ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 10–16 ເດືອນ​ກໍ​ລະ​ກົດ. ກິດ​ຈະ​ການ 6–9: “ພຣະ​ອົງ​ປະ​ສົງ​ໃຫ້​ຂ້າ​ນ້ອຍ​ເຮັດ​ຢ່າງ​ໃດ?”


“ວັນ​ທີ 10–16 ເດືອນ​ກໍ​ລະ​ກົດ. ກິດ​ຈະ​ການ 6–9: ‘ພຣະ​ອົງ​ປະ​ສົງ​ໃຫ້​ຂ້າ​ນ້ອຍ​ເຮັດ​ຢ່າງ​ໃດ?,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 10–16 ເດືອນ​ກໍ​ລະ​ກົດ. ກິດ​ຈະ​ການ 6–9,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ໂປ​ໂລ​ລົ້ມ​ລົງ​ຢູ່​ກັບ​ພື້ນ​ດິນ

Conversion on the Way to Damascus [ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຢູ່​ໃນ​ເສັ້ນ​ທາງ​ໄປ​ຫາ​ເມືອງ​ດາ​ມັສ​ກັດ], ໂດຍ ໄມ​ໂກ​ແອນ​ຈະ​ໂລ ເມ​ຣິ​ຊິ ດາ ກາ​ຣາ​ບາ​ຈີ​ໂອ

ວັນ​ທີ 10–16 ເດືອນ​ກໍ​ລະ​ກົດ

ກິດ​ຈະ​ການ 6–9

“ພຣະ​ອົງ​ປະ​ສົງ​ໃຫ້​ຂ້າ​ນ້ອຍ​ເຮັດ​ຢ່າງ​ໃດ?”

ເລີ່ມ​ຕົ້ນ​ໂດຍ​ການ​ອ່ານ ກິດ​ຈະ​ການ 6–9. ຄຳ​ແນະ​ນຳ​ຢູ່​ໃນ​ໂຄງ​ຮ່າງ​ນີ້​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຊອກ​ເຫັນ​ຫລັກ​ທຳ​ທີ່​ສຳ​ຄັນ​ບາງ​ຢ່າງ​ຢູ່​ໃນ​ບົດ​ເຫລົ່າ​ນີ້​ໄດ້, ເຖິງ​ແມ່ນ​ວ່າ​ທ່ານ​ອາດ​ພົບ​ເຫັນ​ບົດ​ອື່ນໆ​ໃນ​ການ​ສຶກ​ສາ​ສ່ວນ​ຕົວ​ຂອງ​ທ່ານ​ກໍ​ຕາມ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຖ້າ​ຫາກ​ມີ​ຄົນ​ໃດ​ທີ່​ເບິ່ງ​ຄື​ວ່າ ຈະ​ບໍ່​ມີ​ວັນ​ປ່ຽນ​ໃຈ​ເຫລື້ອມ​ໃສ, ຄົນ​ນັ້ນ​ກໍ​ຄົງ​ຈະ​ເປັນ​ໂຊ​ໂລ—ຄົນ​ຟາ​ຣີ​ຊາຍ​ທີ່​ມີ​ຊື່​ສຽງ​ເລື່ອງ​ການ​ຂົ່ມ​ເຫັງ​ຊາວ​ຄຣິດ. ສະ​ນັ້ນ​ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ສາ​ນຸ​ສິດ​ຄົນ​ໜຶ່ງ​ຊື່ ອາ​ນາ​ເນຍ ໃຫ້​ໄປ​ຊອກ​ຫາ​ໂຊ​ໂລ ແລະ ສະ​ເໜີ​ມອບ​ພອນ​ໃຫ້​ແກ່​ເພິ່ນ, ຈຶ່ງ​ເຂົ້າ​ໃຈ​ໄດ້​ວ່າ ອາ​ນາ​ເນຍ​ຄົງ​ລັງ​ເລ​ໃຈ. “ຂ້າ​ແດ່​ພຣະ​ອົງ​ເຈົ້າ,” ລາວ​ເວົ້າ, “ຫລາຍ​ຄົນ​ໄດ້​ບອກ​ຂ້າ​ນ້ອຍ​ເລື່ອງ​ຊາຍ​ຄົນ​ນີ້, ຕະ​ຫລອດ​ທັງ​ຄວາມ​ຮ້າຍ​ກາດ​ທີ່​ລາວ​ໄດ້​ເຮັດ​ຕໍ່​ໄພ່​ພົນ​ບໍ​ລິ​ສຸດ​ຂອງ​ພຣະ​ອົງ” (ກິດ​ຈະ​ການ 9:13). ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ຈັກ​ໃຈ​ຂອງ​ໂຊ​ໂລ ແລະ ສັກ​ກະ​ຍະ​ພາບ​ຂອງ​ເພິ່ນ, ແລະ ພຣະ​ອົງ​ມີ​ພາ​ລະ​ກິດ​ສຳ​ລັບ​ໂຊ​ໂລ: “ເຮົາ​ໄດ້​ເລືອກ​ເອົາ​ຊາຍ​ຄົນ​ນີ້​ໃຫ້​ຮັບ​ໃຊ້​ເຮົາ, ເພື່ອ​ລາວ​ຈະ​ນຳ​ເອົາ​ນາມ​ຊື່​ຂອງ​ເຮົາ​ໄປ​ຍັງ​ຄົນ​ຕ່າງ​ຊາດ, ບັນ​ດາ​ກະ​ສັດ, ແລະ ປະ​ຊາ​ຊົນ​ອິດ​ສະ​ຣາ​ເອນ” (ກິດ​ຈະ​ການ 9:15). ສະ​ນັ້ນ​ອາ​ນາ​ເນຍ​ຈຶ່ງ​ເຊື່ອ​ຟັງ​ຕາມ, ແລະ ເມື່ອ​ລາວ​ໄດ້​ພົບ​ເຫັນ​ຜູ້​ຂົ່ມ​ເຫັງ​ຄົນ​ນີ້, ລາວ​ຈຶ່ງ​ເອີ້ນ​ເພິ່ນ​ວ່າ “ອ້າຍ​ໂຊ​ໂລ” (ກິດ​ຈະ​ການ 9:17). ຖ້າ​ຫາກ​ໂຊ​ໂລ​ສາ​ມາດ​ປ່ຽນ​ແປງ​ຢ່າງ​ບໍ​ລິ​ບູນ ແລະ ອາ​ນາ​ເນຍ​ກໍ​ສາ​ມາດ​ຕ້ອນ​ຮັບ​ເພິ່ນ​ຢ່າງ​ເປີດ​ໃຈ, ແລ້ວ​ເຮົາ​ຄວນ​ພິ​ຈາ​ລະ​ນາ​ຄົນ​ໃດ​ບໍ ທີ່​ເບິ່ງ​ຄື​ວ່າ​ຈະ​ບໍ່​ສາ​ມາດ​ປ່ຽນ​ແປງ—ລວມ​ທັງ​ຕົວ​ເຮົາ​ເອງ?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ກິດ​ຈະ​ການ 6–8

