ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 4–10 ເດືອນ​ກັນ​ຍາ. 1 ໂກ​ຣິນ​ໂທ 14–16: “ພຣະ​ເຈົ້າ​ບໍ່​ໄດ້​ເປັນ​ຜູ້​ກໍ່​ໃຫ້​ເກີດ​ຄວາມ​ວຸ້ນ​ວາຍ, ແຕ່​ຊົງ​ໃຫ້​ເກີດ​ຄວາມ​ສະ​ຫງົບ​ສຸກ”


“ວັນ​ທີ 4–10 ເດືອນ​ກັນ​ຍາ. 1 ໂກ​ຣິນ​ໂທ 14–16: ‘ພຣະ​ເຈົ້າ​ບໍ່​ໄດ້​ເປັນ​ຜູ້​ກໍ່​ໃຫ້​ເກີດ​ຄວາມ​ວຸ້ນ​ວາຍ, ແຕ່​ຊົງ​ໃຫ້​ເກີດ​ຄວາມ​ສະ​ຫງົບ​ສຸກ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 4–10 ເດືອນ​ກັນ​ຍາ. 1 ໂກ​ຣິນ​ໂທ 14–16,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ອ່າງ​ບັບ​ຕິ​ສະ​ມາ​ໃນ​ພຣະ​ວິ​ຫານ

ວັນ​ທີ 4–10 ເດືອນ​ກັນ​ຍາ

1 ໂກ​ຣິນ​ໂທ 14–16

“ພຣະ​ເຈົ້າ​ບໍ່​ໄດ້​ເປັນ​ຜູ້​ກໍ່​ໃຫ້​ເກີດ​ຄວາມ​ວຸ້ນ​ວາຍ, ແຕ່​ຊົງ​ໃຫ້​ເກີດ​ຄວາມ​ສະ​ຫງົບ​ສຸກ”

