ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 3–9 ເດືອນ​ກໍ​ລະ​ກົດ. ກິດ​ຈະ​ການ 1–5: “ພວກ​ເຈົ້າ​ຈະ​ເປັນ​ພະ​ຍານ​ໃຫ້​ແກ່​ເຮົາ”


“ວັນ​ທີ 3–9 ເດືອນ​ກໍ​ລະ​ກົດ. ກິດ​ຈະ​ການ 1–5: ‘ພວກ​ເຈົ້າ​ຈະ​ເປັນ​ພະ​ຍານ​ໃຫ້​ແກ່​ເຮົາ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 3–9 ເດືອນ​ກໍ​ລະ​ກົດ. ກິດ​ຈະ​ການ 1–5,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ຝູງ​ຊົນ​ຢູ່​ແຄມ​ນ້ຳ ແລະ ກຳ​ລັງ​ຮັບ​ບັບ​ຕິ​ສະ​ມາ​ໃນ​ແມ່​ນ້ຳ

Day of Pentecost [ວັນ​ເພັນ​ເຕ​ຄໍ​ສະ​ເຕ], ໂດຍ ຊິດ​ນີ ຄິງ

ວັນ​ທີ 3–9 ເດືອນ​ກໍ​ລະ​ກົດ

ກິດ​ຈະ​ການ 1–5

“ພວກ​ເຈົ້າ​ຈະ​ເປັນ​ພະ​ຍານ​ໃຫ້​ແກ່​ເຮົາ”

