ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 10–16 ເດືອນ​ເມ​ສາ. ມັດ​ທາຍ 15–17; ມາ​ຣະ​ໂກ 7–9: “ພຣະ​ອົງ​ເປັນ​ພຣະ​ຄຣິດ”


“ວັນ​ທີ 10–16 ເດືອນ​ເມ​ສາ. ມັດ​ທາຍ 15–17; ມາ​ຣະ​ໂກ 7–9: ‘ພຣະ​ອົງ​ເປັນ​ພຣະ​ຄຣິດ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 10–16 ເດືອນ​ເມ​ສາ. ມັດ​ທາຍ 15–17; ມາ​ຣະ​ໂກ 7–9,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ການ​ປ່ຽນ​ສະ​ພາບ​ພຣະ​ກາຍ​ຂອງ​ພຣະ​ຄຣິດ

The Transfiguration [ການ​ປ່ຽນ​ສະ​ພາບ​ພຣະ​ກາຍ​ຂອງ​ພຣະ​ຄຣິດ], ໂດຍ ຄາລ ເຮັນ​ຣິກ ບະ​ລ໊ອກ

ວັນ​ທີ 10–16 ເດືອນ​ເມ​ສາ

ມັດ​ທາຍ 15–17; ມາ​ຣະ​ໂກ 7–9

“ພຣະ​ອົງ​ເປັນ​ພຣະ​ຄຣິດ”

ການ​ອ່ານ​ພຣະ​ຄຳ​ພີ​ເຊື້ອ​ເຊີນ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃຫ້​ມາ​ສະ​ຖິດ​ຢູ່​ໃນ​ຊີ​ວິດ​ຂອງ​ທ່ານ. ພາ​ລະ​ກິດ​ທີ່​ສຳ​ຄັນ​ຢ່າງ​ໜຶ່ງ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ແມ່ນ​ເພື່ອ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ. ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ໃນ​ອາ​ທິດນີ້, ໃຫ້​ເອົາ​ໃຈ​ໃສ່​ຕໍ່​ຄວາມ​ຮູ້​ສຶກ​ທາງ​ວິນ​ຍານ ທີ່​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ມັນ​ເປັນ​ເລື່ອງ​ແປກ​ບໍ ທີ່​ພວກ​ຟາ​ຣີ​ຊາຍ ແລະ ພວກ​ຊາ​ດູ​ກາຍ​ໄດ້​ສັ່ງ​ໃຫ້​ພຣະ​ເຢ​ຊູ​ສະ​ແດງ “[ໝາຍ​ສຳ​ຄັນ] ຢ່າງ​ໜຶ່ງ​ຈາກ​ສະ​ຫວັນ” ໃຫ້​ພວກ​ເຂົາ​ເບິ່ງ? ການ​ອັດ​ສະ​ຈັນ​ທີ່​ຮູ້​ຈັກ​ກັນ​ດີ ຍັງ​ບໍ່​ພຽງ​ພໍ​ສຳ​ລັບ​ພວກ​ເຂົາ​ບໍ? ສ່ວນ​ຄຳ​ສອນ​ທີ່​ມີ​ພະ​ລັງ​ຂອງ​ພຣະ​ອົງ​ເດ ຫລື ວິ​ທີ​ຕ່າງໆ​ທີ່​ພຣະ​ອົງ​ໄດ້​ເຮັດ​ໃຫ້​ຄຳ​ທຳ​ນາຍ​ຂອງ​ສະ​ໄໝ​ບູ​ຮານ​ສຳ​ເລັດ​ຄົບ​ຖ້ວນ​ຍັງ​ບໍ່​ພຽງ​ພໍ​ບໍ? ຄຳ​ສັ່ງ​ຂອງ​ພວກ​ເຂົາ​ບໍ່​ແມ່ນ​ເປັນ​ເພາະ​ພວກ​ເຂົາ​ບໍ່​ເຫັນ​ໝາຍ​ສຳ​ຄັນ​ຫລາຍ​ພໍ ແຕ່​ເປັນ​ເພາະ​ຄວາມ​ບໍ່​ເຕັມ​ໃຈ​ທີ່​ຈະ “ສັງ​ເກດ​ໝາຍ​ສຳ​ຄັນ” ແລະ ຮັບ​ຮູ້​ມັນ. (ເບິ່ງ ມັດ​ທາຍ 16:1–4.)

