“ວັນທີ 17–23 ເດືອນເມສາ. ມັດທາຍ 18; ລູກາ 10: ‘ຂ້ານ້ອຍຈະຕ້ອງເຮັດຢ່າງໃດ ຈຶ່ງຈະໄດ້ຮັບຊີວິດນິລັນດອນ?,’” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: ພຣະຄຳພີໃໝ່ 2023 (2022)
“ວັນທີ 17–23 ເດືອນເມສາ. ມັດທາຍ 18; ລູກາ 10,” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: 2023
ວັນທີ 17–23 ເດືອນເມສາ
ມັດທາຍ 18; ລູກາ 10
“ຂ້ານ້ອຍຈະຕ້ອງເຮັດຢ່າງໃດ ຈຶ່ງຈະໄດ້ຮັບຊີວິດນິລັນດອນ?”
ຂະນະທີ່ທ່ານອ່ານ ແລະ ໄຕ່ຕອງດ້ວຍການອະທິຖານ ມັດທາຍ 18 ແລະ ລູກາ 10, ໃຫ້ເອົາໃຈໃສ່ຕໍ່ການກະຕຸ້ນທີ່ງຽບໆຂອງພຣະວິນຍານບໍລິສຸດ. ພຣະອົງຈະບອກທ່ານເຖິງວິທີທີ່ຄຳສອນ ແລະ ເລື່ອງລາວເຫລົ່ານີ້ກ່ຽວຂ້ອງກັບທ່ານແນວໃດ. ບັນທຶກຄວາມປະທັບໃຈທີ່ທ່ານໄດ້ຮັບ.
ບັນທຶກຄວາມປະທັບໃຈຂອງທ່ານ
ເມື່ອທ່ານທູນຖາມຄຳຖາມໃດໜຶ່ງກັບພຣະຜູ້ເປັນເຈົ້າ, ທ່ານອາດໄດ້ຮັບຄຳຕອບທີ່ທ່ານບໍ່ຄາດຄິດ. ໃຜຄືເພື່ອນບ້ານຂອງເຮົາ? ທຸກຄົນທີ່ຕ້ອງການຄວາມຊ່ວຍເຫລືອ ແລະ ຄວາມຮັກຈາກທ່ານ. ຜູ້ໃດເປັນໃຫຍ່ໃນອານາຈັກສະຫວັນ? ເດັກນ້ອຍ. ການໃຫ້ອະໄພຄົນທີ່ເຮັດຜິດຕໍ່ເຮົາເຈັດເທື່ອ ພຽງພໍແລ້ວບໍ? ບໍ່, ທ່ານຄວນໃຫ້ອະໄພເຈັດສິບເທື່ອຄູນເຈັດ. (ເບິ່ງ ລູກາ 10:29–37; ມັດທາຍ 18:4, 21–22.) ຄຳຕອບທີ່ບໍ່ຄາດຄິດຈາກພຣະຜູ້ເປັນເຈົ້າ ສາມາດເຊື້ອເຊີນເຮົາໃຫ້ປ່ຽນແປງວິທີທີ່ເຮົາຄິດ, ຮູ້ສຶກ, ແລະ ກະທຳໄດ້. ຖ້າຫາກທ່ານກຳລັງສະແຫວງຫາພຣະປະສົງຂອງພຣະຜູ້ເປັນເຈົ້າ ຍ້ອນວ່າທ່ານຢາກຮຽນຮູ້ຈາກພຣະອົງແທ້ໆ, ພຣະຜູ້ເປັນເຈົ້າຈະສິດສອນທ່ານ ເຖິງວິທີທີ່ຈະດຳລົງຊີວິດໃນທາງທີ່ຈະນຳພາໄປສູ່ຊີວິດນິລັນດອນກັບພຣະອົງ.
ແນວຄິດສຳລັບການສຶກສາພຣະຄຳພີເປັນສ່ວນຕົວ
ເຮົາຕ້ອງໃຫ້ອະໄພຄົນອື່ນ ຖ້າຫາກເຮົາຢາກໄດ້ຮັບການໃຫ້ອະໄພຈາກພຣະຜູ້ເປັນເຈົ້າ.
