ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 18–24 ເດືອນ​ກັນ​ຍາ. 2 ໂກ​ຣິນ​ໂທ 8–13: “ພຣະ​ເຈົ້າ​ຊົງ​ຮັກ​ຄົນ​ນັ້ນ​ທີ່​ໃຫ້​ດ້ວຍ​ຊື່ນ​ໃຈ​ຍິນ​ດີ”


“ວັນ​ທີ 18–24 ເດືອນ​ກັນ​ຍາ. 2 ໂກ​ຣິນ​ໂທ 8–13: ‘ພຣະ​ເຈົ້າ​ຊົງ​ຮັກ​ຄົນ​ນັ້ນ​ທີ່​ໃຫ້​ດ້ວຍ​ຊື່ນ​ໃຈ​ຍິນ​ດີ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 18–24 ເດືອນ​ກັນ​ຍາ. 2 ໂກ​ຣິນ​ໂທ 8–13,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ເວົ້າ​ກັບ​ເດັກ​ນ້ອຍ

ວັນ​ທີ 18–24 ເດືອນ​ກັນ​ຍາ

2 ໂກ​ຣິນ​ໂທ 8–13

“ພຣະ​ເຈົ້າ​ຊົງ​ຮັກ​ຄົນ​ນັ້ນ​ທີ່​ໃຫ້​ດ້ວຍ​ຊື່ນ​ໃຈ​ຍິນ​ດີ”

