ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 22–28 ເດືອນ​ພຶດ​ສະ​ພາ. ໂຈ​ເຊັບ ສະ​ມິດ—ມັດ​ທາຍ 1; ມັດ​ທາຍ 24–25; ມາ​ຣະ​ໂກ 12–13; ລູ​ກາ 21: “ເມື່ອ​ບຸດ​ມະ​ນຸດ​ສະ​ເດັດ​ມາ”


“ວັນ​ທີ 22–28 ເດືອນ​ພຶດ​ສະ​ພາ. ໂຈ​ເຊັບ ສະ​ມິດ—ມັດ​ທາຍ 1; ມັດ​ທາຍ 24–25; ມາ​ຣະ​ໂກ 12–13; ລູ​ກາ 21: ‘ເມື່ອ​ບຸດ​ມະ​ນຸດ​ສະ​ເດັດ​ມາ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 22–28 ເດືອນ​ພຶດ​ສະ​ພາ. ໂຈ​ເຊັບ ສະ​ມິດ—ມັດ​ທາຍ 1; ມັດ​ທາຍ 24–25; ມາ​ຣະ​ໂກ 12–13; ລູ​ກາ 21,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ

The Second Coming [ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ], ໂດຍ ແຮ​ຣີ ແອນ​ເດີ​ສັນ

ວັນ​ທີ 22–28 ເດືອນ​ພຶດ​ສະ​ພາ

ໂຈ​ເຊັບ ສະ​ມິດ—ມັດ​ທາຍ 1; ມັດ​ທາຍ 24–25; ມາ​ຣະ​ໂກ 12–13; ລູ​ກາ 21

“ເມື່ອ​ບຸດ​ມະ​ນຸດ​ສະ​ເດັດ​ມາ”

ຂະ​ນະ​ທີ່​ທ່ານ​ອ່ານ ໂຈ​ເຊັບ ສະ​ມິດ—ມັດ​ທາຍ 1; ມັດ​ທາຍ 24–25; ມາ​ຣະ​ໂກ 12–13; ແລະ ລູ​ກາ 21, ທ່ານ​ອາດ​ຖາມ​ວ່າ, “ບົດ​ເຫລົ່າ​ນີ້​ມີ​ຂ່າວ​ສານ​ຫຍັງ​ແດ່​ສຳ​ລັບ​ເຮົາ? ສຳ​ລັບ​ຄອບ​ຄົວ​ຂອງ​ເຮົາ? ແລະ ສຳ​ລັບ​ການ​ເອີ້ນ​ຂອງ​ເຮົາ?”

