“ວັນທີ 27 ເດືອນມີນາ–ວັນທີ 2 ເດືອນເມສາ. ມັດທາຍ 14; ມາຣະໂກ 6; ໂຢຮັນ 5–6: ‘ຢ່າສູ່ຢ້ານ,’” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: ພຣະຄຳພີໃໝ່ 2023 (2022)
“ວັນທີ 27 ເດືອນມີນາ–ວັນທີ 2 ເດືອນເມສາ. ມັດທາຍ 14; ມາຣະໂກ 6; ໂຢຮັນ 5–6,” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: 2023
ວັນທີ 27 ເດືອນມີນາ–ວັນທີ 2 ເດືອນເມສາ
ມັດທາຍ 14; ມາຣະໂກ 6; ໂຢຮັນ 5–6
“ຢ່າສູ່ຢ້ານ”
ຂະນະທີ່ທ່ານອ່ານ ມັດທາຍ 14; ມາຣະໂກ 6; ແລະ ໂຢຮັນ 5–6, ໃຫ້ຊອກຫາຄວາມຈິງທີ່ມີຄວາມໝາຍຕໍ່ທ່ານ. ທ່ານອາດຖາມຕົວເອງໃນຄຳຖາມດັ່ງເຊັ່ນ “ເລື່ອງລາວຢູ່ໃນບົດເຫລົ່ານີ້ກ່ຽວຂ້ອງກັບເຮົາແນວໃດ?” “ມີຂ່າວສານໃດແດ່ທີ່ເຮົາພົບເຫັນສຳລັບຊີວິດຂອງເຮົາ?” ຫລື “ເຮົາຢາກແບ່ງປັນຫຍັງແດ່ກັບຄອບຄົວຂອງເຮົາ ແລະ ກັບຄົນອື່ນໆ?”
ບັນທຶກຄວາມປະທັບໃຈຂອງທ່ານ
ແມ່ນຫຍັງທີ່ດົນໃຈເປໂຕໃຫ້ອອກຈາກເຮືອທີ່ປອດໄພຂອງເພິ່ນ ຢູ່ກາງທະເລຄາລີເລ ລະຫວ່າງທີ່ມີລົມພະຍຸຮ້າຍ? ແມ່ນຫຍັງທີ່ເຮັດໃຫ້ເພິ່ນເຊື່ອວ່າ ຖ້າຫາກພຣະເຢຊູສາມາດຍ່າງເທິງນ້ຳໄດ້, ເພິ່ນກໍສາມາດເຮັດໄດ້ຄືກັນ? ເຮົາບໍ່ສາມາດຮູ້ໄດ້ຢ່າງແນ່ນອນ, ແຕ່ບາງທີເປໂຕໄດ້ເຂົ້າໃຈວ່າ ບຸດມະນຸດສະເດັດມາ ບໍ່ແມ່ນເພື່ອເຮັດສິ່ງທີ່ດີເລີດໃຫ້ແກ່ຜູ້ຄົນເທົ່ານັ້ນ ແຕ່ໃຫ້ອຳນາດແກ່ຜູ້ຄົນດັ່ງເຊັ່ນເປໂຕ ເພື່ອເຮັດສິ່ງທີ່ດີເລີດເຊັ່ນກັນ. ເຖິງຢ່າງໃດ, ຄຳເຊື້ອເຊີນຂອງພຣະເຢຊູ ກໍຄື “ຈົ່ງຕາມເຮົາມາ” (ລູກາ 18:22). ເປໂຕເຄີຍໄດ້ຮັບເອົາຄຳເຊື້ອເຊີນນີ້ເທື່ອໜຶ່ງແລ້ວ, ແລະ ເພິ່ນກໍເຕັມໃຈທີ່ຈະຮັບເອົາມັນອີກຄັ້ງ, ແມ່ນແຕ່ຖ້າໝາຍຄວາມວ່າ ເພິ່ນຕ້ອງປະເຊີນໜ້າກັບຄວາມຢ້ານກົວຂອງເພິ່ນ ແລະ ເຮັດບາງສິ່ງທີ່ເບິ່ງຄືວ່າເປັນໄປບໍ່ໄດ້. ບາງທີພຣະຜູ້ເປັນເຈົ້າຈະບໍ່ຂໍໃຫ້ເຮົາກ້າວຂາອອກຈາກເຮືອໃນລະຫວ່າງມີລົມພະຍຸຮ້າຍ ຫລື ບໍລິຈາກເຂົ້າຈີ່ຈຳນວນເລັກນ້ອຍທີ່ເຮົາມີໃຫ້ຝູງຊົນເປັນຈຳນວນຫລາຍພັນຄົນກິນ, ແຕ່ພຣະອົງອາດຂໍໃຫ້ເຮົາຮັບເອົາການຊີ້ນຳ ແມ່ນແຕ່ເມື່ອເຮົາບໍ່ເຂົ້າໃຈທັງໝົດກ່ຽວກັບມັນ. ບໍ່ວ່າຄຳເຊື້ອເຊີນຂອງພຣະອົງຈະເປັນຢ່າງໃດກໍຕາມ, ບາງເທື່ອອາດເບິ່ງເປັນເລື່ອງແປກ ຫລື ແມ່ນແຕ່ເປັນຕາຢ້ານ. ແຕ່ການອັດສະຈັນສາມາດເກີດຂຶ້ນ ຖ້າຫາກເຮົາ, ເໝືອນດັ່ງເປໂຕ, ຈະປ່ອຍວາງຄວາມຢ້ານກົວ, ຄວາມສົງໄສ, ແລະ ຄວາມເຂົ້າໃຈທີ່ຈຳກັດຂອງເຮົາ ແລ້ວຕິດຕາມພຣະອົງດ້ວຍສັດທາ.
ແນວຄິດສຳລັບການສຶກສາພຣະຄຳພີເປັນສ່ວນຕົວ
ພຣະເຢຊູຄຣິດໃຫ້ກຽດແກ່ພຣະບິດາຂອງພຣະອົງ.
ຄວາມສຳພັນລະຫວ່າງພຣະບິດາເທິງສະຫວັນ ແລະ ລູກໆແຕ່ລະຄົນຂອງພຣະອົງແມ່ນຄວນເປັນຄວາມສຳພັນທີ່ສັກສິດ. ໃນຂໍ້ເຫລົ່ານີ້, ພຣະເຢຊູຄຣິດໄດ້ມອບແບບແຜນທີ່ດົນໃຈໃຫ້ເຮົາເພື່ອປະຕິບັດຕາມ ໃນຄວາມສຳພັນຂອງເຮົາກັບພຣະບິດາເທິງສະຫວັນ. ໃຫ້ອ່ານ ໂຢຮັນ 5:16–47, ແລະ ໃຫ້ໝາຍ ຫລື ບັນທຶກທຸກບ່ອນຂອງຄຳວ່າ ພຣະບິດາ. ພຣະບຸດໃຫ້ກຽດແກ່ພຣະບິດາແນວໃດ, ແລະ ທ່ານຈະເຮັດຕາມຕົວຢ່າງຂອງພຣະອົງໄດ້ແນວໃດ? ທ່ານຮຽນຮູ້ຫຍັງແດ່ວ່າ ພຣະບິດາຮູ້ສຶກແນວໃດກ່ຽວກັບພຣະບຸດ? ທ່ານໄດ້ຮັບການດົນໃຈໃຫ້ເຮັດສິ່ງໃດ ເພື່ອເພີ່ມຄວາມເຂັ້ມແຂງໃຫ້ແກ່ຄວາມສຳພັນຂອງທ່ານກັບພຣະບິດາເທິງສະຫວັນ?
ເບິ່ງ ໂຢຮັນ 17; Jeffrey R. Holland, “The Grandeur of God,” Liahona, Nov. 2003, 70–73 ນຳອີກ.
