ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 28 ເດືອນ​ສິງ​ຫາ–ວັນ​ທີ 3 ເດືອນ​ກັນ​ຍາ. 1 ໂກ​ຣິນ​ໂທ 8–13: “ຝ່າຍ​ເຈົ້າ​ທັງ​ຫລາຍ​ເປັນ​ພຣະ​ກາຍ​ຂອງ​ພຣະ​ຄຣິດ”


“ວັນ​ທີ 28 ເດືອນ​ສິງ​ຫາ–ວັນ​ທີ 3 ເດືອນ​ກັນ​ຍາ. 1 ໂກ​ຣິນ​ໂທ 8–13: ‘ຝ່າຍ​ເຈົ້າ​ທັງ​ຫລາຍ​ເປັນ​ພຣະ​ກາຍ​ຂອງ​ພຣະ​ຄຣິດ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 28 ເດືອນ​ສິງ​ຫາ–ວັນ​ທີ 3 ເດືອນ​ກັນ​ຍາ. 1 ໂກ​ຣິນ​ໂທ 8–13,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ກອງ​ປະ​ຊຸມ​ສິນ​ລະ​ລຶກ

ວັນ​ທີ 28 ເດືອນ​ສິງ​ຫາ–ວັນ​ທີ 3 ເດືອນ​ກັນ​ຍາ

1 ໂກ​ຣິນ​ໂທ 8–13

“ຝ່າຍ​ເຈົ້າ​ທັງ​ຫລາຍ​ເປັນ​ພຣະ​ກາຍ​ຂອງ​ພຣະ​ຄຣິດ”