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄົງ​ພົບ​ວ່າ ຄຳ​ທຳ​ນາຍ​ຂອງ​ພຣະ​ອົງ​ເລີ່ມ​ຕົ້ນ​ຈາກ: ພຣະ​ວິ​ຫານ​ທີ່​ຍິ່ງ​ໃຫຍ່​ຂອງ​ເຢ​ຣູ​ຊາ​ເລັມ, ສູນ​ວັດ​ທະ​ນະ​ທຳ ແລະ ທາງ​ວິນ​ຍານ​ຂອງ​ຊາວ​ຢິວ, ຈະ​ຖືກ​ທຳ​ລາຍ​ຈົນ​ໝົດ​ສິ້ນ​ວ່າ “ຫີນ​ທຸກໆ​ກ້ອນ​ທີ່​ຢອງ​ທັບ​ກັນ​ຢູ່​ນີ້ ຈະ​ຖືກ​ທຳ​ລາຍ​ລົງ​ຈົນ​ບໍ່​ເຫລືອ​ຈັກ​ກ້ອນ.” ຕາມ​ທຳ​ມະ​ຊາດ​ແລ້ວ ສາ​ນຸ​ສິດ​ຢາກ​ຮູ້​ຕື່ມ​ອີກ. ເຂົາ​ເຈົ້າ​ໄດ້​ຖາມ​ວ່າ ເຫດ​ການ​ທັງ​ໝົດ​ນີ້​ຈະ​ເກີດ​ຂຶ້ນ​ເມື່ອ​ໃດ? ແລະ ເຂົາ​ເຈົ້າ​ກໍ​ໄດ້​ຖາມ​ວ່າ ສິ່ງ​ໃດ​ເປັນ​ໝາຍ​ສຳ​ຄັນ​ວ່າ ແມ່ນ​ເວ​ລາ​ມາ​ປະ​ກົດ​ຂອງ​ພຣະ​ອົງ. (ໂຈ​ເຊັບ ສະ​ມິດ—ມັດ​ທາຍ 1:2–4). ຄຳ​ຕອບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເປີດ​ເຜີຍ​ວ່າ ການ​ທຳ​ລາຍ​ທີ່​ຍິ່ງ​ໃຫຍ່​ກຳ​ລັງ​ຈະ​ມາ​ເຖິງ​ເຢ​ຣູ​ຊາ​ເລັມ—ຄຳ​ທຳ​ນາຍ​ທີ່​ເກີດ​ເປັນ​ຈິງ​ໃນ ຄ.ສ. 70—ເປັນ​ເຫດ​ການ​ເລັກ​ນ້ອຍ​ເມື່ອ​ປຽບ​ທຽບ​ໃສ່​ກັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ອົງ​ໃນ​ຍຸກ​ສຸດ​ທ້າຍ. ສິ່ງ​ຕ່າງໆ​ແມ່ນ​ແຕ່​ທີ່​ເບິ່ງ​ຄື​ວ່າ​ໝັ້ນ​ຄົງ​ຫລາຍ​ກວ່າ​ພຣະ​ວິ​ຫານ​ໃນ​ເຢ​ຣູ​ຊາ​ເລັມ ຈະ​ພິ​ສູດ​ວ່າ​ເປັນ​ພຽງ​ຊົ່ວ​ຄາວ—ດວງ​ຕາ​ເວັນ, ດວງ​ເດືອນ, ດວງ​ດາວ, ປະ​ຊາ​ຊາດ, ແລະ ທະ​ເລ. ແມ່ນ​ແຕ່ “ອຳ​ນາດ​ຂອງ​ທ້ອງ​ຟ້າ​ສະ​ຫວັນ​ຈະ​ສັ່ນ​ສະ​ທ້ານ​ຫວັ່ນ​ໄຫວ” (ໂຈ​ເຊັບ ສະ​ມິດ—ມັດ​ທາຍ 1:33). ຖ້າ​ຫາກ​ເຮົາ​ຮູ້​ຈັກ​ທາງ​ວິນ​ຍານ, ຄວາມ​ວຸ້ນ​ວາຍ​ນີ້​ສາ​ມາດ​ສິດ​ສອນ​ເຮົາ​ໃຫ້​ເຊື່ອ​ໝັ້ນ​ໃນ​ບາງ​ສິ່ງ​ທີ່​ໝັ້ນ​ຄົງ​ແທ້ໆ. ດັ່ງ​ທີ່​ພຣະ​ເຢ​ຊູ​ໄດ້​ສັນ​ຍາ​ວ່າ, “ຟ້າ​ສະ​ຫວັນ ແລະ ແຜ່ນ​ດິນ​ໂລກ​ຈະ​ສູນ​ສິ້ນ​ໄປ; ແຕ່​ຄຳ​ຂອງ​ເຮົາ​ຈະ​ບໍ່​ສູນ​ສິ້ນ​ໄປ. … ແລະ ຜູ້​ໃດ​ກໍ​ຕາມ​ທີ່​ສະ​ສົມ​ຖ້ອຍ​ຄຳ​ຂອງ​ເຮົາ, ຈະ​ບໍ່​ຖືກ​ຫລອກ​ລວງ (ໂຈ​ເຊັບ ສະ​ມິດ—ມັດ​ທາຍ 1:35, 37).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ໂຈ​ເຊັບ ສະ​ມິດ—ມັດ​ທາຍ​ຄື​ຫຍັງ?

