ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 4–10 ເດືອນ​ທັນ​ວາ. ພຣະ​ນິ​ມິດ 1–5: “ສະ​ຫງ່າ​ລາ​ສີ, ແລະ ລິດ​ທາ​ນຸ​ພາບ, ຈົ່ງ​ມີ​ແດ່ … ພຣະ​ເມ​ສາ​ນ້ອຍ​ຕະ​ຫລອດ​ຊົ່ວ​ນິ​ລັນ​ດອນ”


“ວັນ​ທີ 4–10 ເດືອນ​ທັນ​ວາ. ພຣະ​ນິ​ມິດ 1–5: ‘ສະ​ຫງ່າ​ລາ​ສີ, ແລະ ລິດ​ທາ​ນຸ​ພາບ, ຈົ່ງ​ມີ​ແດ່ … ພຣະ​ເມ​ສາ​ນ້ອຍ​ຕະ​ຫລອດ​ຊົ່ວ​ນິ​ລັນ​ດອນ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 4–10 ເດືອນ​ທັນ​ວາ. ພຣະ​ນິ​ມິດ 1–5,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ລູກ​ແກະ​ນອນ​ຢູ່​ເທິງ​ຫຍ້າ

ວັນ​ທີ 4–10 ເດືອນ​ທັນ​ວາ

ພຣະ​ນິ​ມິດ 1–5

“ສະ​ຫງ່າ​ລາ​ສີ, ແລະ ລິດ​ທາ​ນຸ​ພາບ, ຈົ່ງ​ມີ​ແດ່ … ພຣະ​ເມ​ສາ​ນ້ອຍ​ຕະ​ຫລອດ​ຊົ່ວ​ນິ​ລັນ​ດອນ”

