ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 24–30 ເດືອນ​ເມ​ສາ. ໂຢ​ຮັນ 7–10: “ເຮົາ​ເປັນ​ຜູ້​ລ້ຽງ​ແກະ​ທີ່​ດີ”


“ວັນ​ທີ 24–30 ເດືອນ​ເມ​ສາ. ໂຢ​ຮັນ 7–10: ‘ເຮົາ​ເປັນ​ຜູ້​ລ້ຽງ​ແກະ​ທີ່​ດີ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 24–30 ເດືອນ​ເມ​ສາ. ໂຢ​ຮັນ 7–10,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ພຣະ​ເຢ​ຊູ​ກັບ​ຜູ້​ຍິງ​ທີ່​ລົ້ມ​ລົງ​ຢູ່​ພື້ນ​ດິນ

Neither Do I Condemn Thee [ເຮົາ​ກໍ​ບໍ່​ລົງ​ໂທດ​ເຈົ້າ​ເໝືອນ​ກັນ], ໂດຍ ອີ​ວາ ໂຄ​ເລ​ວາ ທິ​ມະ​ຕີ

ວັນ​ທີ 24–30 ເດືອນ​ເມ​ສາ

ໂຢ​ຮັນ 7–10

“ເຮົາ​ເປັນ​ຜູ້​ລ້ຽງ​ແກະ​ທີ່​ດີ”

ຂະ​ນະ​ທີ່​ທ່ານ​ອ່ານ ໂຢ​ຮັນ 7–10, ທ່ານ​ອາດ​ໄດ້​ຮັບ​ຄວາມ​ປະ​ທັບ​ໃຈ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ກ່ຽວ​ກັບ​ຫລັກ​ທຳ​ຄຳ​ສອນ​ຢູ່​ໃນ​ບົດ​ເຫລົ່າ​ນີ້. ການ​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ​ໄວ້ ສາ​ມາດ​ຊ່ວຍ​ທ່ານ​ວາງ​ແຜນ​ທີ່​ຈະ​ປະ​ຕິ​ບັດ​ຕາມ​ນັ້ນ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ເຖິງ​ແມ່ນ​ວ່າ​ພຣະ​ເຢ​ຊູ​ຄຣິດ​ໄດ້​ສະ​ເດັດ​ມາ​ເພື່ອ​ນຳ “ສັນ​ຕິ​ສຸກ [ແລະ ຄວາມ​ປາດ​ຖະ​ໜາ​ດີ​ມາ​ໃຫ້] ມະ​ນຸດ​ທັງ​ປວງ” (ລູ​ກາ 2:14), ແຕ່ “ປະ​ຊາ​ຊົນ [ກໍ​ຍັງ] ມີ​ຄວາມ​ເຫັນ​ແຕກ​ແຍກ​ກັນ​ໃນ​ເລື່ອງ [ພຣະ​ອົງ]” (ໂຢ​ຮັນ 7:43). ຜູ້​ຄົນ​ທີ່​ໄດ້​ເປັນ​ພະ​ຍານ​ເຖິງ​ເຫດ​ການ​ດຽວ​ກັນ ແຕ່​ມີ​ຂໍ້​ສະ​ຫລຸບ​ທີ່​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ວ່າ​ພຣະ​ເຢ​ຊູ​ເປັນ​ໃຜ. ບາງ​ຄົນ​ສະ​ຫລຸບ​ວ່າ, “ລາວ​ເປັນ​ຄົນ​ດີ,” ຂະ​ນະ​ທີ່​ບາງ​ຄົນ​ເວົ້າ​ວ່າ, “ລາວ​ຫລອກ​ປະ​ຊາ​ຊົນ” (ໂຢ​ຮັນ 7:12). ເມື່ອ​ພຣະ​ອົງ​ໄດ້​ປິ່ນ​ປົວ​ຜູ້​ຊາຍ​ທີ່​ຕາ​ບອດ​ໃນ​ວັນ​ຊະ​ບາ​ໂຕ, ບາງ​ຄົນ​ໄດ້​ຢືນ​ຢັນ​ວ່າ, “ຜູ້​ທີ່​ເຮັດ​ການ​ເຊັ່ນ​ນີ້​ບໍ່​ໄດ້​ມາ​ຈາກ​ພຣະ​ເຈົ້າ, ເພາະ​ລາວບໍ່​ໄດ້​ຖື​ຮັກ​ສາ​ກົດ​ຂອງວັນ​ຊະ​ບາ​ໂຕ,” ຂະ​ນະ​ທີ່​ຄົນ​ອື່ນ​ຖາມ​ວ່າ, “ຄົນ​ບາບ​ຈະ​ເຮັດ​ການ​ອັດ​ສະ​ຈັນ​ແນວ​ນີ້​ໄດ້​ຢ່າງ​ໃດ?” (ໂຢ​ຮັນ 9:16). ເຖິງ​ແມ່ນ​ມີ​ຄວາມ​ສັບ​ສົນ​ທັງ​ໝົດ​ນີ້, ແຕ່​ຜູ້​ທີ່​ສະ​ແຫວງ​ຫາ​ຄວາມ​ຈິງ​ໄດ້​ຮັບ​ຮູ້​ພະ​ລັງ​ຂອງ​ພຣະ​ຄຳ​ຂອງ​ພຣະ​ອົງ, ເພາະ “ບໍ່​ເຄີຍ​ເຫັນ​ຜູ້​ໃດ​ທີ່​ເວົ້າ​ເໝືອນ​ດັ່ງ​ຊາຍ​ຄົນ​ນີ້​ຈັກ​ເທື່ອ” (ໂຢ​ຮັນ 7:46). ເມື່ອ​ຊາວ​ຢິວ​ຂໍ​ໃຫ້​ພຣະ​ເຢ​ຊູ “ບອກ​ໃຫ້​ພວກ​ເຮົາ​ຮູ້​ຄັກ” ​ວ່າ​ພຣະ​ອົງ​ເປັນ​ພຣະ​ຄຣິດ, ພຣະ​ອົງ​ໄດ້​ເປີດ​ເຜີຍ​ຫລັກ​ທຳ​ຂໍ້​ໜຶ່ງ ທີ່​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ຈຳ​ແນກ​ຄວາມ​ຈິງ​ຈາກ​ຄວາມ​ຜິດ​ໄດ້: “ແກະ​ຂອງ​ເຮົາ​ກໍ​ຟັງ​ສຽງ​ຂອງ​ເຮົາ,” ພຣະ​ອົງ​ກ່າວ, “ເຮົາ​ຮູ້​ຈັກ​ພວກ​ເຂົາ, ແລະ ພວກ​ເຂົາ​ກໍ​ຕາມ​ເຮົາ​ໄປ” (ໂຢ​ຮັນ 10:24, 27).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ໂຢ​ຮັນ 7:14–17