ໂຈ​ເຊັບ ສະ​ມິດ—ມັດ​ທາຍ, ບັນ​ຈຸ​ຢູ່​ໃນ​ພຣະ​ຄຳ​ພີ​ໄຂ່​ມຸກ​ອັນ​ລ້ຳ​ຄ່າ, ແມ່ນ​ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ ສ່ວນ​ສຸດ​ທ້າຍ​ຂອງ ມັດ​ທາຍ 23 ແລະ ທັງ​ໝົດ​ຂອງ ມັດ​ທາຍ 24. ການ​ແກ້​ໄຂ​ຄືນໃໝ່​ທີ່​ດົນ​ໃຈ​ຂອງ​ໂຈ​ເຊັບ ສະ​ມິດ ໄດ້​ຟື້ນ​ຟູ​ຄວາມ​ຈິງ​ທີ່​ມີ​ຄ່າ ຊຶ່ງ​ໄດ້​ສູນ​ເສຍ​ໄປ. ຂໍ້​ທີ 12–21 ກ່າວ​ເຖິງ​ການ​ທຳ​ລາຍ​ຂອງ​ເຢ​ຣູ​ຊາ​ເລັມ​ໃນ​ສະ​ໄໝ​ບູ​ຮານ; ຂໍ້​ທີ 21–55 ບັນ​ຈຸ​ຄຳ​ທຳ​ນາຍ​ກ່ຽວ​ກັບ​ຍຸກ​ສຸດ​ທ້າຍ.

ໂຈ​ເຊັບ ສະ​ມິດ—ມັດ​ທາຍ 1:21–37; ມາ​ຣະ​ໂກ 13:21–37; ລູ​ກາ 21:25–38

ຄຳ​ທຳ​ນາຍ​ກ່ຽວ​ກັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ປະ​ເຊີນ​ກັບ​ອະ​ນາ​ຄົດ​ດ້ວຍ​ສັດ​ທາ.

ມັນ​ເປັນ​ເລື່ອງ​ທີ່​ບໍ່​ສະ​ບາຍ​ໃຈ​ທີ່​ຈະ​ອ່ານ​ກ່ຽວ​ກັບ​ເຫດ​ການ​ທີ່​ນຳ​ໄປ​ສູ່​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ເຢ​ຊູ​ຄຣິດ. ແຕ່​ເມື່ອ​ພຣະ​ເຢ​ຊູ​ໄດ້​ທຳ​ນາຍ​ເຖິງ​ເຫດ​ການ​ເຫລົ່າ​ນີ້, ພຣະ​ອົງ​ໄດ້​ບອກ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ວ່າ “ບໍ່ [ຕ້ອງ] ຫຍຸ້ງ​ຍາກ​ໃຈ” (ໂຈ​ເຊັບ ສະ​ມິດ—ມັດ​ທາຍ 1:23). ທ່ານ​ຈະ “ບໍ່​ຫຍຸ້ງ​ຍາກ​ໃຈ” ໄດ້​ແນວ​ໃດ ເມື່ອ​ທ່ານ​ໄດ້​ຍິນ​ກ່ຽວ​ກັບ​ແຜ່ນ​ດິນ​ໄຫວ, ສົງ​ຄາມ, ການ​ຫລອກ​ລວງ, ແລະ ຄວາມ​ອຶດ​ຢາກ? ໃຫ້​ຄິດ​ກ່ຽວ​ກັບ​ຄຳ​ຖາມ​ນີ້ ຂະ​ນະ​ທີ່​ທ່ານ​ອ່ານ​ຂໍ້​ເຫລົ່າ​ນີ້. ໃຫ້​ໝາຍ ຫລື ບັນ​ທຶກ​ຄຳ​ແນະ​ນຳ​ທີ່​ໝັ້ນ​ໃຈ​ໃດໆ ທີ່​ທ່ານ​ພົບ​ເຫັນ.

