ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 1–7 ເດືອນ​ພຶດ​ສະ​ພາ. ລູ​ກາ 12–17; ໂຢ​ຮັນ 11: “ຂ້ອຍ​ດີ​ໃຈ​ຫລາຍ; ເພາະ​ຂ້ອຍ​ໄດ້​ພົບ​ແກະ​ຂອງ​ຂ້ອຍ​ທີ່​ເສຍ​ໄປ; ຈົ່ງ​ຮ່ວມ​ກັນ​ສະ​ຫລອງ​ເທາະ”


“ວັນ​ທີ 1–7 ເດືອນ​ພຶດ​ສະ​ພາ. ລູ​ກາ 12–17; ໂຢ​ຮັນ 11: ‘ຂ້ອຍ​ດີ​ໃຈ​ຫລາຍ; ເພາະ​ຂ້ອຍ​ໄດ້​ພົບ​ແກະ​ຂອງ​ຂ້ອຍ​ທີ່​ເສຍ​ໄປ; ຈົ່ງ​ຮ່ວມ​ກັນ​ສະ​ຫລອງ​ເທາະ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 1–7 ເດືອນ​ພຶດ​ສະ​ພາ. ລູ​ກາ 12–17; ໂຢ​ຮັນ 11,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ຜູ້​ຊາຍ​ກຳ​ລັງ​ໂອບ​ກອດ​ລູກ​ຊາຍ​ຂອງ​ລາວ

The Prodigal Son [ລູກ​ຊາຍ​ທີ່​ເສຍ], ໂດຍ ລີສ໌ ລີ​ມັນ ສະ​ວິນ​ໂດ

ວັນ​ທີ 1–7 ເດືອນ​ພຶດ​ສະ​ພາ

ລູ​ກາ 12–17; ໂຢ​ຮັນ 11

“ຂ້ອຍ​ດີ​ໃຈ​ຫລາຍ; ເພາະ​ຂ້ອຍ​ໄດ້​ພົບ​ແກະ​ຂອງ​ຂ້ອຍ​ທີ່​ເສຍ​ໄປ; ຈົ່ງ​ຮ່ວມ​ກັນ​ສະ​ຫລອງ​ເທາະ”

ຂະ​ນະ​ທີ່​ທ່ານ​ອ່ານ ລູ​ກາ 12–17 ແລະ ໂຢ​ຮັນ 11, ໃຫ້​ສະ​ແຫວງ​ຫາ​ສິ່ງ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ປະ​ສົງ​ໃຫ້​ທ່ານ​ຮູ້ ແລະ ເຮັດ ດ້ວຍ​ການ​ອະ​ທິ​ຖານ. ການ​ສຶກ​ສາ​ບົດ​ເຫລົ່າ​ນີ້​ສາ​ມາດ​ເປີດ​ໃຈ​ທ່ານ​ຕໍ່​ຂ່າວ​ສານ​ທີ່​ມີ​ຄວາມ​ໝາຍ​ສຳ​ລັບ​ທ່ານ​ໂດຍ​ສະ​ເພາະ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ໃນ​ກໍ​ລະ​ນີ​ສ່ວນ​ໃຫຍ່, 99 ຂອງ 100 ກໍ​ຖື​ວ່າ​ດີ​ເລີດ​ແລ້ວ—ແຕ່​ມັນ​ບໍ່​ດີ​ພໍ ເມື່ອ​ມັນ​ເປັນ​ຈຳ​ນວນ​ທີ່​ໝາຍ​ເຖິງ​ລູກໆ​ທີ່​ຮັກ​ຂອງ​ພຣະ​ເຈົ້າ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18:10). ໃນ​ກໍ​ລະ​ນີ​ນັ້ນ, ແມ່ນ​ແຕ່​ຈິດ​ວິນ​ຍານ​ດວງ​ດຽວ​ກໍ​ຄວນ​ຖືກ​ຄົ້ນ​ຫາ​ຢ່າງ​ຖີ່​ຖ້ວນ ແລະ ດ້ວຍ​ຄວາມ​ຕັ້ງ​ໃຈ “ຈົນ [ເຮົາ] ພົບ” (ລູ​ກາ 15:4), ດັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ​ຢູ່​ໃນ​ຄຳ​ອຸ​ປະ​ມາ​ເລື່ອງ​ແກະ​ທີ່​ເສຍ​ໄປ. ແລ້ວ​ສາ​ມາດ​ເລີ່ມ​ປິ​ຕິ​ຍິນ​ດີ, ເພາະ “ສະ​ຫວັນ​ຈະ​ມີ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ຫລາຍ ທີ່​ຄົນ​ບາບ​ຜູ້​ໜຶ່ງ​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່​ຫລາຍ​ກວ່າ​ຄົນ​ສິນ​ທຳ​ເກົ້າ​ສິບ​ເກົ້າ​ຄົນ ທີ່​ບໍ່​ຕ້ອງ​ການ​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່” (ລູ​ກາ 15:7). ຖ້າ​ຫາກ​ສິ່ງ​ນັ້ນ​ເບິ່ງ​ຄື​ບໍ່​ຍຸດ​ຕິ​ທຳ, ການ​ຈື່​ຈຳ​ສິ່ງນີ້​ຈະ​ຊ່ວຍ​ໄດ້, ໃນ​ຄວາມ​ຈິງ​ແລ້ວ, ບໍ່​ມີ​ຄົນ​ໃດ​ທີ່ “ບໍ່​ຈຳ​ເປັນ​ຕ້ອງ​ກັບ​ໃຈ.” ເຮົາ​ທຸກ​ຄົນ​ຕ້ອງ​ການ ການ​ຊ່ວຍ​ກູ້​ຊີ​ວິດ. ແລະ ເຮົາ​ທຸກ​ຄົນ​ກໍ​ສາ​ມາດ​ມີ​ສ່ວນ​ຮ່ວມ​ໃນ​ການ​ຊ່ວຍ​ກູ້​ຊີ​ວິດ, ປິ​ຕິ​ຍິນ​ດີ​ນຳ​ກັນ​ກັບ​ຈິດ​ວິນ​ຍານ​ແຕ່​ລະ​ດວງ​ທີ່​ຖືກ​ຊ່ວຍ​ໃຫ້​ລອດ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18:15–16).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ລູ​ກາ 12; 14–16

