ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 20–26 ເດືອນ​ພະ​ຈິກ. 1 ແລະ 2 ເປ​ໂຕ: “ຊື່ນ​ຊົມ​ຍິນ​ດີ ດ້ວຍ​ຄວາມ​ຍິນ​ດີ​ອັນ​ຮຸ່ງ​ເຮືອງ ຊຶ່ງ​ເຫລືອ​ທີ່​ຈະ​ອະ​ທິ​ບາຍ​ໄດ້”


“ວັນ​ທີ 20–26 ເດືອນ​ພະ​ຈິກ. 1 ແລະ 2 ເປ​ໂຕ: ‘ຊື່ນ​ຊົມ​ຍິນ​ດີ ດ້ວຍ​ຄວາມ​ຍິນ​ດີ​ອັນ​ຮຸ່ງ​ເຮືອງ ຊຶ່ງ​ເຫລືອ​ທີ່​ຈະ​ອະ​ທິ​ບາຍ​ໄດ້,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 20–26 ເດືອນ​ພະ​ຈິກ. 1 ແລະ 2 ເປ​ໂຕ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ​ກຳ​ລັງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຢູ່​ໃນ​ໂລກ​ວິນ​ຍານ

Christ Preaching in the Spirit World [ພຣະ​ຄຣິດ​ກຳ​ລັງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຢູ່​ໃນ​ໂລກ​ວິນ​ຍານ], ໂດຍ ຣໍ​ເບີດ ທີ ແບ​ແຣັດ

ວັນ​ທີ 20–26 ເດືອນ​ພະ​ຈິກ

1 ແລະ 2 ເປ​ໂຕ

“ຊື່ນ​ຊົມ​ຍິນ​ດີ ດ້ວຍ​ຄວາມ​ຍິນ​ດີ​ອັນ​ຮຸ່ງ​ເຮືອງ ຊຶ່ງ​ເຫລືອ​ທີ່​ຈະ​ອະ​ທິ​ບາຍ​ໄດ້”

