ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 20–26 ເດືອນ​ມີ​ນາ. ມັດ​ທາຍ 13; ລູ​ກາ 8; 13: “ຜູ້​ໃດ​ມີ​ຫູ​ຟັງ, ຈົ່ງ​ຟັງ​ເອົາ”


“ວັນ​ທີ 20–26 ເດືອນ​ມີ​ນາ. ມັດ​ທາຍ 13; ລູ​ກາ 8; 13: ‘ຜູ້​ໃດ​ມີ​ຫູ​ຟັງ, ຈົ່ງ​ຟັງ​ເອົາ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 20–26 ເດືອນ​ມີ​ນາ. ມັດ​ທາຍ 13; ລູ​ກາ 8; 13,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ເຂົ້າ​ເຫລືອງ​ພໍ​ທີ່​ຈະ​ເກັບ​ກ່ຽວ

ວັນ​ທີ 20–26 ເດືອນ​ມີ​ນາ

ມັດ​ທາຍ 13; ລູ​ກາ 813

“ຜູ້​ໃດ​ມີ​ຫູ​ຟັງ, ຈົ່ງ​ຟັງ​ເອົາ”

ຂະ​ນະ​ທີ່​ທ່ານ​ອ່ານ ມັດ​ທາຍ 13 ແລະ ລູ​ກາ 813, ໃຫ້​ຄິດ​ກ່ຽວ​ກັບ​ວິ​ທີ​ທີ່​ທ່ານ​ກະ​ກຽມ​ຕົວ​ເອງ​ເພື່ອ “ຟັງ” ແລະ ຮູ້​ບຸນ​ຄຸນ​ຕໍ່​ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ຄຳ​ອຸ​ປະ​ມາ​ເຫລົ່າ​ນີ້. ທ່ານ​ຈະ​ເຮັດ​ແນວ​ໃດ​ເພື່ອ​ນຳ​ໃຊ້​ຄຳ​ສອນ​ເຫລົ່າ​ນີ້​ໃນ​ຊີ​ວິດ​ຂອງ​ທ່ານ?

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຄຳ​ສອນ​ທີ່​ໜ້າ​ຊົງ​ຈຳ​ສ່ວນ​ຫລາຍ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເປັນ​ແບບ​ເລື່ອງ​ລາວ​ທີ່​ລຽບ​ງ່າຍ ເອີ້ນ​ວ່າ ຄຳ​ອຸ​ປະ​ມາ. ຄຳ​ອຸ​ປະ​ມາ​ເຫລົ່າ​ນີ້​ມີ​ຄວາມ​ໝາຍ​ຫລາຍ​ກວ່າ​ເປັນ​ພຽງ​ແຕ່​ເລື່ອງ​ເລັກ​ນ້ອຍ​ກ່ຽວ​ກັບ​ສິ່ງ​ຂອງ ຫລື ເຫດ​ການ​ທຳ​ມະ​ດາ​ເທົ່າ​ນັ້ນ. ມັນ​ບັນ​ຈຸ​ຄວາມ​ຈິງ​ທີ່​ປະ​ທັບ​ໃຈ​ກ່ຽວ​ກັບ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ ສຳ​ລັບ​ຜູ້​ທີ່​ກຽມ​ພ້ອມ​ທາງ​ວິນ​ຍານ. ໜຶ່ງ​ໃນ​ຈຳ​ນວນ​ຄຳ​ອຸ​ປະ​ມາ​ໃນ​ຕອນ​ຕົ້ນ​ທີ່​ບັນ​ທຶກ​ຢູ່​ໃນ​ພຣະ​ຄຳ​ພີ​ໃໝ່—ຄຳ​ອຸ​ປະ​ມາ​ເລື່ອງ​ຜູ້​ຫວ່ານ (ເບິ່ງ ມັດ​ທາຍ 13:3–23)—ເຊື້ອ​ເຊີນ​ເຮົາ​ໃຫ້​ສຳ​ຫລວດ​ຄວາມ​ພ້ອມ​ຂອງ​ເຮົາ​ທີ່​ຈະ​ຮັບ​ເອົາ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ. “ຜູ້​ທີ່​ມີ​ຢູ່​ແລ້ວ​ກໍ​ຈະ​ໄດ້​ເພີ່ມ​ຕື່ມ​ອີກ,” ພຣະ​ເຢ​ຊູ​ໄດ້​ປະ​ກາດ, “ເພື່ອ​ວ່າ​ເຂົາ​ຈະ​ມີ​ຢ່າງ​ບໍ​ລິ​ບູນ” (ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ, ມັດ​ທາຍ 13:10 [ໃນ ມັດ​ທາຍ 13:12, ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ  ]). ສະ​ນັ້ນ ຂະ​ນະ​ທີ່​ເຮົາ​ກະ​ກຽມ​ທີ່​ຈະ​ສຶກ​ສາ​ຄຳ​ອຸ​ປະ​ມາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ—ຫລື ຄຳ​ສອນ​ໃດໆ​ຂອງ​ພຣະ​ອົງ—ຈຸດ​ທີ່​ດີ​ທີ່​ຈະ​ເລີ່ມ​ຕົ້ນ​ແມ່ນ​ກວດ​ເບິ່ງ​ຫົວ​ໃຈ​ຂອງ​ເຮົາ ແລະ ພິ​ຈາ​ລະ​ນາ​ວ່າ​ເຮົາ​ມີ “ດິນ​ດີ” ໃຫ້​ກັບ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຫລື​ບໍ່ (ມັດ​ທາຍ 13:8) ຊຶ່ງ​ໃນ​ດິນ​ນັ້ນ ເພື່ອ​ຈະ​ໄດ້​ເຕີບ​ໃຫຍ່, ເບັ່ງ​ບານ, ຈະ​ເລີນ, ແລະ ອອກ​ຜົນ ທີ່​ຈະ​ເປັນ​ພອນ​ໃຫ້​ເຮົາ ແລະ ຄອບ​ຄົວ​ຂອງ​ເຮົາ​ຢ່າງ​ບໍ​ລິ​ບູນ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ມັດ​ທາຍ 13:3–23; ລູ​ກາ 8:4–15; 13:6–9