ການ​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ທາງວິນ​ຍານ​ຈະ​ຊ່ວຍ​ທ່ານ​ໃຫ້​ຈື່​ຈຳ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້​ລະ​ຫວ່າງ​ການ​ສຶກ​ສາ​ພຣະ​ຄຳ​ພີ. ທ່ານ​ສາ​ມາດ​ຂຽນ​ໃນ​ປຶ້ມ​ບັນ​ທຶກ​ສ່ວນ​ຕົວ, ໝາຍ​ເຫດ​ຢູ່​ຂອບ​ປຶ້ມ​ພຣະ​ຄຳ​ພີ​ຂອງ​ທ່ານ, ແລະ ຕື່ມ​ໝາຍ​ເຫດ​ໃສ່​ໃນ​ແອັບ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ​ຂອງ​ທ່ານ, ຫລື ອັດ​ສຽງ​ກ່ຽວ​ກັບ​ຄວາມ​ຄິດ​ຂອງ​ທ່ານ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ທ່ານ​ຈະ​ເຮັດ​ສິ່ງ​ໃດ​ຖ້າ​ຫາກ​ທ່ານ​ໄດ້​ຍິນ​ວ່າ ກຸ່ມ​ໄພ່​ພົນ​ຢູ່​ໃນ​ອີກ​ເຂດ​ໜຶ່ງ​ກຳ​ລັງ​ດີ້ນ​ລົນ​ກັບ​ຄວາມ​ທຸກ​ຍາກ​ລຳ​ບາກ​ຢູ່? ນີ້​ຄື​ສະ​ຖາ​ນະ​ການ​ທີ່​ໂປ​ໂລ​ໄດ້​ບັນ​ຍາຍ​ແກ່​ໄພ່​ພົນ​ຊາວ​ໂກ​ຣິນ​ໂທ​ໃນ 2 ໂກ​ຣິນ​ໂທ 8–9. ເພິ່ນ​ຫວັງ​ທີ່​ຈະ​ຊັກ​ຊວນ​ໄພ່​ພົນ​ຊາວ​ໂກ​ຣິນ​ໂທ​ໃຫ້​ບໍ​ລິ​ຈາກ​ຄວາມ​ອຸ​ດົມ​ສົມ​ບູນ​ຂອງ​ພວກ​ເຂົາ​ໃຫ້​ກັບ​ໄພ່​ພົນ​ທີ່​ຂັດ​ສົນ. ແຕ່​ເກີນ​ກວ່າ​ຄຳ​ຮຽກ​ຮ້ອງ​ໃຫ້​ບໍ​ລິ​ຈາກ, ຖ້ອຍ​ຄຳ​ຂອງ​ໂປ​ໂລ​ຍັງ​ບັນ​ຈຸ​ຄວາມ​ຈິງ​ອັນ​ເລິກ​ເຊິ່ງ​ກ່ຽວ​ກັບ: “ທຸກ​ຄົນ​ໃຫ້​ຕາມ​ທີ່​ຕົນ​ໄດ້​ຄິດ​ໝາຍ​ໄວ້​ໃນ​ໃຈ; ບໍ່​ແມ່ນ​ໃຫ້​ດ້ວຍ​ຄິດ​ເສຍ​ດາຍ, ຫລື ດ້ວຍ​ຂືນ​ໃຈ​ໃຫ້: ເພາະ​ພຣະ​ເຈົ້າ​ຊົງ​ຮັກ​ຄົນ​ນັ້ນ​ທີ່​ໃຫ້​ດ້ວຍ​ຊື່ນ​ໃຈ​ຍິນ​ດີ” (2 ໂກ​ຣິນ​ໂທ 9:7). ໃນ​ສະ​ໄໝ​ຂອງ​ເຮົາ, ກໍ ຍັງ​ມີ​ໄພ່​ພົນ​ຕະ​ຫລອດ​ທົ່ວ​ໂລກ​ທີ່​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ. ບາງ​ເທື່ອ​ສິ່ງ​ທີ່​ເຮົາ​ສາ​ມາດ​ເຮັດ​ໄດ້​ຫລາຍ​ທີ່​ສຸດ​ສຳ​ລັບ​ເຂົາ​ເຈົ້າ ຄື​ການ​ຖື​ສິນ​ອົດ​ເຂົ້າ ແລະ ບໍ​ລິ​ຈາກ​ເງິນ​ຖື​ສິນ​ອົດ​ເຂົ້າ. ໃນ​ກໍ​ລະ​ນີ​ອື່ນ, ການ​ໃຫ້​ຂອງ​ເຮົາ​ສາ​ມາດ​ເປັນ​ການ​ໃຫ້​ໂດຍ​ກົງ ແລະ ເປັນ​ສ່ວນ​ຕົວ​ຫລາຍ​ກວ່າ. ບໍ່​ວ່າ​ເຮົາ​ຈະ​ເສຍ​ສະ​ລະ​ໃນ​ຮູບ​ແບບ​ໃດ​ກໍ​ຕາມ, ມັນ​ກຸ້ມ​ຄ່າ​ທີ່​ຈະ​ກວດ​ສອບ​ເບິ່ງ​ແຮງ​ຈູງ​ໃຈ​ສຳ​ລັບ​ການ​ໃຫ້​ຂອງ​ເຮົາ. ການ​ເສຍ​ສະ​ລະ​ຂອງ​ເຮົາ​ເປັນ​ການ​ສະ​ແດງ​ຄວາມ​ຮັກ​ຫລື​ບໍ່? ເຖິງ​ແນວ​ໃດ, ແມ່ນ​ຄວາມ​ຮັກ​ທີ່​ເຮັດ​ໃຫ້​ຜູ້​ໃຫ້ ຊື່ນ​ໃຈ​ຍິນ​ດີ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

2 ໂກ​ຣິນ​ໂທ 8:1–15; 9:5–15

ເຮົາ​ສາ​ມາດ​ແບ່ງ​ປັນ​ສິ່ງ​ທີ່​ເຮົາ​ມີ ດ້ວຍ​​ຄວາມ​ຊື່ນ​ໃຈ​ຍິນ​ດີ ເພື່ອ​ເປັນ​ພອນ​ໃຫ້​ແກ່​ຄົນ​ຍາກ​ຈົນ ແລະ ຄົນ​ຂັດ​ສົນ.