ຄຳແນະນຳຂອງເປໂຕທີ່ວ່າ ເພິ່ນສາມາດໃຫ້ອະໄພບາງຄົນເຈັດເທື່ອ ເບິ່ງຄືວ່າໃຈກວ້າງຫລາຍແລ້ວ, ແຕ່ພຣະເຢຊູໄດ້ສິດສອນກົດທີ່ສູງກວ່າ. ຄຳຕອບຂອງພຣະອົງທີ່ວ່າ, “ບໍ່ແມ່ນເຈັດເທື່ອ, ແຕ່ແມ່ນເຈັດສິບເທື່ອຄູນເຈັດ” (ຂໍ້ທີ 22), ສິດສອນບໍ່ພຽງແຕ່ກ່ຽວກັບຈຳນວນ ແຕ່ກ່ຽວກັບການພັດທະນາຄຸນສົມບັດຂອງການໃຫ້ອະໄພເໝືອນດັ່ງພຣະຄຣິດ. ຂະນະທີ່ທ່ານອ່ານຄຳອຸປະມາເລື່ອງຜູ້ຮັບໃຊ້ທີ່ບໍ່ມີຄວາມເມດຕາ, ໃຫ້ໄຕ່ຕອງເວລາທີ່ທ່ານຮູ້ສຶກເຖິງຄວາມເມດຕາ ແລະ ຄວາມເຫັນອົກເຫັນໃຈຂອງພຣະເຈົ້າ. ມີຄົນໃດບໍທີ່ຢາກຮູ້ສຶກເຖິງຄວາມເມດຕາ ແລະ ຄວາມເຫັນອົກເຫັນໃຈຈາກທ່ານ?
ແອວເດີ ເດວິດ ອີ ຊໍເຣັນເຊັນ ໄດ້ໃຫ້ຂໍ້ຕັກເຕືອນທີ່ສຳຄັນນີ້ວ່າ: “ເຖິງແມ່ນວ່າເຮົາຕ້ອງໃຫ້ອະໄພເພື່ອນບ້ານຜູ້ເຮັດໃຫ້ເຮົາໄດ້ຮັບບາດເຈັບ, ເຮົາກໍຍັງຄວນເຮັດໃນທາງບວກ ເພື່ອຫລີກເວັ້ນຈາກການໄດ້ຮັບບາດເຈັບອີກ. … ການໃຫ້ອະໄພບໍ່ຮຽກຮ້ອງເຮົາໃຫ້ຮັບເອົາ ຫລື ອົດທົນກັບຄວາມຊົ່ວຮ້າຍ. … ແຕ່ຂະນະທີ່ເຮົາຕໍ່ສູ້ຕ້ານບາບ, ເຮົາຈະຕ້ອງບໍ່ໃຫ້ຄວາມກຽດຊັງ ຫລື ຄວາມໂມໂຫຮ້າຍຄວບຄຸມຄວາມຄິດ ແລະ ການກະທຳຂອງເຮົາ” (“Forgiveness Will Change Bitterness to Love,” Liahona, May 2003, 12).
ເຈັດສິບຄົນແມ່ນໃຜ?
ຕາມແບບແຜນທີ່ໄດ້ຈັດຕັ້ງຂຶ້ນໃນສະໄໝພຣະຄຳພີເດີມ (ເບິ່ງ ອົບພະຍົບ 24:1; ຈົດບັນຊີ 11:16), ພຣະເຢຊູຄຣິດ “ໄດ້ເລືອກເອົາເຈັດສິບຄົນຕື່ມອີກ,” ທີ່ນອກເໜືອໄປຈາກອັກຄະສາວົກສິບສອງຄົນຂອງພຣະອົງ, ເພື່ອເປັນພະຍານເຖິງພຣະອົງ, ສັ່ງສອນພຣະກິດຕິຄຸນຂອງພຣະອົງ, ແລະ ຊ່ວຍພຣະອົງໃນວຽກງານຂອງພຣະອົງ. ແບບແຜນນີ້ຍັງສືບຕໍ່ໃນສາດສະໜາຈັກທີ່ຟື້ນຟູຢູ່. ເຈັດສິບຄົນໄດ້ຖືກເອີ້ນໃຫ້ຊ່ວຍອັກຄະສາວົກສິບສອງ ໃນພາລະກິດຂອງພວກເພິ່ນ ໃນຖານະພະຍານພິເສດເຖິງພຣະເຢຊູຄຣິດຕໍ່ທັງໂລກ.