ເມື່ອ​ເຮົາ​ດຳ​ລົງ​ຊີ​ວິດ​ຕາມ​ຄວາມ​ຈິງ ທິ່​ສິດ​ສອນ​ໂດຍ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຈະ​ຮູ້​ຈັກ​ວ່າ​ມັນ​ເປັນ​ຄວາມ​ຈິງ.

ຊາວ​ຢິວ​ປະ​ຫລາດ​ໃຈ​ທີ່​ພຣະ​ເຢ​ຊູ​ຮູ້​ຫລາຍ​ພຽງ​ນັ້ນ, ເຖິງ​ແມ່ນ​ພຣະ​ອົງ​ບໍ່​ໄດ້​ຮຽນ​ກໍ​ຕາມ (ເບິ່ງ ຂໍ້​ທີ 15)—ຢ່າງ​ໜ້ອຍ, ບໍ່​ແມ່ນ​ໃນ​ທາງ​ທີ່​ພວກ​ເຂົາ​ຄຸ້ນ​ເຄີຍ. ໃນ​ຄຳ​ຕອບ​ຂອງ​ພຣະ​ເຢ​ຊູ, ພຣະ​ອົງ​ໄດ້​ສິດ​ສອນ​ຄວາມ​ແຕກ​ຕ່າງ ຂອງ​ການ​ຮູ້​ຄວາມ​ຈິງ​ທີ່​ມີ​ໃຫ້​ທຸກ​ຄົນ, ໂດຍບໍ່​ຄຳ​ນຶງ​ເຖິງ​ການ​ສຶກ​ສາ ຫລື ປະ​ຫວັດ. ອີງ​ຕາມ ໂຢ​ຮັນ 7:14–17, ທ່ານ​ຈະ​ຮູ້​ຈັກ​ວ່າ​ຄຳ​ສອນ​ທີ່​ພຣະ​ເຢ​ຊູ​ໄດ້​ສິດ​ສອນ​ເປັນ​ຄວາມ​ຈິງ​ໄດ້​ແນວ​ໃດ? ຂະ​ບວນ​ການ​ນີ້​ຊ່ວຍ​ທ່ານ​ພັດ​ທະ​ນາ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ເຖິງ​ພຣະ​ກິດ​ຕິ​ຄຸນ​ແນວ​ໃດ?