ມີ​ຜູ້​ຄົນ​ທີ່​ຂັດ​ສົນ​ຢ່າງ​ຫລວງ​ຫລາຍ​ຕະ​ຫລອດ​ທົ່ວ​ໂລກ. ເຮົາ​ຈະ​ສາ​ມາດ​ສ້າງ​ຄວາມ​ແຕກ​ຕ່າງ​ໄດ້​ແນວ​ໃດ? ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ ໄດ້​ສະ​ເໜີ​ມອບ​ຄຳ​ແນະ​ນຳ​ນີ້​ວ່າ: “ບໍ່​ວ່າ​ຈະ​ຮັ່ງ​ມີ ຫລື ຍາກ​ຈົນ, ເຮົາ​ຕ້ອງ ‘ເຮັດ​ເທົ່າ​ທີ່​ເຮົາ​ເຮັດ​ໄດ້’ ເມື່ອ​ຄົນ​ອື່ນ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ [ເບິ່ງ ມາ​ຣະ​ໂກ 14:6, 8]. … [ພຣະ​ເຈົ້າ] ຈະ​ຊ່ວຍ​ເຫລືອ​ທ່ານ ແລະ ນຳ​ພາ​ທ່ານ ໃນ​ການ​ກະ​ທຳ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ຂອງ​ຜູ້​ເປັນ​ສາ​ນຸ​ສິດ ຖ້າ​ທ່ານ​ຕ້ອງ​ການ ແລະ ອະ​ທິ​ຖານ ແລະ ພະ​ຍາ​ຍາມ​ຫາ​ວິ​ທີ​ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ ທີ່​ພຣະ​ອົງ​ໄດ້​ປະ​ທານ​ໃຫ້​ເຮົາ ເທື່ອ​ແລ້ວ​ເທື່ອ​ເລົ່າ” (“Are We Not All Beggars?,” Liahona, Nov. 2014, 41).

ໃຫ້​ອ່ານ 2 ໂກ​ຣິນ​ໂທ 8:1–15; 9:6–15, ໂດຍ​ທີ່​ສັງ​ເກດ​ເບິ່ງ​ຫລັກ​ທຳ​ທີ່​ໂປ​ໂລ​ໄດ້​ສິດ​ສອນ​ກ່ຽວ​ກັບ​ການ​ດູ​ແລ​ຄົນ​ຍາກ​ຈົນ ແລະ ຄົນ​ຂັດ​ສົນ. ແມ່ນ​ຫຍັງ​ທີ່​ດົນ​ໃຈ​ທ່ານ​ກ່ຽວ​ກັບ​ຄຳ​ແນະ​ນຳ​ຂອງ​ໂປ​ໂລ? ທ່ານ​ສາ​ມາດ​ອະ​ທິ​ຖານ​ເພື່ອ​ການ​ນຳ​ພາ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ສາ​ມາດ​ເຮັດ ເພື່ອ​ເປັນ​ພອນ​ໃຫ້​ແກ່​ບາງ​ຄົນ​ທີ່​ຂັດ​ສົນ. ໃຫ້​ແນ່​ໃຈ​ວ່າ ທ່ານ​ໄດ້​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ທີ່​ທ່ານ​ໄດ້​ຮັບ ແລະ ປະ​ຕິ​ບັດ​ຕາມ​ນັ້ນ.

ເບິ່ງ ໂມ​ໄຊ​ຢາ 4:16–27; ແອວ​ມາ 34:27–29; Russell M. Nelson, “The Second Great Commandment,” Liahona, Nov. 2019, 96–100; Henry B. Eyring, “Is Not This the Fast That I Have Chosen?,” Liahona, May 2015, 22–25 ນຳ​ອີກ.

2 ໂກ​ຣິນ​ໂທ 11:1–6, 13–15; 13:5–9

“ຈົ່ງ​ພິ​ຈາ​ລະ​ນາ​ເບິ່ງ​ຕົວ​ເອງ​ວ່າ, ພວກ​ເຈົ້າ​ຕັ້ງ​ຢູ່​ໃນ [ສັດ​ທາ] ຫລື​ບໍ່.”

