ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 2–8 ເດືອນ​ຕຸ​ລາ. ເອ​ເຟ​ໂຊ: “ເພື່ອ​ຈັດ​ຕຽມ​ໄພ່​ພົນ​ທັງ​ຫລາຍ​ຂອງ​ພຣະ​ອົງ ໃຫ້​ເປັນ​ຜູ້​ຮັບ​ໃຊ້​ທີ່​ເໝາະ​ສົມ”


“ວັນ​ທີ 2–8 ເດືອນ​ຕຸ​ລາ. ເອ​ເຟ​ໂຊ: ‘ເພື່ອ​ຈັດ​ຕຽມ​ໄພ່​ພົນ​ທັງ​ຫລາຍ​ຂອງ​ພຣະ​ອົງ ໃຫ້​ເປັນ​ຜູ້​ຮັບ​ໃຊ້​ທີ່​ເໝາະ​ສົມ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 2–8 ເດືອນ​ຕຸ​ລາ. ເອ​ເຟ​ໂຊ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ຫລຽວ​ເບິ່ງ​ຮູບ​ຖ່າຍ

ວັນ​ທີ 2–8 ເດືອນ​ຕຸ​ລາ

ເອ​ເຟ​ໂຊ

“ເພື່ອ​ຈັດ​ຕຽມ​ໄພ່​ພົນ​ທັງ​ຫລາຍ​ຂອງ​ພຣະ​ອົງ ໃຫ້​ເປັນ​ຜູ້​ຮັບ​ໃຊ້​ທີ່​ເໝາະ​ສົມ”

ທ່ານ​ເຫັນ​ການ​ເຊື່ອມ​ໂຍງ​ລະ​ຫວ່າງ​ຂ່າວ​ສານ​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ແລະ ສານ​ຂອງ​ໂປ​ໂລ​ເຖິງ​ຊາວ​ເອ​ເຟ​ໂຊ​ບໍ?