ເຮົາ​ໄດ້​ຮັບ​ພອນ​ເມື່ອ​ເຮົາ​ຕັ້ງ​ໃຈ​ໃນ​ສິ່ງ​ທີ່​ເປັນ​ນິ​ລັນ​ດອນ.

ເປັນ​ຫຍັງ​ພຣະ​ເຈົ້າ​ຈຶ່ງ​ກ່າວ​ວ່າ “ຄົນ​ໂງ່​ເອີຍ” ກັບ​ຊາຍ​ທີ່​ທຳ​ງານ​ໜັກ ແລະ ປະ​ສົບ​ຜົນ​ສຳ​ເລັດ ຜູ້​ໄດ້​ສ້າງ​ເລົ້າ​ໃຫຍ່ ແລະ ເອົາ​ຜົນ​ລະ​ປູກ ແລະ ສິ່ງ​ຂອງ​ທັງ​ໝົດ​ຂອງ​ລາວ​ເກັບ​ໄວ້​ໃນ​ນັ້ນ? (ເບິ່ງ ລູ​ກາ 12:16–21). ຢູ່​ໃນ​ບົດ​ເຫລົ່າ​ນີ້ ໃນ​ລູ​ກາ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສິດ​ສອນ​ຄຳ​ອຸ​ປະ​ມາ​ຫລາຍ​ເລື່ອງ ທີ່​ຊ່ວຍ​ເຮົາ​ໃຫ້​ເບິ່ງ​ໄປ​ໄກ​ກວ່າ​ທາງ​ໂລກ ໄປ​ສູ່​ນິ​ລັນ​ດອນ. ຄຳ​ອຸ​ປະ​ມາ​ບາງ​ເລື່ອງ​ເຫລົ່າ​ນີ້ ຖືກ​ລະ​ບຸ​ໄວ້​ຢູ່​ໃນ​ນີ້. ທ່ານ​ຈະ​ສະ​ຫລຸບ​ຂ່າວ​ສານ​ຂອງ​ແຕ່​ລະ​ເລື່ອງ​ແນວ​ໃດ? ທ່ານ​ຄິດ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ບອກ​ຫຍັງ​ກັບ​ທ່ານ?

ເບິ່ງ ມັດ​ທາຍ 6:19–34; 2 ນີ​ໄຟ 9:30; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 25:10 ນຳ​ອີກ.

ລູ​ກາ 15

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ປິ​ຕິ​ຍິນ​ດີ ເມື່ອ​ຜູ້​ທີ່​ເສຍ​ໄປ​ຖືກ​ພົບ​ເຫັນ.

