ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 21–27 ເດືອນ​ສິງ​ຫາ. 1 ໂກ​ຣິນ​ໂທ 1–7: “ໃຫ້​ຖືກ​ຕ້ອງ​ປອງ​ດອງ​ກັນ”


“ວັນ​ທີ 21–27 ເດືອນ​ສິງ​ຫາ. 1 ໂກ​ຣິນ​ໂທ 1–7: ‘ໃຫ້​ຖືກ​ຕ້ອງ​ປອງ​ດອງ​ກັນ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 21–27 ເດືອນ​ສິງ​ຫາ. 1 ໂກ​ຣິນ​ໂທ 1–7,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ເມືອງ​ໂກ​ຣິນ​ໂທ​ສະ​ໄໝ​ບູ​ຮານ

Corinth, Southern Greece, the Forum and Civic Center [ເມືອງ​ໂກ​ຣິນ​ໂທ, ພາກ​ໃຕ້​ຂອງ​ປະ​ເທດ​ກຣີກ, ບ່ອນ​ຊຸມ​ນຸມ​ສາ​ທາ​ລະ​ນະ ແລະ ສູນ​ຊຸມ​ຊົນ], ແຕ້ມ​ໂດຍ ເບ​ເລດຈ໌ Balogh/www.ArchaeologyIllustrated.com

ວັນ​ທີ 21–27 ເດືອນ​ສິງ​ຫາ

1 ໂກ​ຣິນ​ໂທ 1–7

“ໃຫ້​ຖືກ​ຕ້ອງ​ປອງ​ດອງ​ກັນ”

