ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 29 ເດືອນ​ພຶດ​ສະ​ພາ–ວັນ​ທີ 4 ເດືອນ​ມິ​ຖຸ​ນາ. ມັດ​ທາຍ 26; ມາ​ຣະ​ໂກ 14; ໂຢ​ຮັນ 13: “ເປັນ​ທີ່​ລະ​ນຶກ​ເຖິງ”


“ວັນ​ທີ 29 ເດືອນ​ພຶດ​ສະ​ພາ–ວັນ​ທີ 4 ເດືອນ​ມິ​ຖຸ​ນາ. ມັດ​ທາຍ 26; ມາ​ຣະ​ໂກ 14; ໂຢ​ຮັນ 13: ‘ເປັນ​ທີ່​ລະ​ນຶກ​ເຖິງ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 29 ເດືອນ​ພຶດ​ສະ​ພາ–ວັນ​ທີ 4 ເດືອນ​ມິ​ຖຸ​ນາ. ມັດ​ທາຍ 26; ມາ​ຣະ​ໂກ 14; ໂຢ​ຮັນ 13,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ຄາບ​ເຂົ້າ​ເທື່ອ​ສຸດ​ທ້າຍ

In Remembrance of Me [ເປັນ​ທີ່​ລະ​ນຶກ​ເຖິງ​ເຮົາ], ໂດຍ ວາວ​ເຕີ ເຣນ

ວັນ​ທີ 29 ເດືອນ​ພຶດ​ສະ​ພາ–ວັນ​ທີ 4 ເດືອນ​ມິ​ຖຸ​ນາ

ມັດ​ທາຍ 26; ມາ​ຣະ​ໂກ 14; ໂຢ​ຮັນ 13

“ເປັນ​ທີ່​ລະ​ນຶກ​ເຖິງ”

ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ເຫດ​ການ​ທີ່​ບັນ​ຍາຍ​ຢູ່​ໃນ ມັດ​ທາຍ 26; ມາ​ຣະ​ໂກ 14; ແລະ ໂຢ​ຮັນ 13, ໃຫ້​ເອົາ​ໃຈ​ໃສ່​ຕໍ່​ຄວາມ​ປະ​ທັບ​ໃຈ​ໃດໆ​ທີ່​ທ່ານ​ໄດ້​ຮັບ, ໂດຍ​ສະ​ເພາະ​ຄວາມ​ປະ​ທັບ​ໃຈ​ທີ່​ເຮັດ​ໃຫ້​ສັດ​ທາ​ຂອງ​ທ່ານ​ເລິກ​ເຊິ່ງ​ຂຶ້ນ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ຄຳ​ໝັ້ນ​ສັນ​ຍາ​ຂອງ​ທ່ານ​ຕໍ່​ພຣະ​ອົງ​ເລິກ​ເຊິ່ງ​ຂຶ້ນ​ກວ່າ​ເກົ່າ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ໜຶ່ງມື້​ກ່ອນ​ພຣະ​ອົງ​ສິ້ນ​ພຣະ​ຊົນ, ພຣະ​ເຢ​ຊູ​ໄດ້​ມອບ​ບາງ​ສິ່ງ​ໃຫ້​ພວກ​ສາ​ວົກ​ຂອງ​ພຣະ​ອົງ ເພື່ອ​ເປັນ​ການ​ລະ​ນຶກ​ເຖິງ​ພຣະ​ອົງ. ພຣະ​ອົງ “ໄດ້​ຈັບ​ເຂົ້າ​ຈີ່​ຂຶ້ນ​ມາ, ແລະ ໂມ​ທະ​ນາ​ຂອບ​ພຣະ​ຄຸນ, ພຣະ​ອົງ​ຫັກ​ເຂົ້າ​ຈີ່​ນັ້ນ, ແລະ ຍື່ນ​ໃຫ້​ພວກ​ສາ​ວົກ ໂດຍ​ກ່າວ​ແກ່​ພວກ​ເພິ່ນ​ວ່າ, ຈົ່ງ​ຮັບ​ກິນ​ເຖີດ ນີ້​ແຫລະ​ແມ່ນ​ກາຍ​ຂອງ​ເຮົາ. ແລ້ວ​ພຣະ​ອົງ​ກໍ​ຈັບ​ເອົາ​ຈອກ​ຂຶ້ນ​ມາ​ໂມ​ທະ​ນາ​ຂອບ​ພຣະ​ຄຸນ​ພຣະ​ເຈົ້າ, ແລະ ຍື່ນ​ໃຫ້​ພວກ​ສາ​ວົກ ໂດຍ​ກ່າວ​ແກ່​ພວກ​ເພິ່ນ​ວ່າ, ພວກ​ເຈົ້າ​ທຸກ​ຄົນ​ຈົ່ງ​ດື່ມ, ນີ້​ແຫລະ​ແມ່ນ​ເລືອດ​ຂອງ​ເຮົາ” (ມັດ​ທາຍ 26:26–28).

