ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 27 ເດືອນ​ພະ​ຈິກ–ວັນ​ທີ 3 ເດືອນ​ທັນ​ວາ. 1–3 ໂຢ​ຮັນ; ຢູ​ດາ: “ພຣະ​ເຈົ້າ​ຊົງ​ເປັນ​ຄວາມ​ຮັກ”


“ວັນ​ທີ 27 ເດືອນ​ພະ​ຈິກ–ວັນ​ທີ 3 ເດືອນ​ທັນ​ວາ. 1–3 ໂຢ​ຮັນ; ຢູ​ດາ: ‘ພຣະ​ເຈົ້າ​ຊົງ​ເປັນ​ຄວາມ​ຮັກ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 27 ເດືອນ​ພະ​ຈິກ–ວັນ​ທີ 3 ເດືອນ​ທັນ​ວາ. 1–3 ໂຢ​ຮັນ; ຢູ​ດາ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ​ຍິ້ມ​ຂະ​ນະ​ທີ່​ນັ່ງ​ຢູ່​ກັບ​ພວກ​ເດັກ​ນ້ອຍ​ທີ່​ຍິ້ມ​ແຍ້ມ

Perfect Love [ຄວາມ​ຮັກ​ອັນ​ບໍ​ລິ​ບູນ], ໂດຍ ແດວ ພາ​ສັນ

ວັນ​ທີ 27 ເດືອນ​ພະ​ຈິກ–ວັນ​ທີ 3 ເດືອນ​ທັນ​ວາ

1–3 ໂຢ​ຮັນ; ຢູ​ດາ

“ພຣະ​ເຈົ້າ​ຊົງ​ເປັນ​ຄວາມ​ຮັກ”

