ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 25 ເດືອນ​ກັນ​ຍາ–ວັນ​ທີ 1 ເດືອນ​ຕຸ​ລາ. ຄາ​ລາ​ເຕຍ: “ຈົ່ງ​ຍອມ​ໃຫ້​ພຣະ​ວິນ​ຍານ​ນຳ​ພາ​ຊີ​ວິດ”


“ວັນ​ທີ 25 ເດືອນ​ກັນ​ຍາ–​ວັນ​ທີ 1 ເດືອນ​ຕຸ​ລາ. ຄາ​ລາ​ເຕຍ: ‘ຈົ່ງ​ຍອມ​ໃຫ້​ພຣະ​ວິນ​ຍານ​ນຳ​ພາ​ຊີ​ວິດ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 25 ເດືອນ​ກັນ​ຍາ–​ວັນ​ທີ 1 ເດືອນ​ຕຸ​ລາ. ຄາ​ລາ​ເຕຍ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ພຣະ​ຄຣິດ​ກຳ​ລັງ​ປະ​ກົດ​ຕົວ​ຕໍ່​ໂປ​ໂລ​ຢູ່​ໃນ​ຄຸກ

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຟື້ນ​ຄືນ​ພຣະ​ຊົນ​ຢ້ຽມ​ຢາມ​ໂປ​ໂລ​ໃນ​ຄຸກ (ເບິ່ງ ກິດ​ຈະ​ການ 23:11). ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ປົດ​ປ່ອຍ​ເຮົາ​ຈາກ “ການ​ເປັນ​ຂ້ອຍ​ຂ້າ” (ຄາ​ລາ​ເຕຍ 5:1).

ວັນ​ທີ 25 ເດືອນ​ກັນ​ຍາ–ວັນ​ທີ 1 ເດືອນ​ຕຸ​ລາ

ຄາ​ລາ​ເຕຍ

“ຈົ່ງ​ຍອມ​ໃຫ້​ພຣະ​ວິນ​ຍານ​ນຳ​ພາ​ຊີ​ວິດ”

