ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 3–9 ເດືອນ​ເມ​ສາ. ອີດ​ສະ​ເຕີ: “ໂອ ຄວາມ​ຕາຍ​ເອີຍ, ໄຊ​ຊະ​ນະ​ຂອງ​ມຶງ​ຢູ່​ໃສ?”


“ວັນ​ທີ 3–9 ເດືອນ​ເມ​ສາ. ອີດ​ສະ​ເຕີ: ‘ໂອ ຄວາມ​ຕາຍ​ເອີຍ, ໄຊ​ຊະ​ນະ​ຂອງ​ມຶງ​ຢູ່​ໃສ?,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 3–9 ເດືອນ​ເມ​ສາ. ອີດ​ສະ​ເຕີ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ສວນ​ອຸບ​ມຸງ

ວັນ​ທີ 3–9 ເດືອນ​ເມ​ສາ

ອີດ​ສະ​ເຕີ

“ໂອ ຄວາມ​ຕາຍ​ເອີຍ, ໄຊ​ຊະ​ນະ​ຂອງ​ມຶງ​ຢູ່​ໃສ?”

ຂະ​ນະ​ທີ່​ທ່ານ​ອ່ານ​ປະ​ຈັກ​ພະ​ຍານ​ເຖິງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃນ​ໂຄງ​ຮ່າງນີ້, ໃຫ້​ສັງ​ເກດ​ເບິ່ງ​ຄວາມ​ຮູ້​ສຶກ ແລະ ຄວາມ​ປະ​ທັບ​ໃຈ​ທີ່​ມາ​ສູ່​ທ່ານ ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ລະ​ຫວ່າງ​ອາ​ທິດ​ສຸດ​ທ້າຍ​ຂອງ​ພຣະ​ຊົນ​ຊີບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຊາວ​ຢິວ​ຫລາຍ​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ພຣະ​ອົງ​ກຳ​ລັງ​ມີ​ພາກ​ສ່ວນ​ໃນ​ປະ​ເພ​ນີ​ງານ​ປັດ​ສະ​ຄາ. ພວກ​ເຂົາ​ໄດ້​ກະ​ກຽມ​ອາ​ຫານ, ຮ້ອງ​ເພງ, ແລະ ເຕົ້າ​ໂຮມ​ກັນ​ເພື່ອ​ລະ​ນຶກ​ເຖິງ​ການ​ປົດ​ປ່ອຍ​ຂອງ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ​ຈາກ​ການ​ເປັນ​ຂ້າ​ທາດ​ຂອງ​ຊາວ​ເອ​ຢິບ. ຄອບ​ຄົວ​ຟັງ​ເລື່ອງ​ເລົ່າ​ກ່ຽວ​ກັບ​ທູດ​ຜູ້​ທຳ​ລາຍ​ໄດ້​ຜ່ານ​ກາຍ​ເຮືອນ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ ຜູ້​ທີ່​ໄດ້​ໝາຍ​ຂອບ​ປະ​ຕູ​ເຮືອນ​ດ້ວຍ​ເລືອດ​ຂອງ​ລູກ​ແກະ. ທ່າມ​ກາງ​ການ​ສະ​ເຫລີມ​ສະ​ຫລອງ​ທັງ​ໝົດ​ເຫລົ່າ​ນີ້​ທີ່​ເຕັມ​ໄປ​ດ້ວຍ​ສັນ​ຍາ​ລັກ​ຂອງ​ການ​ປົດ​ປ່ອຍ, ມີ​ໜ້ອຍ​ຄົນ​ທີ່​ຮູ້​ວ່າ​ພຣະ​ເຢ​ຊູ​ຄຣິດ, ພຣະ​ເມ​ສາ​ຂອງ​ພຣະ​ເຈົ້າ, ພວມ​ຈະ​ປົດ​ປ່ອຍ​ພວກ​ເຂົາ​ຈາກ​ການ​ເປັນ​ຂ້າ​ທາດ​ຂອງ​ຄວາມ​ຜິດ​ບາບ ແລະ ຄວາມ​ຕາຍ—ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ອົງ, ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ. ເຖິງ​ປານ​ນັ້ນ, ກໍ​ຍັງ​ມີ​ຜູ້​ທີ່​ຮັບ​ຮູ້​ພຣະ​ເຢ​ຊູ​ວ່າ​ເປັນ​ພຣະ​ເມ​ຊີ​ອາ​ທີ່​ສັນ​ຍາ​ໄວ້​ຂອງ​ພວກ​ເຂົາ, ຜູ້​ປົດ​ປ່ອຍ​ນິ​ລັນ​ດອນ​ຂອງ​ພວກ​ເຂົາ. ຈາກ​ເວ​ລາ​ນັ້ນ​ເປັນ​ຕົ້ນ​ມາ, ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ເປັນ​ພະ​ຍານ​ຕໍ່​ທັງ​ທົ່ວ​ໂລກ​ວ່າ “ພຣະ​ຄຣິດ​ຊົງ​ສິ້ນ​ພຣະ​ຊົນ​ເພື່ອ​ຄວາມ​ຜິດ​ບາບ​ຂອງ​ເຮົາ​ທັງ​ຫລາຍ … ; ແລະ ພຣະ​ອົງ​ໄດ້​ຖືກ​ຝັງ​ໄວ້, ແລະ ໃນ​ວັນ​ຖ້ວນ​ສາມ​ໄດ້​ຖືກ​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ​ສູ່​ຊີ​ວິດ” (1 ໂກ​ຣິນ​ໂທ 15:3–4).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ມັດ​ທາຍ 21–28

