“ວັນທີ 7–13 ເດືອນສິງຫາ. ໂຣມ 1–6: ‘ອຳນາດຂອງພຣະເຈົ້າ [ໄປສູ່ຄວາມລອດ],’” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: ພຣະຄຳພີໃໝ່ 2023 (2022)
“ວັນທີ 7–13 ເດືອນສິງຫາ. ໂຣມ 1–6,” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: 2023
ວັນທີ 7–13 ເດືອນສິງຫາ
ໂຣມ 1–6
“ອຳນາດຂອງພຣະເຈົ້າ [ໄປສູ່ຄວາມລອດ]”
ໃຫ້ບັນທຶກການກະຕຸ້ນທີ່ຈະຊ່ວຍທ່ານໃຫ້ຈື່ຈຳສິ່ງທີ່ພຣະວິນຍານກຳລັງສິດສອນທ່ານ. ໃຫ້ຄິດທີ່ຈະບັນທຶກວ່າ ທ່ານຮູ້ສຶກແນວໃດກ່ຽວກັບການກະຕຸ້ນເຫລົ່ານີ້.
ບັນທຶກຄວາມປະທັບໃຈຂອງທ່ານ
ເມື່ອເຖິງເວລາທີ່ໂປໂລໄດ້ຂຽນສານເຖິງສະມາຊິກຂອງສາດສະໜາຈັກທີ່ກຸງໂຣມ, ຊຶ່ງເປັນກຸ່ມຊາວຢິວ ແລະ ຄົນຕ່າງຊາດທີ່ຫລາກຫລາຍ, ສາດສະໜາຈັກຂອງພຣະເຢຊູຄຣິດໄດ້ເຕີບໂຕໄປໄກກວ່າຜູ້ເຊື່ອກຸ່ມນ້ອຍໆຈາກແຂວງຄາລີເລແລ້ວ. ປະມານ 20 ປີ ຫລັງຈາກການຟື້ນຄືນພຣະຊົນຂອງພຣະຜູ້ຊ່ວຍໃຫ້ລອດ, ມັນມີຊາວຄຣິດຢູ່ເກືອບທຸກບ່ອນທີ່ອັກຄະສາວົກສາມາດເດີນທາງໄປຫາໄດ້—ລວມທັງກຸງໂຣມ, ຊຶ່ງເປັນຫົວເມືອງໃຫຍ່ຂອງຈັກກະພົບທີ່ມີອຳນາດ. ເຖິງຢ່າງໃດກໍຕາມ, ເມື່ອປຽບທຽບໃສ່ກັບຄວາມກວ້າງຂວາງຂອງຈັກກະພົບໂຣມແລ້ວ, ສາດສະໜາຈັກມີຂະໜາດນ້ອຍ ແລະ ມັກຖືກຂົ່ມເຫັງເລື້ອຍໆ. ໃນສະພາບການເຊັ່ນນັ້ນ, ບາງຄົນອາດຮູ້ສຶກ “ມີຄວາມລະອາຍໃນພຣະກິດຕິຄຸນຂອງພຣະຄຣິດ”—ແຕ່, ແນ່ນອນ, ບໍ່ແມ່ນໂປໂລ. ເພິ່ນຮູ້ ແລະ ໄດ້ເປັນພະຍານວ່າອຳນາດທີ່ແທ້ຈິງນັ້ນ, “ອຳນາດຂອງພຣະເຈົ້າ [ໄປສູ່ຄວາມລອດ],” ມີຢູ່ໃນພຣະກິດຕິຄຸນຂອງພຣະເຢຊູຄຣິດ (ໂຣມ 1:16).
ແນວຄິດສຳລັບການສຶກສາພຣະຄຳພີເປັນສ່ວນຕົວ
ສານຄືຫຍັງ, ແລະ ມັນຖືກຈັດລຽງແນວໃດ?