ຂະ​ນະ​ທີ່​ທ່ານ​ອ່ານ ສານ​ຂອງ​ເປ​ໂຕ, ທ່ານ​ອາດ​ໄດ້​ຮັບ​ຄວາມ​ປະ​ທັບ​ໃຈ​ທາງ​ວິນ​ຍານ. ໃຫ້​ບັ​ນ​ທຶກ​ມັນ​ໄວ້​ຢ່າງ​ໄວ ຂະ​ນະ​ທີ່​ທ່ານ “ຍັງ​ຢູ່​ໃນ​ພຣະ​ວິນ​ຍານ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:80) ເພື່ອ​ວ່າ​ທ່ານ​ຈະ​ສາ​ມາດ​ເກັບ​ກຳ​ສິ່ງ​ທີ່​ພຣະ​ເຈົ້າ​ສິດ​ສອນ​ທ່ານ​ໄວ້​ຢ່າງ​ຖືກ​ຕ້ອງ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ບໍ່​ດົນ​ຫລັງ​ຈາກ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ທຳ​ນາຍ ຊຶ່ງ​ຄົງ​ເຮັດ​ໃຫ້​ເປ​ໂຕ​ເກີດ​ຄວາມ​ບໍ່​ສະ​ບາຍ​ໃຈ. ພຣະ​ອົງ​ໄດ້​ທຳ​ນາຍ​ວ່າ ເປ​ໂຕ​ຈະ​ຖືກ​ຂ້າ​ຍ້ອນ​ຄວາມ​ເຊື່ອ​ຂອງ​ເພິ່ນ, ຈະ​ຖືກ “ພາ [ເພິ່ນ] ໄປ​ບ່ອນ​ທີ່​ເພິ່ນ​ບໍ່​ຢາກ​ໄປ … , ໝາຍ​ເຖິງ​ວິ​ທີ​ທີ່​ເປ​ໂຕ​ຈະ​ຕາຍ ແລະ ຈະ​ນຳ​ກຽດ​ຕິ​ຍົດ​ມາ​ສູ່​ພຣະ​ເຈົ້າ” (ໂຢ​ຮັນ 21:18–19). ຫລາຍ​ປີ​ຕໍ່​ມາ, ເມື່ອ​ເປ​ໂຕ​ໄດ້​ຂຽນ​ສານ​ຂອງ​ເພິ່ນ, ເພິ່ນ​ຮູ້​ວ່າ ຄຳ​ທຳ​ນາຍ​ເລື່ອງ​ການ​ຖືກ​ຂ້າ​ຂອງ​ເພິ່ນ​ໃກ້​ຈະ​ມາ​ເຖິງ​ແລ້ວ: “ອີກ​ບໍ່​ດົນ​ຂ້າ​ພະ​ເຈົ້າ​ກໍ​ຈະ​ປະ​ຖິ້ມ​ຮ່າງ​ກາຍ​ນີ້​ເສຍ, ເໝືອນ​ດັ່ງ​ທີ່​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ພວກ​ເຮົາ ໄດ້​ສະ​ແດງ​ແກ່​ຂ້າ​ພະ​ເຈົ້າ​ແລ້ວ” (2 ເປ​ໂຕ 1:14). ແລະ ຖ້ອຍ​ຄຳ​ຂອງ​ເປ​ໂຕບໍ່​ໄດ້​ເຕັມ​ໄປ​ດ້ວຍ​ຄວາມ​ຢ້ານ​ກົວ ຫລື ມອງ​ໂລກ​ໃນ​ແງ່​ຮ້າຍ. ກົງ​ກັນ​ຂ້າມ, ເພິ່ນ​ໄດ້​ສິດ​ສອນ​ໄພ່​ພົນ​ໃຫ້ “ຊົມ​ຊື່ນ​ຍິນ​ດີ​ຫລາຍ,” ເຖິງ​ແມ່ນ​ພວກ​ເຂົາ “ຖືກ​ທົດ​ລອງ​ຕ່າງໆ​ໃນ​ໄລ​ຍະ​ເວ​ລາ​ໜຶ່ງ.” ເພິ່ນ​ໄດ້​ແນະ​ນຳ​ພວກ​ເຂົາ​ໃຫ້​ຈື່​ຈຳ​ວ່າ “ສັດ​ທາ​ຂອງ [ພວກ​ເຂົາ]” ຈະ​ນຳ​ໄປ​ສູ່ “ຄຳ​ສັນ​ລະ​ເສີນ ແລະ ກຽດ​ຕິ​ຍົດ ແລະ ສະ​ຫງ່າ​ລາ​ສີ ໃນ​ເວ​ລາ​ທີ່​ພຣະ​ເຢ​ຊູ​ຄຣິດ​ສະ​ເດັດ​ມາ​ປະ​ກົດ” ແລະ “ຈິດ​ວິນ​ຍານ [ຂອງ​ພວກ​ເຂົາ] ຈະ​ໄດ້​ລອດ​ພົ້ນ” (1 ເປ​ໂຕ 1:6–7, 9). ສັດ​ທາ​ຂອງ​ເປ​ໂຕ​ຄົງ​ຊ່ວຍ​ປອບ​ໂຍນ​ໄພ່​ພົນ​ສະ​ໄໝ​ບູ​ຮານ​ເຫລົ່າ​ນັ້ນ, ດັ່ງ​ທີ່​ໄດ້​ຊຸກ​ຍູ້​ໄພ່​ພົນ​ໃນ​ປະ​ຈຸ​ບັນ, ຜູ້​ທີ່ “ມີ​ສ່ວນ​ຮ່ວມ​ໃນ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ພຣະ​ຄຣິດ; ເພື່ອ​ວ່າ, ເມື່ອ​ສະ​ຫງ່າ​ລາ​ສີ​ຂອງ​ພຣະ​ອົງ​ປະ​ກົດ​ຂຶ້ນ, [ເຮົາ] ກໍ​ຈະ​ໄດ້​ຊົມ​ຊື່ນ​ຍິນ​ດີ​ຢ່າງ​ຫລວງ​ຫລາຍ​ເໝືອນ​ກັນ” (1 ເປ​ໂຕ 4:13).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

1 ເປ​ໂຕ 1:3–9; 2:19–24; 3:14–17; 4:12–19

ເຮົາ​ສາ​ມາດ​ພົບ​ຄວາມ​ຊື່ນ​ຊົມ​ລະ​ຫວ່າງ​ເວ​ລາ​ທີ່​ມີ​ການ​ທົດ​ລອງ ແລະ ທຸກ​ທໍ​ລະ​ມານ.