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ ຂະ​ນະ​ທີ່​ທ່ານ​ອ່ານ 1 ໂກ​ຣິນ​ໂທ 14–16. ໃຫ້​ອະ​ທິ​ຖານ​ກ່ຽວ​ກັບ​ສິ່ງ​ທີ່​ພຣະ​ວິນ​ຍານ​ໄດ້​ສິດ​ສອນ​ທ່ານ, ແລະ ທູນ​ຖາມ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ວ່າ ພຣະ​ອົງ​ມີ​ຫຍັງ​ອີກ​ບໍ​ທີ່​ພຣະ​ອົງ​ປະ​ສົງ​ໃຫ້​ທ່ານ​ຮຽນ​ຮູ້.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຍ້ອນ​ວ່າ​ສາດ​ສະ​ໜາ​ຈັກ ແລະ ຄຳ​ສອນ​ໃນ​ນັ້ນ​ເປັນ​ສິ່ງ​ໃໝ່​ຢູ່​ໃນ​ເມືອງ​ໂກ​ຣິນ​ໂທ, ຈຶ່ງ​ເຂົ້າ​ໃຈ​ໄດ້​ວ່າ ເປັນ​ຫຍັງ​ໄພ່​ພົນ​ຊາວ​ໂກ​ຣິນ​ໂທ​ຈຶ່ງ​ປະ​ເຊີນ​ກັບ​ຄວາມ​ສັບ​ສົນ. ທີ່​ຜ່ານ​ມາ​ໂປ​ໂລ​ໄດ້​ສິດ​ສອນ​ພວກ​ເຂົາ​ເຖິງ​ຄວາມ​ຈິງ​ຂັ້ນ​ພື້ນ​ຖານ​ຂອງ​ພຣະ​ກິດ​ຕິ​ຄຸນ: “ພຣະ​ຄຣິດ​ໄດ້​ສິ້ນ​ພຣະ​ຊົນ​ແທນ​ຄວາມ​ຜິດ​ບາບ​ຂອງ​ເຮົາ​ທັງ​ຫລາຍ … ແລະ ພຣະ​ອົງ​ໄດ້​ຖືກ​ຝັງ​ໄວ້, ແລະ ໃນ​ວັນ​ຖ້ວນ​ສາມ​ໄດ້​ຖືກ​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ​ສູ່​ຊີ​ວິດ” (1 ໂກ​ຣິນ​ໂທ 15:3–4). ແຕ່​ບໍ່​ດົນ​ຈາກ​ນັ້ນ ສະ​ມາ​ຊິກ​ບາງ​ຄົນ​ໄດ້​ເລີ່ມ​ສິດ​ສອນ​ວ່າ “ບໍ່​ມີ​ການ​ເປັນ​ຄືນ​ມາ​ຈາກ​ຕາຍ” (1 ໂກ​ຣິນ​ໂທ 15:12). ໂປ​ໂລ​ໄດ້​ອ້ອນ​ວອນ​ພວກ​ເຂົາ​ໃຫ້ “ຍຶດ​ຖື” ຄວາມ​ຈິງ​ທີ່​ພວກ​ເຂົາ​ໄດ້​ຖືກ​ສິດ​ສອນ (1 ໂກ​ຣິນ​ໂທ 15:2). ເມື່ອ​ເຮົາ​ປະ​ເຊີນ​ກັບ​ຄວາມ​ຄິດ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກ່ຽວ​ກັບ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ, ມັນ​ເປັນ​ສິ່ງ​ດີ​ທີ່​ຈະ​ຈື່​ຈຳ​ວ່າ “ພຣະ​ເຈົ້າ​ບໍ່​ໄດ້​ເປັນ​ຜູ້​ກໍ່​ໃຫ້​ເກີດ​ຄວາມ​ວຸ້ນ​ວາຍ, ແຕ່​ຊົງ​ໃຫ້​ເກີດ​ຄວາມ​ສະ​ຫງົບ​ສຸກ” (1 ໂກ​ຣິນ​ໂທ 14:33). ການ​ເຊື່ອ​ຟັງ​ຕໍ່​ຜູ້​ຮັບ​ໃຊ້​ທີ່​ຖືກ​ແຕ່ງ​ຕັ້ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຍຶດ​ຖື​ຄວາມ​ຈິງ​ອັນ​ລຽບ​ງ່າຍ ທີ່​ພວກ​ເພິ່ນ​ສິດ​ສອນ ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ພົບ​ເຫັນ​ສັນ​ຕິ​ສຸກ ແລະ “ຢືນ​ຢັດ​ຢູ່​ຢ່າງ​ໝັ້ນ​ຄົງ​ໃນ [ສັດ​ທາ]” ໄດ້ (1 ໂກ​ຣິນ​ໂທ 16:13).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

1 ໂກ​ຣິນ​ໂທ 14

ເຮົາ​ສາ​ມາດ​ສະ​ແຫວງ​ຫາ​ຂອງ​ປະ​ທານ​ແຫ່ງ​ການ​ທຳ​ນາຍ.

ຂອງ​ປະ​ທານ​ແຫ່ງ​ການ​ທຳ​ນາຍ​ຄື​ຫຍັງ? ມີ​ຄວາມ​ສາ​ມາດ​ທີ່​ຈະ​ບອກ​ລ່ວງ​ໜ້າ​ກ່ຽວ​ກັບ​ອະ​ນາ​ຄົດ​ບໍ? ມັນ​ແມ່ນ​ພຽງ​ແຕ່​ສຳ​ລັບ​ສາດ​ສະ​ດາ​ເທົ່າ​ນັ້ນ​ບໍ? ຫລື ໃຜໆ​ກໍ​ສາ​ມາດ​ໄດ້​ຮັບ​ຂອງ​ປະ​ທານ​ນີ້​ບໍ?