ຂະ​ນະ​ທີ່​ທ່ານ​ອ່ານ​ສານ​ຂອງ​ໂຢ​ຮັນ ແລະ ຢູ​ດາ, ໃຫ້​ສະ​ແຫວງ​ຫາ​ການ​ດົນ​ໃຈ​ກ່ຽວ​ກັບ​ວິ​ທີ​ທີ່​ທ່ານ​ສາ​ມາດ​ສະ​ແດງ​ຄວາມ​ຮັກ​ຂອງ​ທ່ານ​ຕໍ່​ພຣະ​ເຈົ້າ​ແນວ​ໃດ. ໃຫ້​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ເຫລົ່າ​ນີ້ ແລະ ປະ​ຕິ​ບັດ​ຕາມ​ນັ້ນ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ເມື່ອ​ໂຢ​ຮັນ ແລະ ຢູ​ດາ ໄດ້​ຂຽນ​ສານ​ຂອງ​ພວກ​ເພິ່ນ, ຄຳ​ສອນ​ປອມ​ໄດ້​ເລີ່ມ​ຕົ້ນ​ນຳ​ພາ​ໄພ່​ພົນ​ຫລາຍ​ຄົນ​ໃຫ້​ປະ​ຖິ້ມ​ຄວາມ​ເຊື່ອ​ແລ້ວ. ຄູ​ສອນ​ປອມ​ບາງ​ຄົນ​ໄດ້​ສົງ​ໄສ​ວ່າ​ພຣະ​ເຢ​ຊູ​ຄຣິດ​ໄດ້​ມາ​ປະ​ກົດ “ໃນ​ເນື້ອ​ໜັງ” ແທ້ໆ​ບໍ (ເບິ່ງ, ສຳ​ລັບ​ຕົວ​ຢ່າງ, 1 ໂຢ​ຮັນ 4:1–3; 2 ໂຢ​ຮັນ 1:7). ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ​ສາ​ມາດ​ເຮັດ​ຫຍັງ​ແດ່​ໃນ​ສະ​ຖາ​ນະ​ການ​ເຊັ່ນ​ນັ້ນ? ອັກ​ຄະ​ສາ​ວົກ​ໂຢ​ຮັນ​ໄດ້​ຕອບ​ໂຕ້​ໂດຍ​ການ​ແບ່ງ​ປັນ​ການ​ເປັນ​ພະ​ຍານ​ສ່ວນ​ຕົວ​ຂອງ​ເພິ່ນ ເຖິງ​ພຣະ​ຜູ້​ເປັນ​ເຈົ້າ ດັ່ງ​ນີ້: “ຊຶ່ງ​ມີ​ຢູ່​ແຕ່​ປະ​ຖົມ​ມະ​ການ ຊຶ່ງ​ເຮົາ​ໄດ້​ຍິນ ຊຶ່ງ​ເຮົາ​ໄດ້​ເຫັນ​ກັບ​ຕາ ຊຶ່ງ​ເຮົາ​ໄດ້​ພິ​ຈາ​ລະ​ນາ​ເບິ່ງ ແລະ ມື​ຂອງ​ເຮົາ​ໄດ້​ຈັບ​ຕ້ອງ​ນັ້ນ​ກ່ຽວ​ກັບ​ພຣະ​ທຳ​ອັນ​ຊົງ​ຊີ​ວິດ” (ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ, 1 ໂຢ​ຮັນ 1:1 [ໃນ 1 ໂຢ​ຮັນ 1:1, ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ ]). ແລະ ແລ້ວ​ໂຢ​ຮັນ​ໄດ້​ສິດ​ສອນ​ກ່ຽວ​ກັບ​ຄວາມ​ຮັກ: ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ເຮົາ ແລະ ຄວາມ​ຮັກ​ທີ່​ເຮົາ​ຄວນ​ມີ​ຕໍ່​ພຣະ​ອົງ ແລະ ຕໍ່​ລູກໆ​ຂອງ​ພຣະ​ອົງ. ເຖິງ​ແນວ​ໃດ, ໂຢ​ຮັນ​ກໍ​ເປັນ​ພະ​ຍານ​ຄົນ​ໜຶ່ງ​ເຖິງ​ເລື່ອງ​ນັ້ນ, ເໝືອນ​ກັນ. ເພິ່ນ​ໄດ້​ມີ​ປະ​ສົບ​ການ​ສ່ວນ​ຕົວ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ (ເບິ່ງ ໂຢ​ຮັນ 13:23; 20:2), ແລະ ເພິ່ນ​ຢາກ​ໃຫ້​ໄພ່​ພົນ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ແບບ​ດຽວ​ກັນ​ນັ້ນ. ປະ​ຈັກ​ພະ​ຍານ ແລະ ຄຳ​ສອນ​ຂອງ​ໂຢ​ຮັນ​ກ່ຽວ​ກັບ​ຄວາມ​ຮັກ ແມ່ນ​ຕ້ອງ​ການ​ຫລາຍ​ໃນ​ປະ​ຈຸ​ບັນ​ຄື​ກັນ, ເມື່ອ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ຖືກ​ສົງ​ໄສ ແລະ ຄຳ​ສອນ​ປອມ​ກໍ​ມີ​ຢູ່​ອ້ອມ​ຮອບ. ການ​ອ່ານ​ສານ​ຂອງ​ໂຢ​ຮັນ​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ປະ​ເຊີນ​ກັບ​ຄວາມ​ຍາກ​ລຳ​ບາກ​ໃນ​ປະ​ຈຸ​ບັນ​ດ້ວຍ​ຄວາມ​ກ້າ​ຫານ, ເພາະ “ໃນ​ຄວາມ​ຮັກ​ນັ້ນ​ບໍ່​ມີ​ຄວາມ​ຢ້ານ; ຄວາມ​ຮັກ​ອັນ​ຄົບ​ບໍ​ລິ​ບູນ​ກໍ​ຂັບ​ໄລ່​ຄວາມ​ຢ້ານ​ທຸກ​ຢ່າງ​ອອກ​ໄປ” (1 ໂຢ​ຮັນ 4:18).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

1 ໂຢ​ຮັນ; 2 ໂຢ​ຮັນ

ພຣະ​ເຈົ້າ​ຊົງ​ເປັນ​ຄວາມ​ສະ​ຫວ່າງ, ແລະ ພຣະ​ເຈົ້າ​ຊົງ​ເປັນ​ຄວາມ​ຮັກ.