ຂະ​ນະ​ທີ່​ທ່ານ​ອ່ານ​ຄາ​ລາ​ເຕຍ, ໃຫ້​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ທີ່​ທ່ານ​ໄດ້​ຮັບ. ໃນ​ການ​ເຮັດ​ສິ່ງນັ້ນ ຈະ​ຊ່ວຍ​ທ່ານ​ໃຫ້​ຈື່​ຈຳ ແລະ ໄຕ່​ຕອງ​ມັນ​ໃນ​ອະ​ນາ​ຄົດ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ສະ​ເໜີ​ມອບ​ອິດ​ສະ​ລະ​ຈາກ​ການ​ເປັນ​ຂ້ອຍ​ຂ້າ​ທາງ​ວິນ​ຍານ​ໃຫ້. ແຕ່​ບາງ​ເທື່ອ​ຜູ້​ຄົນ​ທີ່​ເຄີຍ​ປະ​ສົບ​ກັບ​ການ​ເປັນ​ອິດ​ສະ​ລະ​ຂອງ​ພຣະ​ກິດ​ຕິ​ຄຸນ ໄດ້​ຫັນ​ໜີ​ຈາກ​ມັນ ແລະ “ຢາກ​ຕົກ​ເປັນ​ຂ້ອຍ​ຂ້າ … ອີກ” (ຄາ​ລາ​ເຕຍ 4:9). ນີ້​ຄື​ສິ່ງ​ທີ່​ໄພ່​ພົນ​ຊາວ​ຄາ​ລາ​ເຕຍ​ກຳ​ລັງ​ເຮັດ—ພວກ​ເຂົາ​ໄດ້​ຫັນ​ໜີ​ຈາກ​ເສ​ລີ​ພາບ​ທີ່​ພຣະ​ຄຣິດ​ໄດ້​ສະ​ເໜີ​ມອບ​ໃຫ້​ພວກ​ເຂົາ (ເບິ່ງ ຄາ​ລາ​ເຕຍ 1:6). ສານ​ຂອງ​ໂປ​ໂລ​ເຖິງ​ຊາວ​ຄາ​ລາ​ເຕຍ, ໃນ​ເວ​ລາ​ນັ້ນ, ເປັນ​ການ​ເອີ້ນ​ໃຫ້​ກັບ​ຄືນ​ມາ​ຫາ “ພຣະ​ຄຣິດ [ເພື່ອ] ປົດ​ປ່ອຍ​ເຮົາ​ໃຫ້​ເປັນ​ອິດ​ສະ​ລະ” (ຄາ​ລາ​ເຕຍ 5:1). ການ​ເອີ້ນ​ນີ້​ເປັນ​ສິ່ງ​ທີ່​ເຮົາ​ຕ້ອງ​ໄດ້​ຍິນ ແລະ ເອົາ​ໃຈ​ໃສ່​ນຳ​ອີກ ເພາະ​ໃນ​ຂະ​ນະ​ທີ່​ສະ​ຖາ​ນະ​ການ​ປ່ຽນ​ແປງ​ໄປ, ການ​ຕໍ່​ສູ້​ດີ້ນ​ລົນ​ລະ​ຫວ່າງ​ການ​ເປັນ​ອິດ​ສະ​ລະ ແລະ ການ​ເປັນ​ຂ້ອຍ​ຂ້າ​ຍັງ​ຄົງ​ດຳ​ເນີນ​ຕໍ່​ໄປ. ດັ່ງ​ທີ່​ໂປ​ໂລ​ໄດ້​ສິດ​ສອນ, ມັນ​ບໍ່​ພຽງ​ພໍ​ທີ່ “ຖືກ​ເອີ້ນ​ໃຫ້​ມີ​ເສ​ລີ​ພາບ” (ຄາ​ລາ​ເຕຍ 5:13); ເຮົາ​ຕ້ອງ “ຕັ້ງ​ໝັ້ນ” ໃນ​ມັນ​ນຳ​ດ້ວຍ (ຄາ​ລາ​ເຕຍ 5:1) ໂດຍ​ການ​ເພິ່ງ​ພຣະ​ຄຣິດ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຄາ​ລາ​ເຕຍ 1–5

ກົດ​ຂອງ​ພຣະ​ຄຣິດ​ເຮັດ​ໃຫ້​ເຮົາ​ເປັນ​ອິດ​ສະ​ລະ.