ຂະ​ນະ​ທີ່​ທ່ານ​ສຶກ​ສາ ກິດ​ຈະ​ການ 1–5, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ດົນ​ໃຈ​ທ່ານ​ໃຫ້​ພົບ​ເຫັນ​ຄວາມ​ຈິງ ທີ່​ກ່ຽວ​ພັນ​ກັບ​ຊີ​ວິດ​ຂອງ​ທ່ານ. ໃຫ້​ບັນ​ທຶກ​ຂໍ້​ທີ່​ປະ​ທັບ​ໃຈ​ທ່ານ, ແລະ ຊອກ​ຫາ​ໂອ​ກາດ​ທີ່​ຈະ​ແບ່ງ​ປັນ​ສິ່ງ​ທີ່​ທ່ານ​ໄດ້​ຮຽນ​ຮູ້.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ທ່ານ​ເຄີຍ​ສົງ​ໄສ​ບໍ​ວ່າ ເປ​ໂຕ​ອາດ​ຄິດ ແລະ ຮູ້​ສຶກ​ແນວ​ໃດ ເມື່ອ​ເພິ່ນ, ພ້ອມ​ທັງ​ອັກ​ຄະ​ສາ​ວົກ​ຄົນ​ອື່ນໆ, “ແນມ​ເບິ່ງ​ທ້ອງ​ຟ້າ” ຂະ​ນະ​ທີ່​ພຣະ​ເຢ​ຊູ​ສະ​ເດັດ​ຂຶ້ນ​ສະ​ຫວັນ​ໄປ​ຫາ​ພຣະ​ບິ​ດາ​ຂອງ​ພຣະ​ອົງ? (ກິດ​ຈະ​ການ 1:10). ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຈັດ​ຕັ້ງ​ຂຶ້ນ​ໂດຍ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ບັດ​ນີ້​ຢູ່​ໃນ​ຄວາມ​ດູ​ແລ​ຂອງ​ເປ​ໂຕ. ພາ​ລະ​ຂອງ​ການ​ທີ່​ຈະ​ນຳ​ເອົາ​ພຣະ​ກິດ​ຕິ​ຄຸນ​ໄປ “[ສິດ​ສອນ​ໃຫ້​ແກ່] ທຸກ​ຊາດ​ເປັນ​ລູກ​ສິດ” ບັດ​ນີ້​ຕົກ​ຢູ່​ທີ່​ເພິ່ນ (ມັດ​ທາຍ 28:19). ແຕ່​ຖ້າ​ຫາກ​ເພິ່ນ​ຮູ້​ສຶກ​ບໍ່​ພຽບ​ພ້ອມ ຫລື ຢ້ານ​ກົວ, ເຮົາ​ກໍ​ບໍ່​ພົບ​ເຫັນ​ຫລັກ​ຖານ​ໃດໆ​ເລີຍ​ຢູ່​ໃນ​ພຣະ​ທຳ​ກິດ​ຈະ​ການ. ສິ່ງ​ທີ່​ເຮົາ​ພົບ​ເຫັນ​ແມ່ນ​ຕົວ​ຢ່າງ​ຂອງ​ປະ​ຈັກ​ພະ​ຍານ ແລະ ຄວາມ​ເຫລື້ອມ​ໃສ​ທີ່​ບໍ່​ມີ​ຄວາມ​ຢ້ານ​ກົວ, ການ​ປິ່ນ​ປົວ​ທີ່​ໜ້າ​ອັດ​ສະ​ຈັນ, ການ​ສະ​ແດງ​ໃຫ້​ປະ​ຈັກ​ທາງ​ວິນ​ຍານ, ແລະ ຄວາມ​ເຕີບ​ໂຕ​ຢ່າງ​ຫລວງ​ຫລາຍ​ສຳ​ລັບ​ສາດ​ສະ​ໜາ​ຈັກ. ມັນ​ຍັງ​ແມ່ນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຍັງ​ຖືກ​ນຳ​ພາ​ໂດຍ​ພຣະ​ອົງ​ຢູ່. ຕາມ​ຈິງ​ແລ້ວ, ພຣະ​ທຳ​ກິດ​ຈະ​ການ​ຂອງ​ອັກ​ຄະ​ສາ​ວົກ ສາ​ມາດ​ຖືກ​ເອີ້ນ​ວ່າ​ກິດ​ຈະ​ການ​ຂອງ​ພຣະ​ເຢ​ຊູ​ຄຣິດ​ນຳ​ອີກ ຜ່ານ​ທາງ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ. ໂດຍ​ທີ່​ຖືກ​ນຳ​ພາ​ໂດຍ​ພຣະ​ວິນ​ຍານ​ທີ່​ຖອກ​ເທ​ລົງ​ມາ, ເປ​ໂຕ​ຈຶ່ງ​ບໍ່​ໄດ້​ເປັນ​ຄົນ​ຫາ​ປາ​ທີ່​ດ້ອຍ​ການ​ສຶກ​ສາ ຜູ້​ທີ່​ພຣະ​ເຢ​ຊູ​ໄດ້​ພົບ​ເຫັນ​ຢູ່​ແຄມ​ທະ​ເລ​ສາບ​ຄາ​ລີ​ເລ​ອີກ​ຕໍ່​ໄປ. ທັງ​ເພິ່ນ​ບໍ່​ໄດ້​ທໍ້​ແທ້ ຊຶ່ງ​ພຽງ​ແຕ່​ບໍ່​ເທົ່າ​ໃດ​ອາ​ທິດ​ກ່ອນ​ໜ້າ​ນັ້ນ​ໄດ້​ຮ້ອງ​ໄຫ້​ຢ່າງ​ຂົມ​ຂື່ນ ເພາະ​ເພິ່ນ​ໄດ້​ປະ​ຕິ​ເສດ​ວ່າ ເພິ່ນ​ບໍ່​ຮູ້​ຈັກ​ພຣະ​ເຢ​ຊູ​ຊາວ​ນາ​ຊາ​ເຣັດ.

ໃນ​ພຣະ​ທຳ​ກິດ​ຈະ​ການ, ທ່ານ​ຈະ​ອ່ານ​ຄຳ​ປະ​ກາດ​ທີ່​ມີ​ພະ​ລັງ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ທ່ານ​ກໍ​ຈະ​ເຫັນ​ວິ​ທີ​ທີ່​ພຣະ​ກິດ​ຕິ​ຄຸນ​ສາ​ມາດ​ປ່ຽນ​ແປງ​ຜູ້​ຄົນ​ນຳ​ອີກ—ລວມ​ທັງ​ຕົວ​ທ່ານ—ໄປ​ສູ່​ການ​ເປັນ​ສາ​ນຸ​ສິດ​ທີ່​ກ້າ​ຫານ ທີ່​ພຣະ​ເຈົ້າ​ຮູ້​ວ່າ​ພວກ​ເຂົາ​ສາ​ມາດ​ເປັນ​ໄດ້.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ກິດ​ຈະ​ການ 1:1–8, 15–26; 2:1–42; 4:1–13, 31–33

