ຈົ່ງ​ຕາມ​ເຮົາ​ມາ
ວັນທີ 10–16 ເດືອນ​ກຸມພາ. 2 ນີໄຟ 6–10: “ໂອ້ ແຜນ​ຂອງ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ​ຍິ່ງ​ໃຫຍ່​ພຽງ​ໃດ!”


“ວັນທີ 10–16 ເດືອນ​ກຸມພາ. 2 ນີໄຟ 6–10: ‘ໂອ້ ແຜນ​ຂອງ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ​ຍິ່ງ​ໃຫຍ່​ພຽງ​ໃດ!’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ວັນທີ 10–16 ເດືອນ​ກຸມພາ. 2 ນີໄຟ 6–10,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຮູບ​ພາບ
ພຣະ​ເຢ​ຊູ​ອະ​ທິ​ຖານ​ຢູ່​ໃນ​ສວນ​ເຄັດ​ເຊ​ມາ​ເນ

Not My Will, But Thine, Be Done [ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ລູກ, ແຕ່​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະ​ສົງ​ຂອງ​ພຣະ​ບິ​ດາ​ເທີ້ນ], ໂດຍ ແຮ​ຣີ ແອນ​ເດີ​ສັນ

ວັນທີ 10–16 ເດືອນ​ກຸມພາ

2 ນີໄຟ 6–10

“ໂອ້ ແຜນ​ຂອງ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ​ຍິ່ງ​ໃຫຍ່​ພຽງ​ໃດ!”