ຂະ​ນະ​ທີ່​ທ່ານ​ອ່ານ​ຄຳ​ອຸ​ປະ​ມາ​ທີ່​ພຣະ​ເຢ​ຊູ​ໄດ້​ສິດ​ສອນ​ໃນ ລູ​ກາ 15, ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ເຖິງ​ຄວາມ​ຮູ້​ສຶກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ກ່ຽວ​ກັບ​ຜູ້​ທີ່​ໄດ້​ເຮັດ​ບາບ ຫລື ຜູ້​ທີ່ “ເສຍ” ໄປ? ຜູ້​ນຳ​ທາງ​ວິນ​ຍານ—ຫລື ເຮົາ​ແຕ່​ລະ​ຄົນ—ຮູ້​ສຶກ​ແນວ​ໃດ​ຕໍ່​ເຂົາ​ເຈົ້າ? ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ພວກ​ຟາ​ຣີ​ຊາຍ ແລະ ພວກ​ທຳ​ມະ​ຈານ​ຈະ​ຕອບ​ຄຳ​ຖາມ​ເຫລົ່າ​ນີ້​ແນວ​ໃດ (ເບິ່ງ ລູ​ກາ 15:1–2). ຄຳ​ຕອບ​ຂອງ​ພຣະ​ເຢ​ຊູ​ມີ​ຢູ່​ໃນ​ຄຳ​ອຸ​ປະ​ມາ​ສາມ​ເລື່ອງ​ເຫລົ່າ​ນີ້ ໃນ ລູ​ກາ 15. ຂະ​ນະ​ທີ່​ທ່ານ​ອ່ານ, ໃຫ້​ຄິດ​ກ່ຽວ​ກັບ​ວ່າ ພຣະ​ເຢ​ຊູ​ໄດ້​ສິດ​ສອນ​ພວກ​ທຳ​ມະ​ຈານ ແລະ ພວກ​ຟາ​ຣີ​ຊາຍ​ຫຍັງ​ແດ່​ດ້ວຍ​ຄຳ​ອຸ​ປະ​ມາ​ເຫລົ່າ​ນີ້.

ທ່ານ​ກໍ​ສາ​ມາດ​ຄິດ​ທີ່​ຈະ​ຂຽນ​ສິ່ງ​ທີ່​ຄ້າຍ​ຄື​ກັນ ແລະ ສິ່ງ​ທີ່​ແຕກ​ຕ່າງ​ລະ​ຫວ່າງ​ຄຳ​ອຸ​ປະ​ມາ​ເຫລົ່າ​ນີ້​ນຳ​ອີກ. ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ຊອກ​ຫາ​ສິ່ງ​ທີ່​ເສຍ​ໄປ ຢູ່​ໃນ​ຄຳ​ອຸ​ປະ​ມາ ແລະ ເປັນ​ຫຍັງ​ມັນ​ຈຶ່ງ​ເສຍ​ໄປ, ວິ​ທີ​ທີ່​ມັນ​ຖືກ​ພົບ​ເຫັນ, ແລະ ຜູ້​ຄົນ​ມີ​ປະ​ຕິ​ກິ​ລິ​ຍາ​ແນວ​ໃດ ເມື່ອ​ພົບ​ເຫັນ​ມັນ. ພຣະ​ເຢ​ຊູ​ມີ​ຂ່າວ​ສານ​ຢ່າງ​ໃດ​ແດ່​ສຳ​ລັບ​ຜູ້​ທີ່ “ເສຍ” ໄປ—ລວມ​ທັງ​ຜູ້​ທີ່​ຄິດ​ວ່າ ຕົວ​ເອງ​ບໍ່​ໄດ້​ເສຍ​ໄປ​ໃສ? ມີ​ຂ່າວ​ສານ​ໃດ​ແດ່​ທີ່​ພຣະ​ອົງ​ມີ​ສຳ​ລັບ​ຜູ້​ທີ່​ຊອກ​ຫາ​ຜູ້​ທີ່​ເສຍ​ໄປ?

ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18:10–16; Jeffrey R. Holland, “The Other Prodigal,” Ensign, May 2002, 62–64 ນຳ​ອີກ.