ໃຫ້​ຄິດ​ທີ່​ຈະ​ຂຽນ​ຄຳ​ຖາມ​ທີ່​ທ່ານ​ມີ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ໄດ້​ອ່ານ​ໃນ ພຣະ​ນິ​ມິດ. ແລ້ວ​ທ່ານ​ສາ​ມາດ​ຊອກ​ຫາ​ຄຳ​ຕອບ​ໃຫ້​ກັບ​ຄຳ​ຖາມ​ຂອງ​ທ່ານ ຫລື ສົນ​ທະ​ນາ​ມັນ​ກັບ​ສະ​ມາ​ຊິກ​ໃນ​ຄອບ​ຄົວ ຫລື ໃນ​ຫ້ອງ​ຮຽນ​ຂອງ​ສາດ​ສະ​ໜາ​ຈັກ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ທ່ານ​ເຄີຍ​ມີ​ບັນ​ຫາ​ທີ່​ຈະ​ບອກ​ຄົນ​ອື່ນ​ເຖິງ​ຄວາມ​ຮູ້​ສຶກ​ຂອງ​ທ່ານ​ລະ​ຫວ່າງ​ປະ​ສົບ​ການ​ທາງ​ວິນ​ຍານ​ທີ່​ມີ​ພະ​ລັງ​ຫລື​ບໍ່? ພາ​ສາ​ໃນ​ຊີ​ວິດ​ປະ​ຈຳ​ວັນ ອາດ​ຮູ້​ສຶກ​ບໍ່​ພຽບ​ພ້ອມ​ທີ່​ຈະ​ບັນ​ຍາຍ​ຄວາມ​ຮູ້​ສຶກ ແລະ ຄວາມ​ປະ​ທັບ​ໃຈ​ທາງ​ວິນ​ຍານ. ບາງ​ທີ ນີ້​ຄື​ສາ​ເຫດ​ທີ່​ໂຢ​ຮັນ​ໄດ້​ໃຊ້​ສັນ​ຍາ​ລັກ ແລະ ຮູບ​ພາບ​ທີ່ມີ​ຄວາມ​ໝາຍ​ຫລາຍ​ຢ່າງ ເພື່ອ​ບັນ​ຍາຍ​ການ​ເປີດ​ເຜີຍ​ທີ່​ສະ​ຫງ່າ​ງາມ​ຂອງ​ເພິ່ນ. ເພິ່ນ​ສາ​ມາດ​ພຽງ​ແຕ່​ກ່າວ​ວ່າ​ເພິ່ນ​ໄດ້​ເຫັນ​ພຣະ​ເຢ​ຊູ​ຄຣິດ, ແຕ່​ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ປະ​ສົບ​ການ​ຂອງ​ເພິ່ນ, ເພິ່ນ​ຈຶ່ງ​ໄດ້​ບັນ​ຍາຍ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໂດຍ​ການ​ໃຊ້​ຄຳ​ເວົ້າ​ເຊັ່ນ​ດັ່ງ​ຕໍ່​ໄປ​ນີ້: “ຕາ​ຂອງ​ພຣະ​ອົງ​ເໝືອນ​ດັ່ງ​ແປວ​ໄຟ,” “ມີ​ດາບ​ສອງ​ຄົມ​ອອກ​ມາ​ຈາກ​ປາກ​ຂອງ​ພຣະ​ອົງ,” ແລະ “ໃບ​ໜ້າ​ຂອງ​ພຣະ​ອົງ​ເຫລື້ອມ​ເໝືອນ​ດັ່ງ​ດວງ​ຕາ​ເວັນ​ທີ່​ສ່ອງ​ແສງ​ກ້າ” (ພຣະ​ນິ​ມິດ 1:14–16). ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ທຳ ພຣະ​ນິ​ມິດ, ໃຫ້​ພະ​ຍາ​ຍາມ​ຄົ້ນ​ຫາ​ຂ່າວ​ສານ​ທີ່​ໂຢ​ຮັນ​ຢາກ​ໃຫ້​ທ່ານ​ຮຽນ​ຮູ້ ແລະ ຮູ້​ສຶກ, ແມ່ນ​ແຕ່​ຖ້າ​ຫາກ​ທ່ານ​ບໍ່​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ສັນ​ຍາ​ລັກ​ທຸກ​ຢ່າງ​ກໍ​ຕາມ. ເປັນ​ຫຍັງ​ເພິ່ນ​ຈຶ່ງ​ປຽບ​ທຽບ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໃສ່​ກັບ​ໂຄມ​ໄຟ, ຊາ​ຕານ​ໃສ່​ກັບ​ພະ​ຍາ​ນາກ, ແລະ ພຣະ​ເຢ​ຊູ​ຄຣິດ​ໃສ່​ກັບ​ລູກ​ແກະ? ໃນ​ທີ່​ສຸດ, ທ່ານ​ບໍ່​ຈຳ​ເປັນ​ຕ້ອງ​ເຂົ້າ​ໃຈ​ທຸກ​ສັນ​ຍາ​ລັກ​ໃນ ພຣະ​ນິ​ມິດ ກ່ອນ​ຈະ​ເຂົ້າ​ໃຈ​ເຖິງ​ຫົວ​ຂໍ້​ທີ່​ສຳ​ຄັນ​ຂອງ​ມັນ, ລວມ​ທັງ​ຫົວ​ຂໍ້​ທີ່​ໂດດ​ເດັ່ນ​ຂອງ​ມັນ: ພຣະ​ເຢ​ຊູ​ຄຣິດ ແລະ ຜູ້​ຕິດ​ຕາມ​ຂອງ​ພຣະ​ອົງ​ຈະ​ໄຊ​ຊະ​ນະ​ເໜືອ​ມະ​ນຸດ ແລະ ຊາ​ຕານ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ພາບ​ນິ​ມິດ​ຂອງ​ໂຢ​ຮັນ​ສິດ​ສອນ​ກ່ຽວ​ກັບ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ເພື່ອ​ຊ່ວຍ​ລູກໆ​ຂອງ​ພຣະ​ອົງ​ໃຫ້​ລອດ.

ພຣະ​ທຳ ພຣະ​ນິ​ມິດ ກໍ​ຍາກ​ທີ່​ຈະ​ເຂົ້າ​ໃຈ​ໄດ້, ແຕ່​ຢ່າ​ທໍ້​ແທ້. ຄຳ​ສັນ​ຍາ​ຂອງ​ໂຢ​ຮັນ​ອາດ​ດົນ​ໃຈ​ທ່ານ ເພື່ອ​ໃຫ້​ພະ​ຍາ​ຍາມ​ຕໍ່​ໄປ: “ຜູ້​ທີ່​ໄດ້ ອ່ານ, ແລະ ຜູ້​ທີ່ ໄດ້​ຍິນ ແລະ ເຂົ້າ​ໃຈ ຖ້ອຍ​ຄຳ​ແຫ່ງ​ຄຳ​ທຳ​ນາຍ​ນີ້, ແລະ ປະ​ຕິ​ບັດ ຕາມ​ຂໍ້​ຄວາມ​ທີ່​ມີ​ຂຽນ​ໄວ້ ກໍ​ເປັນ​ສຸກ​ແລ້ວ, ເພາະ​ເວ​ລາ​ແຫ່ງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ກໍ​ໃກ້​ເຂົ້າ​ມາ​ແລ້ວ” (ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ, ພຣະ​ນິ​ມິດ 1:3 [ໃນ ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ພາກ​ຫ້ອຍ​ທ້າຍ], ເນັ້ນ​ຄຳ​ເນີ້ງ).