ຂະ​ນະ​ທີ່​ທ່ານ​ອ່ານ 2 ນີໄຟ 6–10, ໃຫ້​ໄຕ່​ຕອງ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ພະ​ຍາ​ຍາມ​ສິດ​ສອນ​ທ່ານ. ເມື່ອ​ທ່ານ​ພົບ​ເຫັນ​ຄວາມ​ຈິງ​ເຫລົ່າ​ນີ້​ແລ້ວ, ໃຫ້​ບັນ​ທຶກ​ມັນ​ໄວ້ ແລະ ພິ​ຈາ​ລະ​ນາ​ດ້ວຍ​ການ​ອະ​ທິ​ຖານ ເຖິງວິ​ທີ​ທີ່​ທ່ານ​ຈະສາ​ມາດ​ເຮັດ​ຕາມ​ສິ່ງ​ທີ່​ທ່ານ​ກຳ​ລັງ​ຮຽນ​ຮູ້​ໃນ​ເວ​ລານີ້.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຄົງ​ເປັນ​ຢ່າງ​ໜ້ອຍ 40 ປີ ຜ່ານ​ມາ​ແລ້ວ ນັບ​ຕັ້ງ​ແຕ່​ຄອບ​ຄົວ​ຂອງ​ລີໄຮ ໄດ້​ໜີ​ຈາກ​ເຢ​ຣູ​ຊາ​ເລັມ​ມາ. ເຂົາ​ເຈົ້າ​ໄດ້​ຢູ່​ໃນ​ແຜ່ນ​ດິນ​ໃໝ່, ຢູ່​ຊີກ​ໂລກ​ອີກ​ເບື້ອງ​ໜຶ່ງ ຈາກ​ເມືອງ​ເຢ​ຣູ​ຊາ​ເລັມ ແລະ ຈາກ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ ທີ່​ເຫລືອ​ຢູ່. ລີໄຮ​ໄດ້​ເສຍ​ຊີ​ວິດ​ໄປ, ແລະ ລູກ​ຫລານ​ຂອງ​ເພິ່ນ​ກໍ​ເລີ່ມ​ຕົ້ນ​ສິ່ງ​ທີ່​ກາຍ​ເປັນ​ການ​ຂັດ​ແຍ້ງ​ກັນ​ລະ​ຫວ່າງ​ຊາວ​ນີໄຟ ເປັນ​ເວ​ລາ​ໜຶ່ງ​ສັດ​ຕະ​ວັດ—“ຜູ້​ທີ່​ເຊື່ອ​ໃນ​ການເຕືອນ ແລະ ການ​ເປີດ​ເຜີຍ​ຂອງ​ພຣະ​ເຈົ້າ”—ກັບ​ຊາວ​ເລ​ມັນ, ຜູ້​ທີ່ບໍ່​ເຊື່ອ (2 ນີໄຟ 5:6). ໃນ​ສະ​ພາບ​ການ​ເຫລົ່າ​ນີ້, ຢາໂຄບ, ຜູ້​ເປັນ​ນ້ອງ​ຊາຍ​ຂອງ​ນີໄຟ ແລະ ບັດ​ນີ້​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຄູ​ສອນຂອງ​ຊາວ​ນີໄຟ, ຢາກ​ໃຫ້​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຮູ້​ວ່າ ພຣະ​ເຈົ້າ​ຈະ​ບໍ່​ເຄີຍ​ລືມ​ໄລ​ພວກ​ເຂົາ, ສະ​ນັ້ນ​ພວກ​ເຂົາ​ຈຶ່ງບໍ່​ຄວນ​ລືມ​ໄລ​ພຣະ​ອົງ. ນີ້​ຄື​ຂ່າວ​ສານ​ທີ່​ເຮົາ​ຕ້ອງ​ການ​ຫລາຍ​ທີ່​ສຸດ​ຢູ່​ໃນ​ໂລກ​ຂອງ​ເຮົາ​ເອງ, ບ່ອນ​ທີ່​ພັນ​ທະ​ສັນ​ຍາຖືກ​ດູ​ຖູກ ແລະ ການ​ເປີດ​ເຜີຍ​ຖືກ​ປະ​ຕິ​ເສດ. “ຂໍ​ໃຫ້ພວກ​ເຮົາ​ລະ​ນຶກ​ເຖິງ​ພຣະ​ອົງ, … ເພາະ​ວ່າ​ພວກ​ເຮົາ​ບໍ່​ໄດ້​ຖືກ​ປະ​ຖິ້ມ. … ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ນັ້ນ​ຍິ່ງ​ໃຫຍ່,” ເພິ່ນ​ໄດ້​ປະ​ກາດ (2 ນີໄຟ 10:20–21). ໃນ​ບັນ​ດາ​ຄຳ​ສັນ​ຍາ​ເຫລົ່າ​ນັ້ນ, ບໍ່​ມີ​ຢ່າງ​ໃດ​ທີ່​ຍິ່ງ​ໃຫຍ່​ໄປ​ກວ່າ​ຄຳ​ສັນ​ຍາ​ທີ່​ວ່າ “ການ​ຊົດ​ໃຊ້​ອັນ​ບໍ່​ມີ​ຂອບ​ເຂດ” ຈະ​ເອົາ​ຊະ​ນະ​ຄວາມ​ຕາຍ ແລະ ນະ​ລົກ (2 ນີໄຟ 9:7). “ສະ​ນັ້ນ,” ຢາໂຄບ ໄດ້​ສະຫລຸບ, “ຈົ່ງ​ເຮັດ​ໃຫ້​ໃຈ​ຂອງ​ທ່ານ​ຊື່ນ​ບານ”! (2 ນີໄຟ 10:23).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

2 ນີໄຟ 6–8

ພຣະ​ຜູ້​ເປັນ​ເຈົ້າ​ມີ​ຄວາມ​ເມດ​ຕາ​ຕໍ່​ຜູ້​ຄົນ​ຂອງ​ພຣະ​ອົງ ແລະ ຈະເຮັດ​ໃຫ້​ຄຳ​ສັນ​ຍາ​ຂອງ​ພຣະ​ອົງສຳ​ເລັດ​ຄົບ​ຖ້ວນ.