ເບິ່ງ Gospel Topics, “Second Coming of Jesus Christ,” topics.ChurchofJesusChrist.org ນຳ​ອີກ.

ໂຈ​ເຊັບ ສະ​ມິດ—ມັດ​ທາຍ 1:26–27, 38–55; ມັດ​ທາຍ 25:1–13; ລູ​ກາ 21:29–36

ເຮົາ​ຕ້ອງ​ກຽມ​ພ້ອມ​ສະ​ເໝີ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ພຣະ​ເຈົ້າ​ຍັງ​ບໍ່​ໄດ້​ເປີດ​ເຜີຍ “ວັນ ຫລື ໂມງ [ທີ່​ບຸດ​ມະ​ນຸດ​ຈະ​ສະ​ເດັດ​ມາ]” (ມັດ​ທາຍ 25:13). ແຕ່​ພຣະ​ອົງ​ບໍ່​ປະ​ສົງ​ທີ່​ຈະ​ໃຫ້​ວັນ​ນັ້ນ​ເກີດ​ຂຶ້ນ​ກັບ​ເຮົາ “ຢ່າງ​ບໍ່​ຄາດ​ຄິດ” (ລູ​ກາ 21:34), ສະ​ນັ້ນ ພຣະ​ອົງ​ຈຶ່ງ​ໄດ້​ໃຫ້​ຄຳ​ແນະ​ນຳ​ແກ່​ເຮົາ​ກ່ຽວ​ກັບ​ການ​ກຽມ​ພ້ອມ.

ຂະ​ນະ​ທີ່​ທ່ານ​ອ່ານ​ຂໍ້​ເຫລົ່າ​ນີ້, ໃຫ້​ຊອກ​ຫາ​ຄຳ​ອຸ​ປະ​ມາ ແລະ ຄຳ​ປຽບ​ທຽບ​ອື່ນໆ ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ໃຊ້ ເພື່ອ​ສິດ​ສອນ​ເຮົາ​ໃຫ້​ກຽມ​ພ້ອມ​ສະ​ເໝີ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ອົງ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ສິ່ງ​ເຫລົ່າ​ນັ້ນ? ທ່ານ​ຖືກ​ດົນ​ໃຈ​ໃຫ້​ເຮັດ​ຫຍັງ?

ທ່ານ​ກໍ​ຄວນ​ພິ​ຈາ​ລະ​ນາ​ນຳ​ອີກ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ປະ​ສົງ​ໃຫ້​ທ່ານ​ກຽມ​ພ້ອມ​ໂລກ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ອົງ​ແນວ​ໃດ. ທ່ານ​ຮູ້​ສຶກ​ວ່າ ມັນ​ໝາຍ​ຄວາມ​ວ່າ​ແນວ​ໃດ​ທີ່​ຈະ​ກຽມ​ພ້ອມ​ເພື່ອ​ຕ້ອນ​ຮັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເມື່ອ​ພຣະ​ອົງ​ສະ​ເດັດ​ມາ? ຂ່າວ​ສານ​ຂອງ​ແອວ​ເດີ ດີ ທອດ ຄຣິສ​ໂຕ​ເຟີ​ສັນ “Preparing for the Lord’s Return” (Liahona, May 2019, 81–84) ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ໄຕ່​ຕອງ​ກ່ຽວ​ກັບ​ເລື່ອງ​ນີ້​ໄດ້.

ເບິ່ງ Russell M. Nelson, “Embrace the Future with Faith,” Liahona, Nov. 2020, 73–76 ນຳ​ອີກ.