ມັດທາຍ 14:15–21; ມາຣະໂກ 6:33–44; ໂຢຮັນ 6:5–14
ພຣະຜູ້ຊ່ວຍໃຫ້ລອດສາມາດຂະຫຍາຍການບໍລິຈາກອັນເລັກນ້ອຍຂອງເຮົາ ເພື່ອບັນລຸຈຸດປະສົງຂອງພຣະອົງ.
ທ່ານເຄີຍຮູ້ສຶກບໍ່ພຽບພ້ອມບໍ ໃນການສະໜອງຄວາມຕ້ອງການທັງໝົດທີ່ທ່ານເຫັນຢູ່ອ້ອມຮອບທ່ານ—ໃນບ້ານຂອງທ່ານ, ໃນຄວາມສຳພັນຂອງທ່ານ, ຫລື ໃນສັງຄົມ? ພວກສາວົກຂອງພຣະເຢຊູຄົງຮູ້ສຶກບໍ່ພຽບພ້ອມ ເມື່ອພຣະອົງຂໍໃຫ້ພວກເພິ່ນລ້ຽງເຂົ້າຜູ້ຄົນທີ່ຫິວໂຫຍຫ້າພັນຄົນ ໃນບ່ອນທີ່ມີເຂົ້າຈີ່ພຽງແຕ່ຫ້າກ້ອນ ແລະ ປາສອງໂຕເທົ່ານັ້ນ. ຂະນະທີ່ທ່ານອ່ານກ່ຽວກັບການອັດສະຈັນທີ່ໄດ້ເກີດຕໍ່ຈາກນັ້ນ, ໃຫ້ໄຕ່ຕອງກ່ຽວກັບວິທີທີ່ພຣະເຈົ້າອາດໃຊ້ການຮັບໃຊ້ທີ່ຖ່ອມຕົວຂອງທ່ານເພື່ອເປັນພອນໃຫ້ຜູ້ຄົນທີ່ຢູ່ອ້ອມຮອບທ່ານແນວໃດ. ພຣະອົງໄດ້ຂະຫຍາຍຄວາມພະຍາຍາມຂອງທ່ານແນວໃດ ຂະນະທີ່ທ່ານຮັບໃຊ້ພຣະອົງ? ໃຫ້ພິຈາລະນາຂໍ້ຄວາມນີ້ຈາກຊິດສະເຕີ ມິແຊວ ດີ ຄະເຣກ ທີ່ວ່າ: “ທ່ານ ແລະ ຂ້າພະເຈົ້າສາມາດມອບສິ່ງທີ່ເຮົາມີ ໃຫ້ແກ່ພຣະຄຣິດ, ແລະ ພຣະອົງຈະຂະຫຍາຍຄວາມພະຍາຍາມຂອງເຮົາ. ສິ່ງທີ່ທ່ານມອບໃຫ້ນັ້ນແມ່ນຫລາຍເກີນພໍ—ເຖິງແມ່ນດ້ວຍຄວາມບອບບາງ ແລະ ຄວາມອ່ອນແອຕາມການເປັນມະນຸດຂອງທ່ານກໍຕາມ—ຖ້າ ທ່ານເພິ່ງອາໄສພຣະຄຸນຂອງພຣະເຈົ້າ” (“Divine Discontent,” Liahona, Nov. 2018, 54).
ມັດທາຍ 14:22–33; ມາຣະໂກ 6:45–52; ໂຢຮັນ 6:15–21
ພຣະເຢຊູຄຣິດເຊື້ອເຊີນເຮົາໃຫ້ປະຖິ້ມຄວາມຢ້ານກົວ ແລະ ຄວາມສົງໄສຂອງເຮົາ ແລະ ໃຫ້ໃຊ້ສັດທາໃນພຣະອົງ.