ເພື່ອ​ຊ່ວຍ​ຜູ້​ຄົນ​ຂອງ​ພຣະ​ອົງ​ໃຫ້​ເຂົ້າ​ໃຈ​ວ່າ ພວກ​ເຂົາ​ເປັນ​ພາກ​ສ່ວນ​ໃນ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ ແລະ ສາ​ມາດ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ ແລະ ຄຳ​ສັນ​ຍາ​ຂອງ​ພຣະ​ອົງ, ຢາໂຄບ​ຈຶ່ງ​ໄດ້​ອ້າງ​ເຖິງ​ຄຳ​ທຳ​ນາຍ​ຂອງ​ເອ​ຊາ​ຢາ, ຊຶ່ງ​ມີ​ບັນ​ທຶກ​ຢູ່​ໃນ 2 ນີໄຟ 6–8. ເອ​ຊາ​ຢາ​ໄດ້​ບັນ​ຍາຍ​ເຖິງ​ການ​ກະ​ຈັດ​ກະ​ຈາຍ​ຂອງ​ຊາວ​ອິດ​ສະ​ຣາ​ເອນ ແລະ ເຖິງ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ຈະ​ເຕົ້າ​ໂຮມ ແລະ ໄຖ່​ຜູ້​ຄົນ​ຂອງ​ພຣະ​ອົງ. ຂະ​ນະ​ທີ່​ທ່ານ​ອ່ານ, ໃຫ້​ໄຕ່​ຕອງ​ຄຳ​ຖາມ​ເຊັ່ນ​ດັ່ງ​ຕໍ່​ໄປ​ນີ້:

  • ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຄວາມ​ຮັກ​ທີ່ໄຖ່​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເພື່ອ​ເຮົາ?

  • ການ​ປອບ​ໂຍນ​ໃດ​ແດ່​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສະ​ເໜີມອບ​ໃຫ້​ແກ່​ຜູ້​ທີ່​ສະ​ແຫວງ​ຫາ​ພຣະ​ອົງ?

  • ເຮົາ​ສາ​ມາດ​ເຮັດ​ຫຍັງ​ແດ່ ເພື່ອ​ຈະ​ໄດ້ “ລໍ​ຖ້າ” ພຣະ​ອົງ ແລະ ພອນ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ ຢ່າງ​ຊື່​ສັດ?

2 ນີໄຟ 9:1–26

ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ​ໄດ້​ໄຖ່​ຖອນ​ທຸກ​ຄົນ​ຈາກ​ຄວາມ​ຕາຍ​ທາງ​ຮ່າງ​ກາຍ ແລະ ທາງວິນ​ຍານ.

ຄຳ​ໃດ ຫລື ຮູບ​ພາບ​ໃດ​ແດ່ ທີ່​ທ່ານ​ຈະ​ໃຊ້​ເພື່ອ​ສື່​ສານ​ກັບ​ບາງ​ຄົນ ເຖິງ​ຄວາມ​ຕ້ອງ​ການ​ຫລາຍ​ທີ່​ສຸດ​ຂອງ​ເຮົາ ທີ່​ຈະ​ໃຫ້ພຣະ​ຜູ້​ໄຖ່​ຊ່ວຍ​ກູ້​ເຮົາ​ຈາກ​ຄວາມ​ຕາຍ ແລະ ບາບ? ຢາໂຄບ​ໄດ້​ໃຊ້​ຄຳ​ວ່າ “​ເປັນ​ຕາ​ຢ້ານ” ແລະ “ມານ​ຮ້າຍ.” ຢາໂຄບ​ໄດ້​ສິດ​ສອນ​ຫຍັງ​ແດ່​ກ່ຽວ​ກັບ “ມານ​ຮ້າຍ​ຜູ້ນັ້ນ, ຄວາມ​ຕາຍ ແລະ ນະ​ລົກ” ແລະ “ການ​ໜີ” ທີ່​ພຣະ​ເຈົ້າ​ໄດ້​ຕຽມ​ໄວ້​ສຳ​ລັບ​ເຮົາ? (2 ນີໄຟ 9:10). ຂະ​ນະ​ທີ່​ທ່ານ​ອ່ານ 2 ນີໄຟ 9:1–26, ໃຫ້​ຄິດ​ທີ່​ຈະ​ໝາຍ​ດ້ວຍ​ສີ​ດຽວ ກ່ຽວ​ກັບ​ສິ່ງ​ທີ່​ຈະ​ເກີດ​ກັບ​ເຮົາ ປາດ​ສະ​ຈາກ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ. ແລ້ວ, ອີກ​ສີ​ໜຶ່ງ, ໃຫ້​ທ່ານ​ໝາຍ​ສິ່ງ​ທີ່​ເຮົາ​ສາ​ມາດ​ໄດ້​ຮັບ ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ຄວາມ​ຈິງ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ​ກ່ຽວ​ກັບ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ທີ່​ເຮັດ​ໃຫ້​ທ່ານ​ສັນ​ລະ​ເສີນ “ຄວາມ​ສະ​ຫລຽວ​ສະ​ຫລາດ​ຂອງ​ພຣະ​ເຈົ້າ, ພຣະ​ເມດ​ຕາ ແລະ ພຣະ​ຄຸນ​ຂອງ​ພຣະ​ອົງ”? (2 ນີໄຟ 9:8).