ໃຫ້​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ ຂະ​ນະ​ທີ່​ທ່ານ​ອ່ານ 1 ໂກ​ຣິນ​ໂທ 1–7. ຄວາມ​ປະ​ທັບ​ໃຈ​ເຫລົ່າ​ນີ້​ອາດ​ຮ່ວມ​ດ້ວຍ​ການ​ກະ​ຕຸ້ນ​ໃຫ້​ສຶກ​ສາ​ແນວ​ຄິດ​ເພີ່ມ​ເຕີມ, ເພື່ອ​ແບ່ງ​ປັນ​ບາງ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້​ກັບ​ຄົນ​ອື່ນ, ຫລື ທຳ​ການ​ປ່ຽນ​ແປງ​ໃນ​ຊີ​ວິດ​ຂອງ​ທ່ານ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ລະ​ຫວ່າງ​ເດືອນ​ທີ່​ໂປ​ໂລ​ຢູ່​ໃນ​ເມືອງ​ໂກ​ຣິນ​ໂທ, “ຊາວ​ໂກ​ຣິນ​ໂທ​ຫລາຍ​ຄົນ​ຜູ້​ໄດ້​ຍິນ​ພຣະ​ທຳ​ທີ່ [ເພິ່ນ] ກ່າວ ກໍ​ໄດ້​ເຊື່ອ, ແລະ ຮັບ​ບັບ​ຕິ​ສະ​ມາ” (ກິດ​ຈະ​ການ 18:8). ສະ​ນັ້ນ ຈຶ່ງ​ເຮັດ​ໃຫ້​ໂປ​ໂລ​ເສົ້າ​ສະ​ຫລົດ​ໃຈ​ທີ່​ໄດ້​ຍິນ, ພຽງ​ແຕ່​ສອງ​ສາມ​ປີ​ຕໍ່​ມາ, ວ່າ​ມີ​ການ “ຖື​ພັກ​ຖື​ພວກ” ແລະ “ຜິດ​ຂ້ອງ​ຕ້ອງ​ຖຽງ​ກັນ” ໃນ​ບັນ​ດາ​ໄພ່​ພົນ​ຊາວ​ໂກ​ຣິນ​ໂທ ແລະ ວ່າ​ໃນ​ຕອນ​ທີ່​ເພິ່ນ​ບໍ່​ຢູ່​ນຳ ພວກ​ເຂົາ​ໄດ້​ເອົາ​ໃຈ​ໃສ່​ກັບ “ປັນ​ຍາ​ຂອງ​ຝ່າຍ​ໂລກ” (1 ໂກ​ຣິນ​ໂທ 1:10–11, 20). ໃນ​ການ​ຕອບ, ໂປ​ໂລ​ໄດ້​ຂຽນ​ຈົດ​ໝາຍ​ທີ່​ເວ​ລາ​ນີ້​ເຮົາ​ເອີ້ນ​ວ່າ 1 ໂກ​ຣິນ​ໂທ. ມັນ​ເຕັມ​ໄປ​ດ້ວຍ​ຄຳ​ສອນ​ເລິກ​ເຊິ່ງ, ແຕ່​ໃນ​ເວ​ລາ​ດຽວ​ກັນ, ໂປ​ໂລ​ເບິ່ງ​ຄື​ຜິດ​ຫວັງ​ທີ່​ໄພ່​ພົນ​ຍັງ​ບໍ່​ພ້ອມ​ທີ່​ຈະ​ຮັບ​ເອົາ​ຄຳ​ສອນ​ທັງ​ໝົດ​ທີ່​ເພິ່ນ​ຢາກມອບ​ໃຫ້​ພວກ​ເຂົາ. “ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ຕາມ​ຄວາມ​ເປັນ​ຈິງ​ແລ້ວ, ຝ່າຍ​ເຮົາ​ຈະ​ເວົ້າ​ກັບ​ພວກ​ເຈົ້າ​ເໝືອນ​ເວົ້າ​ກັບ​ຄົນ​ທີ່​ຢູ່​ຝ່າຍ​ວິນ​ຍານ​ກໍ​ບໍ່​ໄດ້,” ເພິ່ນ​ຄ່ຳ​ຄວນ, “ເພາະ​ວ່າ​ພວກ​ເຈົ້າ​ຍັງ​ຢູ່​ຝ່າຍ​ມະ​ນຸດ​ທຳ​ມະ​ດາ” (1 ໂກ​ຣິນ​ໂທ 3:1–3). ຂະ​ນະ​ທີ່​ເຮົາ​ກະ​ກຽມ​ທີ່​ຈະ​ອ່ານ​ຖ້ອຍ​ຄຳ​ຂອງ​ໂປ​ໂລ, ມັນ​ອາດ​ເປັນ​ປະ​ໂຫຍດ​ທີ່​ຈະ​ສຳ​ຫລວດ​ຄວາມ​ພ້ອມ​ຂອງ​ເຮົາ​ເອງ ທີ່​ຈະ​ຮັບ​ເອົາ​ຄວາມ​ຈິງ—ລວມ​ທັງ​ຄວາມ​ເຕັມ​ໃຈ​ຂອງ​ເຮົາ​ທີ່​ຈະ​ເອົາ​ໃຈ​ໃສ່​ຕໍ່​ພຣະ​ວິນ​ຍານ ແລະ ພະ​ຍາ​ຍາມ​ທີ່​ຈະ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ຄອບ​ຄົວ​ຂອງ​ເຮົາ, ກັບ​ເພື່ອນ​ໄພ່​ພົນ​ຂອງ​ເຮົາ, ແລະ ກັບ​ພຣະ​ເຈົ້າ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

1 ໂກ​ຣິນ​ໂທ 1:10–17; 3:1–11

ສະ​ມາ​ຊິກ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ​ພະ​ຍາ​ຍາມ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ.

