ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 30 ເດືອນ​ຕຸ​ລາ–ວັນ​ທີ 5 ເດືອນ​ພະ​ຈິກ. ເຮັບ​ເຣີ 1–6: “ພຣະ​ເຢ​ຊູ​ຄຣິດ, ‘ຕົ້ນ​ກຳ​ເນີດ​ແຫ່ງ [ຄວາມ​ລອດ​ນິ​ລັນ​ດອນ]’”


“ວັນ​ທີ 30 ເດືອນ​ຕຸ​ລາ–ວັນ​ທີ 5 ເດືອນ​ພະ​ຈິກ. ເຮັບ​ເຣີ 1–6: ‘ພຣະ​ເຢ​ຊູ​ຄຣິດ, “ຕົ້ນ​ກຳ​ເນີດ​ແຫ່ງ [ຄວາມ​ລອດ​ນິ​ລັນ​ດອນ]”’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 30 ເດືອນ​ຕຸ​ລາ–ວັນ​ທີ 5 ເດືອນ​ພະ​ຈິກ. ເຮັບ​ເຣີ 1–6,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ພຣະ​ຄຣິດ​ກຳ​ລັງ​ຢືນ​ຢູ່​ກັບ​ນາງ​ນ້ອຍ​ຄົນ​ໜຶ່ງ

Balm of Gilead [ຫວ້ານ​ຢາ​ທີ່​ກີ​ເລ​ອາດ], ໂດຍ ແອນ​ນີ ເຮັນ​ຣີ

ວັນ​ທີ 30 ເດືອນ​ຕຸ​ລາ–ວັນ​ທີ 5 ເດືອນ​ພະ​ຈິກ

ເຮັບ​ເຣີ 1–6

ພຣະ​ເຢ​ຊູ​ຄຣິດ, “ຕົ້ນ​ກຳ​ເນີດ​ແຫ່ງ [ຄວາມ​ລອດ​ນິ​ລັນ​ດອນ]”