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ເມື່ອ​ພຣະ​ກິດ​ຕິ​ຄຸນ​ເລີ່ມ​ແຜ່​ຜາຍ​ໃນ​ເມືອງ​ເອ​ເຟ​ໂຊ, ມັນ​ເຮັດ​ໃຫ້ “ມີ​ການ​ວຸ້ນ​ວາຍ​ອັນ​ໃຫຍ່” (ກິດ​ຈະ​ການ 19:23) ໃນ​ບັນ​ດາ​ຊາວ​ເອ​ເຟ​ໂຊ. ພວກ​ນາຍ​ຊ່າງ​ໃນ​ທ້ອງ​ຖິ່ນ​ຜູ້​ທີ່​ໄດ້​ສ້າງ​ແທ່ນ​ບູ​ຊາ​ໃຫ້​ເທບ​ທິ​ດາ​ເພ​ເກັນ ເຫັນ​ວ່າ​ຊາວ​ຄຣິດ​ເປັນ​ໄພ​ຕໍ່​ການ​ທຳ​ມາ​ຫາ​ກິນ​ຂອງ​ພວກ​ເຂົາ, ແລະ ບໍ່​ດົນ “ກໍ​ຄຽດ​ແຄ້ນ, … ແລ້ວ​ຄວາມ​ວຸ້ນ​ວາຍ​ກໍ​ໄດ້​ລາມ​ໄປ​ທົ່ວ​ທັງ​ເມືອງ” (ເບິ່ງ ກິດ​ຈະ​ການ 19:27–29). ໃຫ້​ຈິນ​ຕະ​ນາ​ການ​ວ່າ ການ​ເປັນ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃໝ່​ໃນ​ພຣະ​ກິດ​ຕິ​ຄຸນ ໃນ​ສະ​ພາບ​ແວດ​ລ້ອມ​ເຊັ່ນ​ນັ້ນ ຈະ​ເປັນ​ຈັ່ງ​ໃດ. ຊາວ​ເອ​ເຟ​ໂຊ​ຫລາຍ​ຄົນ​ບໍ່​ໄດ້​ຍອມ​ຮັບ ແລະ ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ ໃນ​ທ່າມ​ກາງ “ຄວາມ​ວຸ້ນ​ວາຍ” ນີ້ (ກິດ​ຈະ​ການ 19:40), ແລະ ໂປ​ໂລ​ໄດ້​ໃຫ້​ພວກ​ເຂົາ​ແນ່​ໃຈ​ໄດ້​ວ່າ “ພຣະ​ຄຣິດ … ເປັນ​ອົງ​ສັນ​ຕິ​ລາດ” (ເອ​ເຟ​ໂຊ 2:13–14). ຖ້ອຍ​ຄຳ​ເຫລົ່າ​ນີ້, ພ້ອມ​ທັງ​ຄຳ​ເຊື້ອ​ເຊີນ​ຂອງ​ເພິ່ນ​ໃຫ້ “ໃຈ​ຂົມ​ຂື່ນ, ໃຈ​ໂມ​ໂຫ​ໂທ​ໂສ, ໃຈ​ຄຽດ​ຮ້າຍ​ນັ້ນ, ຢ່າ​ສູ່​ໃຫ້​ຢູ່​ໃກ້​ພວກ​ເຈົ້າ ການ​ອຶກ​ກະ​ທຶກ​ຜິດ​ຖຽງ​ກັນ ແລະ ການ​ກ່າວ​ສຽດ​ສີ​ກັນ​ກໍ​ຢ່າ​ໃຫ້​ມີ ຈົ່ງ​ຫລີກ​ເວັ້ນ​ຈາກ​ການ​ປອງ​ຮ້າຍ​ທຸກ​ຮອບ​ແບບ” (ເອ​ເຟ​ໂຊ 4:31), ເບິ່ງ​ຄື​ວ່າ​ທັນ​ເວ​ລາ​ພໍ​ດີ ແລະ ໃຫ້​ການ​ປອບ​ໂຍນ​ໃນ​ເວ​ລາ​ນີ້ ຄື​ກັນ​ກັບ​ໃນ​ເມື່ອ​ກ່ອນ. ສຳ​ລັບ​ຊາວ​ເອ​ເຟ​ໂຊ, ສຳ​ລັບ​ເຮົາ​ແຕ່​ລະ​ຄົນ, ຄວາມ​ເຂັ້ມ​ແຂງ​ທີ່​ຈະ​ປະ​ເຊີນ​ກັບ​ຄວາມ​ຍາກ​ລຳ​ບາກ​ມີ​ມາ “ໃນ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ໃນ​ລິດ​ເດດ​ອັນ​ແກ່​ກ້າ​ຂອງ​ພຣະ​ອົງ” (ເບິ່ງ ເອ​ເຟ​ໂຊ 6:10–13).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ເອ​ເຟ​ໂຊ 1:4–11, 17–19

ພຣະ​ເຈົ້າ​​ໄດ້​ເລືອກ, ຫລື ແຕ່ງ​ຕັ້ງ, ເຮົາ​ລ່ວງ​ໜ້າ ເພື່ອ​ເຮັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃດ​ໜຶ່ງ​ໂດຍ​ສະ​ເພາະ ຢູ່​ເທິງ​ແຜ່ນ​ດິນ​ໂລກ.