ເຮົາ​ບໍ່​ຮູ້​ລາຍ​ລະ​ອຽດ​ທັງ​ໝົດ​ກ່ຽວ​ກັບ​ການ​ຂາດ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ບັນ​ດາ​ໄພ່​ພົນ​ຊາວ​ໂກ​ຣິນ​ໂທ, ແຕ່​ເຮົາ​ຮູ້​ກ່ຽວ​ກັບ​ການ​ຂາດ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ຄວາມ​ສຳ​ພັນ​ຂອງ ເຮົາ​ເອງ. ໃຫ້​ຄິດ​ກ່ຽວ​ກັບ​ຄວາມ​ສຳ​ພັນ​ໃນ​ຊີ​ວິດ​ຂອງ​ທ່ານ ທີ່​ສາ​ມາດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ຫລາຍ​ຂຶ້ນ; ແລ້ວ​ໃຫ້​ຊອກ​ຫາ​ສິ່ງ​ທີ່​ໂປ​ໂລ​ສິດ​ສອນ​ຢູ່​ໃນ 1 ໂກ​ຣິນ​ໂທ 1:10–17; 3:1–11 ກ່ຽວ​ກັບ​ການ​ຂາດ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​​ບັນ​ດາ​ໄພ່​ພົນ​ຊາວ​ໂກ​ຣິນ​ໂທ. ຄວາມ​ຮູ້​ໃດ​ແດ່​ທີ່​ທ່ານ​ສາ​ມາດ​ໄດ້​ຮັບ​ກ່ຽວ​ກັບ​ວິ​ທີ​ທີ່​ຈະ​ພັດ​ທະ​ນາ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ຫລາຍ​ກວ່າ​ເກົ່າ​ກັບ​ຄົນ​ອື່ນ?

ເບິ່ງ ໂມ​ໄຊ​ຢາ 18:21; 4 ນີ​ໄຟ 1:15–17; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 38:23–27; 105:1–5; Gospel Topics, “Unity,” topics.ChurchofJesusChrist.org ນຳ​ອີກ.

1 ໂກ​ຣິນ​ໂທ 1:17–312

ເພື່ອ​ບັນ​ລຸ​ວຽກ​ງານ​ຂອງ​ພຣະ​ເຈົ້າ, ເຮົາ​ຕ້ອງ​ການ​ສະ​ຕິ​ປັນ​ຍາ​ຂອງ​ພຣະ​ເຈົ້າ.

ຂະ​ນະ​ເປັນ​ເລື່ອງ​ດີ—ແມ່ນ​ແຕ່​ຊຸກ​ຍູ້—ໃຫ້​ສະ​ແຫວງ​ຫາ​ສະ​ຕິ​ປັນ​ຍາ​ໃນ​ບ່ອນ​ໃດ​ກໍ​ຕາມ​ທີ່​ເຮົາ​ສາ​ມາດ​ພົບ​ເຫັນ​ມັນ (ເບິ່ງ 2 ນີ​ໄຟ 9:29; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:118), ແຕ່​ໂປ​ໂລ​ໄດ້​ໃຫ້​ຄຳ​ເຕືອນ​ຢ່າງ​ໜັກ​ແໜ້ນ​ກ່ຽວ​ກັບ​ສະ​ຕິ​ປັນ​ຍາ​ຂອງ​ມະ​ນຸດ​ທີ່​ບົກ​ພ່ອງ, ຊຶ່ງ​ເພິ່ນ​ເອີ້ນ​ວ່າ “ປັນ​ຍາ​ຂອງ​ຝ່າຍ​ໂລກ.” ຂະ​ນະ​ທີ່​ທ່ານ​ອ່ານ 1 ໂກ​ຣິນ​ໂທ 1:17–25, ໃຫ້​ໄຕ່​ຕອງ​ສິ່ງ​ທີ່​ວະ​ລີ​ຂໍ້​ນີ້​ອາດ​ໝາຍ​ຄວາມ​ວ່າ​ແນວ​ໃດ. ທ່ານ​ຄິດ​ວ່າ​ໂປ​ໂລ​ໝາຍ​ຄວາມ​ວ່າ​ແນວ​ໃດ​ກັບ​ຄຳ​ວ່າ “ສະ​ຕິ​ປັນ​ຍາ​ຂອງ​ພຣະ​ເຈົ້າ”? ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ການ​ສະ​ຕິ​ປັນ​ຍາ​ຂອງ​ພຣະ​ເຈົ້າ ໃນ​ການ​ບັນ​ລຸ​ວຽກ​ງານ​ຂອງ​ພຣະ​ເຈົ້າ?

ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ​ເຮັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ທ່ານ ໃນ​ການ​ບັນ​ລຸ​ວຽກ​ງານ​ຂອງ​ພຣະ​ເຈົ້າ, ທ່ານ​ເຄີຍ “ຢ້ານ​ກົວ​ຈົນ​ຕົວ​ສັ່ນ” ບໍ ທີ່​ໂປ​ໂລ​ໄດ້​ຮູ້​ສຶກ​ຕອນ​ເພິ່ນ​ສິດ​ສອນ​ໄພ່​ພົນ​ຊາວ​ໂກ​ຣິນ​ໂທ? (1 ໂກ​ຣິນ​ໂທ 2:3). ທ່ານ​ພົບ​ເຫັນ​ຫຍັງ​ແດ່​ໃນ 1 ໂກ​ຣິນ​ໂທ 2:1–5 ທີ່​ໃຫ້​ຄວາມ​ກ້າ​ຫານ​ແກ່​ທ່ານ? ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ທ່ານ​ສາ​ມາດ​ສະ​ແດງ​ວ່າ ທ່ານ​ໄວ້​ວາງ​ໃຈ “ອຳ​ນາດ​ຂອງ​ພຣະ​ເຈົ້າ” ຫລາຍກວ່າ “ປັນ​ຍາ​ຂອງ​ມະ​ນຸດ.”

ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:17–28 ນຳ​ອີກ.

1 ໂກ​ຣິນ​ໂທ 2:9–16

ເຮົາ​ຕ້ອງ​ການ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ເພື່ອ​ຈະ​ເຂົ້າ​ໃຈ​ພຣະ​ໄທ​ຂອງ​ພຣະ​ເຈົ້າ.

ຖ້າ​ຫາກ​ທ່ານ​ຢາກ​ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ບາງ​ສິ່ງ​ເຊັ່ນ ການ​ສ້ອມ​ແປງ​ລົດ​ຍົນ ຫລື ການ​ກໍ່​ສ້າງ​ຂອງ​ຍຸກ​ກາງ, ທ່ານ​ຈະ​ເຮັດ​ແນວ​ໃດ? ອີງ​ຕາມ 1 ໂກ​ຣິນ​ໂທ 2:9–16, ການ​ຮູ້​ຈັກ “ພຣະ​ໄທ​ຂອງ​ພຣະ​ເຈົ້າ” ແຕກ​ຕ່າງ​ຈາກ “ຄວາມ​ຄິດ​ຂອງ​ມະ​ນຸດ” ແນວ​ໃດ? ເປັນ​ຫຍັງ​ເຮົາ​ຈຶ່ງ​ຈຳ​ເປັນ​ຕ້ອງ​ມີ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ກ່ອນ​ຈະ​ເຂົ້າ​ໃຈ​ພຣະ​ໄທ​ຂອງ​ພຣະ​ເຈົ້າ​ໄດ້? ຫລັງ​ຈາກ​ໄດ້​ອ່ານ​ຂໍ້​ເຫລົ່າ​ນີ້​ແລ້ວ, ທ່ານ​ຮູ້​ສຶກ​ວ່າ ທ່ານ​ຄວນ​ເຮັດ​ສິ່ງ​ໃດ​ເພື່ອ​ຈະ​ເຂົ້າ​ໃຈ​ສິ່ງ​ທີ່​ເປັນ​ທາງ​ວິນ​ຍານ​ຢ່າງ​ເຕັມ​ປ່ຽມ​ຫລາຍ​ກວ່າ​ເກົ່າ? ຂໍ້​ຄວາມ​ຂອງ​ໂປ​ໂລ​ສາ​ມາດ​ຊ່ວຍ​ບາງ​ຄົນ​ທີ່​ດີ້ນ​ລົນ​ກັບ​ປະ​ຈັກ​ພະ​ຍານ​ຂອງ​ເຂົາ​ແນວ​ໃດ?