ຂະ​ນະ​ທີ່​ທ່ານ​ອ່ານ 1 ໂກ​ຣິນ​ໂທ 8–13 ດ້ວຍ​ການ​ອະ​ທິ​ຖານ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ອາດ​ກ່າວ​ກັບ​ທ່ານ​ໃນ​ທາງ​ທີ່​ລະ​ອຽດ​ອ່ອນ (ເບິ່ງ 1 ກະ​ສັດ 19:11–12). ການ​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ເຫລົ່າ​ນີ້ ຈະ​ຊ່ວຍ​ທ່ານ​ໃຫ້​ຈື່​ຈຳ​ຄວາມ​ຮູ້​ສຶກ ແລະ ຄວາມ​ຄິດ​ທີ່​ທ່ານ​ມີ​ລະ​ຫວ່າງ​ການ​ສຶກ​ສາ​ຂອງ​ທ່ານ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ໃນ​ສະ​ໄໝ​ຂອງ​ໂປ​ໂລ, ເມືອງ​ໂກ​ຣິນ​ໂທ​ເປັນ​ສູນ​ການ​ຄ້າ​ທີ່​ມັ່ງ​ຄັ່ງ ພ້ອມ​ທັງ​ຜູ້​ອາ​ໄສ​ທີ່​ມາ​ຈາກ​ທົ່ວ​ຈັກ​ກະ​ພົບ​ໂຣມ. ດ້ວຍ​ວັດ​ທະ​ນະ​ທຳ ແລະ ສາດ​ສະ​ໜາ​ທີ່​ຫລາກ​ຫລາຍ​ໃນ​ເມືອງ​ນີ້, ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ເມືອງ​ໂກ​ຣິນ​ໂທ​ຈຶ່ງ​ມີ​ບັນ​ຫາ​ເລື່ອງ​ການ​ຮັກ​ສາ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ, ສະ​ນັ້ນ​ໂປ​ໂລ​ຈຶ່ງ​ໄດ້​ພະ​ຍາ​ຍາມ​ຊ່ວຍ​ເຫລືອ​ພວກ​ເຂົາ​ໃຫ້​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ຄວາມ​ເຊື່ອ​ຂອງ​ພວກ​ເຂົາ​ໃນ​ພຣະ​ຄຣິດ. ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ນີ້​ແມ່ນ​ຕ້ອງ​ສຳ​ຄັນ​ກວ່າ​ການ​ພຽງ​ແຕ່​ຢູ່​ຮ່ວມ​ກັນ​ເທົ່າ​ນັ້ນ; ໂປ​ໂລ​ບໍ່​ໄດ້​ພຽງ​ແຕ່​ຮຽກ​ຮ້ອງ​ພວກ​ເຂົາ​ໃຫ້​ອົດ​ທົນ​ກັບ​ຄວາມ​ແຕກ​ຕ່າງ​ຂອງ​ກັນ​ແລະ​ກັນ​ເທົ່າ​ນັ້ນ. ກົງ​ກັນ​ຂ້າມ, ເພິ່ນ​ໄດ້​ສິດ​ສອນ​ວ່າ ເມື່ອ​ທ່ານ​ທັງ​ຫລາຍ​ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ, ພວກ​ທ່ານ “ໄດ້​ຮັບ​ບັບ​ຕິ​ສະ​ມາ … ເຂົ້າ​ເປັນ​ກາຍ​ອັນ​ດຽວ​ກັນ,” ແລະ ແຕ່​ລະ​ພາກ​ສ່ວນ​ຂອງ​ຮ່າງ​ກາຍ​ເປັນ​ທີ່​ຕ້ອງ​ການ (1 ໂກ​ຣິນ​ໂທ 12:13). ເມື່ອ​ອະ​ໄວ​ຍະ​ວະ​ສ່ວນ​ໜຶ່ງ​ເສຍ​ໄປ, ກໍ​ຄື​ກັບ​ວ່າ​ສູນ​ເສຍ​ແຂນ​ຂາ ແລະ ຈະ​ສົ່ງ​ຜົນ​ໃຫ້​ຮ່າງ​ກາຍ​ອ່ອນ​ແອ​ລົງ. ເມື່ອ​ອະ​ໄວ​ຍະ​ວະ​ສ່ວນ​ໜຶ່ງ​ເຈັບ​ປວດ, ເຮົາ​ທຸກ​ຄົນ​ກໍ​ຄວນ​ຮູ້​ສຶກ​ມັນ ແລະ ເຮັດ​ສ່ວນ​ຂອງ​ເຮົາ​ເພື່ອ​ບັນ​ເທົາ​ມັນ. ໃນ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ນີ້, ຄວາມ​ແຕກ​ຕ່າງ​ບໍ່​ພຽງ​ແຕ່​ຖືກ​ຮັບ​ຮູ້ ແລະ ຖືກ​ທະ​ນຸ​ຖະ​ໜອມ, ເພາະ​ຖ້າ​ຫາກ​ປາດ​ສະ​ຈາກ​ຂອງ​ປະ​ທານ ແລະ ຄວາມ​ສາ​ມາດ​ທີ່​ຫລາກ​ຫລາຍ, ຮ່າງ​ກາຍ​ກໍ​ຈະ​ຖືກ​ຈຳ​ກັດ. ສະ​ນັ້ນ ບໍ່​ວ່າ​ທ່ານ​ຈະ​ຮູ້​ສຶກ​ອົບ​ອຸ່ນ​ຢູ່​ໃນ​ສາດ​ສະ​ໜາ​ຈັກ ຫລື ພົບ​ເຫັນ​ຕົວ​ເອງ​ສົງ​ໄສ​ວ່າ​ທ່ານ​ເປັນ​ສ່ວນ​ໜຶ່ງ​ແທ້ໆ​ບໍ, ຂ່າວ​ສານ​ຂອງ​ໂປ​ໂລ​ຕໍ່​ທ່ານ​ແມ່ນ​ວ່າ ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ບໍ່​ແມ່ນ​ຄວາມ​ເໝືອນ​ກັນ. ທ່ານ​ຕ້ອງ​ການ​ເພື່ອນ​ໄພ່​ພົນ, ແລະ ເພື່ອນ​ໄພ່​ພົນ​ກໍ​ຕ້ອງ​ການ​ທ່ານ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

1 ໂກ​ຣິນ​ໂທ 10:1–13

ພຣະ​ເຈົ້າ​ຈັດ​ຕຽມ​ທາງ​ເພື່ອ​ໃຫ້​ໜີ​ຈາກ​ການ​ລໍ້​ລວງ.