ໂຢ​ຮັນ 8:2–11

ຄວາມ​ເມດ​ຕາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ມີ​ໃຫ້​ທຸກ​ຄົນ.

ເມື່ອ​ກ່າວ​ກ່ຽວ​ກັບ​ຄວາມ​ປະ​ຕິ​ສຳ​ພັນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກັບ​ຜູ້​ຍິງ​ທີ່​ຖືກ​ນຳ​ມາ​ຫາ​ພຣະ​ອົງ​ຖານ​ຫລິ້ນ​ຊູ້, ແອວ​ເດີ ແດວ ຈີ ເຣັນ​ລັນ ໄດ້​ກ່າວ​ວ່າ: “ແນ່​ນອນ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ບໍ່​ໄດ້​ຍົກ​ໂທດ​​ໃຫ້​ນາງ​ໃນ​ການ​ຫລິ້ນ​ຊູ້. ແຕ່​ພຣະ​ອົງ​ກໍ​ບໍ່​ໄດ້​ປະ​ນາມ​ຜູ້​ຍິງ​ຄົນ​ນັ້ນ​ນຳ​ອີກ. ພຣະ​ອົງ​ໄດ້​ຊຸກ​ຍູ້​ໃຫ້​ນາງ​ປ່ຽນ​ແປງ​ຊີ​ວິດ​ຂອງ​ນາງ. ນາງ​ໄດ້​ຮັບ​ການ​ກະ​ຕຸ້ນ​ໃຫ້​ປ່ຽນ​ແປງ​ເພາະ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ. ການ​ແປ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ຂອງ​ໂຈ​ເຊັບ ສະ​ມິດ ຢືນ​ຢັນ​ເຖິງ​ຜົນ​ຂອງ​ການ​ເປັນ​ສາ​ນຸ​ສິດ​ຂອງ​ນາງ​ວ່າ: ‘ແລະ ​ຍິງ​ຄົນ​ນັ້ນ​ໄດ້​ສັນ​ລະ​ເສີນ​ພຣະ​ເຈົ້າ​ນັບ​ຈາກ​ຊົ່ວ​ໂມງ​ນັ້ນ, ແລະ ໄດ້​ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ’ [ເບິ່ງ ໂຢ​ຮັນ 8:11, ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ ]” (“Our Good Shepherd,” Liahona, May 2017, 30).

ເມື່ອ​ໃດ​ທີ່​ທ່ານ​ເຄີຍ​ຮູ້​ສຶກ​ຄື​ກັນ​ກັບ​ຜູ້​ຍິງ​ຄົນ​ນີ້, ໄດ້​ຮັບ​ຄວາມ​ເມດ​ຕາ​ແທນ​ທີ່​ຈະ​ຖືກ​ກ່າວ​ໂທດ​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ? ເມື່ອ​ໃດ​ທີ່​ທ່ານ​ເຄີຍ​ເປັນ​ຄື​ກັນ​ກັບ​ພວກ​ທຳ​ມະ​ຈານ ແລະ ພວກ​ຟາ​ຣີ​ຊາຍ, ໄດ້​ກ່າວ​ຫາ ແລະ ຕັດ​ສິນ​ຄົນ​ອື່ນ ເຖິງ​ແມ່ນ​ຕົວ​ທ່ານ​ເອງ​ກໍ​ບໍ່​ປາດ​ສະ​ຈາກ​ບາບ? (ເບິ່ງ ໂຢ​ຮັນ 8:7). ທ່ານ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ວິ​ທີ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ປະ​ຕິ​ສຳ​ພັນ​ກັບ​ພວກ​ທຳ​ມະ​ຈານ ແລະ ພວກ​ຟາ​ຣີ​ຊາຍ ແລະ ກັບ​ຜູ້​ຍິງ​ທີ່​ຖືກ​ຈັບ​ຖານ​ຫລິ້ນ​ຊູ້? ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ໃຫ້​ອະ​ໄພ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຂະ​ນະ​ທີ່​ທ່ານ​ອ່ານ​ຂໍ້​ເຫລົ່າ​ນີ້?