1 ໂກ​ຣິນ​ໂທ 6:13–20

ຮ່າງ​ກາຍ​ຂອງ​ເຮົາ​ແມ່ນ​ສັກ​ສິດ.

ຜູ້​ຄົນ​ສ່ວນ​ຫລາຍ​ໃນ​ເມືອງ​ໂກ​ຣິນ​ໂທ​ຮູ້​ສຶກວ່າ ການ​ຜິດ​ສິນ​ທຳ​ທາງ​ເພດ​ເປັນ​ທີ່ຍອມ​ຮັບ​ກັນ ແລະ ວ່າ​ຮ່າງ​ກາຍ​ຂອງ​ພວກ​ເຂົາ​ໄດ້​ຖືກ​ສ້າງ​ຂຶ້ນ​ມາ ເພື່ອ​ຄວາມ​ເພີດ​ເພີນ​ສ່ວນ​ຫລາຍ. ໃນ​ອີກ​ຄຳ​ໜຶ່ງ, ເມືອງ​ໂກ​ຣິນ​ໂທ​ກໍ​ບໍ່​ແຕກ​ຕ່າງ​ຈາກ​ໂລກ​ໃນ​ປະ​ຈຸ​ບັນ. ໂປ​ໂລ​ໄດ້​ສິດ​ສອນ​ຫຍັງ​ແດ່​ໃນ 1 ໂກ​ຣິນ​ໂທ 6:13–20 ທີ່​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ອະ​ທິ​ບາຍ​ຕໍ່​ຄົນ​ອື່ນ​ວ່າ ເປັນ​ຫຍັງ​ທ່ານ​ຈຶ່ງ​ຢາກ​ດຳ​ລົງ​ຊີ​ວິດ​ໃນ​ທາງ​ບໍ​ລິ​ສຸດ?

ຄື​ກັນ​ກັບ​ໂປ​ໂລ, ຊິດ​ສະ​ເຕີ ເວັນ​ດີ ດັບ​ເບິນ​ຢູ ແນວ​ສັນ ໄດ້​ຊຸກ​ຍູ້​ໄພ່​ພົນ​ໃຫ້​ເປັນ​ຄົນ​ບໍ​ລິ​ສຸດ; ເບິ່ງ​ຂ່າວ​ສານ​ຂອງ​ເພິ່ນ “Love and Marriage” (worldwide devotional for young adults, Jan. 8, 2017, broadcasts.ChurchofJesusChrist.org). ອີງ​ຕາມ​ຊິດ​ສະ​ເຕີ ແນວ​ສັນ, ພອນ​ຢ່າງ​ໃດ​ແດ່​ທີ່​ມາ​ຈາກ​ການ​ດຳ​ລົງ​ຊີ​ວິດ​ຕາມ​ມາດ​ຕະ​ຖານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ກ່ຽວ​ກັບ​ຄວາມ​ຮັກ ແລະ ຄວາມ​ໃກ້​ຊິດ?

1 ໂກ​ຣິນ​ໂທ 7:29–33

ໂປ​ໂລ​ໄດ້​ສິດ​ສອນ​ວ່າ ເປັນ​ໂສດ​ດີ​ກວ່າ​ແຕ່ງ​ງານ​ບໍ?