ສິ່ງ​ນັ້ນ​ໄດ້​ເກີດ​ຂຶ້ນ​ປະ​ມານ 2,000 ປີ​ຜ່ານ​ມາ​ແລ້ວ, ໃນ​ບ່ອນ​ທີ່​ເຮົາ​ສ່ວນ​ຫລາຍ​ຈະ​ບໍ່​ເຄີຍ​ໄປ​ເຫັນ, ໃນ​ພາ​ສາ​ທີ່​ເຮົາ​ໜ້ອຍ​ຄົນ​ຈະ​ເຂົ້າ​ໃຈ. ແຕ່​ບັດ​ນີ້, ທຸກ​ວັນ​ອາ​ທິດ​ໃນ​ບ່ອນ​ນະ​ມັດ​ສະ​ການ​ຂອງ​ພວກ​ເຮົາ​ເອງ, ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ, ໄດ້​ຖືກ​ອະ​ນຸ​ຍາດ​ໃຫ້​ກະ​ທຳ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ເພື່ອ​ເຮັດ​ສິ່ງ​ທີ່​ຄັ້ງ​ໜຶ່ງ​ພຣະ​ອົງ​ໄດ້​ເຮັດ. ເຂົາ​ເຈົ້າ​ໄດ້​ຈັບ​ເຂົ້າ​ຈີ່ ແລະ ນ້ຳ​ຂຶ້ນ​ມາ, ໃຫ້​ພອນ​ມັນ, ແລະ ຍື່ນ​ມັນ​ໃຫ້​ເຮົາ​ແຕ່​ລະ​ຄົນ, ຜູ້​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ອົງ. ມັນ​ເປັນ​ການ​ກະ​ທຳ​ທີ່​ລຽບ​ງ່າຍ—ມີ​ສິ່ງ​ໃດ​ບໍ​ທີ່​ງ່າຍ, ເປັນ​ພື້ນ​ຖານ, ຫລາຍ​ກວ່າ​ການ​ກິນ​ເຂົ້າ​ຈີ່ ແລະ ດື່ມ​ນ້ຳ​ນີ້? ແຕ່​ເຂົ້າ​ຈີ່ ແລະ ນ້ຳ​ນີ້​ສັກ​ສິດ​ຕໍ່​ເຮົາ ຍ້ອນ​ວ່າ​ມັນ​ຊ່ວຍ​ເຮົາ​ໃຫ້​ລະ​ນຶກ​ເຖິງ​ພຣະ​ອົງ. ມັນ​ເປັນ​ວິ​ທີ​ຂອງ​ເຮົາ ທີ່​ຈະ​ກ່າວ​ວ່າ, “ຂ້າ​ນ້ອຍ​ຈະ​ບໍ່​ລືມ​ພຣະ​ອົງ”—ບໍ່​ແມ່ນ​ພຽງ​ແຕ່​ວ່າ, “ຂ້າ​ນ້ອຍ​ຈະ​ບໍ່​ລືມ​ສິ່ງ​ທີ່​ຂ້າ​ນ້ອຍ​ໄດ້​ອ່ານ​ກ່ຽວ​ກັບ​ຄຳ​ສອນ​ຂອງ​ພຣະ​ອົງ ແລະ ພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ.” ແຕ່, ເຮົາ​ຈະ​ກ່າວ​ວ່າ, “ຂ້າ​ນ້ອຍ​ຈະ​ບໍ່​ລືມ​ສິ່ງ​ທີ່​ພຣະ​ອົງ​ໄດ້​ເຮັດ​ເພື່ອ​ຂ້າ​ນ້ອຍ.” “ຂ້າ​ນ້ອຍ​ຈະ​ບໍ່​ລືມ​ວິ​ທີ​ທີ່​ພຣະ​ອົງ​ໄດ້​ຊ່ວຍ​ໂຜດ​ຂ້າ​ນ້ອຍ ຕອນ​ຂ້າ​ນ້ອຍ​ຂໍ​ໃຫ້​ພຣະ​ອົງ​ຊ່ວຍ​ເຫລືອ.” ແລະ “ຂ້າ​ນ້ອຍ​ຈະ​ບໍ່​ລືມ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ພຣະ​ອົງ​ກັບ​ຂ້າ​ນ້ອຍ ແລະ ຄຳ​ໝັ້ນ​ສັນ​ຍາ​ຂອງ​ຂ້າ​ນ້ອຍ​ກັບ​ພຣະ​ອົງ—ພັນ​ທະ​ສັນ​ຍາ​ຕໍ່​ກັນ​ແລະ​ກັນ.”