ເບິ່ງ “Go and Sin No More” (ວິ​ດີ​ໂອ), ChurchofJesusChrist.org ນຳ​ອີກ.

ໂຢ​ຮັນ 9

ຖ້າ​ຫາກ​ເຮົາ​ມີ​ສັດ​ທາ, ພຣະ​ເຈົ້າ​ສາ​ມາດ​ສະ​ແດງ​ພຣະ​ອົງ​ເອງ​ໃຫ້​ປະ​ຈັກ​ໃນ​ຄວາມ​ທຸກ​ຂອງ​ເຮົາ​ໄດ້.

ໂຢ​ຮັນ 9:1–3 ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ການ​ທ້າ​ທາຍ ແລະ ຄວາມ​ທຸກ​ຂອງ​ຊີ​ວິດ? ຂະ​ນະ​ທີ່​ທ່ານ​ອ່ານ ໂຢ​ຮັນ 9, ໃຫ້​ໄຕ່​ຕອງ​ວິ​ທີ​ທີ່ “ພາ​ລະ​ກິດ​ຂອງ​ພຣະ​ເຈົ້າ​ສຳ​ແດງ” ໃນ​ຊີ​ວິດ​ຂອງ​ຜູ້​ຊາຍ​ທີ່​ເກີດ​ມາ​ຕາ​ບອດ​ແນວ​ໃດ. ມັນ​ຖືກ​ສະ​ແດງ​ໃຫ້​ປະ​ຈັກ​ໃນ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ—ລວມ​ທັງ​ໃນ​ຄວາມ​ທຸກ​ຂອງ​ທ່ານ?

ໂຢ​ຮັນ 10:1–30

ພຣະ​ເຢ​ຊູ​ຄຣິດ​ຄື​ຜູ້​ລ້ຽງ​ແກະ​ທີ່​ດີ.

ເຖິງ​ແມ່ນ​ຖ້າ​ຫາກ​ທ່ານ​ບໍ່​ຄຸ້ນ​ເຄີຍ​ກັບ​ຝູງ​ແກະ ແລະ ການ​ລ້ຽງ​ດູ​ແກະ, ການ​ອ່ານ ໂຢ​ຮັນ 10, ບ່ອນ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກ່າວ​ວ່າ, “ເຮົາ​ເປັນ​ຜູ້​ລ້ຽງ​ແກະ​ທີ່​ດີ,” ກໍ​ສາ​ມາດ​ສິດ​ສອນ​ທ່ານ​ເຖິງ​ຄວາມ​ຈິງ​ທີ່​ສຳ​ຄັນ​ກ່ຽວ​ກັບ​ພຣະ​ອົງ. ເພື່ອ​ຈະ​ຊອກ​ຫາ​ຄວາມ​ຈິງ​ເຫລົ່າ​ນີ້, ໃຫ້​ຊອກ​ຫາ​ວະ​ລີ​ທີ່​ບັນ​ຍາຍ​ວ່າ ຜູ້​ລ້ຽງ​ແກະ​ທີ່​ດີ​ນັ້ນ​ເປັນ​ແບບ​ໃດ ແລະ ວະ​ລີ​ທີ່​ກ່ຽວ​ຂ້ອງ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ຂ້າງ​ລຸ່ມ​ແມ່ນ​ບາງ​ຕົວ​ຢ່າງ:

  • ຂໍ້​ທີ 3: “ເພິ່ນ​ເອີ້ນ​ແກະ​ຂອງ​ຕົນ​ຕາມ​ຊື່, ແລະ ພາ​ອອກ​ໄປ.”

  • ຂໍ້​ທີ 11: ພຣະ​ອົງ “​ສະ​ລະ​ຊີ​ວິດ​ຂອງ​ຕົນ​ເພື່ອ​ຝູງ​ແກະ.”

  • ຂໍ້​ທີ 16: “ເຮົາ​ຈະ​ເຕົ້າ​ໂຮມ​ພວກ​ເຂົາ​ເຂົ້າ​ເປັນ​ຝູງ​ດຽວ​ທີ່​ມີ​ຜູ້​ລ້ຽງ​ແຕ່​ຜູ້​ດຽວ.”