ປະ​ຈຸ​ບັນ​ນີ້, ດັ່ງ​ທີ່​ໃນ​ສະ​ໄໝ​ຂອງ​ໂປ​ໂລ, ກໍ​ມີ​ຜູ້​ທີ່​ພະ​ຍາ​ຍາມ​ສະ​ແຫວງ​ຫາ​ທີ່​ຈະ​ນຳ​ພາ​ເຮົາ​ໜີ​ໄປ​ຈາກ “ຄວາມ​ຜູກ​ພັນ​ອັນ​ສັດ​ຊື່ ແລະ ບໍ​ລິ​ສຸດ​ທີ່​ມີ​ຕໍ່​ພຣະ​ຄຣິດ” (2 ໂກ​ຣິນ​ໂທ 11:3). ດ້ວຍ​ເຫດ​ຜົນ​ນັ້ນ, ມັນ​ຈຳ​ເປັນ​ທີ່​ຈະ​ເຮັດ​ສິ່ງ​ທີ່​ໂປ​ໂລ​ໄດ້​ແນະ​ນຳ ທີ່​ວ່າ: “ຈົ່ງ​ພິ​ຈາ​ລະ​ນາ​ເບິ່ງ​ຕົວ​ເອງ​ວ່າ, ພວກ​ເຈົ້າ​ຕັ້ງ​ຢູ່​ໃນ [ສັດ​ທາ] ຫລື​ບໍ່” (2 ໂກ​ຣິນ​ໂທ 13:5). ທ່ານ​ສາ​ມາດ​ເລີ່ມ​ຕົ້ນ​ຂະ​ບວນ​ການ​ນີ້ ໂດຍ​ການ​ຄິດ​ກ່ຽວ​ກັບ​ວ່າ ການ “ຕັ້ງ​ຢູ່​ໃນ [ສັດ​ທາ]” ໝາຍ​ຄວາມ​ວ່າ​ແນວ​ໃດ. ທ່ານ​ຮູ້​ໄດ້​ແນວ​ໃດ​ວ່າ ທ່ານ​ຕັ້ງ​ຢູ່​ໃນ​ສັດ​ທາ? ໃຫ້​ຊອກ​ຫາ​ໂອ​ກາດ​ທີ່​ທ່ານ​ມີ ເພື່ອ​ກວດ​ກາ​ຕົວ​ເອງ.

ໃນ​ພາກ​ສ່ວນ​ໜຶ່ງ​ຂອງ​ການ​ກວດ​ກາ, ທ່ານ​ສາ​ມາດ​ໄຕ່​ຕອງ​ວະ​ລີ ທີ່​ວ່າ “ຄວາມ​ຜູກ​ພັນ​ອັນ​ສັດ​ຊື່ ແລະ ບໍ​ລິ​ສຸດ​ທີ່​ມີ​ຕໍ່​ພຣະ​ຄຣິດ” ນຳ​ອີກ (2 ໂກ​ຣິນ​ໂທ 11:3). ທ່ານ​ໄດ້​ພົບ​ເຫັນ​ຄວາມ​ລຽບ​ງ່າຍ​ໃນ​ພຣະ​ຄຣິດ ແລະ ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ແນວ​ໃດ? ຈິດ​ໃຈ​ຂອງ​ທ່ານ​ອາດ “ປະ​ຖິ້ມ​ຄວາມ​ຜູກ​ພັນ​ອັນ​ສັດ​ຊື່ ແລະ ບໍ​ລິ​ສຸດ [ນັ້ນ]” ແນວ​ໃດ? ຄຳ​ແນະ​ນຳ​ທີ່​ເປັນ​ປະ​ໂຫຍດ​ຢ່າງ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ​ຢູ່​ໃນ 2 ໂກ​ຣິນ​ໂທ 11:1–6, 13–15?

