“ວັນທີ 24–30 ເດືອນກໍລະກົດ. ກິດຈະການ 16–21: ‘[ພຣະຜູ້ເປັນເຈົ້າ] ໄດ້ເອີ້ນພວກເຮົາ ໃຫ້ໄປ [ສັ່ງສອນພຣະກິດຕິຄຸນ],’” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: ພຣະຄຳພີໃໝ່ 2023 (2022)
“ວັນທີ 24–30 ເດືອນກໍລະກົດ. ກິດຈະການ 16–21,” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: 2023
ວັນທີ 24–30 ເດືອນກໍລະກົດ
ກິດຈະການ 16–21
“[ພຣະຜູ້ເປັນເຈົ້າ] ໄດ້ເອີ້ນພວກເຮົາ ໃຫ້ໄປ [ສັ່ງສອນພຣະກິດຕິຄຸນ]”
ຂະນະທີ່ທ່ານອ່ານກ່ຽວກັບຄວາມພະຍາຍາມຂອງໂປໂລ ໃນການສັ່ງສອນພຣະກິດຕິຄຸນ, ພຣະວິນຍານອາດກະຕຸ້ນທ່ານດ້ວຍຄວາມຄິດ ຫລື ຄວາມຮູ້ສຶກ. ໃຫ້ຂຽນສິ່ງທີ່ໄດ້ຮັບການກະຕຸ້ນລົງໄວ້, ແລະ ວາງແຜນທີ່ຈະປະຕິບັດຕາມການກະຕຸ້ນນັ້ນ.
ບັນທຶກຄວາມປະທັບໃຈຂອງທ່ານ
ໃນບັນດາພຣະຄຳສຸດທ້າຍຂອງພຣະຜູ້ເປັນເຈົ້າຕໍ່ອັກຄະສາວົກຂອງພຣະອົງ ແມ່ນຂໍ້ຄຳສັ່ງທີ່ວ່າ “ພວກເຈົ້າຈົ່ງໄປ, ຈົ່ງເຮັດໃຫ້ຄົນທຸກຊາດເປັນລູກສິດ ໃຫ້ເຂົາຮັບບັບຕິສະມາໃນພຣະນາມ [ຂອງພຣະບິດາ, ແລະ ຂອງພຣະບຸດ, ແລະ ຂອງພຣະວິນຍານບໍລິສຸດ: ສິດສອນ] ພວກເຂົາໃຫ້ຖືຮັກສາທຸກໆສິ່ງທີ່ເຮົາໄດ້ສັ່ງພວກເຈົ້າ” (ມັດທາຍ 28:19–20). ເຖິງແມ່ນອັກຄະສາວົກບໍ່ໄດ້ໄປເຖິງ ທຸກ ປະຊາຊາດ, ແຕ່ ກິດຈະການ 16–21 ສະແດງໃຫ້ເຫັນວ່າໂປໂລ ແລະ ຄູ່ສອນຂອງເພິ່ນໄດ້ກ້າວໜ້າຢ່າງໜ້າອັດສະຈັນໃຈ ໃນການສະຖາປະນາສາດສະໜາຈັກ. ພວກເພິ່ນໄດ້ສິດສອນ, ໃຫ້ບັບຕິສະມາ, ແລະ ມອບຂອງປະທານແຫ່ງພຣະວິນຍານບໍລິສຸດ. ພວກເພິ່ນໄດ້ທຳການມະຫັດສະຈັນ, ແມ່ນແຕ່ໄດ້ນຳຊາຍຄົນໜຶ່ງເປັນຄືນມາຈາກຕາຍ, ແລະ ໄດ້ບອກລ່ວງໜ້າເຖິງການປະຖິ້ມຄວາມເຊື່ອອັນຍິ່ງໃຫຍ່ (ກິດຈະການ 20:7–12, 28–31). ແລະ ວຽກງານທີ່ພວກເພິ່ນເລີ່ມຕົ້ນ ໄດ້ສືບຕໍ່ດ້ວຍອັກຄະສາວົກທີ່ມີຊີວິດຢູ່ໃນປະຈຸບັນ, ພ້ອມທັງສານຸສິດທີ່ອຸທິດຕົນເຊັ່ນກັບທ່ານ, ຜູ້ກຳລັງຊ່ວຍບັນລຸການມອບໝາຍຂອງພຣະຜູ້ຊ່ວຍໃຫ້ລອດ ໃນທາງທີ່ໂປໂລບໍ່ຄາດຄິດ. ບາງທີທ່ານຮູ້ຈັກບາງຄົນທີ່ບໍ່ຮູ້ຈັກພຣະບິດາເທິງສະຫວັນຂອງພວກເຂົາ ຫລື ພຣະກິດຕິຄຸນຂອງພຣະອົງ. ບາງທີທ່ານເຄີຍຮູ້ສຶກວ່າ “ຂຸ່ນເຄືອງໃຈ” ທີ່ຈະແບ່ງປັນສິ່ງທີ່ທ່ານຮູ້ຈັກກ່ຽວກັບພຣະອົງກັບພວກເຂົາ (ກິດຈະການ 17:16). ຖ້າຫາກທ່ານເຮັດຕາມຕົວຢ່າງທີ່ຖ່ອມຕົວ ແລະ ກ້າຫານໃນການແບ່ງປັນພຣະກິດຕິຄຸນຂອງໂປໂລ, ທ່ານອາດພົບເຫັນບາງຄົນທີ່ “ພຣະຜູ້ເປັນເຈົ້າໄດ້ຊົງເປີດຈິດໃຈ” (ກິດຈະການ 16:14).
ແນວຄິດສຳລັບການສຶກສາພຣະຄຳພີເປັນສ່ວນຕົວ
ພຣະວິນຍານຈະນຳພາເຮົາໃນຄວາມພະຍາຍາມຂອງເຮົາທີ່ຈະແບ່ງປັນພຣະກິດຕິຄຸນ.
ສາດສະດາໂຈເຊັບ ສະມິດ ໄດ້ປະກາດວ່າ, “ບໍ່ມີຄົນໃດສາມາດສັ່ງສອນພຣະກິດຕິຄຸນປາດສະຈາກພຣະວິນຍານບໍລິສຸດ” (Teachings of Presidents of the Church: Joseph Smith [2007], 332). ຂະນະທີ່ທ່ານອ່ານ ກິດຈະການ 16–21, ໃຫ້ພິຈາລະນາວ່າ ເປັນຫຍັງຖ້ອຍຄຳຂອງສາດສະດາຈຶ່ງເປັນຄວາມຈິງແນວໃດ. ໃຫ້ສັງເກດເບິ່ງຕອນທີ່ພຣະວິນຍານໄດ້ຊ່ວຍເຫລືອໂປໂລ ແລະ ຄູ່ສອນຂອງເພິ່ນ. ພອນຢ່າງໃດແດ່ໄດ້ມີມາ ຂະນະທີ່ພວກເພິ່ນເຮັດຕາມພຣະວິນຍານ? ທ່ານເຄີຍຮູ້ສຶກວ່າພຣະວິນຍານໄດ້ກະຕຸ້ນທ່ານ ໃນຄວາມພະຍາຍາມຂອງທ່ານທີ່ຈະແບ່ງປັນພຣະກິດຕິຄຸນເມື່ອໃດ?
ເຮົາສາມາດປະກາດພຣະກິດຕິຄຸນໃນທຸກສະຖານະການ.
