ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 16–22 ເດືອນ​ຕຸ​ລາ. 1 ແລະ 2 ເທ​ສະ​ໂລ​ນິກ: “ເພື່ອ​ຈະ​ເສີມ​ສ້າງ [ສັດ​ທາ] ຂອງ​ພວກ​ເຈົ້າ​ທີ່​ບົກ​ພ່ອງ”


“ວັນ​ທີ 16–22 ເດືອນ​ຕຸ​ລາ. 1 ແລະ 2 ເທ​ສະ​ໂລ​ນິກ: ‘ເພື່ອ​ຈະ​ເສີມ​ສ້າງ [ສັດ​ທາ] ຂອງ​ພວກ​ເຈົ້າ​ທີ່​ບົກ​ພ່ອງ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 16–22 ເດືອນ​ຕຸ​ລາ. 1 ແລະ 2 ເທ​ສະ​ໂລ​ນິກ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ຊິດ​ສະ​ເຕີ​ຜູ້​ສອນ​ສາດ​ສະ​ໜາ​ກຳ​ລັງ​ເວົ້າ​ກັບ​ຊາຍ​ໜຸ່ມ​ຄົນ​ໜຶ່ງ

ວັນ​ທີ 16–22 ເດືອນ​ຕຸ​ລາ

1 ແລະ 2 ເທ​ສະ​ໂລ​ນິກ

“ເພື່ອ​ຈະ​ເສີມ​ສ້າງ [ສັດ​ທາ] ຂອງ​ພວກ​ເຈົ້າ​ທີ່​ບົກ​ພ່ອງ”

ຖ້າ​ຫາກ​ເຮົາ​ບໍ່​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ທີ່​ເຮົາ​ໄດ້​ຮັບ​ຈາກ​ພຣະ​ວິນ​ຍານ, ເຮົາ​ຈະ​ລືມ​ມັນ. ພຣະ​ວິນ​ຍານ​ໄດ້​ກະ​ຕຸ້ນ​ທ່ານ​ໃຫ້​ບັນ​ທຶກ​ສິ່ງ​ໃດ ຂະ​ນະ​ທີ່​ທ່ານ​ອ່ານ 1 ແລະ 2 ເທ​ສະ​ໂລ​ນິກ?