ສານຄືຈົດໝາຍທີ່ຜູ້ນຳຂອງສາດສະໜາຈັກຂຽນເຖິງໄພ່ພົນໃນຫລາຍພາກພື້ນຂອງໂລກ. ອັກຄະສາວົກໂປໂລໄດ້ຂຽນສານຫລາຍກວ່າໝູ່ໃນພຣະຄຳພີໃໝ່—ເລີ່ມຕົ້ນຈາກ ໂຣມ ແລະ ສິ້ນສຸດດ້ວຍ ເຮັບເຣີ. ສານຂອງເພິ່ນຖືກຈັດລຽງຕາມຄວາມຍາວ, ຍົກເວັ້ນແຕ່ ເຮັບເຣີ (ເບິ່ງ Bible Dictionary, “Pauline Epistles”). ເຖິງແມ່ນວ່າ ໂຣມ ແມ່ນສານສະບັບທຳອິດໃນພຣະຄຳພີໃໝ່, ແຕ່ແທ້ຈິງແລ້ວ ມັນຖືກຂຽນໃນທ້າຍການເດີນທາງເຜີຍແຜ່ຂອງໂປໂລ.
“[ຄົນຊອບທຳຈະດຳລົງຊີວິດຕາມສັດທາ].”
ຄຳອະທິບາຍດັ່ງຕໍ່ໄປນີ້ອາດຊ່ວຍທ່ານໃຫ້ເຂົ້າໃຈຫລາຍຂຶ້ນກ່ຽວກັບສານເຖິງກຸງໂຣມ:
-
ກົດ.ເມື່ອໂປໂລຂຽນກ່ຽວກັບ “ກົດ,” ເພິ່ນໝາຍເຖິງກົດຂອງໂມເຊ. ຄຳວ່າ “ການປະຕິບັດ” ໃນການຂຽນຂອງໂປໂລ ໝາຍເຖິງການກະທຳພາຍນອກ ທີ່ກ່ຽວຂ້ອງກັບກົດຂອງໂມເຊ. ໃຫ້ພິຈາລະນາກົດຂອງໂມເຊ ແລະ ວຽກງານທີ່ຮຽກຮ້ອງພາຍໃຕ້ກົດແມ່ນແຕກຕ່າງຈາກ “ຫລັກຂອງ [ສັດທາ]” ທີ່ບັນຍາຍຢູ່ໃນ ໂຣມ 3:23–31.
-
ການໄດ້ຮັບພິທີຕັດ, ການບໍ່ໄດ້ຮັບພິທີຕັດ.ໃນສະໄໝບູຮານ, ການຮັບພິທີຕັດເປັນເຄື່ອງໝາຍ ຫລື ສັນຍາລັກແຫ່ງພັນທະສັນຍາທີ່ພຣະເຈົ້າໄດ້ເຮັດໄວ້ກັບອັບຣາຮາມ. ໂປໂລໄດ້ໃຊ້ຄຳວ່າ “ຜູ້ໄດ້ຮັບພິທີຕັດ” ເມື່ອກ່າວເຖິງຊາວຢິວ (ຜູ້ຄົນແຫ່ງພັນທະສັນຍາ) ແລະ “ຜູ້ທີ່ບໍ່ໄດ້ຮັບພິທີຕັດ” ເມື່ອກ່າວເຖິງຄົນຕ່າງຊາດ. ໃຫ້ໄຕ່ຕອງສິ່ງທີ່ ໂຣມ 2:25–29 ສິດສອນກ່ຽວກັບວ່າ ການເປັນຜູ້ຄົນແຫ່ງພັນທະສັນຍາຂອງພຣະເຈົ້ານັ້ນ ໝາຍຄວາມວ່າແນວໃດແທ້ໆ. ໃຫ້ສັງເກດເບິ່ງວ່າ ການໄດ້ຮັບພິທີຕັດບໍ່ໄດ້ເປັນເຄື່ອງໝາຍຂອງຜູ້ຄົນແຫ່ງພັນທະສັນຍາຂອງພຣະເຈົ້າກັບຜູ້ຄົນຂອງພຣະອົງອີກແລ້ວ (ເບິ່ງ ກິດຈະການ 15:23–29).