ໃຫ້​ໄຕ່​ຕອງ​ຄຳ​ຖາມ​ເຫລົ່າ​ນີ້ ຂະ​ນະ​ທີ່​ທ່ານ​ສຶກ​ສາ 1 ໂກ​ຣິນ​ໂທ 14:3, 31, 39–40. ທ່ານ​ກໍ​ສາ​ມາດ​ອ່ານ ພຣະ​ນິ​ມິດ 19:10 ແລະ “ທຳ​ນາຍ, ການ​ທຳ​ນາຍ” ໃນ ຄູ່​ມື​ພຣະ​ຄຳ​ພີ (scriptures.ChurchofJesusChrist.org ນຳ​ອີກ). ອີງ​ຕາມ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້, ທ່ານ​ຈະ​ອະ​ທິ​ບາຍ​ຂອງ​ປະ​ທານ​ແຫ່ງ​ການ​ທຳ​ນາຍ​ວ່າ​ແນວ​ໃດ? ໂປ​ໂລ​ອາດ​ໝາຍ​ຄວາມ​ວ່າ​ແນວ​ໃດ ເມື່ອ​ເພິ່ນ​ເຊື້ອ​ເຊີນ​ຊາວ​ໂກ​ຣິນ​ໂທ​ໃຫ້ “ຮ້ອນ​ໃຈ​ສະ​ແຫວງ​ຫາ​ໃນ​ການ​ປະ​ກາດ​ພຣະ​ທຳ”? (1 ໂກ​ຣິນ​ໂທ 14:39). ທ່ານ​ຈະ​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ນີ້​ແນວ​ໃດ?

ເບິ່ງ ໂຢ​ເອນ 2:28–29; ແອວ​ມາ 17:3; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 11:23–28 ນຳ​ອີກ.

1 ໂກ​ຣິນ​ໂທ 14:34–35

ບົດ​ຄວາມ​ກ່ຽວ​ກັບ​ພວກ​ແມ່​ຍິງ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້​ກ່ຽວ​ຂ້ອງ​ກັບ​ປະ​ຈຸ​ບັນ​ແນວ​ໃດ?

ໃນ​ສະ​ໄໝ​ຂອງ​ໂປ​ໂລ, ມັນ​ມີ​ການ​ຄາດ​ໝາຍ​ທີ່​ແຕກ​ຕ່າງ​ກ່ຽວ​ກັບ​ວິ​ທີ​ທີ່​ແມ່​ຍິງ​ມີ​ສ່ວນ​ຮ່ວມ​ໃນ​ສັງ​ຄົມ, ລວມ​ທັງ​ໃນ​ການ​ປະ​ຊຸມ​ໂບດ. ບໍ່​ວ່າ​ຄຳ​ສອນ​ຢູ່​ໃນ 1 ໂກ​ຣິນ​ໂທ 14:34–35 ໝາຍ​ເຖິງ​ສິ່ງ​ໃດ ໃນ​ສະ​ໄໝ​ຂອງ​ໂປ​ໂລ, ແຕ່​ມັນ​ບໍ່​ຄວນ​ຖືກ​ເຂົ້າ​ໃຈ​ວ່າ ແມ່​ຍິງ​ບໍ່​ສາ​ມາດ​ກ່າວ ແລະ ນຳ​ພາ​ໃນ​ສາດ​ສະ​ໜາ​ຈັກ​ໃນ​ປະ​ຈຸ​ບັນ (ເບິ່ງ ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ, 1 ໂກ​ຣິນ​ໂທ 14:34 [ໃນ 1 ໂກ​ຣິນ​ໂທ 14:34, ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ ]). ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ​ກັບ​ບັນ​ດາ​ຜູ້​ຍິງ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ປະ​ຈຸ​ບັນ​ວ່າ: “ພວກ​ເຮົາ … ອາ​ໄສ​ພະ​ລັງ, ການ​ປ່ຽນ​ໃຈ​ເຫລື້ອມ​ໃສ, ຄວາມ​ເກັ່ງ​ກ້າ, ຄວາມ​ສາ​ມາດ​ໃນ​ການ​ນຳ​ພາ, ປັນ​ຍາ, ແລະ ປາກ​ສຽງ​ຂອງ​ທ່ານ. ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ຈະ​ບໍ່​ເກີດ ແລະ ສຳ​ເລັດ​ໄດ້ ຖ້າ​ປາດ​ສະ​ຈາກ​ຜູ້​ຍິງ​ທີ່​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ອັນ​ສັກ​ສິດ ແລະ ປາດ​ສະ​ຈາກ​ຜູ້​ຍິງ​ທີ່​ສາ​ມາດ​ເວົ້າ​ດ້ວຍ​ພະ​ລັງ ແລະ ສິດ​ອຳ​ນາດ​ຂອງ​ພຣະ​ເຈົ້າ!” (“A Plea to My Sisters,” Liahona, Nov. 2015, 96).