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ໃນ​ເມືອງ​ເທ​ສະ​ໂລ​ນິກ, ໂປ​ໂລ ແລະ ຊີ​ລາ ໄດ້​ຖືກ​ກ່າວ​ຫາ​ວ່າ “ຂວ້ຳ​ໂລກ​ມະ​ນຸດ” (ກິດ​ຈະ​ການ 17:6). ຄຳ​ສັ່ງ​ສອນ​ຂອງ​ພວກ​ເພິ່ນ​ເຮັດ​ໃຫ້​ຜູ້​ນຳ​ບາງ​ຄົນ​ໃນ​ບັນ​ດາ​ຊາວ​ຢິວ​ໃຈ​ຮ້າຍ, ແລະ ຜູ້​ນຳ​ເຫລົ່າ​ນີ້​ໄດ້​ຍຸ​ຍົງ​ຜູ້​ຄົນ​ໃຫ້​ວຸ້ນ​ວາຍ (ເບິ່ງ ກິດ​ຈະ​ການ 17:1–10). ຜົນ​ກໍ​ຄື, ໂປ​ໂລ ແລະ ຊີ​ລາ​ໄດ້​ຖືກ​ແນະ​ນຳ​ໃຫ້​ໜີ​ຈາກ​ເມືອງ​ເທ​ສະ​ໂລ​ນິກ. ໂປ​ໂລ​ເປັນ​ຫ່ວງ​ນຳ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃໝ່​ຊາວ​ເທ​ສະ​ໂລ​ນິກ ແລະ ການ​ຂົ່ມ​ເຫັງ​ທີ່​ພວກ​ເຂົາ​ກຳ​ລັງ​ປະ​ເຊີນ, ແຕ່​ເພິ່ນ​ກໍ​ບໍ່​ສາ​ມາດ​ກັບ​ຄືນ​ໄປ​ຢ້ຽມ​ຢາມ​ພວກ​ເຂົາ. “ເມື່ອ​ເຮົາ​ທົນ​ຕໍ່​ການ​ຄອຍ​ຖ້າ​ບໍ່​ໄດ້​ອີກ​ແລ້ວ,” ເພິ່ນ​ຂຽນ, “ຈຶ່ງ​ໃຊ້​ຄົນ​ໄປ ເພື່ອ​ຈະ​ໄດ້​ຮູ້​ເຖິງ [ສັດ​ທາ] ຂອງ​ພວກ​ເຈົ້າ.” ໃນ​ຄຳ​ຕອບ, ຕີ​ໂມ​ທຽວ​ຜູ້​ຊ່ວຍ​ໂປ​ໂລ, ທີ່​ເຄີຍ​ໄດ້​ຮັບ​ໃຊ້​ຢູ່​ໃນ​ເມືອງ​ເທ​ສະ​ໂລ​ນິກ, “ໄດ້​ນຳ​ຂ່າວ​ດີ​ກ່ຽວ​ກັບ [ສັດ​ທາ] ແລະ ຄວາມ​ຮັກ​ຂອງ​ພວກ​ເຈົ້າ​ມາ​ຍັງ​ພວກ​ເຮົາ” (1 ເທ​ສະ​ໂລ​ນິກ 3:5–6). ຕາມ​ຈິງ​ແລ້ວ, ໄພ່​ພົນ​ເມືອງ​ເທ​ສະ​ໂລ​ນິກ​ຮູ້​ກັນ​ວ່າ​ເປັນ​ຕົວ​ຢ່າງ “ແກ່​ຄົນ​ທີ່​ເຊື່ອ​ທັງ​ໝົດ” (1 ເທ​ສະ​ໂລ​ນິກ 1:7), ແລະ ຂ່າວ​ເລື່ອງ​ສັດ​ທາ​ຂອງ​ພວກ​ເຂົາ​ໄດ້​ຖືກ​ເລົ່າ​ລື​ໄປ​ເຖິງ​ຫົວ​ເມືອງ​ຕ່າງ​ແດນ. ໃຫ້​ວາດ​ພາບ​ເຫັນ​ຄວາມ​ຊື່ນ​ຊົມ​ຂອງ​ໂປ​ໂລ ແລະ ຄວາມ​ໂລ່ງ​ໃຈ​ທີ່​ໄດ້​ຍິນ​ວ່າ ວຽກ​ງານ​ຂອງ​ເພິ່ນ​ໃນ​ບັນ​ດາ​ພວກ​ເຂົາ “ບໍ່​ໄດ້​ເສຍ​ປະ​ໂຫຍດ” (1 ເທ​ສະ​ໂລ​ນິກ 2:1). ແຕ່​ໂປ​ໂລ​ຮູ້​ວ່າ ຄວາມ​ຊື່​ສັດ​ໃນ​ອະ​ດີດ ບໍ່​ພຽງ​ພໍ​ສຳ​ລັບ​ຄວາມ​ລອດ​ທາງວິນ​ຍານ​ໃນ​ອະ​ນາ​ຄົດ, ແລະ ເພິ່ນ​ກໍ​ລະ​ມັດ​ລະ​ວັງ​ກັບ​ອິດ​ທິ​ພົນ​ຂອງ​ຄູ​ສອນ​ປອມ​ໃນ​ບັນ​ດາ​ໄພ່​ພົນ (ເບິ່ງ 2 ເທ​ສະ​ໂລ​ນິກ 2:2–3). ຂ່າວ​ສານ​ຂອງ​ເພິ່ນ​ຕໍ່​ພວກ​ເຂົາ, ແລະ ຕໍ່​ເຮົາ, ແມ່ນ​ໃຫ້​ສືບ​ຕໍ່ “ເສີມ​ສ້າງ [ສັດ​ທາ​ຂອງ​ເຮົາ] ທີ່​ບົກ​ພ່ອງ” ແລະ ໃຫ້​ມີ​ຄວາມ​ຮັກ “ຫລາຍ​ກວ່າ​ເກົ່າ” (ເບິ່ງ 1 ເທ​ສະ​ໂລ​ນິກ 3:10; 4:10).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

1 ເທ​ສະ​ໂລ​ນິກ 1–2

ສາ​ນຸ​ສິດ​ຂອງ​ພຣະ​ຄຣິດ​ຈະ​ຮັບ​ໃຊ້​ກັນ​ແລະ​ກັນ ດ້ວຍ​ໃຈ​ຈິງ ແລະ ດ້ວຍ​ຄວາມ​ຮັກ.