ຕໍ່​ໄປ​ນີ້​ແມ່ນ​ຄຳ​ຖາມ​ເພີ່ມ​ເຕີມ ເພື່ອ​ຊ່ວຍ​ທ່ານ​ໃຫ້​ໄຕ່​ຕອງ​ບົດ​ນີ້: ພຣະ​ເຢ​ຊູ​ເປັນ​ເໝືອນ​ດັ່ງ​ປະ​ຕູ​ແນວ​ໃດ? (ເບິ່ງ ຂໍ້​ທີ 7–9). ພຣະ​ອົງ​ໄດ້​ມອບ “ຊີ​ວິດ … ຢ່າງ​ຄົບ​ບໍ​ລິ​ບູນ” ໃຫ້​ທ່ານ​ແນວ​ໃດ? (ຂໍ້​ທີ 10). ທ່ານ​ເຄີຍ​ຮູ້​ສຶກ​ວ່າ​ພຣະ​ອົງ​ຮູ້​ຈັກ​ທ່ານ​ເປັນ​ສ່ວນ​ຕົວ​ຕອນ​ໃດ? (ເບິ່ງ ຂໍ້​ທີ 14). ທ່ານ​ຮູ້​ຈັກ​ສຽງ​ຂອງ​ຜູ້​ລ້ຽງ​ແກະ​ທີ່​ດີ​ໄດ້​ແນວ​ໃດ? (ເບິ່ງ ຂໍ້​ທີ 27).

ເບິ່ງ ເພງ​ສັນ​ລະ​ເສີນ 23; ເອ​ເຊ​ກຽນ 34; ແອວ​ມາ 5:37–39; 3 ນີ​ໄຟ 15:21–16:5; Gerrit W. Gong, “Good Shepherd, Lamb of God,” Liahona, May 2019, 97–101 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ໂຢ​ຮັນ 7:24.ເພື່ອ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ເຂົ້າ​ໃຈ​ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ໃນ ໂຢ​ຮັນ 7:24, ທ່ານ​ສາ​ມາດ​ສະ​ແດງ​ບາງ​ສິ່ງ​ທີ່​ຂ້າງ​ນອກ​ແຕກ​ຕ່າງ​ຈາກ​ຂ້າງ​ໃນ. ຫລື ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ແບ່ງ​ປັນ​ປະ​ສົບ​ການ​ທີ່​ສິດ​ສອນ​ເຂົາ​ເຈົ້າ ບໍ່​ໃຫ້​ຕັດ​ສິນ​ການ​ປະ​ກົດ​ພາຍ​ນອກ. ທ່ານ​ກໍ​ສາ​ມາດ​ຂຽນ​ຄຸນ​ສົມ​ບັດ​ຂອງ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ແຕ່​ລະ​ຄົນ​ທີ່​ຕາ​ຫລຽວ​ບໍ່​ເຫັນ​ລົງ​ໄວ້​ນຳ​ອີກ (ເບິ່ງ 1 ຊາ​ມູ​ເອນ 16:7; Thomas S. Monson, “ເບິ່ງ Others as They May Become,” Liahona, Nov. 2012, 68–71 ນຳ​ອີກ).

ໂຢ​ຮັນ 8:31–36.ຄຳ​ວ່າ “ຜູ້​ຮັບ​ໃຊ້​ຂອງ​ບາບ” ໝາຍ​ຄວາມ​ວ່າ​ແນວ​ໃດ? (ເບິ່ງ ໂມ​ໂຣ​ໄນ 7:11 ນຳ​ອີກ). ຄວາມ​ຈິງ​ໃດ​ແດ່​ທີ່​ພຣະ​ເຢ​ຊູ​ສິດ​ສອນ ສາ​ມາດ​ເຮັດ​ໃຫ້​ເຮົາ​ເປັນ​ອິດ​ສະ​ລະ?

ຮູບ​ພາບ
ພຣະ​ຄຣິດ​ກຳ​ລັງ​ປິ່ນ​ປົວ​ຜູ້​ຊາຍ​ທີ່​ຕາ​ບອດ

Jesus Healing the Blind [ພຣະ​ຄຣິດ​ກຳ​ລັງ​ປິ່ນ​ປົວ​ຄົນ​ຕາ​ບອດ], ໂດຍ ຄາລ ເຮັນ​ຣິກ ບະ​ລ໊ອກ