ໂປ​ໂລ​ໄດ້​ກ່າວ​ເຖິງ​ໄພ່​ພົນ​ຖືກ “ຄາດ​ໝາຍ” ໂດຍ​ພຣະ​ເຈົ້າ ແລະ ຖືກ “ເລືອກ … ກ່ອນ​ທີ່​ຈະ​ຊົງ​ວາງ​ຮາກ​ສ້າງ​ໂລກ” ເພື່ອ​ໃຫ້​ເປັນ​ຜູ້​ຄົນ​ຂອງ​ພຣະ​ອົງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ດັ່ງ​ທີ່​ປະ​ທານ​ເຮັນ​ຣີ ​ບີ ໄອ​ຣິງ ໄດ້​ສັງ​ເກດ, ສິ່ງ​ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ “ພຣະ​ເຈົ້າ​ຄົງ​ໄດ້​ພິ​ຈາ​ລະ​ນາ​ໄວ້​ລ່ວງ​ໜ້າ​ແລ້ວ​ວ່າ ລູກໆ​ຂອງ​ພຣະ​ອົງ​ຄົນ​ໃດ ທີ່​ພຣະ​ອົງ​ຈະ​ຊ່ວຍ​ໃຫ້​ລອດ ແລະ ໃຫ້​ໄດ້​ຮັບ​ພຣະ​ກິດ​ຕິ​ຄຸນ, ໃນ​ຂະ​ນະ​ທີ່​ຄົນ​ອື່ນໆ ຜູ້​ບໍ່​ເຄີຍ​ໄດ້​ຍິນ​ພຣະ​ກິດ​ຕິ​ຄຸນ ບໍ່​ໄດ້ ‘ຖືກ​ເລືອກ.’ … ແຜນ​ຂອງ​ພຣະ​ເຈົ້າ​ຈຶ່ງ​ດີ ແລະ ທ່ຽງ​ທຳ​ຫລາຍ​ກວ່າ​ນີ້. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ຮີບ​ຮ້ອນ​ທີ່​ຈະ​ເຕົ້າ​ໂຮມ ແລະ ໃຫ້​ພອນ​ທຸກ​ຄົນ​ໃນ​ຄອບ​ຄົວ​ຂອງ​ພຣະ​ອົງ” (“Gathering the Family of God,” Liahona, May 2017, 20–21). ລູກໆ​ຂອງ​ພຣະ​ເຈົ້າ​ທຸກ​ຄົນ​ສາ​ມາດ​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ ແລະ ພິ​ທີ​ການ​ຂອງ​ມັນ ເພາະ​ວຽກ​ງານ​ທີ່​ປະ​ຕິ​ບັດ​ແທນ​ຄົນ​ຕາຍ ຢູ່​ໃນ​ພຣະ​ວິ​ຫານ​ສັກ​ສິດ.

ເຖິງ​ແມ່ນ​ວ່າບໍ່​ມີ​ໃຜ​ຖືກ​ກຳ​ນົດ​ໃຫ້​ລອດ ຫລື ບໍ່​ລອດ, ແຕ່​ການ​ເປີດ​ເຜີຍ​ສະ​ໄໝ​ໃໝ່​ສິດ​ສອນ​ວ່າ ລູກໆ​ຂອງ​ພຣະ​ເຈົ້າ​ບາງ​ຈຳ​ນວນ​ໄດ້​ຖືກ​ເລືອກ, ຫລື ຖືກ “ແຕ່ງ​ຕັ້ງ​ລ່ວງ​ໜ້າ,” ໃນ​ໂລກ​ກ່ອນ​ເກີດ ເພື່ອ​ເຮັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃດ​ໜຶ່ງ​ໂດຍ​ສະ​ເພາະ ໃນ​ການ​ບັນ​ລຸ​ຈຸດ​ປະ​ສົງ​ຂອງ​ພຣະ​ເຈົ້າ​ຢູ່​ເທິງ​ແຜ່ນ​ດິນ​ໂລກ. ຂະ​ນະ​ທີ່​ທ່ານ​ອ່ານ ເອ​ເຟ​ໂຊ 1 ແລະ Gospel Topics, “Foreordination” (topics.ChurchofJesusChrist.org), ໃຫ້​ໄຕ່​ຕອງ​ວ່າ ຄວາມ​ຈິງ​ນີ້​ກ່ຽວ​ຂ້ອງ​ກັບ​ທ່ານ​ແນວ​ໃດ.

ເອ​ເຟ​ໂຊ 1:10

ພຣະ​ເຈົ້າ​ຈະ “ຮວບ​ຮວມ​ສິ່ງ​ສາ​ລະ​ພັດ … ໄວ້​ໃນ​ພຣະ​ຄຣິດ.”