ໃຫ້​ພິ​ຈາ​ລະ​ນາ​ຄຳ​ແນະ​ນຳ​ນີ້​ຈາກ​ປະ​ທານ​ດີ​ເດີ ແອັຟ ອຸກ​ດອບ: “ຖ້າ​ຫາກ​ທ່ານ​ເຄີຍ​ຄິດ​ວ່າ ພຣະ​ກິດ​ຕິ​ຄຸນ​ບໍ່​ເປັນ​ຜົນ​ດີ​ແນວ​ໃດ​ຕໍ່​ທ່ານ, ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ຢຸດ​ໄຕ່​ຕອງ, ສຳ​ຫລວດ​ເບິ່ງ​ຊີ​ວິດ​ຂອງ​ທ່ານ, ແລະ ດັດ​ແປງ​ການ​ກ້າວ​ເດີນ​ຂອງ​ທ່ານ ໄປ​ສູ່​ຄວາມ​ເປັນ​ສາ​ນຸ​ສິດ. ຈົ່ງ​ເອົາ​ໃຈ​ໃສ່​ກັບ​ຄຳ​ສອນ, ຫລັກ​ທຳ, ແລະ ການ​ນຳ​ໃຊ້​ພຣະ​ກິດ​ຕິ​ຄຸນ​ຂັ້ນ​ພື້ນ​ຖານ. ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ພຣະ​ເຈົ້າ​ຈະ​ນຳ​ພາ​ທ່ານ ແລະ ອວຍ​ພອນ​ທ່ານ ໃຫ້​ຢູ່​ໃນ​ເສັ້ນ​ທາງ ເພື່ອ​ທ່ານ​ຈະ​ບັນ​ລຸ, ແລະ ພຣະ​ກິດ​ຕິ​ຄຸນ​ຈະ​ເປັນ​ຜົນ​ດີ​ແກ່​ທ່ານ​ຫລາຍກວ່າ​ເກົ່າ” (“It Works Wonderfully!,” Liahona, Nov. 2015, 22).

2 ໂກ​ຣິນ​ໂທ 12:5–10

ພຣະ​ຄຸນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກໍ​ມີ​ພໍ​ແລ້ວ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ພົບ​ເຫັນ​ຄວາມ​ເຂັ້ມ​ແຂງ​ໃນ​ຄວາມ​ອ່ອນ​ແອ​ຂອງ​ເຮົາ.

ເຮົາ​ບໍ່​ຮູ້​ແມ່ນ​ຫຍັງ​ຄື “ສ້ຽນ​ໜາມ​ໃນ​ເນື້ອ​ກາຍ” ຂອງ​ໂປ​ໂລ, ແຕ່​ເຮົາ​ທຸກ​ຄົນ​ເຄີຍ​ມີ​ສ້ຽນ​ໜາມ​ຂອງ​ເຮົາ​ເອງ ທີ່​ເຮົາ​ຢາກ​ໃຫ້​ພຣະ​ເຈົ້າ​ເອົາ​ມັນ​ອອກ​ໄປ​ຈາກ​ຊີ​ວິດ​ຂອງ​ເຮົາ. ໃຫ້​ຄິດ​ກ່ຽວ​ກັບ​ສ້ຽນ​ໜາມ​ຂອງ​ທ່ານ ຂະ​ນະ​ທີ່​ທ່ານ​ອ່ານ 2 ໂກ​ຣິນ​ໂທ 12:5–10, ແລະ ໄຕ່​ຕອງ​ສິ່ງ​ທີ່​ທ່ານ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ​ໃນ​ຂໍ້​ເຫລົ່າ​ນີ້. ໂປ​ໂລ​ໄດ້​ສິດ​ສອນ​ຫຍັງ​ແດ່​ຢູ່​ໃນ​ຂໍ້​ເຫລົ່າ​ນີ້​ກ່ຽວ​ກັບ​ການ​ທົດ​ລອງ ແລະ ຄວາມ​ອ່ອນ​ແອ? ຄຳ​ວ່າ “ພຣະ​ຄຸນ [ຂອງ​ພຣະ​ເຈົ້າ] ກໍ​ມີ​ພໍ​ແລ້ວ” ສຳ​ລັບ​ທ່ານ ໝາຍ​ຄວາມ​ວ່າ​ແນວ​ໃດ?