ພຣະ​ເຢ​ຊູ​ຄຣິດ​ປົດ​ປ່ອຍ​ເຮົາ​ຈາກ​ບາບ ແລະ ຄວາມ​ຕາຍ, ໃຫ້​ຄວາມ​ເຂັ້ມ​ແຂງ​ແກ່​ເຮົາ ໃນ​ຄວາມ​ອ່ອນ​ແອ​ຂອງ​ເຮົາ, ແລະ ປອບ​ໂຍນ​ເຮົາ​ໃນ​ການ​ທົດ​ລອງ​ຂອງ​ເຮົາ.

ວິ​ທີ​ໜຶ່ງ​ໃນ​ການ​ສຸມ​ໃຈ​ໃສ່​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ອາ​ທິດ​ນີ້ ແມ່ນ​ທີ່​ຈະ​ໃຊ້​ເວ​ລາ​ທຸກ​ມື້​ກັບ​ການ​ອ່ານ​ກ່ຽວ​ກັບ​ອາ​ທິດ​ສຸດ​ທ້າຍ​ຂອງ​ພຣະ​ຊົນ​ຊີບ​ຂອງ​ພຣະ​ເຢ​ຊູ (ຕາ​ຕະ​ລາງ​ການ​ອ່ານ​ທີ່​ເປັນ​ໄປ​ໄດ້​ຢູ່​ຂ້າງ​ລຸ່ມ). ທ່ານ​ພົບ​ເຫັນ​ຫຍັງ​ແດ່​ຢູ່​ໃນ​ບົດ​ເຫລົ່າ​ນີ້ ທີ່​ຊ່ວຍ​ທ່ານ​ໃຫ້​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ? ໃຫ້​ໄຕ່​ຕອງ​ສິ່ງ​ທີ່​ບົດ​ເຫລົ່າ​ນີ້​ສິດ​ສອນ​ທ່ານ​ກ່ຽວ​ກັບ​ວ່າ ພຣະ​ອົງ​ສາ​ມາດ​ປົດ​ປ່ອຍ​ທ່ານ​ຈາກ​ບາບ, ຄວາມ​ຕາຍ, ການ​ທົດ​ລອງ, ແລະ ຄວາມ​ອ່ອນ​ແອ​ແນວ​ໃດ. ທ່​ານ​ຈະ​ໃຊ້​ສັດ​ທາ​ໃນ​ອຳ​ນາດ​ແຫ່ງ​ການ​ປົດ​ປ່ອຍ​ຂອງ​ພຣະ​ອົງ​ແນວ​ໃດ?