1 ໂກ​ຣິນ​ໂທ 15:1–34, 53–58

ພຣະ​ເຢ​ຊູ​ຄຣິດ​ໄດ້​ໄຊ​ຊະ​ນະ​ເໜືອ​ຄວາມ​ຕາຍ.

ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເປັນ​ພື້ນ​ຖານ​ແທ້ໆ​ຕໍ່​ຄວາມ​ເປັນ​ຄຣິດ​ສະ​ຕຽນ, ບາງ​ຄົນ​ເວົ້າ​ວ່າ ຖ້າ​ປາດ​ສະ​ຈາກ​ການ​ນັ້ນ ຈະ ບໍ່​ມີ​ຄວາມ​ເປັນ​ຄຣິດ​ສະ​ຕຽນ​ເລີຍ—ເພື່ອ​ໃຊ້​ຖ້ອຍ​ຄຳ​ຂອງ​ໂປ​ໂລ, “ການ​ປະ​ກາດ​ຂອງ​ພວກ​ເຮົາ​ກໍ​ບໍ່​ມີ​ປະ​ໂຫຍດ, ແລະ [ສັດ​ທາ] ຂອງ​ພວກ​ເຈົ້າ​ກໍ​ບໍ່​ມີ​ປະ​ໂຫຍດ​ເໝືອນ​ກັນ” (1 ໂກ​ຣິນ​ໂທ 15:14). ແຕ່​ໄພ່​ພົນ​ຊາວ​ໂກ​ຣິນ​ໂທ​ໄດ້​ສິດ​ສອນ​ວ່າ ຈະ “ບໍ່​ມີ​ການ​ເປັນ​ຄືນ​ມາ​ຈາກ​ຕາຍ”1 ໂກ​ຣິນ​ໂທ 15:12). ຂະ​ນະ​ທີ່​ທ່ານ​ອ່ານ​ຄຳ​ຕອບ​ຂອງ​ໂປ​ໂລ​ໃນ 1 ໂກ​ຣິນ​ໂທ 15, ໃຫ້​ໃຊ້​ເວ​ລາ​ຈັກ​ບຶດ​ໜຶ່ງ​ເພື່ອ​ໄຕ່​ຕອງ​ວິ​ທີ​ທີ່​ຊີ​ວິດ​ຂອງ​ທ່ານ​ຈະ​ແຕກ​ຕ່າງ​ແນວ​ໃດ ຖ້າ​ຫາກ​ທ່ານ​ບໍ່​ເຊື່ອ​ໃນ​ການ​ຟື້ນ​ຄືນ​ພຣະ​ຊົນ (ເບິ່ງ 2 ນີ​ໄຟ 9:6–19; ແອວ​ມາ 40:19–23; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 93:33–34). ວະ​ລີ​ທີ່​ວ່າ “ຖ້າ​ພຣະ​ຄຣິດ​ບໍ່​ໄດ້​ເປັນ​ຄືນ​ມາ, [ສັດ​ທາ] ຂອງ​ພວກ​ເຈົ້າ​ກໍ​ໄຮ້​ປະ​ໂຫຍດ” ໝາຍ​ຄວາມ​ວ່າ​ແນວ​ໃດ? (ຂໍ້​ທີ 17).