ໃນ 1 ເທ​ສະ​ໂລ​ນິກ, ຖ້ອຍ​ຄຳ​ຂອງ​ໂປ​ໂລ​ເປີດ​ເຜີຍ​ທັງ​ຄວາມ​ເປັນ​ຫ່ວງ ແລະ ຄວາມ​ຊື່ນ​ຊົມ​ກັບ​ບາງ​ຄົນ​ທີ່​ໄດ້​ມອບ​ຕົວ​ເອງ​ທັງ​ໝົດ​ໃຫ້​ກັບ​ການ​ຮັບ​ໃຊ້​ລູກໆ​ຂອງ​ພຣະ​ເຈົ້າ. ໂດຍ​ສະ​ເພາະ​ໃນ​ສອງ​ບົດ​ທຳ​ອິດ​ຂອງ 1 ເທ​ສະ​ໂລ​ນິກ, ທ່ານ​ຈະ​ພົບ​ເຫັນ​ຖ້ອຍ​ຄຳ ແລະ ວະ​ລີ​ທີ່​ບັນ​ຍາຍ​ເຖິງ​ທັດ​ສະ​ນະ​ຄະ​ຕິ ແລະ ການ​ກະ​ທຳ​ຂອງ​ສາ​ນຸ​ສິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຍົກ​ຕົວ​ຢ່າງ, ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ 1 ເທ​ສະ​ໂລ​ນິກ 1:5–8; 2:1–13 ກ່ຽວ​ກັບ​ການ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ?

ໃຫ້​ຄິດ​ກ່ຽວ​ກັບ​ໂອ​ກາດ​ຂອງ​ທ່ານ​ເອງ ທີ່​ຈະ​ຮັບ​ໃຊ້​ພຣະ​ເຈົ້າ ແລະ ລູກໆ​ຂອງ​ພຣະ​ອົງ. ທ່ານ​ພົບ​ເຫັນ​ຫຍັງ​ແດ່​ໃນ​ບົດ​ເຫລົ່າ​ນີ້ ທີ່​ດົນ​ໃຈ​ທ່ານ​ໃຫ້​ປັບ​ປຸງ​ການ​ຮັບ​ໃຊ້​ຂອງ​ທ່ານ? ໃຫ້​ຄິດ​ທີ່​ຈະ​ຖາມ​ຕົວ​ເອງ​ໃນ​ຄຳ​ຖາມ​ອີງ​ຕາມ​ສິ່ງ​ທີ່​ທ່ານ​ພົບ​ເຫັນ, ດັ່ງ​ເຊັ່ນ “ເຮົາ​ເປັນ​ຕົວ​ຢ່າງ​ເຖິງ​ສິ່ງ​ທີ່​ເຮົາ​ຮູ້​ບໍ?” (ເບິ່ງ 1 ເທ​ສະ​ໂລ​ນິກ 1:7).

1 ເທ​ສະ​ໂລ​ນິກ 3:7–13; 4:1–12

“ຈະ​ເລີນ​ຂຶ້ນ ແລະ ລົ້ນ​ເຫລືອ​ໄປ​ດ້ວຍ​ຄວາມ​ຮັກ.”