ຖ້າ​ຫາກ​ທ່ານ​ຕ້ອງ​ເລືອກ​ຄຳ​ໜຶ່ງ ຫລື ສອງ​ຄຳ ເພື່ອ​ບັນ​ຍາຍ​ພຣະ​ເຈົ້າ, ຄຳ​ເຫລົ່າ​ນັ້ນ​ຈະ​ແມ່ນ​ຫຍັງ? ໃນ​ສານ​ຂອງ​ເພິ່ນ, ໂຢ​ຮັນ​ມັກ​ຈະ​ໃຊ້​ຄຳ​ວ່າ “ຄວາມ​ສະ​ຫວ່າງ” ແລະ “ຄວາມ​ຮັກ” (ເບິ່ງ, ສຳ​ລັບ​ຕົວ​ຢ່າງ, 1 ໂຢ​ຮັນ 1:5; 2:8–11; 3:16, 23–24; 4:7–21). ຂະ​ນະ​ທີ່​ທ່ານ​ອ່ານ​ສານ​ສອງ​ສະ​ບັບ​ທຳ​ອິດ​ຂອງ​ໂຢ​ຮັນ, ໃຫ້​ໄຕ່​ຕອງ​ປະ​ສົບ​ການ​ທີ່​ໂຢ​ຮັນ​ມີ​ກັບ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຮັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ຍົກ​ຕົວ​ຢ່າງ, ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ທີ່​ໂຢ​ຮັນ​ໄດ້​ຮຽນ​ຮູ້​ຈາກ​ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ໃນ ໂຢ​ຮັນ 3:16–17; 12:35–36, 46; 15:9–14; 19:25–27. ທ່ານ​ເຫັນ​ຄວາມ​ຄ້າຍ​ຄຽງ​ລະ​ຫວ່າງ​ຄຳ​ສອນ​ເຫລົ່າ​ນີ້ ແລະ ສິ່ງ​ທີ່ 1 ໂຢ​ຮັນ ສິດ​ສອນ​ກ່ຽວ​ກັບ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ບໍ? ມີ​ປະ​ສົບ​ການ​ຢ່າງ​ໃດ​ແດ່​ທີ່​ສິດ​ສອນ​ທ່ານ​ວ່າ ພຣະ​ເຈົ້າ​ຊົງ​ເປັນ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຮັກ?

1 ໂຢ​ຮັນ 2–4; 2 ໂຢ​ຮັນ

“ຖ້າ​ເຮົາ​ທັງ​ຫລາຍ​ຮັກ​ຊຶ່ງ​ກັນ​ແລະ​ກັນ, ພຣະ​ເຈົ້າ​ກໍ​ຊົງ​ສະ​ຖິດ​ຢູ່​ໃນ​ເຮົາ​ທັງ​ຫລາຍ.”

ທ່ານ​ຈະ​ພົບ​ເຫັນ​ຄຳ​ເຊັ່ນ “ຕັ້ງ​ໝັ້ນ​ຄົງ” ແລະ “ຢູ່” ນຳ ຊ້ຳ​ຫລາຍ​ເທື່ອ​ຢູ່​ທົ່ວ​ໄປ​ໃນ​ສານ​ຂອງ​ໂຢ​ຮັນ. ໃຫ້​ຊອກ​ຫາ​ຄຳ​ເຫລົ່າ​ນີ້, ໂດຍ​ສະ​ເພາະ​ຂະ​ນະ​ທີ່​ທ່ານ​ອ່ານ 1 ໂຢ​ຮັນ 2–4 ແລະ 2 ໂຢ​ຮັນ. ທ່ານ​ຄິດ​ວ່າ ການ “ຕັ້ງ​ໝັ້ນ​ຄົງ” ຫລື “ຢູ່” ໃນ​ພຣະ​ເຈົ້າ ແລະ ໃນ​ຄຳ​ສອນ​ຂອງ​ພຣະ​ອົງ​ໝາຍ​ຄວາມ​ວ່າ​ແນວ​ໃດ? (ເບິ່ງ 2 ໂຢ​ຮັນ 1:9). ການ​ມີ​ພຣະ​ເຈົ້າ “ຕັ້ງ​ໝັ້ນ​ຄົງ” ຫລື “ຢູ່” ໃນ​ທ່ານ​ໝາຍ​ຄວາມ​ວ່າ​ແນວ​ໃດ?

1 ໂຢ​ຮັນ 2:243:3

ເຮົາ​ສາ​ມາດ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ເຢ​ຊູ​ຄຣິດ.