ວິ​ທີ​ໜຶ່ງ​ໃນ​ການ​ສຶກ​ສາ ພຣະ​ນິ​ມິດ ແມ່ນ​ການ​ຊອກ​ຫາ​ຄວາມ​ເຊື່ອມ​ໂຍງ​ເຂົ້າ​ກັບ​ແຜນ​ແຫ່ງ​ຄວາມ​ລອດ. ພາບ​ລວມ​ທົ່ວ​ໄປ​ນີ້​ອາດ​ຊ່ວຍ​ທ່ານ​ໄດ້:

  • ບົດ​ທີ 5 ແລະ 12 ບັນ​ຍາຍ​ເຫດ​ການ​ໃນ​ຊີ​ວິດ​ກ່ອນ​ເກີດ.

  • ບົດ​ທີ 6–11, 13–14, 16–19 ບັນ​ຍາຍ​ຊີ​ວິດ​ມະ​ຕະ ແລະ ເຫດ​ການ​ໃນ​ປະ​ຫວັດ​ສາດ​ຂອງ​ແຜ່ນ​ດິນ​ໂລກ.

  • ບົດ​ທີ 2–3, 15, 20–22 ບັນ​ຍາຍ​ການ​ພິ​ພາກ​ສາ​ຄັ້ງ​ສຸດ​ທ້າຍ ແລະ ລັດ​ສະ​ໝີ​ພາບ​ທີ່​ລໍ​ຖ້າ​ຄົນ​ຊອບ​ທຳ.

ຂະ​ນະ​ທີ່​ທ່ານ​ອ່ານ, ໃຫ້​ຖາມ​ຕົວ​ເອງ​ວ່າ, “ສິ່ງ​ນີ້​ສິດ​ສອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ແຜນ​ຂອງ​ພຣະ​ເຈົ້າ? ພຣະ​ເຈົ້າ​ໄດ້​ເຮັດ​ຫຍັງ​ແດ່​ເພື່ອ​ຊ່ວຍ​ເຮົາ​ໃຫ້​ເອົາ​ຊະ​ນະ​ສິ່ງ​ຊົ່ວ​ຮ້າຍ ແລະ ຫັນ​ມາ​ຫາ​ພຣະ​ອົງ? ພຣະ​ອົງ​ໄດ້​ສັນ​ຍາ​ຫຍັງ​ແດ່​ກັບ​ຄົນ​ຊອບ​ທຳ?”

ມັນ​ກໍ​ຍັງ​ເປັນ​ປະ​ໂຫຍດ​ທີ່​ຈະ​ຮູ້​ວ່າ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 77 ອະ​ທິ​ບາຍ​ສັນ​ຍາ​ລັກ​ບາງ​ຢ່າງ​ໃນ ພຣະ​ນິ​ມິດ. ນອກ​ເໜືອ​ຈາກ​ນັ້ນ, ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ ກໍ​ໄດ້​ອະ​ທິ​ບາຍ​ຂໍ້​ພຣະ​ຄຳ​ພີ​ຢ່າງ​ແຈ່ມ​ແຈ້ງ​ໃນ ພຣະ​ນິ​ມິດ, ສະ​ນັ້ນ ໃຫ້​ກວດ​ກາ​ເບິ່ງ​ຂໍ້​ຄວາມ​ທີ່​ຢູ່​ລຸ່ມ​ໜ້າ​ປຶ້ມ ແລະ ພຣະ​ຄ​ຣິ​ສ​ຕະ​ທຳ​ຄຳ​ພີ ພາກ​ຫ້ອຍ​ທ້າຍ​ເປັນ​ປະ​ຈຳ.

ເບິ່ງ Bible Dictionary, “John,” “Revelation of John” ນຳ​ອີກ.

ພຣະ​ນິ​ມິດ 1

ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ບຸດ​ທີ່​ຊົງ​ພຣະ​ຊົນ​ຂອງ​ພຣະ​ເຈົ້າ​ທີ່​ຊົງ​ພຣະ​ຊົນ​ຢູ່.

