ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 15–21 ເດືອນ​ພຶດ​ສະ​ພາ. ມັດ​ທາຍ 21–23; ມາ​ຣະ​ໂກ 11; ລູ​ກາ 19–20; ໂຢ​ຮັນ 12: “ເບິ່ງ​ແມ, ກະ​ສັດ​ຂອງ​ພວກ​ເຈົ້າ​ກຳ​ລັງ​ສະ​ເດັດ​ມາ”


“ວັນ​ທີ 15–21 ເດືອນ​ພຶດ​ສະ​ພາ. ມັດ​ທາຍ 21–23; ມາ​ຣະ​ໂກ 11; ລູ​ກາ 19–20; ໂຢ​ຮັນ 12: ‘ເບິ່ງ​ແມ, ກະ​ສັດ​ຂອງ​ພວກ​ເຈົ້າ​ກຳ​ລັງ​ສະ​ເດັດ​ມາ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 15–21 ເດືອນ​ພຶດ​ສະ​ພາ. ມັດ​ທາຍ 21–23; ມາ​ຣະ​ໂກ 11; ລູ​ກາ 19–20; ໂຢ​ຮັນ 12,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ຜູ້​ຊາຍ​ຢູ່​ເທິງ​ຕົ້ນ​ໄມ້ ຂະ​ນະ​ທີ່​ພຣະ​ເຢ​ຊູ​ເດີນ​ຜ່ານ​ມາ

Zacchaeus in the Sycamore Tree [ຊັກ​ຂ່າຍ​ຢູ່​ເທິງ​ຕົ້ນ​ຊຸ​ກະ​ໂມນ], ໂດຍ ເຈມສ໌ ທີ​ໂຊ

ວັນ​ທີ 15–21 ເດືອນ​ພຶດ​ສະ​ພາ

ມັດ​ທາຍ 21–23; ມາ​ຣະ​ໂກ 11; ລູ​ກາ 19–20; ໂຢ​ຮັນ 12

“ເບິ່ງ​ແມ, ກະ​ສັດ​ຂອງ​ພວກ​ເຈົ້າ​ກຳ​ລັງ​ສະ​ເດັດ​ມາ”

ກ່ອນ​ອ່ານ​ແນວ​ຄິດ​ຢູ່​ໃນ​ໂຄງ​ຮ່າງນີ້, ໃຫ້​ອ່ານ ມັດ​ທາຍ 21–23; ມາ​ຣະ​ໂກ 11; ລູ​ກາ 19–20; ແລະ ໂຢ​ຮັນ 12. ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ທີ່​ທ່ານ​ສາ​ມາດ​ແບ່ງ​ປັນ​ກັບ​ຄອບ​ຄົວ​ຂອງ​ທ່ານ ຫລື ກັບ​ຫ້ອງ​ຮຽນ​ຢູ່​ໂບດ​ຂອງ​ທ່ານ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຫິວ​ເຂົ້າ​ຫລັງ​ຈາກ​ທີ່​ໄດ້​ເດີນ​ທາງ​ຈາກ​ເມືອງ​ເບັດ​ທາ​ນີ ໄປ​ຫາ​ນະ​ຄອນ​ເຢ​ຣູ​ຊາ​ເລັມ, ແລະ ໄດ້​ເຫັນ​ຕົ້ນ​ໝາກ​ເດື່ອ​ເທດ​ຢູ່​ແຄມ​ທາງ ເບິ່ງ​ຄື​ວ່າ​ຈະ​ເປັນ​ແຫລ່ງ​ໃຫ້​ອາ​ຫານ​ໄດ້. ແຕ່​ເມື່ອ​ພຣະ​ເຢ​ຊູ​ເຂົ້າ​ໄປ​ຫາ​ຕົ້ນ​ໝາກ​ເດື່ອ​ເທດ​ຕົ້ນ​ນັ້ນ, ພຣະ​ອົງ​ເຫັນ​ວ່າ ມັນ​ບໍ່​ມີ​ໝາກ (ເບິ່ງ ມັດ​ທາຍ 21:17–20; ມາ​ຣະ​ໂກ 11:12–14, 20). ໃນ​ທາງ​ປຽບ​ທຽບ, ຕົ້ນ​ໝາກ​ເດື່ອ​ເທດ​ກໍ​ຄື​ກັນ​ກັບ​ຜູ້​ນຳ​ພາ​ສາດ​ສະ​ໜາ​ທີ່​ໜ້າ​ຊື່​ໃຈ​ຄົດ​ໃນ​ນະ​ຄອນ​ເຢ​ຣູ​ຊາ​ເລັມ: ຄຳ​ສອນ​ປາກ​ເປົ່າ ແລະ ການ​ສະ​ແດງ​ອອກ​ພາຍ​ນອກ​ເຖິງ​ຄວາມ​ບໍ​ລິ​ສຸດ​ຂອງ​ພວກ​ເຂົາ ບໍ່​ໄດ້​ໃຫ້​ການ​ບຳ​ລຸງ​ລ້ຽງ​ທາງວິນ​ຍານ​ເລີຍ. ພວກ​ຟາ​ຣີ​ຊາຍ ແລະ ພວກ​ທຳ​ມະ​ຈານ​ປະ​ກົດ​ວ່າ​ຄື​ໄດ້​ຮັກ​ສາ​ພຣະ​ບັນ​ຍັດ​ຫລາຍ​ຂໍ້ ແຕ່​ລືມ​ຮັກ​ສາ​ພຣະ​ບັນ​ຍັດ​ຂໍ້​ໃຫຍ່ ແລະ ຂໍ້​ຕົ້ນ​ສອງ​ຂໍ້: ຈົ່ງ​ຮັກ​ພຣະ​ເຈົ້າ ແລະ ຮັກ​ເພື່ອນ​ບ້ານ​ເໝືອນ​ຮັກ​ຕົນ​ເອງ (ເບິ່ງ ມັດ​ທາຍ 22:34–40; 23:23).