  • ວັນ​ອາ​ທິດ: ການ​ເຂົ້າ​ໄປ​ໃນ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ຢ່າງ​ຜູ້​ມີ​ໄຊ (ມັດ​ທາຍ 21:6–11)

  • ວັນ​ຈັນ: ການ​ຊຳ​ລະ​ພຣະ​ວິ​ຫານ (ມັດ​ທາຍ 21:12–16)

  • ວັນ​ອັງ​ຄານ: ການ​ສິດ​ສອນ​ໃນ​ເຢ​ຣູ​ຊາ​ເລັມ (ມັດ​ທາຍ 21–23)

  • ວັນ​ພຸດ: ສືບ​ຕໍ່​ສິດ​ສອນ (ມັດ​ທາຍ 24–25)

  • ວັນ​ພະ​ຫັດ: ງານ​ປັດ​ສະ​ຄາ ແລະ ການ​ຮັບ​ທຸກ​ທໍ​ລະ​ມານ​ຂອງ​ພຣະ​ຄຣິດ​ໃນ​ສວນ​ເຄັດ​ເຊ​ມາ​ເນ (ມັດ​ທາຍ 26)

  • ວັນ​ສຸກ: ການ​ສອບ​ສວນ, ການ​ຄຶງ, ແລະ ການ​ຝັງ (ມັດ​ທາຍ 27:1–61)

  • ວັນ​ເສົາ: ພຣະ​ສົບ​ຂອງ​ພຣະ​ຄຣິດ​ວາງ​ຢູ່​ໃນ​ອຸບ​ມຸງ (ມັດ​ທາຍ 27:62–66) ຂະ​ນະ​ທີ່​ພຣະ​ອົງ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຢູ່​ໃນ​ໂລກ​ວິນ​ຍານ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 138)

  • ວັນ​ອາ​ທິດ: ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ປະ​ກົດ​ຕົວ​ຕໍ່​ພວກ​ສາ​ວົກ​ຂອງ​ພຣະ​ອົງ (ມັດ​ທາຍ 28:1–10)

ເບິ່ງ Easter.ComeuntoChrist.org ນຳ​ອີກ.

ຮູບ​ພາບ
ພຣະ​ເຢ​ຊູ​ຢູ່​ເທິງ​ໄມ້​ກາງ​ແຂນ

Crucifixion [ການ​ຄຶງ], ໂດຍ ຫລູ​ອີສ໌ ພາກ​ເກີ

ມັດ​ທາຍ 28:1–10; ລູ​ກາ 24:13–35; ໂຢ​ຮັນ 20:19–29; 1 ໂກ​ຣິນ​ໂທ 15:1–8, 55

ຫລາຍ​ຄົນ​ເປັນ​ພະ​ຍານ​ເຖິງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ໃຫ້​ຈິນ​ຕະ​ນາ​ການ​ເບິ່ງ​ວ່າ ສາ​ນຸ​ສິດ​ຈະ​ຮູ້​ສຶກ​ແນວ​ໃດ ເມື່ອ​ເຫັນ​ພຣະ​ເຢ​ຊູ​ຖືກ​ເຍາະ​ເຍີ້ຍ, ຖືກ​ທາ​ລຸນ, ແລະ ຖືກ​ຄຶງ. ພວກ​ເຂົາ​ໄດ້​ເປັນ​ພະ​ຍານ​ເຖິງ​ອຳ​ນາດ​ຂອງ​ພຣະ​ອົງ, ຮູ້​ສຶກ​ເຖິງ​ຄວາມ​ຈິງ​ຂອງ​ຄຳ​ສອນ​ຂອງ​ພຣະ​ອົງ, ແລະ ມີ​ສັດ​ທາ​ວ່າ ພຣະ​ອົງ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ. ການ​ເຫັນ​ພຣະ​ອົງ​ສິ້ນ​ພຣະ​ຊົນ ຄົງ​ເຮັດ​ໃຫ້​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ຮູ້​ສຶກ​ໂສກ​ເສົ້າ ແລະ ສັບ​ສົນ. ແຕ່​ບໍ່​ດົນ​ພວກ​ເຂົາ​ໄດ້​ກາຍ​ເປັນ​ພະ​ຍານ​ເຖິງ​ການ​ອັດ​ສະ​ຈັນ​ທີ່​ຍິ່ງ​ໃຫຍ່​ເຖິງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ.

ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ເລື່ອງ​ລາວ​ຂອງ​ຜູ້​ທີ່​ໄດ້​ເປັນ​ພະ​ຍານ​ເຖິງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ? ໃຫ້​ໝາຍ ຫລື ຂຽນ​ປະ​ສົບ​ການ​ຂອງ​ແຕ່​ລະ​ຄົນ​ໃນ ມັດ​ທາຍ 28:1–10; ລູ​ກາ 24:13–35; ໂຢ​ຮັນ 20:19–29; ແລະ 1 ໂກ​ຣິນ​ໂທ 15:1–8, 55. (ປະ​ຈັກ​ພະ​ຍານ​ຂອງ​ຄົນ​ອື່ນ​ເຖິງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຄຣິດ ມີ​ຢູ່​ໃນ 3 ນີ​ໄຟ 11; ມໍ​ມອນ 1:15; ອີ​ເທີ 12:38–39; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:19–24; 110:1–10; ແລະ ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:15–17.) ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ກ່ຽວ​ກັບ​ປະ​ຈັກ​ພະ​ຍານ​ຂອງ​ພະ​ຍານ​ເຫລົ່າ​ນີ້? ຫລັງ​ຈາກ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຄົນ​ອື່ນໆ​ກໍ​ໄດ້​ຟື້ນ​ຄືນ​ຊີ​ວິດ ແລະ ປະ​ກົດ​ຕົວ​ຕໍ່​ຫລາຍ​ຄົນ (ເບິ່ງ ມັດ​ທາຍ 27:52–53; 3 ນີ​ໄຟ 23:9). ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຄຳ​ສັນ​ຍາ​ຂອງ​ການ​ຟື້ນ​ຄືນ​ຊີ​ວິດ ມີ​ອິດ​ທິ​ພົນ​ຕໍ່​ວິ​ທີ​ທີ່​ທ່ານ​ດຳ​ລົງ​ຊີ​ວິດ​ແນວ​ໃດ?

ເບິ່ງ “Jesus Is Resurrected,” “The Risen Lord Appears to the Apostles,” “Blessed Are They That Have Not Seen, and Yet Have Believed” (ວິ​ດີ​ໂອ), ChurchofJesusChrist.org ນຳ​ອີກ.

1 ເປ​ໂຕ 1:3–11

ພຣະ​ເຢ​ຊູ​ຄຣິດ​ໃຫ້​ຄວາມ​ຫວັງ ແລະ ຄວາມ​ຊື່ນ​ຊົມ​ແກ່​ເຮົາ.

ຄຳ​ໃດ ຫລື ວະ​ລີ​ໃດ​ຢູ່​ໃນ 1 ເປ​ໂຕ 1:3–11 ທີ່​ໃຫ້​ຄວາມ​ຫວັງ​ແກ່​ທ່ານ ເພາະ​ພຣະ​ເຢ​ຊູ​ຄຣິດ? ທ່ານ​ເຄີຍ​ຮູ້​ສຶກ​ເຖິງ​ຄວາມ​ຫວັງ​ນັ້ນ​ເມື່ອ​ໃດ?