ບົດ​ທຳ​ອິດ​ຂອງ ພຣະ​ນິ​ມິດ ບັນ​ຍາຍ​ເຖິງ​ການ​ປະ​ກົດ​ຕົວ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຕໍ່​ໂຢ​ຮັນ​ໃນ​ພາບ​ນິ​ມິດ. ບາງ​ທີ​ທ່ານ​ສາ​ມາດ​ຂຽນ​ທຸກ​ສິ່ງ​ທີ່​ບົດ​ນີ້​ກ່າວ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ, ລວມ​ທັງ​ຜູ້​ທີ່​ພຣະ​ອົງ​ເປັນ, ສິ່ງ​ທີ່​ພຣະ​ອົງ​ກະ​ທຳ​ເພື່ອ​ເຮົາ, ແລະ ສິ່ງ​ທີ່​ພຣະ​ອົງ​ປຽບ​ເໝືອນ.

ບາງ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້​ຈະ​ມາ​ຈາກ​ສັນ​ຍາ​ລັກ. ໃຫ້​ໄຕ່​ຕອງ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ອາດ​ພະ​ຍາ​ຍາມ​ສິດ​ສອນ​ທ່ານ​ກ່ຽວ​ກັບ​ພຣະ​ອົງ​ເອງ ຜ່ານ​ທາງ​ສັນ​ຍາ​ລັກ​ເຫລົ່າ​ນີ້. ຍົກ​ຕົວ​ຢ່າງ, ໃຫ້​ສັງ​ເກດ​ເບິ່ງວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເອີ້ນ​ພຣະ​ອົງ​ເອງ​ວ່າ “ເປັນ​ຕອນ​ຕົ້ນ ແລະ ທີ່​ສຸດ” ແລະ “ເປັນ​ທຳ​ອິດ ແລະ ສຸດ​ທ້າຍ.” ທ່ານ​ຄິດ​ວ່າ​ເປັນ​ຫຍັງ​ນາມ​ຊື່​ຈຶ່ງ​ສຳ​ຄັນ? ນາມ​ຊື່​ເຫລົ່າ​ນີ້​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ?

ພຣະ​ນິ​ມິດ 2–3

ພຣະ​ເຢ​ຊູ​ຄຣິດ​ຮູ້​ຈັກ​ເຮົາ​ເປັນ​ສ່ວນ​ຕົວ ແລະ ຈະ​ຊ່ວຍ​ເຮົາ​ໃຫ້​ເອົາ​ຊະ​ນະ​ການ​ທ້າ​ທາຍ​ຂອງ​ເຮົາ.

ພຣະ​ຄຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ ພຣະ​ນິ​ມິດ 2–3 ເປີດ​ເຜີຍ​ວ່າ ພຣະ​ອົງ​ເຂົ້າ​ໃຈ​ຄວາມ​ສຳ​ເລັດ​ຜົນ ແລະ ການ​ດີ້ນ​ລົນ​ທີ່​ແຕກ​ຕ່າງ​ຂອງ​ແຕ່​ລະ​ສາ​ຂາ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ສະ​ໄໝ​ຂອງ​ໂຢ​ຮັນ. ພຣະ​ອົງ​ໄດ້​ສັນ​ລະ​ເສີນ​ຄວາມ​ພະ​ຍາ​ຍາມ​ຂອງ​ໄພ່​ພົນ ແລະ ກໍ​ເຕືອນ​ພວກ​ເຂົາ​ໃນ​ສິ່ງ​ທີ່​ພວກ​ເຂົາ​ຕ້ອງ​ປ່ຽນ​ແປງ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຄຳ​ຍ້ອງ​ຍໍ ແລະ ຄຳ​ເຕືອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ?

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກໍ​ເຂົ້າ​ໃຈ​ອີກ​ເຖິງ​ຄວາມ​ສຳ​ເລັດ ແລະ ການ​ດີ້ນ​ລົນ ຂອງ​ທ່ານ ແລະ ພຣະ​ອົງ​ຢາກ​ຊ່ວຍ​ເຫລືອ​ທ່ານ. ໃຫ້​ສັງ​ເກດ​ເບິ່ງ​ຄຳ​ສັນ​ຍາ​ເລື້ອຍໆ​ທີ່​ພຣະ​ອົງ​ໄດ້​ສະ​ເໜີ​ມອບ​ໃຫ້​ຜູ້​ທີ່​ເອົາ​ຊະ​ນະ. ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ກ່ຽວ​ກັບ​ຄຳ​ສັນ​ຍາ​ເຫລົ່າ​ນີ້? ພຣະ​ຜູ້​ເປັນ​ເຈົ້າ​ຢາກ​ໃຫ້​ທ່ານ​ເອົາ​ຊະ​ນະ​ສິ່ງ​ໃດ? ທ່ານ​ສາ​ມາດ​ເຮັດ​ຫຍັງ​ແດ່​ເພື່ອ​ຮັບ​ເອົາ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະ​ອົງ?