ໃຈ​ເຮົາ​ຕ້ອງ​ກຽມ​ພ້ອມ​ທີ່​ຈະ​ຮັບ​ເອົາ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ.

ເປັນ​ຫຍັງ​ບາງ​ເທື່ອ​ໃຈ​ເຮົາ​ຈຶ່ງ​ຮັບ​ເອົາ​ຄວາມ​ຈິງ, ແຕ່​ບາງ​ເທື່ອ​ເຮົາ​ຄິດ​ທີ່​ຈະ​ຕໍ່​ຕ້ານ​ມັນ? ການ​ອ່ານ​ຄຳ​ອຸ​ປະ​ມາ​ເລື່ອງ​ຜູ້​ຫວ່ານ ສາ​ມາດ​ເປັນ​ໂອ​ກາດ​ທີ່​ດີ​ເພື່ອ​ໃຫ້​ຄິດ​ກ່ຽວ​ກັບ​ວ່າ ທ່ານ​ຮັບ​ເອົາ​ຄວາມ​ຈິງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ດີ​ປານ​ໃດ. ມັນ​ອາດ​ເປັນ​ປະ​ໂຫຍດ​ທີ່​ຈະ​ຈັບ​ຄູ່ ຂໍ້​ທີ 3–8 ຂອງ ມັດ​ທາຍ 13 ໃສ່​ກັບ​ຄຳ​ແປ​ຢູ່​ໃນ ຂໍ້​ທີ 18–23. ທ່ານ​ຈະ​ເຮັດ​ແນວ​ໃດ​ຈຶ່ງ​ຈະ​ສາ​ມາດ​ກະ​ກຽມ “ດິນ​ດີ” ໃນ​ຕົວ​ທ່ານ​ເອງ​ໄດ້? ມີ “ໜາມ” ບາງ​ຊະ​ນິດ​ໃດ​ແດ່​ທີ່​ກີດ​ກັນ​ທ່ານ​ຈາກ​ການ​ໄດ້​ຍິນ​ຢ່າງ​ແຈ່ມ​ແຈ້ງ ແລະ ເຮັດ​ຕາມ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ? ທ່ານ​ຈະ​ເອົາ​ຊະ​ນະ “ໜາມ” ເຫລົ່າ​ນີ້​ໄດ້​ແນວ​ໃດ?