ໂດຍທີ່ຖືກໂຍນເຂົ້າຄຸກເພາະການສັ່ງສອນພຣະກິດຕິຄຸນ ອາດເບິ່ງຄືວ່າ ເປັນເຫດຜົນທີ່ເຂົ້າໃຈໄດ້ ເພື່ອຢຸດການສັ່ງສອນ. ແຕ່ຕໍ່ໂປໂລ ແລະ ຊີລາແລ້ວ, ມັນກາຍເປັນໂອກາດທີ່ຈະປ່ຽນໃຈເຈົ້າໜ້າທີ່ຄຸກ (ເບິ່ງ ກິດຈະການ 16:16–34). ຕະຫລອດທົ່ວ ກິດຈະການ 16–21, ໃຫ້ຊອກຫາຕົວຢ່າງອື່ນໆຂອງຄວາມເຕັມໃຈຂອງໂປໂລ ທີ່ຈະແບ່ງປັນການເປັນພະຍານຂອງເພິ່ນກັບທຸກຄົນ. ເປັນຫຍັງທ່ານຈຶ່ງຄິດວ່າ ເພິ່ນມີຄວາມກ້າຫານຫລາຍທີ່ສຸດ ແລະ ບໍ່ຢ້ານກົວຈັກໜ່ອຍ? ທ່ານຮຽນຮູ້ຫຍັງແດ່ຈາກຕົວຢ່າງຂອງໂປໂລ?
ມີຂ່າວສານຫລາຍຢ່າງຕື່ມອີກ ກ່ຽວກັບການແບ່ງປັນພຣະກິດຕິຄຸນໃນ ກິດຈະການ 16–21. ຂະນະທີ່ທ່ານສຶກສາບົດເຫລົ່ານີ້, ໃຫ້ຊອກຫາບາງສິ່ງທີ່ກ່ຽວຂ້ອງກັບທ່ານໂດຍສະເພາະ.
ເບິ່ງ Dieter F. Uchtdorf, “Missionary Work: Sharing What Is in Your Heart,” Liahona, May 2019, 15–18 ນຳອີກ.
“ພວກເຮົາເປັນເຊື້ອສາຍຂອງພຣະເຈົ້າ.”
ໃນນະຄອນອາແຖນ, ໂປໂລໄດ້ພົບເຫັນຜູ້ຄົນທີ່ມີຄວາມຄິດຄວາມເຫັນ ແລະ ມຸມມອງທາງສາດສະໜາທີ່ຫລາກຫລາຍ. ພວກເຂົາມັກສະແຫວງຫາທີ່ຈະ “ຮູ້ຄຳສັ່ງສອນໃໝ່,” ແລະ ສິ່ງທີ່ໂປໂລມີໃຫ້ ກໍເປັນສິ່ງໃໝ່ຕໍ່ພວກເຂົາ (ເບິ່ງ ກິດຈະການ 17:19–21). ພວກເຂົານະມັດສະການພະຕ່າງໆ, ລວມທັງພະໜຶ່ງທີ່ພວກເຂົາເອີ້ນວ່າ “ພຣະເຈົ້າທີ່ເຮົາບໍ່ຮູ້ຈັກ” (ກິດຈະການ 17:23), ແຕ່ພວກເຂົາເຊື່ອວ່າ ພະຄືອຳນາດ ຫລື ລິດເດດ, ບໍ່ມີຊີວິດ, ເປັນຕົນເປັນຕົວ, ແລະ ແນ່ນອນ ບໍ່ແມ່ນພຣະບິດາຂອງເຮົາ. ໃຫ້ໄຕ່ຕອງສິ່ງທີ່ໂປໂລໄດ້ກ່າວ ເພື່ອຊ່ວຍພວກເຂົາໃຫ້ມາຮູ້ຈັກພຣະເຈົ້າ. ການເປັນ “ເຊື້ອສາຍຂອງພຣະເຈົ້າ” ໝາຍຄວາມວ່າແນວໃດຕໍ່ທ່ານ? (ກິດຈະການ 17:29). ໃນຄວາມຄິດຄວາມເຫັນຂອງທ່ານ, ການເປັນລູກຂອງພຣະເຈົ້າແມ່ນແຕກຕ່າງຈາກການເປັນບຸກຄົນໜຶ່ງທີ່ພຣະອົງໄດ້ສ້າງຂຶ້ນມາແນວໃດ? ການເຂົ້າໃຈຄວາມຈິງນີ້ ມີອິດທິພົນຕໍ່ວິທີທີ່ທ່ານເບິ່ງຕົວເອງ ແລະ ຄົນອື່ນແນວໃດ?
