ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 9–15 ເດືອນ​ຕຸ​ລາ. ຟີ​ລິບ​ປອຍ; ໂກ​ໂລ​ຊາຍ: “ເຮົາ​ສາ​ມາດ​ສູ້​ກັບ​ທຸກ​ສິ່ງ​ໄດ້​ໂດຍ​ພຣະ​ອົງ​ຜູ້​ຊົງ​ຊູ​ກຳ​ລັງ​ເຮົາ”


“ວັນ​ທີ 9–15 ເດືອນ​ຕຸ​ລາ. ຟີ​ລິບ​ປອຍ; ໂກ​ໂລ​ຊາຍ: ‘ເຮົາ​ສາ​ມາດ​ສູ້​ກັບ​ທຸກ​ສິ່ງ​ໄດ້​ໂດຍ​ພຣະ​ອົງ​ຜູ້​ຊົງ​ຊູ​ກຳ​ລັງ​ເຮົາ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 9–15 ເດືອນ​ຕຸ​ລາ. ຟີ​ລິບ​ປອຍ; ໂກ​ໂລ​ຊາຍ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ໂປ​ໂລ​ກຳ​ລັງ​ໃຫ້​ຄົນ​ຂຽນ​ຈົດ​ໝາຍ​ໃຫ້​ເພິ່ນ​ຈາກ​ຄຸກ

ວັນ​ທີ 9–15 ເດືອນ​ຕຸ​ລາ

ຟີ​ລິບ​ປອຍ; ໂກ​ໂລ​ຊາຍ

“ເຮົາ​ສາ​ມາດ​ສູ້​ກັບ​ທຸກ​ສິ່ງ​ໄດ້​ໂດຍ​ພຣະ​ອົງ​ຜູ້​ຊົງ​ຊູ​ກຳ​ລັງ​ເຮົາ”

