ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 17–23 ເດືອນ​ກໍ​ລະ​ກົດ. ກິດ​ຈະ​ການ 10–15: “ພຣະ​ທຳ​ຂອງ​ພຣະ​ເຈົ້າ​ກໍ​ແຜ່​ຂະ​ຫຍາຍ​ຈະ​ເລີນ​ທະ​ວີ​ຍິ່ງ​ຂຶ້ນ”


“ວັນ​ທີ 17–23 ເດືອນ​ກໍ​ລະ​ກົດ. ກິດ​ຈະ​ການ 10–15: ‘ພຣະ​ທຳ​ຂອງ​ພຣະ​ເຈົ້າ​ກໍ​ແຜ່​ຂະ​ຫຍາຍ​ຈະ​ເລີນ​ທະ​ວີ​ຍິ່ງ​ຂຶ້ນ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 17–23 ເດືອນ​ກໍ​ລະ​ກົດ. ກິດ​ຈະ​ການ 10–15,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ເປ​ໂຕ​ກຳ​ລັງ​ເວົ້າ​ກັບ​ໂກ​ເນ​ລີ​ໂອ

ວັນ​ທີ 17–23 ເດືອນ​ກໍ​ລະ​ກົດ

ກິດ​ຈະ​ການ 10–15

“ພຣະ​ທຳ​ຂອງ​ພຣະ​ເຈົ້າ​ກໍ​ແຜ່​ຂະ​ຫຍາຍ​ຈະ​ເລີນ​ທະ​ວີ​ຍິ່ງ​ຂຶ້ນ”

ໃຫ້​ອ່ານ ກິດ​ຈະ​ການ 10–15 ຢ່າງ​ລະ​ມັດ​ລະ​ວັງ, ໂດຍ​ໃຫ້​ເວ​ລາ​ສຳ​ລັບ​ພຣະ​ວິນ​ຍານ​ກະ​ຕຸ້ນ​ທ່ານ​ດ້ວຍ​ຄວາມ​ຄິດ ແລະ ຄວາມ​ຮູ້​ສຶກ. ມີ​ຫຍັງ​ແດ່​ສຳ​ລັບ​ທ່ານ​ທີ່​ຈະ​ຮຽນ​ຮູ້​ໃນ​ບົດ​ເຫລົ່າ​ນີ້?