ພຣະ​ເຢ​ຊູ​ຄຣິດ​ຊີ້​ນຳ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຜ່ານ​ທາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ພຣະ​ທຳ​ກິດ​ຈະ​ການ​ບັນ​ທຶກ​ຄວາມ​ພະ​ຍາ​ຍາມ​ຂອງ​ອັກ​ຄະ​ສາ​ວົກ​ທີ່​ຈະ​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຫລັງ​ຈາກ​ການ​ສະ​ເດັດ​ຂຶ້ນ​ສະ​ຫວັນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ເຖິງ​ແມ່ນ​ວ່າ​ພຣະ​ເຢ​ຊູ​ຄຣິດ​ບໍ່​ໄດ້​ຢູ່​ໃນ​ໂລກ​ອີກ​ຕໍ່​ໄປ, ແຕ່​ພຣະ​ອົງ​ຍັງ​ຊີ້​ນຳ​ສາດ​ສະ​ໜາ​ຈັກ​ຢູ່​ໂດຍ​ການ​ເປີດ​ເຜີຍ ຜ່ານ​ທາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ນຳ​ພາ​ຜູ້​ນຳ​ຄົນ​ໃໝ່​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ ຂະ​ນະ​ທີ່​ທ່ານ​ທົບ​ທວນ​ຂໍ້​ພຣະ​ຄຳ​ພີ​ດັ່ງ​ຕໍ່​ໄປ​ນີ້: ກິດ​ຈະ​ການ 1:1–8, 15–26; 2:1–42; 4:1–13, 31–33.

ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ​ໃນ​ປະ​ຈຸ​ບັນ, ເຮົາ​ແຕ່​ລະ​ຄົນ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ການ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ—ເພື່ອ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ດູ​ແລ​ຄົນ​ຂັດ​ສົນ, ເຊື້ອ​ເຊີນ​ຄົນ​ອື່ນ​ໃຫ້​ມາ​ຫາ​ພຣະ​ຄຣິດ, ແລະ ເຕົ້າ​ໂຮມ​ຄອບ​ຄົວ​ສຳ​ລັບ​ນິ​ລັນ​ດອນ (ເບິ່ງ General Handbook1.2). ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ອັກ​ຄະ​ສາ​ວົກ​ດັ້ງ​ເດີມ​ກ່ຽວ​ກັບ​ວິ​ທີ​ທີ່​ທ່ານ​ສາ​ມາດ​ເພິ່ງ​ອາ​ໄສ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເພື່ອ​ນຳ​ພາ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ?

ເບິ່ງ Bible Dictionary, “Holy Ghost” ນຳ​ອີກ.

ກິດ​ຈະ​ການ 2:36–47; 3:12–21

ຫລັກ​ທຳ ແລະ ພິ​ທີ​ການ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຊ່ວຍ​ເຮົາ​ໃຫ້​ມາ​ຫາ​ພຣະ​ຄຣິດ.

ທ່ານ​ເຄີຍ​ຮູ້​ສຶກ “ເຈັບ​ຊ້ຳ​ກິນ​ແໜງ​ໃຈ,” ຄື​ກັນ​ກັບ​ຊາວ​ຢິວ ໃນ​ວັນ​ເພັນ​ເຕ​ຄໍ​ສະ​ເຕ​ຫລື​ບໍ່? (ກິດ​ຈະ​ການ 2:37). ບາງ​ທີ​ທ່ານ​ເຄີຍ​ເຮັດ​ບາງ​ສິ່ງ​ທີ່​ເຮັດ​ໃຫ້​ທ່ານ​ກິນ​ແໜງ, ຫລື ບາງ​ທີ​ທ່ານ​ອາດ​ພຽງ​ແຕ່​ຢາກ​ປ່ຽນ​ແປງ​ຊີ​ວິດ​ຂອງ​ທ່ານ. ທ່ານ​ຄວນ​ເຮັດ​ຫຍັງ​ເມື່ອ​ທ່ານ​ຮູ້​ສຶກ​ເຊັ່ນ​ນີ້? ຄຳ​ແນະ​ນຳ​ຂອງ​ເປ​ໂຕ​ຕໍ່​ຊາວ​ຢິວ​ມີ​ຢູ່​ໃນ ກິດ​ຈະ​ການ 2:38. ໃຫ້​ສັງ​ເກດ​ເບິ່ງວ່າ​ຫລັກ​ທຳ ແລະ ພິ​ທີ​ການ​ຢ່າງ​ທຳ​ອິດ​ຂອງ​ພຣະ​ກິດ​ຕິ​ຄຸນ (ລວມ​ທັງ​ສັດ​ທາ, ການ​ກັບ​ໃຈ, ການ​ບັບ​ຕິ​ສະ​ມາ, ແລະ ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ—ຫລື ສິ່ງ​ທີ່​ບາງ​ເທື່ອ​ກ່າວ​ເຖິງວ່າ​ເປັນ​ຄຳ​ສອນ​ຂອງ​ພຣະ​ຄຣິດ) ມີ​ຜົນ​ກະ​ທົບ​ຕໍ່​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ເຫລົ່າ​ນີ້, ດັ່ງ​ທີ່​ບັນ​ທຶກ​ຢູ່​ໃນ ກິດ​ຈະ​ການ 2:37–47.