ຖ້າຫາກທ່ານໄດ້ຢືນຢູ່ທາງຂ້າງໂປໂລ ຂະນະທີ່ເພິ່ນກ່າວເປັນພະຍານ, ທ່ານຈະວ່າແນວໃດກັບຊາວກຣີກໃນສະໄໝບູຮານກ່ຽວກັບພຣະບິດາເທິງສະຫວັນຂອງເຮົາ? ທ່ານຮູ້ຈັກໃຜບໍ ທີ່ຈະໄດ້ຮັບຜົນປະໂຫຍດຈາກການໄດ້ຍິນປະຈັກພະຍານຂອງທ່ານ?
ເບິ່ງ ໂຣມ 8:16; 1 ໂຢຮັນ 5:2; “We Are the Offspring of God” (ວິດີໂອ), ChurchofJesusChrist.org ນຳອີກ.
ແນວຄິດສຳລັບການສຶກສາພຣະຄຳພີເປັນຄອບຄົວ ແລະ ການສັງສັນໃນຕອນແລງ
-
ກິດຈະການ 16–21.ເພື່ອວ່າຄອບຄົວຂອງທ່ານຈະເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບ ກິດຈະການ 16–21, ພວກທ່ານສາມາດສຶກສາແຜນທີ່ຢູ່ໃນທ້າຍຂອງໂຄງຮ່າງນີ້, ຊອກຫາເມືອງຕ່າງໆ ບ່ອນທີ່ໂປໂລໄດ້ສັ່ງສອນພຣະກິດຕິຄຸນໃນບົດເຫລົ່ານີ້. ແຫລ່ງໃດແດ່ທີ່ເຮົາມີໃນປະຈຸບັນ ເພື່ອຊ່ວຍນຳພຣະກິດຕິຄຸນໄປໃຫ້ທຸກປະຊາຊາດ?
ເພື່ອດົນໃຈຄອບຄົວຂອງທ່ານໃຫ້ແບ່ງປັນພຣະກິດຕິຄຸນ, ທ່ານສາມາດສາຍວິດີໂອເລື່ອງໜຶ່ງ ຫລື ຫລາຍກວ່ານັ້ນ ໃນພາກ “ການແບ່ງປັນພຣະກິດຕິຄຸນ” ຂອງຫ້ອງສະໝຸດພຣະກິດຕິຄຸນ.
-
ກິດຈະການ 17:10–12; 18:24–28.ເຮົາຈະເປັນຄືກັນກັບຜູ້ສະແຫວງບຸນຢູ່ໃນຂໍ້ເຫລົ່ານີ້ໄດ້ແນວໃດ? ການ “[ຮັບເອົາ] ດ້ວຍໃຈເຫລື້ອມໃສ ແລະ ຢາກຈະຟັງຖ້ອຍຄຳ” ໝາຍຄວາມວ່າແນວໃດ? (ກິດຈະການ 17:11). ເຮົາຈະເຮັດຢ່າງໃດຈຶ່ງຈະ “ມີຄວາມຊຳນານທາງພຣະຄຳພີ”? (ກິດຈະການ 18:24).