ເບິ່ງ ໂມ​ໄຊ​ຢາ 23:21–24; 24:10–15; ອີ​ເທີ 12:27; ໂມ​ໂຣ​ໄນ 10:32–33 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

2 ໂກ​ຣິນ​ໂທ 8–9.ເຮົາ​ພົບ​ເຫັນ​ຫຍັງ​ແດ່​ຢູ່​ໃນ​ບົດ​ເຫລົ່າ​ນີ້ ທີ່​ດົນ​ໃຈ​ເຮົາ​ໃຫ້​ເອື້ອມ​ອອກ​ໄປ​ຫາ​ຄົນ​ຍາກ​ຈົນ ແລະ ຄົນ​ອື່ນໆ​ທີ່​ຂັດ​ສົນ? ນີ້​ອາດ​ເປັນ​ເວ​ລາ​ທີ່​ດີ ທີ່​ຈະ​ວາງ​ແຜນ​ການ​ຮັບ​ໃຊ້​ເປັນ​ຄອບ​ຄົວ ສຳ​ລັບ​ຄົນ​ທີ່​ຂັດ​ສົນ.

2 ໂກ​ຣິນ​ໂທ 9:6–7.ຄອບ​ຄົວ​ຂອງ​ທ່ານ​ຮູ້​ຈັກ​ໃຜ​ບໍ​ທີ່​ສາ​ມາດ​ຖືກ​ອະ​ທິ​ບາຍ​ວ່າ​ເປັນ “ຄົນ​ນັ້ນ​ທີ່​ໃຫ້​ດ້ວຍ​ຊື່ນ​ໃຈ​ຍິນ​ດີ”? ເຮັດ​ແນວ​ໃດ​ເຮົາ​ຈຶ່ງ​ຈະ​ສາ​ມາດ​ເຮັດ​ໃຫ້​ການ​ຮັບ​ໃຊ້​​ຂອງ​ເຮົາ​ຕໍ່​ຄົນ​ອື່ນ ຊື່ນ​ໃຈ​ຍິນ​ດີ​ຫລາຍ​ຂຶ້ນ? ສະ​ມາ​ຊິກ​ໃນ​ຄອບ​ຄົວ​ທີ່​ຍັງ​ນ້ອຍ​ຢູ່ ສາ​ມາດ​ເຮັດ​ປ້າຍ​ຕິດ​ເສື້ອ​ທີ່​ມີ​ຄຳ​ວ່າ “ເຮົາ​ເປັນ​ຄົນ​ນັ້ນ​ທີ່​ໃຫ້​ດ້ວຍ​ຊື່ນ​ໃຈ​ຍິນ​ດີ.” ທ່ານ​ສາ​ມາດ​ມອບ​ປ້າຍ​ຕິດ​ເສື້ອ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ ເມື່ອ​ໃດ​ທີ່​ທ່ານ​ເຫັນ​ເຂົາ​ເຈົ້າ​ຮັບ​ໃຊ້​ກັນ​ແລະ​ກັນ​ດ້ວຍ​ຊື່ນ​ໃຈ​ຍິນ​ດີ.

2 ໂກ​ຣິນ​ໂທ 10:3–7.ທ່ານ​ຈະ​ສາ​ມາດ​ສິດ​ສອນ​ຄອບ​ຄົວ​ຂອງ​ທ່ານ​ກ່ຽວ​ກັບ “ເຄື່ອງ​ອາ​ວຸດ” ຂອງ​ເຮົາ ທີ່​ຕ້ານ​ກັບ​ຄວາມ​ຊົ່ວ​ຮ້າຍ​ແນວ​ໃດ? ຄອບ​ຄົວ​ຂອງ​ທ່ານ​ຈະ​ມ່ວນ​ຊື່ນ​ກັບ​ການ​ສ້າງ​ກຳ​ແພງ ຫລື ສ້າງ​ຄ້າຍ ໂດຍ​ການ​ໃຊ້​ຕັ່ງ ແລະ ຜ້າ​ຫົ່ມ​ບໍ? ສິ່ງ​ນີ້​ອາດ​ນຳ​ໄປ​ສູ່​ການ​ສົນ​ທະ​ນາ​ກ່ຽວ​ກັບ​ວິ​ທີ​ທີ່​ຈະ​ກຳ​ຈັດ​ສິ່ງ​ທີ່​ນຳ​ພາ​ເຮົາ​ໃຫ້​ໜີ​ໄປ​ຈາກ​ພຣະ​ເຈົ້າ ແລະ ວິ​ທີ​ທີ່​ຈະ “ປາບ​ຄວາມ​ຄິດ​ທຸກ​ປະ​ການ​ລົງ​ໃຫ້​ຢູ່​ໃຕ້​ບັງ​ຄັບ​ຈົນ​ເຖິງ​ນ້ອມ​ຟັງ​ພຣະ​ຄຣິດ.” ແມ່ນ​ຫຍັງ​ຄື “ອາ​ວຸດ” ທາງ​ວິນ​ຍານ​ທີ່​ເຮົາ​ໃຊ້​ເພື່ອ​ຄວບ​ຄຸມ​ຄວາມ​ຄິດ​ຂອງ​ເຮົາ? (ເບິ່ງ ເອ​ເຟ​ໂຊ 6:11–18).

