“ວັນທີ 31 ເດືອນກໍລະກົດ–ວັນທີ 6 ເດືອນສິງຫາ. ກິດຈະການ 22–28: ‘[ຜູ້ປະຕິບັດສາດສະໜາກິດ ແລະ ເປັນພະຍານ],’” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: ພຣະຄຳພີໃໝ່ 2023 (2022)
“ວັນທີ 31 ເດືອນກໍລະກົດ–ວັນທີ 6 ເດືອນສິງຫາ. ກິດຈະການ 22–28,” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: 2023
ວັນທີ 31 ເດືອນກໍລະກົດ–ວັນທີ 6 ເດືອນສິງຫາ
ກິດຈະການ 22–28
“[ຜູ້ປະຕິບັດສາດສະໜາກິດ ແລະ ເປັນພະຍານ]”
ຄວາມປະທັບໃຈຈາກພຣະວິນຍານບໍລິສຸດມັກຈະງຽບໆ ແລະ ບາງເທື່ອກໍບຶດດຽວ. ການບັນທຶກຄວາມປະທັບໃຈຂອງທ່ານ ຈະຊ່ວຍທ່ານໃຫ້ສະທ້ອນຄິດກ່ຽວກັບມັນຢ່າງເລິກເຊິ່ງ. ຂະນະທີ່ທ່ານອ່ານ ກິດຈະການ 22–28, ໃຫ້ຂຽນຄວາມຄິດ ແລະ ຄວາມຮູ້ສຶກທີ່ມາສູ່ທ່ານລົງໄວ້, ແລະ ໃຫ້ໃຊ້ເວລາໄຕ່ຕອງກ່ຽວກັບມັນ.
ບັນທຶກຄວາມປະທັບໃຈຂອງທ່ານ
“ເມື່ອເຮົາແລ່ນວຽກໃຫ້ພຣະຜູ້ເປັນເຈົ້າ,” ປະທານທອມມັສ ແອັສ ມອນສັນ ໄດ້ສັນຍາວ່າ, “ເຮົາມີສິດທີ່ຈະໄດ້ຮັບຄວາມຊ່ວຍເຫລືອຂອງພຣະຜູ້ເປັນເຈົ້າ” (“To Learn, to Do, to Be,” Liahona, Nov. 2008, 62). ເຖິງແນວໃດກໍຕາມ, ເຮົາບໍ່ມີສິດທີ່ຈະໄດ້ຮັບຫົນທາງລາບລື້ນ ແລະ ຄວາມສຳເລັດຜົນທີ່ບໍ່ມີວັນສິ້ນສຸດ. ສຳລັບການພິສູດເລື່ອງນີ້, ເຮົາບໍ່ຕ້ອງຫລຽວໄປໄກກວ່າອັກຄະສາວົກໂປໂລ. ວຽກງານຂອງເພິ່ນຈາກພຣະຜູ້ຊ່ວຍໃຫ້ລອດແມ່ນ “ນຳເອົານາມຊື່ຂອງເຮົາໄປຍັງຄົນຕ່າງຊາດ, ບັນດາກະສັດ, ແລະ ປະຊາຊົນອິດສະຣາເອນ” (ກິດຈະການ 9:15). ໃນ ບົດທີ 22–28 ຂອງ ກິດຈະການ, ເຮົາເຫັນໂປໂລກຳລັງເຮັດວຽກງານນີ້ຢູ່ ແລະ ກໍກຳລັງຖືກຕໍ່ຕ້ານຢ່າງໜັກ—ຖືກລ່າມໂສ້, ຖືກຈຳຄຸກ, ຖືກຂົ່ມເຫັງທາງຮ່າງກາຍ, ເຮືອຫລົ້ມ, ແລະ ແມ່ນແຕ່ຖືກງູກັດ. ແຕ່ເຮົາກໍຍັງເຫັນວ່າພຣະເຢຊູ “ຢືນຢູ່ໃກ້ໂປໂລ, ແລະ ກ່າວວ່າ, ຢ່າສູ່ຢ້ານ” (ກິດຈະການ 23:11). ປະສົບການຂອງໂປໂລເປັນການເຕືອນທີ່ດົນໃຈວ່າການເອີ້ນຂອງພຣະຜູ້ເປັນເຈົ້າໃຫ້ “ປະກາດພຣະກິດຕິຄຸນ [ຂອງພຣະອົງ] ດ້ວຍສຽງທີ່ມີຄວາມປິຕິຍິນດີ” ມາພ້ອມດ້ວຍຄຳສັນຍານີ້: “ຈົ່ງລື້ນເລີງ ແລະ ເບີກບານເຖີດ, ເພາະເຮົາຢູ່ໃນທ່າມກາງພວກເຈົ້າ” (ຄຳສອນ ແລະ ພັນທະສັນຍາ 29:4–5; ເບິ່ງ ມັດທາຍ 28:19–20 ນຳອີກ).