ຊ່ວງ​ໄລ​ຍະ​ຫລັງ​ຈາກ​ການ​ຄຶງ​ພຣະ​ຄຣິດ ບໍ່​ໄດ້​ເປັນ​ເວ​ລາ​ທີ່​ສະ​ບາຍ​ສຳ​ລັບ​ຊາວ​ຄຣິດ, ແລະ ສານ​ສະ​ບັບ​ທຳ​ອິດ​ຂອງ​ເປ​ໂຕ​ກໍ​ຮັບ​ຮູ້​ສິ່ງ​ນີ້. ໃນ​ສີ່​ບົດ​ທຳ​ອິດ, ເຮົາ​ຈະ​ສັງ​ເກດ​ເຫັນ​ຖ້ອຍ​ຄຳ ແລະ ວະ​ລີ​ທີ່​ບັນ​ຍາຍ​ເຖິງ​ຄວາມ​ຍາກ​ລຳ​ບາກ: ຄວາມ​ທຸກ​ໂສກ, ການ​ຖືກ​ທົດ​ລອງ, ຄວາມ​ທຸກ​ລຳ​ບາກ, ຖືກ​ລອງ​ເບິ່ງ​ດ້ວຍ​ໄຟ, ແລະ ຄວາມ​ທຸກ​ທໍ​ລະ​ມານ (ເບິ່ງ 1 ເປ​ໂຕ 1:6; 2:19; 4:12–13). ແຕ່​ທ່ານ​ກໍ​ຈະ​ສັງ​ເກດ​ເຫັນ​ຂໍ້​ຄວາມ​ທີ່​ຊື່ນ​ຊົມ​ນຳ​ອີກ—ທ່ານ​ຄວນ​ຂຽນ​ສິ່ງ​ທີ່​ທ່ານ​ພົບ​ເຫັນ​ລົງ​ໄວ້. ຍົກ​ຕົວ​ຢ່າງ, ຂະ​ນະ​ທີ່​ທ່ານ​ອ່ານ 1 ເປ​ໂຕ 1:3–9; 2:19–24; 3:14–17; ແລະ 4:12–19, ແມ່ນ​ຫຍັງ​ທີ່​ໃຫ້​ຄວາມ​ຫວັງ​ທີ່​ທ່ານ​ສາ​ມາດ​ພົບ​ເຫັນ​ຄວາມ​ຊື່ນ​ຊົມ ແມ່ນ​ແຕ່​ໃນ​ທ່າມ​ກາງ​ສະ​ຖາ​ນະ​ການ​ທີ່​ຫຍຸ້ງ​ຍາກ?

ທ່ານ​ກໍ​ຄວນ​ອ່ານ​ຂ່າວ​ສານ​ຂອງ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ນຳ​ອີກ “Joy and Spiritual Survival” (Liahona, Nov. 2016, 81–84) ແລະ ຊອກ​ຫາ​ຄວາມ​ຄ້າຍ​ຄຽງ​ລະ​ຫວ່າງ​ສິ່ງ​ທີ່​ເປ​ໂຕ​ໄດ້​ສິດ​ສອນ ແລະ ສິ່ງ​ທີ່​ປະ​ທານ​ແນວ​ສັນ​ໄດ້​ສິດ​ສອນ. ແມ່ນ​ຫຍັງ​ກ່ຽວ​ກັບ​ແຜນ​ແຫ່ງ​ຄວາມ​ລອດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ທີ່​ໃຫ້​ຄວາມ​ຊື່ນ​ຊົມ​ແກ່​ທ່ານ?

ເບິ່ງ Ricardo P. Giménez, “Finding Refuge from the Storms of Life,” Liahona, May 2020, 101–3 ແນວ​ໃດ.

1 ເປ​ໂຕ 3:18–20; 4:1–6

ພຣະ​ກິດ​ຕິ​ຄຸນ​ຖືກ​ສັ່ງ​ສອນ​ໃຫ້​ແກ່​ຄົນ​ຕາຍ ເພື່ອ​ວ່າ​ພວກ​ເຂົາ​ຈະ​ສາ​ມາດ​ຮັບ​ການ​ພິ​ພາກ​ສາ​ຢ່າງ​ຍຸດ​ຕິ​ທຳ.

