ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 19–25 ເດືອນ​ມິ​ຖຸ​ນາ. ມັດ​ທາຍ 27; ມາ​ຣະ​ໂກ 15; ລູ​ກາ 23; ໂຢ​ຮັນ 19: “ສຳ​ເລັດ​ແລ້ວ”


“ວັນ​ທີ 19–25 ເດືອນ​ມິ​ຖຸ​ນາ. ມັດ​ທາຍ 27; ມາ​ຣະ​ໂກ 15; ລູ​ກາ 23; ໂຢ​ຮັນ 19: ‘ສຳ​ເລັດ​ແລ້ວ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 19–25 ເດືອນ​ມິ​ຖຸ​ນາ. ມັດ​ທາຍ 27; ມາ​ຣະ​ໂກ 15; ລູ​ກາ 23; ໂຢ​ຮັນ 19,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ພຣະ​ຄຣິດ​ຢູ່​ຕໍ່​ໜ້າ​ປີ​ລາດ

Ecce Homo [ເບິ່ງ​ຊາຍ​ຄົນ​ນີ້​ແມ], ໂດຍ ອານ​ໂຕ​ນິ​ໂອ ຊີ​ເຊ​ຣີ

ວັນ​ທີ 19–25 ເດືອນ​ມິ​ຖຸ​ນາ

ມັດ​ທາຍ 27; ມາ​ຣະ​ໂກ 15; ລູ​ກາ 23; ໂຢ​ຮັນ 19

“ສຳ​ເລັດ​ແລ້ວ”