ມັດ​ທາຍ 25:14–30

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຄາດ​ຫວັງ​ໃຫ້​ເຮົາ​ໃຊ້​ຂອງ​ປະ​ທານ​ຂອງ​ພຣະ​ອົງ​ຢ່າງ​ສະ​ຫລາດ.

ໃນ​ຄຳ​ອຸ​ປະ​ມາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, “ຕາ​ລັນ​ຕົນ” ໝາຍ​ເຖິງ​ເງິນ. ແຕ່​ຄຳ​ອຸ​ປະ​ມາ​ເລື່ອງ​ຕາ​ລັນ​ຕົນ ສາ​ມາດ​ກະ​ຕຸ້ນ​ເຮົາ​ໃຫ້​ໄຕ່​ຕອງ​ກ່ຽວ​ກັບ​ວິ​ທີ​ທີ່​ເຮົາ​ໃຊ້​ພອນ​ຂອງ​ເຮົາ, ບໍ່​ແມ່ນ​ກ່ຽວ​ກັບ​ເງິນ​ເທົ່າ​ນັ້ນ. ຫລັງ​ຈາກ​ໄດ້​ອ່ານ​ຄຳ​ອຸ​ປະ​ມາ​ນີ້​ແລ້ວ, ທ່ານ​ສາ​ມາດ​ຂຽນ​ພອນ​ຕ່າງໆ ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ ອັນ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ມອບ​ໝາຍ​ໃຫ້​ທ່ານ​ລົງ​ໄວ້. ພຣະ​ອົງ​ຄາດ​ໝາຍ​ໃຫ້​ທ່ານ​ເຮັດ​ຫຍັງ​ກັບ​ພອນ​ເຫລົ່າ​ນີ້? ທ່ານ​ຈະ​ໃຊ້​ຂອງ​ປະ​ທານ​ເຫລົ່າ​ນີ້​ຢ່າງ​ສະ​ຫລາດ​ກວ່າ​ເກົ່າ​ໄດ້​ແນວ​ໃດ?

ມັດ​ທາຍ 25:31–46

ເມື່ອ​ເຮົາ​ຮັບ​ໃຊ້​ຄົນ​ອື່ນ, ເຮົາ​ກໍ​ຮັບ​ໃຊ້​ພຣະ​ເຈົ້າ.

ຖ້າ​ຫາກ​ທ່ານ​ສົງ​ໄສວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ພິ​ພາກ​ສາ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ, ໃຫ້​ອ່ານ​ຄຳ​ອຸ​ປະ​ມາ​ເລື່ອງ​ຝູງ​ແກະ ແລະ ຝູງ​ແບ້. ທ່ານ​ຄິດ​ວ່າ​ການ​ດູ​ແລ​ຄົນ​ຍາກ​ຈົນ​ຈະ​ຊ່ວຍ​ກະ​ກຽມ​ທ່ານ​ເພື່ອ “ຮັບ​ເອົາ​ອາ​ນາ​ຈັກ” ຂອງ​ພຣະ​ເຈົ້າ​ແນວ​ໃດ?

ຄຳ​ອຸ​ປະ​ມາ​ນີ້​ຄ້າຍ​ຄື​ກັນ​ກັບ​ຄຳ​ອຸ​ປະ​ມາ​ສອງ​ເລື່ອງ​ອື່ນ​ໃນ ມັດ​ທາຍ 25 ແນວ​ໃດ? ຂ່າວ​ສານ​ໃດ​ແດ່​ທີ່​ຄ້າຍ​ຄື​ກັນ​ໃນ​ຄຳ​ອຸ​ປະ​ມາ​ເຫລົ່າ​ນີ້?