-
ການຮັບຮອງ, ຮັບຮອງ, ຖືກຮັບຮອງ.ຄຳເຫລົ່ານີ້ໝາຍເຖິງການໄດ້ຮັບການປົດບາບ ຫລື ໄດ້ຮັບການໃຫ້ອະໄພຈາກບາບ. ເມື່ອເຮົາຖືກຮັບຮອງ, ເຮົາໄດ້ຮັບການໃຫ້ອະໄພ, ຖືກປະກາດວ່າບໍ່ມີຄວາມຜິດ, ແລະ ເປັນອິດສະລະຈາກການຖືກລົງໂທດຊົ່ວນິລັນດອນເພາະບາບຂອງເຮົາ. ເມື່ອທ່ານເຫັນຄຳເຫລົ່ານີ້, ໃຫ້ສັງເກດເບິ່ງສິ່ງທີ່ໂປໂລໄດ້ສິດສອນກ່ຽວກັບສິ່ງທີ່ເຮັດໃຫ້ການຮັບຮອງເປັນໄປໄດ້ (ເບິ່ງ ຄູ່ມືພຣະຄຳພີ, “ຮັບຮອງ, ການຮັບຮອງ,” scriptures.ChurchofJesusChrist.org; D. Todd Christofferson, “Justification and Sanctification,” Ensign, June 2001, 18–25 ນຳອີກ). ໃນ ໂຣມ, ຄຳເຊັ່ນ “ຊອບທຳ” ແລະ “ຄວາມຊອບທຳ” ສາມາດເຫັນໄດ້ວ່າເປັນຄຳສັບຄ້າຍຄືໃຫ້ກັບຄຳເຊັ່ນ “ທ່ຽງທຳ” ແລະ “ການຮັບຮອງ.”
-
ພຣະຄຸນ.ພຣະຄຸນແມ່ນ “ຄວາມຊ່ວຍເຫລືອ ຫລື ພະລັງຈາກສະຫວັນ … ທີ່ໄດ້ມອບໃຫ້ຜ່ານທາງຄວາມເມດຕາຢ່າງຫລວງຫລາຍ ແລະ ຄວາມຮັກຂອງພຣະເຢຊູຄຣິດ.” ຜ່ານທາງພຣະຄຸນ, ທຸກຄົນຈະໄດ້ຟື້ນຄືນຊີວິດ ແລະ ຮັບເອົາຄວາມເປັນອະມະຕະ. ນອກເໜືອຈາກນີ້, “ພຣະຄຸນເປັນພະລັງທີ່ເຮັດໃຫ້ສາມາດ ເພື່ອອະນຸຍາດໃຫ້ຊາຍ ແລະ ຍິງໃຫ້ໄດ້ຮັບຊີວິດນິລັນດອນ ແລະ ຄວາມສູງສົ່ງ ຫລັງຈາກທີ່ເຂົາເຈົ້າໄດ້ພະຍາຍາມຈົນສຸດຄວາມສາມາດແລ້ວ.” ເຮົາບໍ່ໄດ້ຮັບພຣະຄຸນຈາກຄວາມພະຍາຍາມຂອງເຮົາ; ແຕ່ແມ່ນພຣະຄຸນທີ່ໃຫ້ “ຄວາມເຂັ້ມແຂງ ແລະ ຄວາມຊ່ວຍເຫລືອແກ່ເຮົາ ໃນການເຮັດວຽກງານດີ ຊຶ່ງຖ້າບໍ່ດັ່ງນັ້ນ [ເຮົາ] ຈະບໍ່ສາມາດຮັກສາໄວ້ໄດ້” (Bible Dictionary, “ພຣະຄຸນ”; ເບິ່ງ 2 ນີໄຟ 25:23; Dieter F. Uchtdorf, “The Gift of Grace,” Liahona, May 2015, 107–10; Brad Wilcox, “His Grace Is Sufficient,” Liahona, Sept. 2013, 43–45 ນຳອີກ). ຂະນະທີ່ທ່ານອ່ານ ໂຣມ, ໃຫ້ບັນທຶກສິ່ງທີ່ທ່ານໄດ້ຮຽນຮູ້ກ່ຽວກັບພຣະຄຸນຂອງພຣະຜູ້ຊ່ວຍໃຫ້ລອດໄວ້.