ມັດ​ທາຍ 27; ມາ​ຣະ​ໂກ 15; ລູ​ກາ 23; ແລະ ໂຢ​ຮັນ 19 ບັນ​ຈຸ​ຄຳ​ບັນ​ຍາຍ​ກ່ຽວ​ກັບ​ຊົ່ວ​ໂມງ​ສຸດ​ທ້າຍ​ໃນ​ພຣະ​ຊົນ​ຊີບ​ມະ​ຕະ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ໃຫ້​ສະ​ແຫວງ​ຫາ​ທີ່​ຈະ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ສຳ​ລັບ​ທ່ານ ຂະ​ນະ​ທີ່​ທ່ານ​ສຶກ​ສາ​ກ່ຽວ​ກັບ​ການ​ເສຍ​ສະ​ລະ ແລະ ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ອົງ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ໃນ​ທຸກ​ພຣະ​ຄຳ ແລະ ການ​ກະ​ທຳ, ພຣະ​ເຢ​ຊູ​ຄຣິດ​ໄດ້​ເປັນ​ຕົວ​ຢ່າງ​ເຖິງ​ຄວາມ​ຮັກ​ອັນ​ບໍ​ລິ​ສຸດ—ສິ່ງ​ທີ່​ອັກ​ຄະ​ສາ​ວົກ​ໂປ​ໂລ​ເອີ້ນ​ວ່າ ຄວາມ​ໃຈ​ບຸນ (ເບິ່ງ 1 ໂກ​ຣິນ​ໂທ 13). ບໍ່​ມີ​ໃນ​ເວ​ລາ​ໃດ​ທີ່​ສິ່ງ​ນີ້​ເປັນ​ຫລັກ​ຖານ​ຢ່າງ​ແຈ່ມ​ແຈ້ງ​ຫລາຍ​ໄປ​ກວ່າ​ຊົ່ວ​ໂມງ​ສຸດ​ທ້າຍ​ຂອງ​ພຣະ​ຊົນ​ຊີບ​ມະ​ຕະ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ຄວາມ​ງຽບ​ຢ່າງ​ສະ​ຫງ່າ​ຜ່າ​ເຜີຍ​ຂອງ​ພຣະ​ອົງ ໃນ​ການ​ປະ​ເຊີນ​ກັບ​ຂໍ້​ກ່າວ​ຫາ​ເທັດ ສະ​ແດງ​ໃຫ້​ເຫັນ​ວ່າ​ພຣະ​ອົງ “ບໍ່​ມີ​ໃຈ​ຮ້າຍ​ງ່າຍ” (1 ໂກ​ຣິນ​ໂທ 13:5). ຄວາມ​ເຕັມ​ພຣະ​ໄທ​ຂອງ​ພຣະ​ອົງ ໃນ​ການ​ຍິນ​ຍອມ​ໃຫ້​ຂ້ຽນ​ຕີ, ເຍາະ​ເຍີ້ຍ, ແລະ ຄຶງ—ຂະ​ນະ​ທີ່​ຢັບ​ຢັ້ງ​ອຳ​ນາດ​ຂອງ​ພຣະ​ອົງ​ເພື່ອ​ໃຫ້​ການ​ທໍ​ລະ​ມານ​ພຣະ​ອົງ​ສຳ​ເລັດ—ສະ​ແດງ​ໃຫ້​ເຫັນ​ວ່າ ພຣະ​ອົງ “ອົດ​ທົນ​ດົນ​ນານ” ແລະ “ສູ້​ທົນ​ທຸກ​ສິ່ງ” (1 ໂກ​ຣິນ​ໂທ 13:4, 7). ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຂອງ​ພຣະ​ອົງ​ຕໍ່​ມານ​ດາ​ຂອງ​ພຣະ​ອົງ ແລະ ຕໍ່​ຜູ້​ທີ່​ຄຶງ​ພຣະ​ອົງ—ແມ່ນ​ແຕ່​ລະ​ຫວ່າງ​ການ​ທົນ​ທຸກ​ທໍ​ລະ​ມານ​ທີ່​ຫາ​ອັນ​ປຽບ​ບໍ່​ໄດ້​ຂອງ​ພຣະ​ອົງ​ເອງ—ໄດ້​ເປີດ​ເຜີຍ​ວ່າ ພຣະ​ອົງ “ບໍ່​ຄິດ​ເຫັນ​ປະ​ໂຫຍດ​ສ່ວນ​ຕົວ [ຂອງ​ພຣະ​ອົງ] ເອງ” (1 ໂກ​ຣິນ​ໂທ 13:5). ໃນ​ຊ່ວງ​ນາ​ທີ​ສຸດ​ທ້າຍ​ຢູ່​ເທິງ​ໂລກ, ພຣະ​ເຢ​ຊູ​ໄດ້​ເຮັດ​ສິ່ງ​ທີ່​ພຣະ​ອົງ​ໄດ້​ເຮັດ​ຕະ​ຫລອດ​ຊົ່ວ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃນ​ຊ່ວງ​ມະ​ຕະ​ຂອງ​ພຣະ​ອົງ—ສິດ​ສອນ​ເຮົາ​ໂດຍ​ການ​ສະ​ແດງ​ແກ່​ເຮົາ. ແນ່​ນອນ, ຄວາມ​ໃຈ​ບຸນ​ຄື “ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ” (ໂມ​ໂຣ​ໄນ 7:47).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ມັດ​ທາຍ 27; ມາ​ຣະ​ໂກ 15; ລູ​ກາ 23; ໂຢ​ຮັນ 19

ຄວາມ​ເຕັມ​ພຣະ​ໄທ​ຂອງ​ພຣະ​ເຢ​ຊູ​ຄຣິດ​ທີ່​ຈະ​ທົນ​ທຸກ​ທໍ​ລະ​ມານ ສະ​ແດງ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ຕໍ່​ພຣະ​ບິ​ດາ ແລະ ຕໍ່​ເຮົາ​ທຸກ​ຄົນ.