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ມັດ​ທາຍ 26:6–13; ມາ​ຣະ​ໂກ 14:3–9

“ນາງ​ຖອກ​ນ້ຳ​ມັນ​ໃສ່​ຮ່າງ​ກາຍ​ຂອງ​ເຮົາ ເພື່ອ​ຕຽມ​ການ​ປົງ​ສົບ​ຂອງ​ເຮົາ​ລ່ວງ​ໜ້າ.”

ດ້ວຍ​ການ​ນະ​ມັດ​ສະ​ການ​ທີ່​ຖ່ອມ​ຕົວ, ຜູ້​ຍິງ​ທີ່​ບັນ​ຍາຍ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້ ໄດ້​ສະ​ແດງ​ວ່າ ນາງ​ຮູ້​ວ່າ​ພຣະ​ເຢ​ຊູ​ເປັນ​ໃຜ ແລະ ພຣະ​ອົງ​ກຳ​ລັງ​ຈະ​ເຮັດ​ສິ່ງ​ໃດ (ເບິ່ງ ມັດ​ທາຍ 26:12). ທ່​ານ​ຄິດ​ວ່າ ເປັນ​ຫຍັງ​ການ​ກະ​ທຳ​ຂອງ​ນາງ​ຈຶ່ງ​ມີ​ຄວາມ​ໝາຍ​ຫລາຍ​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ? (ເບິ່ງ ຂໍ້​ທີ 13). ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ກ່ຽວ​ກັບ​ຜູ້​ຍິງ​ຄົນ​ນີ້ ແລະ ສັດ​ທາ​ຂອງ​ນາງ? ໃຫ້​ໄຕ່​ຕອງ​ວິ​ທີ​ທີ່​ທ່ານ​ສາ​ມາດ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ນາງ.

ເບິ່ງ ໂຢ​ຮັນ 12:1–8 ນຳ​ອີກ.

ມັດ​ທາຍ 26:20–22; ມາ​ຣະ​ໂກ 14:17–19

“ພຣະ​ອົງ​ເຈົ້າ​ເອີຍ, ຄົງ​ຈະ​ບໍ່​ແມ່ນ​ຂ້າ​ນ້ອຍ​ຕີ້?”

ທ່ານ​ໄດ້​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ເປັນ​ສາ​ນຸ​ສິດ ຈາກ​ຄຳ​ຖາມ​ຂອງ​ພວກ​ເພິ່ນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຂໍ້​ເຫລົ່າ​ນີ້? ທ່ານ​ຄິດ​ວ່າ​ເປັນ​ຫຍັງ​ພວກ​ເພິ່ນ​ຈຶ່ງ​ຖາມ​ແນວ​ນັ້ນ? ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ທ່ານ​ອາດ​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ຄົງ​ຈະ​ບໍ່​ແມ່ນ​ຂ້າ​ນ້ອຍ​ຕີ້?”

