ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 8–14 ເດືອນ​ພຶດ​ສະ​ພາ. ມັດ​ທາຍ 19–20; ມາ​ຣະ​ໂກ 10; ລູ​ກາ 18: “ມີ​ສິ່ງ​ໃດ​ອີກ​ທີ່​ຂ້າ​ນ້ອຍ​ຍັງ​ຂາດ​ຢູ່?”


“ວັນ​ທີ 8–14 ເດືອນ​ພຶດ​ສະ​ພາ. ມັດ​ທາຍ 19–20; ມາ​ຣະ​ໂກ 10; ລູ​ກາ 18: ‘ມີ​ສິ່ງ​ໃດ​ອີກ​ທີ່​ຂ້າ​ນ້ອຍ​ຍັງ​ຂາດ​ຢູ່?,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 8–14 ເດືອນ​ພຶດ​ສະ​ພາ. ມັດ​ທາຍ 19–20; ມາ​ຣະ​ໂກ 10; ລູ​ກາ 18,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ພວກ​ຄົນ​ງານ​ຢູ່​ໃນ​ສວນ​ອະ​ງຸ່ນ

ວັນ​ທີ 8–14 ເດືອນ​ພຶດ​ສະ​ພາ

ມັດ​ທາຍ 19–20; ມາ​ຣະ​ໂກ 10; ລູ​ກາ 18

“ມີ​ສິ່ງ​ໃດ​ອີກ​ທີ່​ຂ້າ​ນ້ອຍ​ຍັງ​ຂາດ​ຢູ່?”

ອ່ານ ແລະ ໄຕ່​ຕອງ ມັດ​ທາຍ 19–20; ມາ​ຣະ​ໂກ 10; ແລະ ລູ​ກາ 18, ເອົາ​ໃຈ​ໃສ່​ຕໍ່​ການ​ກະ​ຕຸ້ນ​ທີ່​ທ່ານ​ໄດ້​ຮັບ. ໃຫ້​ຂຽນ​ສິ່ງ​ທີ່​ຖືກ​ກະ​ຕຸ້ນ​ລົງ​ໄວ້, ແລະ ເບິ່ງ​ວ່າ​ຈະ​ປະ​ຕິ​ບັດ​ຕາມ​ການ​ກະ​ຕຸ້ນ​ເຫລົ່າ​ນັ້ນ​ແນວ​ໃດ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຖ້າ​ຫາກ​ທ່ານ​ມີ​ໂອ​ກາດ​ຖາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ທ່ານ​ຈະ​ຖາມ​ກ່ຽວ​ກັບ​ຫຍັງ? ເມື່ອ​ມະ​ຫາ​ເສດ​ຖີ​ໜຸ່ມ​ໄດ້​ພົບ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເປັນ​ເທື່ອ​ທຳ​ອິດ, ລາວ​ໄດ້​ຖາມ​ວ່າ, “ຂ້າ​ນ້ອຍ​ຕ້ອງ​ເຮັດ​ຄວາມ​ດີ​ຢ່າງ​ໃດ​ແດ່ ຈຶ່ງ​ຈະ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ?” (ມັດ​ທາຍ 19:16). ຄຳ​ຕອບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສະ​ແດງ​ໃຫ້​ເຫັນ​ທັງ​ຄວາມ​ຊື່ນ​ຊົມ​ໃນ​ສິ່ງ​ທີ່​ດີ ທີ່​ມະ​ຫາ​ເສດ​ຖີ​ໜຸ່ມ​ໄດ້​ເຮັດ ແລະ ການ​ສະ​ໜັບ​ສະ​ໜູນ​ດ້ວຍ​ຄວາມ​ຮັກ​ເພື່ອ​ໃຫ້​ເຮັດ​ຕື່ມ​ອີກ. ເມື່ອ​ເຮົາ​ໄຕ່​ຕອງ​ເຖິງ​ຄວາມ​ເປັນ​ໄປ​ໄດ້​ຂອງ​ຊີ​ວິດ​ນິ​ລັນ​ດອນ, ເຮົາ​ອາດ​ສົງ​ໄສ​ທີ່​ຄ້າຍ​ຄື​ກັນ​ນັ້ນ ຖ້າ​ຫາກ​ວ່າ ມີ​ສິ່ງ​ໃດ​ອີກ​ທີ່​ເຮົາ​ຄວນ​ເຮັດ. ເມື່ອ​ເຮົາ​ຖາມ, ໃນ​ວິ​ທີ​ທາງ​ຂອງ​ເຮົາ​ເອງ​ທີ່​ວ່າ, “ມີ​ສິ່ງ​ໃດ​ອີກ​ທີ່​ຂ້າ​ນ້ອຍ​ຍັງ​ຂາດ​ຢູ່?” (ມັດ​ທາຍ 19:20), ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ຕອບ​ເຮົາ​ໃນ​ທາງ​ສ່ວນ​ຕົວ ຄື​ກັນ​ກັບ​ທີ່​ພຣະ​ອົງ​ໄດ້​ຕອບ​ມະ​ຫາ​ເສດ​ຖີ​ໜຸ່ມ​ຄົນ​ນັ້ນ. ບໍ່​ວ່າ​ສິ່ງ​ໃດ​ກໍ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຂໍ​ໃຫ້​ເຮົາ​ເຮັດ, ການ​ເຮັດ​ຕາມ​ຄຳ​ຕອບ​ຂອງ​ພຣະ​ອົງ ຈະ​ຮຽກ​ຮ້ອງ​ໃຫ້​ເຮົາ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ​ຫລາຍ​ກວ່າ​ຄວາມ​ຊອບ​ທຳ​ຂອງ​ເຮົາ​ເອງ​ສະ​ເໝີ (ເບິ່ງ ລູ​ກາ 18:9–14) ແລະ ວ່າ​ເຮົາ​ຈະ “ຮັບ​ເອົາ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ເໝືອນ​ດັ່ງ​ເດັກ​ນ້ອຍ” (ລູ​ກາ 18:17; ເບິ່ງ 3 ນີ​ໄຟ 9:22 ນຳ​ອີກ).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ມັດ​ທາຍ 19:3–9; ມາ​ຣະ​ໂກ 10:2–12