ເຖິງ​ແມ່ນ​ວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ມີ​ອຳ​ນາດ​ທີ່​ຈະ​ເອີ້ນ​ໃຫ້ “[ເຫລົ່າ​ທູດ] ຫລາຍ​ກວ່າ​ສິບ​ສອງ​ກອງ​ທັບ” ລົງ​ມາ (ມັດ​ທາຍ 26:53), ແຕ່​ພຣະ​ອົງ​ໄດ້​ອາ​ສາ​ສະ​ໝັກ​ເລືອກ​ທີ່​ຈະ​ອົດ​ທົນ​ກັບ​ການ​ທົດ​ລອງ​ທີ່​ບໍ່​ຍຸດ​ຕິ​ທຳ, ການ​ເຍາະ​ເຍີ້ຍ​ທີ່​ໂຫດ​ຮ້າຍ, ແລະ ຄວາມ​ເຈັບ​ປວດ​ທາງ​ຮ່າງ​ກາຍ​ທີ່​ເກີນ​ກວ່າ​ຈະ​ຄິດ​ໄດ້. ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ເຮັດ? “ເພາະ​ຄວາມ​ກະ​ລຸ​ນາ​ຮັກ​ຫອມ​ຂອງ​ພຣະ​ອົງ,” ນີ​ໄຟ​ໄດ້​ເປັນ​ພະ​ຍານ, “ແລະ ຄວາມ​ອົດ​ກັ້ນ​ທີ່​ພຣະ​ອົງ​ມີ​ຕໍ່​ລູກ​ຫລານ​ມະ​ນຸດ” (1 ນີ​ໄຟ 19:9).

ຮູບ​ພາບ
ພຣະ​ຄຣິດ​ກຳ​ລັງ​ແບກ​ໄມ້​ກາງ​ແຂນ

“ພຣະ​ອົງ​ແບກ​ໄມ້​ກາງ​ແຂນ​ຂອງ​ພຣະ​ອົງ​ອອກ​ໄປ​ໃນ​ບ່ອນ​ທີ່​ຊື່​ວ່າ ກະ​ໂຫລກ​ຫົວ” (ໂຢ​ຮັນ 19:17).

ທ່ານ​ສາ​ມາດ​ເລີ່ມ​ຕົ້ນ​ສຶກ​ສາ​ຊົ່ວ​ໂມງ​ສຸດ​ທ້າຍ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໂດຍ​ການ​ອ່ານ 1 ນີ​ໄຟ 19:9. ຢູ່​ບ່ອນ​ໃດ​ໃນ ມັດ​ທາຍ 27; ມາ​ຣະ​ໂກ 15; ລູ​ກາ 23; ແລະ ໂຢ​ຮັນ 19 ທີ່​ທ່ານ​ພົບ​ເຫັນ​ຕົວ​ຢ່າງ​ຂອງ​ແຕ່​ລະ​ຢ່າງ​ທີ່​ນີ​ໄຟ​ໄດ້​ກ່າວ​ວ່າ ພຣະ​ເຢ​ຊູ​ຈະ​ທຸກ​ທໍ​ລະ​ມານ?

  • “[ພວກ​ເຂົາ] ຕັດ​ສິນ​ພຣະ​ອົງ​ວ່າ​ບໍ່​ມີ​ຄ່າ”

  • “ພວກ​ເຂົາ​ຂ້ຽນ​ພຣະ​ອົງ”

  • “ພວກ​ເຂົາ​ຕີ​ພຣະ​ອົງ”

  • “ພວກ​ເຂົາ​ຖົ່ມ​ນ້ຳ​ລາຍ​ໃສ່​ພຣະ​ອົງ”

ພຣະ​ຄຳ​ພີ​ຂໍ້​ໃດ​ທີ່​ຊ່ວຍ​ທ່ານ​ໃຫ້​ຮູ້​ສຶກ​ເຖິງ “​ຄວາມ​ກະ​ລຸ​ນາ​ຮັກ​ຫອມ” ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຕໍ່​ທ່ານ? ແນວ​ຄິດ ແລະ ຄວາມ​ຮູ້​ສຶກ​ອື່ນ​ໃດ​ແດ່​ທີ່​ທ່ານ​ມີ ຂະ​ນະ​ທີ່​ທ່ານ​ອ່ານ​ເລື່ອງ​ລາວ​ເຫລົ່າ​ນີ້? ໃຫ້​ຄິດ​ທີ່​ຈະ​ຂຽນ​ມັນ​ລົງ​ໄວ້ ແລະ ແບ່ງ​ປັນ​ມັນ​ກັບ​ບາງ​ຄົນ.