ເບິ່ງ Dieter F. Uchtdorf, “Lord, Is It I?,” Liahona, Nov. 2014, 56–59 ນຳ​ອີກ.

ມັດ​ທາຍ 26:26–29; ມາ​ຣະ​ໂກ 14:22–25

ສິນ​ລະ​ລຶກ​ແມ່ນ​ໂອ​ກາດ​ທີ່​ຈະ​ລະ​ນຶກ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ເມື່ອ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຈັດ​ຕັ້ງ​ສິນ​ລະ​ລຶກ​ໃຫ້​ແກ່​ພວກ​ສາ​ວົກ​ຂອງ​ພຣະ​ອົງ, ທ່ານ​ວາດ​ພາບ​ເຫັນ​ພວກ​ເພິ່ນ​ອາດ​ຄິດ ແລະ ຮູ້​ສຶກ​ແນວ​ໃດ? ໃຫ້​ຄິດ​ກ່ຽວ​ກັບ​ສິ່ງ​ນີ້ ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ພວກ​ເພິ່ນ​ໃນ ມັດ​ທາຍ 26:26–29 ແລະ ມາ​ຣະ​ໂກ 14:22–25. ທ່ານ​ຄິດ​ວ່າ​ເປັນ​ຫຍັງ​ພຣະ​ເຢ​ຊູ​ຈຶ່ງ​ເລືອກ​ວິ​ທີ​ນີ້​ສຳ​ລັບ​ເຮົາ​ເພື່ອ​ລະ​ນຶກ​ເຖິງ​ພຣະ​ອົງ? ທ່ານ​ອາດ​ໄຕ່​ຕອງ​ປະ​ສົບ​ການ​ຂອງ​ທ່ານ​ລະ​ຫວ່າງ​ພິ​ທີ​ສິນ​ລະ​ລຶກ​ນຳ​ອີກ. ມີ​ສິ່ງ​ໃດ​ບໍ​ທີ່​ທ່ານ​ສາ​ມາດ​ເຮັດ ເພື່ອ​ໃຫ້​ປະ​ສົບ​ການ​ຂອງ​ທ່ານ​ສັກ​ສິດ ແລະ ມີ​ຄວາມ​ໝາຍ​ຫລາຍ​ຂຶ້ນ?

ຫລັງ​ຈາກ​ໄດ້​ອ່ານ ແລະ ໄຕ່​ຕອງ​ຂໍ້​ເຫລົ່າ​ນີ້​ແລ້ວ, ທ່ານ​ສາ​ມາດ​ຂຽນ​ບາງ​ສິ່ງ​ທີ່​ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ ໃຫ້​ລະ​ນຶກ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ລົງ​ໄວ້. ທ່ານ​ສາ​ມາດ​ທົບ​ທວນ​ສິ່ງ​ເຫລົ່າ​ນີ້​ໃນ​ຄັ້ງ​ຕໍ່​ໄປ ເມື່ອ​ທ່ານ​ຮັບ​ສິນ​ລະ​ລຶກ. ທ່ານ​ກໍ​ສາ​ມາດ​ທົບ​ທວນ​ມັນ​ໃນ​ເວ​ລາ​ອື່ນ​ນຳ​ອີກ, ເພື່ອ​ເປັນ​ການ “ລະ​ນຶກ​ເຖິງ​ພຣະ​ອົງ​ຕະ​ຫລອດ​ເວ​ລາ” (ໂມ​ໂຣ​ໄນ 4:3).

ເບິ່ງ ລູ​ກາ 22:7–39; 3 ນີ​ໄຟ 18:1–13; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:76–79; Gospel Topics, “Sacrament,” topics.ChurchofJesusChrist.org; “Always Remember Him” (ວິ​ດີ​ໂອ), ChurchofJesusChrist.org ນຳ​ອີກ.