ໃຈ​ຂອງ​ເຮົາ​ຕ້ອງ “ສັດ​ຊື່​ຕໍ່​ໜ້າ​ພຣະ​ເຈົ້າ.”

ສາດ​ສະ​ໜາ​ຈັກ​ທີ່​ກຳ​ລັງ​ເຕີບ​ໂຕ​ໝາຍ​ເຖິງ​ການ​ມີ​ຄວາມ​ຕ້ອງ​ການ​ເພີ່ມ​ຂຶ້ນ​ສຳ​ລັບ​ສາ​ນຸ​ສິດ​ທີ່​ຈະ​ຮັບ​ໃຊ້​ໃນ​ອາ​ນາ​ຈັກ. ອີງ​ຕາມ ກິດ​ຈະ​ການ 6:1–5, ຄຸນ​ສົມ​ບັດ​ຢ່າງ​ໃດ​ແດ່​ທີ່​ອັກ​ຄະ​ສາ​ວົກ​ສິບ​ສອງ​ສະ​ແຫວງ​ຫາ​ໃນ​ຜູ້​ທີ່​ຈະ​ຮັບ​ໃຊ້​ກັບ​ພວກ​ເພິ່ນ? ຂະ​ນະ​ທີ່​ທ່ານ​ອ່ານ ກິດ​ຈະ​ການ 6–8, ໃຫ້​ສັງ​ເກດ​ເບິ່ງ​ຄຸນ​ສົມ​ບັດ​ເຫລົ່າ​ນີ້, ແລະ ອື່ນໆ, ທີ່​ສະ​ແດງ​ອອກ​ໃນ​ຜູ້​ຄົນ​ດັ່ງ​ເຊັ່ນ ຊະ​ເຕ​ຟາ​ໂນ ແລະ ຟີ​ລິບ. ແມ່ນ​ຫຍັງ​ທີ່​ບົກ​ພ່ອງ​ໃນ​ຕົວ​ຊີ​ໂມນ, ແລະ ເຮົາ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ເພິ່ນ​ກ່ຽວ​ກັບ​ຄວາມ​ເຕັມ​ໃຈ​ທີ່​ຈະ​ປ່ຽນ​ແປງ?