ກົງ​ກັນ​ຂ້າມ, ຫລາຍ​ຄົນ​ໄດ້​ເລີ່ມ​ຕົ້ນ​ຮັບ​ຮູ້​ຜົນ​ດີ​ໃນ​ຄຳ​ສອນ​ຂອງ​ພຣະ​ເຢ​ຊູ. ເມື່ອ​ພຣະ​ອົງ​ໄດ້​ໄປ​ເຖິງ​ນະ​ຄອນ​ເຢ​ຣູ​ຊາ​ເລັມ, ພວກ​ເຂົາ​ໄດ້​ຕ້ອນ​ຮັບ​ພຣະ​ອົງ ດ້ວຍ​ການ​ປູ​ກ້ານ​ຕານ ຕາມ​ເສັ້ນ​ທາງ, ປິ​ຕິ​ຍິນ​ດີ​ທີ່​ໃນ​ທີ່​ສຸດ, ກໍ​ເປັນ​ຕາມ​ຄຳ​ທຳ​ນາຍ​ທີ່​ກ່າວ​ວ່າ, “ກະ​ສັດ​ຂອງ​ພວກ​ເຈົ້າ​ກຳ​ລັງ​ສະ​ເດັດ​ມາ” (ເຊ​ກາ​ຣີ​ຢາ 9:9). ຂະ​ນະ​ທີ່​ທ່ານ​ອ່ານ​ໃນ​ອາ​ທິດນີ້, ໃຫ້​ຄິດ​ກ່ຽວ​ກັບ​ໝາກ​ຜົນ​ຂອງ​ຄຳ​ສອນ ແລະ ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ຊີ​ວິດ​ຂອງ​ທ່ານ ແລະ ວິ​ທີ​ທີ່​ທ່ານ​ຈະ “ເກີດ​ຜົນ​ຫລາຍ” ແນວ​ໃດ (ໂຢ​ຮັນ 12:24).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ລູ​ກາ 19:1–10

ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ຕັດ​ສິນ​ຕາມ​ການ​ປະ​ກົດ​ພາຍ​ນອກ ແຕ່​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ໃຈ.

