ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 26 ເດືອນ​ມິ​ຖຸ​ນາ–ວັນ​ທີ 2 ເດືອນ​ກໍ​ລະ​ກົດ. ມັດ​ທາຍ 28; ມາ​ຣະ​ໂກ 16; ລູ​ກາ 24; ໂຢ​ຮັນ 20–21: “ພຣະ​ອົງ​ຊົງ​ຟື້ນ”


“ວັນ​ທີ 26 ເດືອນ​ມິ​ຖຸ​ນາ–ວັນ​ທີ 2 ເດືອນ​ກໍ​ລະ​ກົດ. ມັດ​ທາຍ 28; ມາ​ຣະ​ໂກ 16; ລູ​ກາ 24; ໂຢ​ຮັນ 20–21: ‘ພຣະ​ອົງ​ຊົງ​ຟື້ນ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 26 ເດືອນ​ມິ​ຖຸ​ນາ–ວັນ​ທີ 2 ເດືອນ​ກໍ​ລະ​ກົດ. ມັດ​ທາຍ 28; ມາ​ຣະ​ໂກ 16; ລູ​ກາ 24; ໂຢ​ຮັນ 20–21,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ເວົ້າ​ກັບ​ເປ​ໂຕ​ຢູ່​ແຄມ​ທະ​ເລ

Feed My Sheep [ຈົ່ງ​ລ້ຽງ​ແກະ​ຂອງ​ເຮົາ​ເດີ], ໂດຍ ຄະ​ມຽວ ຄໍ​ຣີ

ວັນ​ທີ 26 ເດືອນ​ມິ​ຖຸ​ນາ–ວັນ​ທີ 2 ເດືອນ​ກໍ​ລະ​ກົດ

ມັດ​ທາຍ 28; ມາ​ຣະ​ໂກ 16; ລູ​ກາ 24; ໂຢ​ຮັນ 20–21

“ພຣະອົງຊົງຟື້ນ”

ໃຫ້​ອ່ານ ມັດ​ທາຍ 28; ມາ​ຣະ​ໂກ 16; ລູ​ກາ 24; ແລະ ໂຢ​ຮັນ 20–21, ດ້ວຍ​ການ​ອະ​ທິ​ຖານ, ໂດຍ​ການ​ສະ​ທ້ອນ​ຄິດ​ກ່ຽວ​ກັບ​ຄວາມ​ຊື່ນ​ຊົມ​ທີ່​ທ່ານ​ມີ ຍ້ອນ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຄຣິດ. ໃຜ​ຈະ​ໄດ້​ຮັບ​ພອນ​ໂດຍ​ການ​ໄດ້​ຍິນ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ເຖິງ​ເຫດ​ການ​ນີ້?