ເບິ່ງ “ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ,” ຄູ່​ມື​ພຣະ​ຄຳ​ພີ, scriptures.ChurchofJesusChrist.org ນຳ​ອີກ.

2 ນີໄຟ 9:27–54

ເຮົາ​ສາ​ມາດ​ມາ​ຫາ​ພຣະ​ຄຣິດ ແລະ ຮັບ​ເອົາ​ພອນ​ທີ່​ຮຸ່ງ​ເຫລື້ອມ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ​ໄດ້.

ພຣະ​ເຢ​ຊູ​ຄຣິດ​ໄດ້​ສະ​ເດັດ​ມາ “ຍັງ​ໂລກ​ເພື່ອ​ຈະ​ໄດ້​ຊ່ວຍ​ມະ​ນຸດ​ທັງ​ປວງ​ໃຫ້​ລອດ​ພົ້ນ ຖ້າ​ຫາກ ເຂົາ​ຈະ​ເຊື່ອ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ” (2 ນີໄຟ 9:21; ເນັ້ນ​ຄຳ​ເນີ້ງ). ໃນ​ອີກ​ຄຳ​ໜຶ່ງ, ເຮົາ​ຕ້ອງ​ເຕັມ​ໃຈ​ທີ່​ຈະ​ຮັບ​ເອົາ​ພອນ​ທີ່​ຊ່ວຍ​ໃຫ້​ລອດ ທີ່​ພຣະ​ອົງສະ​ເໜີ​ມອບ​ໃຫ້. ຫລັງ​ຈາກ​ໄດ້​ບັນ​ຍາຍ​ເຖິງ​ແຜນ​ແຫ່ງ​ການ​ໄຖ່​ແລ້ວ, ຢາໂຄບ​ໄດ້ໃຫ້​ຄຳ​ເຕືອນ ແລະ ຄຳເຊື້ອ​ເຊີນ​ທີ່​ສຳ​ຄັນ, ທີ່​ມີ​ຢູ່​ໃນ 2 ນີໄຟ 9:27–54, ເພື່ອ​ຊ່ວຍ​ເຮົາ​ໃຫ້​ໄດ້​ຮັບ​ພອນ​ຂອງ​ການ​ຊົດ​ໃຊ້. ໃຫ້​ຄິດ​ທີ່​ຈະ​ບັນ​ທຶກ​ມັນ​ໄວ້​ຢູ່​ໃນ​ແຜນ​ຜັງ ທີ່​ຄື​ກັນ​ກັບ​ອັນ​ນີ້:

ຄຳເຕືອນ

ຄຳ​ເຊື້ອ​ເຊີນ

ຄຳເຕືອນ

ຄຳ​ເຊື້ອ​ເຊີນ

ຄຳເຕືອນ

ຄຳ​ເຊື້ອ​ເຊີນ

​ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ກະ​ຕຸ້ນ​ຈາກ​ພຣະ​ວິນ​ຍານ​ແນວ​ໃດ ເພື່ອ​ໃຫ້​ເຮັດ​ໃນ​ການ​ຕອບ​ຮັບ​ຕໍ່​ຄຳ​ເຕືອນ ແລະ ຄຳ​ເຊື້ອ​ເຊີນເຫລົ່າ​ນີ້?