ຮູບ​ພາບ
ຜູ້​ຍິງ​ກຳ​ລັງ​ຊອກ​ຫາ​ເງິນ​ຫລຽນ

The Lost Piece of Silver [ຫລຽນ​ທີ່​ເສຍ], ໂດຍ ເຈມສ໌ ທີ​ໂຊ

ລູ​ກາ 16:1–12

ແມ່ນ​ຫຍັງ​ຄື​ຄຳ​ສອນ​ຂອງ​ພຣະ​ຄຣິດ​ຢູ່​ໃນ​ຄຳ​ອຸ​ປະ​ມາ​ເລື່ອງ​ຜູ້​ຈັດ​ການ​ທີ່​ບໍ່​ສັດ​ຊື່?

ແອວ​ເດີ ເຈມສ໌ ອີ ທາ​ເມດ ໄດ້​ອະ​ທິ​ບາຍ​ບົດ​ຮຽນ​ບົດ​ໜຶ່ງ​ທີ່​ເຮົາ​ສາ​ມາດ​ຮຽນ​ຮູ້​ຈາກ​ຄຳ​ອຸ​ປະ​ມາ​ວ່າ: “ຈົ່ງ​ພາກ​ພຽນ; ເພາະ​ເວ​ລາ​ທີ່​ທ່ານ​ສາ​ມາດ​ໃຊ້​ຊັບ​ສິນ​ທີ່​ຫລວງ​ຫລາຍ​ໃນ​ໂລກ​ນີ້ ບໍ່​ດົນ​ກໍ​ຈະ​ໝົດ​ໄປ​ແລ້ວ. ໃຫ້​ຮັບ​ເອົາ​ບົດ​ຮຽນ​ຈາກ​ແມ່ນ​ແຕ່​ຄົນ​ບໍ່​ຊື່​ສັດ ແລະ ຄົນ​ຊົ່ວ; ຖ້າ​ຫາກ​ພວກ​ເຂົາ​ຮອບ​ຄອບ​ພໍ​ທີ່​ຈະ​ຈັດ​ຫາ​ອະ​ນາ​ຄົດ​ດຽວ​ທີ່​ພວກ​ເຂົາ​ຄິດ​ນຳ, ແລ້ວ​ທ່ານ​ຄວນ​ຮອບ​ຄອບ​ກວ່າ​ນັ້ນ​ຫລາຍ​ພຽງ​ໃດ, ຜູ້​ເຊື່ອ​ໃນ​ອະ​ນາ​ຄົດ​ທີ່​ເປັນ​ນິ​ລັນ​ດອນ, ທີ່​ຈະ​ຕ້ອງ​ຈັດ​ຫາ! ຖ້າ​ຫາກ​ທ່ານ​ຍັງ​ບໍ່​ໄດ້​ຮຽນ​ຮູ້​ສະ​ຕິ​ປັນ​ຍາ ແລະ ຄວາມ​ຮອບ​ຄອບ​ເທື່ອ ໃນ​ການ​ໃຊ້ ‘ຊັບ​ສິນ​ອັນ​ບໍ່​ຍຸດ​ຕິ​ທຳ’ ແລ້ວ​ທ່ານ​ຈະ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັບ​ຊັບ​ສິນ​ທີ່​ຍືນ​ຍົງ​ຫລາຍ​ກວ່າ​ນັ້ນ​ໄດ້​ແນວ​ໃດ?” (Jesus the Christ [1916], 464). ມີ​ບົດ​ຮຽນ​ອື່ນ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ​ຢູ່​ໃນ​ຄຳ​ອຸ​ປະ​ມາ​ນີ້?

ລູ​ກາ 17:11–19

ຄວາມ​ກະ​ຕັນ​ຍູ​ສຳ​ລັບ​ພອນ​ຂອງ​ເຮົາ​ຈະ​ນຳ​ພາ​ເຮົາ​ໃຫ້​ເຂົ້າ​ໃກ້​ພຣະ​ເຈົ້າ​ຫລາຍ​ຂຶ້ນ.

ຖ້າ​ຫາກ​ທ່ານ​ເປັນ​ຄົນ​ໜຶ່ງ​ໃນ​ຈຳ​ນວນ​ຄົນ​ຂີ້​ທູດ​ສິບ​ຄົນ, ທ່ານ​ຄິດ​ວ່າ ທ່ານ​ຈະ​ກັບ​ຄືນ​ໄປ​ຂອບ​ໃຈ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ບໍ? ມີ​ພອນ​ອື່ນ​ຕື່ມ​ອີກ​ຢ່າງ​ໃດ​ແດ່​ທີ່​ຄົນ​ຂີ້​ທູດ​ຜູ້​ຮູ້​ບຸນ​ຄຸນ​ໄດ້​ຮັບ ຍ້ອນ​ວ່າ​ລາວ​ໄດ້​ກັບ​ຄືນ​ໄປ​ຂອບ​ໃຈ?