ທ່ານ​ຄິດ​ວ່າ​ເປັນ​ຫຍັງ​ສະ​ໄໝ​ຂອງ​ເຮົາ​ຈຶ່ງ​ຖືກ​ເອີ້ນ​ວ່າ “ເວ​ລາ​ກຳ​ນົດ​ຄົບ​ບໍ​ລິ​ບູນ”? ຄຳ​ວ່າ “ຮວບ​ຮວມ​ສິ່ງ​ສາ​ລະ​ພັດ … ໄວ້​ໃນ​ພຣະ​ຄຣິດ” ໝາຍ​ຄວາມ​ວ່າ​ແນວ​ໃດ? ຂະ​ນະ​ທີ່​ທ່ານ​ໄຕ່​ຕອງ​ວະ​ລີ​ເຫລົ່າ​ນີ້, ໃຫ້​ອ່ານ​ຂໍ້​ພຣະ​ຄຳ​ພີ​ດັ່ງ​ຕໍ່​ໄປ​ນີ້: ເອ​ເຟ​ໂຊ 4:13; 2 ນີ​ໄຟ 30:7–8; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 110:11–16; 112:30–32; 128:18–21. ທ່ານ​ອາດ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ຂຽນ​ຄຳ​ອະ​ທິ​ບາຍ​ຂອງ​ທ່ານ​ເອງ​ກ່ຽວ​ກັບ​ວະ​ລີ​ເຫລົ່າ​ນີ້.

ເບິ່ງ David A. Bednar, “Gather Together in One All Things in Christ,” Liahona, Nov. 2018, 21–24 ນຳ​ອີກ.

ເອ​ເຟ​ໂຊ 2:19–22; 3:1–7; 4:11–16

ສາດ​ສະ​ໜາ​ຈັກ​ຖືກ​ສ້າງ​ຕັ້ງ​ຂຶ້ນ​ຢູ່​ເທິງ​ອັກ​ຄະ​ສາ​ວົກ ແລະ ສາດ​ສະ​ດາ, ແລະ ພຣະ​ເຢ​ຊູ​ຄຣິດ​ເປັນ​ຫີນ​ເສົາ​ເອກ.

ອີງ​ຕາມ ເອ​ເຟ​ໂຊ 2:19–22; 3:1–7; 4:11–16, ເປັນ​ຫຍັງ​ເຮົາ​ຈຶ່ງ​ມີ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ? ໃຫ້​ຄິດ​ກ່ຽວ​ກັບ​ຂ່າວ​ສານ​ຈາກ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ ທີ່​ທ່ານ​ໄດ້​ຍິນ​ລະ​ຫວ່າງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ. ຄຳ​ສອນ​ຂອງ​ພວກ​ເພິ່ນ​ບັນ​ລຸ​ຈຸດ​ປະ​ສົງ​ທີ່​ໂປ​ໂລ​ໄດ້​ບັນ​ຍາຍ​ແນວ​ໃດ? ຍົກ​ຕົວ​ຢ່າງ, ຄຳ​ສອນ​ເຫລົ່າ​ນີ້​ຊ່ວຍ​ທ່ານ​ບໍ່​ໃຫ້ “ຫັນ​ເຫ​ໄປ​ມາ​ດ້ວຍ​ລົມ​ປາກ​ແຫ່ງ​ຄຳ​ສັ່ງ​ສອນ​ທຸກ​ຢ່າງ” ແນວ​ໃດ?

ພຣະ​ເຢ​ຊູ​ຄຣິດ​ເປັນ​ເໝືອນ​ດັ່ງ​ຫີນ​ເສົາ​ເອກ​ສຳ​ລັບ​ສາດ​ສະ​ໜາ​ຈັກ​ແນວ​ໃດ? ພຣະ​ອົງ​ເປັນ​ເໝືອນ​ດັ່ງ​ຫີນ​ເສົາ​ເອກ​ສຳ​ລັບ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ?

ເບິ່ງ ກິດ​ຈະ​ການ 4:10–12 ນຳ​ອີກ.

ຮູບ​ພາບ
ຫີນ​ເສົາ​ເອກ​ຂອງ​ອາ​ຄານ

ພຣະ​ເຢ​ຊູ​ຄຣິດ​ຄື​ຫີນ​ເສົາ​ເອກ​ຂອງ​ສາດ​ສະ​ໜາ​ຈັກ.