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຕໍ່​ຜູ້​ສັງ​ເກດ​ການ​ຫລາຍ​ຄົນ, ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ​ແຫ່ງ​ນາ​ຊາ​ເຣັດ ອາດ​ເບິ່ງ​ຄື​ວ່າ​ເປັນ​ສິ່ງ​ກົງ​ກັນ​ຂ້າມ​ກັບ​ພຣະ​ຊົນ​ຊີບ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ. ບໍ່​ແມ່ນ​ຊາຍ​ຄົນ​ນີ້​ບໍ​ທີ່​ໄດ້​ນຳ​ລາ​ຊາ​ໂຣ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ? ບໍ່​ແມ່ນ​ເພິ່ນ​ຜູ້ນີ້​ບໍ ທີ່​ໄດ້​ປະ​ເຊີນ​ໜ້າ​ກັບ​ການ​ຂົ່ມ​ຂູ່​ຂອງ​ພວກ​ຟາ​ຣີ​ຊາຍ​ເທື່ອ​ແລ້ວ​ເທື່ອ​ອີກ? ພຣະ​ອົງ​ໄດ້​ສະ​ແດງ​ລິດ​ອຳ​ນາດ ໂດຍ​ການ​ປິ່ນ​ປົວ​ຄົນ​ຕາ​ບອດ, ຄົນ​ຂີ້​ທູດ, ແລະ ຄົນ​ເປ້ຍ​ລ່ອຍ. ລົມ ແລະ ນ້ຳ​ທະ​ເລ​ໄດ້​ເຊື່ອ​ຟັງ​ພຣະ​ອົງ. ແຕ່ມາ​ບັດ​ນີ້ ພຣະ​ອົງ, ຊຶ່ງ​ຂະ​ນະ​ຖືກ​ຄຶງ​ຢູ່​ເທິງ​ໄມ້​ກາງ​ແຂນ, ໄດ້​ປະ​ກາດ​ວ່າ, “ສຳ​ເລັດ​ແລ້ວ” (ໂຢ​ຮັນ 19:30). ອາດ​ມີ​ຄວາມ​ແປກ​ໃຈ​ຈາກ​ໃຈ​ຈິງ​ໃນ​ຄຳ​ເວົ້າ​ເຍາະ​ເຍີ້ຍ​ທີ່​ວ່າ “ລາວ​ຊ່ວຍ​ຄົນ​ອື່ນ​ໄດ້; ແຕ່​ລາວ​ຊ່ວຍ​ຕົນ​ເອງ​ບໍ່​ໄດ້” (ມັດ​ທາຍ 27:42). ແຕ່​ເຮົາ​ຮູ້​ວ່າ ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ ບໍ່​ໄດ້​ເປັນ​ທີ່​ສຸດ​ຂອງ​ເລື່ອງ​ນີ້. ເຮົາ​ຮູ້​ວ່າ​ຄວາມ​ມິດ​ງຽບ​ຂອງ​ຫລຸມ​ສົບ ແມ່ນ​ເປັນ​ພຽງ​ຊົ່ວ​ຄາວ​ເທົ່າ​ນັ້ນ ແລະ ວ່າ​ວຽກ​ງານ​ຊ່ວຍ​ໃຫ້​ລອດ​ຂອງ​ພຣະ​ຄຣິດ​ຫາ​ກໍ​ເລີ່ມ​ຕົ້ນ. ທຸກວັນ​ນີ້​ພຣະ​ອົງ​ບໍ່​ໄດ້ “ເປັນ​ຢູ່​ໃນ​ໝູ່​ຄົນ​ຕາຍ” ແຕ່​ຢູ່​ໃນ​ໝູ່​ຄົນ​ເປັນ (ລູ​ກາ 24:5). ຄຳ​ສອນ​ຂອງ​ພຣະ​ອົງ​ບໍ່​ໄດ້​ມິດ​ງຽບ​ຢູ່, ເພາະ​ສາ​ນຸ​ສິດ​ທີ່​ຈົງ​ຮັກ​ພັກ​ດີ​ຂອງ​ພຣະ​ອົງ​ໄດ້​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ໃນ “ທຸກ​ຊາດ,” ໄວ້​ວາງ​ໃຈ​ໃນ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ ວ່າ​ພຣະ​ອົງ​ຈະ “ຢູ່​ກັບ [ພວກ​ເຂົາ] ທຸກໆ​ວັນ, ຈົນ​ສິ້ນ​ໂລກ” (ມັດ​ທາຍ 28:19–20).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ມັດ​ທາຍ 28; ມາ​ຣະ​ໂກ 16; ລູ​ກາ 24; ໂຢ​ຮັນ 20

ພຣະ​ເຢ​ຊູ​ຄຣິດ​ໄດ້​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ.