ແອວ​ເດີ ແກ​ຣິດ ດັບ​ເບິນ​ຢູ ກອງ ໄດ້​ເປັນ​ພະ​ຍານ​ວ່າ ການ​ຟື້ນ​ຄືນ​ພຣະ​ຊົນ “ໃຫ້​ຄວາມ​ຫວັງ​ຕໍ່​ຜູ້​ທີ່​ໄດ້​ສູນ​ເສຍ​ແຂນ​ຂາ; ຜູ້​ທີ່​ບໍ່​ສາ​ມາດ​ຫລຽວ​ເຫັນ, ໄດ້​ຍິນ, ຫລື ຍ່າງ; ຫລື ຜູ້​ທີ່​ມີ​ຄວາມ​ຈຳ​ເສື່ອມ, ເປັນ​ໂຣກ​ຈິດ, ຫລື ຜູ້​ທີ່​ມີ​ຄວາມ​ສາ​ມາດ​ລົດ​ນ້ອຍ​ຖອຍ​ລົງ. ພຣະ​ອົງ​ຊອກ​ຫາ​ເຮົາ. ພຣະ​ອົງ​ປິ່ນ​ປົວ​ເຮົາ​ໃຫ້​ຫາຍ​ດີ. … [ພ້ອມນີ້,] ຍ້ອນ​ວ່າ ‘ພຣະ​ເຈົ້າ​ເອງ … ຊົດ​ໃຊ້​ແທນ​ບາບ​ຂອງ​ໂລກ’ [ແອວ​ມາ 42:15], … ດ້ວຍ​ຄວາມ​ເມດ​ຕາ, ພຣະ​ອົງ​ຈຶ່ງ​ສາ​ມາດ​ຊ່ວຍ​ເຫລືອ​ເຮົາ ອີງ​ຕາມ​ຄວາມ​ອ່ອນ​ແອ​ຂອງ​ເຮົາ. … ເຮົາ​ກັບ​ໃຈ ແລະ ເຮັດ​ທຸກ​ສິ່ງ​ທີ່​ເຮົາ​ສາ​ມາດ​ເຮັດ​ໄດ້. ພຣະ​ອົງ​ໄດ້​ໂອບ​ກອດ​ເຮົາ​ໄວ້​ຊົ່ວ​ນິ​ລັນ​ດອນ ‘ໃນ​ອ້ອມ​ພຣະ​ພາ​ຫາ​ແຫ່ງ​ຄວາມ​ຮັກ​ຂອງ​ພຣະ​ອົງ’ [2 ນີ​ໄຟ 1:15]” (“Hosanna and Hallelujah—The Living Jesus Christ: The Heart of Restoration and Easter,” Liahona, May 2020, 54).

ເບິ່ງ ແອວ​ມາ 27:28; 36:1–24; 3 ນີ​ໄຟ 9:11–17; ໂມ​ໂຣ​ໄນ 7:40–41 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ComeuntoChrist.org.Easter.ComeuntoChrist.org ບັນ​ຈຸ​ເສັ້ນ​ເວ​ລາ ແລະ ຄຳ​ບັນ​ຍາຍ​ເຖິງ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ແຕ່​ລະ​ວັນ​ຂອງ​ອາ​ທິດ​ສຸດ​ທ້າຍ​ຂອງ​ພຣະ​ຊົນ​ຊີບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ແຕ່​ລະ​ມື້​ພາຍ​ໃນ​ອາ​ທິດ, ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ທົບ​ທວນ​ຄຳ​ບັນ​ຍາຍ​ເຫລົ່າ​ນີ້ ເພື່ອ​ເບິ່ງ​ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເຮັດ​ໃນ​ມື້​ນັ້ນ, ຫລື ທ່ານ​ສາ​ມາດ​ອ່ານ​ກ່ຽວ​ກັບ​ອາ​ທິດ​ສຸດ​ທ້າຍ​ຂອງ​ພຣະ​ອົງ ຢູ່​ໃນ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ (ເບິ່ງ ສິ່ງ​ແນະ​ນຳ​ໃນ “ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ” ຢູ່​ຂ້າງ​ເທິງ).

ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ.ໃຫ້​ຄິດ​ທີ່​ຈະ​ຮ້ອງ​ເພງ​ນຳ​ກັນ​ກ່ຽວ​ກັບ​ການ​ຊົດ​ໃຊ້ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ລະ​ຫວ່າງ​ອາ​ທິດນີ້, ລວມ​ທັງ​ເພງ​ທີ່​ພວກ​ທ່ານ​ບໍ່​ຄຸ້ນ​ເຄີຍ. (ເບິ່ງ ດັດ​ຊະ​ນີ​ຫົວ​ຂໍ້​ຂອງ ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, ເພື່ອ​ຊອກ​ຫາ​ເພງ​ທີ່​ກ່ຽວ​ກັບ “ການ​ຊົດ​ໃຊ້,” “ອີດ​ສະ​ເຕີ,” ຫລື “ການ​ຟື້ນ​ຄືນ​ພຣະ​ຊົນ.”) ເພື່ອ​ຊ່ວຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຮຽນ​ຮ້ອງ​ເພງ, ທ່ານ​ສາ​ມາດ​ສະ​ແດງ​ຮູບ​ທີ່​ເຂົ້າ​ກັບ​ເນື້ອ​ເພງ.