ໂປ​ໂລ​ໄດ້​ປິ​ຕິ​ຍິນ​ດີ​ໃນ​ຄວາມ​ຊື່​ສັດ​ຂອງ​ໄພ່​ພົນ​ຊາວ​ເທ​ສະ​ໂລ​ນິກ (ເບິ່ງ 1 ເທ​ສະ​ໂລ​ນິກ 3:7–9). ແຕ່​ເພິ່ນ​ກໍ​ຢາກ​ໃຫ້​ພວກ​ເຂົາ​ມີ​ສັດ​ທາ​ນັ້ນ “ຫລາຍ​ກວ່າ​ເກົ່າ” (1 ເທ​ສະ​ໂລ​ນິກ 4:1). ຂະ​ນະ​ທີ່​ທ່ານ​ອ່ານ 1 ເທ​ສະ​ໂລ​ນິກ 3:7–13; 4:1–12, ໃຫ້​ໄຕ່​ຕອງ​ວິ​ທີ​ທີ່​ທ່ານ​ສາ​ມາດ​ເຮັດ​ດັ່ງ​ນັ້ນ “ຫລາຍ​ກວ່າ​ເກົ່າ” ທາງ​ວິນ​ຍານ​ແນວ​ໃດ (1 ເທ​ສະ​ໂລ​ນິກ 4:10). ຍົກ​ຕົວ​ຢ່າງ, ໃຫ້​ສັງ​ເກດ​ເບິ່ງ​ວ່າ​ໂປ​ໂລ​​ໄດ້​ໃຊ້​ຖ້ອຍ​ຄຳ​ເຊັ່ນ “ບໍ​ລິ​ສຸດ” ແລະ “ໃນ​ທາງ​ບໍ​ລິ​ສຸດ.” ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ການ​ຂຽນ​ຂອງ​ໂປ​ໂລ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ຖ້ອຍ​ຄຳ​ເຫລົ່າ​ນີ້? ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ກາຍ​ເປັນ​ຜູ້​ບໍ​ລິ​ສຸດ ແລະ ສະ​ອາດ​ຫລາຍ​ຂຶ້ນ​ແນວ​ໃດ?

ເບິ່ງ ຄູ່​ມື​ພຣະ​ຄຳ​ພີ, “ບໍ​ລິ​ສຸດ,” “ການ​ຊຳ​ລະ​ໃຫ້​ບໍ​ລິ​ສຸດ,” scriptures.ChurchofJesusChrist.org ນຳ​ອີກ.

1 ເທ​ສະ​ໂລ​ນິກ 4:16–18; 5:1–10; 2 ເທ​ສະ​ໂລ​ນິກ 1:4–10

ຖ້​າ​ຫາກ​ເຮົາ​ຊື່​ສັດ ແລະ ລະ​ມັດ​ລະ​ວັງ, ເຮົາ​ຈະ​ກຽມ​ພ້ອມ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ໃນ 1 ເທ​ສະ​ໂລ​ນິກ 5:1–10, ໂປ​ໂລ​ໄດ້​ໃຊ້​ຄຳ​ປຽບ​ທຽບ​ຫລາຍ​ຢ່າງ​ເພື່ອ​ສິດ​ສອນ​ກ່ຽວ​ກັບ​ເວ​ລາ​ຕອນ​ທີ່​ພຣະ​ເຢ​ຊູ​ຈະ​ສະ​ເດັດ​ກັບ​ຄືນ​ມາ​ສູ່​ໂລກ. ຂະ​ນະ​ທີ່​ທ່ານ​ສຶກ​ສາ​ຄຳ​ປຽບ​ທຽບ​ເຫລົ່າ​ນີ້, ໃຫ້​​ຄິດ​ທີ່​ຈະ​ຂຽນ​ຄວາມ​ປະ​ທັບ​ໃຈ​ໄວ້ ອັນ​ທີ່​ມາ​ສູ່​ທ່ານ​ກ່ຽວ​ກັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ເຢ​ຊູ​ຄຣິດ:

  • “ຂະ​ໂມຍ​ມາ​ໃນ​ເວ​ລາ​ກາງ​ຄືນ”:

  • “ເໝືອນ​ດັ່ງ​ຄວາມ​ເຈັບ​ປວດ​ມາ​ເຖິງ​ຍິງ​ທີ່​ມີ​ທ້ອງ”:

  • ຄຳ​ປຽບ​ທຽບ​ອື່ນໆ​ທີ່​ທ່ານ​ພົບ​ເຫັນ:

ຄວາມ​ຈິງ​ເພີ່ມ​ເຕີມ​ຢ່າງ​ໃດ​ແດ່​ທີ່​ທ່ານ​ຮຽນ​ຮູ້​ຈາກ 1 ເທ​ສະ​ໂລ​ນິກ 4:16–18; 5:1–10; 2 ເທ​ສະ​ໂລ​ນິກ 1:4–10? ທ່ານ​ໄດ້​ຮັບ​ການ​ກະ​ຕຸ້ນ​ໃຫ້​ເຮັດ​ສິ່ງ​ໃດ ເພື່ອ​ເຝົ້າ​ລະ​ວັງ ແລະ ກຽມ​ພ້ອມ​ສຳ​ລັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ?

ເບິ່ງ D. Todd Christofferson, “Preparing for the Lord’s Return,” Liahona, May 2019, 81–84 ນຳ​ອີກ.

2 ເທ​ສະ​ໂລ​ນິກ 2

ການ​ປະ​ຖິ້ມ​ຄວາມ​ເຊື່ອ, ຫລື ການ​ໜີ​ຈາກ​ຄວາມ​ຈິງ, ໄດ້​ຖືກ​ທຳ​ນາຍ​ໄວ້​ວ່າ ຈະ​ເກີດ​ຂຶ້ນ​ກ່ອນ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ.

ທ່າມ​ກາງ​ການ​ຂົ່ມ​ເຫັງ​ທີ່​ມີ​ຫລາຍ​ຂຶ້ນ, ໄພ່​ພົນ​ຊາວ​ເທ​ສະ​ໂລ​ນິກ​ໄດ້​ເຊື່ອ​ວ່າ ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຄົງ​ໃກ້​ຈະ​ມາ​ເຖິງ​ໄວໆ​ນັ້ນ. ແຕ່​ໂປ​ໂລ​ຮູ້​ວ່າ ກ່ອນ​ພຣະ​ເຢ​ຊູ​ສະ​ເດັດ​ກັບ​ຄືນ​ມາ​ສູ່​ໂລກ ຈະ​ມີ​ການ​ປະ​ຖິ້ມ​ຄວາມ​ເຊື່ອ—ການ​ກະ​ບົດ ຫລື “[ການ​ໜີ​ໄປ]” ຈາກ​ຄວາມ​ຈິງ​ເສຍ​ກ່ອນ (ເບິ່ງ 2 ເທ​ສະ​ໂລ​ນິກ 2:1–4). ທ່ານ​ສາ​ມາດ​ເຮັດ​ໃຫ້​ຄວາມ​ເຂົ້າ​ໃຈ​ຂອງ​ທ່ານ​ເລິກ​ເຊິ່ງ​ເລື່ອງ​ການ​ປະ​ຖິ້ມ​ຄວາມ​ເຊື່ອ​ຄັ້ງ​ຍິ່ງ​ໃຫຍ່—ແລະ ຄວາມ​ຂອບ​ໃຈ​ຂອງ​ທ່ານ​ສຳ​ລັບ​ການ​ຟື້ນ​ຟູ—ໂດຍ​ການ​ໄຕ່​ຕອງ​ບາງ​ຢ່າງ​ດັ່ງ​ຕໍ່​ໄປ​ນີ້:

  • ຂໍ້​ພຣະ​ຄຳ​ພີ​ທີ່​ບອກ​ລ່ວງ​ໜ້າ​ເຖິງ​ການ​ປະ​ຖິ້ມ​ຄວາມ​ເຊື່ອ: ເອ​ຊາ​ຢາ 24:5; ອາ​ໂມດ 8:11–12; ມັດ​ທາຍ 24:4–14; 2 ຕີ​ໂມ​ທຽວ 4:3–4

  • ຂໍ້​ພຣະ​ຄຳ​ພີ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ປະ​ຖິ້ມ​ຄວາມ​ເຊື່ອ​ໄດ້​ເລີ່ມ​ຕົ້ນ​ແລ້ວ​ໃນ​ສະ​ໄໝ​ຂອງ​ໂປ​ໂລ: ກິດ​ຈະ​ການ 20:28–30; ຄາ​ລາ​ເຕຍ 1:6–7; 1 ຕີ​ໂມ​ທຽວ 1:5–7