ພຣະ​ນິ​ມິດ 4–5

ພຽງ​ແຕ່​ພຣະ​ເຢ​ຊູ​ຄຣິດ​ເທົ່າ​ນັ້ນ ທີ່​ສາ​ມາດ​ເຮັດ​ໃຫ້​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ເປັນ​ໄປ​ໄດ້.

ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຈາກ ພຣະ​ນິ​ມິດ 4 ແລະ ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ​ຈາກ ພຣະ​ນິ​ມິດ 5? ໃຫ້​ພິ​ຈາ​ລະ​ນາ​ວ່າ ມັນ​ຄົງ​ເປັນ​ແນວ​ໃດ ເມື່ອ​ເຮົາ​ຮັບ​ຮູ້​ວ່າ​ພຣະ​ເຢ​ຊູ​ຄຣິດ (“ພຣະ​ເມ​ສາ​ນ້ອຍ”) ຈະ​ເຮັດ​ໃຫ້​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ເປັນ​ໄປ​ໄດ້ (ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສາ​ມາດ “ແກະ​ຕາ​ປະ​ທັບ​ທັງ​ເຈັດ, ແລະ … ມາຍ​ໜັງ​ສື​ມ້ວນ​ນັ້ນ​ອອກ​ໄດ້” [ພຣະ​ນິ​ມິດ 5:5]). ເປັນ​ຫຍັງ​ພຣະ​ເຢ​ຊູ​ຄຣິດ​ພຽງ​ຜູ້​ດຽວ​ທີ່​ສາ​ມາດ​ເຮັດ​ສິ່ງ​ນີ້​ໄດ້? ທ່ານ​ຈະ​ສາ​ມາດ​ສະ​ແດງ​ໃຫ້​ເຫັນ​ເຖິງ​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ອົງ ໃນ​ຖາ​ນະ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ທ່ານ​ໄດ້​ແນວ​ໃດ?

ເບິ່ງ ໂຢບ 38:4–7; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 77:1–7 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ພຣະ​ນິ​ມິດ 1:20.ເປັນ​ຫຍັງ​ພຣະ​ເຢ​ຊູ​ຈຶ່ງ​ປຽບ​ທຽບ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ໃສ່​ກັບ​ໂຄມ​ໄຟ? (ເບິ່ງ ມັດ​ທາຍ 5:14–16). ໃຫ້​ຮ້ອງ​ເພງ​ກ່ຽວ​ກັບ​ວິ​ທີ​ທີ່​ເຮົາ​ສາ​ມາດ​ເປັນ​ແສງ​ສະ​ຫວ່າງ​ຂອງ​ໂຄມ​ໄຟ, ດັ່ງ​ເຊັ່ນ “ສອນ​ເຮົາ​ຍ່າງ​ໃນ​ແສງ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 72).

ພຣະ​ນິ​ມິດ 2–3.ໃຫ້​ທຳ​ທ່າ​ວ່າ​ໂຢ​ຮັນ​ຖືກ​ຂໍ​ໃຫ້​ມອບ​ຂ່າວ​ສານ​ໃຫ້​ແກ່​ຄອບ​ຄົວ​ຂອງ​ທ່ານ ເໝືອນ​ດັ່ງ​ເພິ່ນ​ໄດ້​ມອບ​ໃຫ້​ສາດ​ສະ​ໜາ​ຈັກ​ໃນ​ສະ​ໄໝ​ຂອງ​ເພິ່ນ. ເພິ່ນ​ຈະ​ວ່າ​ສິ່ງ​ໃດ​ທີ່​ດຳ​ເນີນ​ໄປ​ດ້ວຍ​ດີ? ທ່ານ​ຈະ​ດັດ​ແປງ​ໃຫ້​ດີ​ຂຶ້ນ​ແນວ​ໃດ?