ການ​ແຕ່ງ​ງານ​ລະ​ຫວ່າງ​ຊາຍ ແລະ ຍິງ ໄດ້​ຖືກ​ແຕ່ງຕັ້ງ​ໄວ້​ໂດຍ​ພຣະ​ເຈົ້າ.

ການ​ສົນ​ທະ​ນາ​ລະ​ຫວ່າງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພວກ​ຟາ​ຣີ​ຊາຍ ເປັນ​ໜຶ່ງ​ໃນ​ສອງ​ສາມ​ຄັ້ງ​ທີ່​ຖືກ​ບັນ​ທຶກ​ໄວ້ ຊຶ່ງ​ໃນ​ນັ້ນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ​ກ່ຽວ​ກັບ​ການ​ແຕ່ງ​ງານ​ໂດຍ​ສະ​ເພາະ. ຫລັງ​ຈາກ​ທີ່​ອ່ານ ມັດ​ທາຍ 19:3–9 ແລະ ມາ​ຣະ​ໂກ 10:2–12 ແລ້ວ, ໃຫ້​ຂຽນ​ຂໍ້​ຄວາມ​ບາງ​ຢ່າງ​ທີ່​ທ່ານ​ຮູ້​ສຶກ ໃນ​ການ​ສະ​ຫລຸບ​ທັດ​ສະ​ນະ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກ່ຽວ​ກັບ​ການ​ແຕ່ງ​ງານ​ລົງ​ໄວ້. ແລ້ວ​ໃຫ້​ສຶກ​ສາ​ບາງ​ແຫລ່ງ​ຢູ່​ໃນ “Marriage” (Gospel Topics, topics.ChurchofJesusChrist.org), ແລະ ຕື່ມ​ຂໍ້​ຄວາມ​ໃສ່​ກັບ​ສິ່ງ​ທີ່​ທ່ານ​ໄດ້​ຂຽນ​ໄວ້​ແລ້ວ. ຄວາມ​ຮູ້​ຂອງ​ທ່ານ​ກ່ຽວ​ກັບ​ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ບິ​ດາ ມີ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ທ່ານ​ຄິດ ແລະ ຮູ້​ສຶກ​ກ່ຽວ​ກັບ​ການ​ແຕ່ງ​ງານ​ແນວ​ໃດ?