ທ່ານ​ກໍ​ສາ​ມາດ​ໄຕ່​ຕອງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ນຳ​ອີກ ທີ່​ວ່າ, “[ສັດ​ທາ] ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ຫາຍ​ດີ​ແລ້ວ” (ຂໍ້​ທີ 19). ໃນ​ຄວາມ​ຄິດ​ເຫັນ​ຂອງ​ທ່ານ, ຄວາມ​ກະ​ຕັນ​ຍູ ແລະ ສັດ​ທາ​ກ່ຽວ​ຂ້ອງ​ກັນ​ແນວ​ໃດ? ທັງ​ສອງ​ຢ່າງ​ຊ່ວຍ​ເຮົາ​ໃຫ້​ຫາຍ​ດີ​ແນວ​ໃດ? ວິ​ດີ​ໂອ “President Russell M. Nelson on the Healing Power of Gratitude” (ChurchofJesusChrist.org) ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ໄຕ່​ຕອງ​ຄຳ​ຖາມ​ເຫລົ່າ​ນີ້​ໄດ້.

ເບິ່ງ Dale G. Renlund, “Consider the Goodness and Greatness of God,” Liahona, May 2020, 41–44 ນຳ​ອີກ.

ໂຢ​ຮັນ 11:1–46

ພຣະ​ເຢ​ຊູ​ຄຣິດ​ເປັນ​ເຫດ​ໃຫ້​ຄົນ​ທັງ​ປວງ​ເປັນ​ຄືນ​ມາ, ທັງ​ເປັນ​ຊີ​ວິດ.

ຄວາມ​ມະ​ຫັດ​ສະ​ຈັນ​ໃນ​ການ​ເຮັດ​ໃຫ້​ລາ​ຊາ​ໂຣ​ເປັນ​ຄືນ​ມາ​ຈາກ​ຕາຍ ເປັນ​ປະ​ຈັກ​ພະ​ຍານ​ທີ່​ມີ​ພະ​ລັງ ແລະ ໂຕ້​ຖຽງ​ບໍ່​ໄດ້​ວ່າ ພຣະ​ເຢ​ຊູ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ແລະ ເປັນ​ພຣະ​ເມ​ຊີ​ອາ​ທີ່​ສັນ​ຍາ​ໄວ້​ແທ້ໆ. ມີ​ຖ້ອຍ​ຄຳ, ວະ​ລີ, ຫລື ລາຍ​ລະ​ອຽດ​ຢ່າງ​ໃດ​ແດ່​ໃນ ໂຢ​ຮັນ 11:1–46 ທີ່​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ສັດ​ທາ​ຂອງ​ທ່ານ ວ່າ​ພຣະ​ເຢ​ຊູ​ຄຣິດ ເປັນ​ເຫດ​ໃຫ້​ຄົນ​ທັງ​ປວງ “ເປັນ​ຄືນ​ມາ, ທັງ​ເປັນ​ຊີ​ວິດ”? ພຣະ​ເຢ​ຊູ ເປັນ​ເຫດ​ໃຫ້​ຄົນ​ທັງ​ປວງ “ເປັນ​ຄືນ​ມາ, ທັງ​ເປັນ​ຊີ​ວິດ” ມີ​ຄວາມ​ໝາຍ​ແນວ​ໃດ​ຕໍ່​ທ່ານ?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ລູ​ກາ 15:1–10.ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ​ເຂົ້າ​ໃຈ​ບໍ ເຖິງ​ຄວາມ​ຮູ້​ສຶກ​ຕອນ​ທີ່​ສູນ​ເສຍ​ບາງ​ຢ່າງ​ໄປ—ຫລື ຫລົງ​ທາງ​ໄປ? ການ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ເຂົາ​ເຈົ້າ ສາ​ມາດ​ເລີ່ມ​ຕົ້ນ​ການ​ສົນ​ທະ​ນາ​ກ່ຽວ​ກັບ​ຄຳ​ອຸ​ປະ​ມາ​ເລື່ອງ​ແກະ​ທີ່​ເສຍ​ໄປ ແລະ ເງິນ​ຫລຽນ​ທີ່​ເສຍ​ໄປ​ໄດ້. ຫລື ພວກ​ທ່ານ​ສາ​ມາດ​ຫລິ້ນ​ເກມ ທີ່​ໃຫ້​ຄົນ​ໜຶ່ງ​ໄປ​ລີ້ ແລະ ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຄົນ​ອື່ນໆ​ໄປ​ຊອກ​ຫາ. ກິດ​ຈະ​ກຳ​ນີ້​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຄຳ​ອຸ​ປະ​ມາ​ເຫລົ່າ​ນີ້​ແນວ​ໃດ?