ແນວຄິດສຳລັບການສຶກສາພຣະຄຳພີເປັນສ່ວນຕົວ
ສານຸສິດຂອງພຣະເຢຊູຄຣິດແບ່ງປັນປະຈັກພະຍານຂອງເຂົາເຈົ້າຢ່າງກ້າຫານ.
ເມື່ອໂປໂລໄດ້ກ່າວປະຈັກພະຍານຢ່າງມີພະລັງ ຊຶ່ງບັນທຶກຢູ່ໃນ ກິດຈະການ 22 ແລະ 26, ເພິ່ນໄດ້ຖືກຈັບເຂົ້າຄຸກໂດຍກຸ່ມທະຫານໂຣມ. ຜູ້ຄົນທີ່ເພິ່ນໄດ້ເວົ້ານຳ ມີອຳນາດທີ່ຈະລົງໂທດເພິ່ນຈົນເຖິງຕາຍ. ແຕ່ເພິ່ນໄດ້ເລືອກສະແດງປະຈັກພະຍານຢ່າງກ້າຫານເຖິງພຣະເຢຊູຄຣິດ ແລະ “ນິມິດຈາກສະຫວັນ” (ກິດຈະການ 26:19) ທີ່ເພິ່ນໄດ້ຮັບ. ແມ່ນຫຍັງທີ່ດົນໃຈທ່ານ ກ່ຽວກັບຖ້ອຍຄຳຂອງເພິ່ນ? ໃຫ້ພິຈາລະນາໂອກາດທີ່ທ່ານມີ ເພື່ອແບ່ງປັນປະຈັກພະຍານຂອງທ່ານ. ຍົກຕົວຢ່າງ, ໝູ່ເພື່ອນຂອງທ່ານຮູ້ເຖິງຄວາມຮູ້ສຶກຂອງທ່ານກ່ຽວກັບພຣະເຢຊູຄຣິດບໍ? ຫລື ເທື່ອສຸດທ້າຍທີ່ທ່ານໄດ້ບອກຄອບຄົວຂອງທ່ານເຖິງວິທີທີ່ທ່ານໄດ້ຮັບປະຈັກພະຍານຂອງທ່ານກ່ຽວກັບພຣະກິດຕິຄຸນ ແມ່ນດົນປານໃດແລ້ວ?
ເມື່ອຊາຍໜຸ່ມໂຈເຊັບ ສະມິດ ຖືກເຍາະເຍີ້ຍ ເພາະການບອກກ່ຽວກັບພາບທີ່ມາໃຫ້ເຫັນຄັ້ງທຳອິດຂອງເພິ່ນ, ເພິ່ນໄດ້ຮັບການດົນໃຈຈາກວິທີທີ່ໂປໂລໄດ້ເປັນພະຍານເຖິງພາບນິມິດຂອງເພິ່ນ (ເບິ່ງ ໂຈເຊັບ ສະມິດ—ປະຫວັດ 1:24–25). ທ່ານຈະສະຫລຸບສິ່ງທີ່ໂຈເຊັບ ສະມິດ ໄດ້ຮຽນຮູ້ຈາກໂປໂລແນວໃດ? ທ່ານຮຽນຮູ້ຫຍັງແດ່ຈາກພະຍານສອງທ່ານນີ້ເຖິງພຣະເຢຊູຄຣິດ?