ຢູ່​ໃນ​ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້, ທ່ານ​ຈະ​ອ່ານ​ກ່ຽວ​ກັບ​ໜຶ່ງ​ໃນ​ເຫດ​ການ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ​ມະ​ນຸດ​ຊາດ: ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຂະ​ນະ​ທີ່​ທ່ານ​ອ່ານ, ໃຫ້​ປຽບ​ທຽບ​ຕົວ​ທ່ານ​ເອງ​ໃສ່​ກັບ​ຜູ້​ຄົນ​ທີ່​ເປັນ​ພະ​ຍານ​ເຖິງ​ເຫດ​ການ​ທີ່​ເກີດ​ຂຶ້ນ​ລະ​ຫວ່າງ​ການ​ຟື້ນ​ຄືນ​ພຣະ​ຊົນ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ປະ​ສົບ​ການ​ຂອງ​ພວກ​ເຂົາ?

ທ່ານ ຮູ້​ສຶກ​ແນວ​ໃດ​ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ? ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ມັນ​ມີ​ຜົນ​ກະ​ທົບ​ຕໍ່​ທ່ານ—ຕໍ່​ທັດ​ສະ​ນະ​ຊີ​ວິດ​ຂອງ​ທ່ານ, ຕໍ່​​ຄວາມ​ສຳ​ພັນ​ຂອງ​ທ່ານ, ຕໍ່​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ຄຣິດ, ແລະ ຕໍ່​ສັດ​ທາ​ຂອງ​ທ່ານ​ໃນ​ຄວາມ​ຈິງ​ອື່ນໆ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ແນວ​ໃດ.

ເບິ່ງ Bible Dictionary, “Resurrection”; Gospel Topics, “Resurrection,” topics.ChurchofJesusChrist.org ນຳ​ອີກ.

ລູ​ກາ 24:13–35

ເຮົາ​ສາ​ມາດ​ເຊື້ອ​ເຊີນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃຫ້ “ຕັ້ງ​ຢູ່​ນຳ [ເຮົາ].”

ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ສາ​ນຸ​ສິດ​ສອງ​ຄົນ ຜູ້​ໄດ້​ພົບ​ເຫັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ, ໃຫ້​ຊອກ​ຫາ​ສິ່ງ​ທີ່​ຄ້າຍ​ຄື​ກັນ​ກັບ​ປະ​ສົບ​ການ​ຂອງ​ທ່ານ ໃນ​ຖາ​ນະ​ຜູ້​ຕິດ​ຕາມ​ຂອງ​ພຣະ​ຄຣິດ. ທ່ານ​ຈະ​ສາ​ມາດ​ຍ່າງ​ໄປ​ກັບ​ພຣະ​ອົງ​ໃນ​ທຸກ​ວັນ​ນີ້ ແລະ ເຊື້ອ​ເຊີນ​ພຣະ​ອົງ​ໃຫ້ “ຢູ່​ກັບ” ທ່ານ​ຕື່ມ​ອີກ​ຈັກ​ໜ່ອຍ​ໄດ້​ແນວ​ໃດ? (ລູ​ກາ 24:29). ທ່ານ​ຈະ​ຮູ້​ຈັກ​ການ​ປະ​ທັບ​ຢູ່​ຂອງ​ພຣະ​ອົງ​ໃນ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ? ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ເປັນ​ພະ​ຍານ​ເຖິງ​ຄວາມ​ເປັນ​ພຣະ​ເຈົ້າ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຕໍ່​ທ່ານ​ໃນ​ທາງ​ໃດ​ແດ່?

ເບິ່ງ “ເຮົາ​ຮູ້​ພຣະ​ຜູ້​ໄຖ່​ຊົງ​ພຣະ​ຊົນ,” “ພຣະ​ຄຣິດ​ເຈົ້າ​ຄືນ​ຊີບ​ວັນ​ນີ້,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 42, 58.

ລູ​ກາ 24:36–43; ໂຢ​ຮັນ 20

ການ​ຟື້ນ​ຄືນ​ຊີ​ວິດ​ແມ່ນ​ການ​ເຂົ້າ​ຫາ​ກັນ​ຢ່າງ​ຖາ​ວອນ​ຂອງ​ວິນ​ຍານ ແລະ ຮ່າງ​ກາຍ.