ໃຫ້ວາດພາບຢູ່ໃນໃຈຕາມລາຍລະອຽດຂອງທິວທັດທີ່ບັນຍາຍຢູ່ໃນ ມັດທາຍ 14:22–33; ມາຣະໂກ 6:45–52; ແລະ ໂຢຮັນ 6:15–21. ໃຫ້ຈິນຕະນາການເຖິງວິທີທີ່ເປໂຕ ແລະ ສາວົກຄົນອື່ນໆອາດຮູ້ສຶກ. ທ່ານຮຽນຮູ້ຫຍັງແດ່ກ່ຽວກັບການເປັນສາວົກ ຈາກພຣະຄຳ ແລະ ການກະທຳຂອງພຣະຜູ້ຊ່ວຍໃຫ້ລອດ ຢູ່ໃນຂໍ້ເຫລົ່ານີ້? ທ່ານຮຽນຮູ້ຫຍັງແດ່ຈາກຖ້ອຍຄຳ ແລະ ການກະທຳຂອງເປໂຕ? (ເບິ່ງ 1 ນີໄຟ 3:7 ນຳອີກ.) ພຣະຜູ້ເປັນເຈົ້າເຊື້ອເຊີນທ່ານໃຫ້ເຮັດສິ່ງໃດ ທີ່ອາດເປັນຄືກັນກັບການກ້າວຂາອອກຈາກເຮືອ? ທ່ານພົບເຫັນຫຍັງແດ່ຢູ່ໃນຂໍ້ເຫລົ່ານີ້ ທີ່ຊ່ວຍທ່ານໃຫ້ມີຄວາມກ້າຫານທີ່ຈະໃຊ້ສັດທາໃນພຣະເຢຊູຄຣິດ?
ໃນຖານະສານຸສິດຂອງພຣະເຢຊູຄຣິດ, ເຮົາຕ້ອງເຕັມໃຈທີ່ຈະເຊື່ອ ແລະ ຮັບເອົາຄວາມຈິງ, ເຖິງແມ່ນຍາກທີ່ຈະເຮັດກໍຕາມ.
ເມື່ອພຣະເຢຊູກ່າວເຖິງພຣະອົງເອງວ່າເປັນ “ອາຫານແຫ່ງຊີວິດ” (ໂຢຮັນ 6:48), ຫລາຍຄົນຄິດວ່າຄຳນີ້ເປັນ “ຄຳເວົ້າຮຸນແຮງ” (ໂຢຮັນ 6:60). ຖ້ອຍຄຳຂອງເປໂຕໃນ ໂຢຮັນ 6:68–69 ຊ່ວຍທ່ານໃນຊ່ວງເວລາ ເມື່ອຄຳສອນຂອງພຣະຜູ້ຊ່ວຍໃຫ້ລອດເບິ່ງຄືຍາກທີ່ຈະຮັບຮູ້ ຫລື ດຳລົງຊີວິດຕາມແນວໃດ? ແມ່ນຫຍັງທີ່ປະທັບໃຈທ່ານ ກ່ຽວກັບປະຈັກພະຍານຂອງເປໂຕ? ມີ “ຖ້ອຍຄຳແຫ່ງຊີວິດນິລັນດອນ” ຢ່າງໃດແດ່ (ໂຢຮັນ 6:68) ທີ່ຊ່ວຍທ່ານໃຫ້ຍຶດໝັ້ນໃນການຕິດຕາມພຣະຜູ້ຊ່ວຍໃຫ້ລອດ?
ເບິ່ງ M. Russell Ballard, “To Whom Shall We Go?,” Liahona, Nov. 2016, 90–92 ນຳອີກ.
