ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 23–29 ເດືອນ​ຕຸ​ລາ. 1 ແລະ 2 ຕີ​ໂມ​ທຽວ; ຕີ​ໂຕ; ຟີ​ເລ​ໂມນ: “ຈົ່ງ​ເປັນ​ແບບ​ຢ່າງ​ໃຫ້​ຄົນ​ທີ່​ເຊື່ອ​ທັງ​ຫລາຍ”


“ວັນ​ທີ 23–29 ເດືອນ​ຕຸ​ລາ. 1 ແລະ 2 ຕີ​ໂມ​ທຽວ; ຕີ​ໂຕ; ຟີ​ເລ​ໂມນ: ‘ຈົ່ງ​ເປັນ​ແບບ​ຢ່າງ​ໃຫ້​ຄົນ​ທີ່​ເຊື່ອ​ທັງ​ຫລາຍ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 23–29 ເດືອນ​ຕຸ​ລາ. 1 ແລະ 2 ຕີ​ໂມ​ທຽວ; ຕີ​ໂຕ; ຟີ​ເລ​ໂມນ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ຜູ້​ຍິງ​ສາມ​ຄົນ​ກຳ​ລັງ​ຍ່າງ​ຢູ່​ນອກ​ພຣະ​ວິ​ຫານ

ວັນ​ທີ 23–29 ເດືອນ​ຕຸ​ລາ

1 ແລະ 2 ຕີ​ໂມ​ທຽວ; ຕີ​ໂຕ; ຟີ​ເລ​ໂມນ

“ຈົ່ງ​ເປັນ​ແບບ​ຢ່າງ​ໃຫ້​ຄົນ​ທີ່​ເຊື່ອ​ທັງ​ຫລາຍ”

ບາງ​ເທື່ອ​ມັນ​ເປັນ​ປະ​ໂຫຍດ​ທີ່​ຈະ​ເຂົ້າ​ຫາ​ການ​ສຶກ​ສາ​ພຣະ​ຄຳ​ພີ​ຂອງ​ທ່ານ ດ້ວຍ​ຄຳ​ຖາມ​ຂໍ້​ໜຶ່ງ ຫລື ຫລາຍ​ກວ່າ​ນັ້ນ​ໃນ​ຈິດ​ໃຈ. ເຊື້ອ​ເຊີນ​ພຣະ​ວິນ​ຍານ​ໃຫ້​ນຳ​ພາ​ທ່ານ ເພື່ອ​ຕອບ​ຄຳ​ຖາມ ຂະ​ນະ​ທີ່​ທ່ານ​ສຶກ​ສາ, ແລະ ບັນ​ທຶກ​ການ​ດົນ​ໃຈ​ໃດໆ​ທີ່​ທ່ານ​ໄດ້​ຮັບ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ໃນ​ສານ​ທີ່​ໂປ​ໂລ​ຂຽນ​ເຖິງ​ຕີ​ໂມ​ທຽວ, ຕີ​ໂຕ, ແລະ ຟີ​ເລ​ໂມນ, ເຮົາ​ເຫັນ​ໜ້ອຍ​ໜຶ່ງ​ໃນ​ໃຈ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ບໍ່​ຄື​ກັນ​ກັບ​ສານ​ສະ​ບັບ​ອື່ນໆ​ຂອງ​ໂປ​ໂລ​ເຖິງ​ສາດ​ສະ​ໜາ​ຈັກ​ທັງ​ໝົດ, ສານ​ເຫລົ່າ​ນີ້​ແມ່ນ​ເຖິງ​ບຸກ​ຄົນ​ໃດ​ໜຶ່ງ​ໂດຍ​ສະ​ເພາະ—ເພື່ອນ​ທີ່​ໃກ້​ຊິດ​ຂອງ​ໂປ​ໂລ ແລະ ເພື່ອນ​ຮ່ວມ​ເຮັດ​ວຽກ​ງານ​ຂອງ​ພຣະ​ເຈົ້າ—ແລະ ການ​ອ່ານ​ສານ​ເຫລົ່າ​ນີ້ ກໍ​ຄື​ກັນ​ກັບ​ການ​ຟັງ​ການ​ສົນ​ທະ​ນາ. ເຮົາ​ເຫັນ​ໂປ​ໂລ​ຊຸກ​ຍູ້​ຕີ​ໂມ​ທຽວ ແລະ ຕີ​ໂຕ, ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ສອງ​ທ່ານ, ໃນ​ການ​ຮັບ​ໃຊ້​ສາດ​ສະ​ໜາ​ຈັກ​ຂອງ​ພວກ​ເພິ່ນ. ເຮົາ​ເຫັນ​ເພິ່ນ​ຮຽກ​ຮ້ອງ ຟີ​ເລ​ໂມນ ເພື່ອນ​ຂອງ​ເພິ່ນ​ໃຫ້​ຄືນ​ດີ​ກັບ​ເພື່ອນ​ໄພ່​ພົນ​ຄົນ​ໜຶ່ງ ແລະ ປະ​ຕິ​ບັດ​ຕໍ່​ລາວ​ຖານ​ອ້າຍ​ນ້ອງ​ກັນ​ໃນ​ພຣະ​ກິດ​ຕິ​ຄຸນ. ຖ້ອຍ​ຄຳ​ຂອງ​ໂປ​ໂລ​ບໍ່​ແມ່ນ​ສຳ​ລັບ​ເຮົາ​ໂດຍ​ກົງ, ແລະ ເພິ່ນ​ອາດ​ບໍ່​ຄິດ​ວ່າ ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ​ຈະ​ອ່ານ​ມັນ​ໃນ​ມື້​ໜຶ່ງ. ແຕ່​ເຮົາ​ພົບ​ເຫັນ​ຄຳ​ແນະ​ນຳ ແລະ ການ​ສະ​ໜັບ​ສະ​ໜູນ​ໃນ​ສານ​ເຫລົ່າ​ນີ້​ສຳ​ລັບ​ເຮົາ, ບໍ່​ວ່າ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ສ່ວນ​ຕົວ​ຂອງ​ເຮົາ​ໃນ​ການ​ຮັບ​ໃຊ້​ພຣະ​ຄຣິດ​ຈະ​ເປັ​ນ​ສິ່ງ​ໃດ​ກໍ​ຕາມ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຕີ​ໂມ​ທຽວ ແລະ ຕີ​ໂຕ​ແມ່ນ​ໃຜ?

