ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 5–11 ເດືອນ​ມິ​ຖຸ​ນາ. ໂຢ​ຮັນ 14–17: “ຈົ່ງ​ຕັ້ງ​ຢູ່​ໃນ​ຄວາມ​ຮັກ​ຂອງ​ເຮົາ”


“ວັນ​ທີ 5–11 ເດືອນ​ມິ​ຖຸ​ນາ. ໂຢ​ຮັນ 14–17: ‘ຈົ່ງ​ຕັ້ງ​ຢູ່​ໃນ​ຄວາມ​ຮັກ​ຂອງ​ເຮົາ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 5–11 ເດືອນ​ມິ​ຖຸ​ນາ. ໂຢ​ຮັນ 14–17,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ຄາບ​ເຂົ້າ​ເທື່ອ​ສຸດ​ທ້າຍ

The Last Supper [ຄາບ​ເຂົ້າ​ເທື່ອ​ສຸດ​ທ້າຍ], ໂດຍ ວິວ​ລຽມ ເຮັນ​ຣີ ມາ​ເກັດ​ສັນ

ວັນ​ທີ 5–11 ເດືອນ​ມິ​ຖຸ​ນາ

ໂຢ​ຮັນ 14–17

“ຈົ່ງ​ຕັ້ງ​ຢູ່​ໃນ​ຄວາມ​ຮັກ​ຂອງ​ເຮົາ”

ຂະ​ນະ​ທີ່​ທ່ານ​ອ່ານ​ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ ໂຢ​ຮັນ 14–17, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ຊ່ວຍ​ທ່ານ​ໃຫ້​ພົບ​ເຫັນ​ຂ່າວ​ສານ​ສຳ​ລັບ​ທ່ານ. ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ທີ່​ທ່ານ​ໄດ້​ຮັບ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ທຸກ​ວັນ​ນີ້ ເຮົາ​ເອີ້ນ​ມັນ​ວ່າ “ຄາບ​ເຂົ້າ​ເທື່ອ​ສຸດ​ທ້າຍ,” ແຕ່​ເຮົາ​ບໍ່​ຮູ້​ຖ້າ​ຫາກ​ວ່າ​ພວກ​ສາ​ວົກ​ຂອງ​ພຣະ​ເຢ​ຊູ​ຮັບ​ຮູ້​ຢ່າງ​ເຕັມ​ທີ່, ເມື່ອ​ພວກ​ເພິ່ນ​ເຕົ້າ​ໂຮມ​ກັນ​ລະ​ຫວ່າງ​ເທດ​ສະ​ການ​ປັດ​ສະ​ຄາ​ປະ​ຈຳ​ປີ, ວ່າ​ມັນ​ຈະ​ເປັນ​ອາ​ຫານ​ຄາບ​ສຸດ​ທ້າຍ​ກັບ​ພຣະ​ອາ​ຈານ​ຂອງ​ພວກ​ເພິ່ນ ກ່ອນ​ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ອົງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ເຢ​ຊູ, “ຮູ້​ດີ​ວ່າ ເວ​ລາ​ທີ່​ພຣະ​ອົງ​ຈະ​ຈາກ​ໂລກ​ນີ້ ກໍ​ມາ​ເຖິງ​ແລ້ວ” (ໂຢ​ຮັນ 13:1). ບໍ່​ດົນ​ພຣະ​ອົງ​ກໍ​ຈະ​ໄດ້​ປະ​ເຊີນ​ກັບ​ການ​ຮັບ​ທຸກ​ທໍ​ລະ​ມານ​ທີ່​ເຄັດ​ເຊ​ມາ​ເນ, ຈະ​ຖືກ​ທໍ​ລະ​ຍົດ ແລະ ຖືກ​ປະ​ຕິ​ເສດ​ໂດຍ​ໝູ່​ເພື່ອນ​ໃກ້​ຊິດ​ທີ່​ສຸດ​ຂອງ​ພຣະ​ອົງ, ແລະ ປະ​ສົບ​ກັບ​ການ​ຕາຍ​ທີ່​ທໍ​ລະ​ມານ​ຢູ່​ເທິງ​ໄມ້​ກາງ​ແຂນ. ເຖິງ​ແມ່ນ​ວ່າ​ສິ່ງ​ທັງ​ໝົດ​ນີ້​ກຳ​ລັງ​ຈະ​ເກີດ​ຂຶ້ນ​ກັບ​ພຣະ​ອົງ, ແຕ່​ພຣະ​ເຢ​ຊູ​ບໍ່​ໄດ້​ໃສ່​ໃຈ​ຕົວ​ເອງ ແຕ່​ແມ່ນ​ຢູ່​ທີ່​ສາ​ນຸ​ສິດ​ຂອງ​ພຣະ​ອົງ. ເຂົາ​ເຈົ້າ​ຈະ​ຕ້ອງ​ຮູ້​ຫຍັງ​ແດ່​ໃນ​ຫລາຍມື້ ແລະ ຫລາຍ​ປີ​ຂ້າງ​ໜ້າ? ຄຳ​ສອນ​ທີ່​ອ່ອນ​ໂຍນ​ຂອງ​ພຣະ​ເຢ​ຊູ​ໃນ ໂຢ​ຮັນ 14–17 ເປີດ​ເຜີຍ​ຄວາມ​ຮູ້​ສຶກ​ຂອງ​ພຣະ​ອົງ​ກ່ຽວ​ກັບ​ສາ​ນຸ​ສິດ​ຂອງ​ພຣະ​ອົງ, ໃນ​ເວ​ລາ​ນັ້ນ ແລະ ໃນ​ເວ​ລາ​ນີ້. ໃນ​ບັນ​ດາ​ຄວາມ​ຈິງ​ທີ່​ປອບ​ໂຍນ​ຫລາຍ​ຢ່າງ​ທີ່​ພຣະ​ອົງ​ໄດ້​ແບ່ງ​ປັນ​ນັ້ນ ແມ່ນ, ໃນ​ຄວາມ​ໝາຍ​ດຽວ, ພຣະ​ອົງ​ຈະ​ບໍ່​ປະ​ຖິ້ມ​ເຮົາ​ໄປ. “ຖ້າ​ພວກ​ເຈົ້າ​ເຊື່ອ​ຟັງ​ຂໍ້​ຄຳ​ສັ່ງ​ຂອງ​ເຮົາ,” ພຣະ​ອົງ​ສັນ​ຍາ, “ພວກ​ເຈົ້າ​ກໍ​ຈະ​ຕັ້ງ​ຢູ່​ໃນ​ຄວາມ​ຮັກ​ຂອງ​ເຮົາ” (ໂຢ​ຮັນ 15:10).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ໂຢ​ຮັນ 14–15