2 ນີໄຟ 10:20, 23–25

ເປັນ​ເພາະ​ການ​ເສຍ​ສະ​ລະ​ຂອງ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຈຶ່ງ​ສາ​ມາດ “ຊື່ນ​ບານ” ໃນ​ຫົວ​ໃຈ.

ຂ່າວ​ສານ​ຂອງ​ຢາໂຄບ​ເປັນ​ໜ້າ​ປິ​ຕິ​ຍິນ​ດີ​ແທ້ໆ. “ຂ້າ​ພະ​ເຈົ້າ​ເວົ້າ​ເລື່ອງ​ເຫລົ່າ​ນີ້​ກັບ​ທ່ານ,” ເພິ່ນ​ໄດ້​ກ່າວ, “ເພື່ອ​ທ່ານ​ຈະ​ໄດ້​ປິ​ຕິ​ຍິນ​ດີ, ແລະ ເງີຍ​ຫົວ​ຂອງ​ທ່ານ​ຂຶ້ນ​ຕະ​ຫລອດ​ການ” (2 ນີໄຟ 9:3). ຂະ​ນະ​ທີ່​ທ່ານ​ອ່ານ 2 ນີໄຟ 10:20, 23–25, ທ່ານ​ພົບ​ເຫັນ​ຫຍັງ​ແດ່​ທີ່​ໃຫ້​ຄວາມ​ຫວັງ​ແກ່​ທ່ານ? ທ່ານ​ໄດ້​ພົບ​ເຫັນ​ຫຍັງ​ອີກ​ແດ່ ຢູ່​ໃນ 2 ນີໄຟ 9–10 ທີ່​ໃຫ້​ຄວາມ​ຫວັງ​ແກ່​ທ່ານ? ທ່ານ​ຈະ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ໄດ້​ຈື່​ຈຳ​ສິ່ງ​ເຫລົ່ານີ້ ເວ​ລາ​ທ່ານ​ຮູ້​ສຶກ​ທໍ້​ຖອຍ​ໃຈ?

ເບິ່ງ ໂຢ​ຮັນ 16:33 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ກັບ​ຄອບ​ຄົວ​ຂອງ​ທ່ານ, ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮູ້ຈັກວ່າ ຫລັກ​ທຳຂໍ້ໃດ​ທີ່ຄວນ​ເນັ້ນ ແລະ ຄວນສົນ​ທະ​ນາ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ​ຂອງ​ທ່ານ. ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ.

2 ນີໄຟ 8:3–7

ຂະ​ນະ​ທີ່​ທ່ານ​ອ່ານ 2 ນີໄຟ 8:3, ທ່ານ​ສາ​ມາດ​ສະ​ແດງ​ຮູບ​ພາບ​ທີ່​ເປັນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ແລະ ຮູບ​ພາບ​ທີ່​ເປັນ​ສວນ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປ່ຽນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ໃຫ້​ກາຍເປັນ​ສວນ ໃນ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ? ໃນ ຂໍ້ທີ 4–7, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແນະ​ນຳ​ເຮົາໃຫ້​ເຮັດ​ຫຍັງ​ແດ່ ເພື່ອ​ຈະ​ໄດ້​ຮັບ​ຄວາມ​ສຸກ​ດັ່ງ​ທີ່​ບັນ​ຍາຍ​ຢູ່​ໃນ ຂໍ້ທີ 3?

