ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 13–19 ເດືອນ​ມີ​ນາ. ມັດ​ທາຍ 11–12; ລູ​ກາ 11: “ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ໄດ້​ຮັບ​ຄວາມ​ເຊົາ​ເມື່ອຍ”


“ວັນ​ທີ 13–19 ເດືອນ​ມີ​ນາ. ມັດ​ທາຍ 11–12; ລູ​ກາ 11: ‘ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ໄດ້​ຮັບ​ຄວາມ​ເຊົາ​ເມື່ອຍ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 13–19 ເດືອນ​ມີ​ນາ. ມັດ​ທາຍ 11–12; ລູ​ກາ 11,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ຢືນ​ຢູ່​ທ່າມ​ກາງ​ກ້ອນ​ເມກ

Be Not Afraid [ຢ່າ​ສູ່​ຢ້ານ], ໂດຍ ໄມ​ໂກ ມອມ

ວັນ​ທີ 13–19 ເດືອນ​ມີ​ນາ

ມັດ​ທາຍ 11–12; ລູ​ກາ 11

“ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ໄດ້​ຮັບ​ຄວາມ​ເຊົາ​ເມື່ອຍ”

ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ສິດ​ສອນ​ວ່າ: “ພຣະ​ຄຳ​ພີ, ຊຶ່ງ​ເປັນ​ການ​ເປີດ​ເຜີຍ​ຈາກ​ອະ​ດີດ, ບໍ່​ສາ​ມາດ​ເຂົ້າ​ໃຈ​ໄດ້​ປາດ​ສະ​ຈາກ​ການ​ເປີດ​ເຜີຍ​ໃນ​ປະ​ຈຸ​ບັນ. … ການ​ສຶກ​ສາ​ພຣະ​ຄຳ​ພີ​ຊ່ວຍ​ໃຫ້​ຊາຍ ແລະ ຍິງ​ໄດ້​ຮັບ​ການ​ເປີດ​ເຜີຍ” (“Scripture Reading and Revelation,” Ensign, Jan. 1995, 7).

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ໃນ​ຫລາຍ​ວິ​ທີ​ທາງ, ພວກ​ຟາ​ຣີ​ຊາຍ ແລະ ພວກ​ທຳ​ມະ​ຈານ​ໄດ້​ເຮັດ​ໃຫ້​ການ​ນະ​ມັດ​ສະ​ການ​ພຣະ​ເຢ​ໂຮ​ວາ​ໜັກ​ໜ່ວງ​ເຕັມ​ທີ່. ພວກ​ເຂົາ​ມັກ​ເນັ້ນ​ເຖິງ​ກົດ​ທີ່​ເຄັ່ງ​ຄັດ​ເລື່ອງ​ຄວາມ​ຈິງ​ນິ​ລັນ​ດອນ. ກົດ​ກ່ຽວ​ກັບ​ວັນ​ຊະ​ບາ​ໂຕ, ຊຶ່ງ​ຄວນ​ເປັນ​ວັນ​ພັກ, ກໍ​ໜັກ​ໜ່ວງ​ຢູ່​ແລ້ວ.