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃນ​ຊ່ວງ​ມະ​ຕະ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ​ມັກ​ທ້າ​ທາຍ​ປະ​ເພ​ນີ ແລະ ຄວາມ​ເຊື່ອ​ຖື​ມາ​ແຕ່​ດົນ​ນານ​ຂອງ​ຜູ້​ຄົນ. ສິ່ງ​ນີ້​ບໍ່​ໄດ້​ຢຸດ ຫລັງ​ຈາກ​ພຣະ​ອົງ​ໄດ້​ສະ​ເດັດ​ຂຶ້ນ​ໄປ​ສະ​ຫວັນ, ໂດຍ​ທີ່​ພຣະ​ອົງ​ຍັງ​ສືບ​ຕໍ່​ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ໂດຍ​ການ​ເປີດ​ເຜີຍ. ຍົກ​ຕົວ​ຢ່າງ, ໃນ​ຊ່ວງ​ທີ່​ພຣະ​ເຢ​ຊູ​ຢູ່​ໃນ​ໂລກ ພວກ​ສາ​ວົກ​ຂອງ​ພຣະ​ອົງ​ໄດ້​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ແຕ່​ຊາວ​ຢິວ​ເທົ່າ​ນັ້ນ. ແຕ່​ບໍ່​ດົນ​ຫລັງ​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສິ້ນ​ພຣະ​ຊົນ ແລະ ເປ​ໂຕ​ໄດ້​ກາຍ​ເປັນ​ຜູ້​ນຳ​ພາ​ສາດ​ສະ​ໜາ​ຈັກ​ຢູ່​ໃນ​ໂລກ, ພຣະ​ເຢ​ຊູ​ຄຣິດ​ໄດ້​ເປີດ​ເຜີຍ​ຕໍ່​ເປ​ໂຕວ່າ ເວ​ລາ​ມາ​ເຖິງ​ແລ້ວ​ທີ່​ຈະ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ກັບ​ຜູ້​ທີ່​ບໍ່​ໄດ້​ເປັນ​ຊາວ​ຢິວ. ແນວ​ຄິດ​ໃນ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ກັບ​ຄົນ​ຕ່າງ​ຊາດ ເບິ່ງ​ຄື​ວ່າ​ບໍ່​ເປັນ​ໜ້າ​ແປກ​ໃຈ​ໃນ​ປະ​ຈຸ​ບັນ, ສະ​ນັ້ນ ແມ່ນ​ຫຍັງ​ຄື​ບົດ​ຮຽນ​ສຳ​ລັບ​ເຮົາ​ຢູ່​ໃນ​ເລື່ອງ​ນີ້. ບາງ​ທີ​ບົດ​ຮຽນ​ໜຶ່ງ​ແມ່ນ​ວ່າ ໃນ​ສາດ​ສະ​ໜາ​ຈັກ​ສະ​ໄໝ​ບູ​ຮານ ແລະ ສະ​ໄໝ​ໃໝ່, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຊົງ​ຮັກ​ໄດ້​ນຳ​ພາ​ຜູ້​ນຳ​ທີ່​ຖືກ​ເລືອກ​ຂອງ​ພຣະ​ອົງ (ເບິ່ງ ອາ​ໂມດ 3:7; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:38). ການ​ເປີດ​ເຜີຍ​ຕໍ່​ເນື່ອງ​ເປັນ​ສັນ​ຍານ​ທີ່​ສຳ​ຄັນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ທີ່​ແທ້​ຈິງ ແລະ ດຳ​ລົງ​ຢູ່. ເໝືອນ​ດັ່ງ​ເປ​ໂຕ, ເຮົາ​ຈະ​ຕ້ອງ​ເຕັມ​ໃຈ​ທີ່​ຈະ​ຍອມ​ຮັບ​ການ​ເປີດ​ເຜີຍ​ຕໍ່​ເນື່ອງ ແລະ ດຳ​ລົງ​ຊີ​ວິດ “[ໂດຍ​ທຸກ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ]” (ລູ​ກາ 4:4), ລວມ​ທັງ “​ທັງ​ໝົດ​ທີ່ [ພຣະ​ອົງ] ໄດ້​ເປີດ​ເຜີຍ​ມາ, ທັງ​ໝົດ​ທີ່​ພຣະ​ອົງ​ເປີດ​ເຜີຍ​ຢູ່​ໃນ​ຂະ​ນະ​ນີ້,” ແລະ “ເລື່ອງ​ສຳ​ຄັນ ແລະ ຍິ່ງ​ໃຫຍ່​ຫລາຍ​ເລື່ອງ” ທີ່​ພຣະ​ອົງ​ຍັງ​ບໍ່​ໄດ້​ເປີດ​ເຜີຍ​ເທື່ອ “ກ່ຽວ​ກັບ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ” (ຫລັກ​ແຫ່ງ​ຄວາມ​ເຊື່ອ 1:9).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ກິດ​ຈະ​ການ 10

“ພຣະ​ເຈົ້າ​ເຮັດ​ກັບ​ທຸກ​ຄົນ​ໂດຍ​ບໍ່​ເລືອກ​ໜ້າ.”