ໃນ​ວັນ​ເວ​ລາ​ຂອງ​ພຣະ​ເຢ​ຊູ, ຫລາຍ​ຄົນ​ໄດ້​ສັນ​ນິ​ຖານ​ວ່າ ຄົນ​ເກັບ​ພາ​ສີ​ເປັນ​ຄົນ​ບໍ່​ຊື່​ສັດ ແລະ ຂະ​ໂມຍ​ຈາກ​ປະ​ຊາ​ຊົນ. ສະ​ນັ້ນ ຍ້ອນ​ວ່າ​ຊັກ​ຂ່າຍ, ເປັນ​ຫົວ​ໜ້າ​ຄົນ​ເກັບ​ພາ​ສີ ແລະ ຮັ່ງ​ມີ, ລາວ​ຈຶ່ງ​ຖືກ​ສົງ​ໄສ​ຕື່ມ​ອີກ. ແຕ່​ພຣະ​ເຢ​ຊູ​ໄດ້​ເບິ່ງ​ທີ່​ໃຈ​ຂອງ​ຊັກ​ຂ່າຍ. ລູ​ກາ 19:1–10 ເປີດ​ເຜີຍ​ຫຍັງ​ແດ່​ກ່ຽວ​ກັບ​ໃຈ​ຂອງ​ຊັກ​ຂ່າຍ? ທ່ານ​ສາ​ມາດ​ຂຽນ​ຂໍ້​ຄວາມ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້ ທີ່​ບັນ​ຍາຍ​ເຖິງ​ສິ່ງ​ທີ່​ຊັກ​ຂ່າຍ​ໄດ້​ເຮັດ ເພື່ອ​ສະ​ແດງ​ເຖິງ​ການ​ອຸ​ທິດ​ຕົນ​ຂອງ​ລາວ​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ແມ່ນ​ຫຍັງ​ຄື​ຄວາມ​ປາດ​ຖະ​ໜາ​ຂອງ​ໃຈ​ທ່ານ? ທ່ານ​ກຳ​ລັງ​ເຮັດ​ຫຍັງ​ເພື່ອ​ສະ​ແຫວງ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ດັ່ງ​ທີ່​ຊັກ​ຂ່າຍ​ໄດ້​ເຮັດ?

ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 137:9 ນຳ​ອີກ.

ມັດ​ທາຍ 23; ລູ​ກາ 20:45–47

ພຣະ​ເຢ​ຊູ​ປະ​ນາມ​ຄວາມ​ໜ້າ​ຊື່​ໃຈ​ຄົດ.

ຄວາມ​ປະ​ຕິ​ສຳ​ພັນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກັບ​ພວກ​ທຳ​ມະ​ຈານ ແລະ ພວກ​ຟາ​ຣີ​ຊາຍ ແມ່ນ​ແຕກ​ຕ່າງ​ຈາກ​ຄວາມ​ປະ​ຕິ​ສຳ​ພັນ​ຂອງ​ພຣະ​ອົງ​ກັບ​ຊັກ​ຂ່າຍ. ດັ່ງ​ທີ່​ປະ​ທານ​ດີ​ເດີ ແອັບ ອຸກ​ດອບ ໄດ້​ອະ​ທິ​ບາຍ​ວ່າ, “[ພຣະ​ເຢ​ຊູ] ພຣະ​ພິ​ໂລດ​ໃນ​ທາງ​ທີ່​ຊອບ​ທຳ ຕໍ່​ຄົນ​ໜ້າ​ຊື່​ໃຈ​ຄົດ ເຊັ່ນ​ກັບ​ພວກ​ທຳ​ມະ​ຈານ, ພວກ​ຟາ​ຣີ​ຊາຍ, ແລະ ພວກ​ຊາ​ດູ​ກາຍ—ພວກ​ເຂົາ​ຖື​ຕົນ​ເອງ​ວ່າ​ເປັນ​ຄົນ​ຊອບ​ທຳ ເພື່ອ​ຈະ​ໄດ້​ຮັບ​ການ​ຍ້ອງ​ຍໍ, ເພື່ອ​ຈະ​ມີ​ອິດ​ທິ​ພົນ, ແລະ ຮັ່ງ​ມີ​ເປັນ​ດີ ດ້ວຍ​ສິ່ງ​ຂອງ​ທາງ​ໂລກ, ໃນ​ເວ​ລາ​ດຽວ​ກັນ, ພວກ​ເຂົາ​ໄດ້​ຂົ່ມ​ເຫັງ​ຜູ້​ຄົນ ທີ່​ພວກ​ເຂົາ​ຄວນ​ຊ່ວຍ​ເຫລືອ” (“On Being Genuine,” Liahona, May 2015, 81).