ເປ​ໂຕ, ເໝືອ​ດັ່ງ​ພວກ​ຟາ​ຣີ​ຊາຍ ແລະ ພວກ​ຊາ​ດູ​ກາຍ, ໄດ້​ເຫັນ​ການ​ອັດ​ສະ​ຈັນ​ຂອງ​ພຣະ​ຊ່ວຍ​ໃຫ້​ລອດ ແລະ ໄດ້​ຍິນ​ຄຳ​ສອນ​ຂອງ​ພຣະ​ອົງ. ແຕ່​ປະ​ຈັກ​ພະ​ຍານ​ທີ່​ແນ່​ນອນ​ຂອງ​ເປ​ໂຕ ທີ່​ວ່າ, “ພຣະ​ອົງ​ເປັນ​ພຣະ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ,” ບໍ່​ໄດ້​ມີ​ມາ​ຜ່ານ​ທາງ​ຄວາມ​ຮູ້​ສຶກ​ທາງ​ຮ່າງ​ກາຍ​ຂອງ​ເພິ່ນ—“ເນື້ອ​ໜັງ ແລະ ເລືອດ” ຂອງ​ເພິ່ນ. ປະ​ຈັກ​ພະ​ຍານ​ຂອງ​ເພິ່ນ​ໄດ້​ຖືກ​ເປີດ​ເຜີຍ​ຕໍ່​ເພິ່ນ ໂດຍ “ພຣະ​ບິ​ດາ​ຜູ້​ຊຶ່ງ​ຢູ່​ໃນ​ສະ​ຫວັນ” ຂອງ​ເຮົາ. ການ​ເປີດ​ເຜີຍ ແມ່ນ​ດານ​ຫີນ ຊຶ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສ້າງ​ສາດ​ສະ​ໜາ​ຈັກ​ຢູ່​ເທິງນັ້ນ ໃນ​ເວ​ລານັ້ນ ແລະ ໃນ​ເວ​ລາ​ນີ້—ການ​ເປີດ​ເຜີຍ​ຈາກ​ສະ​ຫວັນ​ຕໍ່​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ. ແລະ ນີ້​ແມ່ນ​ດານ​ຫີນ​ຊຶ່ງ​ເຮົາ​ໄດ້​ສ້າງ​ການ​ເປັນ​ສາ​ນຸ​ສິດ​ໄວ້​ເທິງ​ນັ້ນ—ການ​ເປີດ​ເຜີຍ​ວ່າ​ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ ແລະ ວ່າ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ດຳ​ລົງ “ຂໍ​ກະ​ແຈ​ແຫ່ງ​ຣາຊ​ອາ​ນາ​ຈັກ.” ເມື່ອ​ເຮົາ​ຖືກ​ສ້າງ​ຂຶ້ນ​ເທິງ​ຮາກ​ຖານ​ນີ້, “ປະ​ຕູ​ແຫ່ງ​ແດນ​ມໍ​ລະ​ນາ​ຈະ​ເອົາ​ຊະ​ນະ [ເຮົາ] ບໍ່​ໄດ້” (ມັດ​ທາຍ 16:15–19).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ມັດ​ທາຍ 16:13–17

ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ​ມີ​ມາ​ຜ່ານ​ທາງ​ການ​ເປີດ​ເຜີຍ.

ຖ້າ​ຫາກ​ພຣະ​ເຢ​ຊູ​ຄຣິດ​ຖາມ​ຜູ້​ຄົນ​ໃນ​ທຸກ​ວັນ​ນີ້​ວ່າ, “ຄົນ​ທັງ​ຫລາຍ​ເວົ້າ​ກັນ​ວ່າ ບຸດ​ມະ​ນຸດ​ເປັນ​ຜູ້​ໃດ?” ພວກ​ເຂົາ​ຈະ​ຕອບ​ວ່າ​ແນວ​ໃດ? ທ່ານ​ຈະ​ຕອບ​ວ່າ​ແນວ​ໃດ ຖ້າ​ຫາກ​ພຣະ​ເຢ​ຊູ​ຖາມ​ທ່ານ​ວ່າ, “ເຈົ້າ​ເດ ວ່າ​ເຮົາ​ເປັນ​ຜູ້​ໃດ?” (ເບິ່ງ ມັດ​ທາຍ 16:13–15.)