ຫລາຍ​ຂໍ້​ໃນ 1 ໂກ​ຣິນ​ໂທ 7 ເບິ່ງ​ຄື​ແນະ​ນຳ​ວ່າ ຂະ​ນະ​ທີ່​ການ​ແຕ່ງ​ງານ​ກໍ​ເປັນ​ສິ່ງ​ດີ, ແຕ່​ການ​ເປັນ​ໂສດ ແລະ ຫລີກ​ເວັ້ນ​ຈາກ​ຄວາມ​ສຳ​ພັນ​ທາງ​ເພດ​ກໍ​ດີ​ກວ່າ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ, 1 ໂກ​ຣິນ​ໂທ 7:29–33 (ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ພາກ​ຫ້ອຍ​ທ້າຍ) ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ວ່າ ໂປ​ໂລ​ໝາຍ​ເຖິງ​ຜູ້​ທີ່​ຖືກ​ເອີ້ນ​ໃຫ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ, ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ຮັບ​ໃຊ້​ພຣະ​ເຈົ້າ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ກວ່າ ຖ້າ​ຫາກ​ພວກ​ເຂົາ​ເປັນ​ໂສດ​ໃນ​ຊ່ວງ​ໄລ​ຍະ​ການ​ເຜີຍ​ແຜ່​ຂອງ​ພວກ​ເຂົາ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສິດ​ສອນ​ຜ່ານ​ທາງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ, ລວມ​ທັງ​ໂປ​ໂລ, ວ່າ​ການ​ແຕ່ງ​ງານ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ແຜນ​ນິ​ລັນ​ດອນ​ຂອງ​ພຣະ​ອົງ ແລະ ກໍ​ຈຳ​ເປັນ​ຕໍ່​ຄວາມ​ສູງ​ສົ່ງ (ເບິ່ງ 1 ໂກ​ຣິນ​ໂທ 11:11; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 131:1–4).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

1 ໂກ​ຣິນ​ໂທ 1:10–17; 3:1–11.ຂະ​ນະ​ທີ່​ຄອບ​ຄົວ​ຂອງ​ທ່ານ​ອ່ານ​ຂໍ້​ເຫລົ່າ​ນີ້, ໃຫ້​ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ຊອກ​ຫາ​ຄວາມ​ຮູ້​ທີ່​ສາ​ມາດ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ຫລາຍ​ຂຶ້ນ.

1 ໂກ​ຣິນ​ໂທ 3:1–2.ບາງ​ທີ​ທ່ານ​ສາ​ມາດ​ອ່ານ​ຂໍ້​ເຫລົ່າ​ນີ້​ຂະ​ນະ​ທີ່​ກິນ​ນົມ ແລະ ກິນ​ຊີ້ນ. ທ່ານ​ສາ​ມາດ​ປຽບ​ທຽບ​ວິ​ທີ​ທີ່​ແອ​ນ້ອຍ​ເຕີບ​ໂຕ​ເປັນ​ຜູ້​ໃຫຍ່ ໃສ່​ກັບ​ວິ​ທີ​ທີ່​ເຮົາ​ເຕີບ​ໂຕ​ທາງ​ວິນ​ຍານ.

1 ໂກ​ຣິນ​ໂທ 3:4–9.ໂປ​ໂລ​ໄດ້​ປຽບ​ທຽບ​ການ​ເຜີຍ​ແຜ່​ຂອງ​ເພິ່ນ​ໃສ່​ກັບ​ການ​ຫວ່ານ​ເມັດ​ພືດ. ການ​ປຽບ​ທຽບ​ຂອງ​ເພິ່ນ​ສິດ​ສອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ?