2 ໂກ​ຣິນ​ໂທ 11:3.ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ເຮັດ​ຫຍັງ​ໄດ້​ແດ່ ເພື່ອ​ຈະ​ໄດ້​ເອົາ​ໃຈ​ໃສ່​ຕໍ່ “ຄວາມ​ຜູກ​ພັນ​ອັນ​ສັດ​ຊື່ ແລະ ບໍ​ລິ​ສຸດ​ທີ່​ມີ​ຕໍ່​ພຣະ​ຄຣິດ” ຫລາຍ​ຂຶ້ນ​ກວ່າ​ເກົ່າ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ແນະ​ນຳ: “ກ້າ​ເຮັດ​ສິ່ງ​ຖືກ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 70.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ. ແອວ​ເດີ ຣິ​ເຈີດ ຈີ ສະ​ກາດ ໄດ້​ກ່າວ​ວ່າ: “ຄວາມ​ຮູ້​ທີ່​ຖືກ​ບັນ​ທຶກ​ໄວ້​ຢ່າງ​ລະ​ມັດ​ລະ​ວັງ ເປັນ​ຄວາມ​ຮູ້​ທີ່​ມີ​ໃຫ້​ໃນ​ເວ​ລາ​ທີ່​ມີ​ຄວາມ​ຕ້ອງ​ການ. … [ການ​ບັນ​ທຶກ​ການ​ຊີ້​ນຳ​ທາງ​ວິນ​ຍານ​ໄວ້] ຈະ​ສົ່ງ​ເສີມ​ຄວາມ​ເປັນ​ໄປ​ໄດ້​ຂອງ​ການ​ໄດ້​ຮັບ​ຄວາມ​ສະ​ຫວ່າງ​ເພີ່ມ​ເຕີມ” (“Acquiring Spiritual Knowledge,” Ensign, Nov. 1993, 88; ເບິ່ງ Teaching in the Savior’s Way, 1230 ນຳ​ອີກ).

ຮູບ​ພາບ
ກຸ່ມ​ຄົນ​ໜຸ່ມ​ກຳ​ລັງ​ຊ່ວຍ​ເຫລືອ​ໃນ​ໂຄງ​ການ​ຮັບ​ໃຊ້

“ທຸກ​ຄົນ​ໃຫ້​ຕາມ​ທີ່​ຕົນ​ໄດ້​ຄິດ​ໝາຍ​ໄວ້​ໃນ​ໃຈ; ບໍ່​ແມ່ນ​ໃຫ້​ດ້ວຍ​ຄິດ​ເສຍ​ດາຍ, ຫລື ດ້ວຍ​ຂືນ​ໃຈ​ໃຫ້: ເພາະ​ພຣະ​ເຈົ້າ​ຊົງ​ຮັກ​ຄົນ​ນັ້ນ​ທີ່​ໃຫ້​ດ້ວຍ​ຊື່ນ​ໃຈ​ຍິນ​ດີ” (2 ໂກ​ຣິນ​ໂທ 9:7).

ພິມ