ເອ​ເຟ​ໂຊ 5:216:4

ການ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ສາ​ມາດ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄວາມ​ສຳ​ພັນ​ຂອງ​ຄອບ​ຄົວ​ເຮົາ​ໄດ້.

ຂະ​ນະ​ທີ່​ທ່ານ​ອ່ານ ເອ​ເຟ​ໂຊ 5:216:4, ໃຫ້​ຄິດ​ກ່ຽວ​ກັບ​ວິ​ທີ​ທີ່​ຄຳ​ແນະ​ນຳ​ໃນ​ຂໍ້​ເຫລົ່າ​ນີ້​ສາ​ມາດ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄວາມ​ສຳ​ພັນ​ຂອງ​ຄອບ​ຄົວ​ທ່ານ​ແນວ​ໃດ.

ມັນ​ສຳ​ຄັນ​ທີ່​ຈະ​ສັງ​ເກດ​ເບິ່ງ​ຖ້ອຍ​ຄຳ​ຂອງ​ໂປ​ໂລ​ໃນ ເອ​ເຟ​ໂຊ 5:22–24 ໄດ້​ຖືກ​ຂຽນ​ຕາມ​ສະ​ພາບ​ການ​ຂອງ​ຮີດ​ຄອງ​ປະ​ເພ​ນີ​ໃນ​ຍຸກ​ຂອງ​ເພິ່ນ. ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ໃນ​ປະ​ຈຸ​ບັນ ສິດ​ສອນ​ວ່າ ຜູ້​ຊາຍ​ບໍ່​ໄດ້​ເໜືອ​ກວ່າ​ຜູ້​ຍິງ ແລະ ວ່າ​ຄູ່​ແຕ່ງ​ງານ​ໝາຍ​ເຖິງ​ການ​ເປັນ “ຫຸ້ນ​ສ່ວນ​ທີ່​ເທົ່າ​ທຽມ​ກັນ” (ເບິ່ງ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” ChurchofJesusChrist.org). ເຖິງ​ແມ່ນ​ເຊັ່ນ​ນັ້ນ, ທ່ານ​ຍັງ​ສາ​ມາດ​ຊອກ​ຫາ​ຄຳ​ແນະ​ນຳ​ທີ່​ກ່ຽວ​ຂ້ອງ​ຢູ່​ໃນ ເອ​ເຟ​ໂຊ 5:25–33 ໄດ້. ຍົກ​ຕົວ​ຢ່າງ, ພຣະ​ຄຣິດ​ໄດ້​ສະ​ແດງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ຕໍ່​ໄພ່​ພົນ​ແນວ​ໃດ? ສິ່ງ​ນີ້​ບົ່ງ​ບອກ​ກ່ຽວ​ກັບ​ວິ​ທີ​ທີ່​ຄູ່​ແຕ່ງ​ງານ, ຊຶ່ງ​ເປັນ​ຫຸ້ນ​ສ່ວນ​ທີ່​ເທົ່າ​ທຽມ​ກັນ, ຄວນ​ປະ​ຕິ​ບັດ​ຕໍ່​ກັນ​ແນວ​ໃດ? ຂ່າວ​ສານ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ​ສຳ​ລັບ​ຕົວ​ເອງ ຢູ່​ໃນ​ຂໍ້​ເຫລົ່າ​ນີ້?

ເອ​ເຟ​ໂຊ 6:10–18

ຍຸດ​ທະ​ພັນ​ຂອງ​ພຣະ​ເຈົ້າ​ຈະ​ຊ່ວຍ​ປົກ​ປ້ອງ​ເຮົາ​ຈາກ​ຄວາມ​ຊົ່ວ​ຮ້າຍ.