ການກະທຳຂອງເຮົາຄວນສະທ້ອນ ແລະ ເພີ່ມພູນການປ່ຽນໃຈເຫລື້ອມໃສຂອງເຮົາ.
ຊາວຢິວບາງຄົນທີ່ເປັນຄຣິດສະຕຽນໃນກຸງໂຣມ ປະກົດວ່າຍັງເຊື່ອວ່າ ພິທີການ ແລະ ພິທີກຳໃນກົດຂອງໂມເຊ ນຳຄວາມລອດມາໃຫ້. ສິ່ງນີ້ອາດເບິ່ງຄືວ່າ ເປັນບັນຫາທີ່ບໍ່ກ່ຽວຂ້ອງອີກແລ້ວ ນັບຕັ້ງແຕ່ເຮົາບໍ່ໄດ້ໃຊ້ຊີວິດຕາມກົດຂອງໂມເຊອີກຕໍ່ໄປ. ແຕ່ຂະນະທີ່ທ່ານອ່ານການຂຽນຂອງໂປໂລ, ໂດຍສະເພາະ ໂຣມ 2:17–29, ໃຫ້ຄິດກ່ຽວກັບຄວາມພະຍາຍາມຂອງທ່ານເອງທີ່ຈະດຳລົງຊີວິດຕາມພຣະກິດຕິຄຸນ. ການກະທຳພາຍນອກ, ດັ່ງເຊັ່ນ ການຮັບສິນລະລຶກ ຫລື ການໄປພຣະວິຫານ, ຊ່ວຍໃຫ້ການປ່ຽນໃຈເຫລື້ອມໃສເລິກເຊິ່ງຫລາຍຂຶ້ນ ແລະ ສັດທາຂອງທ່ານເຂັ້ມແຂງຂຶ້ນ ໃນພຣະຄຣິດບໍ? (ເບິ່ງ ແອວມາ 25:15–16). ມີສິ່ງໃດບໍທີ່ທ່ານຄວນປ່ຽນ ເພື່ອວ່າການກະທຳພາຍນອກຂອງທ່ານຈະນຳພາໄປສູ່ການປ່ຽນໃຈ?
ເບິ່ງ Dallin H. Oaks, “The Challenge to Become,” Ensign, Nov. 2000, 32–34 ນຳອີກ.
ຜ່ານທາງພຣະເຢຊູຄຣິດ, ເຮົາສາມາດໄດ້ຮັບການໃຫ້ອະໄພຈາກບາບຂອງເຮົາ.
ບາງຄົນອາດຮູ້ສຶກທໍ້ແທ້ໃຈ ຕາມການປະກາດຂອງໂປໂລທີ່ວ່າ “ບໍ່ມີຄົນຊອບທຳຈັກຄົນໜຶ່ງຄົນດຽວ” (ໂຣມ 3:10). ແຕ່ກໍຍັງມີຂ່າວສານໃຫ້ຄວາມຫວັງຢູ່ໃນໂຣມ. ໃຫ້ຊອກຫາມັນຢູ່ໃນ ບົດທີ 3 ແລະ 5, ແລະ ໃຫ້ພິຈາລະນາວ່າ ເປັນຫຍັງການຈື່ຈຳວ່າ “ທຸກຄົນໄດ້ເຮັດຜິດບາບ, ແລະ ຂາດຈາກລັດສະໝີພາບຂອງພຣະເຈົ້າ” (ໂຣມ 3:23) ເປັນຂັ້ນຕອນສຳຄັນໄປສູ່ການຮຽນຮູ້ທີ່ຈະ “[ປິຕິຍິນດີ] ໃນຄວາມຫວັງ” ຜ່ານທາງພຣະເຢຊູຄຣິດ (ໂຣມ 5:2).