ຕີ​ໂມ​ທຽວ ແລະ ຕີ​ໂຕ​ໄດ້​ຮັບ​ໃຊ້​ຮ່ວມ​ກັບ​ໂປ​ໂລ ໃນ​ການ​ເດີນ​ທາງ​ໄປ​ສອນ​ສາດ​ສະ​ໜາ​ຫລາຍ​ເທື່ອ. ໃນ​ລະ​ຫວ່າງ​ການ​ຮັບ​ໃຊ້​ຂອງ​ພວກ​ເພິ່ນ, ພວກ​ເພິ່ນ​ໄດ້​ຮັບ​ຄວາມ​ເຄົາ​ລົບ ແລະ ຄວາມ​ໄວ້​ວາງ​ໃຈ​ຈາກ​ໂປ​ໂລ. ຕໍ່​ມາ ຕີ​ໂມ​ທຽວ​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ ໃນ​ເມືອງ​ເອ​ເຟ​ໂຊ, ແລະ ຕີ​ໂຕ​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ຜູ້​ນຳ​ໃນ​ເກາະ​ກະ​ເຣ​ເຕ. ໃນ​ສານ​ເຫລົ່າ​ນີ້, ໂປ​ໂລ​ໄດ້​ໃຫ້​ຄຳ​ແນະ​ນຳ ແລະ ໃຫ້​ກຳ​ລັງ​ໃຈ​ຕີ​ໂມ​ທຽວ ແລະ ຕີ​ໂຕ ກ່ຽວ​ກັບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເພິ່ນ, ຊຶ່ງ​ລວມ​ທັງ​ການ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ ແລະ ການ​ເອີ້ນ​ພວກ​ຜູ້​ຊາຍ​ໃຫ້​ຮັບ​ໃຊ້​ເປັນ​ອະ​ທິ​ການ.

ເບິ່ງ Bible Dictionary, “Pauline Epistles,” “ຕີ​ໂມ​ທຽວ,” “ຕີ​ໂຕ” ນຳ​ອີກ.