ໃນ​ມື້​ໜຶ່ງ​ທຸກ​ຄົນ​ຈະ​ຢືນ​ຢູ່​ຕໍ່​ໜ້າ​ບັນ​ລັງ​ພິ​ພາກ​ສາ ແລະ “ລາຍ​ງານ​ການ​ກະ​ທຳ​ຂອງ​ພວກ​ຕົນ ຕໍ່​ພຣະ​ເຈົ້າ​ຜູ້​ທີ່​ຕຽມ​ພ້ອມ​ແລ້ວ ເພື່ອ​ຈະ​ຕັດ​ສິນ​ທັງ​ຄົນ​ເປັນ ແລະ ຄົນ​ຕາຍ” (1 ເປ​ໂຕ 4:5). ພຣະ​ເຈົ້າ​ຈະ​ພິ​ພາກ​ສາ​ທຸກ​ຄົນ​ຢ່າງ​ຍຸດ​ຕິ​ທຳ​ໄດ້​ແນວ​ໃດ ໃນ​ເມື່ອ​ໂອ​ກາດ​ທີ່​ຈະ​ເຂົ້າ​ໃຈ ແລະ ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ນັ້ນ​ແຕກ​ຕ່າງ​ກັນ​ຫລາຍ? ໃຫ້​ສັງ​ເກດ​ເບິ່ງ​ຄຳ​ສອນ​ທີ່​ເປ​ໂຕ​ໄດ້​ສິດ​ສອນ​ຢູ່​ໃນ 1 ເປ​ໂຕ 3:18–20; 4:6 ຊ່ວຍ​ຕອບ​ຄຳ​ຖາມ​ນີ້​ແນວ​ໃດ. ຂໍ້​ເຫລົ່າ​ນີ້​ໃຫ້​ຄວາມ​ເຂັ້ມ​ແຂງ​ແກ່​ສັດ​ທາ​ຂອງ​ທ່ານ​ແນວ​ໃດ ໃນ​ຄວາມ​ຖືກ​ຕ້ອງ ແລະ ຍຸດ​ຕິ​ທຳ​ຂອງ​ພຣະ​ເຈົ້າ?

ເພື່ອ​ຄົ້ນ​ຄວ້າ​ຄຳ​ສອນນີ້​ຕື່ມ​ອີກ, ໃຫ້​ສຶກ​ສາ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 138, ການ​ເປີດ​ເຜີຍ​ທີ່​ປະ​ທານ​ໂຈ​ເຊັບ ແອັຟ ສະ​ມິດ ໄດ້​ຮັບ ຂະ​ນະ​ທີ່​ເພິ່ນ​ໄຕ່​ຕອງ​ການ​ຂຽນ​ເຫລົ່າ​ນີ້​ຂອງ​ເປ​ໂຕ. ຄວາມ​ຈິງ​ເພີ່ມ​ເຕີມ​ຢ່າງ​ໃດ​ແດ່​ທີ່​ປະ​ທານ​ສະ​ມິດ​ຮຽນ​ຮູ້?

ເບິ່ງ Gospel Topics, “Baptisms for the Dead,” topics.ChurchofJesusChrist.org ນຳ​ອີກ.

2 ເປ​ໂຕ 1:1–11

ຜ່ານ​ທາງ​ອຳ​ນາດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ສາ​ມາດ​ພັດ​ທະ​ນາ​ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ.