ການ​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ທາງ​ວິນ​ຍານ​ຊ່ວຍ​ທ່ານ​ໃຫ້​ຮັບ​ຮູ້​ສິ່ງ​ທີ່​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຢາກ​ສິດ​ສອນ​ທ່ານ. ການ​ປະ​ຕິ​ບັດ​ຕາມ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ ສະ​ແດງ​ໃຫ້​ເຫັນ​ເຖິງ​ສັດ​ທາ​ຂອງ​ທ່ານ​ວ່າ ການ​ກະ​ຕຸ້ນ​ເຫລົ່າ​ນັ້ນ​ເປັນ​ຄວາມ​ຈິງ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ເຮົາ​ແຕ່​ລະ​ຄົນ​ຕ້ອງ​ປະ​ຖິ້ມ​ບາງ​ຢ່າງ ກ່ອນ​ຈະ​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ—ເຊັ່ນ ນິ​ໄສ​ທີ່​ບໍ່​ດີ, ຄວາມ​ເຊື່ອ​ທີ່ບໍ່​ຖືກ​ຕ້ອງ, ການ​ຄົບ​ຫາ​ສະ​ມາ​ຄົມ​ທີ່ບໍ່​ເປັນ​ປະ​ໂຫຍດ, ຫລື ບາງ​ຢ່າງ​ອື່ນ​ອີກ. ສຳ​ລັບ​ຄົນ​ຕ່າງ​ຊາດ​ຢູ່​ໃນ​ສາດ​ສະ​ໜາ​ຈັກ​ຄຣິດ​ສະ​ຕຽນ​ສະ​ໄໝ​ກ່ອນ, ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ມັກ​ຈະ​ໝາຍ​ເຖິງ​ການ​ປະ​ຖິ້ມ​ພຣະ​ເຈົ້າ​ປອມ. ສຳ​ລັບ​ຊາວ​ເຮັບ​ເຣີ (ຫລື ຊາວ​ຢິວ), ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ເປັນ​ຫລັກ​ຖານ​ວ່າ, ຖ້າ​ຫາກ​ບໍ່​ຍາກ​ກວ່າ, ຈະ​ຊັບ​ຊ້ອນ​ກວ່າ​ເລັກ​ນ້ອຍ. ເຖິງ​ຢ່າງ​ໃດ, ຄວາມ​ເຊື່ອ ແລະ ປະ​ເພ​ນີ​ທີ່​ພວກ​ເຂົາ​ທະ​ນຸ​ຖະ​ໜອມ​ກໍ​ມີ​ຮາກ​ຖານ​ມາ​ຈາກ​ການ​ນະ​ມັດ​ສະ​ການ​ພຣະ​ເຈົ້າ​ທີ່​ແທ້​ຈິງ ແລະ ຄຳ​ສອນ​ຂອງ​ສາດ​ສະ​ດາ​ຂອງ​ພຣະ​ອົງ, ຊຶ່ງ​ຍາວ​ນານ​ກັບ​ໄປ​ຫລາຍ​ພັນ​ປີ. ແຕ່​ອັກ​ຄະ​ສາ​ວົກ​ໄດ້​ສິດ​ສອນ​ວ່າ ກົດ​ຂອງ​ໂມ​ເຊ​ໄດ້​ສຳ​ເລັດ​ແລ້ວ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ວ່າ​ບັດ​ນີ້ ກົດ​ທີ່​ສູງ​ກວ່າ​ເປັນ​ມາດ​ຕະ​ຖານ​ສຳ​ລັບ​ຜູ້​ເຊື່ອ. ການ​ຮັບ​ເອົາ​ສາດ​ສະ​ໜາ​ຄຣິດ​ສະ​ຕຽນ​ໝາຍ​ຄວາມ​ວ່າ ​ຊາວ​ເຮັບ​ເຣີ​ຈະ​ຕ້ອງ​ປະ​ຖິ້ມ​ຄວາມ​ເຊື່ອ ແລະ ປະ​ຫວັດ​ສາດ​ເກົ່າ​ແກ່​ຂອງ​ພວກ​ເຂົາ​ບໍ? ສານ​ເຖິງ​ຊາວ​ເຮັບ​ເຣີ​ແມ່ນ​ພະ​ຍາ​ຍາມ​ຊ່ວຍ​ແກ້​ໄຂ​ຄຳ​ຖາມ​ເຊັ່ນ​ນັ້ນ ໂດຍ​ທີ່​ສິດ​ສອນ​ວ່າ​ກົດ​ຂອງ​ໂມ​ເຊ, ສາດ​ສະ​ດາ, ແລະ ພິ​ທີ​ການ​ຕ່າງໆ ທັງ​ໝົດ​ກໍ​ສຳ​ຄັນ, ແຕ່​ພຣະ​ເຢ​ຊູ​ຄຣິດ​ແມ່ນ​ຍິ່ງ​ໃຫຍ່ກວ່າ (ເບິ່ງ ເຮັບ​ເຣີ 1:1–4; 3:1–6; 7:23–28). ຕາມ​ຈິງ​ແລ້ວ, ທຸກ​ສິ່ງ​ເຫລົ່າ​ນີ້​ຊີ້​ໄປ​ຫາ ແລະ ເປັນ​ພະ​ຍານ​ເຖິງ​ພຣະ​ຄຣິດ ວ່າ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ແລະ ​ເປັນ​ພຣະ​ເມ​ຊີ​ອາ​ຕາມ​ຄຳ​ສັນ​ຍາ ທີ່​ຊາວ​ຢິວ​ຄອຍ​ຖ້າ.