ການ​ສຶກ​ສາ​ຄຳ​ອຸ​ປະ​ມາ​ນີ້ ກໍ​ສາ​ມາດ​ເປັນ​ອິດ​ທິ​ພົນ​ໃຫ້​ແກ່​ວິ​ທີ​ທີ່​ທ່ານ​ອ່ານ​ຄຳ​ອຸ​ປະ​ມາ​ໃນ ລູ​ກາ 13:6–9. ແມ່ນ​ຫຍັງ​ຄື “ຜົນ” ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຢາກ​ໄດ້​ຈາກ​ເຮົາ? ເຮົາ​ຈະ​ບຳ​ລຸງ​ດິນ​ຂອງ​ເຮົາ​ໃນ​ວິ​ທີ​ໃດ ເພື່ອ​ວ່າ​ເຮົາ​ຈະ “ເກີດ​ຜົນ”?

ເບິ່ງ ໂມ​ໄຊ​ຢາ 2:9; ແອວ​ມາ 12:10–11; 32:28–43; Dallin H. Oaks, “The Parable of the Sower,” Liahona, May 2015, 32–35 ນຳ​ອີກ.

ມັດ​ທາຍ 13:24–35, 44–52; ລູ​ກາ 13:18–21

ຄຳ​ອຸ​ປະ​ມາ​ຂອງ​ພຣະ​ເຢ​ຊູ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ເຕີບ​ໂຕ ແລະ ຈຸດ​ໝາຍ​ປາຍ​ທາງ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ.

ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ສິດ​ສອນ​ວ່າ ຄຳ​ອຸ​ປະ​ມາ​ຕ່າງໆ​ໃນ ມັດ​ທາຍ 13 ບັນ​ຍາຍ​ເຖິງ​ການ​ເຕີບ​ໂຕ ແລະ ຈຸດ​ໝາຍ​ປາຍ​ທາງ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ຍຸກ​ສຸດ​ທ້າຍ. ທ່ານ​ອາດ​ທົບ​ທວນ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ໃນ Teachings of Presidents of the Church: Joseph Smith (2007), 293–303, ຂະ​ນະ​ທີ່​ທ່ານ​ພິ​ຈາ​ລະ​ນາ​ສິ່ງ​ທີ່​ຄຳ​ອຸ​ປະ​ມາ​ຕ່າງໆ​ດັ່ງ​ຕໍ່​ໄປ​ນີ້​ສິດ​ສອນ​ທ່ານ​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແນວ​ໃດ:

  • ເລື່ອງ​ເຂົ້າ​ດີ ແລະ ເຂົ້າ​ນົກ (13:24–30, 36–43)

  • ເລື່ອງ​ເມັດ​ຜັກ​ກາດ (13:31–32)

  • ເລື່ອງ​ເຊື້ອ​ແປ້ງ (13:33)

  • ເລື່ອງ​ຊັບ​ທີ່​ເຊື່ອງ​ໄວ້ ແລະ ໄຂ່​ມຸກ​ອັນ​ລ້ຳ​ຄ່າ (13:44–46)

  • ເລື່ອງ​ມອງ (13:47–50)

  • ເລື່ອງ​ເຈົ້າ​ຂອງ​ເຮືອນ (13:52)

ຫລັງ​ຈາກ​ໄດ້​ໄຕ່​ຕອງ​ຄຳ​ອຸ​ປະ​ມາ​ເຫລົ່າ​ນີ້​ແລ້ວ, ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ສິ່ງ​ໃດ​ຫລາຍ​ຕື່ມ​ອີກ ໃນ​ວຽກ​ງານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ​ໃນ​ຍຸກ​ສຸດ​ທ້າຍ?

ເບິ່ງ ຄູ່​ມື​ພຣະ​ຄຳ​ພີ, “​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ ຫລື ອາ​ນາ​ຈັກ​ສະ​ຫວັນ,” “ຄຳ​ອຸ​ປະ​ມາ,” scriptures.ChurchofJesusChrist.org ນຳ​ອີກ.