ມີ​ສິ່ງ​ໃດ​ບໍ​ທີ່​ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ປ່ຽນ​ແປງ ເພື່ອ​ວ່າ​ໃຈ​ຂອງ​ທ່ານ​ຈະ “ສັດ​ຊື່​ຕໍ່​ໜ້າ​ພຣະ​ເຈົ້າ”? (ກິດ​ຈະ​ການ 8:21–22). ການ​ປ່ຽນ​ແປງ​ນີ້​ຈະ​ເປັນ​ພອນ​ໃຫ້​ກັບ​ທ່ານ​ແນວ​ໃດ ຂະ​ນະ​ທີ່​ທ່ານ​ຮັບ​ໃຊ້​ພຣະ​ເຈົ້າ?

ກິດ​ຈະ​ການ 6–7

ການ​ຂັດ​ຂວາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ນຳ​ໄປ​ສູ່​ການ​ປະ​ຕິ​ເສດ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ໄດ້.

ຜູ້​ນຳ​ຊາວ​ຢິວ​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ກຽມ​ຜູ້​ຄົນ​ສຳ​ລັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ເມ​ຊີ​ອາ. ແຕ່​ພວກ​ເຂົາ​ບໍ່​ໄດ້​ຮູ້​ຈັກ​ພຣະ​ເມ​ຊີ​ອາ ແລະ ປະ​ຕິ​ເສດ​ພຣະ​ອົງ. ສິ່ງ​ນີ້​ເກີດ​ຂຶ້ນ​ໄດ້​ແນວ​ໃດ? ຄຳ​ຕອບ​ສ່ວນ​ໜຶ່ງ​ອາດ​ຢູ່​ໃນ​ຖ້ອຍ​ຄຳ​ຂອງ​ຊະ​ເຕ​ຟາ​ໂນ​ທີ່​ວ່າ: “ເຈົ້າ​ທັງ​ຫລາຍ​ຂັດ​ຂວາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຢູ່​ສະ​ເໝີ” (ກິດ​ຈະ​ການ 7:51). ທ່ານ​ຄິດ​ວ່າ ການ​ຂັດ​ຂວາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໝາຍ​ຄວາມ​ວ່າ​ແນວ​ໃດ? ເປັນ​ຫຍັງ​ການ​ຂັດ​ຂວາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈຶ່ງ​ນຳ​ໄປ​ສູ່​ການ​ປະ​ຕິ​ເສດ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ?

ຂະ​ນະ​ທີ່​ທ່ານ​ອ່ານ ກິດ​ຈະ​ການ 6–7, ໃຫ້​ຊອກ​ຫາ​ຂ່າວ​ສານ​ອື່ນໆ​ທີ່​ຊະ​ເຕ​ຟາ​ໂນ​ໄດ້​ສິດ​ສອນ​ຊາວ​ຢິວ. ທັດ​ສະ​ນະ​ຄະ​ຕິ​ຢ່າງ​ໃດ​ແດ່​ທີ່​ເພິ່ນ​ເຕືອນ​ໃຫ້​ລະ​ວັງ? ທ່ານ​ເຫັນ​ທັດ​ສະ​ນະ​ຄະ​ຕິ​ໃດໆ​ບໍ​ທີ່​ຄ້າຍ​ຄື​ກັນ​ນັ້ນ​ໃນ​ຕົວ​ທ່ານ​ເອງ? ຖ້ອຍ​ຄຳ​ຂອງ​ຊະ​ເຕ​ຟາ​ໂນ​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ຜົນ​ສະ​ທ້ອນ​ຂອງ​ການ​ຂັດ​ຂວາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ? ທ່ານ​ຈະ​ສາ​ມາດ​ຮູ້​ສຶກ​ໄວ ແລະ ຕອບ​ຮັບ​ການ​ກະ​ຕຸ້ນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃນ​ຊີ​ວິດ​ຂອງ​ທ່ານ​ໄດ້​ແນວ​ໃດ?

