ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 12–18 ເດືອນ​ມິ​ຖຸ​ນາ. ລູ​ກາ 22; ໂຢ​ຮັນ 18: “ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ລູກ, ແຕ່​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະ​ສົງ​ຂອງ​ພຣະ​ບິ​ດາ​ເທີ້ນ”


“ວັນ​ທີ 12–18 ເດືອນ​ມິ​ຖຸ​ນາ. ລູ​ກາ 22; ໂຢ​ຮັນ 18: ‘ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ລູກ, ແຕ່​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະ​ສົງ​ຂອງ​ພຣະ​ບິ​ດາ​ເທີ້ນ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 12–18 ເດືອນ​ມິ​ຖຸ​ນາ. ລູ​ກາ 22; ໂຢ​ຮັນ 18,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ພຣະ​ຄຣິດ ແລະ ພວກ​ສາ​ວົກ​ຂອງ​ພຣະ​ອົງ​ໃນ​ເຄັດ​ເຊ​ມາ​ເນ

Gethsemane Grove [ສວນ​ເຄັດ​ເຊ​ມາ​ເນ], ໂດຍ ແດ​ເຣັກ ແຮກ​ສະ​ເຕດ

ວັນ​ທີ 12–18 ເດືອນ​ມິ​ຖຸ​ນາ

ລູ​ກາ 22; ໂຢ​ຮັນ 18

“ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ລູກ, ແຕ່​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະ​ສົງ​ຂອງ​ພຣະ​ບິ​ດາ​ເທີ້ນ”