ໃຫ້​ໄຕ່​ຕອງ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ວິ​ທີ​ທີ່​ທ່ານ​ໄດ້​ຮັບ​ປະ​ຈັກ​ພະ​ຍານ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ ມັດ​ທາຍ 16:15–17 ທີ່​ສາ​ມາດ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ມັນ? ຖ້າ​ຫາກ​ທ່ານ​ຢາກ​ຮຽນ​ຮູ້​ຫລາຍ​ຕື່ມ​ອີກ​ກ່ຽວ​ກັບ​ປະ​ຈັກ​ພະ​ຍານ ແລະ ການ​ເປີດ​ເຜີຍ​ສ່ວນ​ຕົວ, ໃຫ້​ຄົ້ນ​ຄວ້າ​ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້: ໂຢ​ຮັນ 15:26; 2 ນີ​ໄຟ 31:17–18; ແອວ​ມາ 5:45–48; ແລະ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 8:2–3.

ເບິ່ງ “President Nelson: Hear Him—Personal Revelation” (ວິ​ດີ​ໂອ), ChurchofJesusChrist.org ນຳ​ອີກ.

ມັດ​ທາຍ 16:13–19; 17:1–9; ມາ​ຣະ​ໂກ 9:2–9

“ຂໍ​ກະ​ແຈ​ແຫ່ງ​ອາ​ນາ​ຈັກ​ສະ​ຫວັນ” ມີ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ໃນ​ທຸກ​ວັນ​ນີ້.

“ຂໍ​ກະ​ແຈ​ແຫ່ງ​ອາ​ນາ​ຈັກ​ສະ​ຫວັນ” ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສັນ​ຍາ​ວ່າ​ຈະ​ມອບ​ໃຫ້​ເປ​ໂຕ ແມ່ນ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ (ມັດ​ທາຍ 16:19). ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຄື​ຫຍັງ? ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ການ​ຂໍ​ກະ​ແຈ​ເຫລົ່າ​ນັ້ນ? ໃຫ້​ໄຕ່​ຕອງ​ຄຳ​ຖາມ​ເຫລົ່າ​ນີ້ ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ ມັດ​ທາຍ 16:13–19 ແລະ ຄວາມ​ສຳ​ເລັດ​ຄົບ​ຖ້ວນ​ຂອງ​ມັນ​ໃນ ມັດ​ທາຍ 17:1–9; ມາ​ຣະ​ໂກ 9:2–9 (ເບິ່ງ ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ, ມາ​ຣະ​ໂກ 9:3 [ໃນ ມາ​ຣະ​ໂກ 9:4, ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ  ] ນຳ​ອີກ).

ແຫລ່ງ​ອື່ນ​ອີກ​ທີ່​ຊ່ວຍ​ທ່ານ​ຮຽນ​ຮູ້​ກ່ຽວ​ກັບ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແມ່ນ​ລວມ​ທັງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 65:2; 107:18–20; 110:11–16; 128:9–11; “ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ” ໃນ ຄູ່​ມື​ພຣະ​ຄຳ​ພີ (scriptures.ChurchofJesusChrist.org); ແລະ ຂ່າວ​ສານ​ຂອງ​ແອວ​ເດີ ແກ​ຣີ ອີ ສະ​ຕີບ​ເວັນ​ສັນ “Where Are the Keys and Authority of the Priesthood?,” (Liahona, May 2016, 29–32). ຂະ​ນະ​ທີ່​ສຶກ​ສາ​ແຫລ່ງ​ເຫລົ່າ​ນີ້, ໃຫ້​ຄິດ​ທີ່​ຈະ​ຂຽນ​ສິ່ງ​ທີ່​ທ່ານ​ໄດ້​ຮຽນ​ຮູ້​ລົງ​ໄວ້ ກ່ຽວ​ກັບ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ ແລະ ພອນ​ທີ່​ມີ​ມາ​ຈາກ​ຂໍ​ກະ​ແຈ​ເຫລົ່າ​ນັ້ນ. ທ່ານ​ຄິດ​ວ່າ​ເປັນ​ຫຍັງ​ຂໍ​ກະ​ແຈ​ຈຶ່ງ​ເປັນ​ສັນ​ຍາ​ລັກ​ທີ່​ດີ​ຢ່າງ​ໜຶ່ງ ສຳ​ລັບ​ສິດ​ທີ່​ຈະ​ຊີ້​ນຳ​ການ​ຮັບ​ໃຊ້​ຂອງ​ຖາ​ນະ​ປະ​ໂລ​ຫິດ?