  • ການ​ສັງ​ເກດ​ເບິ່ງ​ການ​ປະ​ຖິ້ມ​ຄວາມ​ເຊື່ອ​ຄັ້ງ​ຍິ່ງ​ໃຫຍ່​ໂດຍ​ນັກ​ປະ​ຕິ​ຮູບ​​ຊາວ​ຄຣິດ​ສະ​ຕຽນ:

    ມາ​ຕິນ ລູ​ເຕີ: “ຂ້າ​ພະ​ເຈົ້າ​ບໍ່​ໄດ້​ສະ​ແຫວງ​ຫາ​ສິ່ງ​ໃດ​ທີ່​ເກີນ​ໄປ​ກວ່າ​ການ​ປະ​ຕິ​ຮູບ​ສາດ​ສະ​ໜາ​ຈັກ ຕາມ​ພຣະ​ຄຳ​ພີ​ສັກ​ສິດ. … ຂ້າ​ພະ​ເຈົ້າ​ເວົ້າ​ງ່າຍໆ​ວ່າ ສາດ​ສະ​ໜາ​ພຣະ​ຄຣິດ​ບໍ່​ມີ​ຢູ່​ໃນ​ທ່າມ​ກາງ​ຜູ້​ທີ່​ຄວນ​ຮັກ​ສາ​ມັນ​ໄວ້” (ໃນ E. G. Schweibert, Luther and His Times: The Reformation from a New Perspective [1950], 590).

    ຣໍ​ເຈີ ວິວ​ລຽມສ໌ ໄດ້​ກ່າວ​ວ່າ: “ການ​ປະ​ຖິ້ມ​ຄວາມ​ເຊື່ອ … ໄດ້​ເຮັດ​ໃຫ້​​ທຸກ​ສິ່ງ​ເສື່ອມ​ໂຊມ​ຈົນ​ວ່າບໍ່​ສາ​ມາດ​ຟື້ນ​ຈາກ​ການ​ປະ​ຖິ້ມ​ຄວາມ​ເຊື່ອ​ນັ້ນ​ໄດ້ ຈົນ​ກວ່າ​ພຣະ​ຄຣິດ​ຈະ​ສົ່ງ​ອັກ​ຄະ​ສາ​ວົກ​ໃໝ່​ອອກ​ໄປ ເພື່ອ​ສ້າງ​ຕັ້ງ​ສາດ​ສະ​ໜາ​ຈັກ​ໃໝ່” (ໃນ Philip Schaff, The Creeds of Christendom [1877], 851).

ເບິ່ງ 2 ນີ​ໄຟ 28; Gospel Topics, “Apostasy,” topics.ChurchofJesusChrist.org ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

1 ເທ​ສະ​ໂລ​ນິກ 3:9–13.ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ກ່ຽວ​ກັບ​ຄວາມ​ຮູ້​ສຶກ​ທີ່​ໂປ​ໂລ​ມີ​ຕໍ່​ໝູ່​ເພື່ອນ​ຂອງ​ເພິ່ນ? ເຮົາ​ຈະ​ສາ​ມາດ “ໃຫ້​ພວກ​ເຈົ້າ​ຈະ​ເລີນ​ຂຶ້ນ ແລະ ລົ້ນ​ເຫລືອ​ໄປ​ດ້ວຍ​ຄວາມ​ຮັກ ທີ່​ມີ​ຕໍ່​ກັນ​ແລະ​ກັນ” ແນວ​ໃດ? (ຂໍ້​ທີ 12).

1 ເທ​ສະ​ໂລ​ນິກ 4:13–18.ວະ​ລີ​ໃດ​ແດ່​ໃນ​ຂໍ້​ເຫລົ່າ​ນີ້​ກ່ຽວ​ກັບ​ການ​ຟື້ນ​ຄືນ​ພຣະ​ຊົນ​ທີ່​ປອບ​ໂຍນ​ທ່ານ?