ໃນ ມັດ​ທາຍ 23, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ໃຊ້​ການ​ປຽບ​ທຽບ​ຫລາຍ​ຢ່າງ ເພື່ອ​ບັນ​ຍາຍ​ເຖິງ​ຄວາມ​ໜ້າ​ຊື່​ໃຈ​ຄົດ. ໃຫ້​ຄິດ​ທີ່​ຈະ​ໝາຍ ຫລື ຂຽນ​ການ​ປຽບ​ທຽບ​ເຫລົ່າ​ນີ້ ແລະ ສັງ​ເກດ​ເບິ່ງ​ສິ່ງ​ທີ່​ມັນ​ສິດ​ສອນ​ກ່ຽວ​ກັບ​ຄວາມ​ໜ້າ​ຊື່​ໃຈ​ຄົດ. ແມ່ນ​ຫຍັງ​ຄື​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ຄວາມ​ໜ້າ​ຊື່​ໃຈ​ຄົດ ແລະ ຄວາມ​ອ່ອນ​ແອ​ຂອງ​ມະ​ນຸດ ທີ່​ເຮົາ​ທຸກ​ຄົນ​ປະ​ເຊີນ ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ? ທ່ານ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ສິ່ງ​ໃດ​ທີ່​ແຕກ​ຕ່າງ ຍ້ອນ​ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ?

ເບິ່ງ Bible Dictionary, “Hypocrite” ນຳ​ອີກ.

ມັດ​ທາຍ 21:1–11; ມາ​ຣະ​ໂກ 11:1–11; ລູ​ກາ 19:29–44; ໂຢ​ຮັນ 12:1–8, 12–16

ພຣະ​ເຢ​ຊູ​ຄຣິດ​ເປັນ​ກະ​ສັດ​ຂອງ​ເຮົາ.

ເມື່ອ​ພຣະ​ເຢ​ຊູ​ໄປ​ເຖິງ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ພາຍ​ໃນ​ສອງ​ສາມ​ວັນ​ກ່ອນ​ພຣະ​ອົງ​ໄດ້​ສຳ​ເລັດ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ຜູ້​ທີ່​ຮັບ​ຮູ້​ພຣະ​ອົງ​ໄດ້​ສະ​ແດງ​ການ​ອຸ​ທິດ​ຕົນ​ຂອງ​ພວກ​ເຂົາ ໂດຍ​ການ​ຫົດ​ສົງ​ພຣະ​ອົງ, ໄດ້​ປູ​ທາງ​ເຂົ້າ​ສູ່​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ດ້ວຍ​ເສື້ອ​ຜ້າ ແລະ ກ້ານ​ຕານ, ແລະ ໂຮ່​ຮ້ອງ​ສັນ​ລະ​ເສີນ. ໃຫ້​ພິ​ຈາ​ລະ​ນາ​ແຫລ່ງ​ດັ່ງ​ຕໍ່​ໄປ​ນີ້ວ່າ ສາ​ມາດ​ໃຫ້​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ​ແກ່​ທ່ານ ກ່ຽວ​ກັບ​ເຫດ​ການ​ເຫລົ່າ​ນີ້​ໄດ້​ແນວ​ໃດ, ຊຶ່ງ​ເລີ່ມ​ຕົ້ນ​ອາ​ທິດ​ສຸດ​ທ້າຍ​ຂອງ​ພຣະ​ຊົນ​ຊີບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

  • ຕົວ​ຢ່າງ​ການ​ຫົດ​ສົງ​ບາງ​ຄົນ​ໃຫ້​ເປັນ​ກະ​ສັດ​ໃນ​ສະ​ໄໝ​ບູ​ຮານ: 2 ກະ​ສັດ 9:1–6, 13