ເປົ້າ​ໝາຍ​ຂອງ​ການ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຄຣິດ​ເບິ່ງ​ຄື​ວ່າ​ສູງ​ເກີນ​ໄປ​ສຳ​ລັບ​ທ່ານ​ບໍ? ໃຫ້​ພິ​ຈາ​ລະ​ນາ​ຄຳ​ແນະ​ນຳ​ທີ່​ໃຫ້​ກຳ​ລັງ​ໃຈ​ຂອງ​ໂຢ​ຮັນ​ທີ່​ວ່າ: “ລູກ​ນ້ອຍ​ທັງ​ຫລາຍ​ເອີຍ, ຈົ່ງ​ຕັ້ງ​ໝັ້ນ​ຢູ່​ໃນ​ພຣະ​ອົງ​ເພື່ອ​ວ່າ, ເມື່ອ​ພຣະ​ອົງ​ຊົງ​ສະ​ເດັດ​ມາ​ປະ​ກົດ, ເຮົາ​ທັງ​ຫລາຍ​ຈະ​ໄດ້​ມີ​ໃຈ​ກ້າ … [ແລະ] ເຮົາ​ຈະ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ” (1 ໂຢ​ຮັນ 2:28; 3:2). ທ່ານ​ພົບ​ເຫັນ​ຫຍັງ​ແດ່​ຢູ່​ໃນ 1 ໂຢ​ຮັນ 2:243:3 ທີ່​ໃຫ້​ຄວາມ​ໝັ້ນ​ໃຈ ແລະ ການ​ປອບ​ໂຍນ​ແກ່​ທ່ານ ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ? ຂະ​ນະ​ທີ່​ທ່ານ​ສຶກ​ສາ​ສານ​ຂອງ​ໂຢ​ຮັນ, ໃຫ້​ຊອກ​ຫາ​ຫລັກ​ທຳ ຫລື ຄຳ​ສອນ​ທີ່​ສາ​ມາດ​ຊ່ວຍ​ທ່ານ​ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຄຣິດ​ຫລາຍ​ຂຶ້ນ.

ເບິ່ງ ໂມ​ໂຣ​ໄນ 7:48; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:67–68; Scott D. Whiting, “Becoming like Him,” Liahona, Nov. 2020, 12–14 ນຳ​ອີກ.

1 ໂຢ​ຮັນ 4:12

“ບໍ່​ມີ​ຜູ້​ໃດ … ໄດ້​ເຫັນ​ພຣະ​ເຈົ້າ​ຈັກ​ເທື່ອ” ບໍ?

ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ, 1 ໂຢ​ຮັນ 4:12 ໃຫ້​ຄວາມ​ແຈ່ມ​ແຈ້ງ​ວ່າ “ບໍ່​ເຄີຍ​ມີ​ມະ​ນຸດ​ຄົນ​ໃດ​ເຄີຍ​ເຫັນ​ພຣະ​ເຈົ້າ ບໍ່​ວ່າ​ຈະ​ເປັນ​ເວ​ລາ​ໃດ, ຍົກ​ເວັ້ນ​ແຕ່​ຜູ້​ທີ່​ເຊື່ອ” (ໃນ 1 ໂຢ​ຮັນ 4:12, ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ ; ເບິ່ງ ໂຢ​ຮັນ 6:46; 3 ໂຢ​ຮັນ 1:11 ນຳ​ອີກ). ພຣະ​ຄຳ​ພີ​ບັນ​ທຶກ​ຫລາຍ​ໂອ​ກາດ​ຕອນ​ທີ່​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ​ໄດ້​ສະ​ແດງ​ຕົວ​ເອງ​ໃຫ້​ປະ​ຈັກ​ແກ່​ບຸກ​ຄົນ​ທີ່​ຊື່​ສັດ, ລວມ​ທັງ​ໂຢ​ຮັນ​ເອງ (ເບິ່ງ ພຣະ​ນິ​ມິດ 4; ເບິ່ງ ກິດ​ຈະ​ການ 7:55–56; 1 ນີ​ໄຟ 1:8; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:23; ​ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:16–17 ນຳ​ອີກ).

1 ໂຢ​ຮັນ 5

ເມື່ອ​ເຮົາ​ໃຊ້​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ເກີດ​ໃໝ່, ເຮົາ​ສາ​ມາດ​ເອົາ​ຊະ​ນະ​ໂລກ​ໄດ້.