ປະ​ສົບ​ການ​ທາງ​ວິນ​ຍານ, ແມ່ນ​ແຕ່​ການ​ມະ​ຫັດ​ສະ​ຈັນ, ບໍ່​ໄດ້​ຍົກ​ເວັ້ນ​ເຮົາ​ຈາກ​ການ​ລໍ້​ລວງ​ທີ່ “ເຄີຍ​ເກີດ​ຂຶ້ນ​ກັບ​ມະ​ນຸດ” (1 ໂກ​ຣິນ​ໂທ 10:13). ນັ້ນ​ອາດ​ເປັນ​ເຫດ​ຜົນ​ໜຶ່ງ​ທີ່​ໂປ​ໂລ​ໄດ້​ຂຽນ​ກ່ຽວ​ກັບ​ວ່າ ຊາວ​ອິດ​ສະ​ຣາ​ເອນ​ໃນ​ສະ​ໄໝ​ຂອງ​ໂມ​ເຊ​ໄດ້​ຕໍ່​ສູ້​ດີ້ນ​ລົນ​ກັບ​ການ​ລໍ້​ລວງ, ເຖິງ​ແມ່ນ​ວ່າ​ພວກ​ເຂົາ​ໄດ້​ເປັນ​ພະ​ຍານ​ເຖິງ​ການ​ອັດ​ສະ​ຈັນ​ຍິ່ງ​ໃຫຍ່​ກໍ​ຕາມ (ເບິ່ງ ອົບ​ພະ​ຍົບ 13:21; 14:13–31). ຂະ​ນະ​ທີ່​ທ່ານ​ອ່ານ 1 ໂກ​ຣິນ​ໂທ 10:1–13, ມີ​ຄຳ​ເຕືອນ​ຢ່າງ​ໃດ​ແດ່​ໃນ​ປະ​ສົບ​ການ​ຂອງ​ຊາວ​ອິດ​ສະ​ຣາ​ເອນ ທີ່​ເບິ່ງ​ຄື​ວ່າ​ກ່ຽວ​ຂ້ອງ​ກັບ​ທ່ານ? ມີ​ທາງ​ໃດ​ແດ່​ທີ່​ຈະ “ໜີ” ຈາກ​ການ​ລໍ້​ລວງ ຊຶ່ງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ຈັດ​ຕຽມ​ໄວ້​ໃຫ້​ທ່ານ? (ເບິ່ງ ແອວ​ມາ 13:27–30; 3 ນີ​ໄຟ 18:18–19 ນຳ​ອີກ).

1 ໂກ​ຣິນ​ໂທ 10:16–17; 11:16–30

ສິນ​ລະ​ລຶກ​ໄດ້​ປຸ້ມ​ລຸມ​ເຮົາ​ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ.