ແລະ ແລ້ວ, ພຣະ​ເຢ​ໂຮ​ວາ​ເອງ​ໄດ້​ສະ​ເດັດ​ມາ​ຍັງ​ທ່າມ​ກາງ​ຜູ້​ຄົນ​ຂອງ​ພຣະ​ອົງ. ພຣະ​ອົງ​ໄດ້​ສິດ​ສອນ​ພວກ​ເຂົາ​ວ່າ ຈຸດ​ປະ​ສົງ​ທີ່​ແທ້​ຈິງ​ຂອງ​ສາດ​ສະ​ໜາ ບໍ່​ແມ່ນ​ການ​ສ້າງ​ຄວາມ​ໜັກ​ໜ່ວງ ແຕ່​ໃຫ້​ການ​ບັນ​ເທົາ​ແກ່​ພວກ​ເຂົາ. ພຣະ​ອົງ​ໄດ້​ສິດ​ສອນ​ວ່າ ພຣະ​ເຈົ້າ​ໄດ້​ປະ​ທານ​ພຣະ​ບັນ​ຍັດ​ໃຫ້​ເຮົາ, ລວມ​ທັງ​ຂໍ້​ໜຶ່ງ​ເພື່ອ​ໃຫ້​ກຽດ​ແກ່​ວັນ​ຊະ​ບາ​ໂຕ, ບໍ່​ແມ່ນ​ເພື່ອ​ກົດ​ດັນ​ເຮົາ ແຕ່​ເພື່ອ​ອວຍ​ພອນ​ເຮົາ. ແມ່ນ​ແລ້ວ, ທາງ​ໄປ​ຫາ​ພຣະ​ເຈົ້າ​ແມ່ນ​ຄັບ ແລະ ແຄບ, ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ເດັດ​ມາ​ເພື່ອ​ປະ​ກາດ​ວ່າ ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ເດີນ​ໄປ​ຄົນ​ດຽວ. “ຈົ່ງ​ມາ​ຫາ​ເຮົາ,” ພຣະ​ອົງ​ໄດ້​ອ້ອນວອນ. ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ອົງ, ຕໍ່​ທຸກ​ຄົນ​ທີ່​ຮູ້​ສຶກ “ໜັກ​ໜ່ວງ” ບໍ່​ວ່າ​ຈະ​ເປັນ​ດ້ວຍ​ເຫດ​ຜົນ​ໃດ​ກໍ​ຕາມ, ຄື​ໃຫ້​ຢືນ​ຄຽງ​ຂ້າງ​ພຣະ​ອົງ, ເພື່ອ​ຜູກ​ມັດ​ຕົວ​ເຮົາ​ເອງ​ໄວ້​ກັບ​ພຣະ​ອົງ, ແລະ ອະ​ນຸ​ຍາດ​ໃຫ້​ພຣະ​ອົງ​ຊ່ວຍ​ແບກ​ຫາບ​ພາ​ລະ​ໜັກ​ໜ່ວງ​ຂອງ​ເຮົາ. ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ຄື “ຈິດ​ໃຈ​ຂອງ​ພວກ​ເຈົ້າ​ຈະ​ໄດ້​ພົບ​ຄວາມ​ເຊົາ​ເມື່ອຍ.” ເມື່ອ​ປຽບ​ທຽບ​ກັບ​ທາງ​ເລືອກ​ອື່ນ—ການ​ພະ​ຍາ​ຍາມ​ແບກ​ຫາບ​ຄົນ​ດຽວ ຫລື ເພິ່ງ​ອາ​ໄສ​ວິ​ທີ​ແກ້​ບັນ​ຫາ​ຂອງ​ມະ​ນຸດ—“ແອກ [ຂອງ​ພຣະ​ອົງ] ກໍ​ພໍ​ເໝາະ, ແລະ ພາ​ລະ​ກິດ [ຂອງ​ພຣະ​ອົງ] ກໍ​ເບົາ.” (ມັດ​ທາຍ 11:28–30.)

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ມັດທາຍ 11:28–30

ພຣະ​ເຢ​ຊູ​ຄຣິດ​ຈະ​ໃຫ້​ເຮົາ​ໄດ້​ພັກ​ຜ່ອນ​ຂະ​ນະ​ທີ່​ເຮົາ​ເພິ່ງ​ອາ​ໄສ​ພຣະ​ອົງ.