ທ່ານ​ອາດ​ໄດ້​ຮັບ​ບັບ​ຕິ​ສະ​ມາ ແລະ ໄດ້​ຮັບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ແລ້ວ, ສະ​ນັ້ນ ທ່ານ​ຈະ​ສືບ​ຕໍ່​ນຳ​ໃຊ້​ຄຳ​ສອນ​ຂອງ​ພຣະ​ຄຣິດ​ແນວ​ໃດ? ໃຫ້​ພິ​ຈາ​ລະ​ນາ​ຂໍ້​ຄວາມ​ເຫລົ່າ​ນີ້​ຈາກ​ແອວ​ເດີ ແດວ ຈີ ເຣັນ​ລັນ: “ເຮົາ​ອາດ​ຈະ​ດີ​ພ້ອມ … ໂດຍ​ການ​ໃຊ້​ສັດ​ທາ​ຊ້ຳ​ແລ້ວ​ຊ້ຳ​ອີກ ໃນ [ພຣະ​ຄຣິດ], ກັບ​ໃຈ, ຮັບ​ສ່ວນ​ສິນ​ລະ​ລຶກ ເພື່ອ​ຕໍ່​ພັນ​ທະ​ສັນ​ຍາ ແລະ ພອນ​ຂອງ​ການ​ບັບ​ຕິ​ສະ​ມາ, ແລະ ຮັບ​ເອົາ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃຫ້​ມາ​ສະ​ຖິດ​ຢູ່​ນຳ​ເປັນ​ເພື່ອນ​ຕະ​ຫລອດ​ເວ​ລາ ໃນ​ລະ​ດັບ​ທີ່​ສູງ​ກວ່າ. ເມື່ອ​ເຮົາ​ເຮັດ​ດັ່ງ​ນັ້ນ, ເຮົາ​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຄຣິດ​ຫລາຍ​ຂຶ້ນ ແລະ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ, ກັບ​ທຸກ​ສິ່ງ​ທີ່​ກ່ຽວ​ຂ້ອງ” (“Latter-day Saints Keep on Trying,” Liahona, May 2015, 56).

ກິດ​ຈະ​ການ 3:19–21

ແມ່ນ​ຫຍັງ​ຄື “[ເວ​ລາ​ແຫ່ງ​ຄວາມ​ສົດ​ຊື່ນ]” ແລະ “ເວ​ລາ​ທີ່​ທຸກ​ສິ່ງ​ຈະ​ຖືກ​ຕັ້ງ​ຂຶ້ນ​ໃໝ່”?

“ເວ​ລາ​ແຫ່ງ​ຄວາມ​ສົດ​ຊື່ນ” ໝາຍ​ເຖິງ​ຊ່ວງ​ໄລ​ຍະ​ພັນ​ປີ, ເມື່ອ​ພຣະ​ເຢ​ຊູ​ຄຣິດ​ຈະ​ກັບ​ຄືນ​ມາ​ຍັງ​ໂລກ. “ເວ​ລາ​ທີ່​ທຸກ​ສິ່ງ​ຈະ​ຖືກ​ຕັ້ງ​ຂຶ້ນ​ໃໝ່” ໝາຍ​ເຖິງ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ, ຊຶ່ງ​ກະ​ກຽມ​ໂລກ​ສຳ​ລັບ​ຊ່ວງ​ໄລ​ຍະ​ພັນ​ປີ.

