ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 6–12 ເດືອນ​ມີ​ນາ. ມັດ​ທາຍ 9–10; ມາ​ຣະ​ໂກ 5; ລູ​ກາ 9: “ພຣະ​ເຢ​ຊູ​ໄດ້​ໃຊ້​ສິບ​ສອງ​ຄົນ​ນີ້​ອອກ​ໄປ”


“ວັນ​ທີ 6–12 ເດືອນ​ມີ​ນາ. ມັດ​ທາຍ 9–10; ມາ​ຣະ​ໂກ 5; ລູ​ກາ 9: ‘ພຣະ​ເຢ​ຊູ​ໄດ້​ໃຊ້​ສິບ​ສອງ​ຄົນ​ນີ້​ອອກ​ໄປ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 6–12 ເດືອນ​ມີ​ນາ. ມັດ​ທາຍ 9–10; ມາ​ຣະ​ໂກ 5; ລູ​ກາ 9,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ແຕ່ງ​ຕັ້ງ​ເປ​ໂຕ

ວັນ​ທີ 6–12 ເດືອນ​ມີ​ນາ

ມັດ​ທາຍ 9–10; ມາ​ຣະ​ໂກ 5; ລູ​ກາ 9

“ພຣະ​ເຢ​ຊູ​ໄດ້​ໃຊ້​ສິບ​ສອງ​ຄົນ​ນີ້​ອອກ​ໄປ”

ແນວ​ຄິດ​ສຶກ​ສາ​ໃນ​ໂຄງ​ຮ່າງນີ້​ໄດ້​ຖືກ​ຈັດ​ໄວ້​ເພື່ອ​ຊ່ວຍ​ທ່ານ​ໃຫ້​ພົບ​ເຫັນ​ຄວາມ​ໝາຍ​ສ່ວນ​ຕົວ​ໃນ​ພຣະ​ຄຳ​ພີ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ມັນ​ບໍ່​ຄວນ​ທົດ​ແທນ​ການ​ເປີດ​ເຜີຍ​ສ່ວນ​ຕົວ ທີ່​ທ່ານ​ອາດ​ໄດ້​ຮັບ​ກ່ຽວ​ກັບ​ຂ່າວ​ສານ​ໃດ​ທີ່​ທ່ານ​ຈະ​ສຶກ​ສາ ຫລື ວິ​ທີ​ທີ່​ຈະ​ສຶກ​ສາ​ມັນ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ການ​ປິ່ນ​ປົວ​ທີ່​ໜ້າ​ອັດ​ສະ​ຈັນ​ຂອງ​ພຣະ​ເຢ​ຊູ​ໄດ້​ແຜ່​ລາມ​ໄປ​ທົ່ວ​ຢ່າງ​ວ່ອງ​ໄວ. ຝູງ​ຊົນ​ໄດ້​ຕິດ​ຕາມ​ພຣະ​ອົງ, ຫວັງ​ວ່າ​ຈະ​ໄດ້​ຮັບ​ການ​ປິ່ນ​ປົວ​ຈາກ​ຄວາມ​ເຈັບ​ປ່ວຍ​ຂອງ​ພວກ​ເຂົາ. ແຕ່​ເມື່ອ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລຽວ​ເບິ່ງ​ຝູງ​ຊົນ, ພຣະ​ອົງ​ໄດ້​ເຫັນ​ຫລາຍ​ກວ່າ​ພະ​ຍາດ​ທາງ​ຮ່າງ​ກາຍ​ຂອງ​ພວກ​ເຂົາ. ໂດຍ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ, ພຣະ​ອົງ​ໄດ້​ເຫັນ “ຝູງ​ແກະ​ທີ່​ບໍ່​ມີ​ຜູ້​ລ້ຽງ” (ມັດ​ທາຍ 9:36). “ເຂົ້າ​ທີ່​ພໍ​ເກັບ​ກ່ຽວ​ກໍ​ຫລາຍ​ແທ້,” ພຣະ​ອົງ​ສັງ​ເກດ, “ແຕ່​ຄົນ​ງານ​ຍັງ​ມີ​ໜ້ອຍ​ຢູ່” (ມັດ​ທາຍ 9:37). ສະ​ນັ້ນ​ພຣະ​ອົງ​ຈຶ່ງ​ໄດ້​ເອີ້ນ​ເອົາ​ອັກ​ຄະ​ສາ​ວົກ​ສິບ​ສອງ​ຄົນ, “ໃຫ້​ອຳ​ນາດ,” ແລະ ສົ່ງ​ພວກ​ເພິ່ນ​ອອກ​ໄປ​ສິດ​ສອນ ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່ “ຝູງ​ແກະ​ທີ່​ເສຍ​ແຫ່ງ [ເຊື້ອ​ສາຍ] ອິດ​ສະ​ຣາ​ເອນ” (ມັດ​ທາຍ 10:1, 6). ທຸກ​ວັນ​ນີ້ ກໍ​ຕ້ອງ​ການ​ຄົນ​ງານ​ເພື່ອ​ຮັບ​ໃຊ້​ລູກໆ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຄື​ກັບ​ທີ່​ຜ່ານ​ມາ. ຍັງ​ມີ​ອັກ​ຄະ​ສາ​ວົກ​ສິບ​ສອງ, ແຕ່​ມີ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ກວ່າ​ທີ່​ຜ່ານ​ມາ—ຜູ້​ຄົນ​ທີ່​ສາ​ມາດ​ປະ​ກາດ​ຕໍ່​ທຸກ​ຄົນ​ໃນ​ໂລກ​ວ່າ, “ອາ​ນາ​ຈັກ​ສະ​ຫວັນ​ມາ​ໃກ້​ແລ້ວ” (ມັດ​ທາຍ 10:7).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ມັດ​ທາຍ 9:18–26; ມາ​ຣະ​ໂກ 5:22–43