ເທື່ອ​ສຸດ​ທ້າຍ​ທີ່​ທ່ານ​ໄດ້​ອ່ານ​ຄວາມ​ປະ​ທັບ​ໃຈ​ທາງ​ວິນ​ຍານ ທີ່​ທ່ານ​ໄດ້​ບັນ​ທຶກ​ໄວ້​ລະ​ຫວ່າງ​ການ​ສຶກ​ສາ​ຂອງ​ທ່ານ​ກ່ຽວ​ກັບ​ພຣະ​ຄຳ​ພີ​ໃໝ່ ແມ່ນ​ດົນ​ປານ​ໃດ​ແລ້ວ? ມັນ​ອາດ​ເປັນ​ປະ​ໂຫຍດ​ທີ່​ຈະ​ທົບ​ທວນ​ການ​ກະ​ຕຸ້ນ​ທີ່​ທ່ານ​ໄດ້​ຮັບ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ໂປ​ໂລ​ໄດ້​ຂຽນ​ສານ​ຂອງ​ເພິ່ນ​ເຖິງ​ຊາວ​ຟີ​ລິບ​ປອຍ ແລະ ຊາວ​ໂກ​ໂລ​ຊາຍ ຂະ​ນະ​ທີ່​ເພິ່ນ​ຢູ່​ໃນ​ຄຸກ ໃນ​ກຸງ​ໂຣມ. ແຕ່​ຈົດ​ໝາຍ​ເຫລົ່າ​ນີ້​ບໍ່​ມີ​ນ້ຳ​ສຽງ​ທີ່​ທ່ານ​ຄາດ​ໝາຍ​ຈາກ​ບາງ​ຄົນ​ທີ່​ຢູ່​ໃນ​ຄຸກ. ໂປ​ໂລ​ໄດ້​ກ່າວ​ຕື່ມ​ອີກ​ກ່ຽວ​ກັບ​ຄວາມ​ສຸກ, ຄວາມ​ຊົມ​ຊື່ນ​ຍິນ​ດີ, ແລະ ຄວາມ​ຂອບ​ພຣະ​ໄທ ຫລາຍ​ກວ່າ​ຄວາມ​ທຸກ​ທໍ​ລະ​ມານ ແລະ ການ​ທົດ​ລອງ​ຂອງ​ເພິ່ນ: “ເຂົາ​ປະ​ກາດ​ເລື່ອງ​ພຣະ​ຄຣິດ,” ເພິ່ນ​ກ່າວ, “ໃນ​ການ​ນີ້​ເຮົາ​ກໍ​ມີ​ຄວາມ​ຍິນ​ດີ, ແລະ ຄົງ​ຈະ​ມີ​ຄວາມ​ຍິນ​ດີ​ຕໍ່​ໄປ” (ຟີ​ລິບ​ປອຍ 1:18). ແລະ “ເຖິງ​ແມ່ນ​ຕົວ​ຂອງ​ເຮົາ​ບໍ່​ຢູ່​ນຳ​ເຈົ້າ​ທັງ​ຫລາຍ, ແຕ່​ຈິດ​ໃຈ​ຂອງ​ເຮົາ​ກໍ​ຢູ່​ນຳ​ພວກ​ເຈົ້າ, ແລະ ມີ​ຄວາມ​ຊົມ​ຊື່ນ​ຍິນ​ດີ … ເຫັນ [ສັດ​ທາ] ອັນ​ໝັ້ນ​ຄົງ​ຂອງ​ເຈົ້າ​ທັງ​ຫລາຍ​ໃນ​ພຣະ​ຄຣິດ” (ໂກ​ໂລ​ຊາຍ 2:5). ແນ່​ນອນ, “ສັນ​ຕິ​ສຸກ​ອັນ​ມາ​ແຕ່​ພຣະ​ເຈົ້າ” ທີ່​ໂປ​ໂລ​ໄດ້​ປະ​ສົບ​ໃນ​ສະ​ພາບ​ທີ່​ຫຍຸ້ງ​ຍາກ​ຂອງ​ເພິ່ນ ແມ່ນ “ເກີນ​ຄວາມ​ເຂົ້າ​ໃຈ​ທັງ​ຫລາຍ” (ຟີ​ລິບ​ປອຍ 4:7), ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ ມັນ​ກໍ​ເປັນ​ຄວາມ​ຈິງ. ໃນ​ການ​ທົດ​ລອງ​ຂອງ​ເຮົາ​ເອງ, ເຮົາ​ສາ​ມາດ​ຮູ້​ສຶກ​ເຖິງ​ຄວາມ​ສະ​ຫງົບ​ຢ່າງ​ດຽວ​ກັນ​ນັ້ນ ແລະ “ຈົ່ງ​ຊົມ​ຊື່ນ​ຍິນ​ດີ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ທຸກ​ເວ​ລາ” (ຟີ​ລິບ​ປອຍ 4:4). ເຮົາ​ສາ​ມາດ, ດັ່ງ​ທີ່​ໂປ​ໂລ​ໄດ້​ເຮັດ, ເພິ່ງ​ອາ​ໄສ​ພຣະ​ເຢ​ຊູ​ຄຣິດ​ຢ່າງ​ເຕັມ​ທີ່, “ໂດຍ [ພຣະ​ອົງ] ພວກ​ເຮົາ​ຈຶ່ງ​ໄດ້​ຮັບ​ການ​ໄຖ່” (ໂກ​ໂລ​ຊາຍ 1:14). ເຮົາ​ສາ​ມາດ​ເວົ້າ, ດັ່ງ​ທີ່​ໂປ​ໂລ​ໄດ້​ເຮັດ “ເຮົາ​ສາ​ມາດ​ສູ້​ກັບ​ທຸກ​ສິ່ງ​ໄດ້​ໂດຍ​ພຣະ​ອົງ​ຜູ້​ຊົງ​ຊູ​ກຳ​ລັງ​ເຮົາ” (ຟີ​ລິບ​ປອຍ 4:13; ເບິ່ງ ໂກ​ໂລ​ຊາຍ 1:11 ນຳ​ອີກ).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຟີ​ລິບ​ປອຍ 2:5–11; ໂກ​ໂລ​ຊາຍ 1:12–23

ສັດ​ທາ​ຂອງ​ເຮົາ​ຕັ້ງ​ຢູ່​ເທິງ​ພຣະ​ເຢ​ຊູ​ຄຣິດ.