ລູ​ກາ 15:11–32.ເຮົາ​ຈະ​ສາ​ມາດ​ເປັນ​ຄື​ກັນ​ກັບ​ພໍ່​ຜູ້​ຢູ່​ໃນ​ເລື່ອງ​ນີ້​ໄດ້​ແນວ​ໃດ ເມື່ອ​ເຮົາ​ມີ​ບາງ​ຄົນ​ທີ່​ເຮົາ​ຮັກ​ເສຍ​ໄປ? ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ປະ​ສົບ​ການ​ຂອງ​ລູກ​ຊາຍ​ຜູ້​ໃຫຍ່ ທີ່​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ເປັນ​ເໝືອນ​ດັ່ງ​ພຣະ​ຄຣິດ​ຫລາຍ​ຂຶ້ນ? ໃນ​ທາງ​ໃດ​ແດ່​ທີ່​ພໍ່​ຢູ່​ໃນ​ຄຳ​ອຸ​ປະ​ມາ​ເລື່ອງ​ນີ້​ຄື​ກັນ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ?

ລູ​ກາ 17:11–19.ເພື່ອ​ຊ່ວຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ນຳ​ໃຊ້​ເລື່ອງ​ລາວ​ກ່ຽວ​ກັບ​ຄົນ​ຂີ້​ທູດ​ສິບ​ຄົນ, ທ່ານ​ສາ​ມາດ​ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ຂຽນ​ຂໍ້​ຄວາມ​ບອກ​ຂອບ​ໃຈ​ໃຫ້​ກັນ​ແລະ​ກັນ​ແບບ​ລັບໆ. ພວກ​ທ່ານ​ກໍ​ສາ​ມາດ​ຮ້ອງ​ເພງ “ນັບ​ພຣະ​ພອນ​ຂອງ​ທ່ານ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 8) ນຳ​ກັນ ແລະ ນັບ​ພຣະ​ພອນ​ທີ່​ຄອບ​ຄົວ​ຂອງ​ທ່ານ​ໄດ້​ຮັບ​ນຳ​ອີກ.

ໂຢ​ຮັນ 11:1–46.ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ເບິ່ງ​ວິ​ດີ​ໂອ​ຊື່ “Lazarus Is Raised from the Dead” (ChurchofJesusChrist.org) ແລະ ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ສວດ​ແນະ​ນຳ: “ປັນ​ຍາ ແລະ ຄວາມ​ຮັກ​ຍິ່ງ​ໃຫຍ່,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 20.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ໃຊ້​ເລື່ອງ​ເລົ່າ ແລະ ຕົວ​ຢ່າງ​ເພື່ອ​ສິດ​ສອນ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ມັກ​ສິດ​ສອນ​ກ່ຽວ​ກັບ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ ໂດຍ​ການ​ໃຊ້​ເລື່ອງ​ເລົ່າ ແລະ ຄຳ​ອຸ​ປະ​ມາ. ໃຫ້​ຄິດ​ຫາ​ຕົວ​ຢ່າງ ແລະ ເລື່ອງ​ເລົ່າ​ຈາກ​ປະ​ສົບ​ການ​ຂອງ​ທ່ານ​ເອງ ທີ່​ສາ​ມາດ​ເຮັດ​ໃຫ້​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ເກີດ​ເປັນ​ຕົວ​ເປັນ​ຕົນ ສຳ​ລັບ​ຄອບ​ຄົວ​ຂອງ​ທ່ານ (ເບິ່ງ Teaching in the Savior’s Way22).

ຮູບ​ພາບ
ຜູ້​ຊາຍ​ກຳ​ລັງ​ນັ່ງ​ຄຸ​ເຂົ່າ​ຂອບ​ໃຈ​ພຣະ​ເຢ​ຊູ

Where Are the Nine [ເກົ້າ​ຄົນ​ນັ້ນ​ຢູ່​ໃສ], ໂດຍ ລີສ໌ ລີ​ມັນ ສະ​ວິນ​ໂດ

ພິມ