ຮູບ​ພາບ
ໄຂ່​ມຸກ

ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຄື “ໄຂ່​ມຸກ​ເມັດ​ໜຶ່ງ​ທີ່​ມີ​ຄ່າ​ແພງ​ຫລາຍ​ທີ່​ສຸດ” (ມັດ​ທາຍ 13:46).

ມັດ​ທາຍ 13:24–30, 36–43

ຄົນ​ຊອບ​ທຳ​ຈະ​ຕ້ອງ​ເຕີບ​ໃຫຍ່​ໃນ​ບັນ​ດາ​ຄົນ​ຊົ່ວ ຈົນ​ເຖິງ​ທີ່​ສຸດ​ຂອງ​ໂລກ.

ວິ​ທີ​ໜຶ່ງ​ທີ່​ຈະ​ໃຈ້​ແຍກ​ຄຳ​ອຸ​ປະ​ມາ​ເລື່ອງ​ນີ້ ແມ່ນ​ການ​ແຕ້ມ​ຮູບ​ກ່ຽວ​ກັບ​ມັນ ແລະ ຂຽນ​ຄຳ​ແປ​ໃນ ມັດ​ທາຍ 13:36–43 ແລະ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 86:1–7 ໃສ່​ກັບ​ຮູບ. ເຂົ້າ​ນົກ​ຄື “ຫຍ້າ​ທີ່​ເປັນ​ພິດ, ຕ້ອງ​ລໍ​ຖ້າ​ຈົນ​ກວ່າ​ມັນ​ອອກ​ຮວງ​ຈຶ່ງ​ຈະ​ຮູ້, ເພາະ​ມັນ​ມີ​ລັກ​ສະ​ນະ​ຄື​ກັນ​ກັບ​ຕົ້ນ​ເຂົ້າ​ດີ” (Bible Dictionary, “Tares”). ຄວາມ​ຈິງ​ໃດ​ແດ່​ໃນ​ຄຳ​ອຸ​ປະ​ມາ​ເລື່ອງນີ້ ທີ່​ດົນ​ໃຈ​ທ່ານ​ໃຫ້​ໝັ້ນ​ຄົງ​ໃນ​ສັດ​ທາ ເຖິງ​ແມ່ນ​ຈະ​ມີ​ຄວາມ​ຊົ່ວ​ຮ້າຍ​ຢູ່​ໃນ​ໂລກ​ກໍ​ຕາມ?

ລູ​ກາ 8:1–3

“ພວກ​ແມ່​ຍິງ​ບາງ​ຄົນ” ໄດ້​ບົວ​ລະ​ບັດ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ທາງ​ໃດ​ແດ່?

“ສາ​ນຸ​ສິດ​ຜູ້​ຍິງ​ໄດ້​ເດີນ​ທາງ​ໄປ​ກັບ​ພຣະ​ເຢ​ຊູ ແລະ ພວກ​ອັກ​ຄະ​ສາ​ວົກ, ຮຽນ​ຮູ້​ຈາກ [ພຣະ​ເຢ​ຊູ] ທາງ​ວິນ​ຍານ ແລະ ຮັບ​ໃຊ້​ພຣະ​ອົງ​ທາງ​ໂລກ. … ນອກ​ເໜືອ​ໄປ​ຈາກ​ທີ່​ໄດ້​ຮັບ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຈາກ​ພຣະ​ເຢ​ຊູ​ແລ້ວ—ຂ່າວ​ປະ​ເສີດ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ແລະ ພອນ​ແຫ່ງ​ການ​ປິ່ນ​ປົວ​ຂອງ​ພຣະ​ອົງ—ຜູ້​ຍິງ​ເຫລົ່າ​ນີ້​ໄດ້​ບົວ​ລະ​ບັດ​ພຣະ​ອົງ, ໂດຍ​ການ​ໃຫ້​ເຂົ້າ​ຂອງ ແລະ ການ​ອຸ​ທິດ​ຕົນ​ຂອງ​ພວກ​ເຂົາ” (Daughters in My Kingdom [2017], 4). ພວກ​ຜູ້​ຍິງ​ທີ່​ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກໍ​ໄດ້​ສະ​ແດງ​ປະ​ຈັກ​ພະ​ຍານ​ທີ່​ມີ​ພະ​ລັງ​ເຖິງ​ພຣະ​ອົງ​ນຳ​ອີກ (ເບິ່ງ Linda K. Burton, “Certain Women,” Liahona, May 2017, 12–15).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ມັດ​ທາຍ 13.ຂະ​ນະ​ທີ່​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ​ອ່ານ​ຄຳ​ອຸ​ປະ​ມາ​ຕ່າງໆ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເຂົາ​ເຈົ້າ​ອາດ​ມັກ​ຄິດ​ກ່ຽວ​ກັບ​ຄຳ​ອຸ​ປະ​ມາ​ຂອງ​ຕົນ​ເອງ ທີ່​ສິດ​ສອນ​ຄວາມ​ຈິງ​ດຽວ​ກັນ​ກ່ຽວ​ກັບ​ອາ​ນາ​ຈັກ​ສະ​ຫວັນ (ສາດ​ສະ​ໜາ​ຈັກ), ໂດຍ​ການ​ໃຊ້​ສິ່ງ​ຂອງ ຫລື ສະ​ຖາ​ນະ​ການ​ທີ່​ຄ້າຍ​ຄື​ກັນ​ນັ້ນ.