ໂປ​ໂລ​ໄດ້​ຂຽນ​ເຖິງ​ໄພ່​ພົນ​ຊາວ​ຄາ​ລາ​ເຕຍ ເມື່ອ​ເພິ່ນ​ໄດ້​ຍິນ​ວ່າ ພວກ​ເຂົາ​ໄດ້​ຖືກ​ນຳ​ພາ​ໃຫ້​ຫລົງ​ທາງ​ໄປ​ດ້ວຍ​ຄຳ​ສອນ​ປອມ (ເບິ່ງ ຄາ​ລາ​ເຕຍ 1:6–9). ໜຶ່ງ​ໃນ​ຄຳ​ສອນ​ເຫລົ່າ​ນີ້​ແມ່ນ​ວ່າ ກ່ອນ​ຈະ​ໄດ້​ຮັບ​ຄວາມ​ລອດ, ຄົນ​ຕ່າງ​ຊາດ​ຜູ້​ໄດ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ຕ້ອງ​ໄດ້​ຮັບ​ພິ​ທີ​ຕັດ ແລະ ນັບ​ຖື​ປະ​ເພ​ນີ​ອື່ນ​ຕາມ​ກົດ​ຂອງ​ໂມ​ເຊ (ເບິ່ງ ຄາ​ລາ​ເຕຍ 2). ໂປ​ໂລ​ໄດ້​ເອີ້ນ​ປະ​ເພ​ນີ​ເຫລົ່າ​ນີ້​ວ່າ “ການ​ເປັນ​ຂ້ອຍ​ຂ້າ” (ຄາ​ລາ​ເຕຍ 5:1). ຂະ​ນະ​ທີ່​ທ່ານ​ອ່ານ​ຄຳ​ແນະ​ນຳ​ຂອງ​ໂປ​ໂລ​ຕໍ່​ຊາວ​ຄາ​ລາ​ເຕຍ, ໃຫ້​ຊອກ​ຫາ​ຫລັກ​ທຳ​ທີ່​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ວ່າ ອິດ​ສະ​ລະ​ທີ່​ແທ້​ຈິງ​ນັ້ນ​ແມ່ນ​ຫຍັງ. ທ່ານ​ກໍ​ສາ​ມາດ​ໄຕ່​ຕອງ​ປະ​ເພ​ນີ​ທີ່​ຜິດ​ອີກ ຫລື ການ​ເປັນ​ຂ້ອຍ​ຂ້າ​ຢ່າງ​ອື່ນ​ທີ່​ມີ​ຢູ່​ໃນ​ຊີ​ວິດ​ຂອງ​ທ່ານ. ມີ​ສິ່ງ​ໃດ​ບໍ​ທີ່​ກີດ​ກັນ​ທ່ານ​ຈາກ​ການ​ປະ​ເຊີນ​ກັບ​ການ​ເປັນ​ອິດ​ສະ​ລະ​ທີ່​ພຣະ​ກິດ​ຕິ​ຄຸນ​ສະ​ເໜີ​ມອບ​ໃຫ້? ພຣະ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ “ປົດ​ປ່ອຍ [ທ່ານ] ໃຫ້​ເປັນ​ອິດ​ສະ​ລະ” ແນວ​ໃດ? (ຄາ​ລາ​ເຕຍ 5:1).

ເບິ່ງ 2 ນີ​ໄຟ 2:27; 9:10–12 ນຳ​ອີກ.

ຄາ​ລາ​ເຕຍ 3

ເຮົາ​ເປັນ​ທາ​ຍາດ​ຜູ້​ຈະ​ໄດ້​ຮັບ​ພອນ​ທີ່​ສັນ​ຍາ​ໄວ້​ກັບ​ອັບ​ຣາ​ຮາມ.

ໄພ່​ພົນ​ຊາວ​ຄາ​ລາ​ເຕຍ​ບາງ​ຄົນ​ເປັນ​ຫ່ວງວ່າ ເພາະ​ພວກ​ເຂົາ​ບໍ່​ໄດ້​ເປັນ​ລູກ​ຫລານ​ໂດຍ​ກົງ (“ເຊື້ອ​ສາຍ”) ຂອງ​ອັບ​ຣາ​ຮາມ, ພວກ​ເຂົາ​ຈະ​ບໍ່​ໄດ້​ຮັບ​ພອນ​ທີ່​ສັນ​ຍາ​ໄວ້​ກັບ​ອັບ​ຣາ​ຮາມ, ລວມ​ທັງ​ຄວາມ​ສູງ​ສົ່ງ. ອີງ​ຕາມ ຄາ​ລາ​ເຕຍ 3:7–9, 13–14, 27–29, ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ບຸກ​ຄົນ​ເໝາະ​ສົມ​ກັບ​ການ​ເປັນ “ເຊື້ອ​ສາຍ​ຂອງ​ອິດ​ສະ​ຣາ​ເອນ”?

ເພື່ອ​ຮຽນ​ຮູ້​ກ່ຽວ​ກັບ​ພອນ​ທີ່​ສັນ​ຍາ​ກັບ​ອັບ​ຣາ​ຮາມ ແລະ ພອນ​ທີ່​ເຮົາ​ສາ​ມາດ​ໄດ້​ຮັບ​ໃນ​ຖາ​ນະ​ເຊື້ອ​ສາຍ​ຂອງ​ເພິ່ນ, ໃຫ້​ເບິ່ງ Gospel Topics, “Abrahamic Covenant,” topics.ChurchofJesusChrist.org. ເປັນ​ຫຍັງ​ພອນ​ທີ່​ສັນ​ຍາ​ກັບ​ອັບ​ຣາ​ຮາມ​ຈຶ່ງ​ສຳ​ຄັນ​ຕໍ່​ທ່ານ?