2 ນີໄຟ 8:24–25

ຖ້ອຍ​ຄຳ​ທີ່ຊຸກ​ຍູ້​ຂອງ​ເອ​ຊາ​ຢາ ຕໍ່​ຜູ້​ຄົນ​ຂອງ​ຊີ​ໂອນ ໃຫ້​ຄວາມ​ເຂັ້ມ​ແຂງ​ແກ່​ເຮົາ​ແນວ​ໃດ​ແດ່ ໃນ​ຄວາມ​ມຸ່ງ​ໝັ້ນ​ຂອງ​ເຮົາ​ທີ່​ຈະ​ກາຍ​ເປັນ​ສາ​ນຸ​ສິດ​ທີ່​ຊື່​ສັດ​ຫລາຍກວ່າ​ເກົ່າ ຂອງ​ພຣະເຢ​ຊູ​ຄຣິດ? ການ​ຕື່ນນອນ ແລະ ການ​ແຕ່ງ​ກາຍ ຄ້າຍ​ຄື​ກັນ​ກັບ​ສິ່ງ​ທີ່​ພຣະ​ເຈົ້າ​ປະ​ສົງ​ໃຫ້​ເຮົາ​ເຮັດ​ທາງວິນ​ຍານ​ແນວ​ໃດ?

2 ນີໄຟ 9:1–26

ຄອບ​ຄົວ​ຂອງ​ທ່ານ​ຈະ​ເຮັດ​ສິ່ງໃດ ເພື່ອ​ຈະ​ເຂົ້າ​ໃຈ​ເຖິງ​ຄວາມ​ສຳ​ຄັນ​ຂອງ “ການ​ຊົດ​ໃຊ້​ອັນ​ບໍ່​ມີ​ຂອບ​ເຂດ” ຂອງ​ພຣະ​ເຢ​ຊູ​ຄຣິດ? (ຂໍ້ທີ 7). ບາງ​ທີ​ເຂົາ​ເຈົ້າ​ສາ​ມາດ​ເບິ່ງ ຫລື ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ເບິ່ງ​ຄື​ວ່າ ບໍ່​ມີ​ຂອບ​ເຂດ ໃນ​ຈຳ​ນວນ​ເລກ—ໃບ​ຫຍ້າ​ຢູ່​ໃນ​ທົ່ງ, ເມັດດິນ​ຊາຍ​ຢູ່​ໃນ​ຫາດ​, ຫລື ດວງ​ດາວ​ຢູ່​ໃນ​ທ້ອງ​ຟ້າ. ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ບໍ່​ມີ​ຂອບ​ເຂດ​ແນວ​ໃດ? ສຳນວນ​ໃດແດ່​ຢູ່​ໃນ 2 ນີໄຟ 9 ເຮັດ​ໃຫ້​ຄວາມ​ກະ​ຕັນ​ຍູ​ຂອງ​ເຮົາ​ເລິກ​ຊຶ້ງ​ຫລາຍ​ຂຶ້ນ ກ່ຽວ​ກັບ​ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້ກະ​ທຳ​ເພື່ອ​ເຮົາ?

2 ນີໄຟ 9:27–44

ບາງ​ທີມື້​ໜຶ່ງ​ໃນ​ອາ​ທິດ​ນີ້ ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ຄົ້ນ​ຄວ້າ 2 ນີໄຟ 9:27–38, ຊອກ​ຫາ​ຄຳ​ເຕືອນ (ທີ່​ເລີ່ມ​ຕົ້ນ​ດ້ວຍ​ຄຳ​ວ່າ “ວິ​ບັດ”). ອັນ​ໃດ​ທີ່​ເບິ່ງ​ຄື​ວ່າ​ສຳ​ຄັນ​ໂດຍ​ສະ​ເພາະ​ສຳ​ລັບ​ຄອບ​ຄົວ​ຂອງ​ທ່ານ ທີ່​ຈະເອົາ​ມາ​ສົນ​ທະ​ນາ? ໃນ​ອີກມື້​ໜຶ່ງ, ພວກ​ທ່ານ​ສາ​ມາດ​ຄົ້ນ​ຄວ້າ 2 ນີໄຟ 9:39–44, ຊອກ​ຫາ​ສິ່ງ​ທີ່​ຢາໂຄບ​ເຊື້ອ​ເຊີນ​ຜູ້​ຄົນ​ຂອງ​ເພິ່ນ​ໃຫ້​ຈື່​ຈຳ.