ມັດ​ທາຍ 19:3–9; ມາ​ຣະ​ໂກ 10:2–12

ພຣະ​ເຢ​ຊູ​ໄດ້​ສິດ​ສອນ​ວ່າ ການ​ຢ່າ​ຮ້າງ​ເປັນ​ສິ່ງ​ທີ່​ບໍ່​ຖືກ​ຍອມ​ຮັບ​ບໍ ຫລື ວ່າ​ຜູ້​ເປັນ​ຮ້າງ​ບໍ່​ຄວນ​ແຕ່ງ​ງານ​ອີກ​ບໍ?

ໃນ​ການ​ກ່າວ​ກ່ຽວ​ກັບ​ການ​ຢ່າ​ຮ້າງ, ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ສິດ​ສອນ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ປະ​ສົງ​ໃຫ້​ຄວາມ​ສຳ​ພັນ​ຂອງ​ການ​ແຕ່ງ​ງານ​ເປັນ​ນິ​ລັນ​ດອນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ເຈົ້າ​ເຂົ້າ​ໃຈ​ດີ​ວ່າ ບາງ​ເທື່ອ​ກໍ​ຈຳ​ເປັນ​ຕ້ອງ​ມີ​ການ​ຢ່າ​ຮ້າງ. ປະ​ທານ​ໂອກສ໌​ໄດ້​ອະ​ທິ​ບາຍ​ວ່າ ພຣະ​ຜູ້​ເປັນ​ເຈົ້າ “ອະ​ນຸ​ຍາດ​ໃຫ້​ຜູ້​ຢ່າ​ຮ້າງ​ແຕ່ງ​ງານ​ອີກ ປາດ​ສະ​ຈາກ​ມົນ​ທິນ​ຂອງ​ການ​ເຮັດ​ຜິດ​ສິນ​ທຳ ທີ່​ໄດ້​ກຳ​ນົດ​ໄວ້​ໃນ​ກົດ​ທີ່​ສູງ​ກວ່າ. ເວັ້ນ​ເສຍ​ແຕ່​ສະ​ມາ​ຊິກ​ຜູ້​ຢ່າ​ຮ້າງ​ໄດ້​ລ່ວງ​ລະ​ເມີດ​ກົດ​ຢ່າງ​ຮ້າຍ​ແຮງ​ເທົ່າ​ນັ້ນ, ເຂົາ​ເຈົ້າ​ຈະ​ມີ​ສິດ​ໄດ້​ຮັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ອີກ ພາຍ​ໃຕ້​ມາດ​ຕະ​ຖານ​ແຫ່ງ​ຄວາມ​ມີ​ຄຸນ​ຄ່າ​ພໍ​ເໝືອນ​ກັນ​ກັບ​ສະ​ມາ​ຊິກ​ຄົນ​ອື່ນໆ” (“Divorce,” Liahona, May 2007, 70).

ມັດ​ທາຍ 19:16–22; ມາ​ຣະ​ໂກ 10:17–22; ລູ​ກາ 18:18–23

ຖ້າ​ຫາກ​ເຮົາ​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ, ພຣະ​ອົງ​ຈະ​ສິດ​ສອນ​ເຮົາ​ວ່າ ເຮົາ​ຄວນ​ເຮັດ​ສິ່ງ​ໃດ​ຈຶ່ງ​ຈະ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ.

ເລື່ອງ​ລາວ​ກ່ຽວ​ກັບ​ມະ​ຫາ​ເສດ​ຖີ​ໜຸ່ມ​ຈະ​ເຮັດ​ໃຫ້​ຢຸດ ແມ່ນ​ແຕ່​ກັບ​ສາ​ນຸ​ສິດ​ທີ່​ຊື່​ສັດ​ຕະ​ຫລອດ​ຊີ​ວິດ​ກໍ​ຕາມ. ຂະ​ນະ​ທີ່​ທ່ານ​ອ່ານ ມາ​ຣະ​ໂກ 10:17–22, ມີ​ຫລັກ​ຖານ​ຢ່າງ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ​ໃນ​ຄວາມ​ຊື່​ສັດ ແລະ ຄວາມ​ຈິງ​ໃຈ​ຂອງ​ມະ​ຫາ​ເສດ​ຖີ​ໜຸ່ມ? ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ສຶກ​ແນວ​ໃດ​ກັບ​ມະ​ຫາ​ເສດ​ຖີ​ໜຸ່ມ​ຄົນ​ນີ້?