ຄາ​ລາ​ເຕຍ 3:6–25

ອັບ​ຣາ​ຮາມ​ມີ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ.

ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ອະ​ທິ​ບາຍ​ວ່າ: “ເຮົາ​ບໍ່​ສາ​ມາດ​ເຊື່ອ​ໄດ້​ວ່າ ຄົນ​ໃນ​ສະ​ໄໝ​ກ່ອນ​ໃນ​ທຸກ​ຍຸກ​ທຸກ​ສະ​ໄໝ​ເມີນ​ເສີຍ​ຈາກ​ລະ​ບົບ​ສະ​ຫວັນ​ຢ່າງ​ທີ່​ຫລາຍ​ຄົນ​ຄິດ, ເນື່ອງ​ຈາກ​ວ່າ​ທຸກ​ຄົນ​ທີ່​ເຄີຍ​ໄດ້​ຮັບ​ຄວາມ​ລອດ, ໄດ້​ລອດ​ຜ່ານ​ທາງ​ອຳ​ນາດ​ຂອງ​ແຜນ​ແຫ່ງ​ການ​ໄຖ່​ທີ່​ຍິ່ງ​ໃຫຍ່​ນີ້, ຫລາຍ​ເທົ່າ​ກັບ​ກ່ອນ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ. … ອັບ​ຣາ​ຮາມ​ໄດ້​ຖວາຍ​ເຄື່ອງ​ບູ​ຊາ, ແລະ ເຖິງ​ແມ່ນ​ວ່າ​ບໍ່​ໄດ້​ຖວາຍ, ພຣະ​ກິດ​ຕິ​ຄຸນ​ກໍ​ຍັງ​ໄດ້​ຖືກ​ສັ່ງ​ສອນ​ແກ່​ເພິ່ນ” (“The Elders of the Church in Kirtland to Their Brethren Abroad,” The Evening and the Morning Star, Mar. 1834, 143, JosephSmithPapers.org). ທ່ານ​ຄິດ​ວ່າ​ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ສຳ​ລັບ​ໄພ່​ພົນ​ໃນ​ສະ​ໄໝ​ຂອງ​ໂປ​ໂລ ທີ່​ຈະ​ຮູ້​ວ່າ ອັບ​ຮາ​ຣາມ ແລະ ສາດ​ສະ​ດາ​ຄົນ​ອື່ນໆ​ໃນ​ສະ​ໄໝ​ບູ​ຮານ​ມີ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ? ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ຕໍ່​ທ່ານ​ທີ່​ຈະ​ຮູ້​ຈັກ​ສິ່ງ​ນີ້? (ເບິ່ງ ຮີ​ລາ​ມັນ 8:13–20; ໂມ​ເຊ 5:58–59; 6:50–66.)

ເບິ່ງ Teachings of Presidents of the Church: Joseph Smith (2007), 45–56 ນຳ​ອີກ.

ຄາ​ລາ​ເຕຍ 5:13–26; 6:7–10

ຖ້າ​ຫາກ​ເຮົາ “ຍອມ​ໃຫ້​ພຣະ​ວິນ​ຍານ​ນຳ​ພາ​ຊີ​ວິດ,” ເຮົາ​ຈະ​ໄດ້​ຮັບ “ຜົນ​ຂອງ​ພຣະ​ວິນ​ຍານ.”