ທ່ານ​ເຄີຍ​ຮູ້​ສຶກ​ຢູ່​ບໍ ວ່າ​ການ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ພັດ​ທະ​ນາ​ຄຸນ​ລັກ​ສະ​ນະ​ຂອງ​ພຣະ​ອົງ​ນັ້ນ​ເປັນ​ໄປ​ບໍ່​ໄດ້? ແອວ​ເດີ ຣໍ​ເບີດ ດີ ແຮວສ໌ ໄດ້​ສະ​ເໜີ​ມອບ​ຄວາມ​ຄິດ​ທີ່​ເຊີດ​ຊູ​ໃຈ​ນີ້​ກ່ຽວ​ກັບ​ວິ​ທີ​ທີ່​ເຮົາ​ສາ​ມາດ​ພັດ​ທະ​ນາ​ຄຸນ​ລັກ​ສະ​ນະ​ຢ່າງ​ພຣະ​ຄຣິດ ດັ່ງ​ນີ້: “ຄຸນ​ລັກ​ສະ​ນະ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ … ກ້ຽວ​ພັນ​ບຸກ​ຄະ​ລິກ​ລັກ​ສະ​ນະ​ເຂົ້າ​ກັນ, ຕື່ມ​ແຕ່​ລະ​ຢ່າງ​ເຂົ້າ​ກັນ, ຊຶ່ງ​ພັດ​ທະ​ນາ​ໃນ​ຕົວ​ເຮົາ ໃນ​ທາງ​ທີ່​ມີ​ປະ​ຕິ​ກິ​ລິ​ຍາ​ຕໍ່​ກັນ. ໃນ​ອີກ​ຄຳ​ໜຶ່ງ, ເຮົາ​ບໍ່​ສາ​ມາດ​ມີ​ບຸກ​ຄະ​ລິກ​ລັກ​ສະ​ນະ​ຢ່າງ​ໜຶ່ງ​ຂອງ​ພຣະ​ຄຣິດ​ໄດ້ ປາດ​ສະ​ຈາກ​ການ​ໄດ້​ຮັບ ແລະ ມີ​ອິດ​ທິ​ພົນ​ຕໍ່​ບຸກ​ຄະ​ລິກ​ລັກ​ສະ​ນະ​ຢ່າງ​ອື່ນໆ​ດ້ວຍ. ເມື່ອ​ບຸກ​ຄະ​ລິກ​ລັກ​ສະ​ນະ​ຢ່າງ​ໜຶ່ງ​ເຂັ້ມ​ແຂງ​ຂຶ້ນ, ຫລາຍ​ຢ່າງ​ກໍ​ເຂັ້ມ​ແຂງ​ຂຶ້ນ​ຄື​ກັນ” (“Becoming a Disciple of Our Lord Jesus Christ,” Liahona, May 2017, 46).

ຮູບ​ພາບ
ຜ້າ​ຕ່ຳ​ທີ່​ສວຍ​ງາມ

ຄຸນ​ສົມ​ບັດ​ຢ່າງ​ພຣະ​ຄຣິດ​ແຕ່​ລະ​ຢ່າງ​ທີ່​ເຮົາ​ພັດ​ທະ​ນາ ຊ່ວຍ​ໃຫ້​ເຮົາ​ຖັກ​ແສ່ວ​ທາງ​ວິນ​ຍານ​ຂອງ​ການ​ເປັນ​ສາ​ນຸ​ສິດ.

ຂະ​ນະ​ທີ່​ທ່ານ​ອ່ານ 2 ເປ​ໂຕ 1:1–11, ໃຫ້​ໄຕ່​ຕອງ​ຄຸນ​ລັກ​ສະ​ນະ “ຂອງ​ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ” ທີ່​ລະ​ບຸ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້. ໃນ​ປະ​ສົບ​ການ​ຂອງ​ທ່ານ, ມັນ “ກ້ຽວ​ພັນ,” ເຂົ້າ​ກັນ​ດັ່ງ​ທີ່​ແອວ​ເດີ ແຮວສ໌ ໄດ້​ບັນ​ຍາຍ​ແນວ​ໃດ? ມັນ​ກໍ່​ສ້າງ​ກັນ​ແລະ​ກັນ​ແນວ​ໃດ? ທ່ານ​ຮຽນ​ຮູ້​ຫຍັງ​ອີກ​ແດ່​ຈາກ​ຂໍ້​ເຫລົ່າ​ນີ້​ກ່ຽວ​ກັບ​ຂັ້ນ​ຕອນ​ຂອງ​ການ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຄຣິດ?