ເບິ່ງ Neil L. Andersen, “We Talk of Christ,” Liahona, Nov. 2020, 88–91 ນຳອີກ.
ກິດຈະການ 23:10–11; 27:13–25, 40–44
ພຣະຜູ້ເປັນເຈົ້າຢືນຢູ່ກັບຜູ້ທີ່ພະຍາຍາມຮັບໃຊ້ພຣະອົງ.
ດັ່ງທີ່ການປະຕິບັດສາດສະໜາກິດຂອງໂປໂລສະແດງໃຫ້ເຫັນ, ຄວາມຫຍຸ້ງຍາກໃນຊີວິດຂອງເຮົາ ບໍ່ໄດ້ເປັນສັນຍານວ່າ ພຣະເຈົ້າບໍ່ເຫັນດ້ວຍກັບເຮົາ ຫລື ກັບວຽກງານທີ່ເຮົາກຳລັງເຮັດຢູ່. ຕາມຈິງແລ້ວ, ບາງເທື່ອ ໃນລະຫວ່າງຄວາມຫຍຸ້ງຍາກນັ້ນແຫລະ ທີ່ເຮົາຮູ້ສຶກເຖິງການສະໜັບສະໜູນຈາກພຣະອົງຢ່າງແຮງກ້າຫລາຍທີ່ສຸດ. ມັນອາດເປັນສິ່ງທີ່ໜ້າສົນໃຈ ທີ່ຈະທົບທວນສິ່ງທີ່ທ່ານໄດ້ອ່ານກ່ຽວກັບການປະຕິບັດສາດສະໜາກິດຂອງໂປໂລ ແລະ ໃຫ້ຂຽນບາງສິ່ງທີ່ເພິ່ນໄດ້ອົດທົນຕໍ່ ລົງໄວ້ (ເບິ່ງ, ສຳລັບຕົວຢ່າງ, ກິດຈະການ 14:19–20; 16:19–27; 21:31–34; 23:10–11; 27:13–25, 40–44). ພຣະຜູ້ເປັນເຈົ້າໄດ້ຢືນຢູ່ກັບເພິ່ນແນວໃດ? ພຣະອົງໄດ້ຢືນຢູ່ກັບທ່ານແນວໃດ?
ກິດຈະການ 24:24–27; 26:1–3, 24–29; 27
ມີຄວາມປອດໄພ ແລະ ຄວາມສະຫງົບໃນການເຮັດຕາມຖ້ອຍຄຳຂອງຜູ້ຮັບໃຊ້ຂອງພຣະເຈົ້າ.