ໂຢ​ຮັນ 13:1–17

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເປັນ​ຕົວ​ຢ່າງ​ຂອງ​ເຮົາ ເຖິງ​ການ​ຮັບ​ໃຊ້​ຄົນ​ອື່ນ​ດ້ວຍ​ຄວາມ​ຖ່ອມ​ຕົວ.

ໃນ​ວັນ​ເວ​ລາ​ຂອງ​ພຣະ​ເຢ​ຊູ, ການ​ລ້າງ​ຕີນ​ໃຫ້​ຄົນ​ອື່ນ ເປັນ​ວຽກ​ຂອງ​ຜູ້​ຮັບ​ໃຊ້, ບໍ່​ແມ່ນ​ວຽກ​ຂອງ​ເຈົ້າ​ນາຍ. ແຕ່​ພຣະ​ເຢ​ຊູ​ຢາກ​ໃຫ້​ພວກ​ສາ​ວົກ​ຂອງ​ພຣະ​ອົງ​ຄິດ​ແບບ​ແຕກ​ຕ່າງ​ກ່ຽວ​ກັບ​ວ່າ ການ​ນຳ​ພາ ແລະ ການ​ຮັບ​ໃຊ້​ໝາຍ​ຄວາມ​ວ່າ​ແນວ​ໃດ. ຂ່າວ​ສານ​ຢ່າງ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ​ໃນ​ພຣະ​ຄຳ ແລະ ການ​ກະ​ທຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ ໂຢ​ຮັນ 13:1–17? ໃນ​ວັດ​ທະ​ນະ​ທຳ​ຂອງ​ທ່ານ, ການ​ລ້າງ​ຕີນ​ໃຫ້​ຄົນ​ອື່ນ​ອາດ​ເປັນ​ແບບ​ຢ່າງ​ຂອງ​ການ​ຮັບ​ໃຊ້. ແຕ່​ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ທີ່​ທ່ານ​ສາ​ມາດ​ເຮັດ ເພື່ອ​ຈະ​ໄດ້​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ການ​ຮັບ​ໃຊ້​ທີ່​ຖ່ອມ​ຕົວ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ມັນ​ອາດ​ເປັນ​ສິ່ງ​ທີ່​ໜ້າ​ສົນ​ໃຈ​ທີ່​ຈະ​ສັງ​ເກດ​ເບິ່ງ ສິ່ງ​ທີ່​ພຣະ​ເຢ​ຊູ​ຮູ້​ຈັກ ແລະ ຮູ້​ສຶກ ລະ​ຫວ່າງ​ເວ​ລາ​ທີ່​ສັກ​ສິດນີ້​ກັບ​ພວກ​ສາ​ວົກ​ຂອງ​ພຣະ​ອົງ (ເບິ່ງ ຂໍ້​ທີ 1 ແລະ 3). ຄວາມ​ຮູ້​ເຫລົ່າ​ນີ້​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແນວ​ໃດ?

ເບິ່ງ ລູ​ກາ 22:24–27 ນຳ​ອີກ.

ໂຢຮັນ 13:34–35

ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ຄົນ​ອື່ນ​ແມ່ນ​ສັນ​ຍານ​ວ່າ ເຮົາ​ເປັນ​ສາ​ນຸ​ສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ກ່ອນ​ໜ້າ​ນັ້ນ, ພຣະ​ເຢ​ຊູ​ໄດ້​ມອບ​ພຣະ​ບັນ​ຍັດ​ຂໍ້​ໜຶ່ງ ວ່າ​ໃຫ້ “ຮັກ​ເພື່ອນ​ບ້ານ​ເໝືອນ​ຮັກ​ຕົນ​ເອງ” (ມັດ​ທາຍ 22:39). ບັດ​ນີ້ ພຣະ​ອົງ​ໄດ້​ມອບ “ກົດ​ບັນ​ຍັດ​ຂໍ້​ໃໝ່.” ທ່ານ​ຄິດ​ວ່າ ການ​ຮັກ​ຄົນ​ອື່ນ ດັ່ງ​ທີ່​ພຣະ​ອົງ​ຮັກ​ທ່ານ ໝາຍ​ຄວາມ​ວ່າ​ແນວ​ໃດ? (ເບິ່ງ ໂຢ​ຮັນ 13:34).