ເບິ່ງ ຄຳສອນ ແລະ ພັນທະສັນຍາ 107:25–26, 33–34, 97 ນຳອີກ.
ເພື່ອຈະໄດ້ຮັບຊີວິດນິລັນດອນ, ເຮົາຕ້ອງຮັກພຣະເຈົ້າ ແລະ ຮັກເພື່ອນບ້ານຂອງເຮົາເໝືອນຮັກຕົນເອງ.
ມັນເປັນປະໂຫຍດທີ່ຈະຈື່ຈຳວ່າ ຄຳອຸປະມາເລື່ອງໄທຊາມາເຣຍຜູ້ໃຈດີ ເປັນວິທີຂອງພຣະເຢຊູຕອບຄຳຖາມສອງຂໍ້ທີ່ວ່າ: “ຂ້ານ້ອຍຈະຕ້ອງເຮັດຢ່າງໃດ ຈຶ່ງຈະໄດ້ຮັບຊີວິດນິລັນດອນ?” ແລະ “ແມ່ນຜູ້ໃດເປັນເພື່ອນບ້ານຂອງຂ້ານ້ອຍ?” (ລູກາ 10:25, 29). ຂະນະທີ່ທ່ານອ່ານຄຳອຸປະມານີ້, ໃຫ້ພິຈາລະນາຄຳຖາມເຫລົ່ານີ້. ທ່ານພົບເຫັນຄຳຕອບໃດແດ່?
ໃນວັນເວລາຂອງພຣະເຢຊູ, ຄວາມກຽດຊັງລະຫວ່າງຊາວຢິວ ແລະ ຊາວຊາມາເຣຍມີມາດົນນານແລ້ວເປັນເວລາຫລາຍສັດຕະວັດ. ຊາວຊາມາເຣຍເປັນລູກຫລານຂອງຊາວຢິວທີ່ອາໄສຢູ່ໃນພາກພື້ນຊາມາເຣຍ ຊຶ່ງໄດ້ແຕ່ງງານກັບຄົນຕ່າງຊາດ. ຊາວຢິວຮູ້ສຶກວ່າ ຊາວຊາມາເຣຍເສື່ອມໂຊມຈາກການຄົບຫາກັບຄົນຕ່າງຊາດ ແລະ ປະຖິ້ມຄວາມເຊື່ອ. ຊາວຢິວຈະເດີນທາງໄກຫລາຍກິໂລແມັດ ເພື່ອຫລີກເວັ້ນຈາກການຜ່ານໄປທາງພາກພື້ນຊາມາເຣຍ. (ເບິ່ງ ລູກາ 9:52–54; 17:11–18; ໂຢຮັນ 4:9; 8:48 ນຳອີກ.)
ພວກທ່ານຄິດວ່າເປັນຫຍັງພຣະຜູ້ຊ່ວຍໃຫ້ລອດຈຶ່ງເລືອກໄທຊາມາເຣ, ຜູ້ທີ່ຊາວຢິວກຽດຊັງ, ເພື່ອເປັນຕົວຢ່າງຂອງຄວາມເຫັນອົກເຫັນໃຈ ແລະ ມີຄວາມຮັກຕໍ່ເພື່ອນບ້ານຂອງຕົນ? ຄຳອຸປະມາເລື່ອງນີ້ດົນໃຈທ່ານໃຫ້ເຮັດຫຍັງ?