ເຖິງ​ແມ່ນ​ວ່າ​ສິນ​ລະ​ລຶກ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ຄຳ​ໝັ້ນ​ສັນ​ຍາ​ລະ​ຫວ່າງ​ບຸກ​ຄົນ ແລະ ພຣະ​ຜູ້​ເປັນ​ເຈົ້າ, ແຕ່​ມັນ​ກໍ​ເປັນ​ປະ​ສົບ​ການ​ໜຶ່ງ​ທີ່​ທ່ານ​ແບ່ງ​ປັນ​ກັບ​ຄົນ​ອື່ນ. ເຮົາ​ຈະ​ຮັບ​ສ່ວນ​ສິນ​ລະ​ລຶກ​ນຳ​ກັນ​ເກືອບ​ທຸກ​ເທື່ອ, ເປັນ​ກຸ່ມ​ໄພ່​ພົນ. ໃຫ້​ອ່ານ​ສິ່ງ​ທີ່​ໂປ​ໂລ​ໄດ້​ສິດ​ສອນ​ກ່ຽວ​ກັບ​ສິນ​ລະ​ລຶກ, ແລະ ໃຫ້​ຄິດ​ກ່ຽວ​ກັບ​ວິ​ທີ​ທີ່​ພິ​ທີ​ການ​ສັກ​ສິດ​ນີ້​ສາ​ມາດ​ຊ່ວຍ “ຫລາຍ​ຄົນ” ໃຫ້​ກາຍ​ເປັນ “ຮ່າງ​ກາຍ​ດຽວ” ໃນ​ພຣະ​ຄຣິດ​ແນວ​ໃດ (1 ໂກ​ຣິນ​ໂທ 10:17). ການ​ຮັບ​ສ່ວນ​ສິນ​ລະ​ລຶກ​ຊ່ວຍ​ທ່ານ​ໃຫ້​ຮູ້​ສຶກ​ເຂົ້າ​ໃກ້​ພຣະ​ຄຣິດ ແລະ ຄົນ​ອື່ນ​ຫລາຍ​ຂຶ້ນ​ແນວ​ໃດ? ຂໍ້​ເຫລົ່າ​ນີ້​ມີ​ອິດ​ທິ​ພົນ​ຕໍ່​ຄວາມ​ຮູ້​ສຶກ​ຂອງ​ທ່ານ​ກ່ຽວ​ກັບ​ສິນ​ລະ​ລຶກ ແລະ ວິ​ທີ​ທີ່​ທ່ານ​ກະ​ກຽມ​ສຳ​ລັບ​ມັນ​ແນວ​ໃດ?

1 ໂກ​ຣິນ​ໂທ 11:11

ໃນ​ແຜນ​ຂອງ​ພຣະ​ເຈົ້າ, ຊາຍ ແລະ ຍິງ​ຕ້ອງ​ການ​ກັນ​ແລະ​ກັນ.

ໃນ 1 ໂກ​ຣິນ​ໂທ 11:4–15, ໂປ​ໂລ​ອ້າງ​ເຖິງ​ຮີດ​ຄອງ​ປະ​ເພ​ນີ​ທີ່​ເຮົາ​ບໍ່​ປະ​ຕິ​ບັດ​ຕາມ​ໃນ​ທຸກ​ວັນ​ນີ້. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໂປ​ໂລ​ກໍ​ຍັງ​ໄດ້​ສິດ​ສອນ​ເຖິງ​ຄວາມ​ຈິງ​ທີ່​ສຳ​ຄັນ ຊຶ່ງ​ກ່ຽວ​ຂ້ອງ​ຊົ່ວ​ນິ​ລັນ​ດອນ, ຢູ່​ໃນ ຂໍ້​ທີ 11. ທ່ານ​ຄິດ​ວ່າ​ຂໍ້​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ, ແລະ ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ? ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ ໄດ້​ສິດ​ສອນ​ວ່າ, “ຜູ້​ຊາຍ ແລະ ຜູ້​ຍິງ​ແມ່ນ​ຖືກ​ຄາດ​ຫວັງ​ໃຫ້​ຮຽນ, ເພີ່ມ​ຄວາມ​ເຂັ້ມ​ແຂງ, ເປັນ​ພອນ, ແລະ ຊ່ວຍ​ກັນ​ແລະ​ກັນ” (“We Believe in Being Chaste,” Liahona, May 2013, 42). ຄວາມ​ຈິງ​ນີ້​ມີ​ອິດ​ທິ​ພົນ​ຕໍ່​ການ​ແຕ່ງ​ງານ​ແນວ​ໃດ? ມັນ​ຄວນ​ມີ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ເຮົາ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ແນວ​ໃດ?

ເບິ່ງ Jean B. Bingham, “United in Accomplishing God’s Work,” Liahona, May 2020, 60–63 ນຳ​ອີກ.

1 ໂກ​ຣິນ​ໂທ 12–13

ຂອງ​ປະ​ທານ​ທາງ​ວິນ​ຍານ​ຖືກ​ມອບ​ໃຫ້​ເພື່ອ​ເປັນ​ປະ​ໂຫຍດ​ແກ່​ລູກໆ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.