ໃຫ້​ໃຊ້​ເວ​ລາ​ເພື່ອ​ອ່ານ ລູ​ກາ 22 ແລະ ໂຢ​ຮັນ 18 ໃນ​ອາ​ທິດ​ນີ້. ໃຫ້​ໄຕ່​ຕອງ ແລະ ອະ​ທິ​ຖານ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ໄດ້​ອ່ານ. ການ​ເຮັດ​ສິ່ງ​ນີ້​ສາ​ມາດ​ເປີດ​ໂອ​ກາດ​ໃຫ້​ພຣະ​ວິນ​ຍານ​ເປັນ​ພະ​ຍານ​ຕໍ່​ໃຈ​ຂອງ​ທ່ານ​ວ່າ ພຣະ​ຄຳ​ພີ​ເປັນ​ຄວາມ​ຈິງ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ມີ​ພຽງ​ສາມ​ຄົນ​ເທົ່າ​ນັ້ນ​ທີ່​ໄດ້​ເປັນ​ພະ​ຍານ​ເຖິງ​ການ​ຮັບ​ທຸກ​ທໍ​ລະ​ມານ​ຂອງ​ພຣະ​ເຢ​ຊູ​ຄຣິດ ໃນ​ສວນ​ເຄັດ​ເຊ​ມາ​ເນ—ແລະ ພວກ​ເພິ່ນ​ກໍ​ໄດ້​ເຊືອບ​ຫລັບ​ໄປ​ໃນ​ເວ​ລາ​ສ່ວນ​ຫລາຍ. ໃນ​ສວນ​ນັ້ນ ແລະ ຕໍ່​ມາ​ຢູ່​ເທິງ​ໄມ້​ກາງ​ແຂນ, ພຣະ​ເຢ​ຊູ​ໄດ້​ຮັບ​ເອົາ​ບາບ, ຄວາມ​ເຈັບ​ປວດ, ແລະ ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ທຸກ​ຄົນ​ຜູ້​ທີ່​ເຄີຍ​ມີ​ຊີ​ວິດ, ເຖິງ​ແມ່ນ​ວ່າ ເກືອບ​ທຸກ​ຄົນ​ທີ່​ມີ​ຊີ​ວິດ​ຢູ່​ໃນ​ເວ​ລາ​ນັ້ນ ບໍ່​ຮູ້​ວ່າ​ແມ່ນ​ຫຍັງ​ກຳ​ລັງ​ເກີດ​ຂຶ້ນ. ເຫດ​ການ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ນິ​ລັນ​ດອນ​ມັກ​ຈະ​ຜ່ານ​ໄປ​ໂດຍ​ທີ່​ບໍ່​ມີ​ການ​ສົນ​ໃຈ​ຂອງ​ຊາວ​ໂລກ​ຫລາຍ. ແຕ່​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ​ຮູ້. ພຣະ​ອົງ​ໄດ້​ຍິນ​ຄຳ​ອ້ອນວອນ​ຂອງ​ພຣະ​ບຸດ​ທີ່​ຊື່​ສັດ​ຂອງ​ພຣະ​ອົງ​ວ່າ: “ພຣະ​ບິ​ດາ​ເຈົ້າ​ເອີຍ, ຖ້າ​ເປັນ​ຄວາມ​ປະ​ສົງ​ຂອງ​ພຣະ​ອົງ​ແລ້ວ, ຂໍ​ໃຫ້​ຈອກ​ແຫ່ງ​ຄວາມ​ທົນ​ທຸກ​ທໍ​ລະ​ມານນີ້ ເລື່ອນ​ໄປ​ຈາກ​ລູກ​ທ້ອນ: ແຕ່​ຢ່າງ​ໃດ​ກໍ​ຕາມ ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ລູກ, ແຕ່​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະ​ສົງ​ຂອງ​ພຣະ​ບິ​ດາ​ເທີ້ນ. ແລ້ວ​ມີ [ທູດ​ອົງ​ໜຶ່ງ] ຈາກ​ສະ​ຫວັນ​ມາ​ປະ​ກົດ​ແກ່​ພຣະ​ອົງ ຊູ​ກຳ​ລັງ​ພຣະ​ອົງ​ຂຶ້ນ” (ລູ​ກາ 22:42–43). ເຖິງ​ແມ່ນ​ວ່າ​ເຮົາ​ບໍ່​ໄດ້​ເປັນ​ພະ​ຍານ​ໃນ​ການ​ກະ​ທຳ​ທີ່​ບໍ່​ເຫັນ​ແກ່​ຕົວ ແລະ ການ​ຍິນ​ຍອມ​ນີ້, ແຕ່​ເຮົາ ​ເປັນ ພະ​ຍານ​ເຖິງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ. ທຸກ​ຄັ້ງ​ທີ່​ເຮົາ​ກັບ​ໃຈ ແລະ ຮັບ​ເອົາ​ການ​ໃຫ້​ອະ​ໄພ​ຈາກ​ບາບ​ຂອງ​ເຮົາ, ທຸກ​ຄັ້ງ​ທີ່​ເຮົາ​ຮູ້​ສຶກ​ເຖິງ​ພະ​ລັງ​ທີ່​ຊູ​ແຮງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເຮົາ​ສາ​ມາດ​ເປັນ​ພະ​ຍານ​ເຖິງ​ຄວາມ​ເປັນ​ຈິງ​ຂອງ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ສວນ​ເຄັດ​ເຊ​ມາ​ເນ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ລູ​ກາ 22:31–34, 54–62; ໂຢ​ຮັນ 18:17–27

ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ເປັນ​ຂະ​ບວນ​ການ​ຕໍ່​ເນື່ອງ.

ໃຫ້​ຄິດ​ກ່ຽວ​ກັບ​ປະ​ສົບ​ການ​ທີ່​ເປ​ໂຕ​ໄດ້​ມີ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ—ການ​ມະ​ຫັດ​ສະ​ຈັນ​ທີ່​ເພິ່ນ​ໄດ້​ເປັນ​ພະ​ຍານ ແລະ ຄຳ​ສອນ​ທີ່​ເພິ່ນ​ໄດ້​ຮຽນ​ຮູ້. ແລ້ວ​ເປັນ​ຫຍັງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈຶ່ງ​ກ່າວ​ກັບ​ເປ​ໂຕ​ວ່າ, “ເມື່ອ ເຈົ້າ​ກັບ​ຄືນ​ມາ​ຫາ​ເຮົາ​ແລ້ວ, ເຈົ້າ​ຕ້ອງ​ຊູ​ແຮງ​ບັນ​ດາ​ພີ່​ນ້ອງ​ຂອງ​ເຈົ້າ​ໄວ້”? (ລູ​ກາ 22:32; ເນັ້ນ​ຄຳ​ເນີ້ງ). ຂະ​ນະ​ທີ່​ທ່ານ​ໄຕ່​ຕອງ​ສິ່ງ​ນີ້, ມັນ​ອາດ​ເປັນ​ປະ​ໂຫຍດ​ທີ່​ຈະ​ພິ​ຈາ​ລະ​ນາ​ສິ່ງ​ທີ່​ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ ໄດ້​ສິດ​ສອນ​ກ່ຽວ​ກັບ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ການ​ມີ​ປະ​ຈັກ​ພະ​ຍານ ແລະ ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຢ່າງ​ແທ້​ຈິງ (ເບິ່ງ “Converted unto the Lord,” Liahona, Nov. 2012, 106–9).

ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ເປ​ໂຕ​ໃນ ລູ​ກາ 22:31–34, 54–62 (ເບິ່ງ ໂຢ​ຮັນ 18:17–27 ນຳ​ອີກ), ໃຫ້​ຄິດ​ກ່ຽວ​ກັບ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ທ່ານ​ເອງ. ທ່ານ​ເຄີຍ​ຮູ້​ສຶກ​ມຸ່ງ​ໝັ້ນ​ຢ່າງ​ເຕັມ​ທີ່​ບໍ, ເໝືອນ​ດັ່ງ​ເປ​ໂຕ, ຈົນ​ວ່າ​ທ່ານ “ພ້ອມ​ແລ້ວ​ທີ່​ຈະ​ໄປ​ກັບ [ພຣະ​ຜູ້​ຊ່ວຍ​ໃຫ້​ລອດ], ເຖິງ​ຈະ​ຕ້ອງ​ຖືກ​ຄຸກ, ຫລື ຕ້ອງ​ຕາຍ​ກໍ​ຕາມ”? (ລູ​ກາ 22:33). ເປັນ​ຫຍັງ​ຄວາມ​ຮູ້​ສຶກ​ເຊັ່ນ​ນັ້ນ ຈຶ່ງ​ຈືດ​ຈາງ​ໄປ​ໃນ​ບາງ​ຄັ້ງ? ມັນ​ມີ​ໂອ​ກາດ​ໃນ​ແຕ່​ລະ​ວັນ​ທີ່​ຈະ​ປະ​ຕິ​ເສດ ຫລື ເປັນ​ພະ​ຍານ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ; ທ່ານ​ຈະ​ເຮັດ​ຢ່າງ​ໃດ​ຈຶ່ງ​ຈະ​ໄດ້​ເປັນ​ພະ​ຍານ​ເຖິງ​ພຣະ​ອົງ​ໃນ​ແຕ່​ລະ​ວັນ? ມີ​ບົດ​ຮຽນ​ຢ່າງ​ໃດ​ແດ່​ທີ່​ທ່ານ​ໄດ້​ຮຽນ​ຮູ້​ຈາກ​ປະ​ສົບ​ການ​ຂອງ​ເປ​ໂຕ?

ຂະ​ນະ​ທີ່​ທ່ານ​ສືບ​ຕໍ່​ອ່ານ​ພຣະ​ຄຳ​ພີ​ໃໝ່, ໃຫ້​ຊອກ​ຫາ​ຫລັກ​ຖານ​ຂອງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ອັນ​ຕໍ່​ເນື່ອງ​ຂອງ​ເປ​ໂຕ. ພ້ອມ​ນີ້ ກໍ​ໃຫ້​ສັງ​ເກດ​ເບິ່ງວິ​ທີ​ທີ່​ເພິ່ນ​ໄດ້​ຮັບ​ເອົາ​ຄຳ​ສັ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ໃຫ້ “ຊູ​ແຮງ​ບັນ​ດາ​ພີ່​ນ້ອງ​ຂອງ​ເຈົ້າ​ໄວ້” (ລູ​ກາ 22:32; ເບິ່ງ ກິດ​ຈະ​ການ 3–4).

ເບິ່ງ ມາ​ຣະ​ໂກ 14:27–31 ນຳ​ອີກ.

ລູ​ກາ 22:39–46

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ເພື່ອ​ເຮົາ​ໃນ​ເຄັດ​ເຊ​ມາ​ເນ.

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ເຊື້ອ​ເຊີນ​ເຮົາ​ໃຫ້ “ໃຊ້​ເວ​ລາ​ໃນ​ການ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ” (“Drawing the Power of Jesus Christ into Our Lives,” Liahona, May 2017, 40).

ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ທ່ານ​ຈະ​ເຮັດ ເພື່ອ​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ຂອງ​ປະ​ທານ​ແນວ​ສັນ. ທ່ານ​ສາ​ມາດ​ເລີ່ມ​ຕົ້ນ​ໂດຍ​ການ​ໄຕ່​ຕອງ​ດ້ວຍ​ການ​ອະ​ທິ​ຖານ ກ່ຽວ​ກັບ​ການ​ຮັບ​ທຸກ​ທໍ​ລະ​ມານ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ເຄັດ​ເຊ​ມາ​ເນ, ດັ່ງ​ທີ່​ບັນ​ຍາຍ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້, ແລະ ໃຫ້​ຂຽນ​ຄວາມ​ປະ​ທັບ​ໃຈ ແລະ ຄຳ​ຖາມ​ທີ່​ມາ​ສູ່​ຈິດ​ໃຈ.

ສຳ​ລັບ​ການ​ສຶກ​ສາ​ທີ່​ເລິກ​ເຊິ່ງ​ກວ່າ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ໃຫ້​ພະ​ຍາ​ຍາມ​ຄົ້ນ​ຄວ້າ​ຂໍ້​ພຣະ​ຄຳ​ພີ​ອື່ນໆ​ສຳ​ລັບ​ຄຳ​ຕອບ​ຕໍ່​ຄຳ​ຖາມ ເຊັ່ນ​ດັ່ງ​ຕໍ່​ໄປ​ນີ້:

ເມື່ອ​ທ່ານ​ຮຽນ​ຮູ້​ກ່ຽວ​ກັບ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ເຄັດ​ເຊ​ມາ​ເນ, ມັນ​ອາດ​ເປັນ​ສິ່ງ​ທີ່​ໜ້າ​ສົນ​ໃຈ​ທີ່​ຈະ​ຮູ້​ວ່າ ເຄັດ​ເຊ​ມາ​ເນ ແມ່ນ​ສວນ​ຕົ້ນ​ໝາກ​ກອກ​ເທດ ແລະ ມີ​ເຄື່ອງ​ກົດ​ໝາກ​ກອກ​ເທດ​ຢູ່​ທີ່​ນັ້ນ​ນຳ​ອີກ, ຊຶ່ງ​ໃຊ້​ບົດ​ໝາກ​ກອກ​ເທດ ແລະ ກັ່ນ​ເອົາ​ນ້ຳ​ມັນ ເພື່ອ​ໃຊ້​ເປັນ​ເຊື້ອ​ເພີງ ແລະ ເປັນ​ອາ​ຫານ ທັງ​ໃຊ້​ໃນ​ການ​ປິ່ນ​ປົວ​ນຳ​ອີກ (ເບິ່ງ ລູ​ກາ 10:34). ຂັ້ນ​ຕອນ​ຂອງ​ການ​ກັ່ນ​ເອົາ​ນ້ຳ​ມັນ​ໝາກ​ກອກ​ເທດ ເປັນ​ສັນ​ຍາ​ລັກ​ເຖິງ​ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເຮັດ​ເພື່ອ​ເຮົາ​ໃນ​ເຄັດ​ເຊ​ມາ​ເນ​ແນວ​ໃດ? ສຳ​ລັບ​ແນວ​ຄິດ​ບາງ​ຢ່າງ, ໃຫ້​ເບິ່ງ​ຂ່າວ​ສານ​ຂອງ​ແອວ​ເດີ ດີ ທອດ ຄຣິສ​ໂຕ​ເຟີ​ສັນ “Abide in My Love” (Liahona, Nov. 2016, 50–51).

ເບິ່ງ ມັດ​ທາຍ 26:36–46; ມາ​ຣະ​ໂກ 14:32–42 ນຳ​ອີກ.

ໂຢ​ຮັນ 18:28–38

“ອາ​ນາ​ຈັກ [ພຣະ​ຜູ້​ຊ່ວຍ​ໃຫ້​ລອດ] ບໍ່​ເປັນ​ຂອງ​ໂລກ​ນີ້.”