ທ່ານ​ກໍ​ສາ​ມາດ​ໄຕ່​ຕອງ​ວິ​ທີ​ທີ່​ຄົນ​ອື່ນ​ຮູ້​ຈັກ​ວ່າ​ທ່ານ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແນວ​ໃດ. ທ່ານ​ຈະ​ແນ່​ໃຈ​ວ່າ ຄວາມ​ຮັກ​ເປັນ​ບຸກ​ຄະ​ລິກ​ລັກ​ສະ​ນະ​ສະ​ເພາະ​ຂອງ​ທ່ານ ໃນ​ຖາ​ນະ​ຊາວ​ຄຣິດ​ແນວ​ໃດ?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ມັດ​ທາຍ 26:26–29; ມາ​ຣະ​ໂກ 14:22–25.ຄອບ​ຄົວ​ຂອງ​ທ່ານ​ມີ​ປະ​ສົບ​ການ​ຢ່າງ​ໃດ​ແດ່​ລະ​ຫວ່າງ​ພິ​ທີ​ສິນ​ລະ​ລຶກ​ໃນ​ແຕ່​ລະ​ອາ​ທິດ? ການ​ອ່ານ​ກ່ຽວ​ກັບ​ພິ​ທີ​ສິນ​ລະ​ລຶກ​ຄັ້ງ​ທຳ​ອິດ ອາດ​ດົນ​ໃຈ​ໃຫ້​ມີ​ການ​ສົນ​ທະ​ນາ​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ສິນ​ລະ​ລຶກ ແລະ ວິ​ທີ​ທີ່​ຈະ​ເສີມ​ສ້າງ​ປະ​ສົບ​ການ​ຂອງ​ທ່ານ​ໄດ້. ໃຫ້​ຄິດ​ທີ່​ຈະ​ສະ​ແດງ​ຮູບ ການ​ຢາຍ​ສິນ​ລະ​ລຶກ (ປຶ້ມ​ຮູບ​ພາບ​ພຣະ​ກິດ​ຕິ​ຄຸນ, ເລກ​ທີ 108) ແລະ ແບ່ງ​ປັນ​ແນວ​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ເຮັດ ກ່ອນ, ລະ​ຫວ່າງ, ແລະ ຫລັງ​ຈາກ​ພິ​ທີ​ສິນ​ລະ​ລຶກ.

ຮູບ​ພາບ
ຜູ້​ຍິງ​ກຳ​ລັງ​ຮັບ​ສິນ​ລະ​ລຶກ

ສິນ​ລະ​ລຶກ​ຊ່ວຍ​ເຮົາ​ໃຫ້​ລະ​ນຶກ​ເຖິງ​ພຣະ​ເຢ​ຊູ​ຄຣິດ.

ມັດ​ທາຍ 26:30.ໃຫ້​ຄິດ​ທີ່​ຈະ​ຮ້ອງ​ເພງ​ສວດ, ດັ່ງ​ທີ່​ພຣະ​ເຢ​ຊູ ແລະ ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ​ໄດ້​ເຮັດ—ບາງ​ທີ​ເພງ​ສວດ​ສຳ​ລັບ​ສິນ​ລະ​ລຶກ. ການ​ຮ້ອງ​ເພງ​ສວດ​ໄດ້​ເປັນ​ພອນ​ໃຫ້​ແກ່​ພຣະ​ເຢ​ຊູ ແລະ ອັກ​ຄະ​ສາ​ວົກ​ໃນ​ບາງ​ຄັ້ງ​ແນວ​ໃດ? ເພງ​ສວດ​ເປັນ​ພອນ​ໃຫ້​ແກ່​ເຮົາ​ແນວ​ໃດ?