ຂະ​ນະ​ທີ່​ທ່ານ​ອ່ານ 1 ໂຢ​ຮັນ 5, ໃຫ້​ຊອກ​ຫາ​ສິ່ງ​ທີ່​ເຮົາ​ຕ້ອງ​ເຮັດ​ເພື່ອ​ເອົາ​ຊະ​ນະ​ໂລກ ແລະ ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ. ການ​ເອົາ​ຊະ​ນະ​ໂລກ​ເບິ່ງ​ຄື​ແນວ​ໃດ​ໃນ​ຊີ​ວິດ​ຂອງ​ທ່ານ? ທ່ານ​ກໍ​ສາ​ມາດ​ພົບ​ຄຳ​ຕອບ ແລະ ຄວາມ​ຮູ້​ຢູ່​ໃນ​ຂ່າວ​ສານ​ຂອງ​ແອວ​ເດີ ນຽວ ແອວ ແອນ​ເດີ​ເຊັນ ນຳ​ອີກ “Overcoming the World” (Liahona, May 2017, 58–62).

ຢູ​ດາ 1

“ຈົ່ງ​ສ້າງ​ຕົວ​ເອງ​ຂຶ້ນ​ເທິງ [ສັດ​ທາ] ອັນ​ບໍ​ລິ​ສຸດ [ທີ່​ສຸດ] ຂອງ​ພວກ​ເຈົ້າ.”

ຢູ​ດາ 1:10–19 ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ຜູ້​ທີ່​ຕໍ່​ຕ້ານ​ພຣະ​ເຈົ້າ ແລະ ວຽກ​ງານ​ຂອງ​ພຣະ​ອົງ? ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຂໍ້​ທີ 20–25 ກ່ຽວ​ກັບ​ວິ​ທີ​ທີ່​ຈະ​ຮັກ​ສາ​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ເຢ​ຊູ​ຄຣິດ ໃຫ້​ເຂັ້ມ​ແຂງ​ຂຶ້ນ?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

1 ໂຢ​ຮັນ 2:8–11.ເພື່ອ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ໄຕ່​ຕອງ​ຄຳ​ສອນ​ຂອງ​ໂຢ​ຮັນ, ໃຫ້​ເຕົ້າ​ໂຮມ​ກັນ​ຢູ່​ໃນ​ຫ້ອງ​ມືດ ເພື່ອ​ວ່າ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຈະ​ສາ​ມາດ​ມີ​ປະ​ສົບ​ການ​ກັບ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ການ​ຍ່າງ​ຢູ່ “ໃນ​ຄວາມ​ມືດ” ແລະ ເດີນ​ໄປ “ໃນ​ຄວາມ​ສະ​ຫວ່າງ.” ຄວາມ​ກຽດ​ຊັງ​ເຮັດ​ໃຫ້​ເຮົາ​ຍ່າງ​ຢູ່​ໃນ​ຄວາມ​ມືດ ແລະ ສະ​ດຸດ​ລົ້ມ​ແນວ​ໃດ? ການ​ຮັກ​ກັນ​ແລະ​ກັນ​ນຳ​ຄວາມ​ສະ​ຫວ່າງ​ມາ​ສູ່​ຊີ​ວິດ​ຂອງ​ເຮົາ​ແນວ​ໃດ?

1 ໂຢ​ຮັນ 3:21–22.ແມ່ນ​ຫຍັງ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້​ທີ່​ເພີ່ມ “ໃຈ​ກ້າ” ໃຫ້​ເຮົາ​ໃນ​ພຣະ​ເຈົ້າ ແລະ ໃນ​ຄວາມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະ​ຮັບ​ເອົາ​ຄຳ​ຕອບ​ໃຫ້​ກັບ​ຄຳ​ອະ​ທິ​ຖານ​ຂອງ​ເຮົາ?

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ຄຸ​ເຂົ່າ​ອະ​ທິ​ຖານ

ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ຊ່ວຍ​ເຮົາ​ເອົາ​ຊະ​ນະ​ໂລກ​ໄດ້​ແນວ​ໃດ.

1 ໂຢ​ຮັນ 5:2–3.ມີ​ພຣະ​ບັນ​ຍັດ​ຂໍ້​ໃດ​ບໍ​ທີ່​ເຮົາ​ຄິດ​ວ່າ “ໜັກ​ເກີນ​ໄປ” ຫລື ຍາກ​ເກີນ​ໄປ​ທີ່​ຈະ​ປະ​ຕິ​ບັດ​ຕາມ? ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະ​ເຈົ້າ​ປ່ຽນ​ແປງ​ວິ​ທີ​ທາງ​ທີ່​ເຮົາ​ຮູ້​ສຶກ​ກ່ຽວ​ກັບ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ແນວ​ໃດ?