ທ່ານ​ສາ​ມາດ​ໄຕ່​ຕອງ​ນຳ​ອີກ​ເຖິງ “ຄຳ​ສັນ​ຍາ​ປະ​ເສີດ​ອັນ​ໃຫຍ່​ຫລວງ” ທີ່​ພຣະ​ເຈົ້າ​ໄດ້​ປະ​ທານ​ໃຫ້​ໄພ່​ພົນ​ຂອງ​ພຣະ​ອົງ—ລວມ​ທັງ​ທ່ານ (2 ເປ​ໂຕ 1:4). ຂ່າວ​ສານ​ຂອງ​ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ “Exceeding Great and Precious Promises” (Liahona, Nov. 2017, 90–93) ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ວ່າ ຄຳ​ສັນ​ຍາ​ເຫລົ່າ​ນັ້ນ​ແມ່ນ​ຫຍັງ ແລະ ໄດ້​ຮັບ​ມັນ​ໄດ້​ແນວ​ໃດ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

1 ເປ​ໂຕ 2:5–10.ຂະ​ນະ​ທີ່​ທ່ານ​ອ່ານ​ຂໍ້​ເຫລົ່າ​ນີ້​ກັບ​ຄອບ​ຄົວ​ຂອງ​ທ່ານ, ໃຫ້​ຄິດ​ທີ່​ຈະ​ໃຊ້​ກ້ອນ​ຫີນ ເພື່ອ​ຊ່ວຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ວາດ​ພາບ​ເຫັນ​ຄຳ​ສອນ​ຂອງ​ເປ​ໂຕ ທີ່​ວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເປັນ “ຫີນ​ເສົາ​ເອກ” ຂອງ​ເຮົາ​ແນວ​ໃດ. ເຮົາ​ເປັນ​ຄື​ກັນ​ກັບ “ຫີນ​ທີ່​ມີ​ຊີ​ວິດ​ຢູ່” ທີ່​ພຣະ​ເຈົ້າ​ໃຊ້​ເພື່ອ​ສ້າງ​ສາ​ອາ​ນາ​ຈັກ​ຂອງ​ພຣະ​ອົງ​ແນວ​ໃດ? ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ເປ​ໂຕ ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ບົດ​ບາດ​ຂອງ​ເຮົາ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ອົງ? ຂ່າວ​ສານ​ຂອງ​ເປ​ໂຕ​ເຖິງ​ຄອບ​ຄົວ​ທ່ານ​ຄື​ຫຍັງ?

1 ເປ​ໂຕ 3:8–17.ເຮົາ​ຈະ​ສາ​ມາດ “ມີ​ໃຈ​ພ້ອມ​ຢູ່​ສະ​ເໝີ ເພື່ອ … ຈະ​ສາ​ມາດ​ຕອບ” ຜູ້​ທີ່​ຖາມ​ເຮົາ​ກ່ຽວ​ກັບ​ສັດ​ທາ​ຂອງ​ເຮົາ​ແນວ​ໃດ? ຄອບ​ຄົວ​ຂອງ​ທ່ານ​ອາດ​ມັກ​ຫລິ້ນ​ລະ​ຄອນ​ກ້ອມ​ຕາມ​ສະ​ຖາ​ນະ​ການ ຊຶ່ງ​ໃນ​ນັ້ນ​ບາງ​ຄົນ​ຍ່າງ​ເຂົ້າ​ມາ​ຫາ​ເຂົາ​ເຈົ້າ ແລະ ຖາມ​ເລື່ອງ​ພຣະ​ກິດ​ຕິ​ຄຸນ.

1 ເປ​ໂຕ 3:18–20; 4:6.ຄອບ​ຄົວ​ຂອງ​ທ່ານ​ຈະ​ເຮັດ​ຢ່າງ​ໃດ ເພື່ອ​ຈະ​ຮູ້​ສຶກ​ເຊື່ອມ​ໂຍງ​ເຂົ້າ​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ທ່ານ? ບາງ​ທີ​ທ່ານ​ສາ​ມາດ​ສະ​ຫລອງ​ວັນ​ເກີດ​ຂອງ​ບັນ​ພະ​ບຸ​ລຸດ​ທີ່​ລ່ວງ​ລັບ​ໄປ​ແລ້ວ ໂດຍ​ການ​ເຮັດ​ອາ​ຫານ​ທີ່​ເຂົາ​ເຈົ້າ​ມັກ, ເບິ່ງ​ຮູບ​ຖ່າຍ, ຫລື ເລົ່າ​ເລື່ອງ​ຈາກ​ຊີ​ວິດ​ຂອງ​ເຂົາ​ເຈົ້າ. ຖ້າ​ເປັນ​ໄປ​ໄດ້, ພວກ​ທ່ານ​ສາ​ມາດ​ວາງ​ແຜນ​ໄປ​ຮັບ​ເອົາ​ພິ​ທີ​ການ​ແທນ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ທ່ານ ຢູ່​ໃນ​ພຣະ​ວິ​ຫານ (ຖ້າ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ, ໃຫ້​ເປີດ​ເບິ່ງ FamilySearch.org ).