ການ​ສຶກ​ສາ​ຂໍ້​ເຫລົ່າ​ນີ້​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ປະ​ເມີນ​ວ່າ ທ່ານ​ຍອມ​ໃຫ້​ພຣະ​ວິນ​ຍານ​ນຳ​ພາ​ຊີ​ວິດ​ຢ່າງ​ເຕັມ​ທີ່​ຫລາຍ​ປານ​ໃດ. ທ່ານ​ກຳ​ລັງ​ປະ​ສົບ​ກັບ​ຜົນ​ຂອງ​ພຣະ​ວິນ​ຍານ​ທີ່​ກ່າວ​ເຖິງ​ຢູ່​ໃນ ຂໍ້​ທີ 22–23 ບໍ? ທ່ານ​ສັງ​ເກດ​ເຫັນ​ຜົນ, ຫລື ຜົນ​ສະ​ທ້ອນ​ຂອງ​ການ​ດຳ​ລົງ​ຊີ​ວິດ​ທາງ​ວິນ​ຍານ​ແນວ​ໃດ​ຕື່ມ​ອີກ​ແດ່? ໃຫ້​ໄຕ່​ຕອງ​ສິ່ງ​ທີ່​ທ່ານ​ຕ້ອງ​ເຮັດ​ເພື່ອ​ປູກ​ຝັງ​ຜົນ​ນີ້​ໃຫ້​ເຕັມ​ທີ່​ຫລາຍ​ຂຶ້ນ. ການ​ປູກ​ຝັງ​ຜົນ​ນີ້​ຈະ​ປັບ​ປຸງ​ຄວາມ​ສຳ​ພັນ​ທີ່​ສຳ​ຄັນ​ໃນ​ຊີ​ວິດ​ຂອງ​ທ່ານ​ໄດ້​ແນວ​ໃດ?

ຮູບ​ພາບ
ໝາກ​ແອບ​ເປິ້ນ​ຢູ່​ເທິງ​ຕົ້ນ

ເຮົາ​ຕ້ອງ​ສະ​ແຫວງ​ຫາ “ຜົນ​ຂອງ​ພຣະ​ວິນ​ຍານ” ໃນ​ຊີ​ວິດ​ຂອງ​ເຮົາ.

ຖ້າ​ຫາກ​ທ່ານ​ພະ​ຍາ​ຍາມ​ຍອມ​ໃຫ້​ພຣະ​ວິນ​ຍານ​ນຳ​ພາ​ຊີ​ວິດ ແຕ່​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ເບິ່ງ​ຄືບໍ່​ມີ​ຜົນ​ຂອງ​ພຣະ​ວິນ​ຍານ​ທີ່​ສັນ​ຍາ​ໄວ້, ໃຫ້​ອ່ານ ຄາ​ລາ​ເຕຍ 6:7–10. ຂ່າວ​ສານ​ໃດ​ທີ່​ທ່ານ​ຮູ້​ສຶກ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ມີ​ໃຫ້​ສຳ​ລັບ​ທ່ານ ຢູ່​ໃນ​ຂໍ້​ເຫລົ່າ​ນີ້?

ເບິ່ງ ແອວ​ມາ 32:28, 41–43; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 64:32–34 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຄາ​ລາ​ເຕຍ 3:11.“[ດຳ​ເນີນ​ຊີ​ວິດ​ດ້ວຍ​ສັດ​ທາ]” ໝາຍ​ຄວາມ​ວ່າ​ແນວ​ໃດ? ເຮົາ​ຈະ​ດຳ​ເນີນ​ຊີ​ວິດ​ດ້ວຍ​ສັດ​ທາ​ເປັນ​ຄອບ​ຄົວ​ແນວ​ໃດ?

ຄາ​ລາ​ເຕຍ 4:1–7.ທ່ານ​ສາ​ມາດ​ແນະ​ນຳ ຄາ​ລາ​ເຕຍ 4 ໂດຍ​ການ​ສົນ​ທະ​ນາ​ເຖິງ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ຜູ້​ຮັບ​ໃຊ້​ຂອງ​ກະ​ສັດ ກັບ​ລູກໆ​ຂອງ​ເພິ່ນ. ໂອ​ກາດ ຫລື ສັກ​ກະ​ຍະ​ພາບ​ຢ່າງ​ໃດ​ແດ່​ທີ່​ລູກໆ​ຂອງ​ກະ​ສັດ​ມີ ແຕ່​ຜູ້​ຮັບ​ໃຊ້​ບໍ່​ມີ? ໃຫ້​ຄິດ​ກ່ຽວ​ກັບ​ສິ່ງ​ນີ້ ຂະ​ນະ​ທີ່​ທ່ານ​ອ່ານ ຂໍ້​ທີ 1–7. ຂໍ້​ເຫລົ່າ​ນີ້​ສິດ​ສອນ​ຫຍັງ​ແດ່​ກ່ຽວ​ກັບ​ຄວາມ​ສຳ​ພັນ​ຂອງ​ທ່ານ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ?