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ​ວ່າ ເມື່ອ​ເພິ່ນ​ເອົາ​ໃຈ​ໃສ່​ຕໍ່​ການ​ສຶກ​ສາ​ພຣະ​ຄຳ​ພີ​ຂອງ​ເພິ່ນ ໃນ​ຂໍ້​ທີ່​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ, ມັນ​ຈະ​ມີ​ຜົນ​ກະ​ທົບ​ຕໍ່​ເພິ່ນ ຊຶ່ງ​ເພິ່ນ​ຮູ້​ສຶກ​ຄື​ກັບ​ວ່າ “ເປັນ​ຄົນ​ໃໝ່!” (“Drawing the Power of Jesus Christ into Our Lives,” Liahona, May 2017, 39). ໃຫ້​ພິ​ຈາ​ລະ​ນາ​ຕົວ​ຢ່າງ​ຂອງ​ເພິ່ນ​ດັ່ງ​ຕໍ່​ໄປ​ນີ້ ຂະ​ນະ​ທີ່​ທ່ານ​ອ່ານ ຟີ​ລິບ​ປອຍ ແລະ ໂກ​ໂລ​ຊາຍ (ເບິ່ງ ໂດຍ​ສະ​ເພາະ ຟີ​ລິບ​ປອຍ 2:5–11; ໂກ​ໂລ​ຊາຍ 1:12–23). ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ? ຄວາມ​ຈິງ​ເຫລົ່າ​ນີ້​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ກາຍ​ເປັນ “ຄົນ​ໃໝ່” ໄດ້​ແນວ​ໃດ?

ຟີ​ລິບ​ປອຍ 2:12–13

ເຮົາ​ຈະ “ພະ​ຍາ​ຍາມ … ໃຫ້​ໄດ້ [ຄວາມ​ລອດ​ຂອງ​ຕົນ]” ໄດ້​ແນວ​ໃດ?

ບາງ​ຄົນ​ໃຊ້​ວະ​ລີ​ທີ່​ວ່າ “​ພະ​ຍາ​ຍາມ … ໃຫ້​ໄດ້ [ຄວາມ​ລອດ​ຂອງ​ຕົນ]” (ຟີ​ລິບ​ປອຍ 2:12) ເພື່ອ​ສົ່ງ​ເສີມ​ແນວ​ຄິດ​ທີ່​ເຮົາ​ໄດ້​ຖືກ​ໂຜດ​ໃຫ້​ລອດ ພຽງ​ແຕ່​ໂດຍ​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ​ເທົ່າ​ນັ້ນ. ບາງ​ຄົນ​ກໍ​ໃຊ້​ຄຳ​ສອນ​ຂອງ​ໂປ​ໂລ ທີ່​ວ່າ “ເຈົ້າ​ທັງ​ຫລາຍ​ໄດ້​ຖືກ [ໂຜດ​ໃຫ້​ລອດ] ກໍ​ຍ້ອນ​ພຣະ​ຄຸນ” (ເອ​ເຟ​ໂຊ 2:8) ເພື່ອ​ປະ​ກາດ​ວ່າ ບໍ່​ຈຳ​ເປັນ​ຕ້ອງ​ທຳ​ງານ​ເພື່ອ​ຄວາມ​ລອດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ຄຳ​ພີ, ລວມ​ທັງ​ການ​ຂຽນ​ຂອງ​ໂປ​ໂລ​ສິດ​ສອນ​ຢ່າງ​ແຈ່ມ​ແຈ້ງ​ເຖິງ​ຄວາມ​ຈຳ​ເປັນ​ທີ່​ຕ້ອງ​ມີ​ພຣະ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ຄວາມ​ພະ​ຍາ​ຍາມ​ສ່ວນ​ຕົວ​ຂອງ​ບຸກ​ຄົນ ທັງ​ສອງ​ຢ່າງ ກ່ອນ​ຈະ​ໄດ້​ຮັບ​ຄວາມ​ລອດ. ແລະ ແມ່ນ​ແຕ່​ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ດີ​ທີ່​ສຸດ​ຂອງ​ເຮົາ ເພື່ອ​ຈະ​ໄດ້​ຮັບ​ຄວາມ​ລອດ​ຂອງ​ເຮົາ, “ແມ່ນ​ພຣະ​ເຈົ້າ ເປັນ​ຜູ້​ຊົງ​ກະ​ທຳ​ການ​ຢູ່​ພາຍ​ໃນ​ເຈົ້າ​ທັງ​ຫລາຍ” (ຟີ​ລິບ​ປອຍ 2:13; ເບິ່ງ ຟີ​ລິບ​ປອຍ 1:6; 2 ນີ​ໄຟ 25:23; Bible Dictionary, “Grace” ນຳ​ອີກ).

ຟີ​ລິບ​ປອຍ 3:4–14

ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແມ່ນ​ກຸ້ມ​ຄ່າ​ທີ່​ຈະ​ເສຍ​ສະ​ລະ​ທຸກ​ຢ່າງ.

ໂປ​ໂລ​ໄດ້​ສະ​ລະ​ຫລາຍ​ທີ່​ສຸດ​ເມື່ອ​ເພິ່ນ​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ລວມ​ທັງ​ອິດ​ທິ​ພົນ​ທີ່​ເພິ່ນ​ມີ​ໃນ​ສັງ​ຄົມ​ຊາວ​ຢິວ ໃນ​ຖາ​ນະ​ຄົນ​ຟາ​ຣີ​ຊາຍ. ໃນ ຟີ​ລິບ​ປອຍ 3:4–14, ໃຫ້​ຊອກ​ຫາ​ສິ່ງ​ທີ່​ໂປ​ໂລ​ໄດ້​ຮັບ ເພາະ​ເພິ່ນ​ເຕັມ​ໃຈ​ທີ່​ຈະ​ເສຍ​ສະ​ລະ​ສຳ​ລັບ​ພຣະ​ກິດ​ຕິ​ຄຸນ. ເພິ່ນ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ການ​ເສຍ​ສະ​ລະ​ຂອງ​ເພິ່ນ?

ແລ້ວ​ໃຫ້​ພິ​ຈາ​ລະ​ນາ​ຄວາມ​ເປັນ​ສາ​ນຸ​ສິດ​ຂອງ​ທ່ານ. ທ່ານ​ໄດ້​ເສຍ​ສະ​ລະ​ຫຍັງ​ແດ່​ສຳ​ລັບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ? ທ່ານ​ໄດ້​ຮັບ​ຫຍັງ​ແດ່? ມີ​ການ​ເສຍ​ສະ​ລະ​ເພີ່ມ​ເຕີມ​ຢ່າງ​ໃດ​ບໍ​ທີ່​ທ່ານ​ຮູ້​ສຶກ​ວ່າ ທ່ານ​ຕ້ອງ​ໄດ້​ເຮັດ ເພື່ອ​ຈະ​ກາຍ​ເປັນ​ສາ​ນຸ​ສິດ​ທີ່​ອຸ​ທິດ​ຕົນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ກວ່າ​ເກົ່າ?

ເບິ່ງ 3 ນີ​ໄຟ 9:19–20; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58:2–5; Taylor G. Godoy, “One More Day,” Liahona, May 2018, 34–36 ນຳ​ອີກ.