ຂະ​ນະ​ທີ່​ທ່ານ​ອ່ານ ເອ​ເຟ​ໂຊ 6:10–18, ໃຫ້​ພິ​ຈາ​ລະ​ນາ​ວ່າ ເປັນ​ຫຍັງ​ໂປ​ໂລ​ຈຶ່ງ​ເອີ້ນ​ຊື່​ຍຸດ​ທະ​ພັນ​ແຕ່​ລະ​ຢ່າງ ດັ່ງ​ທີ່​ເພິ່ນ​ໄດ້​ເຮັດ. “ຍຸດ​ທະ​ພັນ​ຄົບ​ຊຸດ [ຂອງ] ພຣະ​ເຈົ້າ” ປົກ​ປ້ອງ​ທ່ານ​ຈາກ​ສິ່ງ​ໃດ? ທ່ານ​ຈະ​ເຮັດ​ສິ່ງ​ໃດ ເພື່ອ​ຈະ​ໄດ້​ສວມ​ຍຸດ​ທະ​ພັນ​ແຕ່​ລະ​ຢ່າງ​ໃຫ້​ເຕັມ​ທີ່​ຫລາຍ​ຂຶ້ນ​ໃນ​ແຕ່​ລະ​ວັນ?

ເບິ່ງ 2 ນີ​ໄຟ 1:23; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 27:15–18 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ເອ​ເຟ​ໂຊ 1:10.ເພື່ອ​ສິດ​ສອນ​ກ່ຽວ​ກັບ​ຂໍ້​ນີ້, ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ ໄດ້​ໃຊ້​ຕົວ​ຢ່າງ​ກ່ຽວ​ກັບ​ເຊືອກ (ເບິ່ງ “Gather Together in One All Things in Christ”). ໃຫ້​ຄິດ​ທີ່​ຈະ​ສະ​ແດງ​ເຊືອກ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ເບິ່ງ ແລະ ໃຫ້​ເຂົາ​ເຈົ້າ​ຈັບ​ກວດ​ເບິ່ງ​ມັນ ຂະ​ນະ​ທີ່​ທ່ານ​ແບ່ງ​ປັນ​ຂ່າວ​ສານ​ບາງ​ພາກ​ສ່ວນ​ຂອງ​ແອວ​ເດີ ແບ໊ດ​ນາ. ພຣະ​ເຈົ້າ​ຮວບ​ຮວມ​ສິ່ງ​ສາ​ລະ​ພັດ​ໄວ້​ໃນ​ພຣະ​ຄຣິດ​ແນວ​ໃດ? ເຮົາ​ໄດ້​ຮັບ​ພອນ​ຍ້ອນ​ການ​ຮວບ​ຮວມ​ນີ້​ແນວ​ໃດ?

ເອ​ເຟ​ໂຊ 2:4–10; 3:14–21.ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ແບ່ງ​ປັນ​ປະ​ສົບ​ການ ຊຶ່ງ​ໃນ​ນັ້ນ​ເຂົາ​ເຈົ້າ​ຮູ້​ສຶກ​ເຖິງ​ຄວາມ​ຮັກ ແລະ ຄວາມ​ເມດ​ຕາ​ຂອງ​ພຣະ​ເຈົ້າ ແລະ ພຣະ​ເຢ​ຊູ​ຄຣິດ ຊຶ່ງ​ບັນ​ຍາຍ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້.

ເອ​ເຟ​ໂຊ 2:12–19.ຄອບ​ຄົວ​ຂອງ​ທ່ານ​ອາດ​ມັກ​ການ​ສ້າງ​ກຳ​ແພງ​ໂດຍ​ໃຊ້​ໝອນ ຫລື ສິ່ງ​ຂອງ​ອື່ນໆ​ຢູ່​ໃນ​ເຮືອນ ແລະ ແລ້ວ​ໃຫ້​ພັງ​ມັນ​ລົງ. ຂະ​ນະ​ທີ່​ໂປ​ໂລ​ກ່າວ​ເຖິງ “ກຳ​ແພງ” ລະ​ຫວ່າງ​ຄົນ​ຕ່າງ​ຊາດ ແລະ ຊາວ​ຢິວ, ແມ່ນ​ຫຍັງ​ຄື​ກຳ​ແພງ​ທີ່​ແຍກ​ຜູ້​ຄົນ​ໃນ​ທຸກ​ວັນ​ນີ້? ພຣະ​ເຢ​ຊູ​ຄຣິດ​ໄດ້ “ຮື້” ກຳ​ແພງ​ເຫລົ່າ​ນີ້​ແນວ​ໃດ? ພຣະ​ອົງ​ໄດ້ “ເຮັດ​ໃຫ້ [ເຮົາ] ຄືນ​ດີ​ກັນ​ກັບ​ພຣະ​ເຈົ້າ” ແນວ​ໃດ? (ຂໍ້ທີ 16).