ເຮົາ​ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະ​ເຢ​ຊູ​ຄຣິດ​ໂດຍ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.

ຂະ​ນະ​ທີ່​ທ່ານ​ອ່ານ ໂຢ​ຮັນ 14–15, ທ່ານ​ສາ​ມາດ​ບັນ​ທຶກ ຫລື ໝາຍ​ແຕ່​ລະ​ບ່ອນ ທີ່​ໃຊ້​ຄຳ​ວ່າ ຮັກ. ທ່ານ​ອາດ​ສັງ​ເກດ​ເຫັນ​ຄຳ​ວ່າ ຂໍ້​ຄຳ​ສັ່ງ ຖືກ​ກ່າວ​ເລື້ອຍໆ ທີ່​ກ່ຽວ​ພັນ​ກັບ​ຄຳ​ວ່າ ຮັກ ຢູ່​ໃນ​ບົດ​ເຫລົ່າ​ນີ້. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຄວາມ​ສຳ​ພັນ​ລະ​ຫວ່າງ​ຄວາມ​ຮັກ ແລະ ຂໍ້​ຄຳ​ສັ່ງ​ຈາກ​ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ? ມີ​ຄຳ ແລະ ວະ​ລີ​ອື່ນ​ໃດ​ອີກ​ແດ່​ທີ່​ກ່ຽວ​ຂ້ອງ​ກັບ​ຄຳ​ວ່າ ຮັກ ຢູ່​ໃນ​ບົດ​ເຫລົ່າ​ນີ້?

ໃຫ້​ໄຕ່​ຕອງ​ວິ​ທີ​ທີ່​ຄວາມ​ຮັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ມີ​ອິດ​ທິ​ພົນ​ຕໍ່​ທ່ານ​ແນວ​ໃດ.

ເບິ່ງ ໂຢ​ຮັນ 13:34–35; D. Todd Christofferson, “Abide in My Love,” Liahona, Nov. 2016, 48–51 ນຳ​ອີກ.

