນ​ຂອງ​ເພິ່ນ. ວາດ​ພາບ​ວ່າ​ຕົວເອງ​ໄດ້​ໜີ​ຈາກ​ເຢ​ຣູ​ຊາ​ເລັມ ກ່ອນ​ມັນ​ໄດ້​ຖືກ​ທຳ​ລາຍບໍ່​ດົນ​ຈາກນັ້ນ (ເບິ່ງ 2 ນີໄຟ 25:10), ແລະ ບັດ​ນີ້​ທ່ານ​ໄດ້​ເປັນ​ຜູ້​ໜຶ່ງ​ທີ່​ກະ​ຈັດ​ກະ​ຈາຍ​ຂອງ​ຊາວ​ອິດ​ສະ​ຣາ​ເອນ. ຈະ​ຮູ້​ສຶກ​ແນວ​ໃດ ທີ່​ໄດ້​ອ່ານ​ຄຳ​ສອນ​ຂອງ​ເອ​ຊາ​ຢາ ກ່ຽວ​ກັບ​ການ​ເຕົ້າ​ໂຮມ​ຊາວ​ອິດ​ສະ​ຣາ​ເອນ​ໃນ​ອະ​ນາ​ຄົດ ແລະ ຄວາມ​ສະ​ຫງົບ​ໃນ​ຊ່ວງ​ໄລ​ຍະ​ໜຶ່ງ​ພັນ​ປີ? ​ໃນ​ຖາ​ນະ​ເປັນ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ເຮົາ​ໄດ້​ຖືກ​ເອີ້ນ​ໃຫ້​ຊ່ວຍ​ເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ ໃນ​ຍຸກ​ສຸດ​ທ້າຍ ໃນ​ການ​ຕຽມ​ສຳ​ລັບ​ການ​ຂຶ້ນ​ຄອງ​ຂອງ​ພຣະ​ຄຣິດ​ໃນ​ຊ່ວງ​ໄລ​ຍະ​ໜຶ່ງ​ພັນ​ປີ. ຂະ​ນະ​ທີ່​ທ່ານ​ອ່ານ​ຂໍ້​ເຫລົ່າ​ນີ້, ໃຫ້​ໄຕ່​ຕອງ​ເຖິງວິ​ທີ​ທີ່​ທ່ານ​ຈະ​ຊ່ວຍ​ເຮັດ​ໃຫ້​ຄຳ​ທຳ​ນາຍ​ທີ່​ບັນ​ຍາຍ​ໄວ້ ສຳ​ເລັດ​ຄົບ​ຖ້ວນ​ໄດ້​ແນວ​ໃດ. ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ຫຍັງ​ແດ່ ເພື່ອ​ຊ່ວຍເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ກັບ​ຄອບ​ຄົວ​ຂອງ​ທ່ານ, ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮູ້ຈັກວ່າ ຫລັກ​ທຳຂໍ້ໃດ​ທີ່ຄວນ​ເນັ້ນ ແລະ ຄວນສົນ​ທະ​ນາ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ​ຂອງ​ທ່ານ. ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ.

2 ນີໄຟ 12:1–3

ຖ້າ​ຫາກ​ທ່ານ​ເຄີຍ​ໄປ​ພຣະ​ວິ​ຫານ—“ພູທີ່​ເປັນ​ບ່ອນ​ຕັ້ງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ”—ທ່ານ​ສາ​ມາດບອກ​ໃຫ້​ຄອບ​ຄົວ​ຂອງ​ທ່ານ​ຮູ້​ວ່າ ພັນ​ທະ​ສັນ​ຍາ​ຂອງ​ພຣະ​ວິ​ຫານ ຊ່ວຍ​ທ່ານ “ເດີນ​ຕາມ​ທາງ [ຂອງ​ພຣະ​ຜູ້​ເປັນ​ເຈົ້າ]” ແນວ​ໃດ. ຖ້າ​ຫາກ​ທ່ານ​ຍັງ​ບໍ່​ເຄີຍ​ໄປ​ພຣະ​ວິ​ຫານ​ເທື່ອ, ການ​ອ່ານ​ຂໍ້​ເຫລົ່າ​ນີ້ ອາດ​ດົນ​ໃຈ​ໃຫ້​ມີ​ການ​ສົນ​ທະ​ນາ​ກ່ຽວ​ກັບ​ວິ​ທີ​ທີ່​ພວກ​ທ່ານ​ສາ​ມາດ​ກະ​ກຽມ​ສຳ​ລັບ​ພອນ​ຂອງ​ພຣະວິ​ຫານ​ໄດ້.