ເບິ່ງ ໂມໄຊຢາ 2:17; “ຄຳອຸປະມາເລື່ອງໄທຊາມາເຣຍຜູ້ໃຈດີ” ແລະ “A Good Samaritan” (ວິດີໂອ), ChurchofJesusChrist.org ນຳອີກ.
ເຮົາເລືອກ “ສິ່ງທີ່ດີນັ້ນ” ໂດຍການເລືອກທຸກວັນ ທີ່ນຳພາໄປສູ່ຊີວິດນິລັນດອນ.
ໃນ ລູກາ 10:38–42, ພຣະເຢຊູໄດ້ເຊື້ອເຊີນນາງມາທາດ້ວຍຄວາມອ່ອນໂຍນໃຫ້ຄິດແຕກຕ່າງກ່ຽວກັບວິທີທີ່ນາງໃຊ້ເວລາຂອງນາງ. ຫລັງຈາກໄດ້ອ້າງເຖິງຂໍ້ເຫລົ່ານີ້ແລ້ວ, ຊິດສະເຕີ ແຄໂຣ ແອັຟ ມັກຄອງກີ ໄດ້ສິດສອນວ່າ: “ຖ້າຫາກເຮົາເປັນຄົນບໍລິສຸດ, ເຮົາຕ້ອງຮຽນຮູ້ທີ່ຈະນັ່ງຢູ່ໃກ້ພຣະບາດຂອງພຣະຜູ້ບໍລິສຸດຂອງອິດສະຣາເອນ ແລະ ໃຫ້ເວລາກັບຄວາມບໍລິສຸດ. ເຮົາໄດ້ວາງມືຖື, ລາຍການທີ່ຕ້ອງເຮັດ, ແລະ ຄວາມເປັນຫ່ວງໃນໂລກ ລົງໄວ້ແລ້ວບໍ? ການອະທິຖານ, ການສຶກສາ, ແລະ ການເຊື່ອຟັງພຣະຄຳຂອງພຣະເຈົ້າ ຈະເຊື້ອເຊີນຄວາມຮັກທີ່ຊຳລະໃຫ້ສະອາດ ແລະ ການປິ່ນປົວຂອງພຣະເຈົ້າ ເຂົ້າມາໃນຈິດວິນຍານຂອງເຮົາ. ຂໍໃຫ້ເຮົາຈົ່ງຫາເວລາທີ່ຈະບໍລິສຸດ, ເພື່ອວ່າເຮົາຈະເຕັມໄປດ້ວຍພຣະວິນຍານທີ່ສັກສິດ ແລະ ຊຳລະໃຫ້ບໍລິສຸດຂອງພຣະອົງ” (“The Beauty of Holiness,” Liahona, May 2017, 11). ທ່ານອາດຢາກສຳຫລວດເບິ່ງວິທີທີ່ທ່ານໃຊ້ເວລາຂອງທ່ານ—ແມ່ນແຕ່ກັບສິ່ງທີ່ດີ. ມີສິ່ງໃດບໍ ທີ່ “ຈຳເປັນ” (ຂໍ້ທີ 42) ທີ່ທ່ານຕ້ອງເອົາໃຈໃສ່ຫລາຍກວ່າ?
ແນວຄິດສຳລັບການສຶກສາພຣະຄຳພີເປັນຄອບຄົວ ແລະ ການສັງສັນໃນຕອນແລງ
-
ມັດທາຍ 18:1–11.ເປັນຫຍັງພຣະເຢຊູຈຶ່ງປະສົງໃຫ້ເຮົາກາຍເປັນເໝືອນດັ່ງເດັກນ້ອຍ? ມີຄຸນລັກສະນະຢ່າງໃດແດ່ທີ່ເດັກນ້ອຍມີ ທີ່ເຮົາສາມາດພັດທະນາເພື່ອກາຍເປັນເໝືອນດັ່ງພຣະຄຣິດຫລາຍຂຶ້ນ? (ເບິ່ງ ໂມໄຊຢາ 3:19).