ເລື່ອງ​ລາວ​ກ່ຽວ​ກັບ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ​ຄຣິດ ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ວ່າ ການ​ຟື້ນ​ຄືນ​ຊີ​ວິດ​ໝາຍ​ຄວາມ​ວ່າ​ແນວ​ໃດ. ຍົກ​ຕົວ​ຢ່າງ, ທ່ານ​ພົບ​ເຫັນ​ຄວາມ​ຈິງ​ຢ່າງ​ໃດ​ແດ່​ໃນ ລູ​ກາ 24:36–43 ແລະ ໂຢ​ຮັນ 20 ກ່ຽວ​ກັບ​ຮ່າງ​ກາຍ​ທີ່​ຟື້ນ​ຄືນ​ຊີ​ວິດ​ແລ້ວ? ທ່ານ​ກໍ​ສາ​ມາດ​ຄົ້ນ​ຄວ້າ​ຂໍ້​ພຣະ​ຄຳ​ພີ​ຂໍ້​ອື່ນໆ​ນຳ​ອີກ ກ່ຽວ​ກັບ​ການ​ຟື້ນ​ຄືນ​ຊີ​ວິດ, ດັ່ງ​ເຊັ່ນ 1 ໂກ​ຣິນ​ໂທ 15:35–44; ຟີ​ລິບ​ປອຍ 3:20–21; 3 ​ນີ​ໄຟ 11:13–15; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:27–31; 110:2–3; 130:1, 22.

ໂຢ​ຮັນ 20:19–29

“ຜູ້​ທີ່ບໍ່​ໄດ້​ເຫັນ​ເຮົາ ແຕ່​ໄດ້​ເຊື່ອ​ກໍ​ເປັນ​ສຸກ.”

ບາງ​ຄົນ​ຈະ​ຮູ້​ສຶກ​ຄື​ກັນ​ກັບ​ໂທ​ມາ, ຜູ້​ໄດ້​ເວົ້າ​ວ່າ, “ຂ້ອຍ​ຈະ​ບໍ່​ເຊື່ອ ຖ້າ​ຂ້ອຍ​ບໍ່​ເຫັນ” (ໂຢ​ຮັນ 20:25). ໃນ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ທ່ານ, ເປັນ​ຫຍັງ​ການ​ເຊື່ອ​ໂດຍ​ທີ່​ບໍ່​ເຫັນ​ກ່ອນ ສາ​ມາດ​ເປັນ​ພອນ​ໄດ້​ແນວ​ໃດ? (ເບິ່ງ ໂຢ​ຮັນ 20:29). ໃຫ້​ໄຕ່​ຕອງ​ວິ​ທີ​ທີ່​ທ່ານ​ໄດ້​ຮັບ​ພອນ​ສຳ​ລັບ​ການ​ເຊື່ອ​ໃນ​ສິ່ງ​ທີ່​ທ່ານ​ບໍ່​ສາ​ມາດ​ຫລຽວ​ເຫັນ. ແມ່ນ​ຫຍັງ​ທີ່​ຊ່ວຍ​ທ່ານ​ໃຫ້​ມີ​ສັດ​ທາ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເຖິງ​ແມ່ນ​ວ່າ​ທ່ານບໍ່​ສາ​ມາດ​ຫລຽວ​ເຫັນ​ພຣະ​ອົງ​ກໍ​ຕາມ? ທ່ານ​ຈະ​ສາ​ມາດ​ສືບ​ຕໍ່​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ທ່ານ​ໃນ “ສິ່ງ​ທີ່​ຍັງ​ບໍ່​ທັນ​ເຫັນ, ຊຶ່ງ​ເປັນ​ຄວາມ​ຈິງ” ໄດ້​ແນວ​ໃດ? (ເບິ່ງ ແອວ​ມາ 32:16–21; ອີ​ເທີ 12:6). ໃຫ້​ຄິດ​ທີ່​ຈະ​ບັນ​ທຶກ​ສິ່ງ​ທີ່​ຊ່ວຍ​ທ່ານ​ໃຫ້​ເຊື່ອ​ໃນ​ພຣະ​ເຢ​ຊູ​ຄຣິດ​ໄວ້​ໃນ​ປຶ້ມ​ບັນ​ທຶກ​ສ່ວນ​ຕົວ, ຫລື ແບ່ງ​ປັນ​ມັນ​ກັບ​ບາງ​ຄົນ​ທີ່​ທ່ານ​ຮູ້​ຈັກ.