“ຢ່າ​ວິ​ຕົກ​ເລີຍ, ຈົ່ງ​ເຊື່ອ​ເທົ່າ​ນັ້ນ.”

ເມື່ອ​ຢາ​ອີ​ໂຣ​ໄດ້​ຂໍ​ໃຫ້​ພຣະ​ເຢ​ຊູ​ປິ່ນ​ປົວ​ລູກ​ສາວ​ຂອງ​ລາວ, ຜູ້​ທີ່ “ເຈັບ​ໜັກ​ໃກ້​ຕາຍ,” ຢາ​ອີ​ໂຣ​ໄດ້​ເວົ້າ​ແບບ​ສຸກ​ເສີນ​ແຕ່​ດ້ວຍ​ຄວາມ​ຫວັງ​ທີ່​ວ່າ: “ຂໍ​ທ່ານ​ກະ​ລຸ​ນາ​ໄປ​ວາງ​ມື​ໃສ່​ນາງ​ດ້ວຍ​ເຖີດ, … ເພື່ອ​ລາວ​ຈະ​ຫາຍ​ດີ” (ມາ​ຣະ​ໂກ 5:23). ແຕ່​ໃນ​ຂະ​ນະ​ທີ່​ກຳ​ລັງ​ໄປ, ມີ​ຄົນ​ມາ​ບອກ​ຢາ​ອີ​ໂຣ​ວ່າ ມັນ​ສາຍ​ເກີນ​ໄປ​ເສຍ​ແລ້ວ: “ລູກ​ສາວ​ຂອງ​ເຈົ້າ​ຕາຍ​ແລ້ວ: ຍັງ​ລົບ​ກວນ​ອາ​ຈານ​ເຮັດ​ຫຍັງ?” (ຂໍ້​ທີ 35). ເຊັ່ນ​ດຽວ​ກັນ, ອາດ​ເບິ່ງ​ຄື​ວ່າ ມັນ​ສາຍ​ເກີນ​ໄປ​ເສຍ​ແລ້ວ​ສຳ​ລັບ​ຜູ້​ຍິງ​ທີ່​ບັນ​ຍາຍ​ຢູ່​ໃນ ມາ​ຣະ​ໂກ 5:25–34, ຜູ້​ໄດ້​ທົນ​ທຸກ​ທໍ​ລະ​ມານ​ກັບ​ພະ​ຍາດ​ເປັນ​ເວ​ລາ 12 ປີ.