ຈຳ​ນວນ​ຂອງ​ປະ​ທານ​ທາງ​ວິນ​ຍານ​ໃນ 1 ໂກ​ຣິນ​ໂທ 12–13 ບໍ່​ແມ່ນ​ມີ​ແຕ່​ເທົ່າ​ນັ້ນ. ແຕ່​ມັນ​ກໍ​ເປັນ​ຈຸດ​ເລີ່ມ​ຕົ້ນ​ທີ່​ດີ ຂະ​ນະ​ທີ່​ຊອກ​ຫາ ແລະ ໄຕ່​ຕອງ​ຂອງ​ປະ​ທານ​ທາງ​ວິນ​ຍານ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ມອບ​ໃຫ້​ທ່ານ. ບົດ​ຄວາມ​ສັ້ນ “Spiritual Gifts” ໃນ Gospel Topics (topics.ChurchofJesusChrist.org) ອາດ​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ຂອງ​ປະ​ທານ​ເຫລົ່າ​ນີ້​ຫລາຍ​ຂຶ້ນ​ໄດ້. ຂະ​ນະ​ທີ່​ທ່ານ​ອ່ານ​ຈຳ​ນວນ​ຂອງ​ປະ​ທານ​ຂອງ​ໂປ​ໂລ, ທ່ານ​ສາ​ມາດ​ຕື່ມ​ຂອງ​ປະ​ທານ​ຢ່າງ​ອື່ນໆ​ທີ່​ທ່ານ​ພົບ​ເຫັນ​ໃນ​ຕົວ​ເອງ, ຫລື ໃນ​ຜູ້​ຄົນ​ຢູ່​ໃນ​ພຣະ​ຄຳ​ພີ ໃສ່​ນຳ​ຕື່ມ​ອີກ. ຖ້າ​ທ່ານ​ມີ​ໃບ​ປິ​ຕຸ​ພອນ, ມັນ​ອາດ​ກ່າວ​ເຖິງ​ຂອງ​ປະ​ທານ​ທາງ​ວິນ​ຍານ​ຂອງ​ທ່ານ. ຂອງ​ປະ​ທານ​ເຫລົ່າ​ນີ້​ຊ່ວຍ​ທ່ານ​ໃຫ້​ເປັນ​ພອນ​ແກ່​ຄົນ​ອື່ນ​ແນວ​ໃດ? ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ທ່ານ​ສາ​ມາດ​ສະ​ແຫວງ​ຫາ “[ຂອງ​ປະ​ທານ​ທີ່​ດີ​ທີ່​ສຸດ​ນັ້ນ​ຢ່າງ​ພາກ​ພຽນ]” ແນວ​ໃດ (1 ໂກ​ຣິນ​ໂທ 12:31).

ເບິ່ງ 1 ໂກ​ຣິນ​ໂທ 14; ໂມ​ໂຣ​ໄນ 10:8–21, 30; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 46:8–26; ຫລັກ​ແຫ່ງ​ຄວາມ​ເຊື່ອ 1:7 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

1 ໂກ​ຣິນ​ໂທ 9:24–27.ນັບ​ແຕ່​ໂປ​ໂລ​ໄດ້​ປຽບ​ທຽບ​ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ໃສ່​ກັບ​ການ​ແລ່ນ​ແຂ່ງ​ຂັນ, ທ່ານ​ສາ​ມາດ​ຈັດ​ການ​ແລ່ນ​ແຂ່ງ​ຂັນ​ໃນ​ຄອບ​ຄົວ ເພື່ອ​ສາ​ທິດ​ຈຸດ​ນີ້. ໃຫ້​ມອບ​ມົງ​ກຸດ​ເປັນ​ລາງ​ວັນ​ໃຫ້​ແກ່​ຜູ້​ແລ່ນ​ເຖິງ​ເສັ້ນ​ໄຊ​ແຕ່​ລະ​ຄົນ, ແລະ ສົນ​ທະ​ນາ​ວ່າ ທຸກ​ຄົນ​ທີ່​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ​ຢ່າງ​ພາກ​ພຽນ​ໃນ​ຊີ​ວິດນີ້ ຈະ​ໄດ້​ຮັບ​ລາງວັນ​ທີ່ “ບໍ່​ມີ​ວັນ​ຫ່ຽວ​ແຫ້ງ” (1 ໂກ​ຣິນ​ໂທ 9:25; ເບິ່ງ 2 ຕີ​ໂມ​ທຽວ 4:7–8 ນຳ​ອີກ). ນັກ​ແລ່ນ​ຈະ​ເຮັດ​ສິ່ງ​ໃດ​ເພື່ອ​ກຽມ​ພ້ອມ​ສຳ​ລັບ​ການ​ແຂ່ງ​ຂັນ? ເຮົາ​ສາ​ມາດ​ເຮັດ​ຫຍັງ​ແດ່​ເພື່ອ​ກຽມ​ພ້ອມ​ທີ່​ຈະ​ກັບ​ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ?