-
ກິດຈະການ 19:1–7.ຂໍ້ເຫລົ່ານີ້ສາມາດຊ່ວຍຄອບຄົວຂອງທ່ານໃຫ້ມີການສົນທະນາກ່ຽວກັບຄວາມສຳຄັນຂອງການຮັບບັບຕິສະມາ ແລະ ຮັບການຢືນຢັນ. ເພື່ອຈະເຂົ້າໃຈຄວາມຈິງຫລາຍຂຶ້ນໃນ ກິດຈະການ 19:1–7, ພວກທ່ານສາມາດສົນທະນາເຖິງບາງສິ່ງທີ່ໃຊ້ການບໍ່ໄດ້ຖ້າປາດສະຈາກອີກຢ່າງໜຶ່ງ, ດັ່ງເຊັ່ນ ໂທລະສັບມືຖືທີ່ປາດສະຈາກແບັດເຕີຣີ. ຫລື ທ່ານສາມາດແບ່ງປັນຄຳສອນນີ້ຈາກສາດສະດາໂຈເຊັບ ສະມິດ ທີ່ວ່າ: “ການບັບຕິສະມາດ້ວຍນ້ຳ ເປັນພຽງເຄິ່ງໜຶ່ງຂອງການບັບຕິສະມາ, ແລະ ບໍ່ມີປະໂຫຍດຫຍັງເລີຍ ຖ້າປາດສະຈາກອີກເຄິ່ງໜຶ່ງ—ນັ້ນຄື, ການບັບຕິສະມາຈາກພຣະວິນຍານບໍລິສຸດ” (Teachings: Joseph Smith, 95). ເປັນຫຍັງການບັບຕິສະມາຈຶ່ງ “ບໍ່ມີປະໂຫຍດເລີຍ” ຖ້າປາດສະຈາກຂອງປະທານແຫ່ງພຣະວິນຍານບໍລິສຸດ? (ເບິ່ງ 3 ນີໄຟ 27:19–20; ໂມເຊ 6:59–61).
-
ກິດຈະການ 19:18–20.ຂະນະທີ່ທ່ານອ່ານ ກິດຈະການ 19:18–20, ໃຫ້ສັງເກດເບິ່ງຄຸນຄ່າຂອງສິ່ງຂອງທີ່ຜູ້ຄົນເຕັມໃຈຈະປະຖິ້ມ ເພື່ອຮັບເອົາພຣະກິດຕິຄຸນ (ເບິ່ງ ຂໍ້ທີ 19). ມີສິ່ງຂອງທາງໂລກ ຫລື ກິດຈະກຳຢ່າງໃດບໍ ທີ່ເຮົາຕ້ອງປະຖິ້ມ ເພື່ອຮັບເອົາພອນຈາກສະຫວັນ?
-
ກິດຈະການ 20:32–35.ຄອບຄົວຂອງທ່ານເຄີຍປະສົບກັບຄຳສອນຂອງພຣະຄຣິດທີ່ວ່າ “ການໃຫ້ເປັນເຫດໃຫ້ມີຄວາມສຸກ ຫລາຍກວ່າການຮັບ” ເມື່ອໃດ? (ກິດຈະການ 20:35). ມີຄົນໃດບໍທີ່ສາມາດໄດ້ຮັບຜົນປະໂຫຍດຈາກການຮັບໃຊ້, ເວລາ, ຫລື ຂອງຂວັນທີ່ຄອບຄົວຂອງທ່ານສາມາດມອບໃຫ້? ນຳກັນເປັນຄອບຄົວ, ໃຫ້ສົນທະນາແນວຄິດ ແລະ ວາງແຜນທີ່ຈະຮັບໃຊ້ບາງຄົນ. ເຮົາຮູ້ສຶກແນວໃດເມື່ອເຮົາຮັບໃຊ້ຄົນອື່ນ? ເປັນຫຍັງການໃຫ້ຈຶ່ງເປັນພອນຫລາຍກວ່າການຮັບ?
ສຳລັບແນວຄິດເພີ່ມເຕີມກ່ຽວກັບການສິດສອນເດັກນ້ອຍ, ໃຫ້ເບິ່ງ this week’s outline ໃນ Come, Follow Me—For Primary.
ເພງແນະນຳ “ເຮົາເປັນລູກຂອງພຣະເຈົ້າ,” ເພງສວດ ແລະ ເພງຂອງເດັກນ້ອຍ, 64.