ເຮົາ​ທຸກ​ຄົນ​ຈະ​ແບກ​ຫາບ​ພາ​ລະ​ຄວາມ​ໜັກ​ໜ່ວງ—ບາງ​ຢ່າງ​ແມ່ນ​ເກີດ​ຈາກ​ບາບ ແລະ ຄວາມ​ຜິດ​ພາດ​ຂອງ​ເຮົາ​ເອງ, ບາງ​ຢ່າງ​ກໍ​ເກີດ​ຈາກ​ການ​ເລືອກ​ຂອງ​ຄົນ​ອື່ນ, ແລະ ບາງ​ຢ່າງ​ກໍ​ບໍ່​ແມ່ນ​ຄວາມ​ຜິດ​ຂອງ​ຄົນ​ໃດ ແຕ່​ເປັນ​ພຽງ​ສ່ວນ​ໜຶ່ງ​ຂອງ​ຊີ​ວິດ​ໃນ​ໂລກ. ບໍ່​ວ່າ​ຈະ​ເປັນ​ດ້ວຍ​ເຫດ​ຜົນ​ໃດ​ກໍ​ຕາມ​ສຳ​ລັບ​ການ​ຕໍ່​ສູ້​ດີ້ນ​ລົງ​ຂອງ​ເຮົາ, ພຣະ​ເຢ​ຊູ​ອ້ອນ​ວອນ​ເຮົາ​ໃຫ້​ມາ​ຫາ​ພຣະ​ອົງ ເພື່ອ​ວ່າ​ພຣະ​ອົງ​ຈະ​ຊ່ວຍ​ເຮົາ​ແບກ​ຫາບ​ພາ​ລະ​ໜັກ​ໜ່ວງ ແລະ ພົບ​ການ​ບັນ​ເທົາ (ເບິ່ງ ໂມ​ໄຊ​ຢາ 24 ນຳ​ອີກ). ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ ໄດ້​ສິດ​ສອນ​ວ່າ, “ການ​ເຮັດ ແລະ ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ສັກ​ສິດ​ໃຫ້​ເຮົາ​ເຂົ້າ​ຮ່ວມ ແລະ ເປັນ​ໜຶ່ງ​ກັບ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ” (“Bear Up Their Burdens with Ease,” Liahona, May 2014, 88). ໃນ​ການ​ພິ​ຈາ​ລະ​ນາ​ສິ່ງ​ນີ້, ໃຫ້​ໄຕ່​ຕອງ​ຄຳ​ຖາມ​ທີ່​ຄື​ກັນ​ກັບ​ດັ່ງ​ຕໍ່​ໄປ​ນີ້ ເພື່ອ​ຈະ​ໄດ້​ເຂົ້າ​ໃຈ​ພຣະ​ຄຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນ ໃນ​ຂໍ້​ເຫລົ່າ​ນີ້: ພັນ​ທະ​ສັນ​ຍາ​ຂອງ​ເຮົາ ໃຫ້​ເຮົາ​ເຂົ້າ​ຮ່ວມ ແລະ ເປັນ​ໜຶ່ງ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ແນວ​ໃດ? ເຮົາ​ຈະ​ເຮັດ​ຢ່າງ​ໃດ​ເພື່ອ​ຈະ​ໄດ້​ມາ​ຫາ​ພຣະ​ຄຣິດ? ໃນ​ວິ​ທີ​ໃດ​ແດ່​ທີ່​ແອກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກໍ​ພໍ​ເໝາະ ແລະ ພາ​ລະ​ຂອງ​ພຣະ​ອົງ​ກໍ​ເບົາ?

ມີ​ຄຳ​ຖາມ​ອື່ນ​ອີກ​ໃດ​ແດ່​ທີ່​ທ່ານ​ຄິດ​ອອກ​ຂະ​ນະ​ທີ່​ທ່ານ​ອ່ານ? ໃຫ້​ຂຽນ​ມັນ​ໄວ້, ແລະ ຄົ້ນ​ຫາ​ຄຳ​ຕອບ​ໃນ​ອາ​ທິດ​ນີ້​ຢູ່​ໃນ​ພຣະ​ຄຳ​ພີ ແລະ ໃນ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ. ທ່ານ​ອາດ​ພົບ​ຄຳ​ຕອບ​ໃຫ້​ກັບ​ຄຳ​ຖາມ​ບາງ​ຢ່າງ​ຂອງ​ທ່ານ​ຢູ່​ໃນ​ຂ່າວ​ສານ​ຂອງ​ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ ທີ່​ອ້າງ​ເຖິງ​ຢູ່​ຂ້າງ​ເທິງ.