ຮູບ​ພາບ
ນັກ​ແລ່ນ​ຢູ່​ໃນ​ສະ​ໜາມ

ໂປ​ໂລ​ໄດ້​ປຽບ​ທຽບ​ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ໃສ່​ກັບ​ການ​ແລ່ນ​ແຂ່ງ​ຂັນ.

1 ໂກ​ຣິນ​ໂທ 12:1–11.ຫລັງ​ຈາກ​ໄດ້​ອ່ານ​ຂໍ້​ເຫລົ່າ​ນີ້​ນຳ​ກັນ​ແລ້ວ, ໃຫ້​ຄິດ​ທີ່​ຈະ​ຢາຍ​ເຈ້ຍ​ໃບ​ໜຶ່ງ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ແຕ່​ລະ​ຄົນ ໂດຍ​ມີ​ຊື່​ຂອງ​ຄົນ​ອື່ນ​ຢູ່​ສົ້ນ​ເທິງ​ໜ້າ​ເຈ້ຍ. ຂໍ​ໃຫ້​ແຕ່​ລະ​ຄົນ​ຂຽນ​ຂອງ​ປະ​ທານ​ທາງ​ວິນ​ຍານ​ທີ່​ເຂົາ​ເຈົ້າ​ສັງ​ເກດ​ເຫັນ​ໃນ​ຕົວ​ຂອງ​ບຸກ​ຄົນ​ນັ້ນ. ແລ້ວ​ທ່ານ​ສາ​ມາດ​ຢາຍ​ເຈ້ຍ​ເຫລົ່າ​ນັ້ນ​ຢູ່​ໃນ​ວົງ ຈົນ​ວ່າ​ທຸກ​ຄົນ​ໄດ້​ມີ​ໂອ​ກາດ​ຂຽນ​ກ່ຽວ​ກັບ​ຂອງ​ປະ​ທານ​ທາງ​ວິນ​ຍານ​ຂອງ​ແຕ່​ລະ​ຄົນ​ໃນ​ຄອບ​ຄົວ.

1 ໂກ​ຣິນ​ໂທ 12:3.ເປັນ​ຫຍັງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈຶ່ງ​ຈຳ​ເປັນ​ຕໍ່​ການ​ມີ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ? ເຮົາ​ສາ​ມາດ​ເຮັດ​ສິ່ງ​ໃດ​ເພື່ອ​ເຊື້ອ​ເຊີນ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃຫ້​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ເຖິງ​ພຣະ​ອົງ?

1 ໂກ​ຣິນ​ໂທ 12:12–27.ການ​ປຽບ​ທຽບ​ຂອງ​ໂປ​ໂລ​ເລື່ອງ​ຮ່າງ​ກາຍ ສາ​ມາດ​ເປັນ​ວິ​ທີ​ທີ່​ໜ້າ​ຊົງ​ຈຳ ໃນ​ການ​ສົນ​ທະ​ນາ​ກ່ຽວ​ກັບ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ຄອບ​ຄົວ. ຍົກ​ຕົວ​ຢ່າງ, ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ແຕ້ມ​ຮ່າງ​ກາຍ​ທີ່​ມີ​ແຕ່​ຕາ ຫລື ຫູ (ເບິ່ງ ຂໍ້​ທີ 17). ຂໍ້​ເຫລົ່າ​ນີ້​ແນະ​ນຳ​ແນວ​ໃດ​ແດ່​ກ່ຽວ​ກັບ​ວິ​ທີ​ທີ່​ເຮົາ​ຄວນ​ປະ​ຕິ​ບັດ​ຕໍ່​ກັນ​ແລະ​ກັນ ໃນ​ຖາ​ນະ​ສະ​ມາ​ຊິກ​ໃນ​ຄອບ​ຄົວ?