ເບິ່ງ ໂມ​ໄຊ​ຢາ 2:17; 5:13 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ໂຈ​ເຊັບ ສະ​ມິດ—ມັດ​ທາຍ.ເພື່ອ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ຄົ້ນ​ຄວ້າ​ບົດ​ນີ້, ໃຫ້​ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ຊອກ​ຫາ​ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກ່ຽວ​ກັບ​ວິ​ທີ​ທີ່​ເຮົາ​ສາ​ມາດ​ກຽມ​ພ້ອມ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ອົງ (ເບິ່ງ, ສຳ​ລັບ​ຕົວ​ຢ່າງ, ຂໍ້​ທີ 5–13, 42–46). ເຮົາ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ເຮັດ​ຕາມ​ຄຳ​ແນະ​ນຳ​ນີ້? ຄອບ​ຄົວ​ຂອງ​ທ່ານ​ອາດ​ມັກ​ຮ້ອງ​ເພງ “ເຮົາ​ຮູ້​ພຣະ​ຜູ້​ໄຖ່​ຊົງ​ພຣະ​ຊົນ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 42) ແລະ ແຕ້ມ​ຮູບ​ທີ່​ເຂົາ​ເຈົ້າ​ຈິນ​ຕະ​ນາ​ການ​ກ່ຽວ​ກັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ວ່າ​ຈະ​ເປັນ​ແນວ​ໃດ.

ໂຈ​ເຊັບ ສະ​ມິດ—ມັດ​ທາຍ 1:22, 37.ການ​ສະ​ສົມ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ໝາຍ​ຄວາມ​ວ່າ​ແນວ​ໃດ? ເຮົາ​ຈະ​ເຮັດ​ສິ່ງນີ້​ເປັນ​ສ່ວນ​ຕົວ ແລະ ເປັນ​ຄອບ​ຄົວ​ໄດ້​ແນວ​ໃດ? ການ​ເຮັດ​ແນວນັ້ນ​ຈະ​ຊ່ວຍ​ເຮົາ​ຫລີກ​ລ້ຽງ​ຈາກ​ການ​ຖືກ​ຫລອກ​ລວງ​ແນວ​ໃດ?

ມັດ​ທາຍ 25:1–13.ທ່ານ​ສາ​ມາດ​ໃຊ້​ຮູບ​ພາບ​ກ່ຽວ​ກັບ​ຍິງ​ສາວ​ບໍ​ລິ​ສຸດ​ສິບ​ຄົນ ຢູ່​ໃນ​ໂຄງ​ຮ່າງ​ນີ້ ເພື່ອ​ສົນ​ທະ​ນາ ມັດ​ທາຍ 25:1–13. ເຮົາ​ເຫັນ​ລາຍ​ລະ​ອຽດ​ອັນ​ໃດ​ແດ່​ຢູ່​ໃນ​ຮູບ ທີ່​ອະ​ທິ​ບາຍ​ໄວ້​ໃນ​ຂໍ້​ເຫລົ່າ​ນີ້?

ພວກ​ທ່ານ​ສາ​ມາດ​ຕັດ​ເຈ້ຍ​ເປັນ​ຮູບ​ນ້ຳ​ມັນ​ຍ້ອຍ ແລະ ເຊື່ອງ​ເຈ້ຍ​ເຫລົ່າ​ນັ້ນ​ໄວ້​ຕາມ​ເຮືອນ. ພວກ​ທ່ານ​ສາ​ມາດ​ຕິດ​ເຈ້ຍ​ຮູບ​ນ້ຳ​ມັນ​ຍ້ອຍ​ໃສ່​ບາງ​ສິ່ງ ເຊັ່ນ​ພຣະ​ຄຳ​ພີ ຫລື ຮູບ​ພຣະ​ວິ​ຫານ. ເມື່ອ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ພົບ​ເຫັນ​ເຈ້ຍ​ຮູບ​ນ້ຳ​ມັນ​ຍ້ອຍ​ເຫລົ່າ​ນັ້ນ, ພວກ​ທ່ານ​ສາ​ມາດ​ສົນ​ທະ​ນາ​ກັນ ເຖິງ​ວິ​ທີ​ທີ່​ສິ່ງ​ເຫລົ່າ​ນີ້ ຊ່ວຍ​ເຮົາ​ກຽມ​ພ້ອມ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ແນວ​ໃດ.