ຮູບ​ພາບ
ຜູ້​ສອນ​ສາດ​ສະ​ໜາ​ສອງ​ຄົນ​ກຳ​ລັງ​ເວົ້າ​ລົມ​ກັບ​ຜູ້​ຊາຍ

“ຢ່າ​ໃຫ້​ຜູ້​ໃດ​ໝິ່ນ​ປະ​ໝາດ​ຄວາມ​ໜຸ່ມ​ຂອງ​ເຈົ້າ; ແຕ່​ຈົ່ງ​ເປັນ​ແບບ​ຢ່າງ​ໃຫ້​ຄົນ​ທີ່​ເຊື່ອ​ທັງ​ຫລາຍ” (1 ຕີ​ໂມ​ທຽວ 4:12).

1 ຕີ​ໂມ​ທຽວ 4:10–16

“ຈົ່ງ​ເປັນ​ແບບ​ຢ່າງ​ໃຫ້​ຄົນ​ທີ່​ເຊື່ອ​ທັງ​ຫລາຍ.”

ຕີ​ໂມ​ທຽວ​ເປັນ​ຄົນ​ໜຸ່ມ, ແຕ່​ໂປ​ໂລ​ຮູ້​ວ່າ ເພິ່ນ​ຈະ​ເປັນ​ຜູ້​ນຳ​ທີ່​ຍິ່ງ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ ເຖິງ​ແມ່ນ​ຍັງ​ໜຸ່ມ​ຢູ່​ກໍ​ຕາມ. ໂປ​ໂລ​ໄດ້​ມອບ​ຄຳ​ແນະ​ນຳ​ຢ່າງ​ໃດ​ແດ່​ໃຫ້​ກັບ​ຕີ​ໂມ​ທຽວ​ໃນ 1 ຕີ​ໂມ​ທຽວ 4:10–16? ຄຳ​ແນະ​ນຳ​ນີ້​ຊ່ວຍ​ທ່ານ​ນຳ​ພາ​ຄົນ​ອື່ນ​ມາ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ແນວ​ໃດ?

ເບິ່ງ ແອວ​ມາ 17:11 ນຳ​ອີກ.

2 ຕີ​ໂມ​ທຽວ

“ພຣະ​ເຈົ້າ​ບໍ່​ໄດ້​ປະ​ທານ​ໃຈ​ອັນ​ຢ້ານ​ກົວ​ໃຫ້​ແກ່​ເຮົາ; ແຕ່​ໄດ້​ປະ​ທານ​ໃຈ​ອັນ​ປະ​ກອບ​ດ້ວຍ​ອຳ​ນາດ, ແລະ ຄວາມ​ຮັກ, ແລະ ການ​ບັງ​ຄັບ​ຕົນ​ເອງ ໃຫ້​ແກ່​ເຮົາ.”

2 ຕີ​ໂມ​ທຽວ ຖືກ​ເຊື່ອ​ວ່າ​ເປັນ​ສານ​ສະ​ບັບ​ສຸດ​ທ້າຍ​ທີ່​ໂປ​ໂລ​ໄດ້​ຂຽນ, ແລະ ເບິ່ງ​ຄື ເພິ່ນ​ຮູ້​ວ່າ ເວ​ລາ​ຂອງ​ເພິ່ນ​ຢູ່​ໃນ​ໂລກ​ມີ​ໜ້ອຍ​ລົງ (ເບິ່ງ 2 ຕີ​ໂມ​ທຽວ 4:6–8). ຕີ​ໂມ​ທຽວ​ຄົງ​ຮູ້​ສຶກ​ແນວ​ໃດ, ໂດຍ​ທີ່​ຮູ້​ວ່າ ບໍ່​ດົນ​ເພິ່ນ​ຈະ​ບໍ່​ມີ​ຜູ້​ຝຶກ​ສອນ​ທີ່​ໄວ້​ວາງ​ໃຈ​ໄດ້ ແລະ ຜູ້​ນຳ​ຂອງ​ເພິ່ນ​ອີກ​ຕໍ່​ໄປ? ໂປ​ໂລ​ໄດ້​ກ່າວ​ສິ່ງ​ໃດ​ແດ່​ເພື່ອ​ໃຫ້​ກຳ​ລັງ​ໃຈ​ເພິ່ນ? ທ່ານ​ອາດ​ອ່ານ​ດ້ວຍ​ຄວາມ​ຮູ້​ສຶກ​ເຖິງ​ການ​ທ້າ​ທາຍ ແລະ ຄວາມ​ຢ້ານ​ກົວ​ຂອງ​ຕົວ​ເອງ​ນຳ​ອີກ. ຂ່າວ​ສານ​ແຫ່ງ​ຄວາມ​ຫວັງ ແລະ ກຳ​ລັງ​ໃຈ​ຢ່າງ​ໃດ​ແດ່​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ມີ​ໃຫ້​ແກ່​ທ່ານ​ໃນ 2 ຕີ​ໂມ​ທຽວ?