1 ໂກ​ຣິນ​ໂທ 13:4–8.ຄຳ​ອະ​ທິ​ບາຍ​ຂອງ​ໂປ​ໂລ​ກ່ຽວ​ກັບ​ຄວາມ​ໃຈ​ບຸນ ສາ​ມາດ​ເປັນ​ຄຳ​ຂວັນ​ທີ່​ດົນ​ໃຈ​ໄດ້​ສຳ​ລັບ​ຄອບ​ຄົວ​ທ່ານ. ທ່ານ​ສາ​ມາດ​ມອບ​ໝາຍ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ແຕ່​ລະ​ຄົນ ສຶກ​ສາ​ວະ​ລີ​ໃນ ຂໍ້​ທີ 4–8 ແລະ ສິດ​ສອນ​ຄົນ​ອື່ນໆ​ໃນ​ຄອບ​ຄົວ​ເຖິງ​ຄວາມ​ໝາຍ​ຂອງ​ຄຳ​ອະ​ທິ​ບາຍ, ຕົວ​ຢ່າງ, ແລະ ປະ​ສົບ​ການ​ສ່ວນ​ຕົວ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເປັນ​ຕົວ​ຢ່າງ​ຂອງ​ຄຸນ​ລັກ​ສະ​ນະ​ເຫລົ່າ​ນີ້​ແນວ​ໃດ? ພວກ​ທ່ານ​ກໍ​ສາ​ມາດ​ເຮັດ​ໂປສ​ເຕີ້​ນຳ​ອີກ ສຳ​ລັບ​ວະ​ລີ​ແຕ່​ລະ​ຂໍ້​ເຫລົ່າ​ນີ້ ແລະ ຕິດ​ມັນ​ໄວ້​ທົ່ວ​ເຮືອນ. ຮູ້​ຈັກ​ປະ​ດິດ​ຄິດ​ສ້າງ!

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ແນະ​ນຳ: “ຄວາມ​ເມດ​ຕາ​ເລີ່ມ​ຈາກ​ເຮົາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 69.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ສະ​ແດງ​ຂໍ້​ພຣະ​ຄຳ​ພີ. ສະ​ແດງ​ຂໍ້​ໜຶ່ງ​ທີ່​ທ່ານ​ເຫັນ​ວ່າ ມັນ​ມີ​ຄວາມ​ໝາຍ​ໄວ້​ບ່ອນ​ທີ່​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ຫລຽວ​ເຫັນ​ມັນ​ໄດ້​ເລື້ອຍໆ. ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຄົນ​ອື່ນໆ ໃຫ້​ເລືອກ​ຂໍ້​ພຣະ​ຄຳ​ພີ ເພື່ອ​ສະ​ແດງ.

ຮູບ​ພາບ
ກອງ​ປະ​ຊຸມ​ສິນ​ລະ​ລຶກ

“ເຂົ້າ​ຈີ່​ຊຶ່ງ​ເຮົາ​ຫັກ​ນັ້ນ, ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ພວກ​ເຮົາ​ມີ​ສ່ວນ​ຮ່ວມ​ໃນ​ພຣະ​ກາຍ​ຂອງ​ພຣະ​ຄຣິດ​ບໍ່​ແມ່ນ​ບໍ? ເຖິງ​ແມ່ນ​ວ່າ​ພວກ​ເຮົາ​ມີ​ຫລາຍ​ຄົນ ເນື່ອງ​ຈາກ​ມີ​ເຂົ້າ​ຈີ່​ກ້ອນ​ດຽວ, ພວກ​ເຮົາ​ກໍ​ເປັນ​ຮ່າງ​ກາຍ​ດຽວ” (1 ໂກ​ຣິນ​ໂທ 10:16–17).

ພິມ