ເບິ່ງ “Jesus Is Condemned before Pilate” ແລະ “Jesus Is Scourged and Crucified” (ວິ​ດີ​ໂອ), ChurchofJesusChrist.org ນຳ​ອີກ.

ມັດ​ທາຍ 27:27–49, 54; ມາ​ຣະ​ໂກ 15:16–32; ລູ​ກາ 23:11, 35–39; ໂຢ​ຮັນ 19:1–5

ການ​ເຍາະ​ເຍີ້ຍ​ບໍ່​ສາ​ມາດ​ປ່ຽນ​ຄວາມ​ຈິງ.

ຂະ​ນະ​ທີ່​ພຣະ​ເຢ​ຊູ​ໄດ້​ອົດ​ທົນ​ກັບ​ການ​ເຍາະ​ເຍີ້ຍ​ຕະ​ຫລອດ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ, ມັນ​ໄດ້​ເລີ່ມ​ໜັກ​ຂຶ້ນ​ລະ​ຫວ່າງ​ການ​ຂ້ຽນ​ຕີ​ພຣະ​ອົງ ແລະ ການ​ຄຶງ​ພຣະ​ອົງ. ແຕ່​ການ​ເຍາະ​ເຍີ້ຍ​ບໍ່​ສາ​ມາດ​ປ່ຽນ​ຄວາມ​ຈິງ​ທີ່​ວ່າ: ພຣະ​ເຢ​ຊູ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ. ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ຄວາມ​ອັບ​ອາຍ​ທີ່​ພຣະ​ເຢ​ຊູ​ໄດ້​ທົນ​ຕໍ່, ໃຫ້​ຄິດ​ກ່ຽວ​ກັບ​ການ​ຕໍ່​ຕ້ານ ແລະ ການ​ເຍາະ​ເຍີ້ຍ​ທີ່​ວຽກ​ງານ​ຂອງ​ພຣະ​ອົງ​ປະ​ເຊີນ​ໃນ​ທຸກ​ວັນ​ນີ້. ຄວາມ​ຮູ້​ຢ່າງ​ໃດ​ແດ່​ທີ່​ທ່ານ​ໄດ້​ຮັບ​ກ່ຽວ​ກັບ​ການ​ທົນ​ກັບ​ການ​ຕໍ່​ຕ້ານ? ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ກ່ຽວ​ກັບ​ຄຳ​ເວົ້າ​ຂອງ​ພວກ​ທະ​ຫານ​ໃນ ມັດ​ທາຍ 27:54?

ມັດ​ທາຍ 27:46; ມາ​ຣະ​ໂກ 15:34

ພຣະ​ເຢ​ຊູ​ຄຣິດ​ໄດ້​ທົນ​ທຸກ​ທໍ​ລະ​ມານ​ຄົນ​ດຽວ ເພື່ອ​ວ່າ​ເຮົາ​ຈະ​ບໍ່​ຈຳ​ເປັນ​ຕ້ອງ​ທົນ​ທຸກ​ທໍ​ລະ​ມານ.