ຄາ​ລາ​ເຕຍ 5:16–26.ໃຫ້​ຄິດ​ທີ່​ຈະ​ສົນ​ທະ​ນາ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ “ກິດ​ຈະ​ການ​ແຫ່ງ​ສັນ​ດານ​ມະ​ນຸດ” ແລະ “ຜົນ​ຂອງ​ພຣະ​ວິນ​ຍານ.” ເພື່ອ​ເພີ່ມ​ຄວາມ​ມ່ວນ​ຊື່ນ​ໃສ່​ກັບ​ການ​ສົນ​ທະ​ນາ​ຂອງ​ພວກ​ທ່ານ, ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ຕິດ​ປ້າຍ​ໃສ່​ໝາກ​ໄມ້​ທີ່​ແຕກ​ຕ່າງ​ກັນ ໂດຍ​ໃຊ້​ຄຳ​ຂອງ​ໂປ​ໂລ​ທີ່​ບັນ​ຍາຍ​ເຖິງ​ຜົນ​ຂອງ​ພຣະ​ວິນ​ຍານ. ແລ້ວ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ແຕ່​ລະ​ຄົນ​ສາ​ມາດ​ເລືອກ​ເອົາ​ໜ່ວຍ​ໜຶ່ງ, ອະ​ທິ​ບາຍ​ກ່ຽວ​ກັບ​ມັນ, ແລະ ເວົ້າ​ກ່ຽວ​ກັບ​ບາງ​ຄົນ​ທີ່​ເປັນ​ຕົວ​ຢ່າງ​ຂອງ​ໝາກ​ໄມ້​ນັ້ນ. ສິ່ງນີ້​ອາດ​ພາ​ໄປ​ສູ່​ການ​ສົນ​ທະ​ນາ​ກ່ຽວ​ກັບ​ວິ​ທີ​ທີ່​ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ເຊື້ອ​ເຊີນ​ພຣະ​ວິນ​ຍານ​ໃຫ້​ເຂົ້າ​ມາ​ໃນ​ບ້ານ​ເຮືອນ​ຂອງ​ພວກ​ທ່ານ ແລະ ປູກ​ຝັງ​ຜົນ​ນີ້. ຫລັງ​ຈາກ​ການ​ສົນ​ທະ​ນາ, ພວກ​ທ່ານ​ສາ​ມາດ​ກິນ​ສະ​ຫລັດ​ໝາກ​ໄມ້​ນຳ​ກັນ.

ຄາ​ລາ​ເຕຍ 6:1–2.ອາດ​ມີ​ເວ​ລາ​ທີ່​ບາງ​ຄົນ​ໃນ​ຄອບ​ຄົວ​ຂອງ​ທ່ານ “ຖືກ​ທົດ​ລອງ​ໃຫ້​ເຮັດ​ຜິດ.” ທ່ານ​ພົບ​ເຫັນ​ຄຳ​ແນະ​ນຳ​ຢ່າງ​ໃດ​ແດ່​ໃນ ຄາ​ລາ​ເຕຍ 6:1–2 ກ່ຽວ​ກັບ​ສິ່ງ​ທີ່​ຈະ​ເຮັດ​ໃນ​ສະ​ຖາ​ນະ​ການ​ເຊັ່ນ​ນັ້ນ?