ເບິ່ງ Kelly R. Johnson, “Enduring Power,” Liahona, Nov. 2020, 112–14 ນຳ​ອີກ.

2 ຕີ​ໂມ​ທຽວ 3

ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ໃຫ້​ຄວາມ​ປອດ​ໄພ​ຈາກ​ອັນ​ຕະ​ລາຍ​ທາງ​ວິນ​ຍານ​ຂອງ​ຍຸກ​ສຸດ​ທ້າຍ.

ເຮົາ​ມີ​ຊີ​ວິດ​ຢູ່​ໃນ “ຄາວ​ສຸດ​ທ້າຍ” ທີ່​ໂປ​ໂລ​ກ່າວ​ເຖິງ, ແລະ “ຄວາມ​ລຳ​ບາກ​ຢ່າງ​ຮ້າຍ​ແຮງ” ໄດ້​ມາ​ເຖິງ (2 ຕີ​ໂມ​ທຽວ 3:1). ຂະ​ນະ​ທີ່​ທ່ານ​ອ່ານ 2 ຕີ​ໂມ​ທຽວ 3, ໃຫ້​ຂຽນ​ໄພ​ອັນ​ຕະ​ລາຍ​ໃນ​ຍຸກ​ສຸດ​ທ້າຍ ທີ່​ຖືກ​ກ່າວ​ເຖິງ (ເບິ່ງ 1 ຕີ​ໂມ​ທຽວ 4:1–3 ນຳ​ອີກ):

ທ່ານ​ສາ​ມາດ​ນຶກ​ເຖິງ​ຕົວ​ຢ່າງ​ຂອງ​ໄພ​ອັນ​ຕະ​ລາຍ​ເຫລົ່າ​ນີ້​ຢູ່​ໃນ​ໂລກ​ອ້ອມ​ຮອບ​ທ່ານ—ຫລື ໃນ​ຊີ​ວິດ​ຂອງ​ທ່ານ​ເອງ​ໄດ້​ບໍ? ໄພ​ອັນ​ຕະ​ລາຍ​ເຫລົ່າ​ນີ້, ດັ່ງ​ຜູ້​ຄົນ​ທີ່​ຖືກ​ບັນ​ຍາຍ​ຢູ່​ໃນ ຂໍ້​ທີ 6, “ລ່ວງ​ເຂົ້າ​ໄປ​ຕາມ [ບ້ານ​ເຮືອນ​ຂອງ​ທ່ານ], ແລະ ເອົາ [ທ່ານ] ໄປ​ເປັນ​ຊະ​ເລີຍ” ແນວ​ໃດ? ຄຳ​ແນະ​ນຳ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ​ຢູ່​ໃນ 2 ຕີ​ໂມ​ທຽວ 3, ແລະ ໃນ​ບ່ອນ​ອື່ນໆ​ຢູ່​ໃນ​ສານ​ເຫລົ່າ​ນີ້, ທີ່​ສາ​ມາດ​ຮັກ​ສາ​ທ່ານ ແລະ ຄອບ​ຄົວ​ຂອງ​ທ່ານ​ໃຫ້​ປອດ​ໄພ​ຈາກ​ອັນ​ຕະ​ລາຍ​ທາງ​ວິນ​ຍານ​ເຫລົ່າ​ນີ້? (ເບິ່ງ, ສຳ​ລັບ​ຕົວ​ຢ່າງ, 1 ຕີ​ໂມ​ທຽວ 1:3–11; 2 ຕີ​ໂມ​ທຽວ 2:15–16; ຕີ​ໂຕ 2:1–8).