ເບິ່ງ John A. McCune, “Come unto Christ—Living as Latter-day Saints,” Liahona, May 2020, 36–38; Lawrence E. Corbridge, “The Way,” Liahona, Nov. 2008, 34–36 ນຳ​ອີກ.

ຮູບ​ພາບ
ພວກ​ຜູ້​ຊາຍ​ຫລຽວ​ເບິ່ງ​ພວກ​ສາ​ນຸ​ສິດ​ທີ່​ກຳ​ລັງ​ຍ່າງ​ຜ່ານ​ທົ່ງ​ເຂົ້າ​ດ້ວຍ​ຄວາມ​ດູ​ຖູກ

The Disciples Eat Wheat on the Sabbath [ພວກ​ສາ​ນຸ​ສິດ​ເດັດ​ເອົາ​ຮວງ​ເຂົ້າ​ມາ​ເກັດ​ກິນ​ໃນ​ວັນ​ຊະ​ບາ​ໂຕ], ໂດຍ ເຈມສ໌ ທີ​ໂຊ

ມັດ​ທາຍ 12:1–13

“ເຮັດ​ການ​ດີ​ໃນ​ວັນ​ຊະ​ບາ​ໂຕ.”

ຄຳ​ສອນ​ຂອງ​ພວກ​ຟາ​ຣີ​ຊາຍ​ແຕກ​ຕ່າງ​ຈາກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ຫລາຍ​ວິ​ທີ​ທາງ, ໂດຍ​ສະ​ເພາະ​ໃນ​ວິ​ທີ​ການ​ໃຫ້​ກຽດ​ແກ່​ວັນ​ຊະ​ບາ​ໂຕ. ຂະ​ນະ​ທີ່​ທ່ານ​ອ່ານ ມັດ​ທາຍ 12:1–13, ທ່ານ​ອາດ​ພິ​ຈາ​ລະ​ນາ​ກ່ຽວ​ກັບ​ທັດ​ສະ​ນະ​ຄະ​ຕິ ແລະ ການ​ກະ​ທຳ​ຂອງ​ທ່ານ​ໃນ​ວັນ​ຊະ​ບາ​ໂຕ​ວ່າ​ສອດ​ຄ່ອງ​ກັບ​ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແນວ​ໃດ. ໃນ​ການ​ເຮັດ​ສິ່ງນີ້, ທ່ານ​ສາ​ມາດ​ໄຕ່​ຕອງ​ຂໍ້​ຄວາມ​ທີ່​ຄື​ກັນ​ກັບ​ດັ່ງ​ຕໍ່​ໄປ​ນີ້:

  • “ເຮົາ​ປະ​ສົງ​ຄວາມ​ເມດ​ຕາ, ແຕ່​ບໍ່​ແມ່ນ​ເຄື່ອງ​ບູ​ຊາ” (ຂໍ້​ທີ 7; ເບິ່ງ ໂຮ​ເສ​ອາ 6:6).

  • “ບຸດ​ມະ​ນຸດ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ວັນ​ຊະ​ບາ​ໂຕ” (ຂໍ້​ທີ 8).

  • “ຈົ່ງ​ອະ​ນຸ​ຍາດ​ໃຫ້​ເຮັດ​ການ​ດີ​ໃນ​ວັນ​ຊະ​ບາ​ໂຕ” (ຂໍ້​ທີ 12).

ຄຳ​ສອນ​ເຫລົ່າ​ນີ້​ອາດ​ເປັນ​ອິດ​ທິ​ພົນ​ໃຫ້​ແກ່​ວິ​ທີ​ທີ່​ທ່ານ​ເຂົ້າ​ຫາ​ວັນ​ຊະ​ບາ​ໂຕ​ແນວ​ໃດ?