ໂຢ​ຮັນ 9.ທ່ານ​ຈະ​ສາ​ມາດ​ຊ່ວຍ​ເຫລືອ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ວາດ​ພາບ​ເຫັນ​ເລື່ອງ​ລາວ​ທີ່​ພຣະ​ເຢ​ຊູ​ປິ່ນ​ປົວ​ຜູ້​ຊາຍ​ທີ່​ຕາ​ບອດ​ໃນ ໂຢ​ຮັນ 9 ໄດ້​ແນວ​ໃດ? ພວກ​ທ່ານ​ສາ​ມາດ​ສະ​ແດງ​ຕາມ​ເລື່ອງ​ນຳ​ກັນ ຫລື ສາຍ​ວິ​ດີ​ໂອ “Jesus Heals a Man Born Blind” (ChurchofJesusChrist.org). ໃຫ້​ຢຸດ​ວິ​ດີ​ໂອ​ບາງ​ຄັ້ງ ເພື່ອ​ວ່າ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຈະ​ສາ​ມາດ​ອ່ານ​ຂໍ້​ທີ່​ກ່ຽວ​ພັນ​ກັນ​ຈາກ ໂຢ​ຮັນ 9. ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ສັງ​ເກດ​ເບິ່ງ​ບົດ​ຮຽນ​ໃດໆ​ທີ່​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້​ຈາກ​ເລື່ອງ​ນີ້, ດັ່ງ​ເຊັ່ນ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ໝາຍ​ຄວາມ​ວ່າ​ແນວ​ໃດ.

ໂຢ​ຮັນ 10:1–18, 27–29.ເພື່ອ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ມີ​ສ່ວນ​ຮ່ວມ​ໃນ​ການ​ຮຽນ​ຮູ້​ຈາກ​ຄຳ​ອຸ​ປະ​ມາ​ເລື່ອງ​ຜູ້​ລ້ຽງ​ແກະ​ທີ່​ດີ, ໃຫ້​ຂໍ​ໃຫ້​ແຕ່​ລະ​ຄົນ​ແຕ້ມ​ຮູບ​ໜຶ່ງ ດັ່ງ​ຕໍ່​ໄປ​ນີ້: ຂະ​ໂມຍ, ປະ​ຕູ, ຄົນ​ລ້ຽງ​ແກະ, ການ​ວ່າ​ຈ້າງ (ພະ​ນັກ​ງານ​ທີ່​ຖືກ​ຈ້າງ), ໝາ​ໄນ, ແລະ ໂຕ​ແກະ. ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ອ່ານ ໂຢ​ຮັນ 10:1–18, 27–29, ແລະ ແລ້ວ​ໃຫ້​ສົນ​ທະ​ນາ​ເປັນ​ຄອບ​ຄົວ​ເຖິງ​ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ​ກ່ຽວ​ກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ແຕ້ມ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ສວດ​ແນະ​ນຳ: “ພຣະ​ຜູ້​ໄຖ່​ແຫ່ງ​ອິດ​ສະ​ຣາ​ເອນ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 5.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ຊອກ​ຫາ​ຖ້ອຍ​ຄຳ ແລະ ວະ​ລີ​ທີ່​ດົນ​ໃຈ. ຂະ​ນະ​ທີ່​ທ່ານ​ອ່ານ, ພຣະ​ວິນ​ຍານ​ອາດ​ເຮັດ​ໃຫ້​ທ່ານ​ສົນ​ໃຈ​ກັບ​ຖ້ອຍ​ຄຳ ຫລື ວະ​ລີ​ໃດ​ໜຶ່ງ ທີ່​ດົນ​ໃຈ ຫລື ກະ​ຕຸ້ນ​ທ່ານ ຫລື ​ເບິ່ງ​ຄື​ວ່າ​ຖືກ​ຂຽນ​ສຳ​ລັບ​ທ່ານ​ໂດຍ​ສະ​ເພາະ. ໃຫ້​ຄິດ​ທີ່​ຈະ​ຂຽນ​ຖ້ອຍ​ຄຳ ຫລື ວະ​ລີ​ໃນ ໂຢ​ຮັນ 7–10 ທີ່​ດົນ​ໃຈ​ທ່ານ​ລົງ​ໄວ້.

ຮູບ​ພາບ
ພຣະ​ຄຣິດ​ກັບ​ໂຕ​ແກະ

Lost No More [ບໍ່​ເສຍ​ໄປ​ອີກ], ໂດຍ ກະ​ເຣກ ເຄ ອໍ​ສັນ

ພິມ