ຟີ​ເລ​ໂມນ​ແມ່ນ​ໃຜ?

ຟີ​ເລ​ໂມນ​ແມ່ນ​ຊາວ​ຄຣິດ​ຄົນ​ໜຶ່ງ​ທີ່​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະ​ກິດ​ຕິ​ຄຸນ​ໂດຍ​ໂປ​ໂລ. ຟີ​ເລ​ໂມນ​ມີ​ຂ້າ​ທາດ​ຄົນ​ໜຶ່ງ​ຊື່ ໂອ​ເນ​ຊີ​ໂມ, ຜູ້​ເຫັນ​ໄດ້​ຢ່າງ​ແຈ້ງ​ຊັດ​ວ່າ ໄດ້​ລັກ​ໜີ​ໄປ​ກຸງ​ໂຣມ. ຢູ່​ທີ່ນັ້ນ​ໂອ​ເນ​ຊີ​ໂມ​ໄດ້​ພົບ​ກັບ​ໂປ​ໂລ ແລະ ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະ​ກິດ​ຕິ​ຄຸນ. ໂປ​ໂລ​ໄດ້​ສົ່ງ​ໂອ​ເນ​ຊີ​ໂມ​ກັບ​ຄືນ​ໄປ​ຫາ​ຟີ​ເລ​ໂມນ ພ້ອມ​ດ້ວຍ​ຈົດ​ໝາຍ​ຊຸກ​ຍູ້​ຟີ​ເລ​ໂມນ​ໃຫ້​ຮັບ​ເອົາ​ໂອ​ເນ​ຊີ​ໂມ​ຄືນ “ບໍ່​ແມ່ນ​ເປັນ​ພຽງ​ຄົນ​ຮັບ​ໃຊ້​ຄົນ​ໜຶ່ງ​ເທົ່າ​ນັ້ນ, ແຕ່​ດີ​ກວ່າ​ຄົນ​ຮັບ​ໃຊ້​ອີກ, ຄື​ເປັນ​ອ້າຍ​ນ້ອງ​ທີ່​ຮັກ​ຄົນ​ໜຶ່ງ” (ຟີ​ເລ​ໂມນ 1:16).

ຟີ​ເລ​ໂມນ

ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ປະ​ຕິ​ບັດ​ຕໍ່​ກັນ​ແລະ​ກັນ​ຖານ​ອ້າຍ​ເອື້ອຍ​ນ້ອງ​ກັນ.

ຂະ​ນະ​ທີ່​ທ່ານ​ອ່ານ​ສານ​ຂອງ​ໂປ​ໂລ​ເຖິງ​ຟີ​ເລ​ໂມນ, ໃຫ້​ໄຕ່​ຕອງ​ວິ​ທີ​ທີ່​ທ່ານ​ອາດ​ນຳ​ໃຊ້​ຄຳ​ແນະ​ນຳ​ຂອງ​ເພິ່ນ​ກັບ​ຄວາມ​ສຳ​ພັນ​ຂອງ​ທ່ານ​ນຳ​ຄົນ​ອື່ນ. ຂ້າງ​ລຸ່ມ​ແມ່ນ​ຄຳ​ຖາມ​ບາງ​ຈຳ​ນວນ ທີ່​ທ່ານ​ສາ​ມາດ​ພິ​ຈາ​ລະ​ນາ:

  • ຂໍ້​ທີ 1–7: ຄຳ​ວ່າ “ນ້ອງ​ຊາຍ” ແລະ “ເພື່ອນ​ທະ​ຫານ” ບອກ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ຄວາມ​ສຳ​ພັນ​ໃນ​ບັນ​ດາ​ໄພ່​ພົນ? ທ່ານ​ຮູ້​ສຶກ “ໄດ້​ຮັບ​ຄວາມ​ສົດ​ຊື່ນ​ເພາະ” ການ​ເປັນ​ອ້າຍ​ເອື້ອຍ​ນ້ອງ​ກັນ​ໃນ​ພຣະ​ຄຣິດ​ເມື່ອ​ໃດ?