ຕະຫລອດທົ່ວການປະຕິບັດສາດສະໜາກິດຂອງເພິ່ນ, ໂປໂລໄດ້ກ່າວປະຈັກພະຍານຢ່າງມີພະລັງເຖິງພຣະເຢຊູຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງ. ຫລາຍຄົນໄດ້ຮັບເອົາການເປັນພະຍານຂອງເພິ່ນ, ແຕ່ບໍ່ແມ່ນທຸກຄົນ. ຂະນະທີ່ທ່ານອ່ານ ກິດຈະການ 24:24–27 ແລະ ກິດຈະການ 26:1–3, 24–29, ໃຫ້ຊອກຫາຄຳ ແລະ ວະລີ ທີ່ສະແດງໃຫ້ເຫັນຜູ້ນຳຄົນໂຣມດັ່ງຕໍ່ໄປນີ້ໃນຢູດາຍ ມີປະຕິກິລິຍາແນວໃດກັບການສິດສອນຂອງໂປໂລ:
-
ເຟລິກ
-
ເຟສະໂຕ
-
ກະສັດອັກຄຼີປາ
ຂະນະທີ່ຂີ່ເຮືອໄປກຸງໂຣມ ໂດຍທີ່ຖືກສົ່ງໄປໃຫ້ກາຍຊາຕັດສິນ, ໂປໂລໄດ້ທຳນາຍວ່າ ເຮືອ ແລະ ຜູ້ໂດຍສານໃນນັ້ນ “ຈະໄດ້ຮັບຄວາມເສຍຫາຍໜັກ” (ກິດຈະການ 27:10). ໃຫ້ອ່ານ ບົດທີ 27 ເພື່ອເບິ່ງວ່າເພື່ອນຮ່ວມເດີນທາງໃນເຮືອຂອງໂປໂລ ມີປະຕິກິລິຍາແນວໃດ ກັບຄຳເຕືອນຂອງເພິ່ນ. ທ່ານພົບເຫັນບົດຮຽນຢ່າງໃດບໍສຳລັບຕົວທ່ານເອງ ໃນປະສົບການຂອງເຂົາເຈົ້າ?
ທ່ານເຄີຍມີປະຕິກິລິຍາທີ່ຄືກັນກັບຜູ້ຄົນເຫລົ່ານີ້ບໍ ເມື່ອທ່ານໄດ້ຍິນການສິດສອນຂອງຜູ້ນຳຂອງສາດສະໜາຈັກ? ແມ່ນຫຍັງຄືຜົນສະທ້ອນບາງຢ່າງຂອງການມີປະຕິກິລິຍາໃນທາງເຫລົ່ານີ້? ທ່ານຮຽນຮູ້ຫຍັງແດ່ຈາກເລື່ອງລາວເຫລົ່ານີ້ກ່ຽວກັບການເອົາໃຈໃສ່ຕໍ່ຄຳແນະນຳຂອງພຣະຜູ້ເປັນເຈົ້າ ຜ່ານທາງຜູ້ຮັບໃຊ້ຂອງພຣະອົງ?
ເບິ່ງ 2 ນີໄຟ 33:1–2; D. Todd Christofferson, “The Voice of Warning,” Liahona, May 2017, 108–11; “Follow the Living Prophet,” Teachings of Presidents of the Church: Ezra Taft Benson (2014), 147–55 ນຳອີກ.
ແນວຄິດສຳລັບການສຶກສາພຣະຄຳພີເປັນຄອບຄົວ ແລະ ການສັງສັນໃນຕອນແລງ
-
ກິດຈະການ 24:16.ກ່ອນການປ່ຽນໃຈເຫລື້ອມໃສຂອງເພິ່ນ, ໂປໂລມີປະຫວັດອັນຍາວນານເລື່ອງການເຮັດຜິດຕໍ່ພຣະເຈົ້າ. ແຕ່ເປັນເພາະເພິ່ນເຕັມໃຈທີ່ຈະກັບໃຈ, ເພິ່ນຈຶ່ງສາມາດເວົ້າໄດ້ວ່າ, “ດ້ວຍເຫດນີ້, ຂ້ານ້ອຍຈຶ່ງປະພຶດຕົນໃຫ້ມີໃຈສຳນຶກຜິດ ແລະ ຊອບ ອັນເສາະໃສ ຕໍ່ໜ້າພຣະເຈົ້າ ແລະ ຕໍ່ໜ້າມະນຸດສະເໝີມາ” (ເບິ່ງ ຄຳສອນ ແລະ ພັນທະສັນຍາ 135:4–5 ນຳອີກ). ເຮົາຈະສາມາດກຳຈັດຄວາມສຳນຶກຜິດຕໍ່ພຣະເຈົ້າ ແລະ ຕໍ່ຄົນອື່ນໄດ້ແນວໃດ?