ເບິ່ງ Dallin H. Oaks, “The Melchizedek Priesthood and and the Keys,” Liahona, May 2020, 69–72; Bible Dictionary, “Transfiguration, Mount of” ນຳ​ອີກ.

ຮູບ​ພາບ
ຮູບ​ປັ້ນ​ຂອງ​ເປ​ໂຕ​ທີ່​ກຳ​ລັງ​ຖື​ກະ​ແຈ

ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຄື​ສິດ​ອຳ​ນາດ​ທີ່​ຈະ​ຊີ້​ນຳ​ການ​ນຳ​ໃຊ້​ຖາ​ນະ​ປະ​ໂລ​ຫິດ.

ມັດ​ທາຍ 17:14–21; ມາ​ຣະ​ໂກ 9:14–29

ເມື່ອ​ສະ​ແຫວງ​ຫາ​ສັດ​ທາ​ທີ່​ຍິ່ງ​ໃຫຍ່​ກວ່າ, ເຮົາ​ສາ​ມາດ​ເລີ່ມ​ຕົ້ນ​ດ້ວຍ​ສັດ​ທາ​ທີ່​ເຮົາ​ມີ​ຢູ່.

ຜູ້​ເປັນ​ພໍ່​ທີ່​ກ່າວ​ເຖິງ​ໃນ ມັດ​ທາຍ 17 ແລະ ມາ​ຣະ​ໂກ 9 ມີ​ເຫດ​ຜົນ​ທີ່​ຈະ​ຮູ້​ສຶກ​ບໍ່​ໝັ້ນ​ໃຈ​ວ່າ ພຣະ​ເຢ​ຊູ​ສາ​ມາດ​ປິ່ນ​ປົວ​ລູກ​ຊາຍ​ຂອງ​ລາວ. ລາວ​ໄດ້​ຂໍ​ໃຫ້​ພວກ​ສາ​ວົກ​ຂອງ​ພຣະ​ເຢ​ຊູ​ປິ່ນ​ປົວ​ລູກ​ຊາຍ​ຂອງ​ລາວ, ແລະ ພວກ​ເພິ່ນ​ບໍ່​ສາ​ມາດ. ແຕ່​ເມື່ອ​ລາວ​ໄດ້​ຂໍ​ການ​ອັດ​ສະ​ຈັນ​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ລາວ​ໄດ້​ເລືອກ​ສະ​ແດງ​ສັດ​ທາ​ຂອງ​ລາວ. “[ຂ້າ​ນ້ອຍ​ວາງ​ໃຈ​ເຊື່ອ​ແລ້ວ, ພຣະ​ອົງ​ເຈົ້າ​ເອີຍ],” ລາວ​ເວົ້າ. ແລ້ວ, ໃນ​ການ​ຮັບ​ຮູ້​ວ່າ ລາວ​ຍັງ​ບໍ່​ມີ​ສັດ​ທາ​ຢ່າງ​ເຕັມ​ປ່ຽມ, ລາວ​ໄດ້​ເວົ້າ​ຕື່ມ​ວ່າ, “ໂຜດ​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ມີ​ຄວາມ​ເຊື່ອ​ຫລາຍ​ກວ່າ​ນີ້​ແດ່​ທ້ອນ.”

ພຣະ​ວິນ​ຍານ​ໄດ້​ສິດ​ສອນ​ທ່ານ​ຫຍັງ​ແດ່ ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ການ​ອັດ​ສະ​ຈັນ​ນີ້? ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ຊ່ວຍ​ທ່ານ​ໃຫ້​ມີ​ສັດ​ທາ​ຫລາຍ​ຂຶ້ນ​ແນວ​ໃດ? ທ່ານ​ສາ​ມາດ​ເຮັດ​ສິ່ງ​ໃດ​ເພື່ອ​ເພີ່ມ​ສັດ​ທາ​ໃສ່​ກັບ​ສັດ​ທາ​ທີ່​ທ່ານ​ມີ​ຢູ່​ແລ້ວ? ບາງ​ທີ​ທ່ານ​ສາ​ມາດ​ຮວບ​ຮວມ​ຂໍ້​ພຣະ​ຄຳ​ພີ, ຂ່າວ​ສານ​ຈາກ​ກອງ​ປະ​ຊຸມ​ໃຫຍ່, ຫລື ປະ​ສົບ​ການ​ທີ່​ໄດ້​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ທ່ານ.