ການ​ປ່ຽນ​ໃຈ​ເຫລື້ອມ​ໃສ, ໃນ​ສະ​ໄໝ​ກ່ອນ ແລະ ໃນ​ປະ​ຈຸ​ບັນ, ໝາຍ​ເຖິງ​ການ​ເຮັດ​ໃຫ້​ພຣະ​ເຢ​ຊູ​ຄຣິດ​ເປັນ​ສູນ​ກາງ​ໃນ​ການ​ນະ​ມັດ​ສະ​ການ ແລະ ໃນ​ຊີ​ວິດ​ຂອງ​ເຮົາ. ມັນ​ໝາຍ​ເຖິງ​ການ​ຢືນ​ຢັດ​ຢູ່​ຢ່າງ​ໝັ້ນ​ຄົງ​ໃນ​ຄວາມ​ຈິງ ແລະ ປ່ອຍ​ວາງ​ສິ່ງ​ທີ່​ກີດ​ກັນ​ເຮົາ​ຈາກ​ພຣະ​ອົງ, ເພາະ​ພຣະ​ອົງ​ແມ່ນ “ຕົ້ນ​ກຳ​ເນີດ​ແຫ່ງ [ຄວາມ​ລອດ​ນິ​ລັນ​ດອນ] ແກ່​ຄົນ​ທັງ​ປວງ​ທີ່​ເຊື່ອ​ຟັງ​ພຣະ​ອົງ” (ເຮັບ​ເຣີ 5:9).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ແມ່ນ​ໃຜ​ຂຽນ​ສານ​ເຖິງ​ຊາວ​ເຮັບ​ເຣີ?

ພວກ​ອາ​ຈານ​ບາງ​ຄົນ​ສົງ​ໄສ​ວ່າ ອາດ​ເປັນ​ໂປ​ໂລ​ທີ່​ຂຽນ​ສານ​ເຖິງ​ຊາວ​ເຮັບ​ເຣີ. ຮູບ​ແບບ​ຂອງ​ສານ​ເຖິງ​​ຊາວ​ເຮັບ​ເຣີ​ຂ້ອນ​ຂ້າງ​ແຕກ​ຕ່າງ​ຈາກ​ຈົດ​ໝາຍ​ສະ​ບັບ​ອື່ນໆ​ຂອງ​ໂປ​ໂລ, ແລະ ສານ​ສະ​ບັບ​ທຳ​ອິດ​ບໍ່​ໄດ້​ລະ​ບຸ​ຊື່​ຂອງ​ຜູ້​ຂຽນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເພາະ​ແນວ​ຄິດ​ທີ່​ສະ​ແດງ​ອອກ​ໃນ​ສານ​ເຖິງ​ຊາວ​ເຮັບ​ເຣີ ກົງ​ກັບ​ຄຳ​ສອນ​ອື່ນໆ​ຂອງ​ໂປ​ໂລ, ໄພ່​ພົນ​ຍຸກ​ສຸດ​ທ້າຍ​ໂດຍ​ທົ່ວ​ໄປ, ໃນ​ການ​ຮັກ​ສາ​ປະ​ເພ​ນີ​ຂອງ​ຊາວ​ຄຣິດ, ຈຶ່ງ​ຮັບ​ຮູ້​ວ່າ ຢ່າງ​ໜ້ອຍ​ໂປ​ໂລ​ກໍ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການ​ຂຽນ​ສານ​ສະ​ບັບ​ນີ້.

ເບິ່ງ Bible Dictionary, “Pauline Epistles” ນຳ​ອີກ.

ເຮັບ​ເຣີ 1–5

ພຣະ​ເຢ​ຊູ​ຄຣິດ​ມີ “ສະ​ພາບ​ເປັນ​ແບບ​ພິມ​ດຽວ​ກັນ” ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.

ຊາວ​ຢິວ​ຫລາຍ​ຄົນ​ພົບ​ວ່າ​ມັນ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ຮັບ​ຮູ້​ພຣະ​ເຢ​ຊູ​ຄຣິດ​ວ່າ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ. ໃຫ້​ສັງ​ເກດ​ເບິ່ງ​ສານ​ເຖິງ​ຊາວ​ເຮັບ​ເຣີ​ເປັນ​ພະ​ຍານ​ເຖິງ​ພຣະ​ອົງ. ຍົກ​ຕົວ​ຢ່າງ, ຂະ​ນະ​ທີ່​ທ່ານ​ອ່ານ​ຫ້າ​ບົດ​ທຳ​ອິດ, ທ່ານ​ສາ​ມາດ​ບັນ​ທຶກ​ຕຳ​ແໜ່ງ, ບົດ​ບາດ, ຄຸນ​ລັກ​ສະ​ນະ, ແລະ ວຽກ​ງານ​ຂອງ​ພຣະ​ເຢ​ຊູ​ຄຣິດ, ທີ່​ທ່ານ​ພົບ​ວ່າ ມີ​ການ​ກ່າວ​ເຖິງ. ສິ່ງ​ເຫລົ່າ​ນີ້​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ? ມັນ​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ?