ມັນ​ກໍ​ກຸ້ມ​ຄ່າ​ທີ່​ຈະ​ສັງ​ເກດ​ເບິ່ງ​ວ່າ ໂປ​ໂລ​ໄດ້​ກ່າວ​ເຖິງ​ການ​ບັບ​ຕິ​ສະ​ມາ​ແທນ​ຄົນ​ຕາຍ ວ່າ​ຫລັກ​ຖານ​ໃຫ້​ກັບ​ຄວາມ​ເປັນ​ຈິງ​ຂອງ​ການ​ຟື້ນ​ຄືນ​ຊີ​ວິດ​ແນວ​ໃດ (ເບິ່ງ 1 ໂກ​ຣິນ​ໂທ 15:29). ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ທ່ານ​ໃນ​ຄຳ​ສອນ​ເຖິງ​ການ​ຟື້ນ​ຄືນ​ຊີ​ວິດ​ແນວ​ໃດ?

ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 138:11–37 ນຳ​ອີກ.

1 ໂກ​ຣິນ​ໂທ 15:35–54

ຮ່າງ​ກາຍ​ທີ່​ຟື້ນ​ຄືນ​ຈະ​ແຕກ​ຕ່າງ​ຈາກ​ຮ່າງ​ກາຍ​ມະ​ຕະ.

ທ່ານ​ເຄີຍ​ສົງ​ໄສ​ບໍ​ວ່າ ຮ່າງ​ກາຍ​ທີ່​ຟື້ນ​ຄືນ​ນັ້ນ​ເປັນ​ຈັ່ງ​ໃດ? ອີງ​ຕາມ 1 ໂກ​ຣິນ​ໂທ 15:35, ຊາວ​ໂກ​ຣິນ​ໂທ​ບາງ​ຄົນ​ກໍ​ສົງ​ໄສ​ຄື​ກັນ. ໃຫ້​ອ່ານ​ຄຳ​ຕອບ​ຂອງ​ໂປ​ໂລ​ໃນ ຂໍ້​ທີ 36–54, ແລະ ສັງ​ເກດ​ເບິ່ງ​ຖ້ອຍ​ຄຳ ແລະ ວະ​ລີ​ທີ່​ບັນ​ຍາຍ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ຮ່າງ​ກາຍ​ມະ​ຕະ ແລະ ຮ່າງ​ກາຍ​ທີ່​ຟື້ນ​ຄືນ ວ່າ​ເປັນ​ແນວ​ໃດ. ຂະ​ນະ​ທີ່​ທ່ານ​ເຮັດ​ແນວ​ນັ້ນ, ທ່ານ​ສາ​ມາດ​ປຽບ​ທຽບ ຂໍ້​ທີ 40–42 ດ້ວຍ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:50–112. ການ​ເປີດ​ເຜີຍ​ນີ້​ຕໍ່​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ເພີ່ມ​ຄວາມ​ເຂົ້າ​ໃຈ​ໃຫ້​ແກ່​ທ່ານ​ແນວ​ໃດ? (ເບິ່ງ ​ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ, 1 ໂກ​ຣິນ​ໂທ 15:40 [ໃນ 1 ໂກ​ຣິນ​ໂທ 15:40, ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ ] ນຳ​ອີກ). ເປັນ​ຫຍັງ​ຄວາມ​ຈິງ​ເຫລົ່າ​ນີ້​ຈຶ່ງ​ມີ​ຄ່າ​ຕໍ່​ທ່ານ?

ເບິ່ງ ລູ​ກາ 24:39; ແອວ​ມາ 11:43–45; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:14–33 ນຳ​ອີກ.

ຮູບ​ພາບ
ຕາ​ເວັນ​ຂຶ້ນ

“ສະ​ຫງ່າ​ລາ​ສີ​ຂອງ​ດວງ​ອາ​ທິດ​ກໍ​ຢ່າງ​ໜຶ່ງ” (1 ໂກ​ຣິນ​ໂທ 15:41).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