ຟີ​ລິບ​ປອຍ 4:1–13

ເຮົາ​ສາ​ມາດ​ພົບ​ຄວາມ​ສຸກ​ໃນ​ພຣະ​ຄຣິດ ບໍ່​ວ່າ​ສະ​ຖາ​ນະ​ການ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ.

ຊີ​ວິດ​ຂອງ​ໂປ​ໂລ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ແຈ່ມ​ແຈ້ງ ເຖິງ​ຄວາມ​ຈິງ​ທີ່​ກ່າວ​ໂດຍ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ທີ່​ວ່າ: “ເມື່ອ​ເຮົາ​ໃຫ້​ຊີ​ວິດ​ຂອງ​ເຮົາ​ເອົາ​ໃຈ​ໃສ່​ຕໍ່ … ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ, ເຮົາ​ສາ​ມາດ​ຮູ້​ສຶກ​ເຖິງ​ຄວາມ​ສຸກ​ໄດ້ ບໍ່​ວ່າ​ແມ່ນ​ຫຍັງ​ຈະ​ເກີດ—ຫລື ບໍ່​ເກີດ​ຂຶ້ນ​ກໍ​ຕາມ—ໃນ​ຊີ​ວິດ​ຂອງ​ເຮົາ. ຄວາມ​ສຸກ​ມາ​ຈາກ​ພຣະ​ອົງ ແລະ ເພາະ​ພຣະ​ອົງ” (“Joy and Spiritual Survival,” Liahona, Nov. 2016, 82).

ຂະ​ນະ​ທີ່​ທ່ານ​ອ່ານ​ຟີ​ລິບ​ປອຍ—ໂດຍ​ສະ​ເພາະ ບົດ​ທີ 4—ໃຫ້​ຊອກ​ຫາ​ບົດ​ຄວາມ​ທີ່​ສາ​ມາດ​ຊ່ວຍ​ທ່ານ​ພົບ​ເຫັນ​ຄວາມ​ສຸກ​ໃນ​ທຸກ​ສະ​ຖາ​ນະ​ການ​ໃນ​ຊີ​ວິດ​ຂອງ​ທ່ານ. ທ່ານ​ເຄີຍ​ປະ​ສົບ​ກັບ “ສັນ​ຕິ​ສຸກ​ອັນ​ມາ​ແຕ່​ພຣະ​ເຈົ້າ” ໃນ​ເວ​ລາ​ທີ່​ມີ​ການ​ທ້າ​ທາຍ​ເມື່ອ​ໃດ? (ຂໍ້​ທີ 7). ທ່ານ​ໄດ້​ພົບ​ເຫັນ​ຄວາມ​ເຂັ້ມ​ແຂງ “[ຜ່ານ​ທາງ​ພຣະ​ຄຣິດ] ເມື່ອ​ໃດ? (ຂໍ້​ທີ 13). ທ່ານ​ຄິດ​ວ່າ ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ຈະ “ພໍ​ໃຈ” ໃນ​ທຸກ​ສະ​ຖາ​ນະ​ການ? (ຂໍ້​ທີ 11). ການ​ໃຊ້​ຄຸນ​ລັກ​ສະ​ນະ​ໃນ ຂໍ້​ທີ 8 ຊ່ວຍ​ທ່ານ​ພົບ​ເຫັນ​ຄວາມ​ສຸກ​ໃນ​ສະ​ຖາ​ນະ​ການ​ຂອງ​ທ່ານ​ແນວ​ໃດ?

ເບິ່ງ ແອວ​ມາ 33:23; Dieter F. Uchtdorf, “Grateful in Any Circumstances,” Liahona, May 2014, 70–77.

ໂກ​ໂລ​ຊາຍ 3:1–17

ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ກາຍ​ເປັນ “ຄົນ​ໃໝ່” ຂະ​ນະ​ທີ່​ພວກ​ເຂົາ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ.