ຂໍ້​ຄວາມ​ດັ່ງ​ຕໍ່​ໄປ​ນີ້​ຈາກ​ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ ເພີ່ມ​ຄວາມ​ເຂົ້າ​ໃຈ​ໃຫ້​ແກ່​ທ່ານ​ກ່ຽວ​ກັບ​ຄຳ​ສອນ​ໃນ​ບົດ​ເຫລົ່າ​ນີ້​ແນວ​ໃດ​ແດ່? “ພຣະ​ເຢ​ຊູ … ​ໄດ້​ສະ​ເດັດ​ມາ​ເພື່ອ​ປັບ​ທັດ​ສະ​ນະ​ຂອງ​ມະ​ນຸດ​ຕໍ່​ພຣະ​ເຈົ້າ ແລະ ຂໍ​ຮ້ອງ​ພວກ​ເຂົາ​ໃຫ້​ຮັກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ພວກ​ເຂົາ ດັ່ງ​ທີ່​ພຣະ​ອົງ​ໄດ້​ຮັກ​ພວກ​ເຂົາ​ຕະ​ຫລອດ​ມາ ແລະ ຈະ​ຮັກ​ພວກ​ເຂົາ​ຕະ​ຫລອດ​ໄປ. … ສະ​ນັ້ນ ການ​ລ້ຽງ​ຄົນ​ຫິວ​ໂຫຍ, ການ​ປິ່ນ​ປົວ​ຄົນ​ເຈັບ​ປ່ວຍ, ການ​ຕຳ​ນິ​ຄົນ​ໜ້າ​ຊື່​ໃຈ​ຄົດ, ການ​ວິງ​ວອນ​ຂໍ​ສັດ​ທາ—ນີ້​ຄື​ພຣະ​ຄຣິດ​ຜູ້​ສະ​ແດງ​ໃຫ້​ເຮົາ​ເຫັນ​ທາງ​ຂອງ​ພຣະ​ບິ​ດາ” (“The Grandeur of God,” Liahona, Nov. 2003, 72).

ເຮັບ​ເຣີ 2:9–18; 4:12–16; 5:7–8

ພຣະ​ເຢ​ຊູ​ຄຣິດ​ໄດ້​ທົນ​ທຸກ​ທໍ​ລະ​ມານ​ກັບ​ທຸກ​ຢ່າງ ເພື່ອ​ວ່າ​ພຣະ​ອົງ​ຈະ​ສາ​ມາດ​ເຂົ້າ​ໃຈ ແລະ ຊ່ວຍ​ເຮົາ​ໄດ້​ເມື່ອ​ເຮົາ​ທຸກ​ທໍ​ລະ​ມານ.