ມັດ​ທາຍ 13:3–23; ລູ​ກາ 8:4–15.ຫລັງ​ຈາກ​ການ​ອ່ານ​ຄຳ​ອຸ​ປະ​ມາ​ເລື່ອງ​ຜູ້​ຫວ່ານ​ນຳ​ກັນ, ຄອບ​ຄົວ​ຂອງ​ທ່ານ​ອາດ​ສົນ​ທະ​ນາ​ຄຳ​ຖາມ​ຄື​ກັນ​ກັບ​ດັ່ງ​ຕໍ່​ໄປ​ນີ້: ແມ່ນ​ຫຍັງ​ສາ​ມາດ​ເຮັດ​ໃຫ້ “ພື້ນ​ດິນ” (ໃຈ​ຂອງ​ເຮົາ) ມີ “ຫີນ​ຫລາຍ” ຫລື “ຫຸ້ມ​ຮັດ” ພຣະ​ຄຳ? ເຮົາ​ຈະ​ເຮັດ​ແນວ​ໃດ​ຈຶ່ງ​ຈະ​ແນ່​ໃຈ​ວ່າ ພື້ນ​ດິນ​ຂອງ​ເຮົາ​ເປັນ​ດິນ​ດີ ແລະ ເກີດ​ຜົນ?

ຖ້າ​ຫາກ​ທ່ານ​ມີ​ລູກ​ນ້ອຍ​ໃນ​ຄອບ​ຄົວ​ຂອງ​ທ່ານ, ອາດ​ເປັນ​ສິ່ງ​ມ່ວນ​ຊື່ນ​ທີ່​ຈະ​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ບາງ​ຄົນ​ໃຫ້​ສະ​ແດງ​ໃນ​ຫລາຍ​ວິ​ທີ​ທາງ ເພື່ອ​ກະ​ກຽມ​ໃຈ​ຂອງ​ເຮົາ​ໃຫ້​ຟັງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ຂະ​ນະ​ທີ່​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຄົນ​ອື່ນໆ​ເດົາ​ວ່າ​ເຂົາ​ເຈົ້າ​ກຳ​ລັງ​ເຮັດ​ຫຍັງ.

ມັດ​ທາຍ 13:13–16.ທ່ານ​ຈະ​ສາ​ມາດ​ຊ່ວຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ເຂົ້າ​ໃຈ​ຄວາມ​ສຳ​ຄັນ​ຂອງ​ຄວາມ​ເຕັມ​ໃຈ​ທີ່​ຈະ​ຮັບ​ເອົາ​ພຣະ​ຄຳ​ຂອງ​ພຣະ​ຄຣິດ​ໄດ້​ແນວ​ໃດ? ເພື່ອ​ສາ​ທິດ​ຄຳ​ວ່າ “​ຟັງ​ແຕ່​ກໍ​ບໍ່​ໄດ້​ຍິນ,” ທ່ານ​ອາດ​ຢາກ​ປິດ​ຫູ​ຂອງ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຄົນ​ໜຶ່ງ ຂະ​ນະ​ທີ່​ທ່ານ​ອ່ານ ມັດ​ທາຍ 13:13–16 ຄ່ອຍໆ. ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຜູ້​ນັ້ນ​ສາ​ມາດ​ເຂົ້າ​ໃຈ​ຫລາຍ​ປານ​ໃດ​ຈາກ​ຂໍ້​ເຫລົ່າ​ນີ້? ມີ​ທາງ​ໃດ​ແດ່​ທີ່​ເຮົາ​ສາ​ມາດ​ເປີດ​ຕາ, ເປີດ​ຫູ, ແລະ ເປີດ​ໃຈ​ຂອງ​ເຮົາ​ຕໍ່​ພຣະ​ຄຳ​ຂອງ​ພຣະ​ເຈົ້າ?