ເບິ່ງ Jeffrey R. Holland, “Lord, I Believe,” Liahona, May 2013, 93–95 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ມັດ​ທາຍ 15:7–9; ມາ​ຣະ​ໂກ 7:6–7.ແມ່ນ​ຫຍັງ​ຄື​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ການ​ໃຫ້​ກຽດ​ແກ່​ພຣະ​ເຈົ້າ ດ້ວຍ​ຄຳ​ວາ​ຈາ, ຫລື ຄຳ​ເວົ້າ​ຂອງ​ເຮົາ, ແລະ ການ​ໃຫ້​ກຽດ​ແກ່​ພຣະ​ອົງ​ດ້ວຍ​ໃຈ​ຂອງ​ເຮົາ?

ມັດ​ທາຍ 15:17–20; ມາ​ຣະ​ໂກ 7:18–23.ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ລະ​ມັດ​ລະ​ວັງ​ກ່ຽວ​ກັບ​ສິ່ງ​ທີ່​ເຮົາ​ເອົາ​ເຂົ້າ​ໃສ່​ປາກ? ອີງ​ຕາມ​ສິ່ງ​ທີ່​ພຣະ​ເຢ​ຊູ​ໄດ້​ສິດ​ສອນ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້, ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ລະ​ມັດ​ລະ​ວັງ​ຫລາຍ​ຂຶ້ນ​ກ່ຽວ​ກັບ​ສິ່ງ​ທີ່​ອອກ​ມາ​ຈາກ​ປາກ​ຂອງ​ເຮົາ—ແລະ ອອກ​ມາ​ຈາກ​ໃຈ​ຂອງ​ເຮົາ? ເຮົາ​ຈະ​ຮັກ​ສາ​ໃຈ​ຂອງ​ເຮົາ​ໃຫ້​ບໍ​ລິ​ສຸດ​ໄດ້​ແນວ​ໃດ?

ມັດ​ທາຍ 16:15–17.ພຣະ​ເຈົ້າ​ໄດ້​ເປີດ​ເຜີຍ​ຕໍ່​ເຮົາ​ວ່າ ພຣະ​ເຢ​ຊູ​ເປັນ “ພຣະ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ” ແນວ​ໃດ? (ຂໍ້​ທີ 16). ເຮົາ​ຈະ​ກະ​ກຽມ​ຕົວ​ເອງ​ເພື່ອ​ຮັບ​ເອົາ​ການ​ເປີດ​ເຜີຍນີ້​ຈາກ​ພຣະ​ອົງ​ໄດ້​ແນວ​ໃດ?

ມັດ​ທາຍ 16:13–19; 17:1–9.ເພື່ອ​ທີ່​ຈະ​ສິດ​ສອນ​ເດັກ​ນ້ອຍ​ກ່ຽວ​ກັບ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ທ່ານ​ສາ​ມາດ​ເລົ່າ​ເລື່ອງ​ລາວ​ຂອງ​ແອວ​ເດີ ແກ​ຣີ ອີ ສະ​ຕີບ​ເວັນ​ສັນ ກ່ຽວ​ກັບ​ການ​ລືມ​ກະ​ແຈ​ໄວ້​ຢູ່​ໃນ​ລົດ​ຂອງ​ເພິ່ນ (ເບິ່ງ ວິ​ດີ​ໂອ “Where Are the Keys?” ທີ່ ChurchofJesusChrist.org). ທ່ານ​ສາ​ມາດ​ປ່ອຍ​ໃຫ້​ເ​ດັກ​ນ້ອຍ​ໃຊ້​ກະ​ແຈ​ເພື່ອ​ເປີດ​ເຮືອນ, ເປີດ​ລົດ, ຫລື ເປີດ​ສິ່ງ​ອື່ນໆ. ໃຫ້​ຄິດ​ທີ່​ຈະ​ສະ​ແດງ​ຮູບ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ ແລະ ເປັນ​ພະ​ຍານ​ວ່າ ເພິ່ນ​ມີ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທຸກ​ຢ່າງ, ເໝືອນ​ດັ່ງ​ເປ​ໂຕ​ມີ.