ໂຢ​ຮັນ 21:1–17

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເຊື້ອ​ເຊີນ​ເຮົາ​ໃຫ້​ລ້ຽງ​ແກະ​ຂອງ​ພຣະ​ອົງ.

ມັນ​ອາດ​ເປັນ​ສິ່ງ​ທີ່​ໜ້າ​ສົນ​ໃຈ​ທີ່​ຈະ​ປຽບ​ທຽບ​ການ​ປະ​ຕິ​ສຳ​ພັນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກັບ​ພວກ​ສາ​ວົກ​ຂອງ​ພຣະ​ອົງ​ໃນ ໂຢ​ຮັນ 21 ໃສ່​ກັບ​ເທື່ອ​ທຳ​ອິດ​ທີ່​ພຣະ​ອົງ​ໄດ້​ບັນ​ຊາ​ພວກ​ເພິ່ນ​ໃຫ້​ໂຍນ​ແຫ​ຂອງ​ພວກ​ເພິ່ນ​ລົງ, ຊຶ່ງ​ບັນ​ທຶກ​ຢູ່​ໃນ ລູ​ກາ 5:1–11. ທ່ານ​ພົບ​ເຫັນ​ຄວາມ​ຄ້າຍ​ຄື​ກັນ ແລະ ຄວາມ​ແຕກ​ຕ່າງ​ກັນ​ແນວ​ໃດ​ແດ່? ທ່ານ​ພົບ​ເຫັນ​ຄວາມ​ຮູ້​ຢ່າງ​ໃດ​ແດ່​ກ່ຽວ​ກັບ​ການ​ເປັນ​ສາ​ນຸ​ສິດ?

ໃຫ້​ພິ​ຈາ​ລະ​ນາ​ວ່າ​ພຣະ​ຄຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຕໍ່​ເປ​ໂຕ​ໃນ ໂຢ​ຮັນ 21:15–17 ອາດ​ກ່ຽວ​ພັນ​ກັບ​ທ່ານ​ແນວ​ໃດ. ມີ​ສິ່ງ​ໃດ​ບໍ​ທີ່​ຢັບ​ຢັ້ງ​ທ່ານ​ຈາກ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ແກະ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ? ທ່ານ​ຈະ​ຕອບ​ວ່າ​ແນວ​ໃດ ຖ້າ​ຫາກ​ພຣະ​ຜູ້​ເປັນ​ເຈົ້າ​ຖາມ​ທ່ານ​ວ່າ, “ເຈົ້າ​ຮັກ​ເຮົາ​ບໍ?” ໃຫ້​ໄຕ່​ຕອງ​ວິ​ທີ​ທີ່​ທ່ານ​ສາ​ມາດ​ສະ​ແດງ​ຄວາມ​ຮັກ​ຂອງ​ທ່ານ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ.