ເອ​ເຟ​ໂຊ 6:10–18.ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ສ້າງ “ຍຸດ​ທະ​ພັນ [ຂອງ] ພຣະ​ເຈົ້າ” ໂດຍ​ການ​ໃຊ້​ສິ່ງ​ຂອງ​ຢູ່​ໃນ​ເຮືອນ. ວິ​ດີ​ໂອ “The Armour of God” (ChurchofJesusChrist.org) ສາ​ມາດ​ຊ່ວຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ວາດ​ພາບ​ເຫັນ​ຍຸດ​ທະ​ພັນ​ໄດ້, ແລະ ເຂົາ​ເຈົ້າ​ສາ​ມາດ​ພົບ​ເຫັນ​ຄຳ​ອະ​ທິ​ບາຍ​ຢູ່​ໃນ “The Whole Armor of God” (Friend, June 2016, 24–25). ຍຸດ​ທະ​ພັນ​ແຕ່​ລະ​ຢ່າງ​ປົກ​ປ້ອງ​ເຮົາ​ທາງ​ວິນ​ຍານ​ແນວ​ໃດ? ເຮົາ​ສາ​ມາດ​ເຮັດ​ຫຍັງ​ໄດ້​ແດ່ ເພື່ອ​ຊ່ວຍ​ກັນ​ແລະ​ກັນ “ໃສ່​ຍຸດ​ທະ​ພັນ​ຄົບ​ຊຸດ [ຂອງ] ພຣະ​ເຈົ້າ” (ເອ​ເຟ​ໂຊ 6:11) ໃນ​ແຕ່​ລະ​ວັນ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ແນະ​ນຳ: “ພຣະ​ຜູ້​ໄຖ່​ແຫ່ງ​ອິດ​ສະ​ຣາ​ເອນ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 5.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ປ່ອຍ​ໃຫ້​ພຣະ​ວິນ​ຍານ​ຊົງ​ນຳ​ການ​ສຶກ​ສາ​ຂອງ​ທ່ານ. ໃຫ້​ມີ​ຄວາມ​ຮູ້​ສຶກ​ໄວ​ຕໍ່​ພຣະ​ວິນ​ຍານ ຂະ​ນະ​ທີ່​ພຣະ​ອົງ​ນຳ​ພາ​ທ່ານ​ໄປ​ຫາ​ສິ່ງ​ທີ່​ທ່ານ​ຕ້ອງ​ການ​ທີ່​ຈະ​ຮຽນ​ຮູ້​ໃນ​ທຸກ​ວັນ, ແມ່ນ​ແຕ່​ຖ້າ​ຫາກ​ວ່າ​ສິ່ງ​ນີ້​ນຳ​ພາ​ທ່ານ​ໄປ​ສຶກ​ສາ​ຫົວ​ຂໍ້​ທີ່​ທ່ານ​ບໍ່​ໄດ້​ວາງ​ແຜນ​ໃນ​ຕອນ​ຕົ້ນ​ກໍ​ຕາມ.

ຮູບ​ພາບ
ຜູ້​ຊາຍ​ໃສ່​ຍຸດ​ທະ​ພັນ​ໃນ​ຍຸກ​ພຣະ​ຄຳ​ພີ​ໃໝ່

ການ​ໃສ່​ຍຸດ​ທະ​ພັນ​ຄົບ​ຊຸດ​ຂອງ​ພຣະ​ເຈົ້າ​ສາ​ມາດ​ປົກ​ປ້ອງ​ເຮົາ​ທາງ​ວິນ​ຍານ​ໄດ້.

ພິມ