ທ່ານ​ຈະ​ສາ​ມາດ​ບອກ​ວ່າ​ພຣະ​ເຢ​ຊູ​ຄຣິດ​ກຳ​ລັງ​ຊ່ວຍ​ທ່ານ​ໃຫ້​ກາຍ​ເປັນ “ຄົນ​ໃໝ່” ໄດ້​ແນວ​ໃດ? ວິ​ທີ​ໜຶ່ງ​ທີ່​ຈະ​ໄຕ່​ຕອງ​ສິ່ງ​ນີ້ ຄື​ການ​ຄົ້ນ​ຄວ້າ ໂກ​ໂລ​ຊາຍ 3:1–17 ແລະ ຂຽນ​ທັດ​ສະ​ນະ​ຄະ​ຕິ, ຄຸນ​ລັກ​ສະ​ນະ, ແລະ ການ​ກະ​ທຳ​ຂອງ “ຄົນ​ເກົ່າ” ລົງ​ໄວ້​ແຖວ​ໜຶ່ງ ແລະ ໃຫ້​ຂຽນ​ທັດ​ສະ​ນະ​ຄະ​ຕິ, ຄຸນ​ລັກ​ສະ​ນະ, ແລະ ການ​ກະ​ທຳ​ຂອງ “ຄົນ​ໃໝ່” ໃສ່​ອີກ​ແຖວ​ໜຶ່ງ.

ໃຫ້​ບັນ​ທຶກ​ຄວາມ​ຄິດ​ຂອງ​ທ່ານ​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກຳ​ລັງ​ທ້າ​ທາຍ​ທ່ານ, ເພື່ອ​ວ່າ​ທ່ານ​ຈະ​ສາ​ມາດ​ທົບ​ທວນ​ມັນ​ໃນ​ອະ​ນາ​ຄົດ ແລະ ໄຕ່​ຕອງ​ຄວາມ​ກ້າວ​ໜ້າ​ຂອງ​ທ່ານ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຟີ​ລິບ​ປອຍ.ຄອບ​ຄົວ​ຂອງ​ທ່ານ​ອາດ​ສັງ​ເກດ​ເຫັນ​ຄຳ​ວ່າ ຄວາມ​ສຸກ ຫລື ຄວາມ​ຊົມ​ຊື່ນ​ຍິນ​ດີ ຖືກ​ກ່າວ​ເລື້ອຍໆ ໃນ​ຟີ​ລິບ​ປອຍ. ທຸກ​ເທື່ອ​ທີ່​ທ່ານ​ອ່ານ​ຄຳ​ເຫລົ່າ​ນີ້, ທ່ານ​ສາ​ມາດ​ຢຸດ ແລະ ສົນ​ທະ​ນາ​ສິ່ງ​ທີ່​ໂປ​ໂລ​ໄດ້​ສິດ​ສອນ​ກ່ຽວ​ກັບ​ວ່າ ຈະ​ຊອກ​ຫາ​ຄວາມ​ສຸກ​ໄດ້​ຢູ່​ໃສ.

ຟີ​ລິບ​ປອຍ 2:14–16.ເຮົາ​ຈະ​ສາ​ມາດ “ສ່ອງ​ແຈ້ງ​ຢູ່​ໃນ​ທ່າມ​ກາງ [ໂລກ]” ແນວ​ໃດ?

ຟີ​ລິບ​ປອຍ 4:8.ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ຊີ້​ບອກ​ບາງ​ສິ່ງ​ທີ່ “ພິ​ຈາ​ລະ​ນາ​ເຖິງ​ສິ່ງ​ເຫລົ່າ​ນັ້ນ” ທີ່​ເຂົ້າ​ກັບ​ການ​ບັນ​ຍາຍ​ຢູ່​ໃນ​ຂໍ້​ນີ້ (ເບິ່ງ ຫລັກ​ແຫ່ງ​ຄວາມ​ເຊື່ອ 1:13 ນຳ​ອີກ). ຄອບ​ຄົວ​ຂອງ​ທ່ານ​ຈະ​ໄດ້​ຮັບ​ພອນ​ໂດຍ​ການ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ໂປ​ໂລ​ໄດ້​ແນວ​ໃດ?