ເບິ່ງ 1 ເປ​ໂຕ 5:2–4, 8; Jeffrey R. Holland, “The First Great Commandment,” Liahona, Nov. 2012, 83–85 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ລູ​ກາ 24:5–6.ປະ​ທານ​ທອມ​ມັສ ແອັສ ມອນ​ສັນ ໄດ້​ກ່າວ​ເຖິງ ລູ​ກາ 24:5–6 ວ່າ, “ບໍ່​ມີ​ຄຳ​ໃດ​ໃນ​ພຣະ​ຄຳ​ພີ​ຂອງ​ຊາວ​ຄຣິດ​ທີ່​ມີ​ຄວາມ​ໝາຍ​ຫລາຍ​ໄປ​ກວ່າ​ນີ້​ຕໍ່​ຂ້າ​ພະ​ເຈົ້າ” (“He Is Risen!,” Liahona, May 2010, 89). ຖ້ອຍ​ຄຳ​ເຫລົ່າ​ນີ້​ມີ​ຄວາມ​ໝາຍ​ແນວ​ໃດ​ຕໍ່​ທ່ານ ແລະ ຕໍ່​ຄອບ​ຄົວ​ຂອງ​ທ່ານ?

ມັດ​ທາຍ 28; ມາ​ຣະ​ໂກ 16; ລູ​ກາ 24; ໂຢ​ຮັນ 20–21.ຂະ​ນະ​ທີ່​ຄອບ​ຄົວ​ຂອງ​ທ່ານ​ອ່ານ​ບົດ​ເຫລົ່າ​ນີ້, ໃຫ້​ສັງ​ເກດ​ເບິ່ງ​ຜູ້​ຄົນ​ທີ່​ໄດ້​ປະ​ຕິ​ສຳ​ພັນ​ກັບ​ພຣະ​ເຢ​ຊູ​ໃນ​ແຕ່​ລະ​ເລື່ອງ. ຍົກ​ຕົວ​ຢ່າງ, ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ກ່ຽວ​ກັບ​ຜູ້​ຄົນ​ທີ່​ໄດ້​ໄປ​ຢ້ຽມ​ຢາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢູ່​ທີ່​ອຸບ​ມຸງ? ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຖ້ອຍ​ຄຳ ຫລື ການ​ກະ​ທຳ​ຂອງ​ອັກ​ຄະ​ສາ​ວົກ ຫລື ຈາກ​ສາ​ນຸ​ສິດ​ຢູ່​ໃນ​ເສັ້ນ​ທາງ​ໄປ​ເມືອງ​ເອ​ມາ​ອູດ?

ໃຫ້​ຄິດ​ທີ່​ຈະ​ຮ້ອງ​ເພງ “ພຣະ​ອົງ​ຊົງ​ຟື້ນ!” ນຳ​ກັນ (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 60). ໃຫ້​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ບາງ​ຄົນ​ທີ່​ຄອບ​ຄົວ​ຂອງ​ທ່ານ​ຮູ້​ຈັກ ຜູ້​ໄດ້​ເສຍ​ຊີ​ວິດ​ແລ້ວ, ແລະ ສົນ​ທະ​ນາ​ເຖິງ​ວິ​ທີ​ທີ່​ຄວາມ​ຈິງ​ຢູ່​ໃນ​ເພງ​ນີ້​ນຳ​ການ​ປອບ​ໂຍນ​ມາ​ໃຫ້​ແນວ​ໃດ.

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ຍ່າງ​ໄປ​ກັບ​ຜູ້​ຊາຍ​ສອງ​ຄົນ​ຢູ່​ໃນ​ຫົນ​ທາງ