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ກ່າວ​ກັບ​ພວກ​ສາ​ວົກ

The Last Supper [ຄາບ​ເຂົ້າ​ເທື່ອ​ສຸດ​ທ້າຍ], ໂດຍ ຄະ​ລາກ ແຄວ​ລີ ພຣາຍສ໌

ໂຢ​ຮັນ 14–16

ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຊ່ວຍ​ເຮົາ​ໃຫ້​ບັນ​ລຸ​ຈຸດ​ປະ​ສົງ​ຂອງ​ເຮົາ ໃນ​ຖາ​ນະ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ມັນ​ຄົງ​ເປັນ​ສິ່ງ​ເຈັບ​ປວດ​ໃຈ​ຫລາຍ​ສຳ​ລັບ​ພວກ​ສາ​ວົກ ທີ່​ໄດ້​ຍິນ​ວ່າ ເວ​ລາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃກ້​ຈະ​ຈົບ​ລົງ​ແລ້ວ. ພວກ​ເພິ່ນ​ອາດ​ເປັນ​ຫ່ວງ​ກ່ຽວ​ກັບ​ວ່າ ພວກ​ເພິ່ນ​ຊິ​ຢູ່​ນຳ​ກັນ​ໄປ​ຢ່າງ​ຖືກ​ຕ້ອງ​ປອງ​ດອງ​ປາດ​ສະ​ຈາກ​ພຣະ​ອົງ​ໄດ້​ແນວ​ໃດ. ຂະ​ນະ​ທີ່​ທ່ານ​ອ່ານ ໂຢ​ຮັນ 14–16, ໃຫ້​ຊອກ​ຫາ​ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ ເພື່ອ​ໃຫ້​ພວກ​ເພິ່ນ​ໝັ້ນ​ໃຈ. ໂດຍ​ສະ​ເພາະ​ແລ້ວ, ໃຫ້​ສັງ​ເກດ​ເບິ່ງ​ສິ່ງ​ທີ່​ພຣະ​ອົງ​ໄດ້​ສິດ​ສອນ​ພວກ​ເພິ່ນ​ກ່ຽວ​ກັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ຈາກ​ພຣະ​ຄຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ຂໍ້​ດັ່ງ​ຕໍ່​ໄປ​ນີ້?

ເປັນ​ຫຍັງ​ພວກ​ສາ​ວົກ​ຈຶ່ງ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ແບບ​ນີ້ ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ? ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ບັນ​ລຸ​ບົດ​ບາດ​ເຫລົ່າ​ນີ້​ເພື່ອ​ທ່ານ​ແນວ​ໃດ? ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ທີ່​ທ່ານ​ສາ​ມາດ​ເຮັດ​ໄດ້ ເພື່ອ​ວ່າ​ອິດ​ທິ​ພົນ​ຂອງ​ພຣະ​ອົງ​ຈະ​ເຂັ້ມ​ແຂງ​ຫລາຍ​ຂຶ້ນ​ໃນ​ຊີ​ວິດ​ຂອງ​ທ່ານ.

ເບິ່ງ 3 ນີ​ໄຟ 19:9; 27:20; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 11:12–14; ໂມ​ເຊ 6:61; Michelle D. Craig, “Spiritual Capacity,” Liahona, Nov. 2019, 19–21 ນຳ​ອີກ.

ໂຢ​ຮັນ 15:1–8

ເມື່ອ​ເຮົາ​ຕັ້ງ​ຢູ່​ໃນ​ພຣະ​ຄຣິດ, ເຮົາ​ຈະ​ນຳ​ຜົນ​ດີ​ມາ.

ທ່ານ​ຄິດ​ວ່າ​ການ “ຕັ້ງ​ຢູ່​ໃນ [ພຣະ​ຄຣິດ]” ໝາຍ​ຄວາມ​ວ່າ​ແນວ​ໃດ? (ໂຢ​ຮັນ 15:4). ແມ່ນ​ຫຍັງ​ຄື “ຜົນ” ຂອງ​ທ່ານ ທີ່​ສະ​ແດງ​ວ່າ ທ່ານ​ຍັງ​ຕິດ​ຢູ່​ໃນ​ເຄືອ, ຊຶ່ງ​ເປັນ​ຕົວ​ແທນ​ໃຫ້​ກັບ​ພຣະ​ເຢ​ຊູ​ຄຣິດ?

ໂຢ​ຮັນ 17

ພຣະ​ເຢ​ຊູ​ຄຣິດ​ໄດ້​ອ້ອນ​ວອນ​ເພື່ອ​ພວກ​ສາ​ວົກ​ຂອງ​ພຣະ​ອົງ.