ກິດ​ຈະ​ການ 3; 4:1–31; 5:12–42

ພວກ​ສາ​ວົກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ຮັບ​ອຳ​ນາດ​ໃຫ້​ກະ​ທຳ​ການ​ອັດ​ສະ​ຈັນ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ.

ຊາຍ​ທີ່​ເປັນ​ລ່ອຍ​ຫວັງ​ວ່າ​ຈະ​ໄດ້​ຮັບ​ເງິນ​ຈາກ​ຜູ້​ທີ່​ມາ​ຍັງ​ພຣະ​ວິ​ຫານ. ແຕ່​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ເໜີ​ມອບ​ສິ່ງ​ທີ່​ມີ​ຄ່າ​ຫລາຍ​ກວ່າ​ນັ້ນ. ຂະ​ນະ​ທີ່​ທ່ານ​ອ່ານ ກິດ​ຈະ​ການ 3; 4:1–31 ແລະ 5:12–42, ໃຫ້​ພິ​ຈາ​ລະ​ນາ​ວ່າ ການ​ອັດ​ສະ​ຈັນ​ທີ່​ຕາມ​ມາ ມີ​ຜົນ​ກະ​ທົບ​ຕໍ່​ຜູ້​ຄົນ​ເຫລົ່າ​ນີ້​ແນວ​ໃດ:

  • ຄົນ​ເປ້ຍ​ຜູ້​ໜຶ່ງ

  • ເປ​ໂຕ​ກັບ​ໂຢ​ຮັນ

  • ພະ​ຍານ​ທີ່​ພຣະ​ວິ​ຫານ

  • ພວກ​ມະ​ຫາ​ປະ​ໂລ​ຫິດ​ກັບ​ພວກ​ຜູ້​ປົກ​ຄອງ

  • ໄພ່​ພົນ​ຄົນ​ອື່ນໆ

ຮູບ​ພາບ
ເປ​ໂຕ​ກຳ​ລັງ​ປິ່ນ​ປົວ​ຊາຍ​ຄົນ​ໜຶ່ງ

Such as I Have I Give Thee [ສິ່ງ​ທີ່​ເຮົາ​ມີ​ນັ້ນ ເຮົາ​ຈະ​ໃຫ້​ແກ່​ເຈົ້າ], ໂດຍ ວາວ​ເຕີ ເຣນ

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ກິດ​ຈະ​ການ 1:21–26.ການ​ອ່ານ ກິດ​ຈະ​ການ 1:21–26 ສາ​ມາດ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ສົນ​ທະ​ນາ​ພອນ​ທີ່​ມາ​ຈາກ​ການ​ທີ່​ມີ​ອັກ​ຄະ​ສາ​ວົກ​ຢູ່​ໃນ​ໂລກ​ທຸກ​ວັນ​ນີ້. ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ແບ່ງ​ປັນ​ວິ​ທີ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ການ​ເປັນ​ພະ​ຍານ​ວ່າ ອັກ​ຄະ​ສາ​ວົກ​ໃນ​ປະ​ຈຸ​ບັນ ແລະ ສາດ​ສະ​ດາ ໄດ້​ຖືກ​ເອີ້ນ​ຈາກ​ພຣະ​ເຈົ້າ​ແນວ​ໃດ. ການ​ມີ​ພະ​ຍານນີ້​ມີ​ຄວາມ​ສຳ​ຄັນ​ແນວ​ໃດ?

ກິດ​ຈະ​ການ 2:37.ວະ​ລີ​ທີ່​ວ່າ “ເຈັບ​ຊ້ຳ​ກິນ​ແໜງ​ໃຈ” ໝາຍ​ຄວາມ​ວ່າ​ແນວ​ໃດ? ທ່ານ​ເຄີຍ​ຮູ້​ສຶກ​ຄ້າຍ​ຄື​ກັນ​ນີ້​ຕອນ​ໃດ? ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ຈະ​ກ່າວ​ວ່າ “ພວກ​ເຮົາ​ຈະ​ຕ້ອງ​ເຮັດ​ຢ່າງ​ໃດ?” ເມື່ອ​ເຮົາ​ມີ​ຄວາມ​ຮູ້​ສຶກ​ເຊັ່ນ​ນັ້ນ?