ໃນ​ຊ່ວງ​ເວ​ລາ​ທີ່​ສາ​ຫັດ​ທີ່​ສຸດ​ຢູ່​ເທິງ​ໄມ້​ກາງ​ແຂນ​ນັ້ນ, ພຣະ​ເຢ​ຊູ, ຜູ້​ທີ່​ໄດ້​ເພິ່ງ​ອາ​ໄສ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ພຣະ​ອົງ​ມາ​ຕະ​ຫລອດ, ທັນ​ໃດ​ນັ້ນ ກໍ​ໄດ້​ຮູ້​ສຶກ​ວ່າ​ຖືກ​ປະ​ຖິ້ມ. ການ​ອ່ານ​ກ່ຽວ​ກັບ​ສິ່ງ​ນີ້​ອາດ​ເຮັດ​ໃຫ້​ທ່ານ​ຄິດ​ກ່ຽວ​ກັບ​ເວ​ລາ​ທີ່​ທ່ານ​ຮູ້​ສຶກ​ຢູ່​ຫ່າງ​ໄກ​ຈາກ​ພຣະ​ເຈົ້າ. ທ່ານ​ສາ​ມາດ​ໄຕ່​ຕອງ​ວິ​ທີ​ທີ່​ການ​ເສຍ​ສະ​ລະ​ຂອງ​ພຣະ​ອົງ​ຢູ່​ເທິງ​ໄມ້​ກາງ​ແຂນ ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ທ່ານ​ເພື່ອ​ເອົາ​ຊະ​ນະ​ການ​ຢູ່​ຫ່າງ​ໄກ​ນັ້ນ​ແນວ​ໃດ. ດັ່ງ​ທີ່​ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ ໄດ້​ເປັນ​ພະ​ຍານ​ວ່າ, “ຍ້ອນ​ວ່າ​ພຣະ​ເຢ​ຊູ​ເຄີຍ​ເດີນ​ຕາມ​ທາງ​ອັນ​ຍາວ​ໄກ​ດ້ວຍ​ຄວາມ​ໂດດ​ດ່ຽວ, ເຮົາ ​ບໍ່​ຕ້ອງ​ເຮັດ​ຕາມ​ນັ້ນ. … ການ​ປະ​ກາດ​ຈາກ​ຈອມ​ພູ​ກະ​ໂຫລກ​ຫົວ ເປັນ​ຄວາມ​ຈິງ​ທີ່​ວ່າ ເຮົາ​ຈະ​ບໍ່​ຖືກ​ປະ​ຖິ້ມ​ໃຫ້​ຢູ່​ຄົນ​ດຽວ ຫລື ຂາດ​ຄວາມ​ຊ່ວຍ​ເຫລືອ​ເລີຍ, ເຖິງ​ແມ່ນ​ວ່າ​ບາງ​ເທື່ອ​ເຮົາ​ອາດ​ຮູ້​ສຶກ​ໂດດ​ດ່ຽວ” (“None Were with Him,” Liahona, May 2009, 88). ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ເອົາ​ຊະ​ນະ​ຄວາມ​ໂດດ​ດ່ຽວ​ແນວ​ໃດ ຂະ​ນະ​ທີ່​ທ່ານ​ອ່ານ​ຂ່າວ​ສານ​ທີ່​ເຫລືອ​ຢູ່​ຂອງ​ແອວ​ເດີ ຮໍ​ແລນ.

ລູ​ກາ 23:34

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເປັນ​ຕົວ​ຢ່າງ​ຂອງ​ເຮົາ​ເລື່ອງ​ການ​ໃຫ້​ອະ​ໄພ.