ພຣະ​ຄຳ​ຂອງ​ພຣະ​ເຢ​ຊູ​ທີ່​ບັນ​ທຶກ​ຢູ່​ໃນ ໂຢ​ຮັນ 17 ເປັນ​ທີ່​ຮູ້​ຈັກ​ກັນ​ວ່າ ຄຳ​ອະ​ທິ​ຖານ​ອ້ອນ​ວອນ. ໃນ​ຄຳ​ອະ​ທິ​ຖານ, ພຣະ​ເຢ​ຊູ​ໄດ້​ອະ​ທິ​ຖານ​ເພື່ອ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ ແລະ “ຄົນ​ທັງ​ຫລາຍ​ທີ່​ວາງ​ໃຈ​ເຊື່ອ​ໃນ [ພຣະ​ອົງ] ເພາະ​ຖ້ອຍ​ຄຳ​ຂອງ​ພວກ​ເຂົາ” (ໂຢ​ຮັນ 17:20). ນັ້ນ​ໝາຍ​ຄວາມ​ວ່າ ພຣະ​ອົງ​ໄດ້​ອະ​ທິ​ຖານ​ເພື່ອ​ທ່ານ. ພຣະ​ເຢ​ຊູ​ໄດ້​ຂໍ​ຮ້ອງ​ສິ່ງ​ໃດ​ຈາກ​ພຣະ​ບິ​ດາ​ຂອງ​ພຣະ​ອົງ​ແທນ​ທ່ານ ແລະ ແທນ​ຄົນ​ອື່ນໆ​ທຸກ​ຄົນ​ທີ່​ເຊື່ອ? ສິ່ງ​ນັ້ນ​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ຄວາມ​ຮູ້​ສຶກ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ທ່ານ?

ຄຳ​ອະ​ທິ​ຖານນີ້​ກໍ​ສິດ​ສອນ​ເຖິງ​ຄວາມ​ຈິງ​ທີ່​ເລິກ​ເຊິ່ງ ແລະ ນິ​ລັນ​ດອນ​ນຳ​ອີກ. ຄວາມ​ຈິງ​ຢ່າງ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ? ຂະ​ນະ​ທີ່​ທ່ານ​ອ່ານ​ບົດ​ນີ້, ໃຫ້​ຄິດ​ທີ່​ຈະ​ບັນ​ທຶກ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້​ກ່ຽວ​ກັບ​ສິ່ງ​ດັ່ງ​ຕໍ່​ໄປ​ນີ້:

  • ການ​ອະ​ທິ​ຖານ

  • ຄວາມ​ສຳ​ພັນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກັບ​ພຣະ​ບິ​ດາ​ຂອງ​ພຣະ​ອົງ

  • ຄວາມ​ສຳ​ພັນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກັບ​ສາ​ນຸ​ສິດ​ຂອງ​ພຣະ​ອົງ

  • ສາ​ນຸ​ສິດ​ຈະ​ຕ້ອງ​ແຕກ​ຕ່າງ​ຈາກ​ໂລກ​ນີ້​ແນວ​ໃດ

  • ຄວາມ​ຈິງ​ຢ່າງ​ອື່ນໆ​ທີ່​ໂດດ​ເດັ່ນ​ຕໍ່​ທ່ານ

ໂຢ​ຮັນ 17:11, 21–23

ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ຢ່າງ​ບໍ​ລິ​ບູນ.