  • ຄຳ​ທຳ​ນາຍ​ໃນ​ສະ​ໄໝ​ບູ​ຮານ​ເຖິງ​ການ​ເດີນ​ເຂົ້າ​ນະ​ຄອນ​ຢ່າງ​ຜູ້​ມີ​ໄຊ: ເຊ​ກາ​ຣີ​ຢາ 9:9

  • ຄວາມ​ໝາຍ​ຂອງ​ຄຳ​ວ່າ ໂຮ​ຊັນ​ນາ: “ໂຮ​ຊັນ​ນາ” ໃນ ຄູ່​ມື​ພຣະ​ຄຳ​ພີ (scriptures.ChurchofJesusChrist.org)

  • ຄຳ​ທຳ​ນາຍ​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ສະ​ເດັດ​ມາ​ອີກ: ພຣະ​ນິ​ມິດ 7:9–12

ທ່ານ​ຈະ​ໃຫ້​ກຽດ ແລະ ຮັບ​ເອົາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ວ່າ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ກະ​ສັດ​ຂອງ​ທ່ານ​ແນວ​ໃດ?

ເບິ່ງ Gerrit W. Gong, “Hosanna and Hallelujah—The Living Jesus Christ: The Heart of Restoration and Easter,” Liahona, May 2020, 52–55; “The Lord’s Triumphal Entry into Jerusalem” (ວິ​ດີ​ໂອ), ChurchofJesusChrist.org ນຳ​ອີກ.

ມັດ​ທາຍ 22:34–40

ພຣະ​ບັນ​ຍັດ​ຂໍ້​ໃຫຍ່ ແລະ ຂໍ້​ຕົ້ນ​ສອງ​ຂໍ້ ແມ່ນ​ໃຫ້​ຮັກ​ພຣະ​ເຈົ້າ ແລະ ຮັກ​ຄົນ​ອື່ນ​ເໝືອນ​ຮັກ​ຕົນ​ເອງ.

ຖ້າ​ຫາກ​ທ່ານ​ຮູ້​ສຶກ​ໜັກ​ໃຈ ຂະ​ນະ​ທີ່​ທ່ານ​ພະ​ຍາ​ຍາມ​ເຮັດ​ຕາມ​ພຣະ​ຄຳ​ຂອງ​ພຣະ​ເຢ​ຊູ​ຄຣິດ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ກ່າວ​ກັບ​ທຳ​ບັນ​ດິດ​ໃນ ມັດ​ທາຍ 22 ສາ​ມາດ​ຊ່ວຍ​ທ່ານ​ລົດ​ຄວາມ​ຊັບ​ຊ້ອນ ແລະ ເອົາ​ໃຈ​ໃສ່​ຕໍ່​ການ​ເປັນ​ສາ​ນຸ​ສິດ​ຂອງ​ທ່ານ​ຫລາຍ​ຂຶ້ນ. ຕໍ່​ໄປ​ນີ້​ແມ່ນ​ວິ​ທີ​ໜຶ່ງ​ໃນ​ການ​ເຮັດ​ສິ່ງ​ນີ້: ຂຽນ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຫລາຍ​ຂໍ້. ແຕ່​ລະ​ຢ່າງ​ຢູ່​ໃນ​ຈຳ​ນວນ​ທີ່​ທ່ານ​ຂຽນ​ໄວ້​ກ່ຽວ​ຂ້ອງ​ກັບ​ພຣະ​ບັນ​ຍັດ​ຂໍ້​ໃຫຍ່ ແລະ ຂໍ້​ຕົ້ນ​ສອງ​ຂໍ້​ແນວ​ໃດ? ການ​ເອົາ​ໃຈ​ໃສ່​ຕໍ່​ພຣະ​ບັນ​ຍັດ​ຂໍ້​ໃຫຍ່ ແລະ ຂໍ້​ຕົ້ນ​ສອງ​ຂໍ້ ຊ່ວຍ​ທ່ານ​ຮັກ​ສາ​ຂໍ້​ອື່ນໆ​ແນວ​ໃດ?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ມັດ​ທາຍ 21:12–14.ພຣະ​ຄຳ ແລະ ການ​ກະ​ທຳ​ຂອງ​ພຣະ​ເຢ​ຊູ​ໃນ ມັດ​ທາຍ 21:12–14 ສະ​ແດງ​ໃຫ້​ເຫັນ​ວ່າ ພຣະ​ອົງ​ຮູ້​ສຶກ​ກ່ຽວ​ກັບ​ພຣະ​ວິ​ຫານ​ແນວ​ໃດ? ເຮົາ​ຈະ​ສະ​ແດງ​ໃຫ້​ເຫັນ​ວ່າ ເຮົາ​ຮູ້​ສຶກ​ກ່ຽວ​ກັບ​ພຣະ​ວິ​ຫານ​ແນວ​ໃດ? ເຮົາ​ຈະ “ຂັບ​ໄລ່” ສິ່ງ​ໃດ​ແດ່ (ຂໍ້​ທີ 12) ອອກ​ຈາກ​ຊີ​ວິດ​ຂອງ​ເຮົາ ເພື່ອ​ເຮັດ​ໃຫ້​ບ້ານ​ເຮືອນ​ຂອງ​ເຮົາ​ເປັນ​ເໝືອນ​ດັ່ງ​ພຣະ​ວິ​ຫານ​ຫລາຍ​ຂຶ້ນ? ໃຫ້​ຄິດ​ທີ່​ຈະ​ຮ້ອງ​ເພງ​ກ່ຽວ​ກັບ​ພຣະ​ວິ​ຫານ​ນຳ​ກັນ, ດັ່ງ​ເຊັ່ນ “ພຣະ​ເຈົ້າ​ມອບ​ພຣະ​ວິ​ຫານ​ແກ່​ເຮົາ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 68).