ມັດ​ທາຍ 13:44–46.ຜູ້​ຊາຍ​ສອງ​ຄົນ​ຢູ່​ໃນ​ຄຳ​ອຸ​ປະ​ມາ​ເຫລົ່າ​ນີ້ ມີ​ຫຍັງ​ທີ່​ຄື​ກັນ? ມີ​ສິ່ງ​ອື່ນ​ອີກ​ບໍ​ທີ່​ເຮົາ​ຄວນ​ເຮັດ​ເປັນ​ສ່ວນ​ຕົວ ແລະ ເປັນ​ຄອບ​ຄົວ ເພື່ອ​ໃຫ້​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ມີ​ຄວາມ​ສຳ​ຄັນ​ກວ່າ​ໝູ່​ໃນ​ຊີ​ວິດ​ຂອງ​ເຮົາ?

ລູ​ກາ 13:11–17.ມີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຄົນ​ໃດ​ບໍ​ທີ່​ເຄີຍ​ມີ​ປະ​ສົບ​ການ ທີ່​ເຮັດ​ໃຫ້ “[ພວກ​ເຂົາ] ຢືນ​ຊື່​ບໍ່​ໄດ້”? ເຮົາ​ຮູ້​ຈັກ​ຄົນ​ໃດ​ບໍ​ຜູ້​ຮູ້​ສຶກ​ແບບ​ດຽວ​ກັນ​ນີ້? ເຮົາ​ຈະ​ຊ່ວຍ​ໄດ້​ແນວ​ໃດ? ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຊ່ວຍ​ເຮົາ​ໃຫ້ “ພົ້ນ​ຈາກ” ພະ​ຍາດ​ໂລ​ຄາ​ຂອງ​ເຮົາ​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ແນະ​ນຳ: “ເຮັດ​ແຕ່​ຄວາມ​ດີ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 38.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ທ່ອງ​ຈຳ​ຂໍ້​ພຣະ​ຄຳ​ພີ. ໃຫ້​ເລືອກ​ເອົາ​ຂໍ້​ພຣະ​ຄຳ​ພີ​ທີ່​ມີ​ຄວາມ​ໝາຍ​ຕໍ່​ຄອບ​ຄົວ​ຂອງ​ທ່ານ​ໂດຍ​ສະ​ເພາະ, ແລະ ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ທ່ອງ​ຈຳ​ມັນ. ແອວ​ເດີ ຣິ​ເຈີດ ຈີ ສະ​ກາດ ໄດ້​ສິດ​ສອນ​ວ່າ, “ຂໍ້​ພຣະ​ຄຳ​ພີ​ໃດ​ທີ່​ເຮົາ​ທ່ອງ​ຈຳ ຈະ​ກາຍ​ເປັນ​ເພື່ອນ​ທີ່​ຍືນ​ຍົງ ຊຶ່ງ​ບໍ່​ອ່ອນ​ແອ​ເມື່ອ​ເວ​ລາ​ຜ່ານ​ໄປ” (“The Power of Scripture,” Liahona, Nov. 2011, 6).

ຮູບ​ພາບ
ຜູ້​ຊາຍ​ກຳ​ລັງ​ຫວ່ານ​ເມັດ​ພືດ

Parable of the Sower [ຄຳ​ອຸ​ປະ​ມາ​ເລື່ອງ​ຜູ້​ຫວ່ານ], ໂດຍ ຈອດ ໂຊ​ເປີ

ພິມ