ໃນ​ຄຳ​ອະ​ທິ​ຖານ​ຂອງ​ພຣະ​ອົງ​ໃນ ໂຢ​ຮັນ 17, ພຣະ​ເຢ​ຊູ​ໄດ້​ເນັ້ນ​ຄວາມ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ຂອງ​ພຣະ​ອົງ​ກັບ​ພຣະ​ບິ​ດາ. ໃນ​ທາງ​ໃດ​ແດ່​ທີ່​ພຣະ​ບິ​ດາ ແລະ ພຣະ​ບຸດ​ເປັນ “ໜຶ່ງ​ດຽວ”? (ໂຢ​ຮັນ 17:11, 21–23). ໃຫ້​ສັງ​ເກດ​ເບິ່ງ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ອະ​ທິ​ຖານ​ວ່າ ສາ​ນຸ​ສິດ​ຂອງ​ພຣະ​ອົງ​ຈະ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ “ເໝືອນ​ດັ່ງ”—ຫລື ໃນ​ທາງ​ດຽວ​ກັນ​ກັບ​ທີ່—ພຣະ​ອົງ ແລະ ພຣະ​ບິ​ດາ​ຂອງ​ພຣະ​ອົງ​ໄດ້​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ (ໂຢ​ຮັນ 17:22). ສິ່ງນັ້ນ​ໝາຍ​ຄວາມ​ວ່າ​ແນວ​ໃດ​ຕໍ່​ທ່ານ? ໃຫ້​ຄິດ​ກ່ຽວ​ກັບ​ຄວາມ​ສຳ​ພັນ​ຂອງ​ທ່ານ—ຍົກ​ຕົວ​ຢ່າງ, ກັບ​ຄູ່​ຄອງ​ຂອງ​ທ່ານ ຫລື ກັບ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຄົນ​ອື່ນໆ, ກັບ​ສະ​ມາ​ຊິກ​ໃນ​ຫວອດ, ແລະ ກັບ​ໝູ່​ເພື່ອນ​ຊາວ​ຄຣິດ. ທ່ານ​ຈະ​ມຸ່ງ​ໝັ້ນ​ເພື່ອ​ຈະ​ໄດ້​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ ເໝືອນ​ດັ່ງ​ພຣະ​ເຢ​ຊູ​ກັບ​ພຣະ​ບິ​ດາ​ໄດ້​ແນວ​ໃດ?

ເບິ່ງ Quentin L. Cook, “Hearts Knit in Righteousness and Unity,” Liahona, Nov. 2020, 18–22; Sharon Eubank, “By Union of Feeling We Obtain Power with God,” Liahona, Nov. 2020, 55–57 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ໂຢ​ຮັນ 14:5–6.ສະ​ມາ​ຊິກ​ໃນ​ຄອບ​ຄົວ​ອາດ​ມັກ​ປ່ຽນ​ຜຽນ​ກັນ​ຍ່າງ​ນຳ​ໜ້າ​ຄອບ​ຄົວ​ໃນ​ເສັ້ນ​ທາງ. ພຣະ​ເຢ​ຊູ​ເປັນ “ທາງນັ້ນ” ແນວ​ໃດ? ພຣະ​ອົງ​ນຳ​ພາ​ເຮົາ​ແນວ​ໃດ?

ໂຢ​ຮັນ 14:26–27.ສັນ​ຕິ​ສຸກ​ຂອງ​ພຣະ​ເຢ​ຊູ​ແຕກ​ຕ່າງ​ກັບ​ສັນ​ຕິ​ສຸກ “ທີ່​ໂລກ​ໃຫ້” ແນວ​ໃດ? ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ແບ່ງ​ປັນ​ວິ​ທີ​ທີ່​ເຂົາ​ເຈົ້າ​ພົບ​ສັນ​ຕິ​ສຸກ ແລະ ການ​ປອບ​ໂຍນ​ຜ່ານ​ທາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ໂຢ​ຮັນ 15:1–8.ມັນ​ອາດ​ເປັນ​ເລື່ອງ​ສະ​ໜຸກ​ສະ​ໜານ​ທີ່​ຈະ​ອ່ານ​ຂໍ້​ເຫລົ່າ​ນີ້​ຢູ່​ຂ້າງ​ນອກ ໃກ້​ເຄືອ, ໃກ້​ຕົ້ນ​ໄມ້, ຫລື ໃກ້​ພືດ​ພັນ. ຈະ​ມີ​ຫຍັງ​ເກີດ​ຂຶ້ນ ຖ້າ​ຫາກ​ງ່າ​ຖືກ​ຕັດ​ອອກ​ຈາກ​ຕົ້ນ​ຂອງ​ມັນ? ພວກ​ທ່ານ​ສາ​ມາດ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວິ​ທີ​ທີ່​ພວກ​ທ່ານ​ເປັນ​ເໝືອນ​ດັ່ງ​ງ່າ​ໄມ້ ແລະ ການ “ຕັ້ງ​ຢູ່” ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ “ເກີດ​ຜົນ” ໝາຍ​ຄວາມ​ວ່າ​ແນວ​ໃດ.