ເລື່ອງ​ນີ້​ອາດ​ກະ​ຕຸ້ນ​ທ່ານ​ໃຫ້​ຖາມ​ວ່າ, “ມີ​ສິ່ງ​ໃດ​ອີກ​ທີ່​ຂ້າ​ນ້ອຍ​ຍັງ​ຂາດ​ຢູ່?” (ມັດ​ທາຍ 19:20). ພຣະ​ຜູ້​ເປັນ​ເຈົ້າ​ຊ່ວຍ​ເຮົາ​ໃຫ້​ຊົດ​ເຊີຍ​ສິ່ງ​ທີ່​ເຮົາ​ຂາດ​ເຫລືອ​ແນວ​ໃດ (ເບິ່ງ ອີ​ເທີ 12:27). ເຮົາ​ສາ​ມາດ​ເຮັດ​ຫຍັງ​ແດ່​ເພື່ອ​ກຽມ​ຕົວ​ເອງ​ໃຫ້​ຮັບ​ເອົາ​ຄຳ​ສັ່ງ​ສອນ ແລະ ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະ​ອົງ ຂະ​ນະ​ທີ່​ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ປັບ​ປຸງ​ຕົວ​ເອງ?

ເບິ່ງ Larry R. Lawrence, “What Lack I Yet?,” Liahona, Nov. 2015, 33–35; S. Mark Palmer, “Then Jesus Beholding Him Loved Him,” Liahona, May 2017, 114–16 ນຳ​ອີກ.

ມັດ​ທາຍ 20:1–16

ທຸກ​ຄົນ​ສາ​ມາດ​ໄດ້​ຮັບ​ພອນ​ແຫ່ງ​ຊີ​ວິດ​ນິ​ລັນ​ດອນ, ບໍ່​ວ່າ​ເຂົາ​ໄດ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ເມື່ອ​ໃດ​ກໍ​ຕາມ.

ທ່ານ​ສາ​ມາດ​ເຂົ້າ​ໃຈ​ປະ​ສົບ​ການ​ຂອງ​ພວກ​ພະ​ນັກ​ງານ​ຢູ່​ໃນ​ສວນ​ອະ​ງຸ່ນ​ບໍ? ບົດ​ຮຽນ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ​ສຳ​ລັບ​ຕົວ​ທ່ານ​ເອງ ຢູ່​ໃນ​ພຣະ​ຄຳ​ພີ​ຂໍ້​ນີ້? ຂ່າວ​ສານ​ຂອງ​ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ “The Laborers in the Vineyard” (Liahona, May 2012, 31–33) ອາດ​ຊ່ວຍ​ທ່ານ​ເຫັນ​ວິ​ທີ​ໃໝ່​ທີ່​ຈະ​ນຳ​ໃຊ້​ຄຳ​ອຸ​ປະ​ມາ​ນີ້. ການ​ກະ​ຕຸ້ນ​ເພີ່ມ​ເຕີມ​ຢ່າງ​ໃດ​ແດ່​ທີ່​ພຣະ​ວິນ​ຍານ​ມອບ​ໃຫ້​ແກ່​ທ່ານ?

ຮູບ​ພາບ
ຊາຍ​ທີ່​ຖ່ອມ​ຕົວ​ກັບ​ຄົນ​ຟາ​ຣີ​ຊາຍ

The Repentant Publican and the Self-Righteous Pharisee in the Temple [ຄົນ​ເກັບ​ພາ​ສີ​ທີ່​ກັບ​ໃຈ ແລະ ຄົນ​ຟາ​ຣີ​ຊາຍ​ທີ່​ຄິດ​ວ່າ​ຕົວ​ເອງ​ຊອບ​ທຳ ຢູ່​ໃນ​ພຣະ​ວິ​ຫານ], ໂດຍ ແຟຣ້ງ ອາ​ດາມ

ລູ​ກາ 18:9–14

ເຮົາ​ຄວນ​ໄວ້​ວາງ​ໃຈ​ໃນ​ຄວາມ​ເມດ​ຕາ​ຂອງ​ພຣະ​ເຈົ້າ, ບໍ່​ແມ່ນ​ໃນ​ຄວາມ​ຊອບ​ທຳ​ຂອງ​ເຮົາ​ເອງ.