ກິດ​ຈະ​ການ 3:1–10.ຄອບ​ຄົວ​ຂອງ​ທ່ານ​ອາດ​ມັກ​ສະ​ແດງ​ຕາມ​ເລື່ອງ​ລາວ​ໃນ​ຂໍ້​ເຫລົ່າ​ນີ້. ຫລື ທ່ານ​ສາ​ມາດ​ເບິ່ງວິ​ດີ​ໂອ “Peter and John Heal a Man Crippled Since Birth” (ChurchofJesusChrist.org). ຜູ້​ຊາຍ​ຢູ່​ທີ່​ພຣະ​ວິ​ຫານ​ໄດ້​ຮັບ​ພອນ​ແນວ​ໃດ ທີ່​ແຕກ​ຕ່າງ​ໄປ​ຈາກ​ສິ່ງ​ທີ່​ລາວ​ຄາດ​ຫວັງ? ເຮົາ​ເຄີຍ​ເຫັນ​ພອນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ມາ​ສູ່​ເຮົາ​ໃນ​ທາງ​ທີ່​ບໍ່​ຄາດ​ຄິດ​ແນວ​ໃດ?

ກິດ​ຈະ​ການ 3:12–26; 4:1–21; 5:12–42.ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ກ່ຽວ​ກັບ​ຄວາມ​ຊື່​ສັດ​ຂອງ​ເປ​ໂຕ ແລະ ໂຢ​ຮັນ? (ເບິ່ງ ວິ​ດີ​ໂອ “Peter Preaches and Is Arrested” ທີ່ ChurchofJesusChrist.org ນຳ​ອີກ). ເຮົາ​ຈະ​ກ້າ​ຫານ​ໃນ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ເຖິງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ແນວ​ໃດ? ໃຫ້​ຄິດ​ທີ່​ຈະ​ຊ່ວຍ​ລູກ​ຜູ້​ນ້ອຍ​ຝຶກ​ການ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ພວກ​ເຂົາ.

ກິດ​ຈະ​ການ 4:315:4.ເຮົາ​ຈະ​ສາ​ມາດ​ຊ່ວຍ​ເຫລືອ​ຄອບ​ຄົວ, ຫວອດ, ຫລື ຊຸມ​ຊົນ​ຂອງ​ເຮົາ ໃຫ້​ກາຍ​ເປັນ​ເໝືອນ​ດັ່ງ​ທີ່​ບັນ​ຍາຍ​ຢູ່​ໃນ ກິດ​ຈະ​ການ 4:31–37 ໄດ້​ແນວ​ໃດ? ການ​ເປັນ “ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ” ໝາຍ​ຄວາມ​ວ່າ​ແນວ​ໃດ? ໃນ​ທາງ​ໃດ​ແດ່​ທີ່​ບາງ​ເທື່ອ​ເຮົາ​ໄດ້ “[ເກັບ] ສ່ວນ​ໜຶ່ງ” ຂອງ​ເງິນ​ບໍ​ລິ​ຈາກ​ຂອງ​ເຮົາ​ໄວ້? ເປັນ​ຫຍັງ​ການ​ເຮັດ​ແນວ​ນີ້​ຈຶ່ງ​ເປັນ​ການ “[ຕົວະ] ຕໍ່​ພຣະ​ເຈົ້າ”? (ກິດ​ຈະ​ການ 5:2, 4). ການ​ບໍ່​ສັດ​ຊື່​ມີ​ຜົນ​ກະ​ທົບ​ຕໍ່​ເຮົາ​ທາງວິນ​ຍານ​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ສວດ​ແນະ​ນຳ: “ພຣະ​ວິນ​ຍານ​ພຣະ​ເຈົ້າ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 30.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ເລືອກຫົວ​ຂໍ້. ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ປ່ຽນ​ກັນ​ເລືອກເອົາ​ຫົວ​ຂໍ້​ຈາກ ກິດ​ຈະ​ການ 1–5 ເພື່ອ​ສຶກ​ສາ​ນຳ​ກັນ.

ຮູບ​ພາບ
ພວກ​ອັກ​ຄະ​ສາ​ວົກ​ທ່າມ​ກາງ​ທູດ​ສອງ​ອົງ​ກຳ​ລັງ​ຊີ້​ຂຶ້ນ​ເທິງ​ຟ້າ

The Ascension [ການ​ສະ​ເດັດ​ຂຶ້ນ​ສະ​ຫວັນ], ໂດຍ ແຮ​ຣີ ແອນ​ເດີ​ສັນ

ພິມ