ຂະ​ນະ​ທີ່​ທ່ານ​ອ່ານ​ເລື່ອງ​ລາວ​ເຫລົ່າ​ນີ້, ທ່ານ​ອາດ​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ຕ້ອງ​ການ ການ​ປິ່ນ​ປົວ​ໃນ​ຊີ​ວິດ​ຂອງ​ທ່ານ ຫລື ຄອບ​ຄົວ​ຂອງ​ທ່ານ—ລວມ​ທັງ​ສິ່ງ​ທີ່​ອາດ​ເບິ່ງ​ຄື​ວ່າ “ເຈັບ​ໜັກ​ໃກ້​ຕາຍ” ຫລື ສາຍ​ເກີນ​ໄປ​ທີ່​ຈະ​ປິ່ນ​ປົວ. ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ກ່ຽວ​ກັບ​ການ​ສະ​ແດງ​ສັດ​ທາ​ໃນ​ເລື່ອງ​ລາວ​ເຫລົ່າ​ນີ້? ໃຫ້​ສັງ​ເກດ​ສິ່ງ​ທີ່​ພຣະ​ເຢ​ຊູ​ກ່າວ​ຕໍ່​ຜູ້​ຍິງ ແລະ ຕໍ່​ຢາ​ອີ​ໂຣ​ນຳ​ອີກ. ທ່ານ​ຮູ້​ສຶກ​ວ່າ​ພຣະ​ອົງ​ກຳ​ລັງ​ເວົ້າ​ຫຍັງ​ກັບ​ທ່ານ?

ເບິ່ງ ລູ​ກາ 8:41–56; Russell M. Nelson, “Drawing the Power of Jesus Christ into Our Lives,” Liahona, May 2017, 39–42; Teachings of Presidents of the Church: Gordon B. Hinckley (2016), 333–42 ນຳ​ອີກ.

ຮູບ​ພາບ
ຜູ້​ຍິງ​ກຳ​ລັງ​ເດ່​ມື​ໄປ​ຈັບ​ເສື້ອ​ຄຸມ​ຂອງ​ພຣະ​ເຢ​ຊູ

Trust in the Lord [ຈົ່ງ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ], ໂດຍ ລີສ໌ ລີ​ມັນ ສະ​ວິນ​ໂດ

ມັດ​ທາຍ 10; ລູ​ກາ 9:1–6

ພຣະ​ຜູ້​ເປັນ​ເຈົ້າ​ມອບ​ອຳ​ນາດ​ໃຫ້​ແກ່​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ເພື່ອ​ເຮັດ​ວຽກ​ງານ​ຂອງ​ພຣະ​ອົງ.

ຄຳ​ແນະ​ນຳ​ທີ່​ພຣະ​ເຢ​ຊູ​ໄດ້​ມອບ​ໃຫ້​ໃນ ມັດ​ທາຍ 10 ແກ່​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ ສາ​ມາດ​ນຳ​ໃຊ້​ກັບ​ເຮົາ​ໄດ້​ຄື​ກັນ, ເພາະ​ວ່າ​ເຮົາ​ທຸກ​ຄົນ​ເປັນ​ພາກ​ສ່ວນ​ໃນ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ອຳ​ນາດ​ຢ່າງ​ໃດ​ທີ່​ພຣະ​ຄຣິດ​ໄດ້​ມອບ​ໃຫ້​ແກ່​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ ເພື່ອ​ຊ່ວຍ​ພວກ​ເພິ່ນ​ບັນ​ລຸ​ພາ​ລະ​ກິດ​ຂອງ​ພວກ​ເພິ່ນ? ທ່ານ​ຈະ​ເຂົ້າ​ເຖິງ​ອຳ​ນາດ​ຂອງ​ພຣະ​ອົງ​ໄດ້​ແນວ​ໃດ ໃນ​ວຽກ​ງານ​ທີ່​ທ່ານ​ຖືກ​ເອີ້ນ​ໃຫ້​ເຮັດ? (ເບິ່ງ 2 ໂກ​ຣິນ​ໂທ 6:1–10; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:34–46).

ຂະ​ນະ​ທີ່​ທ່ານ​ອ່ານ​ການ​ມອບ​ໝາຍ​ທີ່​ພຣະ​ຄຣິດ​ໄດ້​ມອບ​ໃຫ້​ແກ່​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ, ທ່ານ​ອາດ​ໄດ້​ຮັບ​ຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບ​ວຽກ​ງານ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ທ່ານ​ເຮັດ. ຕາ​ຕະ​ລາງ​ທີ່​ຄື​ກັນ​ກັບ​ດັ່ງ​ຕໍ່​ໄປ​ນີ້ ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຈັດ​ລະ​ບຽບ​ຄວາມ​ຄິດ​ຂອງ​ທ່ານ​ໄດ້:

ມັດ​ທາຍ 10

ຄວາມ​ປະ​ທັບ​ໃຈ​ທີ່​ເຮົາ​ໄດ້​ຮັບ

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ມອບ​ອຳ​ນາດ​ໃຫ້​ພວກ​ສາ​ວົກ​ຂອງ​ພຣະ​ອົງ.