ທ່ານ​ຈະ​ສະ​ຫລຸບ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ຄຳ​ອະ​ທິ​ຖານ​ທັງ​ສອງ ຢູ່​ໃນ​ຄຳ​ອຸ​ປະ​ມາ​ນີ້​ແນວ​ໃດ? ໃຫ້​ໄຕ່​ຕອງ​ສິ່ງ​ທີ່​ທ່ານ​ຮູ້​ສຶກວ່າ​ທ່ານ​ຄວນ​ເຮັດ ເພື່ອ​ຈະ​ໄດ້​ເປັນ​ເໝືອນ​ດັ່ງ​ຄົນ​ເກັບ​ພາ​ສີ​ຫລາຍ​ຂຶ້ນ ຢູ່​ໃນ​ເລື່ອງ​ນີ້ ແລະ ເປັນ​ເໝືອນ​ດັ່ງ​ຄົນ​ຟາ​ຣີ​ຊາຍ​ໜ້ອຍ​ລົງ.

ເບິ່ງ ຟີ​ລິບ​ປອຍ 4:11–13; ແອວ​ມາ 31:12–23; 32:12–16 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ມາ​ຣະ​ໂກ 10:13–16; ລູ​ກາ 18:15–17.ເພື່ອ​ຊ່ວຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ໄຕ່​ຕອງ​ເລື່ອງ​ລາວ​ໃນ​ຂໍ້​ເຫລົ່າ​ນີ້, ທ່ານ​ສາ​ມາດ​ຮ້ອງ​ເພງ​ທີ່​ກ່ຽວ​ຂ້ອງ​ນຳ​ກັນ, ດັ່ງ​ເຊັ່ນ “ເຮົາ​ຄິດ​ເມື່ອ​ເຮົາ​ອ່ານ​ເລື່ອງ​ແສນ​ຫວານ​ນັ້ນ” (Children’s Songbook, 66). ຈະ​ເປັນ​ແນວ​ໃດ​ຖ້າ​ຫາກ​ໄດ້​ຢູ່​ໃນ​ທ່າມ​ກາງ​ພວກ​ເດັກ​ນ້ອຍ​ທີ່​ພຣະ​ເຢ​ຊູ​ໄດ້​ອວຍ​ພອນ? ການ “ຮັບ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ເໝືອນ​ເດັກ​ນ້ອຍ” ໝາຍ​ຄວາມ​ວ່າ​ແນວ​ໃດ? (ມາ​ຣະ​ໂກ 10:15).

ມາ​ຣະ​ໂກ 10:23–27.ແມ່ນ​ຫຍັງ​ຄື​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ ການ​ມີ ຄວາມ​ຮັ່ງ​ມີ ແລະ ການ​ໄວ້​ວາງ​ໃຈ​ໃນ ຄວາມ​ຮັ່ງ​ມີ? (ເບິ່ງ ມາ​ຣະ​ໂກ 10:23–24). ຂະ​ນະ​ທີ່​ທ່ານ​ອ່ານ ຂໍ້​ທີ 27, ທ່ານ​ສາ​ມາດ​ຊີ້​ບອກ​ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ ທີ່​ວ່າ: “ກັບ​ມະ​ນຸດ ທີ່​ໄວ້​ວາງ​ໃຈ​ໃນ​ຄວາມ​ຮັ່ງ​ມີ, ມັນ​ເປັນ​ໄປ​ບໍ່​ໄດ້; ແຕ່ ເປັນ​ໄປ​ໄດ້​ກັບມະ​ນຸດ​ທີ່​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ ແລະ ປະ​ຖິ້ມ​ທຸກ​ຢ່າງ​ເພື່ອ​ເຫັນ​ແກ່​ເຮົາ, ເພາະ​ກັບ ທຸກ​ສິ່ງ ທັງ​ໝົດ ເຫລົ່າ​ນີ້ ມັນ​ເປັນ​ໄປ​ໄດ້” (ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ, ມາ​ຣະ​ໂກ 10:26 [ໃນ ມາ​ຣະ​ໂກ 10:27, ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ  ]). ໃນ​ຖາ​ນະ​ຄອບ​ຄົວ, ເຮົາ​ຈະ​ສະ​ແດງ​ໃຫ້​ເຫັນ​ວ່າ ເຮົາ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ​ຫລາຍ​ກວ່າ​ສິ່ງ​ຂອງ​ແນວ​ໃດ?