ເບິ່ງ ມາ​ຣະ​ໂກ 2:233:5; Gospel Topics, “Sabbath Day,” topics.ChurchofJesusChrist.org ນຳ​ອີກ.

ມັດ​ທາຍ 12:34–37; ລູ​ກາ 11:33–44

ຄຳ​ເວົ້າ ແລະ ການ​ກະ​ທຳ​ຂອງ​ເຮົາ​ສະ​ທ້ອນ​ເຖິງ​ສິ່ງ​ທີ່​ຢູ່​ໃນ​ໃຈ​ເຮົາ.

ຄຳ​ວິ​ຈານ​ຕົ້ນ​ຕໍ​ຢ່າງ​ໜຶ່ງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຕໍ່​ພວກ​ຟາ​ຣີ​ຊາຍ​ແມ່ນ ພວກ​ເຂົາ​ພະ​ຍາ​ຍາມ​ທຳ​ຕົວ​ວ່າ​ຊອບ​ທຳ ແຕ່​ເຈດ​ຕະ​ນາ​ຂອງ​ພວກ​ເຂົາ​ນັ້ນ​ບໍ່​ບໍ​ລິ​ສຸດ. ຂະ​ນະ​ທີ່​ທ່ານ​ສຶກ​ສາ​ຄຳ​ເຕືອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຕໍ່​ພວກ​ຟາ​ຣີ​ຊາຍ​ໃນ ມັດ​ທາຍ 12:34–37 ​ແລະ ລູ​ກາ 11:33–44, ໃຫ້​ໄຕ່​ຕອງ​ຄວາມ​ເຊື່ອມ​ໂຍງ​ລະ​ຫວ່າງ​ໃຈ ແລະ ການ​ກະ​ທຳ​ຂອງ​ເຮົາ. ວະ​ລີ​ທີ່​ວ່າ “ຄັງ​ແຫ່ງ​ຄວາມ​ດີ” ໝາຍ​ຄວາມ​ວ່າ​ແນວ​ໃດ​ຕໍ່​ທ່ານ? (ມັດ​ທາຍ 12:35). ຖ້ອຍ​ຄຳ​ຂອງ​ເຮົາ​ຈະ​ເຮັດ​ໃຫ້​ເຮົາ​ພົ້ນ​ໂທດ ຫລື ກ່າວ​ໂທດ​ເຮົາ​ແນວ​ໃດ? (ເບິ່ງ ມັດ​ທາຍ 12:37). ຄຳ​ວ່າ ຕາ “ແຈ້ງ​ເປັນ​ປົກ​ກະ​ຕິ” ໝາຍ​ຄວາມ​ວ່າ​ແນວ​ໃດ​ຕໍ່​ທ່ານ? (ລູ​ກາ 11:34). ໃຫ້​ໄຕ່​ຕອງ​ວິ​ທີ​ທີ່​ທ່ານ “ເຕັມ​ດ້ວຍ​ຄວາມ​ສະ​ຫວ່າງ” (ລູ​ກາ 11:36) ຜ່ານ​ທາງ​ອຳ​ນາດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ເບິ່ງ ແອວ​ມາ 12:12–14; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:67–68 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ມັດ​ທາຍ 11:28–30.ທ່ານ​ສາ​ມາດ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ວາດ​ພາບ​ໃນ​ໃຈ​ເຖິງ​ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ຂໍ້​ເຫລົ່າ​ນີ້ ໂດຍ​ການ​ໃຫ້​ເຂົາ​ເຈົ້າ​ປ່ຽນ​ຜຽນ​ກັນ​ລາກ​ແກ່​ສິ່ງ​ຂອງ​ທີ່​ໜັກໆ, ທຳ​ອິດ​ໃຫ້​ເຮັດ​ຄົນ​ດຽວ ແລະ ແລ້ວ​ໃຫ້​ຫລາຍ​ຄົນ​ຊ່ວຍ. ມີ​ພາ​ລະ​ໜັກ​ໜ່ວງ​ຢ່າງ​ໃດ​ແດ່​ທີ່​ເຮົາ​ແບກ​ຫາບ​ຢູ່? ຄຳ​ວ່າ ຮັບ​ເອົາ​ແອກ​ຂອງ​ພຣະ​ຄຣິດ​ໄວ້​ກັບ​ເຮົາ ໝາຍ​ຄວາມ​ວ່າ​ແນວ​ໃດ? ຮູບ​ພາບ​ຢູ່​ທ້າຍ​ໂຄງ​ຮ່າງ​ນີ້​ສາ​ມາດ​ຊ່ວຍ​ທ່ານ​ອະ​ທິ​ບາຍ​ວ່າ​ແອກ​ຄື​ຫຍັງ.