ແນວຄິດສຳລັບການສຶກສາພຣະຄຳພີເປັນຄອບຄົວ ແລະ ການສັງສັນໃນຕອນແລງ
-
ມັດທາຍ 14:15–21.ໃຫ້ພິຈາລະນາວິທີທີ່ທ່ານອາດຊ່ວຍຄອບຄົວຂອງທ່ານໃຫ້ຈິນຕະນາການວ່າ ຕ້ອງໃຊ້ເຂົ້າຈີ່ ແລະ ປາຫລາຍປານໃດ ເພື່ອລ້ຽງເຂົ້າຫ້າພັນຄົນ. ການອັດສະຈັນຢູ່ໃນ ມັດທາຍ 14:15–21 ສິດສອນທ່ານຫຍັງແດ່ກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ? ໃຫ້ຄິດທີ່ຈະແບ່ງປັນປະສົບການ ຕອນທີ່ທ່ານຮູ້ສຶກວ່າ ທ່ານບໍ່ມີພຽງພໍທີ່ຈະມອບໃຫ້ ແຕ່ພຣະຜູ້ຊ່ວຍໃຫ້ລອດໄດ້ຂະຫຍາຍຄວາມພະຍາຍາມຂອງທ່ານ.
-
ມັດທາຍ 14:22–33.ຄອບຄົວຂອງທ່ານອາດມັກສະແດງຕາມເລື່ອງລາວຢູ່ໃນຂໍ້ເຫລົ່ານີ້. ເປັນຫຍັງພວກສາວົກຈຶ່ງຢ້ານ? ເປັນຫຍັງເປໂຕຈຶ່ງສາມາດເອົາຊະນະຄວາມຢ້ານກົວຂອງເພິ່ນ ແລະ ໄດ້ຍ່າງອອກຈາກເຮືອ? ເພິ່ນໄດ້ສະແດງສັດທາຂອງເພິ່ນແນວໃດ ແມ່ນແຕ່ໃນເວລາທີ່ເພິ່ນເລີ່ມຈົມລົງໃນນ້ຳ? ເຮົາເປັນເໝືອນດັ່ງເປໂຕໃນບາງຄັ້ງແນວໃດ?
-
ໂຢຮັນ 5:1–16.ເຊື້ອເຊີນສະມາຊິກໃນຄອບຄົວໃຫ້ສັງເກດເບິ່ງວະລີທີ່ວ່າ “ຫາຍດີ” ຢູ່ໃນຂໍ້ເຫລົ່ານີ້. ພຣະເຢຊູຄຣິດໄດ້ເຮັດໃຫ້ຜູ້ຄົນຫາຍດີໃນທາງໃດແດ່? ພຣະອົງໄດ້ເຮັດໃຫ້ເຮົາຫາຍດີເມື່ອໃດ ແລະ ດ້ວຍວິທີໃດ?
-
ໂຢຮັນ 6:28–58.ເອົາເຂົ້າຈີ່ໃຫ້ສະມາຊິກໃນຄອບຄົວແຕ່ລະຄົນກິນໜຶ່ງປ່ຽງ, ແລະ ສົນທະນາເຖິງຜົນປະໂຫຍດທີ່ເຮົາໄດ້ຮັບຈາກເຂົ້າຈີ່ ແລະ ອາຫານທີ່ດີຢ່າງອື່ນໆ. ແລ້ວໃຫ້ຄົ້ນຄວ້າຂໍ້ເຫລົ່ານີ້ນຳກັນ, ໂດຍການຊອກຫາວ່າ ເປັນຫຍັງພຣະເຢຊູຄຣິດຈຶ່ງເອີ້ນພຣະອົງເອງວ່າ “ອາຫານແຫ່ງຊີວິດ” (ໂຢຮັນ 6:35). ການ “ກິນ” ອາຫານແຫ່ງຊີວິດ ໝາຍຄວາມວ່າແນວໃດ? (ເບິ່ງ D. Todd Christofferson, “The Living Bread Which Came Down from Heaven,” Liahona, Nov. 2017, 36–39).
ສຳລັບແນວຄິດເພີ່ມເຕີມກ່ຽວກັບການສິດສອນເດັກນ້ອຍ, ໃຫ້ເບິ່ງ this week’s outline ໃນ Come, Follow Me—For Primary.
ເພງແນະນຳ: “ປັນຍາ ແລະ ຄວາມຮັກຍິ່ງໃຫຍ່,” ເພງສວດ ແລະ ເພງຂອງເດັກນ້ອຍ, 20.