ເບິ່ງ “The Martyrdom of Stephen” (ວິ​ດີ​ໂອ), ChurchofJesusChrist.org ນຳ​ອີກ.

ກິດ​ຈະ​ການ 8:26–39

ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ຊ່ວຍ​ເຮົາ​ໃນ​ການ​ນຳ​ພາ​ຄົນ​ອື່ນ​ໄປ​ຫາ​ພຣະ​ເຢ​ຊູ​ຄຣິດ.

ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຈາກ​ເລື່ອງ​ລາວ​ໃນ ກິດ​ຈະ​ການ 8:26–39? ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຊ່ວຍ​ຟີ​ລິບ​ໃນ​ວິ​ທີ​ໃດ? ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ກັບ​ຄົນ​ອື່ນ​ເປັນ​ຄື​ກັນ​ກັບ​ການ​ເປັນ​ຄົນ​ນຳ​ທາງ​ແນວ​ໃດ? (ເບິ່ງ ກິດ​ຈະ​ການ 8:31).

ແອວ​ເດີ ຢູ​ລິດ​ຊິສ໌ ໂຊ​ອາ​ເຣສ໌ ໄດ້​ກ່າວ​ວ່າ ເລື່ອງ​ນີ້ “ເຕືອນ​ເຖິງ​ຄຳ​ສັ່ງ​ຈາກ​ສະ​ຫວັນ​ທີ່​ເຮົາ​ທຸກ​ຄົນ​ຕ້ອງ​ສະ​ແຫວງ​ຫາ​ການ​ຮຽນ​ຮູ້ ແລະ ທີ່​ຈະ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໃຫ້​ກັນ​ແລະ​ກັນ. … ບາງ​ເທື່ອ​ເຮົາ​ກໍ​ຄື​ກັນ​ກັບ​ໄທ​ເອ​ທິ​ໂອ​ເປຍ—ເຮົາ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ຈາກ​ຄູ​ສອນ​ທີ່​ຊື່​ສັດ ແລະ ໃຫ້​ການ​ດົນ​ໃຈ; ແລະ ບາງ​ເທື່ອ​ເຮົາ​ກໍ​ຄື​ກັນ​ກັບ​ຟີ​ລິບ—ເຮົາ​ຕ້ອງ​ສິດ​ສອນ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄົນ​ອື່ນ ໃນ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ເຂົາ​ເຈົ້າ” (“How Can I Understand?,” Liahona, May 2019, 6). ໃຫ້​ຄິດ​ທີ່​ຈະ​ອ່ານ​ຂ່າວ​ສານ​ສ່ວນ​ທີ່​ເຫລືອ​ຢູ່​ຂອງ​ແອວ​ເດີ ໂຊ​ອາ​ເຣສ໌ ແລະ ໄຕ່​ຕອງ​ວິ​ທີ​ທີ່​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ເປັນ​ນັກ​ຮຽນ ແລະ ຄູ​ສອນ​ພຣະ​ກິດ​ຕິຄຸນ​ທີ່​ດີ​ກວ່າ​ເກົ່າ​ແນວ​ໃດ.

ກິດ​ຈະ​ການ 9

ເມື່ອ​ເຮົາ​ຍິນ​ຍອມ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເຮົາ​ຈະ​ສາ​ມາດ​ກາຍ​ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ.

ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ໂຊ​ໂລ​ແບບ​ທັນ​ທີ​ທັນ​ໃດ, ເພິ່ນ​ປ່ຽນ​ຈາກ​ການ​ຈັບ​ຊາວ​ຄຣິດ​ເຂົ້າ​ຄຸກ ເປັນ​ການ​ສັ່ງ​ສອນ​ກ່ຽວ​ກັບ​ພຣະ​ຄຣິດ​ຢູ່​ໃນ​ທຳ​ມະ​ສາ​ລາ. ຂະ​ນະ​ທີ່​ທ່ານ​ອ່ານ​ເລື່ອງ​ລາວ​ຂອງ​ເພິ່ນ, ໃຫ້​ໄຕ່​ຕອງ​ວ່າ ເປັນ​ຫຍັງ​ເພິ່ນ​ຈຶ່ງ​ເຕັມ​ໃຈ​ແທ້ໆ​ທີ່​ຈະ​ປ່ຽນ​ແປງ. (ຖ້າ​ທ່ານ​ຢາກ​ອ່ານ​ການ​ຂຽນ​ຂອງ​ໂຊ​ໂລ​ເອງ​ເຖິງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ເພິ່ນ, ໃຫ້​ເບິ່ງ ກິດ​ຈະ​ການ 22:1–16 ແລະ 26:9–18. ໃຫ້​ສັງ​ເກດ​ເບິ່ງ​ວ່າ​ໃນ​ເລື່ອງ​ລາວ​ເຫລົ່າ​ນີ້, ໂຊ​ໂລ​ໄດ້​ເລືອກ​ໃຫ້​ເອີ້ນ​ເພິ່ນ​ວ່າ ໂປ​ໂລ [ເບິ່ງ ກິດ​ຈະ​ການ 13:9].)