ເປັນ​ເວ​ລາ​ຫລາຍ​ລຸ້ນ​ຄົນ, ຊາວ​ຢິວ​ເຊື່ອ​ວ່າ ການ​ເປັນ “ເຊື້ອ​ສາຍ​ຂອງ​ອັບ​ຣາ​ຮາມ,” ຫລື ການ​ເປັນ​ລູກ​ຫລານ​ແທ້ໆ​ຂອງ​ອັບ​ຣາ​ຮາມ, ໝາຍ​ຄວາມ​ວ່າ​ພວກ​ເຂົາ​ຖືກ​ຮັບ​ຮູ້ ແລະ ຖືກ​ເລືອກ​ໂດຍ​ພຣະ​ເຈົ້າ (ເບິ່ງ ລູ​ກາ 3:8). ພວກ​ເຂົາ​ຖື​ວ່າ ຄົນ​ອື່ນໆ​ເປັນ​ຄົນ​ຕ່າງ​ຊາດ​ທີ່​ມີ “ມົນ​ທິນ” ຜູ້​ບໍ່​ໄດ້​ຖືກ​ຮັບ​ຮູ້​ໂດຍ​ພຣະ​ເຈົ້າ. ໃນ ກິດ​ຈະ​ການ 10, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສິດ​ສອນ​ເປ​ໂຕ​ກ່ຽວ​ກັບ​ຜູ້ “ເປັນ​ທີ່​ພໍ​ໃຈ​ພຣະ​ອົງ”? (ກິດ​ຈະ​ການ 10:35). ມີ​ຫລັກ​ຖານ​ຢ່າງ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ​ຢູ່​ໃນ​ບົດ​ນີ້ ວ່າ​ຊີ​ວິດ​ຂອງ​ໂກ​ເນ​ລີ​ໂອ​ຖືກ​ຮັບ​ຮູ້​ໂດຍ​ພຣະ​ຜູ້​ເປັນ​ເຈົ້າ? ໃຫ້​ໄຕ່​ຕອງ​ຄວາມ​ໝາຍ​ຂອງ​ຂໍ້​ຄວາມ​ທີ່​ວ່າ “ພຣະ​ເຈົ້າ​ເຮັດ​ກັບ​ທຸກ​ຄົນ​ໂດຍ​ບໍ່​ເລືອກ​ໜ້າ” (ຂໍ້​ທີ 34; ເບິ່ງ 1 ນີ​ໄຟ 17:35 ນຳ​ອີກ). ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ຕໍ່​ທ່ານ​ທີ່​ຮູ້​ຈັກ​ຄວາມ​ຈິງ​ນີ້?

ຄື​ກັນ​ກັບ​ຊາວ​ຢິວ​ທີ່​ດູ​ຖູກ​ຜູ້​ທີ່​ບໍ່​ໄດ້​ເປັນ​ເຊື້ອ​ສາຍ​ຂອງ​ອັບ​ຣາ​ຮາມ, ທ່ານ​ເຄີຍ​ຮູ້​ຕົວ​ບໍ​ວ່າ ທ່ານ​ໄດ້​ສັນ​ນິ​ຖານ​ໃນ​ແບບ​ບໍ່​ດີ ຫລື ບໍ່​ຮູ້​ຄັກ​ແນ່​ກ່ຽວ​ກັບ​ບາງ​ຄົນ​ທີ່​ແຕກ​ຕ່າງ​ຈາກ​ທ່ານ? ທ່ານ​ຈະ​ເອົາ​ຊະ​ນະ​ແນວ​ໂນ້ມ​ນີ້​ໄດ້​ແນວ​ໃດ? ມັນ​ອາດ​ເປັນ​ສິ່ງ​ທີ່​ໜ້າ​ສົນ​ໃຈ ທີ່​ຈະ​ລອງ​ເຮັດ​ກິດ​ຈະ​ກຳ​ທີ່​ງ່າຍໆ​ລະ​ຫວ່າງ​ສອງ​ສາມ​ວັນ​ຂ້າງ​ໜ້າ: ເມື່ອ​ໃດ​ກໍ​ຕາມ​ທີ່​ທ່ານ​ໄດ້​ປະ​ຕິ​ສຳ​ພັນ​ກັບ​ບາງ​ຄົນ, ໃຫ້​ລອງ​ຄິດ​ວ່າ, “ບຸກ​ຄົນ​ນີ້​ເປັນ​ລູກ​ຂອງ​ພຣະ​ເຈົ້າ.” ເມື່ອ​ທ່ານ​ເຮັດ​ເຊັ່ນ​ນີ້, ມີ​ການ​ປ່ຽນ​ແປງ​ໃດ​ແດ່​ທີ່​ທ່ານ​ສັງ​ເກດ​ເຫັນ​ໃນ​ທາງ​ທີ່​ທ່ານ​ຄິດ​ກ່ຽວ​ກັບ ແລະ ການ​ປະ​ຕິ​ສຳ​ພັນ​ກັບ​ຄົນ​ອື່ນ?