ຄາ​ລາ​ເຕຍ 6:7–10.ຖ້າ​ຫາກ​ຄອບ​ຄົວ​ຂອງ​ທ່ານ​ເຄີຍ​ໄດ້​ປູກ​ບາງ​ສິ່ງ​ນຳ​ກັນ, ທ່ານ​ສາ​ມາດ​ໃຊ້​ປະ​ສົບ​ການ​ນັ້ນ​ເພື່ອ​ສະ​ແດງ​ຫລັກ​ທຳ ທີ່​ວ່າ “ຜູ້​ໃດ​ຫວ່ານ​ສິ່ງ​ໃດ​ລົງ, ກໍ​ຈະ​ເກັບ​ກ່ຽວ​ສິ່ງ​ນັ້ນ” (ຂໍ້​ທີ 7). ຫລື ທ່ານ​ສາ​ມາດ​ຖາມ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ກ່ຽວ​ກັບ​ໝາກ​ໄມ້ ຫລື ຜັກ​ທີ່​ເຂົາ​ເຈົ້າ​ມັກ ແລະ ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວ່າ ຕ້ອງ​ເຮັດ​ຫຍັງ​ແດ່​ໃນ​ການ​ປູກ​ຕົ້ນ​ໝາກ​ໄມ້ ຫລື ຜັກ​ເຫລົ່າ​ນັ້ນ. (ເບິ່ງ​ຮູບ​ພາບ​ຢູ່​ໃນ​ທ້າຍ​ຂອງ​ໂຄງ​ຮ່າງ​ນີ້.) ພວກ​ທ່ານ​ສາ​ມາດ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ພອນ​ທີ່​ຄອບ​ຄົວ​ຂອງ​ທ່ານ​ຫວັງ​ວ່າ​ຈະ​ໄດ້​ຮັບ ແລະ ວິ​ທີ​ທີ່​ຈະ “ເກັບ​ກ່ຽວ” ພອນ​ເຫລົ່າ​ນັ້ນ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ແນະ​ນຳ: “ສອນ​ເຮົາ​ຍ່າງ​ໃນ​ແສງ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 72.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ປຽບ​ທຽບ​ພຣະ​ຄຳ​ພີ​ກັບ​ຕົວ​ເອງ. ນີ​ໄຟ​ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ປຽບ​ທຽບ​ພຣະ​ຄຳ​ພີ​ທັງ​ໝົດ​ກັບ​ຕົວ​ຂອງ​ພວກ​ເຮົາ, ເພື່ອ​ມັນ​ຈະ​ໄດ້​ເປັນ​ຜົນ​ປະ​ໂຫຍດ ແລະ ເປັນ​ການ​ຮຽນ​ຮູ້​ຂອງ​ພວກ​ເຮົາ” (1 ນີໄຟ 19:23). ເພື່ອ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ເຮັດ​ສິ່ງ​ນີ້, ທ່ານ​ສາ​ມາດ​ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ໄຕ່​ຕອງ​ເວ​ລາ​ຕອນ​ທີ່​ເຂົາ​ເຈົ້າ​ໄດ້​ປະ​ສົບ​ກັບ​ຜົນ​ຂອງ​ພຣະ​ວິນ​ຍານ ທີ່​ບັນ​ຍາຍ​ຢູ່​ໃນ ຄາ​ລາ​ເຕຍ 5:22–23. (ເບິ່ງ Teaching in the Savior’s Way21.)

ຮູບ​ພາບ
ໝາກ​ແພ​ຢູ່​ເທິງ​ຕົ້ນ

ໂປ​ໂລ​ໄດ້​ສິດ​ສອນ​ວ່າ ເມື່ອ​ເຮົາ​ຍອມ​ໃຫ້​ພຣະ​ວິນ​ຍານ​ນຳ​ພາ​ຊີ​ວິດ, ເຮົາ​ຈະ​ປະ​ສົບ “ຜົນ​ຂອງ​ພຣະ​ວິນ​ຍານ” ໃນ​ຊີ​ວິດ​ຂອງ​ເຮົາ.

ພິມ