ພຣະ​ນິ​ມິດ 3:15–16.ຫລັງ​ຈາກ​ໄດ້​ອ່ານ​ຂໍ້​ເຫລົ່າ​ນີ້​ແລ້ວ, ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ດື່ມ​ສິ່ງ​ໃດ​ສິ່ງ​ໜຶ່ງ​ທີ່​ອຸ່ນໆ ຊຶ່ງ​ຈະ​ດີ​ກວ່າ​ຖ້າ​ມັນ​ຮ້ອນ ຫລື ເຢັນ. ການ​ເປັນ​ຄົນ​ອຸ່ນໆ​ທາງ​ວິນ​ຍານ​ໝາຍ​ຄວາມ​ວ່າ​ແນວ​ໃດ?

ພຣະ​ນິ​ມິດ 3:20.ໃຫ້​ສະ​ແດງ​ຮູບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢືນ​ເຄາະ​ຢູ່​ທີ່​ປະ​ຕູ (ເບິ່ງ​ທ້າຍ​ຂອງ​ໂຄງ​ຮ່າງ​ນີ້) ຂະ​ນະ​ທີ່​ຄອບ​ຄົວ​ຂອງ​ທ່ານ​ອ່ານ ພຣະ​ນິ​ມິດ 3:20. ເປັນ​ຫຍັງ​ພຣະ​ເຢ​ຊູ​ຈຶ່ງ​ເຄາະ​ປະ​ຕູ ແທນ​ທີ່​ຈະ​ຍ່າງ​ເຂົ້າ​ໄປ​ໂລດ? ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ປ່ຽນ​ຜຽນ​ກັນ​ເຄາະ​ປະ​ຕູ. ແລ້ວ​ຄົນ​ໜຶ່ງ​ອີກ​ໃນ​ຄອບ​ຄົວ​ສາ​ມາດ​ແນະ​ນຳ​ວິ​ທີ​ທີ່​ເຮົາ​ຈະ “ໄຂ​ປະ​ຕູ” ໃຫ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ປ່ອຍ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ເຮົາ​ເຂົ້າ​ມາ. ຈະ​ຮູ້​ສຶກ​ແນວ​ໃດ​ທີ່​ມີ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢູ່​ໃນ​ເຮືອນ​ຂອງ​ເຮົາ?

ພຣະ​ນິ​ມິດ 4:10–11.ການ​ນະ​ມັດ​ສະ​ການ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ໝາຍ​ຄວາມ​ວ່າ​ແນວ​ໃດ? ເຮົາ​ຮູ້​ຈັກ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ອົງ ທີ່​ເຮັດ​ໃຫ້​ເຮົາ​ຢາກ​ນະ​ມັດ​ສະ​ການ​ພຣະ​ອົງ?

ພຣະ​ນິ​ມິດ 5:6, 12–13.ເປັນ​ຫຍັງ​ພຣະ​ເຢ​ຊູ​ຄຣິດ​ຈຶ່ງ​ຖືກ​ເອີ້ນ​ວ່າ “ພຣະ​ເມ​ສາ​ນ້ອຍ”? ນາມ​ຊື່​ນີ້​ສິດ​ສອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ອົງ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ສວດ​ແນະ​ນຳ: “ພຣະ​ຜູ້​ຊ່ວຍ​ດ້ວຍ​ຄວາມ​ຖ່ອມ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 28.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ຊຸກ​ຍູ້​ໃຫ້​ຖາມ​ຄຳ​ຖາມ. ຄຳ​ຖາມ​ບົ່ງ​ບອກ​ວ່າ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ພ້ອມ​ທີ່​ຈະ​ຮຽນ ແລະ ໃຫ້​ຄວາມ​ຮູ້​ເຖິງ​ວິ​ທີ​ທີ່​ເຂົາ​ເຈົ້າ​ຕອບ​ຮັບ​ສິ່ງ​ທີ່​ເຂົາ​ເຈົ້າ​ກຳ​ລັງ​ຖືກ​ສິດ​ສອນ. ຈົ່ງ​ສິດ​ສອນ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ຮູ້​ຈັກ​ວິ​ທີ​ຊອກ​ຫາ​ຄຳ​ຕອບ​ຢູ່​ໃນ​ພຣະ​ຄຳ​ພີ. (ເບິ່ງ Teaching in the Savior’s Way, 25–26.)

ຮູບ​ພາບ
ພຣະ​ຄຣິດ​ກຳ​ລັງ​ເຄາະ​ປະ​ຕູ

Let Him In [ຈົ່ງ​ໃຫ້​ພຣະ​ອົງ​ເຂົ້າ​ມາ], ໂດຍ ກະ​ເຣກ ເຄ ອໍ​ສັນ

ພິມ