ທ່ານ​ຮູ້​ສຶກ​ແນວ​ໃດ​ເມື່ອ​ທ່ານ​ອ່ານ​ພຣະ​ຄຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ ລູ​ກາ 23:34? (ເບິ່ງ ຂໍ້​ມູນ​ທີ່​ໃຫ້​ໄວ້​ຈາກ​ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ ໃນ ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ ). ໃນ​ການ​ກ່າວ​ເຖິງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ປະ​ທານ​ເຮັນ​ຣີ ບີ ໄອ​ຣິງ ໄດ້​ສິດ​ສອນ​ວ່າ: “ເຮົາ​ຈະ​ຕ້ອງ​ໃຫ້​ອະ​ໄພ ແລະ ບໍ່​ມີ​ເຈດ​ຕະ​ນາ​ຮ້າຍ​ຕໍ່​ຜູ້​ທີ່​ເຮັດ​ຜິດ​ໃຈ​ເຮົາ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເຮັດ​ເປັນ​ຕົວ​ຢ່າງ​ຈາກ​ໄມ້​ກາງ​ແຂນ. … ເຮົາ​ບໍ່​ຮູ້​ຫົວ​ໃຈ​ຂອງ​ຜູ້​ທີ່​ເຮັດ​ຜິດ​ໃຈ​ເຮົາ” (“That We May Be One,” Ensign, May 1998, 68). ຂໍ້​ນີ້​ສາ​ມາດ​ຊ່ວຍ​ທ່ານ​ແນວ​ໃດ ຖ້າ​ຫາກ​ທ່ານ​ມີ​ບັນ​ຫາ​ໃນ​ການ​ໃຫ້​ອະ​ໄພ​ບາງ​ຄົນ?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ມັດ​ທາຍ 27; ມາ​ຣະ​ໂກ 15; ລູ​ກາ 23; ໂຢ​ຮັນ 19.ເພື່ອ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ເຫດ​ການ​ທີ່​ບັນ​ຍາຍ​ຢູ່​ໃນ​ບົດ​ເຫລົ່າ​ນີ້, ທ່ານ​ສາ​ມາດ​ແບ່ງ​ປັນ “ບົດ​ທີ 52: ພຣະ​ເຢ​ຊູ​ຖືກ​ຕັດ​ສິນ” ແລະ “ບົດ​ທີ 53: ພຣະ​ເຢ​ຊູ​ຖືກ​ຄຶງ” (ໃນ ເລື່ອງ​ພຣະ​ຄຳ​ພີ​ໃໝ່, 133–38, ຫລື ເບິ່ງວິ​ດີ​ໂອ​ທີ່​ກ່ຽວ​ຂ້ອງ ຢູ່​ທີ່ ChurchofJesusChrist.org) ກັບ​ເຂົາ​ເຈົ້າ. ຫລື ພວກ​ທ່ານ​ສາ​ມາດ​ເບິ່ງ​ວິ​ດີ​ໂອ​ທີ່​ກ່ຽວ​ກັບ​ເຫດ​ການ​ເຫລົ່າ​ນີ້​ນຳ​ກັນ: “Jesus Is Condemned before Pilate” ແລະ “Jesus Is Scourged and Crucified” (ChurchofJesusChrist.org). ທ່ານ​ສາ​ມາດ​ເຊື້ອ​ເຊີນ​ເດັກ​ນ້ອຍ​ໃຫ້​ເລົ່າ​ເລື່ອງ​ໃນ​ຖ້ອຍ​ຄຳ​ຂອງ​ພວກ​ເຂົາ​ເອງ. ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ແບ່ງ​ປັນ​ວິ​ທີ​ທີ່​ເຂົາ​ເຈົ້າ​ຮູ້​ສຶກ​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຍ້ອນ​ສິ່ງ​ທີ່​ພຣະ​ອົງ​ໄດ້​ທົນ​ທຸກ​ທໍ​ລະ​ມານ​ເພື່ອ​ເຮົາ.

ມັດ​ທາຍ 27:11–26; ມາ​ຣະ​ໂກ 15:1–15; ລູ​ກາ 23:12–25; ໂຢ​ຮັນ 19:1–16.ເປັນ​ຫຍັງ​ປີ​ລາດ​ຈຶ່ງ​ສົ່ງ​ພຣະ​ເຢ​ຊູ​ໄປ​ໃຫ້​ຄຶງ, ເຖິງ​ແມ່ນ​ວ່າ​ເພິ່ນ​ຮູ້​ວ່າ​ພຣະ​ເຢ​ຊູ​ບໍ່​ມີ​ຄວາມ​ຜິດ? ບົດ​ຮຽນ​ຢ່າງ​ໃດ​ແດ່​ທີ່​ເຮົາ​ຮຽນ​ຮູ້​ຈາກ​ປະ​ສົບ​ການ​ຂອງ​ປີ​ລາດ ກ່ຽວ​ກັບ​ການ​ຢືນ​ຢັດ​ຢູ່​ກັບ​ສິ່ງ​ທີ່​ເຮົາ​ຮູ້​ວ່າ​ຖືກ​ຕ້ອງ? ມັນ​ອາດ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໄດ້ ທີ່​ຈະ​ຫລິ້ນ​ລະ​ຄອນ​ກ້ອມ ທີ່​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮຽນ​ວິ​ທີ​ຢືນ​ຢັດ​ຢູ່​ກັບ​ສິ່ງ​ທີ່​ຖືກ​ຕ້ອງ.