ມັດ​ທາຍ 12:10–13.ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ພຣະ​ເຢ​ຊູ​ໄດ້​ປິ່ນ​ປົວ​ຊາຍ​ຄົນ​ໜຶ່ງ​ໃນ​ວັນ​ຊະ​ບາ​ໂຕ, ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວິ​ທີ​ທີ່​ເຮົາ “ດີ​ເປັນ​ປົກ​ກະ​ຕິ” ໂດຍ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ວັນ​ຊະ​ບາ​ໂຕ​ເປັນ​ວັນ​ທີ່​ປິ່ນ​ປົວ​ສຳ​ລັບ​ເຮົາ​ແນວ​ໃດ?

ໂດຍ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ຕົວ​ຢ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃນ​ຂໍ້​ເຫລົ່າ​ນີ້, ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ຂຽນ​ວິ​ທີ​ທີ່​ພວກ​ທ່ານ​ສາ​ມາດ “ເຮັດ​ການ​ດີ​ໃນ​ວັນ​ຊະ​ບາ​ໂຕ” ລົງ​ໄວ້ (ຂໍ້​ທີ 12). ໃຫ້​ແນ່​ໃຈ​ວ່າ​ໄດ້​ລວມ​ທັງ​ໂອ​ກາດ​ທີ່​ຈະ​ຮັບ​ໃຊ້​ຄົນ​ອື່ນ. ມັນ​ອາດ​ເປັນ​ປະ​ໂຫຍດ​ທີ່​ຈະ​ເກັບ​ສິ່ງ​ທີ່​ຂຽນ​ໄວ້​ເພື່ອ​ອ້າງ​ເຖິງ​ໃນ​ວັນ​ອາ​ທິດ​ອື່ນ​ໃນ​ອະ​ນາ​ຄົດ.

ລູ​ກາ 11:33–36.ໃຫ້​ໄຕ່​ຕອງ​ວິ​ທີ​ທີ່​ທ່ານ​ຈະ​ສິດ​ສອນ​ຄອບ​ຄົວ​ຂອງ​ທ່ານ​ກັບ​ຄຳ​ວ່າ “ເຕັມ​ດ້ວຍ​ຄວາມ​ສະ​ຫວ່າງ” ແນວ​ໃດ (ຂໍ້​ທີ 34, 36). ບົດ​ຮຽນ​ທີ່​ໃຊ້​ສິ່ງ​ຂອງ​ຈະ​ຊ່ວຍ​ໄດ້​ບໍ? ພວກ​ທ່ານ​ກໍ​ສາ​ມາດ​ສົນ​ທະ​ນາ​ວິ​ທີ​ທີ່​ຈະ​ນຳ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ມາ​ສູ່​ຊີ​ວິດ​ຂອງ​ພວກ​ທ່ານ, ບ້ານ​ເຮືອນ​ຂອງ​ພວກ​ທ່ານ, ແລະ ໂລກ​ນີ້​ນຳ​ອີກ. ສຳ​ລັບ​ແນວ​ຄິດ, ໃຫ້​ເບິ່ງ ວິ​ດີ​ໂອ “The Light That Shineth in Darkness,” ChurchofJesusChrist.org.