ທ່ານ​ຮູ້​ສຶກ​ວ່າ ທ່ານ​ສາ​ມາດ “ມີ​ໃຈ​ກ້າ​ເຂົ້າ​ໄປ​ເຖິງ​ພຣະ​ທີ່​ນັ່ງ​ແຫ່ງ​ພຣະ​ຄຸນ” ແລະ ສະ​ແຫວງ​ຫາ​ຄວາມ​ເມດ​ຕາ​ບໍ? (ເຮັບ​ເຣີ 4:16). ຂ່າວ​ສານ​ຢ່າງ​ໜຶ່ງ​ຂອງ​ສານ​ເຖິງ​ຊາວ​ເຮັບ​ເຣີ​ຄື ເຖິງ​ແມ່ນ​ເຮົາ​ຈະ​ມີ​ບາບ ແລະ ຄວາມ​ອ່ອນ​ແອ, ແຕ່​ເຮົາ​ກໍ​ສາ​ມາດ​ເຂົ້າ​ຫາ​ພຣະ​ເຈົ້າ ແລະ ຮັບ​ເອົາ​ພຣະ​ຄຸນ​ຂອງ​ພຣະ​ອົງ​ໄດ້. ທ່ານ​ພົບ​ເຫັນ​ຫຍັງ​ແດ່​ໃນ ເຮັບ​ເຣີ 2:9–18; 4:12–16; 5:7–8 ທີ່​ເຮັດ​ໃຫ້​ທ່ານ​ໝັ້ນ​ໃຈ​ຫລາຍ​ຂຶ້ນ​ວ່າ ພຣະ​ເຢ​ຊູ​ຄຣິດ​ຈະ​ຊ່ວຍ​ທ່ານ​ກັບ​ການ​ທ້າ​ທາຍ​ໃນ​ຊ່ວງ​ມະ​ຕະ​ຂອງ​ທ່ານ? ໃຫ້​ຄິດ​ທີ່​ຈະ​ບັນ​ທຶກ​ຄວາມ​ຄິດ ແລະ ຄວາມ​ຮູ້​ສຶກ​ຂອງ​ທ່ານ​ກ່ຽວ​ກັບ​ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເຮັດ​ເພື່ອ​ທ່ານ ໄວ້​ໃນ​ປຶ້ມ​ບັນ​ທຶກ​ສ່ວນ​ຕົວ.

ເບິ່ງ ໂມ​ໄຊ​ຢາ 3:7–11; ແອວ​ມາ 7:11–13; 34; Matthew S. Holland, “The Exquisite Gift of the Son,” Liahona, Nov. 2020, 45–47 ນຳ​ອີກ.

ເຮັບ​ເຣີ 3:74:11

ພອນ​ຂອງ​ພຣະ​ເຈົ້າ​ມີ​ໃຫ້​ສຳ​ລັບ​ຜູ້​ທີ່ “ບໍ່​ໃຫ້​ໃຈ [ພວກ​ເຂົາ] ແຂງ​ກະ​ດ້າງ.”

ໂດຍ​ການ​ເລົ່າ​ເລື່ອງ​ລາວ​ຂອງ​ຊາວ​ອິດ​ສະ​ຣາ​ເອນ​ໃນ​ສະ​ໄໝ​ບູ​ຮານ​ຄືນ​ອີກ, ໂປ​ໂລ​ຫວັງ​ວ່າ​ຈະ​ຊັກ​ຊວນ​ຊາວ​ຢິວ​ໃຫ້​ຫລີກ​ເວັ້ນ​ຈາກ​ການ​ເຮັດ​ຄວາມ​ຜິດ​ທີ່​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ​ໄດ້​ເຮັດ—ການ​ປະ​ຕິ​ເສດ​ພອນ​ຂອງ​ພຣະ​ເຈົ້າ​ເພາະ​ຄວາມ​ບໍ່​ເຊື່ອ. (ທ່ານ​ສາ​ມາດ​ອ່ານ​ເລື່ອງ​ລາວ​ທີ່​ໂປ​ໂລ​ກ່າວ​ເຖິງ​ໃນ ຈົດ​ບັນ​ຊີ 14:1–12, 26–35.)

ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່ ເຮັບ​ເຣີ 3:74:11 ອາດ​ກ່ຽວ​ຂ້ອງ​ກັບ​ທ່ານ​ແນວ​ໃດ. ໃນ​ການ​ເຮັດ​ສິ່ງ​ນີ້, ທ່ານ​ສາ​ມາດ​ໄຕ່​ຕອງ​ຄຳ​ຖາມ​ທີ່​ຄື​ກັນ​ກັບ​ດັ່ງ​ຕໍ່​ໄປ​ນີ້:

  • ຊາວ​ອິດ​ສະ​ຣາ​ເອນ​ທ້າ​ທາຍ​ພຣະ​ຜູ້​ເປັນ​ເຈົ້າ​ແນວ​ໃດ? (ເບິ່ງ ເຮັບ​ເຣີ 3:8–11). ແມ່ນ​ຫຍັງ​ຄື​ຜົນ​ສະ​ທ້ອນ​ຂອງ​ການ​ມີ​ໃຈ​ແຂງ​ກະ​ດ້າງ?