ເບິ່ງ 1 ຊາ​ມູ​ເອນ 16:7; 2 ນີ​ໄຟ 26:13, 33; Russell M. Nelson, “Let God Prevail,” Liahona, Nov. 2020, 92–95; “Peter’s Revelation to Take the Gospel to the Gentiles” (ວິ​ດີ​ໂອ), ChurchofJesusChrist.org ນຳ​ອີກ.

ກິດ​ຈະ​ການ 10; 11:1–1815

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ສິດ​ສອນ​ເຮົາ​ເທື່ອ​ລະ​ບັນ​ທັດ ຜ່ານ​ທາງ​ການ​ເປີດ​ເຜີຍ.

ເມື່ອ​ເປ​ໂຕ​ໄດ້​ເຫັນ​ພາບ​ນິ​ມິດ​ທີ່​ບັນ​ຍາຍ​ຢູ່​ໃນ ກິດ​ຈະ​ການ 10, ເພິ່ນ​ໄດ້​ພະ​ຍາ​ຍາມ​ເຂົ້າ​ໃຈ​ມັນ​ໃນ​ຕອນ​ຕົ້ນ ແລະ “ຍັງ​ຄິດ​ບໍ່​ອອກ​ວ່າ [ມັນ] ໝາຍ​ຄວາມ​ວ່າ​ຢ່າງ​ໃດ” (ຂໍ້​ທີ 17). ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ຄວາມ​ເຂົ້າ​ໃຈ​ທີ່​ຍິ່ງ​ໃຫຍ່ກວ່າ​ໃຫ້​ເປ​ໂຕ ຂະ​ນະ​ທີ່​ເປ​ໂຕ​ສະ​ແຫວງ​ຫາ​ທີ່​ຈະ​ເຂົ້າ​ໃຈ. ຂະ​ນະ​ທີ່​ທ່ານ​ອ່ານ ກິດ​ຈະ​ການ 10, 11, ແລະ 15, ໃຫ້​ສັງ​ເກດ​ເບິ່ງ​ວ່າ ເປ​ໂຕ​ໄດ້​ເຂົ້າ​ໃຈ​ພາບ​ນິ​ມິດ​ຂອງ​ເພິ່ນ​ຢ່າງ​ເລິກ​ເຊິ່ງ​ເມື່ອ​ເວ​ລາ​ຜ່ານ​ໄປ​ແນວ​ໃດ. ທ່ານ​ໄດ້​ສະ​ແຫວງ​ຫາ ແລະ ໄດ້​ຮັບ​ຄວາມ​ເຂົ້າ​ໃຈ​ທີ່​ຍິ່ງ​ໃຫຍ່​ກວ່າ​ຈາກ​ພຣະ​ເຈົ້າ ເມື່ອ​ທ່ານ​ມີ​ຄຳ​ຖາມ​ແນວ​ໃດ?