3 ໂຢ​ຮັນ 1:4.ການ “ເດີນ​ໄປ​ໃນ​ຄວາມ​ຈິງ” ໝາຍ​ຄວາມ​ວ່າ​ແນວ​ໃດ? ທ່ານ​ສາ​ມາດ​ໃຊ້​ໂອ​ກາດ​ນີ້​ເພື່ອ​ບອກ​ສະ​ມາ​ຊິກ​ໃນ​ຄອບ​ຄົວ ເຖິງ​ວິ​ທີ​ທີ່​ທ່ານ​ໄດ້​ເຫັນ​ເຂົາ​ເຈົ້າ​ເດີນ​ໄປ​ໃນ​ຄວາມ​ຈິງ ແລະ ເວົ້າ​ລົມ​ກ່ຽວ​ກັບ​ຄວາມ​ຊື່ນ​ຊົມ​ທີ່​ສິ່ງ​ນີ້​ນຳ​ມາ​ໃຫ້​ພວກ​ທ່ານ​ແນວ​ໃດ. ສະ​ມາ​ຊິກ​ໃນ​ຄອບ​ຄົວ​ອາດ​ມັກ​ຂຽນ ຫລື ແຕ້ມ​ຄວາມ​ຈິງ​ທີ່​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້ ໃສ່​ໃນ​ເຈ້ຍ​ຮູບ​ຮອຍ​ຕີນ ແລະ ໃຊ້​ມັນ​ເພື່ອ​ເຮັດ​ເປັນ​ເສັ້ນ​ທາງ ໃຫ້​ຄອບ​ຄົວ​ຂອງ​ທ່ານ​ຍ່າງ​ຕາມ​ໄປ​ນຳ​ກັນ.

ຢູ​ດາ 1:3–4.ມີ​ອັນ​ຕະ​ລາຍ​ທາງ​ວິນ​ຍານ​ແນວ​ໃດ​ບໍ ທີ່ “ແອບ​ແຝງ​ເຂົ້າ​ມາ” ໃນ​ຊີ​ວິດ​ຂອງ​ເຮົາ ແລະ ຄອບ​ຄົວ​ຂອງ​ເຮົາ? (ຢູ​ດາ 1:4). ເຮົາ​ຈະ​ສາ​ມາດ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ຢູ​ດາ ທີ່​ຈະ “ໃຫ້​ຕໍ່​ສູ້​ເພື່ອ [ສັດ​ທາ​ຢ່າງ​ພາກ​ພຽນ]” ແລະ ຕ້ານ​ທານ​ອັນ​ຕະ​ລາຍ​ເຫລົ່າ​ນີ້​ໄດ້​ແນວ​ໃດ? (ຢູ​ດາ 1:3). ເຮົາ​ຈະ​ເຮັດ​ສິ່ງ​ໃດ​ແດ່ ເພື່ອ​ໃຫ້​ແນ່​ໃຈ​ວ່າ “ສັນ​ຕິ​ສຸກ, ແລະ ຄວາມ​ຮັກ, ມີ​ເພີ່ມ​ທະ​ວີ​ຄູນ” ໃນ​ຄອບ​ຄົວ​ຂອງ​ເຮົາ? (ຢູ​ດາ 1:2).

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ແນະ​ນຳ: “ຮັກ​ທີ່​ບ້ານ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 48.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ຊອກ​ຫາ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ. ປະ​ທານ​ເອັມ ຣະ​ໂຊ ບາ​ເລີດ ໄດ້​ສິດ​ສອນ​ວ່າ, “ພຣະ​ກິດ​ຕິ​ຄຸນ​ນີ້​ເປັນ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ຄວາມ​ຮັກ—ຄວາມ​ຮັກ​ສຳ​ລັບ​ພຣະ​ເຈົ້າ ແລະ ຄວາມ​ຮັກ​ສຳ​ລັບ​ກັນ​ແລະ​ກັນ” (“God’s Love for His Children,” Ensign, May 1988, 59). ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ, ໃຫ້​ຄິດ​ທີ່​ຈະ​ຂຽນ​ຫລັກ​ຖານ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ໄວ້.

ຮູບ​ພາບ
ພຣະ​ຄຣິດ​ກຳ​ລັງ​ຍ່າງ​ຢູ່​ແຄມ​ທະ​ເລ​ສາບ

Walk with Me [ເດີນ​ໄປ​ກັບ​ເຮົາ], ໂດຍ ກະ​ເຣກ ເຄ ອໍ​ສັນ

ພິມ