ມັດ​ທາຍ 20:1–16.ເພື່ອ​ສາ​ທິດ​ຫລັກ​ທຳ​ໃນ ມັດ​ທາຍ 20:1–16, ພວກ​ທ່ານ​ສາ​ມາດ​ຈັດ​ການ​ແຂ່ງ​ຂັນ​ແບບ​ງ່າຍໆ​ຂຶ້ນ, ດັ່ງ​ເຊັ່ນ​ການ​ແລ່ນ​ແຂ່ງ​ໄລ​ຍະ​ສັ້ນ. ຫລັງ​ຈາກ​ທຸກ​ຄົນ​ໄດ້​ແຂ່ງ​ຂັນ​ແລ້ວ, ໃຫ້​ມອບ​ລາງ​ວັນ​ແບບ​ດຽວ​ກັນ​ໃຫ້​ເຂົາ​ເຈົ້າ, ເລີ່ມ​ຕົ້ນ​ຈາກ​ຜູ້​ແລ່ນ​ເຖິງ​ເສັ້ນ​ໄຊ​ຄົນ​ສຸດ​ທ້າຍ ຫາ​ຜູ້​ແລ່ນ​ເຖິງ​ເສັ້ນ​ໄຊ​ຄົນ​ທຳ​ອິດ. ສິ່ງ​ນີ້​ສິດ​ສອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ຜູ້​ທີ່​ໄດ້​ຮັບ​ພອນ​ແຫ່ງ​ຊີ​ວິດ​ນິ​ລັນ​ດອນ ໃນ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ?

ມັດ​ທາຍ 20:25–28; ມາ​ຣະ​ໂກ 10:42–45.ວະ​ລີ​ທີ່​ວ່າ “ຖ້າ​ຜູ້​ໃດ​ໃນ​ພວກ​ເຈົ້າ​ຢາກ​ເປັນ​ເອກ, ລາວ​ຕ້ອງ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພວກ​ເຈົ້າ” ໝາຍ​ຄວາມ​ວ່າ​ແນວ​ໃດ? (ມັດ​ທາຍ 20:27). ພຣະ​ເຢ​ຊູ​ຄ​ຣິດ​ເປັນ​ຕົວ​ຢ່າງ​ເຖິງ​ຫລັກ​ທຳ​ຂໍ້​ນີ້​ແນວ​ໃດ? ເຮົາ​ຈະ​ສາ​ມາດ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ອົງ​ໃນ​ຄອບ​ຄົວ​ຂອງ​ເຮົາ, ໃນ​ຫວອດ ຫລື ສາ​ຂາ​ຂອງ​ເຮົາ, ແລະ ໃນ​ຄຸ້ມ​ບ້ານ​ຂອງ​ເຮົາ​ໄດ້​ແນວ​ໃດ?

ລູ​ກາ 18:1–14.ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ອະ​ທິ​ຖານ​ຈາກ​ຄຳ​ອຸ​ປະ​ມາ​ທັງ​ສອງ​ໃນ​ຂໍ້​ເຫລົ່າ​ນີ້?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ແນະ​ນຳ: “ຂ້າ​ຂໍ​ຂອບ​ພຣະ​ໄທ​ອົງ​ບິ​ດາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 67.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ຊອກ​ຫາ​ເວ​ລາ​ທີ່​ສະ​ດວກ​ສຳ​ລັບ​ທ່ານ. ສ່ວນ​ຫລາຍ​ແລ້ວ ມັນ​ເປັນ​ສິ່ງ​ງ່າຍ​ທີ່​ສຸດ ທີ່​ຈະ​ຮຽນ​ຮູ້ ເມື່ອ​ທ່ານ​ສາ​ມາດ​ສຶກ​ສາ​ພຣະ​ຄຳ​ພີ ໂດຍ​ປາດ​ສະ​ຈາກ​ສິ່ງ​ລົບ​ກວນ. ໃຫ້​ຊອກ​ຫາ​ເວ​ລາ​ທີ່​ສະ​ດວກ​ສຳ​ລັບ​ທ່ານ, ແລະ ໃຫ້​ສຶກ​ສາ​ຢ່າງ​ສະ​ໝ່ຳ​ສະ​ເໝີ ໃນ​ເວ​ລາ​ດຽວ​ກັນ​ນັ້ນ​ທຸກໆ​ວັນ.

ຮູບ​ພາບ
ພຣະ​ຄຣິດ ແລະ ເຈົ້າ​ນາຍ​ມະ​ຫາ​ເສດ​ຖີ​ໜຸ່ມ

Christ and the Rich Young Ruler [ພຣະ​ຄຣິດ ແລະ ເຈົ້າ​ນາຍ​ມະ​ຫາ​ເສດ​ຖີ​ໜຸ່ມ], ໂດຍ ເຮັນ​ຣິກ ຮ໊ອບ​ແມນ

ພິມ