ກິດ​ຈະ​ການ 10, 11, ແລະ 15 ເລົ່າ​ເຖິງ​ຕອນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊີ້​ນຳ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຜ່ານ​ທາງ​ການ​ເປີດ​ເຜີຍ. ມັນ​ອາດ​ເປັນ​ປະ​ໂຫຍດ​ທີ່​ຈະ​ບັນ​ທຶກ​ສິ່ງ​ທີ່​ທ່ານ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ການ​ເປີດ​ເຜີຍ ຂະ​ນະ​ທີ່​ທ່ານ​ອ່ານ​ບົດ​ເຫລົ່າ​ນີ້. ພຣະ​ວິນ​ຍານ​ກ່າວ​ກັບ​ທ່ານ​ໃນ​ທາງ​ໃດ​ແດ່?

ເບິ່ງ Gospel Topics, “Revelation,” topics.ChurchofJesusChrist.org; Quentin L. Cook, “The Blessing of Continuing Revelation to Prophets and Personal Revelation to Guide Our Lives,” Liahona, May 2020, 96–100; “The Jerusalem Conference” (ວິ​ດີ​ໂອ), ChurchofJesusChrist.org ນຳ​ອີກ.

ກິດ​ຈະ​ການ 11:26

ເຮົາ​ເປັນ​ຊາວ​ຄຣິດ ເພາະ​ວ່າ​ເຮົາ​ເຊື່ອ ແລະ ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ.

ແມ່ນ​ຫຍັງ​ທີ່​ສຳ​ຄັນ​ກ່ຽວ​ກັບ​ບຸກ​ຄົນ​ທີ່​ຖືກ​ເອີ້ນ​ວ່າ ຊາວ​ຄຣິດ? (ເບິ່ງ ກິດ​ຈະ​ການ 11:26). ການ​ທີ່​ທ່ານ​ຖືກ​ຮູ້​ຈັກ​ວ່າ​ເປັນ​ຊາວ​ຄຣິດ​ໝາຍ​ຄວາມ​ວ່າ​ແນວ​ໃດ​ຕໍ່​ທ່ານ? ໃຫ້​ພິ​ຈາ​ລະ​ນາ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ນາມ​ຕ່າງໆ. ຍົກ​ຕົວ​ຢ່າງ, ນາມ​ສະ​ກຸນ​ຂອງ​ຄອບ​ຄົວ​ທ່ານ​ມີ​ຄວາມ​ໝາຍ​ຕໍ່​ທ່ານ​ແນວ​ໃດ? ເປັນ​ຫຍັງ​ຊື່​ຂອງ​ສາດ​ສະ​ໜາ​ຈັກ​ຈຶ່ງ​ສຳ​ຄັນ​ຕໍ່​ທ່ານ? (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 115:4). ການ​ທີ່​ທ່ານ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໂດຍ​ພັນ​ທະ​ສັນ​ຍາ​ໝາຍ​ຄວາມ​ວ່າ​ແນວ​ໃດ​ຕໍ່​ທ່ານ? (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:77).

ເບິ່ງ ໂມ​ໄຊ​ຢາ 5:7–15; ແອວ​ມາ 46:13–15; 3 ນີ​ໄຟ 27:3–8; Russell M. Nelson, “The Correct Name of the Church,” Liahona, Nov. 2018, 87–90 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ກິດ​ຈະ​ການ 10:17, 20.ເຮົາ​ເຄີຍ​ມີ​ປະ​ສົບ​ການ​ທາງ​ວິນ​ຍານ​ບໍ ແລະ ຕໍ່​ມາ​ໄດ້​ສົງ​ໄສ​ສິ່ງ​ທີ່​ເຮົາ​ໄດ້​ຮູ້​ສຶກ ຫລື ໄດ້​ຮຽນ​ຮູ້? ມີ​ຄຳ​ແນະ​ນຳ​ຢ່າງ​ໃດ​ແດ່​ທີ່​ເຮົາ​ສາ​ມາດມອບ​ໃຫ້​ກັນ​ແລະ​ກັນ ທີ່​ອາດ​ຊ່ວຍ​ເຮົາ​ເອົາ​ຊະ​ນະ​ຄວາມ​ສົງ​ໄສ​ຂອງ​ເຮົາ​ໄດ້? (ເບິ່ງ Neil L. Andersen, “Spiritually Defining Memories,” Liahona, May 2020, 18–22.)