ມັດ​ທາຍ 17:20.ສາດ​ສະ​ດາ​ທີ່​ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ໄດ້​ຍ້າຍ​ພູ​ເຂົາ​ແທ້ໆ (ເບິ່ງ ຢາ​ໂຄບ 4:6; ໂມ​ເຊ 7:13). ແຕ່​ຕາມ​ປົກ​ກະ​ຕິ​ແລ້ວ, ນັ້ນ​ບໍ່​ແມ່ນ​ການ​ອັດ​ສະ​ຈັນ​ທີ່​ເຮົາ​ຕ້ອງ​ການ. ປະ​ທານ​ເອັມ ຣະ​ໂຊ ບາ​ເລີດ ໄດ້​ສິດ​ສອນ​ວ່າ: “ຖ້າ​ເຮົາ​ມີ​ສັດ​ທາ​ນ້ອຍໆ​ທໍ່​ເມັດ​ຜັກ​ກາດ, ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ເຄື່ອນ​ພູ​ເຂົາ​ແຫ່ງ​ຄວາມ​ທໍ້​ຖອຍ ແລະ ຄວາມ​ສົງ​ໄສ​ໃນ​ວຽກ​ງານ​ທີ່​ຢູ່​ຕໍ່​ໜ້າ​ເຮົາ ຂະ​ນະ​ທີ່​ເຮົາ​ຮັບ​ໃຊ້​ກັບ​ລູກໆ​ຂອງ​ພຣະ​ເຈົ້າ, ຮ່ວມ​ທັງ​ສະ​ມາ​ຊິກ​ໃນ​ຄອບ​ຄົວ, ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ແລະ ຜູ້​ຄົນ​ທີ່​ຍັງ​ບໍ່​ທັນ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ເທື່ອ” (“Precious Gifts from God,” Liahona, May 2018, 10). ມີ​ພູ​ເຂົາ​ຢ່າງ​ໃດ​ແດ່​ໃນ​ຊີ​ວິດ​ຂອງ​ເຮົາ ທີ່​ຈຳ​ເປັນ​ຕ້ອງ​ຍ້າຍ​ມັນ​ໜີ? ເຮົາ​ຈະ​ສາ​ມາດ​ສະ​ແດງ​ສັດ​ທາ​ໃນ​ອຳ​ນາດ​ຂອງ​ພຣະ​ເຈົ້າ ເພື່ອ​ຊ່ວຍ​ເຮົາ​ໃຫ້​ຍ້າຍ​ພູ​ເຂົາ​ເຫລົ່າ​ນີ້​ໄດ້​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ແນະ​ນຳ: “ພຣະ​ຜູ້​ໄຖ່​ແຫ່ງ​ອິດ​ສະ​ຣາ​ເອນ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 5.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ເຕົ້າ​ໂຮມ​ກັນ​ເລື້ອຍໆ. ປະ​ທານ​ເຮັນ​ຣີ ບີ ໄອ​ຣິງ ໄດ້​ສິດ​ສອນ​ວ່າ: “ຢ່າ​ພາດ​ໂອ​ກາດ​ທີ່​ຈະ​ເຕົ້າ​ໂຮມ​ລູກໆ ເພື່ອ​ຮຽນ​ຮູ້​ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ໂອ​ກາດ​ເຊັ່ນ​ນັ້ນ​ແມ່ນ​ຫາ​ໄດ້​ຍາກ ເມື່ອ​ປຽບ​ທຽບ​ກັບ​ຄວາມ​ພະ​ຍາ​ຍາມ​ຂອງ​ສັດ​ຕູ” (“The Power of Teaching Doctrine,” Ensign, May 1999, 74).

ຮູບ​ພາບ
ຜູ້​ຊາຍ​ກັບ​ລູກ​ຊາຍ​ທີ່​ປ່ວຍ​ໂຊ ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຢ​ຊູ

Master, I Have Brought unto Thee My Son [ອາ​ຈານ​ເອີຍ, ຂ້າ​ນ້ອຍ​ໄດ້​ນຳ​ລູກ​ຊາຍ​ຂອງ​ຂ້າ​ນ້ອຍ​ມາ​ຫາ​ທ່ານ], ໂດຍ ວາວ​ເຕີ ເຣນ

ພິມ