-
ມັດທາຍ 18:15.ເຮົາຈະສາມາດນຳໃຊ້ຄຳແນະນຳຢູ່ໃນ ມັດທາຍ 18:15 ກັບການປະຕິສຳພັນໃນຄອບຄົວຂອງເຮົາໄດ້ແນວໃດ? ການເຮັດເຊັ່ນນີ້ຈະເປັນພອນໃຫ້ແກ່ຄອບຄົວຂອງເຮົາແນວໃດ?
-
ມັດທາຍ 18:21–35.ຄຳອຸປະມານີ້ສິດສອນເຮົາຫຍັງແດ່ກ່ຽວກັບພຣະເຢຊູຄຣິດ? ມັນສິດສອນເຮົາຫຍັງແດ່ກ່ຽວກັບວິທີທີ່ເຮົາປະຕິບັດກັບຄົນອື່ນ?
-
ລູກາ 10:25–37.ສະມາຊິກໃນຄອບຄົວອາດມັກນຸ່ງເຄື່ອງສະແດງ ແລະ ສະແດງຕາມຄຳອຸປະມາເລື່ອງນີ້. ບາງເທື່ອເຮົາກໍເປັນຄືກັນກັບຫລາຍຄົນໃນຄຳອຸປະມາເລື່ອງນີ້ແນວໃດ? ພຣະຜູ້ຊ່ວຍໃຫ້ລອດເປັນຄືກັນກັບໄທຊາມາເຣຍຜູ້ໃຈດີແນວໃດ? ເຮົາຈະສາມາດເປັນຄືກັນກັບໄທຊາມາເຣຍຜູ້ໃຈດີໄດ້ແນວໃດ?
ພວກທ່ານອາດຄິດທີ່ຈະຮ້ອງເພງສວດ ຫລື ເພງຂອງເດັກນ້ອຍເພງໜຶ່ງນຳກັນ ທີ່ສະໜັບສະໜູນຄວາມຈິງຢູ່ໃນຄຳອຸປະມາເລື່ອງນີ້. ຕົວຢ່າງໜຶ່ງແມ່ນ “ຂໍເພິ່ງພຣະທຸກຊົ່ວໂມງ” (ເພງສວດ ແລະ ເພງຂອງເດັກນ້ອຍ, 16), ແຕ່ກໍມີຫລາຍເພງອື່ນຕື່ມອີກ. ສະມາຊິກໃນຄອບຄົວອາດມັກຊອກຫາເພງສວດ ຫລື ເພງໃດໜຶ່ງ ແລະ ອະທິບາຍວ່າ ມັນກ່ຽວຂ້ອງກັບຄຳອຸປະມາແນວໃດ.
-
ລູກາ 10:38–42.ມັນຍາກບໍທີ່ຈະປັບເລື່ອງຝ່າຍວິນຍານໃຫ້ເຂົ້າກັບຕາຕະລາງຂອງຄອບຄົວທ່ານ? ເລື່ອງລາວຂອງນາງມາຣີ ແລະ ນາງມາທາ ສາມາດດົນໃຈສະພາຄອບຄົວ ຫລື ການສັງສັນໃນຕອນແລງໄດ້ ກ່ຽວກັບວິທີທີ່ຈະເຮັດສິ່ງນີ້ໃຫ້ດີກວ່າເກົ່າ. ພວກທ່ານສາມາດຂຽນວິທີຕ່າງໆທີ່ຈະເລືອກ “ສິ່ງທີ່ດີນັ້ນ” ເປັນຄອບຄົວ (ລູກາ 10:42).
ສຳລັບແນວຄິດເພີ່ມເຕີມກ່ຽວກັບການສິດສອນເດັກນ້ອຍ, ໃຫ້ເບິ່ງ this week’s outline ໃນ Come, Follow Me—For Primary.
ເພງແນະນຳ: “ພຣະຜູ້ໄຖ່ແຫ່ງອິດສະຣາເອນ,” ເພງສວດ ແລະ ເພງຂອງເດັກນ້ອຍ, 5.