  • ເມື່ອ​ໃດ​ທີ່​ເຮົາ​ໄດ້​ປ່ອຍ​ໃຫ້​ໃຈ​ເຮົາ​ແຂງ​ກະ​ດ້າງ? ມີ​ພອນ​ຢ່າງ​ໃດ​ບໍ​ທີ່​ພຣະ​ເຈົ້າ​ຢາກ​ມອບ​ໃຫ້​ເຮົາ ແຕ່​ເຮົາ​ບໍ່​ໄດ້​ຮັບ ຍ້ອນ​ການ​ຂາດ​ສັດ​ທາ?

  • ເຮົາ​ຈະ​ເຮັດ​ສິ່ງ​ໃດ​ເພື່ອ​ຈະ​ໄດ້​ມີ​ໃຈ​ທີ່​ອ່ອນ​ໂຍນ ແລະ ສຳ​ນຶກ​ຜິດ? (ເບິ່ງ ອີ​ເທີ 4:15; ສຸ​ພາ​ສິດ 3:5–6; ແອວ​ມາ 5:14–15).

ເບິ່ງ 1 ນີ​ໄຟ 2:16; 15:6–11; ຢາ​ໂຄບ 1:7–8; ແອວ​ມາ 12:33–36; Neill F. Marriott, “Yielding Our Hearts to God,” Liahona, Nov. 2015, 30–32 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ເຮັບ​ເຣີ 1:8–9.ພຣະ​ເຢ​ຊູ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ພຣະ​ອົງ​ຮັກ​ຄວາມ​ຊອບ​ທຳ ແລະ ກຽດ​ຊັງ​ຄວາມ​ຊົ່ວ​ຮ້າຍ​ໃນ​ທາງ​ໃດ​ແດ່? ຖ້າ​ຫາກ​ເຮົາ​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ບໍ່​ຊອບ​ທຳ, ເຮົາ​ສາ​ມາດ​ເຮັດ​ສິ່ງ​ໃດ ເພື່ອ​ປ່ຽນ​ແປງ​ມັນ?

ເຮັບ​ເຣີ 2:1–4.ທ່ານ​ສາ​ມາດ​ຄິດ​ກ່ຽວ​ກັບ​ບົດ​ຮຽນ​ທີ່​ໃຊ້​ສິ່ງ​ຂອງ​ຢ່າງ​ໃດ​ບໍ ເພື່ອ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ເຂົ້າ​ໃຈ​ວ່າ ການ​ຍຶດ​ໝັ້ນ​ຢູ່​ກັບ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ “ຊຶ່ງ​ພວກ​ເຮົາ​ໄດ້​ຍິນ​ໄດ້​ຟັງ” ໝາຍ​ຄວາມ​ວ່າ​ແນວ​ໃດ? ທ່ານ​ສາ​ມາດ​ສາ​ທິດ​ສິ່ງ​ນີ້ ໂດຍ​ການ​ໃຊ້​ສິ່ງ​ຂອງ​ທີ່​ຍຶດ​ຖື​ໄວ້​ຍາກ. ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ​ທີ່​ຈະ​ຮັກ​ສາ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ ເປັນ​ຄື​ກັບ​ການ​ຍຶດ​ຖື​ສິ່ງ​ນີ້​ແນວ​ໃດ? ເຮົາ​ຈະ​ໝັ້ນ​ໃຈ​ໄດ້​ວ່າ “ຂໍ້​ຄວາມ​ຈິງ ຊຶ່ງ [ເຮົາ] ໄດ້​ຍິນ​ໄດ້​ຟັງ” ຈະ​ບໍ່ “ຫລົງ​ເສຍ” ໄປ​ຈາກ​ເຮົາ​ໄດ້​ແນວ​ໃດ? (ຂໍ້​ທີ 1).