ພຣະ​ເຈົ້າ​ຈະ​ປະ​ທານ​ອຳ​ນາດ​ທີ່​ເຮົາ​ຕ້ອງ​ການ​ໃຫ້​ເຮົາ ເພື່ອ​ເຮັດ​ວຽກ​ງານ​ຂອງ​ເຮົາ.

ເບິ່ງ ມາ​ຣະ​ໂກ 6:7–13; ຫລັກ​ແຫ່ງ​ຄວາມ​ເຊື່ອ 1:6; Bible Dictionary, “Apostle”; “Jesus Calls Twelve Apostles to Preach and Bless Others” (ວິ​ດີ​ໂອ), ChurchofJesusChrist.org ນຳ​ອີກ.

ມັດ​ທາຍ 10:17–20

ເມື່ອ​ເຮົາ​ຢູ່​ໃນ​ການ​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ພຣະ​ອົງ​ຈະ​ດົນ​ໃຈ​ເຮົາ​ໃຫ້​ຮູ້​ສິ່ງ​ທີ່​ຈະ​ເວົ້າ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ລ່ວງ​ໜ້າ​ວ່າ ສາ​ນຸ​ສິດ​ຂອງ​ພຣະ​ອົງ​ຈະ​ຖືກ​ຂົ່ມ​ເຫັງ ແລະ ຖືກ​ສອບ​ຖາມ​ກ່ຽວ​ກັບ​ສັດ​ທາ​ຂອງ​ພວກ​ເຂົາ—ບາງ​ສິ່ງ​ທີ່​ຄ້າຍ​ຄື​ກັນ​ກັບ​ສິ່ງ​ທີ່​ສາ​ນຸ​ສິດ​ໃນ​ທຸກ​ວັນ​ນີ້​ປະ​ເຊີນ. ແຕ່​ພຣະ​ອົງ​ໄດ້​ສັນ​ຍາ​ກັບ​ສາ​ນຸ​ສິດ​ວ່າ ພວກ​ເຂົາ​ຈະ​ຮູ້​ໂດຍ​ພຣະ​ວິນ​ຍານ​ເຖິງ​ສິ່ງ​ທີ່​ຈະ​ເວົ້າ. ທ່ານ​ເຄີຍ​ມີ​ປະ​ສົບ​ການ​ກັບ​ຕອນ​ທີ່​ຄຳ​ສັນ​ຍາ​ແຫ່ງ​ສະ​ຫວັນ​ນີ້​ໄດ້​ບັນ​ລຸ​ໃນ​ຊີ​ວິດ​ຂອງ​ທ່ານ​ຫລື​ບໍ່, ບາງ​ທີ​ອາດ​ເປັນ​ຕອນ​ທີ່​ທ່ານ​ສະ​ແດງ​ປະ​ຈັກ​ພະ​ຍານ, ໃຫ້​ພອນ, ຫລື ສົນ​ທະ​ນາ​ກັບ​ບາງ​ຄົນ? ໃຫ້​ຄິດ​ທີ່​ຈະ​ແບ່ງ​ປັນ​ປະ​ສົບ​ການ​ຂອງ​ທ່ານ​ກັບ​ຄົນ​ທີ່​ທ່ານ​ຮັກ ຫລື ບັນ​ທຶກ​ມັນ​ໄວ້​ຢູ່​ໃນ​ປຶ້ມ​ບັນ​ທຶກ​ສ່ວນ​ຕົວ. ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ສິ່ງ​ໃດ ເພື່ອ​ວ່າ​ທ່ານ​ຈະ​ສາ​ມາດ​ມີ​ປະ​ສົບ​ການ​ເຊັ່ນ​ນັ້ນ​ເລື້ອຍໆ?

ເບິ່ງ ລູ​ກາ 12:11–12; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:85 ນຳ​ອີກ.

ມັດ​ທາຍ 10:34–39

ພຣະ​ເຢ​ຊູ​ໝາຍ​ຄວາມ​ວ່າ​ແນວ​ໃດ ທີ່​ວ່າ “ເຮົາ​ບໍ່​ໄດ້​ມາ​ເພື່ອ​ນຳ​ຄວາມ​ສະ​ຫງົບ​ສຸກ​ມາ​ໃຫ້, ແຕ່​ໃຫ້​ມີ​ດາບ”?