ຜູ້​ນຳ​ຝ່າຍ​ການ​ເມືອງ​ຄົນ​ໜຶ່ງ, ຊື່​ວ່າ ປົນ​ອີ​ໂອ ປີ​ລາດ ຮູ້​ຈັກ​ອຳ​ນາດ ແລະ ອາ​ນາ​ຈັກ​ຂອງ​ໂລກ​ນີ້​ເປັນ​ຢ່າງ​ດີ. ແຕ່​ພຣະ​ເຢ​ຊູ​ໄດ້​ກ່າວ​ເຖິງ​ອາ​ນາ​ຈັກ​ທີ່​ແຕກ​ຕ່າງ​ຫລາຍ​ກວ່າ​ນັ້ນ​ອີກ. ໃນ​ການ​ຫວນ​ຄິດ​ເຖິງ​ສິ່ງ​ທີ່​ທ່ານ​ໄດ້​ອ່ານ​ມາ​ກ່ຽວ​ກັບ​ພຣະ​ຊົນ​ຊີບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ມີ​ຫລັກ​ຖານ​ຢ່າງ​ໃດ​ແດ່​ທີ່​ທ່ານ​ເຫັນ​ວ່າ “ອາ​ນາ​ຈັກ [ຂອງ​ພຣະ​ອົງ] ບໍ່​ເປັນ​ຂອງ​ໂລກ​ນີ້”? (ໂຢ​ຮັນ 18:36). ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ສຳ​ລັບ​ທ່ານ​ທີ່​ຈະ​ຮູ້​ສິ່ງ​ນີ້? ມີ​ສິ່ງ​ໃດ​ອີກ​ທີ່​ໂດດ​ເດັ່ນ​ຕໍ່​ທ່ານ​ກ່ຽວ​ກັບ​ພຣະ​ຄຳ​ຂອງ​ພຣະ​ເຢ​ຊູ​ຕໍ່​ປີ​ລາດ?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ລູ​ກາ 22:31–32.ເປ​ໂຕ​ຄົງ​ຮູ້​ສຶກ​ແນວ​ໃດ ເມື່ອ​ຮູ້​ວ່າ​ພຣະ​ເຢ​ຊູ​ໄດ້​ອະ​ທິ​ຖານ​ເພື່ອ​ເພິ່ນ ແລະ ສັດ​ທາ​ຂອງ​ເພິ່ນ? ເຮົາ​ສາ​ມາດ​ອະ​ທິ​ຖານ​ເພື່ອ​ໃຜ, “ເພື່ອ [ສັດ​ທາ​ຂອງ​ພວກ​ເຂົາ] ຈະ​ບໍ່​ຂາດ​ໄປ”? (ຂໍ້​ທີ 32).

ລູ​ກາ 22:39–46.ການ​ຮຽນ​ຮູ້​ກ່ຽວ​ກັບ​ການ​ຮັບ​ທຸກ​ທໍ​ລະ​ມານ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ເຄັດ​ເຊ​ມາ​ເນ ສາ​ມາດ​ເປັນ​ປະ​ສົບ​ການ​ທີ່​ສັກ​ສິດ​ສຳ​ລັບ​ຄອບ​ຄົວ​ຂອງ​ທ່ານ​ໄດ້. ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ທີ່​ພວກ​ທ່ານ​ສາ​ມາດ​ເຮັດ ເພື່ອ​ສ້າງ​ຄວາມ​ຮູ້​ສຶກ​ຄາ​ລະ​ວະ ແລະ ການ​ນະ​ມັດ​ສະ​ການ ຂະ​ນະ​ທີ່​ພວກ​ທ່ານ​ສຶກ​ສາ ລູ​ກາ 22:39–46. ພວກ​ທ່ານ​ສາ​ມາດ​ຟັງ​ເພງ ຫລື ຮ້ອງ​ເພງ​ສວດ ຫລື ເພງ​ຂອງ​ເດັກ​ນ້ອຍ​ທີ່​ພວກ​ທ່ານ​ມັກ​ນຳ​ກັນ ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ພວກ​ທ່ານ​ສາ​ມາດ​ເບິ່ງ​ຮູບ​ພາບ​ທີ່​ກ່ຽວ​ພັນ ຫລື ເບິ່ງ​ວິ​ດີ​ໂອ “The Savior Suffers in Gethsemane” (ChurchofJesusChrist.org). ຂະ​ນະ​ທີ່​ທ່ານ​ອ່ານ​ຂໍ້​ເຫລົ່າ​ນີ້, ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ແບ່ງ​ປັນ​ຂໍ້​ພຣະ​ຄຳ​ພີ​ທີ່​ມີ​ຄວາມ​ໝາຍ​ຕໍ່​ເຂົາ​ເຈົ້າ​ໂດຍ​ສະ​ເພາະ—ບາງ​ທີ ແບ່ງ​ປັນ​ຂໍ້​ພຣະ​ຄຳ​ພີ​ທີ່​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ (ເບິ່ງ ມັດ​ທາຍ 26:36–46; ມາ​ຣະ​ໂກ 14:32–42 ນຳ​ອີກ). ທ່ານ​ກໍ​ສາ​ມາດ​ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ເຂົາ​ເຈົ້າ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ເຖິງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ​ນຳ​ອີກ.