ເຮັບ​ເຣີ 2:9–10.ເພື່ອ​ຄົ້ນ​ຄວ້າ​ວະ​ລີ​ທີ່​ວ່າ “ຜູ້​ນຳ​ທາງ [ຄວາມ​ລອດ],” ທ່ານ​ສາ​ມາດ​ເລີ່ມ​ຕົ້ນ​ໂດຍ​ການ​ສົນ​ທະ​ນາ​ສິ່ງ​ທີ່​ນາຍ​ທັບ​ເຮັດ. ຄວາມ​ລອດ​ໝາຍ​ຄວາມ​ວ່າ​ແນວ​ໃດ? ພຣະ​ເຢ​ຊູ​ຄຣິດ​ເປັນ​ເໝືອນ​ນາຍ​ທັບ​ຂອງ​ເຮົາ ແລະ ຄວາມ​ລອດ​ຂອງ​ເຮົາ​ແນວ​ໃດ?

ເຮັບ​ເຣີ 5:1–5.ຂໍ້​ເຫລົ່າ​ນີ້​ສາ​ມາດ​ຊ່ວຍ​ພວກ​ທ່ານ​ໃຫ້​ສົນ​ທະ​ນາ​ກ່ຽວ​ກັບ​ວ່າ ການ​ຖືກ​ເອີ້ນ​ຈາກ​ພຣະ​ເຈົ້າ​ໂດຍ​ຜູ້​ທີ່​ມີ​ສິດ​ອຳ​ນາດ ໝາຍ​ຄວາມ​ວ່າ​ແນວ​ໃດ. ເຮົາ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຕົວ​ຢ່າງ​ຂອງ​ພຣະ​ເຢ​ຊູ​ຄຣິດ​ກ່ຽວ​ກັບ​ການ​ຮັບ​ເອົາ ແລະ ການ​ເຮັດ​ໜ້າ​ທີ່​ການ​ເອີ້ນ?

ຮູບ​ພາບ
ໂມ​ເຊ​ກຳ​ລັງ​ແຕ່ງ​ຕັ້ງ​ອາ​ໂຣນ

“ບໍ່​ຫ່ອນ​ມີ​ຜູ້​ໃດ​ຕັ້ງ​ຕົນ​ເອງ​ຢູ່​ໃນ​ຕຳ​ແໜ່ງ​ນີ້, ມີ​ແຕ່​ພຣະ​ເຈົ້າ​ຊົງ​ເອີ້ນ​ເອົາ, ເໝືອນ​ຢ່າງ​ຊົງ​ເອີ້ນ​ອາ​ໂຣນ​ນັ້ນ” (ເຮັບ​ເຣີ 5:4). Moses Calls Aaron to the Ministry [ໂມ​ເຊ​ເອີ້ນ​ອາ​ໂຣນ​ສູ່​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ], ໂດຍ ແຮ​ຣີ ແອນ​ເດີ​ສັນ

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ແນະ​ນຳ: “ຂໍ​ເພິ່ງ​ພຣະ​ທຸກ​ຊົ່ວ​ໂມງ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 12.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ລອງ​ໃຊ້​ວິ​ທີ​ອື່ນ. ແທນ​ທີ່​ຈະ​ສຶກ​ສາ​ພຣະ​ຄຳ​ພີ​ໃນ​ແບບ​ເກົ່າ, ໃຫ້​ຄິດ​ທີ່​ຈະ​ສຶກ​ສາ​ໃນ​ແບບ​ອື່ນ. ສຳ​ລັບ​ແນວ​ຄິດ​ບາງ​ຢ່າງ, ໃຫ້​ເບິ່ງ “ແນວ​ຄິດ​ເພື່ອ​ປັບ​ປຸງ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ​ຂອງ​ທ່ານ” ຢູ່​ທີ່​ຈຸດ​ເລີ່ມ​ຕົ້ນ​ຂອງ​ແຫລ່ງ​ນີ້.

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ

Light of the World [ຄວາມ​ສະ​ຫວ່າງ​ຂອງ​ໂລກ], ໂດຍ ວາວ​ເຕີ ເຣນ

ພິມ