1 ໂກ​ຣິນ​ໂທ 6:19–20.ການ​ປຽບ​ທຽບ​ຮ່າງ​ກາຍ​ຂອງ​ເຮົາ​ໃສ່​ກັບ​ພຣະ​ວິ​ຫານ, ດັ່ງ​ທີ່​ໂປ​ໂລ​ໄດ້​ເຮັດ, ສາ​ມາດ​ເປັນ​ວິ​ທີ​ທີ່​ມີ​ປະ​ສິດ​ທິ​ພາບ ໃນ​ການ​ສິດ​ສອນ​ກ່ຽວ​ກັບ​ຄວາມ​ສັກ​ສິດ​ຂອງ​ຮ່າງ​ກາຍ​ເຮົາ. ບາງ​ທີ​ທ່ານ​ສາ​ມາດ​ສະ​ແດງ​ຮູບ​ພຣະ​ວິ​ຫານ, ດັ່ງ​ເຊັ່ນ​ຮູບ​ທີ່​ຢູ່​ໃນ​ໂຄງ​ຮ່າງ​ນີ້. ເປັນ​ຫຍັງ​ພຣະ​ວິ​ຫານ​ຈຶ່ງ​ສັກ​ສິດ? ຮ່າງ​ກາຍ​ຂອງ​ເຮົາ​ເປັນ​ເໝືອນ​ດັ່ງ​ພຣະ​ວິ​ຫານ​ແນວ​ໃດ? ເຮົາ​ສາ​ມາດ​ເຮັດ​ຫຍັງ​ແດ່​ເພື່ອ​ປະ​ຕິ​ບັດ​ກັບ​ຮ່າງ​ກາຍ​ຂອງ​ເຮົາ​ເໝືອນ​ດັ່ງ​ພຣະ​ວິ​ຫານ? (ເບິ່ງ August 2020 special edition ວາ​ລະ​ສານ Liahona ກ່ຽວ​ກັບ​ເລື່ອງ​ເພດ​ນຳ​ອີກ.)

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ແນະ​ນຳ: “ພຣະ​ເຈົ້າ​ມອບ​ພຣະ​ວິ​ຫານ​ແກ່​ເຮົາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 68.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ມີ​ຄວາມ​ອົດ​ທົນ​ກັບ​ຕົວ​ທ່ານ​ເອງ. ໂປ​ໂລ​ໄດ້​ສິດ​ສອນ​ວ່າ ນ້ຳ​ນົມ​ມາ​ກ່ອນ​ຊີ້ນ ເມື່ອ​ເຮົາ​ກຳ​ລັງ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ (ເບິ່ງ 1 ໂກ​ຣິນ​ໂທ 3:1–2). ຖ້າ​ຫາກ​ທ່ານ​ພົບ​ເຫັນ​ວ່າ​ຄຳ​ສອນ​ບາງ​ຢ່າງ ຍາກ​ທີ່​ຈະ​ເຂົ້າ​ໃຈ​ໃນ​ເວ​ລາ​ນີ້, ໃຫ້​ມີ​ຄວາມ​ອົດ​ທົນ. ໃຫ້​ໄວ້​ວາງ​ໃຈ​ວ່າ ຄຳ​ຕອບ​ຈະ​ມີ​ມາ​ເມື່ອ​ທ່ານ​ມີ​ສັດ​ທາ ແລະ ສຶກ​ສາ​ຢ່າງ​ພາກ​ພຽນ.

ຮູບ​ພາບ
ພຣະ​ວິ​ຫານ​ສີ່​ແຫ່ງ

ໂປ​ໂລ​ໄດ້​ປຽບ​ທຽບ​ຮ່າງ​ກາຍ​ຂອງ​ເຮົາ​ໃສ່​ກັບ​ຄວາມ​ສັກ​ສິດ​ຂອງ​ພຣະ​ວິ​ຫານ. ຈາກ​ເທິງ​ຊ້າຍ​ຫາ​ຂວາ: ພຣະ​ວິ​ຫານ​ທີ​ວາ​ນາ ແມັກ​ຊິ​ໂກ, ພຣະ​ວິ​ຫານ​ໄຕ້​ເປ ໄຕ້​ຫວັນ, ພຣະ​ວິ​ຫານ​ເຕ​ກູ​ຊິ​ກາ​ປາ ຮົງ​ດູ​ຣັດ, ພຣະ​ວິ​ຫານ​ຮິວ​ສະ​ຕັນ ເທັກ​ຊັດ.

ພິມ