ມັດ​ທາຍ 21:28–32.ບົດ​ຮຽນ​ໃດ​ແດ່​ຈາກ​ຄຳ​ອຸ​ປະ​ມາ​ເລື່ອງ​ຜູ້​ຊາຍ​ທີ່​ມີ​ລູກ​ຊາຍ​ສອງ​ຄົນ ສາ​ມາດ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໄດ້? ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ໃຊ້​ເລື່ອງນີ້​ເພື່ອ​ສົນ​ທະ​ນາ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ເຊື່ອ​ຟັງ ແລະ ການ​ກັບ​ໃຈ​ທີ່​ຈິງ​ໃຈ. ບາງ​ທີ​ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ຂຽນ​ບົດ​ລະ​ຄອນ ເພື່ອ​ສະ​ແດງ​ຄຳ​ອຸ​ປະ​ມາ ແລະ ປ່ຽນ​ກັນ​ແອັກ​ທ່າ​ໃນ​ບົດ​ບາດ​ທີ່​ແຕກ​ຕ່າງ​ກັນ.

ມັດ​ທາຍ 22:15–22; ລູ​ກາ 20:21–26.ເດັກ​ນ້ອຍ​ອາດ​ມັກ​ເຮັດ​ເງິນ​ຫລຽນ​ປອມ ທີ່​ມີ “ຮູບ ແລະ ຄຳ​ຈາ​ລຶກ” ຂອງ​ພຣະ​ເຢ​ຊູ​ຢູ່​ໃນ​ນັ້ນ. ເຂົາ​ເຈົ້າ​ສາ​ມາດ​ຂຽນ​ບາງ “ສິ່ງ​ທີ່​ເປັນ​ຂອງ​ພຣະ​ເຈົ້າ” ໃສ່​ທາງ​ຫລັງ (ມັດ​ທາຍ 22:21) ທີ່​ເຮົາ​ສາ​ມາດ​ມອບ​ໃຫ້​ແກ່​ພຣະ​ອົງ. ພວກ​ທ່ານ​ກໍ​ຍັງ​ສາ​ມາດ​ເວົ້າ​ລົມ​ກັນ​ອີກ​ກ່ຽວ​ກັບ​ວ່າ ການ​ມີ “ຮູບ ແລະ ຄຳ​ຈາ​ລຶກ” ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢູ່​ໃນ​ຕົວ ເຮົາ ໝາຍ​ຄວາມ​ວ່າ​ແນວ​ໃດ (ມັດ​ທາຍ 22:20; ເບິ່ງ ໂມ​ໄຊ​ຢາ 5:8; ແອວ​ມາ 5:14 ນຳ​ອີກ).