Road to Emmaus [ທາງ​ໄປ​ເມືອງ​ເອ​ມາ​ອູດ], ໂດຍ ເວັນ​ດີ ແຄວ​ເລີ

ມັດ​ທາຍ 28:16–20; ມາ​ຣະ​ໂກ 16:14–20; ລູ​ກາ 24:44–53.ໃນ​ຂໍ້​ເຫລົ່າ​ນີ້, ພຣະ​ເຢ​ຊູ​ໄດ້​ຂໍ​ໃຫ້​ພວກ​ສາ​ວົກ​ຂອງ​ພຣະ​ອົງ​ເຮັດ​ຫຍັງ? ເຮົາ​ຈະ​ຊ່ວຍ​ບັນ​ລຸ​ວຽກ​ງານ​ນີ້​ແນວ​ໃດ? ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ແບ່ງ​ປັນ​ປະ​ສົບ​ການ ຕອນ​ທີ່​ເຂົາ​ເຈົ້າ​ຮູ້​ສຶກ​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮ່ວມ​ງານ​ກັບ [ເຂົາ​ເຈົ້າ]” ເພື່ອ​ການ​ບັນ​ລຸ​ຈຸດ​ປະ​ສົງ​ຂອງ​ພຣະ​ອົງ (ມາ​ຣະ​ໂກ 16:20).

ໂຢ​ຮັນ 21:15–17.ໃຫ້​ຄິດ​ທີ່​ຈະ​ອ່ານ​ຂໍ້​ເຫລົ່າ​ນີ້​ຂະ​ນະ​ທີ່​ກິນ​ເຂົ້າ​ນຳ​ກັນ. ສິ່ງນີ້​ອາດ​ຕື່ມ​ບາງ​ສິ່ງ​ທີ່​ມີ​ຄວາມ​ໝາຍ​ຕໍ່​ພຣະ​ຄຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ວ່າ “ຈົ່ງ​ລ້ຽງ​ແກະ​ຂອງ​ເຮົາ​ເດີ.” ອີງ​ຕາມ​ສິ່ງ​ທີ່​ພຣະ​ເຢ​ຊູ​ໄດ້​ສິດ​ສອນ​ກ່ຽວ​ກັບ​ແກະ​ຢູ່​ໃນ​ພຣະ​ຄຳ​ພີ​ໃໝ່ (ໃຫ້​ເບິ່ງ, ສຳ​ລັບ​ຕົວ​ຢ່າງ, ມັດ​ທາຍ 9:35–36; 10:5–6; 25:31–46; ລູ​ກາ 15:4–7; ໂຢ​ຮັນ 10:1–16), ວ່າ​ເປັນ​ຫຍັງ​ການ​ລ້ຽງ​ແກະ​ຈຶ່ງ​ເປັນ​ວິ​ທີ​ທີ່​ດີ ໃນ​ການ​ບັນ​ຍາຍ​ການ​ຮັບ​ໃຊ້​ລູກໆ​ຂອງ​ພຣະ​ເຈົ້າ? ການ​ປຽບ​ທຽບ​ນີ້​ສິດ​ສອນ​ຫຍັງ​ແດ່​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຮູ້​ສຶກ​ກ່ຽວ​ກັບ​ເຮົາ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ແນະ​ນຳ: “ພຣະ​ອົງ​ຊົງ​ຟື້ນ!,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 60.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ໃຊ້​ເພງ​ເພື່ອ​ເຊື້ອ​ເຊີນ​ພຣະ​ວິນ​ຍານ ແລະ ຮຽນ​ຮູ້​ຄຳ​ສອນ. ການ​ຟັງ ຫລື ການ​ຮ້ອງ​ເພງ​ສວດ ດັ່ງ​ເຊັ່ນ “ພຣະ​ອົງ​ຊົງ​ຟື້ນ!” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 60) ສາ​ມາດ​ເຊື້ອ​ເຊີນ​ພຣະ​ວິນ​ຍານ ແລະ ຊ່ວຍ​ທ່ານ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້.

ຮູບ​ພາບ
ຜູ້​ຍິງ​ເຫັນ​ພຣະ​ຄຣິດ​ທີ່​ຟື້ນ​ຄືນ​ພຣະ​ຊົນ​ຢູ່​ໃກ້​ອຸບ​ມຸງ

The Resurrected Christ [ພຣະ​ຄຣິດ​ທີ່​ຟື້ນ​ຄືນ​ພຣະ​ຊົນ], ໂດຍ ວາວ​ເຕີ ເຣນ

ພິມ