  • ຂໍ້​ທີ 8–16: ຄຳ​ວ່າ “ສັ່ງ” ແລະ “ຂໍ​ຮ້ອງ” ໝາຍ​ຄວາມ​ວ່າ​ແນວ​ໃດ? ເປັນ​ຫຍັງ​ໂປ​ໂລ​ຈຶ່ງ​ໄດ້​ເລືອກ​ທີ່​ຈະ ຂໍ​ຮ້ອງ ຟີ​ເລ​ໂມນ ແທນ​ທີ່​ຈະ ສັ່ງ ເພິ່ນ? ໂປ​ໂລ​ຫວັງ​ທີ່​ຈະ​ບັນ​ລຸ​ສິ່ງ​ໃດ ໂດຍ​ການ​ສົ່ງ​ໂອ​ເນ​ຊີ​ໂມ​ກັບ​ຄືນ​ໄປ​ຫາ​ຟີ​ເລ​ໂມນ?

  • ຂໍ້​ທີ 16: ຄຳ​ວ່າ “ເປັນ​ພີ່​ນ້ອງ​ກັນ … ໃນ​ພຣະ​ຜູ້​ເປັນ​ເຈົ້າ” ໝາຍ​ຄວາມ​ວ່າ​ແນວ​ໃດ? ທ່ານ​ຮູ້​ຈັກ​ໃຜ​ບໍ ຜູ້​ທີ່​ທ່ານ​ຕ້ອງ​ຮັບ​ຕ້ອນ​ໃນ​ທາງ​ນີ້?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

1 ຕີ​ໂມ​ທຽວ 2:9–10.ຄຳ​ວ່າ “ປະ​ດັບ [ຕົວ​ເຮົາ​ເອງ] … ດ້ວຍ​ເຮັດ​ການ​ດີ” ໝາຍ​ຄວາມ​ວ່າ​ແນວ​ໃດ? ວຽກ​ງານ​ດີ​ຢ່າງ​ໃດ​ແດ່​ທີ່​ຄອບ​ຄົວ​ຂອງ​ເຮົາ​ສາ​ມາດ​ເຮັດ​ໃນ​ອາ​ທິດ​ນີ້? ທ່ານ​ອາດ​ຮ້ອງ​ເພງ​ນຳ​ກັນ​ກ່ຽວ​ກັບ​ການ​ເຮັດ​ສິ່ງ​ດີ, ດັ່ງ​ເຊັ່ນ “ກ້າ​ເຮັດ​ສິ່ງ​ຖືກ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 70).

1 ຕີ​ໂມ​ທຽວ 4:12.ເພື່ອ​ຊ່ວຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ “ເປັນ​ແບບ​ຢ່າງ​ໃຫ້​ຄົນ​ທີ່​ເຊື່ອ​ທັງ​ຫລາຍ,” ໃຫ້​ຄິດ​ທີ່​ຈະ​ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ແຕ້ມ​ຮູບ​ຜູ້​ຄົນ​ທີ່​ເປັນ​ຕົວ​ຢ່າງ​ທີ່​ດີ​ໃຫ້​ກັບ​ເຂົາ​ເຈົ້າ. ຜູ້​ຄົນ​ເຫລົ່າ​ນີ້​ດົນ​ໃຈ​ເຮົາ​ໃຫ້​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ​ແນວ​ໃດ? ຂ່າວ​ສານ​ຂອງ​ປະ​ທານ​ທອມ​ມັສ ແອັສ ມອນ​ສັນ “Be an Example and a Light” (Liahona, Nov. 2015, 86–88) ສາ​ມາດ​ໃຫ້​ແນວ​ຄິດ​ບາງ​ຢ່າງ ກ່ຽວ​ກັບ​ການ​ເປັນ​ຕົວ​ຢ່າງ​ໃຫ້​ກັບ​ຄົນ​ອື່ນ.

1 ຕີ​ໂມ​ທຽວ 6:7–12.ທ່ານ​ຄິດ​ວ່າ​ເປັນ​ຫຍັງ “ການ​ຮັກ​ເງິນ​ຄຳ​ເປັນ​ເຄົ້າ​ມູນ​ຂອງ​ຄວາມ​ຊົ່ວ​ທຸກ​ຢ່າງ”? ແມ່ນ​ຫຍັງ​ຄື​ອັນ​ຕະ​ລາຍ​ຂອງ​ການ​ສຸມ​ຊີ​ວິດ​ໃສ່​ເງິນ​ຄຳ ຫລື ຊັບ​ສິນ? ເຮົາ​ຈະ​ສາ​ມາດ​ເພິ່ງ​ພໍ​ໃຈ​ກັບ​ພອນ​ທີ່​ເຮົາ​ໄດ້​ຮັບ​ແນວ​ໃດ?