2 ນີໄຟ 9:28–29, 50–51

ມີ​ຕົວ​ຢ່າງ​ໃດ​ແດ່​ເຖິງ “ຄວາມ​ຖື​ຕົວ, ແລະ ຄວາມ​ອ່ອນ​ແອ, ແລະ ຄວາມ​ໂງ່​ຂອງ​ມະ​ນຸດ”? (ຂໍ້ທີ 28). ເຮົາ​ສາ​ມາດ​ເຮັດ​ຫຍັງ​ໄດ້​ແດ່ ເພື່ອ​ໃຫ້​ຄວາມ​ສຳ​ຄັນ​ຫລາຍ​ຂຶ້ນ​ແກ່​ສິ່ງ​ທີ່​ເປັນ​ຂອງ​ພຣະ​ເຈົ້າ ແລະ ໃຫ້​ຄວາມ​ສຳ​ຄັນ​ໜ້ອຍ​ລົງ​ແກ່​ສິ່ງ​ທີ່​ເປັນ​ຂອງ​ໂລກ?

2 ນີໄຟ 9:45

ຄອບ​ຄົວ​ຂອງ​ທ່ານ​ອາດ​ມັກ​ເຮັດ​ໂສ້ເຈ້ຍ ແລະ ແລ້ວ​ໃຫ້ປ່ຽນ​ຜຽນ​ກັນ​ຕໍ່​ບ້ວງ ແລະ ສັ່ນໃຫ້​ບ້ວງຂາດ​ອອກ​ຈາກ​ກັນ. ບາບ​ຄື​ກັນ​ກັບ​ບ້ວງ​ເຫລົ່າ​ນີ້​ແນວ​ໃດ? ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຊ່ວຍ​ເຮົາ​ສັ່ນ​ມັນ​ໃຫ້​ຕົກ​ອອກ​ໄປ​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ມີ​ເວ​ລາ ແລະ ສາ​ມາດ​ເຂົ້າ​ຫາ​ໄດ້. “ບາງ​ເທື່ອເວ​ລາ​ສິດ​ສອນ​ທີ່​ດີ​ທີ່​ສຸດ​ແມ່ນ ເລີ່ມ​ຕົ້ນ​ດ້ວຍ​ຄຳ​ຖາມ ຫລື ຄວາມ​ເປັນ​ຫ່ວງ​ເປັນ​ໃຍໃນ​ໃຈ​ຂອງສະ​ມາ​ຊິກ​ໃນ [ຄອບ​ຄົວ]. … ຈົ່ງ​ບອກ​ໃຫ້​ເຂົາ​ເຈົ້າ​ຮູ້​ຜ່ານ​ທາງ​ຖ້ອຍ​ຄຳ ແລະ ການ​ກະ​ທຳ​ຂອງ​ທ່ານ​ວ່າ ທ່ານ​ພ້ອມ​ທີ່​ຈະ​ຮັບ​ຟັງ​ເຂົາ​ເຈົ້າ” (Teaching in the Savior’s Way, 16).

ຮູບ​ພາບ
ພຣະ​ເຢ​ຊູ​ປິ່ນ​ປົວ​ຜູ້​ຄົນ

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ຊ່ວຍລູກໆ​ຂອງ​ພຣະ​ເຈົ້າ​ທັງ​ໝົດ​ໃຫ້​ລອດ “ຖ້າ​ຫາກ​ເຂົາ​ຈະ​ເຊື່ອ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ” (2 ນີໄຟ 9:21). He Healed Many of Diverse Diseases [ພຣະ​ອົງ​ໄດ້​ປິ່ນ​ປົວ​ພະ​ຍາດໃນ​ຫລາຍ​ຮູບ​ແບບ], ໂດຍ ເຈ ເຄີກ ຣິເຈີດສ໌

ພິມ