ລູ​ກາ 11:37–44.ບາງ​ທີ​ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ສົນ​ທະ​ນາ​ຂໍ້​ເຫລົ່າ​ນີ້ ຂະ​ນະ​ທີ່​ລ້າງ​ຖ້ວຍ​ນຳ​ກັນ. ພວກ​ທ່ານ​ສາ​ມາດ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວ່າ ເປັນ​ຫຍັງ​ມັນ​ຈຶ່ງ​ເປັນ​ແນວ​ຄິດ​ທີ່​ບໍ່​ດີ ທີ່​ຈະ​ລ້າງ​ພຽງ​ແຕ່​ຂ້າງ​ນອກ​ເທົ່າ​ນັ້ນ ດັ່ງ​ເຊັ່ນ ຖ້ວຍ​ຊາມ ແລະ ຈອກ. ແລ້ວ​ທ່ານ​ສາ​ມາດ​ປຽບ​ທຽບ​ສິ່ງ​ນີ້​ໃສ່​ກັບ​ຄວາມ​ຈຳ​ເປັນ​ທີ່​ຈະ​ເປັນ​ຄົນ​ຊອບ​ທຳ ບໍ່​ແມ່ນ​ພຽງ​ແຕ່​ກັບ​ການ​ກະ​ທຳ​ພາຍ​ນອກ​ເທົ່າ​ນັ້ນ ແຕ່​ກັບ​ຄວາມ​ຄິດ ແລະ ຄວາມ​ຮູ້​ສຶກ​ພາຍ​ໃນ​ນຳ​ອີກ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ແນະ​ນຳ: “ສອນ​ເຮົາ​ຍ່າງ​ໃນ​ແສງ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 72.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ໃຫ້​ສະ​ໝ່ຳ​ສະ​ເໝີ. ອາດ​ມີ​ບາງ​ມື້​ທີ່​ການ​ສຶກ​ສາ​ພຣະ​ຄຳ​ພີ​ເບິ່ງ​ຄື​ວ່າ​ຫຍຸ້ງ​ຍາກ ຫລື ມີ​ຜົນ​ກະ​ທົບ​ໜ້ອຍ​ກວ່າ​ທີ່​ທ່ານ​ຄາດ​ຫວັງ. ຢ່າ​ທໍ້​ຖອຍ​ໃຈ. ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ ໄດ້​ສິດ​ສອນ​ວ່າ, “ການ​ກະ​ທຳ​ທີ່​ເບິ່ງ​ຄື​ວ່າ​ເລັກໆ​ນ້ອຍໆ ທີ່​ສະ​ໝ່ຳ​ສະ​ເໝີ​ຂອງ​ເຮົາ ກໍ​ສາ​ມາດ​ນຳ​ໄປ​ສູ່​ຜົນ​ງານ​ທີ່​ສຳ​ຄັນ​ທີ່​ສຸດ​ທາງ​ວິນ​ຍານ​ກໍ​ໄດ້” (“More Diligent and Concerned at Home,” Liahona, Nov. 2009, 20).

ຮູບ​ພາບ
ງົວ​ເຖິກ​ສອງ​ໂຕ​ທຽມ​ແອກ​ຢູ່​ນຳ​ກັນ

“ຈົ່ງ​ຮັບ​ເອົາ​ແອກ​ຂອງ​ເຮົາ​ແບກ​ໄວ້ ແລະ ຮຽນ​ຮູ້​ຈາກ​ເຮົາ, ເພາະ​ວ່າ​ເຮົາ​ມີ​ໃຈ​ສຸ​ພາບ ແລະ ອ່ອນ​ຫວານ: ແລະ ພວກ​ທ່ານ​ຈະ​ໄດ້​ພົບ​ການ​ພັກ​ຜ່ອນ” (ມັດ​ທາຍ 11:29). ຮູບ​ພາບ​ປະ​ກອບ © iStockphoto.com/wbritten

ພິມ