ໂຢ​ຮັນ 13:1–17.ທ່ານ​ສາ​ມາດ​ສະ​ແດງ​ຮູບ​ຢູ່​ໃນ​ທ້າຍ​ໂຄງ​ຮ່າງນີ້​ກັບ​ຄອບ​ຄົວ​ຂອງ​ທ່ານ ຂະ​ນະ​ທີ່​ທ່ານ​ອ່ານ​ຂໍ້​ເຫລົ່າ​ນີ້. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ​ຄວາມ​ຈິງ​ຢ່າງ​ໃດ​ແດ່ ໂດຍ​ການ​ກະ​ທຳ​ຂອງ​ພຣະ​ອົງ? ມີ​ລາຍ​ລະ​ອຽດ​ຢ່າງ​ໃດ​ແດ່​ຢູ່​ໃນ​ຮູບ ທີ່​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຄວາມ​ຈິງ​ເຫລົ່າ​ນີ້? ບາງ​ທີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ແບ່ງ​ປັນ​ວິ​ທີ​ທີ່​ຄວາມ​ຈິງ​ເຫລົ່າ​ນີ້​ໄດ້​ນຳ​ຄວາມ​ສຸກ​ມາ​ໃຫ້​ເຂົາ​ເຈົ້າ​ແນວ​ໃດ (ເບິ່ງ ໂຢ​ຮັນ 13:17).

ໂຢຮັນ 13:34–35.ຫລັງ​ຈາກ​ການ​ອ່ານ​ຂໍ້​ເຫລົ່າ​ນີ້, ພວກ​ທ່ານ​ສາ​ມາດ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວ່າ ຄົນ​ອື່ນ​ຮູ້​ວ່າ​ພວກ​ທ່ານ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແນວ​ໃດ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢາກ​ໃຫ້​ຜູ້​ຕິດ​ຕາມ​ຂອງ​ພຣະ​ອົງ​ເປັນ​ທີ່​ຮູ້​ຈັກ​ແນວ​ໃດ? ທ່ານ​ສາ​ມາດ​ຂໍ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ຜູ້​ຄົນ​ທີ່ ຄວາມ​ຮັກ​ຂອງ​ເຂົາ​ເຈົ້າ​ສະ​ແດງ​ອອກວ່າ ເຂົາ​ເຈົ້າ​ເປັນ​ສາ​ນຸ​ສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແນວ​ໃດ. ພວກ​ທ່ານ​ກໍ​ສາ​ມາດ​ສົນ​ທະ​ນາ​ເຖິງ​ວິ​ທີ​ທີ່​ພວກ​ທ່ານ​ສາ​ມາດ​ສະ​ແດງ​ຄວາມ​ຮັກ​ຫລາຍ​ຂຶ້ນ​ເປັນ​ຄອບ​ຄົວ​ແນວ​ໃດ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ແນະ​ນຳ: “ຮັກ​ທີ່​ບ້ານ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 48.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ໄຕ່​ຕອງ. ພຣະ​ຄຳ​ພີ​ມີ​ຄວາມ​ໝາຍ​ທາງ​ວິນ​ຍານ​ທີ່​ເຮົາ​ອາດ​ມອງ​ຂ້າມ ຖ້າ​ຫາກ​ເຮົາ​ອ່ານ​ແບບ​ເຜີນໆ, ເໝືອນ​ດັ່ງ​ທີ່​ເຮົາ​ອ່ານ​ໜັງ​ສື​ອື່ນໆ. ຢ່າ​ຮີບ​ຮ້ອນ​ເພື່ອ​ອ່ານ​ແຕ່​ລະ​ບົດ​ໃຫ້​ແລ້ວ​ໄວໆ. ໃຫ້​ໃຊ້​ເວ​ລາ​ເພື່ອ​ຄຸ້ນ​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ກຳ​ລັງ​ອ່ານ.

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ລ້າງ​ຕີນ​ໃຫ້​ສາ​ວົກ

Greatest in the Kingdom [ຜູ້​ເປັນ​ໃຫຍ່​ໃນ​ອາ​ນາ​ຈັກ​ສະ​ຫວັນ], ໂດຍ ເຈ ເຄີກ ຣິ​ເຈີດສ໌

ພິມ