ຂະ​ນະ​ທີ່​ເປັນ​ຄວາມ​ຈິງ​ທີ່​ວ່າ ປະ​ສົບ​ການ​ຂອງ​ໂຊ​ໂລ​ແມ່ນ​ແຕກ​ຕ່າງ—ສຳ​ລັບ​ຜູ້​ຄົນ​ສ່ວນ​ຫລາຍ, ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ແມ່ນ​ຕ້ອງ​ໃຊ້​ເວ​ລາ​ດົນ​ກວ່າ—ມີ​ສິ່ງ​ໃດ​ບໍ​ທີ່​ທ່ານ​ສາ​ມາດ​ຮຽນ​ຮູ້​ຈາກ​ໂຊ​ໂລ​ກ່ຽວ​ກັບ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ? ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ວິ​ທີ​ທີ່​ອາ​ນາ​ເນຍ ແລະ ສາ​ນຸ​ສິດ​ຄົນ​ອື່ນໆ​ສະ​ແດງ​ປະ​ຕິ​ກິ​ລິ​ຍາ​ຕໍ່​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ໂຊ​ໂລ? ທ່ານ​ຈະ​ເຮັດ​ສິ່ງ​ໃດ​ເພື່ອ​ນຳ​ໃຊ້​ບົດ​ຮຽນ​ເຫລົ່າ​ນີ້​ໃນ​ຊີ​ວິດ​ຂອງ​ທ່ານ? ທ່ານ​ອາດ​ເລີ່ມ​ຕົ້ນ​ໂດຍ​ການ​ທູນ​ຖາມ​ໃນ​ຄຳ​ອະ​ທິ​ຖານ, ດັ່ງ​ທີ່​ໂຊ​ໂລ​ໄດ້​ເຮັດ, “ພຣະ​ອົງ​ປະ​ສົງ​ໃຫ້​ຂ້າ​ນ້ອຍ​ເຮັດ​ຢ່າງ​ໃດ?”

ຂະ​ນະ​ທີ່​ທ່ານ​ອ່ານ ກິດ​ຈະ​ການ 9:36–42, ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ນາງ​ຕາ​ບີ​ທາ​ໄດ້​ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ​ແນວ​ໃດ. ແມ່ນ​ຫຍັງ​ທີ່​ດົນ​ໃຈ​ທ່ານ​ກ່ຽວ​ກັບ​ຕົວ​ຢ່າງ​ຂອງ​ນາງ?

ເບິ່ງ Dieter F. Uchtdorf, “Waiting on the Road to Damascus,” Liahona, May 2011, 70–77; “The Road to Damascus” (ວິ​ດີ​ໂອ), ChurchofJesusChrist.org ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ກິດ​ຈະ​ການ 6:8; 7:51–60.ໃຫ້​ປຽບ​ທຽບ​ເລື່ອງ​ລາວ​ຂອງ​ຊະ​ເຕ​ຟາ​ໂນ​ໃນ ກິດ​ຈະ​ການ 6:8 ແລະ ກິດ​ຈະ​ການ 7:51–60 ໃສ່​ກັບ​ເລື່ອງ​ລາວ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ ລູ​ກາ 23:1–46. ຊະ​ເຕ​ຟາ​ໂນ​ໄດ້​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແນວ​ໃດ?

ກິດ​ຈະ​ການ 7:51–60.ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ໃຫ້​ພອນ​ແກ່​ຊະ​ເຕ​ຟາ​ໂນ​ແນວ​ໃດ ຕອນ​ລາວ​ຖືກ​ຂົ່ມ​ເຫັງ? ເຮົາ​ໄດ້​ຮັບ​ຄວາມ​ເຂັ້ມ​ແຂງ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ໃນ​ຊ່ວງ​ເວ​ລາ​ທີ່​ຫຍຸ້ງ​ຍາກ​ເມື່ອ​ໃດ?