ລູ​ກາ 22:42.ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ແບ່ງ​ປັນ​ປະ​ສົບ​ການ ເມື່ອ​ເຂົາ​ເຈົ້າ​ຮຽນ​ຮູ້​ທີ່​ຈະ​ກ່າວ​ວ່າ, “ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ລູກ, ແຕ່​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະ​ສົງ​ຂອງ​ພຣະ​ບິ​ດາ​ເທີ້ນ.”

ລູ​ກາ 22:50–51; ໂຢ​ຮັນ 18:10–11.ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ເຢ​ຊູ​ຈາກ​ຂໍ້​ເຫລົ່າ​ນີ້?

ຮູບ​ພາບ
ພຣະ​ຄຣິດ​ກຳ​ລັງ​ປິ່ນ​ປົວ​ຫູ​ຂອງ​ຄົນ​ຮັບ​ໃຊ້​ຄົນ​ໜຶ່ງ

Suffer Ye Thus Far [ເຊົາ​ແມ ພໍ​ແລ້ວ], ໂດຍ ວາວ​ເຕີ ເຣນ

ໂຢ​ຮັນ 18:37–38.ເຮົາ​ຈະ​ຕອບ​ຄຳ​ຖາມ​ຂອງ​ປີ​ລາດ​ແນວ​ໃດ ທີ່​ວ່າ “ຄວາມ​ຈິງ​ນັ້ນ​ແມ່ນ​ຫຍັງ?” (ຂໍ້​ທີ 38). ສຳ​ລັບ​ແນວ​ຄິດ​ບາງ​ຢ່າງ, ເບິ່ງ ໂຢ​ຮັນ 8:32; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:45; 93:23–28; ແລະ “ບອກ​ມາ ສັດ​ຈະ​ຄື​ຫຍັງ?,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 34.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ແນະ​ນຳ: “ຂ້າ​ເຝົ້າ​ພິ​ສະ​ຫວົງ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 24.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ສຶກ​ສາ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ຂອງ​ຍຸກ​ສຸດ​ທ້າຍ. ອ່ານ​ສິ່ງ​ທີ່​ສາດ​ສະດາ ແລະ ອັກ​ຄະ​ສາ​ວົກ​ຂອງ​ຍຸກ​ສຸດ​ທ້າຍ ໄດ້​ສິດ​ສອນ​ກ່ຽວ​ກັບ​ຄວາມ​ຈິງ​ທີ່​ພົບ​ເຫັນ​ຢູ່​ໃນ​ພຣະ​ຄຳ​ພີ. ຍົກ​ຕົວ​ຢ່າງ, ໃນ​ວາ​ລະ​ສານ Liahona, ສະ​ບັບ​ລ່າ​ສຸດ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ, ທ່ານ​ສາ​ມາດ​ຊອກ​ຫາ​ຄຳ​ວ່າ “Atonement” ຢູ່​ໃນ​ດັດ​ຊະ​ນີ​ຫົວ​ຂໍ້ (ເບິ່ງ Teaching in the Savior’s Way21).

ຮູບ​ພາບ
ພຣະ​ຄຣິດ​ໃນ​ສວນ​ເຄັດ​ເຊ​ມາ​ເນ

Not My Will, But Thine [ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ລູກ, ແຕ່​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະ​ສົງ​ຂອງ​ພຣະ​ບິ​ດາ​ເທີ້ນ], ໂດຍ ວາວ​ເຕີ ເຣນ

ພິມ