ໂກ​ໂລ​ຊາຍ 1:23; 2:7.ບາງ​ທີ​ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ອ່ານ​ຂໍ້​ເຫລົ່າ​ນີ້ ຂະ​ນະ​ທີ່​ນັ່ງ​ອ້ອມ​ຕົ້ນ​ໄມ້ ຫລື ຫລຽວ​ເບິ່ງ​ຮູບ​ຕົ້ນ​ໄມ້​ນຳ​ກັນ (ດັ່ງ​ເຊັ່ນ ຮູບ​ທີ່​ຢູ່​ໃນ​ໂຄງ​ຮ່າງ​ນີ້). ຄຳ​ວ່າ “ຕັ້ງ​ໝັ້ນ” ແລະ “ຢັ່ງ​ຮາກ” ໃນ​ພຣະ​ຄຣິດ​ໝາຍ​ຄວາມ​ວ່າ​ແນວ​ໃດ? ເຮົາ​ຈະ​ສາ​ມາດ​ຊ່ວຍ​ກັນ​ແລະ​ກັນ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຮາກ​ທາງ​ວິນ​ຍານ​ຂອງ​ເຮົາ​ໄດ້​ແນວ​ໃດ?

ໂກ​ໂລ​ຊາຍ 2:2–3.ຄອບ​ຄົວ​ຂອງ​ທ່ານ​ອາດ​ມັກ​ເອົາ​ສິ່ງ​ຂອງ​ໃສ່​ໄວ້​ໃນ “ຫີບ​ຊັບ​ສົມ​ບັດ” ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່ “ຄວາມ​ຮັ່ງ​ມີ” ແລະ “ຊັບ​ສົມ​ບັດ​ແຫ່ງ​ສະ​ຕິ​ປັນ​ຍາ” ທີ່​ພວກ​ທ່ານ​ພົບ​ເຫັນ​ໃນ​ພຣະ​ກິດ​ຕິ​ຄຸນ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ສວດ​ແນະ​ນຳ: “ເຮົາ​ຮ້ອງ​ສັນ​ເສີນ​ນາມ​ເຢ​ຊູ​ເຈົ້າ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 27.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ດຳ​ເນີນ​ຊີ​ວິດ​ຕາມ​ປະຈັກ​ພະ​ຍານ​ຂອງ​ທ່ານ. “ທ່ານ​ສອນ​ສິ່ງ​ທີ່​ທ່ານ​ເປັນ,” ແອວ​ເດີ ນຽວ ເອ ແມ໊ກ​ສະແວວ ໄດ້​ສິດ​ສອນ. “ລັກ​ສະ​ນະ​ນິ​ໄສ​ຂອງ​ທ່ານ​ຈະ​ເປັນ​ສິ່ງ​ໜ້າ​ຊົງ​ຈຳ​ຫລາຍ​ກວ່າ … ຄວາມ​ຈິງ​ໃດ​ໜຶ່ງ ຢູ່​ໃນ​ບົດ​ຮຽນ​ໃດ​ໜຶ່ງ” (ໃນ Teaching in the Savior’s Way13).

ຮູບ​ພາບ
ຕົ້ນ​ໄມ້​ທີ່​ມີ​ຮາກ​ຢ່າງ​ຫລວງ​ຫລາຍ

ໂປ​ໂລ​ໄດ້​ສິດ​ສອນ​ວ່າ ສັດ​ທາ​ຂອງ​ເຮົາ​ຄວນ “ຢັ່ງ​ຮາກ” ໃນ​ພຣະ​ເຢ​ຊູ​ຄຣິດ (ໂກ​ໂລ​ຊາຍ 2:7).

ພິມ