ໂຢ​ຮັນ 12:1–8.ນາງ​ມາ​ຣີ​ໄດ້​ສະ​ແດງ​ຄວາມ​ຮັກ​ຂອງ​ນາງ​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແນວ​ໃດ? ເຮົາ​ຈະ​ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະ​ອົງ​ແນວ​ໃດ?

ຮູບ​ພາບ
ຜູ້​ຍິງ​ກຳ​ລັງ​ເຊັດ​ພຣະ​ບາດ​ຂອງ​ພຣະ​ເຢ​ຊູ​ດ້ວຍ​ຜົມ​ຂອງ​ນາງ

Washing Jesus’s Feet [ການ​ລ້າງ​ພຣະ​ບາດ​ຂອງ​ພຣະ​ເຢ​ຊູ], ໂດຍ ບຣາຍ​ແອນ ຄອລ໌

ໂຢ​ຮັນ 12:42–43.ຜົນ​ທາງ​ສັງ​ຄົມ​ຢ່າງ​ໃດ​ແດ່​ທີ່​ບາງ​ເທື່ອ​ເຮັດ​ໃຫ້​ເຮົາ​ທໍ້​ແທ້​ຈາກ​ການ​ສະ​ແດງ ຫລື ການ​ປົກ​ປ້ອງ​ຄວາມ​ເຊື່ອ​ຂອງ​ເຮົາ​ໃນ​ພຣະ​ຄຣິດ? ສຳ​ລັບ​ຕົວ​ຢ່າງ​ຂອງ​ຜູ້​ຄົນ​ທີ່​ບໍ່​ຍອມ​ແພ້​ຕໍ່​ຄວາມ​ກົດ​ດັນ​ຂອງ​ສັງ​ຄົມ, ໃຫ້​ເບິ່ງ ດາ​ນີ​ເອນ 1:3–20; 3; 6; ໂຢ​ຮັນ 7:45–53; 9:1–38; ແລະ ໂມ​ໄຊ​ຢາ 17:1–4. ເຮົາ​ຈະ​ສະ​ແດງ​ຄວາມ​ນັບ​ຖື​ຕໍ່​ຄົນ​ອື່ນ ຂະ​ນະ​ທີ່​ເຂົາ​ເຈົ້າ​ສະ​ແດງ ຫລື ປົກ​ປ້ອງ​ຄວາມ​ເຊື່ອ​ທາງ​ສາດ​ສະ​ໜາ​ຂອງ​ເຂົາ​ເຈົ້າ​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ສວດ​ແນະ​ນຳ: “ພຣະ​ຜູ້​ໄຖ່​ແຫ່ງ​ອິດ​ສະ​ຣາ​ເອນ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 5.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ໃຊ້​ຮູບ​ພາບ​ເພື່ອ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ສະ​ມາ​ຊິກ​ໃນ​ຄອບ​ຄົວ.ປຶ້ມ​ຮູບ​ພາບ​ພຣະ​ກິດ​ຕິ​ຄຸນ ແລະ Gospel Media Library ຢູ່​ທີ່ ChurchofJesusChrist.org ບັນ​ຈຸ​ຮູບ​ພາບ ແລະ ວິ​ດີ​ໂອ​ຢ່າງ​ຫລວງ​ຫລາຍ ທີ່​ສາ​ມາດ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ວາດ​ພາບ​ຄວາມ​ຄິດ ຫລື ວາດ​ພາບ​ເຫດ​ການ​ໄດ້” (Teaching in the Savior’s Way22).

ຮູບ​ພາບ
ການ​ເດີນ​ເຂົ້າ​ນະ​ຄອນ​ຢ່າງ​ຜູ້​ມີ​ໄຊ

Triumphal Entry [ການ​ເດີນ​ເຂົ້າ​ນະ​ຄອນ​ຢ່າງ​ຜູ້​ມີ​ໄຊ], ໂດຍ ວາວ​ເຕີ ເຣນ

ພິມ