1 ເທ​ສະ​ໂລ​ນິກ 5:14–25.ຂະ​ນະ​ທີ່​ທ່ານ​ທົບ​ທວນ​ຄຳ​ແນະ​ນຳ​ຂອງ​ໂປ​ໂລ​ໃນ 1 ເທ​ສະ​ໂລ​ນິກ 5:14–25, ໃຫ້​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ແຕ່​ລະ​ຄົນ ໃຫ້​ຊອກ​ຫາ​ວະ​ລີ​ທີ່​ຄອບ​ຄົວ​ສາ​ມາດ​ສຸມ​ໃຈ​ໃສ່. ໃຫ້​ຊອກ​ຫາ​ວິ​ທີ​ທີ່​ສ້າງ​ສັນ ເພື່ອ​ສະ​ແດງ​ວະ​ລີ​ເຫລົ່າ​ນີ້​ຢູ່​ໃນ​ເຮືອນ​ຂອງ​ທ່ານ ເພື່ອ​ເປັນ​ຄຳ​ເຕືອນ. ຍົກ​ຕົວ​ຢ່າງ, ແຕ່​ລະ​ຄົນ​ສາ​ມາດ​ຊອກ​ຫາ ຫລື ແຕ້ມ​ຮູບ​ທີ່​ສະ​ແດງ ຫລື ສົ່ງ​ເສີມ​ວະ​ລີ​ທີ່​ເຂົາ​ເຈົ້າ​ເລືອກ.

2 ເທ​ສະ​ໂລ​ນິກ 3:13.ເຮົາ​ເຄີຍ​ຮູ້​ສຶກ​ວ່າ “ອິດ​ເມື່ອຍ​ທີ່​ຈະ​ເຮັດ​ຄວາມ​ດີ” ບໍ—ບາງ​ທີ, ຖືກ​ກົດ​ດັນ​ກັບ​ການ​ເປັນ​ສາ​ນຸ​ສິດ? ແມ່ນ​ຫຍັງ​ທີ່​ຊ່ວຍ​ເຮົາ ເວ​ລາ​ເຮົາ​ຮູ້​ສຶກ​ໃນ​ທາງ​ນີ້? (ເບິ່ງ ຄາ​ລາ​ເຕຍ 6:9; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 64:33.) ເຮົາ​ຈະ​ສະ​ໜັບ​ສະ​ໜູນ​ກັນ​ແລະ​ກັນ​ເມື່ອ​ສິ່ງ​ນີ້​ເກີດ​ຂຶ້ນ​ໄດ້​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ແນະ​ນຳ: “ເຮົາ​ຮ້ອງ​ສັນ​ເສີນ​ນາມ​ເຢ​ຊູ​ເຈົ້າ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 27.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ສະ​ແຫວງ​ຫາ​ການ​ເປີດ​ເຜີຍ​ທຸກ​ວັນ. “ການ​ເປີດ​ເຜີຍ​ຈະ​ມີ​ມາ​ເທື່ອ​ລະ ‘ບັນ​ທັດ’ (2 ນີ​ໄຟ 28:30), ບໍ່​ແມ່ນ​ພ້ອມ​ກັນ​ບາດ​ດຽວ. … ຢ່າ​ຄິດ​ວ່າ [ການ​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ] ເປັນ​ສິ່ງ​ທີ່​ທ່ານ​ຕ້ອງ​ຫາ​ເວ​ລາ​ໃຫ້​ກັບ​ມັນ ແຕ່​ໃຫ້​ເປັນ​ບາງ​ສິ່ງ​ທີ່​ທ່ານ​ເຮັດ​ຢູ່​ສະ​ເໝີ” (Teaching in the Savior’s Way12).

ຮູບ​ພາບ
ພຣະ​ຄຣິດ​ຢູ່​ໃນ​ກ້ອນ​ເມກ

Resurrected Christ [ພຣະ​ຄຣິດ​ທີ່​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ], ໂດຍ ຣໍ​ເບີດ ທີ ແບ​ແຣັດ

ພິມ