ກິດ​ຈະ​ການ 10:34–35.ທ່ານ​ຈະ​ສາ​ມາດ​ສິດ​ສອນ​ຄອບ​ຄົວ​ຂອງ​ທ່ານ​ວ່າ “ພຣະ​ເຈົ້າ​ເຮັດ​ກັບ​ທຸກ​ຄົນ​ໂດຍ​ບໍ່​ເລືອກ​ໜ້າ” ແນວ​ໃດ? (ກິດ​ຈະ​ການ 10:34). ບາງ​ທີ​ທ່ານ​ສາ​ມາດ​ສະ​ແດງ​ຮູບ​ພາບ​ຂອງ​ຜູ້​ຄົນ​ທີ່​ມີ​ພື້ນ​ຖານ ແລະ ວັດ​ທະ​ນະ​ທຳ​ທີ່​ແຕກ​ຕ່າງ​ກັນ ຂະ​ນະ​ທີ່​ຄອບ​ຄົວ​ຂອງ​ທ່ານ​ອ່ານ​ຂໍ້​ເຫລົ່າ​ນີ້. ຄວາມ​ຈິງ​ໃນ​ຂໍ້​ເຫລົ່າ​ນີ້​ຄວນ​ເປັນ​ອິດ​ທິ​ພົນ​ໃຫ້​ກັບ​ການ​ກະ​ທຳ​ຂອງ​ເຮົາ​ແນວ​ໃດ? (ເບິ່ງ, ສຳ​ລັບ​ຕົວ​ຢ່າງ, “ຂໍ​ໃຫ້​ເຮົາ​ເດີນ​ໄປ” [ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 10]).

ກິດ​ຈະ​ການ 12:1–17.ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ສະ​ແດງ​ຕາມ​ເລື່ອງ​ລາວ​ຂອງ​ເປ​ໂຕ ຕອນ​ຖືກ​ຈັບ​ເຂົ້າ​ຄຸກ ແລະ ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ເຕົ້າ​ໂຮມ​ກັນ ແລະ ອະ​ທິ​ຖານ​ເພື່ອ​ເພິ່ນ. ເຮົາ​ເຄີຍ​ໄດ້​ຮັບ​ພອນ​ຈາກ​ການ​ອະ​ທິ​ຖານ​ເມື່ອ​ໃດ? ມີ​ຄົນ​ໃດ​ບໍ​ທີ່​ເຮົາ​ຮູ້​ສຶກ​ດົນ​ໃຈ​ໃຫ້​ອະ​ທິ​ຖານ​ເພື່ອ, ດັ່ງ​ເຊັ່ນ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ ຫລື ຄົນ​ທີ່​ເຮົາ​ຮັກ? ການ​ອະ​ທິ​ຖານ “ດ້ວຍ​ໃຈ​ຮ້ອນ​ຮົນ” ໝາຍ​ຄວາມ​ວ່າ​ແນວ​ໃດ? (ກິດ​ຈະ​ການ 12:5; ເບິ່ງ ແອວ​ມາ 34:27) ນຳ​ອີກ.