ແອວ​ເດີ ດີ ທອດ ຄຣິສ​ໂຕ​ເຟີ​ສັນ ໄດ້​ສິດ​ສອນ​ວ່າ: “ຂ້າ​ພະ​ເຈົ້າ​ແນ່​ໃຈ​ວ່າ ພວກ​ທ່ານ​ຫລາຍ​ຄົນ​ເຄີຍ​ຖືກ​ພໍ່​ແມ່, ອ້າຍ​ເອື້ອຍ​ນ້ອງ​ປະ​ຕິ​ເສດ ຫລື ຕັດ​ສຳ​ພັນ ເມື່ອ​ທ່ານ​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ເຂົ້າ​ເຮັດ​ພັນ​ທະ​ສັນ​ຍາ. ບໍ່​ວ່າ​ໃນ​ທາງ​ໃດ ຫລື ທາງ​ໜຶ່ງ, ຄວາມ​ຮັກ​ທີ່​ເໜືອກວ່າ​ຂອງ​ທ່ານ​ຕໍ່​ພຣະ​ຄຣິດ ຮຽກ​ຮ້ອງ​ໃຫ້​ເສຍ​ສະ​ລະ​ຄວາມ​ສຳ​ພັນ​ອັນ​ເປັນ​ທີ່​ຮັກ​ຕໍ່​ທ່ານ, ແລະ ທ່ານ​ກໍ​ໄດ້​ຫລັ່ງ​ນ້ຳ​ຕາ​ບໍ່​ໜ້ອຍ. ແຕ່​ດ້ວຍ​ຄວາມ​ຮັກ​ທີ່​ບໍ່​ລົດ​ນ້ອຍ​ຂອງ​ທ່ານ​ເອງ, ທ່ານ​ຍຶດ​ໝັ້ນ​ຢູ່​ກ້ອງ​ໄມ້​ກາງ​ແຂນ​ນີ້, ສະ​ແດງ​ຕົວ​ບໍ່​ອັບ​ອາຍ​ກ່ຽວ​ກັບ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ” (“Finding Your Life,” Ensign, Mar. 2016, 28).

ຄວາມ​ເຕັມ​ໃຈ​ທີ່​ຈະ​ສູນ​ເສຍ​ຄວາມ​ສຳ​ພັນ​ທີ່​ເຄີຍ​ທະ​ນຸ​ຖະ​ໜອມ​ນີ້ ເພື່ອ​ຈະ​ໄດ້​ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ມາ​ກັບ​ຄຳ​ສັນ​ຍາ​ທີ່​ວ່າ “ຜູ້​ທີ່​ເສຍ​ຊີ​ວິດ​ຂອງ​ຕົນ​ເພື່ອ​ເຫັນ​ແກ່​ເຮົາ ກໍ​ຈະ​ໄດ້​ຮັບ​ຊີ​ວິດ” (ມັດ​ທາຍ 10:39).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ມາ​ຣະ​ໂກ 5:22–43.ຂະ​ນະ​ທີ່​ຄອບ​ຄົວ​ຂອງ​ທ່ານ​ອ່ານ​ເລື່ອງນີ້​ນຳ​ກັນ, ທ່ານ​ຄວນ​ຢຸດ​ເພື່ອ​ຖາມ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ວ່າ ເຂົາ​ເຈົ້າ​ຈະ​ຮູ້​ສຶກ​ແນວ​ໃດ ຖ້າ​ຫາກ​ເຂົາ​ເຈົ້າ​ເປັນ​ຢາ​ອີ​ໂຣ, ເປັນ​ຜູ້​ຍິງ​ຄົນ​ນັ້ນ, ຫລື ຄົນ​ອື່ນໆ​ຢູ່​ໃນ​ເລື່ອງ​ນີ້. ທ່ານ​ກໍ​ສາ​ມາດ​ສະ​ແດງ​ຮູບ​ພາບ​ກ່ຽວ​ກັບ​ເລື່ອງ​ນີ້​ນຳ​ອີກ, ດັ່ງ​ເຊັ່ນ​ຮູບ​ຢູ່​ໃນ​ໂຄງ​ຮ່າງ​ນີ້. ຮູບ​ພາບ​ເຫລົ່າ​ນີ້​ສະ​ແດງ​ເຖິງ​ສັດ​ທາ​ຂອງ​ຜູ້​ຄົນ​ຢູ່​ໃນ​ເລື່ອງ​ເລົ່າ​ແນວ​ໃດ? (ເບິ່ງ ວິ​ດີ​ໂອ “Jesus Raises the Daughter of Jairus” ແລະ “Jesus Heals a Woman of Faith” ທີ່ ChurchofJesusChrist.org ນຳ​ອີກ.) ທ່ານ​ກໍ​ຄວນ​ພິ​ຈາ​ລະ​ນາ​ການ​ທ້າ​ທາຍ​ບາງ​ຢ່າງ​ທີ່​ຄອບ​ຄົວ​ຂອງ​ທ່ານ​ປະ​ເຊີນ​ນຳ​ອີກ. ເຮົາ​ຈະ​ນຳ​ໃຊ້​ພຣະ​ຄຳ​ຂອງ​ພຣະ​ອົງ​ທີ່​ວ່າ, “ຢ່າ​ວິ​ຕົກ​ເລີຍ, ຈົ່ງ​ເຊື່ອ​ເທົ່າ​ນັ້ນ” ແນວ​ໃດ? (ມາ​ຣະ​ໂກ 5:36).