2 ເປ​ໂຕ 1:16–21.ໃນ​ຂໍ້​ເຫລົ່າ​ນີ້, ເປ​ໂຕ​ໄດ້​ເຕືອນ​ໄພ່​ພົນ​ເຖິງ​ປະ​ສົບ​ການ​ຂອງ​ເພິ່ນ ຢູ່​ເທິງ​ພູ​ແຫ່ງ​ການ​ປ່ຽນ​ສະ​ພາບ (ເບິ່ງ ມັດ​ທາຍ 17:1–9 ນຳ​ອີກ). ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຂໍ້​ເຫລົ່າ​ນີ້ ກ່ຽວ​ກັບ​ຄຳ​ສອນ​ຂອງ​ສາດ​ສະ​ດາ? (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:38 ນຳ​ອີກ). ແມ່ນ​ຫຍັງ​ໃຫ້​ຄວາມ​ໝັ້ນ​ໃຈ​ແກ່​ເຮົາ ທີ່​ຈະ​ເຮັດ​ຕາມ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ໃນ​ປະ​ຈຸ​ບັນ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ແນະ​ນຳ: “ພຣະ​ເຈົ້າ​ມອບ​ພຣະ​ວິ​ຫານ​ແກ່​ເຮົາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 68.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

“ຈົ່ງ​ມີ​ໃຈ​ພ້ອມ​ຢູ່​ສະ​ເໝີ.” ຊ່ວງ​ເວ​ລາ​ແຫ່ງ​ການ​ສິດ​ສອນ​ແບບ​ເປັນ​ກັນ​ເອງ​ຢູ່​ທີ່​ບ້ານ​ຈະ​ມາ​ເຖິງ ແລະ ຜ່ານ​ໄປ​ຢ່າງ​ໄວ, ສະ​ນັ້ນ ຕ້ອງ​ສວຍ​ໂອ​ກາດ ເມື່ອ​ໄດ້​ຈັງ​ຫວະ. ທ່ານ​ຈະ​ພະ​ຍາ​ຍາມ “ມີ​ໃຈ​ພ້ອມ​ຢູ່​ສະ​ເໝີ” ເພື່ອ​ສິດ​ສອນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ​ເຖິງ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ ແລະ ແບ່ງ​ປັນ “ຄວາມ​ຫວັງ [ທີ່​ມີ​ຢູ່​ໃນ​ພວກ​ທ່ານ]” (1 ເປ​ໂຕ 3:15) ເມື່ອ​ເວ​ລາ​ແຫ່ງ​ການ​ສິດ​ສອນ​ມາ​ເຖິງ​ໄດ້​ແນວ​ໃດ? (ເບິ່ງ Teaching in the Savior’s Way16.)

ຮູບ​ພາບ
ເປ​ໂຕ​ກຳ​ລັງ​ສັ່ງ​ສອນ​ກຸ່ມ​ຜູ້​ຄົນ

ເຖິງ​ແມ່ນ​ວ່າ​ເປ​ໂຕ​ໄດ້​ປະ​ເຊີນ​ກັບ​ການ​ຂົ່ມ​ເຫັງ ແລະ ການ​ຕໍ່​ຕ້ານ, ແຕ່​ເພິ່ນ​ກໍ​ຍັງ​ຍຶດ​ໝັ້ນ​ໃນ​ປະ​ຈັກ​ພະ​ຍານ​ຂອງ​ເພິ່ນ​ເຖິງ​ພຣະ​ຄຣິດ​ຢູ່​ຄື​ເກົ່າ.

ພິມ