1 ໂກ​ຣິນ​ໂທ 15:29.ເຮົາ​ຮຽນ​ຮູ້​ຈາກ ຂໍ້​ທີ 29 ວ່າ​ຊາວ​ຄຣິດ​ສະ​ໄໝ​ບູ​ຮານ​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ບັບ​ຕິ​ສະ​ມາ​ແທນ​ຄົນ​ຕາຍ, ຄື​ກັນ​ກັບ​ທີ່​ເຮົາ​ເຮັດ​ໃນ​ປະ​ຈຸ​ບັນ. ທ່ານ​ຈະ​ອະ​ທິ​ບາຍ​ຕໍ່​ຄົນ​ອື່ນ​ແນວ​ໃດ ວ່າ​ເປັນ​ຫຍັງ​ທ່ານ​ຈຶ່ງ​ບັບ​ຕິ​ສະ​ມາ​ແທນ​ບັນ​ພະ​ບຸ​ລຸດ​ຂອງ​ທ່ານ? (ເບິ່ງ “What Are Baptisms for the Dead?,” [​ວິ​ດີ​ໂອ], ChurchofJesusChrist.org). ເຮົາ​ກຳ​ລັງ​ເຮັດ​ຫຍັງ​ເປັນ​ຄອບ​ຄົວ ເພື່ອ​ຈັດ​ຫາ​ພິ​ທີ​ການ​ພຣະ​ວິ​ຫານ​ໃຫ້​ແກ່​ບັນ​ພະ​ບຸ​ລຸດ​ທີ່​ລ່ວງ​ລັບ​ໄປ​ແລ້ວ​ຂອງ​ເຮົາ ທີ່​ຕ້ອງ​ການ​ມັນ? ທ່ານ​ສາ​ມາດ​ຊອກ​ຫາ​ແຫລ່ງ​ຂໍ້​ມູນ​ກ່ຽວ​ກັບ​ຫົວ​ຂໍ້​ນີ້​ຢູ່​ໃນ​ບົດ​ຄວາມ​ສັ້ນ​ຂອງ Gospel Topics “Baptisms for the Dead” (topics.ChurchofJesusChrist.org) ແລະ ຢູ່​ທີ່ FamilySearch.org.

1 ໂກ​ຣິນ​ໂທ 15:35–54.ສິ່ງ​ຂອງ ຫລື ຮູບ​ພາບ​ຢ່າງ​ໃດ​ແດ່​ທີ່​ທ່ານ​ສາ​ມາດ​ສະ​ແດງ ເພື່ອ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ເຂົ້າ​ໃຈ​ຂໍ້​ຄວາມ​ບາງ​ຢ່າງ​ທີ່​ໂປ​ໂລ​ໄດ້​ໃຊ້ ເພື່ອ​ບັນ​ຍາຍ​ວິ​ທີ​ທີ່​ຮ່າງ​ກາຍ​ມະ​ຕະ ແລະ ຮ່າງ​ກາຍ​ທີ່​ຟື້ນ​ຄືນ​ແລ້ວ​ແຕກ​ຕ່າງ​ກັນ​ແນວ​ໃດ? ຍົກ​ຕົວ​ຢ່າງ, ເພື່ອ​ສາ​ທິດ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ ຄວາມ​ເສື່ອມ​ໂຊມ ແລະ ຄວາມບໍ່​ເສື່ອມ​ໂຊມ (ເບິ່ງ ຂໍ້​ທີ 52–54) ທ່ານ​ສາ​ມາດ​ສະ​ແດງ​ໂລ​ຫະ​ທີ່​ເຂົ້າ​ຂີ້​ໝ້ຽງ ແລະ ໂລ​ຫະ​ທີ່​ບໍ່​ເຂົ້າ​ຂີ້​ໝ້ຽງ. ຫລື ທ່ານ​ສາ​ມາດ​ປຽບ​ທຽບ​ບາງ​ສິ່ງ​ທີ່​ອ່ອນ​ແອ​ໃສ່​ກັບ​ບາງ​ສິ່ງ​ທີ່​ມີ​ພະ​ລັງ (ເບິ່ງ ຂໍ້​ທີ 43).