ມັດ​ທາຍ 10:39; ລູ​ກາ 9:23–26.ຄຳ​ວ່າ “ເສຍ” ຊີ​ວິດ​ຂອງ​ເຮົາ ແລະ “ໄດ້” ມັນ ໝາຍ​ຄວາມ​ວ່າ​ແນວ​ໃດ? (ມັດ​ທາຍ 10:39). ບາງ​ທີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ແບ່ງ​ປັນ​ປະ​ສົບ​ການ​ທີ່​ສະ​ແດງ​ເຖິງ​ຄຳ​ສອນ​ຂອງ​ພຣະ​ເຢ​ຊູ ໃນ​ຂໍ້​ເຫລົ່າ​ນີ້.

ມັດ​ທາຍ 10:40.ທ່ານ ແລະ ຄອບ​ຄົວ​ຂອງ​ທ່ານ​ເປັນ​ຈັ່ງ​ໃດ ໃນ​ການ​ໄດ້​ຮັບ ແລະ ​ການເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ອັກ​ຄະ​ສາ​ວົກ​ສະ​ໄໝ​ໃໝ່? ການ​ເຊື່ອ​ຟັງ​ຂອງ​ເຮົາ​ຕໍ່​ຄຳ​ແນະ​ນຳ​ຂອງ​ພວກ​ເພິ່ນ ໄດ້​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃກ້​ຊິດ​ພຣະ​ເຢ​ຊູ​ຄຣິດ​ແນວ​ໃດ?

ລູ​ກາ 9:61–62.ຄຳ​ວ່າ ຈັບ​ງ້ອນ​ໄຖ​ແລ້ວ​ຍັງ​ຫລຽວ​ຄືນ​ຫລັງ ໝາຍ​ຄວາມ​ວ່າ​ແນວ​ໃດ? ທັດ​ສະ​ນະ​ຄະ​ຕິ​ແບບ​ນີ້​ເຮັດ​ໃຫ້​ເຮົາ​ບໍ່​ເໝາະ​ສົມ​ກັບ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ແນະ​ນຳ: “ມາ​ເຖີດ, ທ່ານ​ລູກ​ຫລານ​ພຣະ​ເຈົ້າ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 4.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ຮັບ​ຟັງ​ພຣະ​ວິນ​ຍານ. ຂະ​ນະ​ທີ່​ທ່ານ​ສຶກ​ສາ, ໃຫ້​ເອົາ​ໃຈ​ໃສ່​ຕໍ່​ຄວາມ​ຄິດ ແລະ ຄວາມ​ຮູ້​ສຶກ​ຂອງ​ທ່ານ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 8:2–3), ເຖິງ​ແມ່ນ​ເບິ່ງ​ຄື​ວ່າ ມັນ​ບໍ່​ກ່ຽວ​ຂ້ອງ​ກັບ​ສິ່ງ​ທີ່​ທ່ານ​ກຳ​ລັງ​ອ່ານ​ກໍ​ຕາມ. ຄວາມ​ປະ​ທັບ​ໃຈ​ເຫລົ່າ​ນັ້ນ ສາ​ມາດ​ເປັນ​ສິ່ງ​ທີ່​ພຣະ​ເຈົ້າ​ປະ​ສົງ​ໃຫ້​ທ່ານ​ຮູ້ ແລະ ເຮັດ.

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ດຶງ​ເດັກ​ຍິງ​ໃຫ້​ລຸກ​ຂຶ້ນ​ຈາກ​ຕຽງ​ນອນ

Talitha Cumi [ທາ​ລິ​ຕາ ຄູ​ມີ], ໂດຍ ອີ​ວາ ໂຄ​ເລ​ວາ ທິ​ມະ​ຕີ

ພິມ