ຮູບ​ພາບ
ເປ​ໂຕ​ນຳ​ນາງ​ຕາ​ບີ​ທາ​ຄືນ​ມາ​ຈາກ​ຕາຍ

Tabitha Arise [​ນາງ​ຕາ​ບີ​ທາ​ເປັນ​ຄືນ​ມາ​ຈາກ​ຕາຍ], ໂດຍ ແຊນ​ດີ ຟະ​ເຣັກ​ໂກ​ທັນ ກາ​ກອນ

ກິດ​ຈະ​ການ 9:32–43.ໃຫ້​ຄິດ​ທີ່​ຈະ​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ແຕ້ມ​ຮູບ​ກ່ຽວ​ກັບ​ເລື່ອງ​ລາວ​ໃນ ກິດ​ຈະ​ການ 9:32–43. ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ເປັນ​ສາ​ນຸ​ສິດ ຈາກ​ເລື່ອງ​ລາວ​ເຫລົ່າ​ນີ້? ຄົນ​ທີ່ “ເຮັດ​ແຕ່​ຄຸນ​ງາມ​ຄວາມ​ດີ,” ເຊັ່ນ​ນາງ​ຕາ​ບີ​ທາ, ຊ່ວຍ​ຄົນ​ອື່ນ​ໃຫ້​ເຊື່ອ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ແນວ​ໃດ? (ເບິ່ງ ກິດ​ຈະ​ການ 9:36; “ບົດ​ທີ 60: ເປ​ໂຕ​ນຳ​ນາງ​ຕາ​ບີ​ທາ​ກັບ​ຄືນ​ມາ​ມີ​ຊີ​ວິດ” (ໃນ ເລື່ອງ​ພຣະ​ຄຳ​ພີ​ໃໝ່, 156–57, ຫລື ວິ​ດີ​ໂອ​ທີ່​ກ່ຽວ​ຂ້ອງ ຢູ່​ທີ່ ChurchofJesusChrist.org).

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ແນະ​ນຳ: “ເຮົາ​ຈະ​ໄປ​ທີ່​ພຣະ​ອົງ​ບັນ​ຊາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 50.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ປຽບ​ທຽບ​ພຣະ​ຄຳ​ພີ​ໃສ່​ກັບ​ຊີ​ວິດ​ຂອງ​ທ່ານ. ຂະ​ນະ​ທີ່​ທ່ານ​ອ່ານ, ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ເລື່ອງ​ລາວ ແລະ ຄຳ​ສອນ​ໃນ​ພຣະ​ຄຳ​ພີ​ກ່ຽວ​ຂ້ອງ​ກັບ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ. ຍົກ​ຕົວ​ຢ່າງ, ມີ​ໂອ​ກາດ​ໃດ​ແດ່​ທີ່​ທ່ານ​ເຄີຍ​ມີ​ເພື່ອ​ຮັບ​ໃຊ້​ຄົນ​ອື່ນ, ດັ່ງ​ທີ່​ນາງ​ຕາ​ບີ​ທາ​ໄດ້​ເຮັດ​ໃນ ກິດ​ຈະ​ການ 9:36–39?

ຮູບ​ພາບ
ຊະ​ເຕ​ຟາ​ໂນ​ກຳ​ລັງ​ຖືກ​ຄົນ​ແກວ່ງ​ກ້ອນ​ຫີນ​ໃສ່​ຈົນ​ຕາຍ

“ພວກ​ເຂົາ​ສືບ​ຕໍ່​ແກວ່ງ​ກ້ອນ​ຫີນ​ໃສ່​ຊະ​ເຕ​ຟາ​ໂນ, ຂະ​ນະ​ທີ່​ເພິ່ນ​ກຳ​ລັງ​ອະ​ທິ​ຖານ​ວ່າ, ຂ້າ​ແດ່​ພຣະ​ອົງ​ເຈົ້າ​ເຢ​ຊູ, ຂໍ​ໂຜດ​ຮັບ​ເອົາ​ວິນ​ຍານ​ຂອງ​ຂ້າ​ນ້ອຍ​ດ້ວຍ​ເຖີດ” (ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ, ກິດ​ຈະ​ການ 7:59 [ໃນ ກິດ​ຈະ​ການ 7:59, ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ ]).

ພິມ