-
ກິດຈະການ 26:16–18.ໃນຂໍ້ເຫລົ່ານີ້, ພຣະຜູ້ເປັນເຈົ້າໄດ້ເອີ້ນໂປໂລໃຫ້ເຮັດຫຍັງ? ມີໂອກາດໃດແດ່ທີ່ເຮົາສາມາດເຮັດສິ່ງທີ່ຄ້າຍຄືກັນ?
-
ກິດຈະການ 28:1–9.ມີຄົນໃດໃນຄອບຄົວຂອງທ່ານມັກງູບໍ? ທ່ານອາດໃຫ້ຄົນນັ້ນ ຫລື ຄົນອື່ນໃນຄອບຄົວເລົ່າເລື່ອງຢູ່ໃນ ກິດຈະການ 28:1–9. ລູກໆຂອງທ່ານອາດມັກແຕ້ມຮູບ ຫລື ສະແດງຕາມເລື່ອງລາວເຫລົ່ານີ້. ມີບົດຮຽນຢ່າງໃດແດ່ທີ່ເຮົາສາມາດຮຽນຮູ້ຈາກເລື່ອງລາວເຫລົ່ານີ້? ເລື່ອງໜຶ່ງອາດເປັນວ່າ ພຣະຜູ້ເປັນເຈົ້າໄດ້ບັນລຸຄຳສັນຍາຂອງພຣະອົງທີ່ໃຫ້ໄວ້ກັບຜູ້ຮັບໃຊ້ຂອງພຣະອົງ. ຍົກຕົວຢ່າງ, ທ່ານສາມາດປຽບທຽບຄຳສັນຍາທີ່ເຮັດໄວ້ໃນ ມາຣະໂກ 16:18 ຊຶ່ງບັນລຸໃນປະສົບການຂອງໂປໂລ. ທ່ານກໍສາມາດຊອກຫາຄຳສັນຍາຢູ່ໃນຄຳປາໄສຂອງກອງປະຊຸມໃຫຍ່ສາມັນຄັ້ງລ່າສຸດ ທີ່ກ່າວໂດຍຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າ—ບາງທີ ຄຳສັນຍາທີ່ມີຄວາມໝາຍຕໍ່ຄອບຄົວຂອງທ່ານ—ແລະ ໃຫ້ສະແດງມັນຢູ່ໃນເຮືອນຂອງທ່ານ. ເຮົາຈະສະແດງສັດທາຂອງເຮົາໄດ້ແນວໃດ ວ່າຄຳສັນຍານີ້ຈະສຳເລັດເປັນຈິງ?
-
ກິດຈະການ 28:22–24.ຄືກັນກັບສາດສະໜາຈັກໃນສະໄໝຂອງໂປໂລ (ຖືກເອີ້ນ “ນິກາຍ” ໃນ ຂໍ້ທີ 22), ສາດສະໜາຈັກໃນທຸກວັນນີ້ ກໍມັກຖືກ “ຂັດຂວາງ.” ເມື່ອຜູ້ຄົນຂັດຂວາງຕ້ານພຣະຜູ້ຊ່ວຍໃຫ້ລອດ ແລະ ສາດສະໜາຈັກຂອງພຣະອົງ, ໂປໂລຕອບຮັບແນວໃດ? ເຮົາຮຽນຮູ້ຫຍັງແດ່ຈາກປະສົບການຂອງໂປໂລ?
ສຳລັບແນວຄິດເພີ່ມເຕີມກ່ຽວກັບການສິດສອນເດັກນ້ອຍ, ໃຫ້ເບິ່ງ this week’s outline ໃນ Come, Follow Me—For Primary.
ເພງແນະນຳ: “ເຮົາຮູ້ພຣະຜູ້ໄຖ່ຊົງພຣະຊົນ,” ເພງສວດ ແລະ ເພງຂອງເດັກນ້ອຍ, 42.