ຮູບ​ພາບ
ເປ​ໂຕ​ຖືກ​ປົດ​ປ່ອຍ​ອອກ​ຈາກ​ຄຸກ

Peter Delivered from Prison [ເປ​ໂຕ​ຖືກ​ປົດ​ປ່ອຍ​ອອກ​ຈາກ​ຄຸກ], ໂດຍ ເອ ແອວ ໂນກສ໌

ກິດ​ຈະ​ການ 14.ຂະ​ນະ​ທີ່​ພວກ​ທ່ານ​ອ່ານ​ບົດ​ເຫລົ່າ​ນີ້​ນຳ​ກັນ, ສະ​ມາ​ຊິກ​ໃນ​ຄອບ​ຄົວ​ບາງ​ຄົນ​ສາ​ມາດ​ບັນ​ທຶກ​ພອນ​ທີ່​ມາ​ສູ່​ສາ​ນຸ​ສິດ ແລະ ສາດ​ສະ​ໜາ​ຈັກ. ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຄົນ​ອື່ນໆ​ສາ​ມາດ​ບັນ​ທຶກ​ການ​ຕໍ່​ຕ້ານ ຫລື ການ​ທົດ​ລອງ​ທີ່​ສາ​ນຸ​ສິດ​ໄດ້​ປະ​ເຊີນ. ເປັນ​ຫຍັງ​ພຣະ​ເຈົ້າ​ຈຶ່ງ​ປ່ອຍ​ໃຫ້​ສິ່ງ​ຫຍຸ້ງ​ຍາກ​ເກີດ​ຂຶ້ນ​ກັບ​ຄົນ​ທີ່​ຊອບ​ທຳ?

ກິດ​ຈະ​ການ 15:1–21.ຂໍ້​ເຫລົ່າ​ນີ້​ບັນ​ຍາຍ​ເຖິງ​ຄວາມ​ບໍ່​ເຫັນ​ດີ​ນຳ​ກັນ​ໃນ​ສາດ​ສະ​ໜາ​ຈັກ​ກ່ຽວ​ກັບ​ວ່າ ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ຄວນ​ຮັກ​ສາ​ກົດ​ຂອງ​ໂມ​ເຊ​ຫລື​ບໍ່, ລວມ​ທັງ​ການ​ເຮັດ​ພິ​ທີ​ຕັດ. ອັກ​ຄະ​ສາ​ວົກ​ເຮັດ​ສິ່ງ​ໃດ​ກ່ຽວ​ກັບ​ຄວາມ​ບໍ່​ເຫັນ​ດີ​ນຳ​ກັນ​ນີ້? ເຮົາ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຕົວ​ຢ່າງນີ້​ກ່ຽວ​ກັບ​ວິ​ທີ​ທີ່​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຊີ້​ນຳ​ວຽກ​ງານ​ຂອງ​ສາດ​ສະ​ໜາ​ຈັກ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ແນະ​ນຳ: “ເຮົາ​ຮ້ອງ​ສັນ​ເສີນ​ນາມ​ເຢ​ຊູ​ເຈົ້າ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 27.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ແຕ້ມ​ຮູບ. ຮູບ​ພາບ​ສາ​ມາດ​ຊ່ວຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ວາດ​ພາບ​ຄຳ​ສອນ ແລະ ເລື່ອງ​ລາວ​ໃນ​ພຣະ​ຄຳ​ພີ​ໄດ້. ທ່ານ​ສາ​ມາດ​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ແຕ້ມ​ຮູບ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ອ່ານ, ດັ່ງ​ເຊັ່ນ ພາບ​ນິ​ມິດ​ຂອງ​ເປ​ໂຕ​ໃນ ກິດ​ຈະ​ການ 10.

ຮູບ​ພາບ
ເປ​ໂຕ​ກັບ​ໂກ​ເນ​ລີ​ໂອ

ປະ​ສົບ​ການ​ຂອງ​ເປ​ໂຕ​ກັບ​ໂກ​ເນ​ລີ​ໂອ ສະ​ແດງ​ໃຫ້​ເຫັນ​ວ່າ “ພຣະ​ເຈົ້າ​ເຮັດ​ກັບ​ທຸກ​ຄົນ​ໂດຍ​ບໍ່​ເລືອກ​ໜ້າ” (ກິດ​ຈະ​ການ 10:34).

ພິມ