1 ໂກ​ຣິນ​ໂທ 15:55–57.ການ​ສົນ​ທະ​ນາ​ກ່ຽວ​ກັບ​ຂໍ້​ເຫລົ່າ​ນີ້ ສາ​ມາດ​ມີ​ຄວາມ​ໝາຍ​ໂດຍ​ສະ​ເພາະ​ຖ້າ​ຫາກ​ຄອບ​ຄົວ​ຂອງ​ທ່ານ​ຮູ້​ຈັກ​ບາງ​ຄົນ​ທີ່​ໄດ້​ເສຍ​ຊີ​ວິດ​ໄປ​ແລ້ວ. ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ສະ​ແດງ​ປະ​ຈັກ​ພະ​ຍານ​ວ່າ ພຣະ​ເຢ​ຊູ​ຄຣິດ​ໄດ້​ກຳ​ຈັດ “ໄລ​ພິດ​ຂອງ​ຄວາມ​ຕາຍ” ແນວ​ໃດ (ຂໍ້​ທີ 56).

1 ໂກ​ຣິນ​ໂທ 16:13.ເພື່ອ​ຊ່ວຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ເຂົ້າ​ໃຈ​ຂໍ້​ນີ້, ທ່ານ​ສາ​ມາດ​ຂີດ​ວົງ​ກົມ​ໃສ່​ພື້ນ​ດິນ ແລະ ແນະ​ນຳ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຄົນ​ໜຶ່ງ “ຢືນ​ຢັດ​ຢູ່​ຢ່າງ​ໝັ້ນ​ຄົງ” ຢູ່​ໃນ​ວົງ ຂະ​ນະ​ທີ່​ຫລັບ​ຕາ​ຢູ່. ແລ້ວ​ໃຫ້​ຄົນ​ອື່ນໆ​ພະ​ຍາ​ຍາມ​ຍູ້ ຫລື ດຶງ​ລາວ​ອອກ​ຈາກ​ວົງ​ກົມ​ນັ້ນ. ມັນ​ຈະ​ແຕກ​ຕ່າງ​ແນວ​ໃດ ຖ້າ​ຫາກ​ຜູ້​ທີ່​ຢູ່​ໃນ​ວົງ​ກົມ​ມືນ​ຕາ ແລະ ຄອຍ “ເຝົ້າ​ລະ​ວັງ”? ເຮົາ​ຈະ​ເຮັດ​ຢ່າງ​ໃດ​ເພື່ອ “ຢືນ​ຢັດ​ຢູ່​ຢ່າງ​ເຂັ້ມ​ແຂງ” ເມື່ອ​ເຮົາ​ຖືກ​ລໍ້​ລວງ​ໃຫ້​ເຮັດ​ສິ່ງ​ທີ່​ບໍ່​ດີ? (ເບິ່ງ “Stay in the Boat and Hold On!,” [ວິ​ດີ​ໂອ], ChurchofJesusChrist.org ນຳ​ອີກ).

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ສວດ​ແນະ​ນຳ: “ພຣະ​ອົງ​ຊົງ​ຟື້ນ!,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 60.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ຊອກ​ຫາ​ແບບ​ແຜນ. ໃນ​ພຣະ​ຄຳ​ພີ ເຮົາ​ພົບ​ເຫັນ​ແບບ​ແຜນ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ກະ​ທຳ​ວຽກ​ງານ​ຂອງ​ພຣະ​ອົງ​ແນວ​ໃດ. ທ່ານ​ພົບ​ເຫັນ​ແບບ​ແຜນ​ຢ່າງ​ໃດ​ແດ່​ໃນ 1 ໂກ​ຣິນ​ໂທ 14 ທີ່​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ວິ​ທີ​ທີ່​ຈະ​ໃຫ້​ຄວາມ​ຮູ້​ແກ່​ກັນ​ແລະ​ກັນ?

ຮູບ​ພາບ
ພຣະ​ຄຣິດ​ກຳ​ລັງ​ປະ​ກົດ​ຕົວ​ຕໍ່​ນາງ​ມາ​ຣີ​ທີ່​ສວນ​ອຸບ​ມຸງ

Why Weepest Thou [ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຮ້ອງ​ໄຫ້], © ຊາຍ​ມັນ ດູ​ວີ 2021. ຖືກ​ນຳ​ໃຊ້​ໂດຍ​ໄດ້​ຮັບ​ອະ​ນຸ​ຍາດ​ຈາກ Altus Fine Art/www.altusfineart.com

ພິມ