ສິ່ງ​ທີ່​ຮວບ​ຮວມ​ຢູ່​ກ້ອງ​ຫົວ​ຂໍ້ “ພຣະ​ເຢ​ຊູ​ຄຣິດ” ໃນ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.ສິ່ງ​ທີ່​ຮວບ​ຮວມ​ຢູ່​ກ້ອງ​ຫົວ​ຂໍ້ “ພຣະ​ເຢ​ຊູ​ຄຣິດ” ໃນ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ແມ່ນ​ລວມ​ທັງ ວິ​ດີ​ໂອ, ຮູບ​ພາບ, ແລະ ເພງ​ທີ່​ສາ​ມາດ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ສະ​ເຫລີມ​ສະ​ຫລອງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ອີດ​ສະ​ເຕີ.

“ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ: ປະ​ຈັກ​ພະ​ຍານ​ຂອງ​ອັກ​ຄະ​ສາ​ວົກ.”ໃຫ້​ອ່ານ “ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ: ປະ​ຈັກ​ພະ​ຍານ​ຂອງ​ອັກ​ຄະ​ສາ​ວົກ” (ChurchofJesusChrist.org ເປັນ​ຄອບ​ຄົວ). ເຊື້ອ​ເຊີນ​ສະ​ມາ​ຊິກ​ແຕ່​ລະ​ຄົນ​ໃນ​ຄອບ​ຄົວ​ໃຫ້​ເລືອກ​ເອົາ​ຂ່າວ​ສານ​ອີດ​ສະ​ເຕີ​ຈາກ​ປະ​ຈັກ​ພະ​ຍານນີ້ ເພື່ອ​ແບ່ງ​ປັນ​ກັບ​ຄົນ​ອື່ນ. ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ເຮັດ​ໂປສ​ເຕີ້​ເພື່ອ​ສະ​ແດງ​ຢູ່​ໃນ​ສື່​ສານ​ມວນ​ຊົນ, ຕິດ​ໄວ້​ຢູ່​ປະ​ຕູ​ໜ້າ​ບ້ານ, ຫລື ຢູ່​ໃນ​ເຮືອນ​ຂອງ​ທ່ານ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ແນະ​ນຳ: “ພຣະ​ອົງ​ຊົງ​ຟື້ນ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 60.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ຕັ້ງ​ເປົ້າ​ໝາຍ​ທີ່​ສາ​ມາດ​ບັນ​ລຸ​ໄດ້. ການ​ໃຊ້​ເວ​ລາ​ສຶກ​ສາ​ພຣະ​ຄຳ​ພີ​ພຽງ​ສອງ​ສາມ​ນາ​ທີ​ໃນ​ແຕ່​ລະ​ວັນ ກໍ​ສາ​ມາດ​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ທ່ານ​ໄດ້. ເຮັດ​ຄຳ​ໝັ້ນ​ສັນ​ຍາ​ທີ່​ຈະ​ສຶກ​ສາ​ທຸກ​ມື້, ຊອກ​ຫາ​ວິ​ທີ​ເພື່ອ​ເຕືອນ​ຕົວ​ເອງ​ເຖິງ​ຄຳ​ໝັ້ນ​ສັນ​ຍາ​ນັ້ນ, ແລະ ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ທີ່​ຈະ​ປະ​ຕິ​ບັດ​ຕາມ. ຖ້າ​ຫາກ​ທ່ານ​ລືມ, ຢ່າ​ທໍ້​ຖອຍ​ໃຈ. ໃຫ້​ເລີ່ມ​ຕົ້ນ​ໃໝ່.

ຮູບ​ພາບ
ພຣະ​ຄຣິດ​ໃນ​ເຄັດ​ເຊ​ມາ​ເນ

Gethsemane [ເຄັດ​ເຊ​ມາ​ເນ], ໂດຍ ອາ​ດາມ ອັບ​ຣາມ

ພິມ