ມາ​ຣະ​ໂກ 12:38–44; ລູ​ກາ 21:1–4.ຂໍ້​ເຫລົ່າ​ນີ້​ສິດ​ສອນ​ຫຍັງ​ແດ່​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເບິ່ງ​ການ​ຖວາຍ​ຂອງ​ເຮົາ? ສະ​ແດງ​ວິ​ທີ​ຈ່າຍ​ເງິນ​ສ່ວນ​ສິບ ແລະ ຈ່າຍ​ເງິນ​ບໍ​ລິ​ຈາກ​ການ​ຖື​ສິນ​ອົດ​ເຂົ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ກັບ​ຄອບ​ຄົວ​ຂອງ​ທ່ານ. ການ​ຖວາຍ​ເຫລົ່າ​ນີ້​ຊ່ວຍ​ສ້າງ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ແນວ​ໃດ? ມີ​ວິ​ທີ​ໃດ​ແດ່​ທີ່​ເຮົາ​ສາ​ມາດ​ຖວາຍ “ທຸກ​ສິ່ງ​ທີ່ [ເຮົາ​ມີ]” ແດ່​ພຣະ​ຜູ້​ເປັນ​ເຈົ້າ? (ມາ​ຣະ​ໂກ 12:44).

ຮູບ​ພາບ
ຜູ້​ຍິງ​ກຳ​ລັງ​ປ່ອນ​ເງິນ​ລົງ​ໃນ​ຫີບ

Widow’s Mite [ເງິນ​ຂອງ​ແມ່​ໝ້າຍ], ໂດຍ ແຊນ​ດຣາ ແຣສຕ໌

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ແນະ​ນຳ: “ເຮົາ​ຮ້ອງ​ສັນ​ເສີນ​ນາມ​ເຢ​ຊູ​ເຈົ້າ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 27.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ກະ​ກຽມ​ສິ່ງ​ທີ່​ຢູ່​ອ້ອມ​ຮອບ. “ສິ່ງ​ທີ່​ຢູ່​ອ້ອມ​ຮອບ​ເຮົາ​ສາ​ມາດ​ເປັນ​ຜົນ​ກະ​ທົບ​ທີ່​ມີ​ພະ​ລັງ​ຕໍ່​ຄວາມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະ​ຮຽນ​ຮູ້ ແລະ ຕໍ່​ຄວາມ​ຮູ້​ສຶກ​ຂອງ​ເຮົາ​ເຖິງ​ຄວາມ​ຈິງ​ໄດ້” (Teaching in the Savior’s Way15). ໃຫ້​ພະ​ຍາ​ຍາມ​ຊອກ​ຫາ​ສະ​ຖານ​ທີ່​ສຶກ​ສາ​ພຣະ​ຄຳ​ພີ ບ່ອນ​ທີ່​ຈະ​ເຊື້ອ​ເຊີນ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃຫ້​ມາ​ສະ​ຖິດ​ຢູ່​ນຳ. ເພງ ແລະ ຮູບ​ພາບ​ທີ່​ເຊີດ​ຊູ​ໃຈ ກໍ​ສາ​ມາດ​ເຊື້ອ​ເຊີນ​ພຣະ​ວິນ​ຍານ​ໃຫ້​ມາ​ສະ​ຖິດ​ຢູ່​ນຳ​ໄດ້​ຄື​ກັນ.

ຮູບ​ພາບ
ພວກ​ຜູ້​ຍິງ​ກຳ​ລັງ​ເຍິງ​ໂຄມ​ໄຟ

Five of Them Were Wise [ຫ້າ​ຄົນ​ໃນ​ພວກ​ເຂົາ​ເປັນ​ຄົນ​ສະ​ຫລາດ], ໂດຍ ວາວ​ເຕີ ເຣນ

ພິມ