2 ຕີ​ໂມ​ທຽວ 3:14–17.ອີງ​ຕາມ​ຂໍ້​ເຫລົ່າ​ນີ້, ພອນ​ຢ່າງ​ໃດ​ແດ່​ທີ່​ມາ​ເຖິງ​ຜູ້​ທີ່​ຮູ້​ຈັກ ແລະ ສຶກ​ສາ​ພຣະ​ຄຳ​ພີ? ບາງ​ທີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ແບ່ງ​ປັນ​ຂໍ້​ພຣະ​ຄຳ​ພີ​ທີ່​ເຂົາ​ເຈົ້າ​ພົບ​ເຫັນ​ວ່າ “ເປັນ​ປະ​ໂຫຍດ.”

ຟີ​ເລ​ໂມນ 1:17–21.ໂປ​ໂລ​ເຕັມ​ໃຈ​ຈະ​ເຮັດ​ຢ່າງ​ໃດ ເພື່ອ​ໂອ​ເນ​ຊີ​ໂມ? ສິ່ງ​ນີ້​ຄ້າຍ​ຄື​ກັນ​ກັບ​ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເຕັມ​ພຣະ​ໄທ​ເຮັດ​ເພື່ອ​ເຮົາ​ແນວ​ໃດ? (ເບິ່ງ 1 ຕີ​ໂມ​ທຽວ 2:5–6; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45:3–5 ນຳ​ອີກ). ເຮົາ​ຈະ​ສາ​ມາດ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ໂປ​ໂລ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ແນະ​ນຳ: “ສອນ​ເຮົາ​ຍ່າງ​ໃນ​ແສງ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 72.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ສິດ​ສອນ​ຄຳ​ສອນ​ທີ່​ແຈ່ມ​ແຈ້ງ ແລະ ລຽບ​ງ່າຍ. ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແມ່ນ​ງົດ​ງາມ ໃນ​ຄວາມ​ລຽບ​ງ່າຍ​ຂອງ​ມັນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 133:57). ແທນ​ທີ່​ຈະ​ພະ​ຍາ​ຍາມ​ບັນ​ເທີງ​ຄອບ​ຄົວ​ຂອງ​ທ່ານ​ດ້ວຍ​ບົດ​ຮຽນ​ທີ່​ຕ້ອງ​ໃຊ້​ເວ​ລາ​ຫລາຍ​ເພື່ອ​ກະ​ກຽມ, ໃຫ້​ພະ​ຍາ​ຍາມ​ສິດ​ສອນ​ຄຳ​ສອນ​ທີ່​ບໍ​ລິ​ສຸດ ແລະ ລຽບ​ງ່າຍ (ເບິ່ງ 1 ຕີ​ໂມ​ທຽວ 1:3–7).

ຮູບ​ພາບ
ເດັກ​ນ້ອຍ​ສອງ​ຄົນ​ກຳ​ລັງ​ສຶກ​ສາ​ພຣະ​ຄຳ​ພີ

“ເຈົ້າ​ໄດ້​ຮູ້​ພຣະ​ຄຳ​ພີ​ອັນ​ສັກ​ສິດ ຕັ້ງ​ແຕ່​ຄາວ​ເຈົ້າ​ຍັງ​ນ້ອຍ​ພຸ້ນ ຊຶ່ງ​ສາ​ມາດ​ສອນ​ເຈົ້າ​ໃຫ້​ມີ​ປັນ​ຍາ ທີ່​ນຳ​ໄປ​ເຖິງ [ຄວາມ​ລອດ ໂດຍ​ທາງ​ສັດ​ທາ] ໃນ​ພຣະ​ຄຣິດ​ເຈົ້າ​ເຢ​ຊູ” (2 ຕີ​ໂມ​ທຽວ 3:15).

ພິມ