ພຣະເຢຊູຄຣິດເຊື້ອເຊີນເຮົາໃຫ້ “ດຳເນີນຕາມຊີວິດໃໝ່.”
ໂປໂລໄດ້ສິດສອນວ່າ ພຣະກິດຕິຄຸນຂອງພຣະເຢຊູຄຣິດຄວນປ່ຽນແປງວິທີທີ່ເຮົາດຳເນີນຊີວິດ. ມີຂໍ້ຄວາມໃດແດ່ໃນ ໂຣມ 6 ທີ່ບັນຍາຍວ່າ ການຕິດຕາມພຣະຜູ້ຊ່ວຍໃຫ້ລອດໄດ້ຊ່ວຍທ່ານໃຫ້ “ດຳເນີນຕາມຊີວິດໃໝ່” ແນວໃດ? (ຂໍ້ທີ 4).
ແນວຄິດສຳລັບການສຶກສາພຣະຄຳພີເປັນຄອບຄົວ ແລະ ການສັງສັນໃນຕອນແລງ
-
ໂຣມ 1:16–17.ເຮົາຈະສະແດງວ່າ ເຮົາ “ບໍ່ມີຄວາມລະອາຍໃນ [ພຣະກິດຕິຄຸນຂອງພຣະຄຣິດ]”?
-
ໂຣມ 3:23–28.ຂະນະທີ່ທ່ານອ່ານຂໍ້ເຫລົ່ານີ້, ທ່ານສາມາດສົນທະນາຄວາມແຕກຕ່າງລະຫວ່າງ “ການໄດ້ຮັບ” ພຣະຄຸນຂອງພຣະເຈົ້າ, ຊຶ່ງເຮົາບໍ່ສາມາດເຮັດໄດ້, ແລະ ໄດ້ຮັບມັນ, ຊຶ່ງເຮົາຕ້ອງເຮັດ. ເຮົາເຄີຍຮູ້ສຶກເຖິງພຣະຄຸນຂອງພຣະເຈົ້າເມື່ອໃດ? ເຮົາຈະສາມາດໄດ້ຮັບມັນຢ່າງສົມບູນຫລາຍຂຶ້ນໄດ້ແນວໃດ?
-
ໂຣມ 5:3–5.ຄວາມຍາກລຳບາກໃດແດ່ທີ່ເຮົາເຄີຍປະເຊີນ? ຄວາມຍາກລຳບາກເຫລົ່ານີ້ຊ່ວຍເຮົາໃຫ້ມີຄວາມອົດທົນ, ມີປະສົບການ, ແລະ ມີຄວາມຫວັງແນວໃດ?
-
ໂຣມ 6:3–6.ໂປໂລໄດ້ເວົ້າຫຍັງແດ່ໃນຂໍ້ເຫລົ່ານີ້ ກ່ຽວກັບສັນຍາລັກຂອງການບັບຕິສະມາ? ບາງທີຄອບຄົວຂອງທ່ານສາມາດວາງແຜນໄປຮ່ວມການບັບຕິສະມາເທື່ອໜ້າ. ຫລື ບາງຄົນໃນຄອບຄົວຂອງທ່ານສາມາດສະແດງຮູບພາບ ຫລື ເລົ່າຄວາມຊົງຈຳຈາກການບັບຕິສະມາຂອງລາວເອງ. ການເຮັດ ແລະ ການຮັກສາພັນທະສັນຍາຂອງການບັບຕິສະມາ ຊ່ວຍເຮົາໃຫ້ “ດຳເນີນຕາມຊີວິດໃໝ່” ແນວໃດ?
ສຳລັບແນວຄິດເພີ່ມເຕີມກ່ຽວກັບການສິດສອນເດັກນ້ອຍ, ໃຫ້ເບິ່ງ this week’s outline ໃນ Come, Follow Me—For Primary.
ເພງແນະນຳ: “ສອນເຮົາຍ່າງໃນແສງ,” ເພງສວດ ແລະ ເພງຂອງເດັກນ້ອຍ, 72.