2 ນີໄຟ 15:18–23

ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ຄິດ​ຫາ​ຕົວ​ຢ່າງ​ໃນ​ສະ​ໄໝ​ປະ​ຈຸ​ບັນ ເຖິງ​ແນວ​ຄິດ​ທີ່ບໍ່​ຊອບ​ທຳ ທີ່​ຂໍ້​ເຫລົ່າ​ນີ້​ບັນຍາຍ ໄດ້​ບໍ? ເຮົາ​ຈະ​ສາ​ມາດ​ຫລີກ​ເວັ້ນ​ຈາກ​ການ​ຖືກ​ຫລອກ​ໂດຍ​ແນວ​ຄິດ​ຜິດ​ກ່ຽວ​ກັບ​ຄວາມ​ດີ ແລະ ຄວາມ​ຊົ່ວ ໄດ້​ແນວ​ໃດ?

2 ນີໄຟ 21

ຖ້າ​ຫາກ​ຄອບ​ຄົວ​ຂອງ​ທ່ານ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ ເພື່ອ​ຈະເຂົ້າ​ໃຈ​ບົດ​ນີ້ (ຊຶ່ງ​ຄື​ກັນ​ກັບ ເອ​ຊາ​ຢາ 11), ທ່ານ​ສາ​ມາດໄດ້​ຮັບ​ຄວາມ​ຮູ້ ທີ່​ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 113:1–6, ຊຶ່ງ​ໃນ​ນັ້ນ ສາດ​ສະ​ດາ​ໂຈເຊັບ ສະມິດ ໄດ້​ຕອບ​ຄຳ​ຖາມ​ບາງ​ຢ່າງ​ກ່ຽວ​ກັບ ເອ​ຊາ​ຢາ 11. ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ຈາກ​ຂໍ້​ເຫລົ່າ​ນີ້?

2 ນີໄຟ 21:9

ມີ​ສິ່ງບາງ​ຢ່າງໃດ​ແດ່​ໂດຍ​ສະ​ເພາະ ທີ່​ເຮົາ​ສາ​ມາດ​ເຮັດ ເພື່ອ​ຊ່ວຍ​ຕື່ມ​ເຕັມ​ໃສ່​ໂລກ ດ້ວຍ “ຄວາມ​ຮູ້​ກ່ຽວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ”?

2 ນີໄຟ 25:23–26

ທ່ານ​ຈະ​ສາ​ມາດ​ຊ່ວຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ ໃຫ້ “ປິ​ຕິ​ຍິນ​ດີ​ໃນ​ພຣະ​ຄຣິດ” ໄດ້​ແນວ​ໃດ? ບາງ​ທີ​ທ່ານ​ຄວນ​ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ຂຽນ​ບາງ​ສິ່ງ​ໃສ່​ເຈ້ຍ​ນ້ອຍ ກ່ຽວ​ກັບ​ພຣະຜູ້​ຊ່ວຍ​ໃຫ້​ລອດ ທີ່​ນຳ​ຄວາມສຸກ​ມາ​ໃຫ້​ເຂົາເຈົ້າ. ແລ້ວ, ໃນ​ການ​ສັງ​ສັນ​ໃນ​ຄອບ​ຄົວ ຫລື ໃນ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ໃນ​ອະ​ນາ​ຄົດ, ຄົນ​ໜຶ່ງ​ສາ​ມາດ​ອ່ານ​ເຈ້ຍ​ນ້ອຍ. ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ຕື່ມ​ເຈ້ຍ​ນ້ອຍ​ໃສ່ ຕະ​ຫລອດ​ປີ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ຊອກ​ຫາ​ແບບ​ແຜນ. ຢູ່​ໃນ​ພຣະ​ຄຳ​ພີ ເຮົາ​ສາ​ມາດ​ພົບ​ເຫັນ​ແບບ​ແຜນ ທີ່​ສະ​ແດງ​ແກ່​ເຮົາ​ເຖິງວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ທຳ​ງານ. ຍົກ​ຕົວ​ຢ່າງ, ຢູ່​ໃນ 2 ນີໄຟ 11–25, ທ່ານ​ອາດ​ພົບ​ເຫັນ​ແບບ​ແຜນ​ທີ່​ສະ​ແດງ​ເຖິງວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ເຕືອນ ແລະ ໃຫ້​ອະ​ໄພ.

ຮູບ​ພາບ
ພຣະ​ວິ​ຫານ​ພາ​ນາ​ມາ ເມືອງ​ພາ​ນາ​ມາ

ພຣະ​ວິ​ຫານ​ພາ​ນາ​ມາ ເມືອງ​ພາ​ນາ​ມາ. “ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຖືກ​ສະ​ຖາ​ປະ​ນາ​ຂຶ້ນ​ເທິງ​ຈອມ​ພູ​ທັງ​ຫລາຍ, … ​ແລະ ປະ​ຊາ​ຊາດ​ທັງ​ປວງ​ຈະ​ຫລັ່ງ​ໄຫລ​ໄປ​ບ່ອນນັ້ນ” (2 ນີໄຟ 12:2).

ພິມ