ມັດ​ທາຍ 27:46; ລູ​ກາ 23:34, 43, 46; ໂຢ​ຮັນ 19:26–28, 30.ບາງ​ທີ​ທ່ານ​ສາ​ມາດ​ມອບ​ໝາຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ແຕ່​ລະ​ຄົນ​ໃຫ້​ອ່ານ​ຂໍ້​ຄວາມ​ໜຶ່ງ ຫລື ຫລາຍ​ກວ່າ​ນັ້ນ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ​ຢູ່​ເທິງ​ໄມ້​ກາງ​ແຂນ, ຊຶ່ງ​ມີ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້. ຂໍ​ໃຫ້​ເຂົາ​ເຈົ້າ​ແບ່ງ​ປັນ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້​ຈາກ​ຂໍ້​ຄວາມ​ເຫລົ່າ​ນີ້​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພາ​ລະ​ກິດ​ຂອງ​ພຣະ​ອົງ.

ມາ​ຣະ​ໂກ 15:39.ການ​ອ່ານ​ກ່ຽວ​ກັບ​ການ​ຄຶງ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ແນວ​ໃດ ວ່າ​ພຣະ​ເຢ​ຊູ​ເປັນ “ພຣະ​ບຸດ​ຂອງ​ພຣະ​ເຈົ້າ”?

ໂຢ​ຮັນ 19:25–27.ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຂໍ້​ເຫລົ່າ​ນີ້ ກ່ຽວ​ກັບ​ວິ​ທີ​ທີ່​ເຮົາ​ສາ​ມາດ​ຮັກ ແລະ ສະ​ໜັບ​ສະ​ໜູນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary,

ເພງ​ສວດ​ແນະ​ນຳ: “ເບິ່ງ​ເຖີດ​ພຣະ​ຜູ້​ໄຖ່​ຍິ່ງ​ໃຫຍ່​ມ້ວຍ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 16.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ເອົາ​ແບບ​ຢ່າງ​ຊີ​ວິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. “ມັນ​ເປັນ​ປະ​ໂຫຍດ​ທີ່​ຈະ​ສຶກ​ສາ​ວິ​ທີ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ—ເຊັ່ນ​ແບບ​ແຜນ​ທີ່​ພຣະ​ອົງ​ໄດ້​ໃຊ້ ແລະ ສິ່ງ​ທີ່​ພຣະ​ອົງ​ໄດ້​ກ່າວ. ແຕ່​ອຳ​ນາດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ຈະ​ສິດ​ສອນ ແລະ ເຊີດ​ຊູ​ຄົນ​ອື່ນ ແມ່ນ​ມາ​ຈາກ​ວິ​ທີ​ທີ່​ພຣະ​ອົງ​ດຳ​ລົງ​ຊີ​ວິດ ແລະ ບຸກ​ຄົນ​ທີ່​ພຣະ​ອົງ​ເປັນ. ເມື່ອ​ທ່ານ​ພາກ​ພຽນ​ພະ​ຍາ​ຍາມ​ທີ່​ຈະ ດຳ​ລົງ​ຊີ​ວິດ ເໝືອນ​ຢ່າງ​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ເທົ່າ​ໃດ, ທ່ານ​ຍິ່ງ​ຈະ​ສາ​ມາດ ສິດ​ສອນ ເໝືອນ​ຢ່າງ​ພຣະ​ອົງ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ” (Teaching in the Savior’s Way13).

ຮູບ​ພາບ
ພຣະ​ຄຣິດ​ຢູ່​ເທິງ​ໄມ້​ກາງ​ແຂນ

Christ on the Cross [ພຣະ​ຄຣິດ​ຢູ່​ເທິງ​ໄມ້​ກາງ​ແຂນ], ໂດຍ ຄາລ ເຮັນ​ຣິກ ບະ​ລ໊ອກ

ພິມ