ໂຢ​ຮັນ 15:17–27; 16:1–7.ທ່ານ​ຄິດ​ວ່າ​ເປັນ​ຫຍັງ​ພຣະ​ເຢ​ຊູ​ຄຣິດ​ຈຶ່ງ​ເຕືອນ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ເຖິງ​ການ​ຂົ່ມ​ເຫັງ? ສາ​ນຸ​ສິດ​ຂອງ​ພຣະ​ຄຣິດ​ຖືກ​ຂົ່ມ​ເຫັງ​ໃນ​ທຸກ​ວັນ​ນີ້​ແນວ​ໃດ? ຄຳ​ແນະ​ນຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້ ສາ​ມາດ​ຊ່ວຍ​ເຮົາ​ໃນ​ເວ​ລາ​ທີ່​ເຮົາ​ຖືກ​ຂົ່ມ​ເຫັງ​ໄດ້​ແນວ​ໃດ?

ໂຢ​ຮັນ 16:33.ພຣະ​ເຢ​ຊູ​ຄຣິດ​ເອົາ​ຊະ​ນະ​ໂລກ​ໄດ້​ແນວ​ໃດ? ການ​ຊົດ​ໃຊ້​ຂອງ​ພຣະ​ອົງ​ໄດ້​ນຳ​ສັນ​ຕິ​ສຸກ ແລະ ຄວາມ​ເບີກ​ບານ​ມາ​ໃຫ້​ແນວ​ໃດ? (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 68:6 ນຳ​ອີກ).

ໂຢ​ຮັນ 17:21–23.ແມ່ນ​ຫຍັງ​ຈະ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ຮຽນ​ຮູ້​ວິ​ທີ​ທີ່​ຈະ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ຫລາຍ​ຂຶ້ນ ເໝືອນ​ດັ່ງ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ບິ​ດາ​ເທິງ​ສະ​ຫວັນ? ບາງ​ທີ​ພວກ​ທ່ານ​ສາ​ມາດ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ທີມ​ຫລິ້ນ​ກິ​ລາ​ທີ່​ພວກ​ທ່ານ​ມັກ ແລະ ກ່ຽວ​ກັບ​ວິ​ທີ​ທີ່​ເຂົາ​ເຈົ້າ​ຊ່ວຍ​ກັນ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ດຽວ​ກັນ. ຫລື ພວກ​ທ່ານ​ສາ​ມາດ​ຟັງ​ເພງ​ຂອງ​ກຸ່ມ​ນັກ​ຮ້ອງ​ປະ​ສານ​ສຽງ ຫລື ສຽງ​ເສບ​ມະ​ໂຫ​ຣີ ແລະ ສົນ​ທະ​ນາ​ເຖິງ​ວິ​ທີ​ທີ່​ເຂົາ​ເຈົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໃນ​ການ​ສ້າງ​ດົນ​ຕີ​ໃຫ້​ມ່ວນ​ອອນ​ຊອນ​ແນວ​ໃດ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ແນະ​ນຳ: “ພຣະ​ວິນ​ຍານ​ພຣະ​ເຈົ້າ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 30.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ໃຊ້​ສິ່ງ​ບັນ​ທຶກ​ສຽງ. ຂະ​ນະ​ທີ່​ທ່ານ​ສິດ​ສອນ​ພຣະ​ຄຳ​ພີ​ໃຫ້​ຄອບ​ຄົວ​ຂອງ​ທ່ານ, ໃຫ້​ຄິດ​ທີ່​ຈະ​ຟັງ​ການ​ອ່ານ​ພຣະ​ຄຳ​ພີ, ຢູ່​ໃນ ChurchofJesusChrist.org ຫລື ໃນ​ແອັບ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ. ການ​ຟັງ ໂຢ​ຮັນ 14–17 ສາ​ມາດ​ເປັນ​ພະ​ລັງ​ຢ່າງ​ໃດ​ໜຶ່ງ​ໂດຍ​ສະ​ເພາະ ຍ້ອນ​ວ່າ​ບົດ​ເຫລົ່າ​ນີ້​ບັນ​ຈຸ​ພຣະ​ຄຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢ່າງ​ຫລວງ​ຫລາຍ.

ຮູບ​ພາບ
ອະ​ງຸ່ນ​ຢູ່​ໃນ​ເຄືອ

ພຣະ​ເຢ​ຊູ​ໄດ້​ສິດ​ສອນ​ວ່າ, “ເຮົາ​ເປັນ​ເຄືອ​ອະ​ງຸ່ນ, ພວກ​ເຈົ້າ​ເປັນ​ກິ່ງ” (ໂຢ​ຮັນ 15:5).

ພິມ