ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 25–31 ເດືອນ​ທັນ​ວາ. ພຣະ​ນິ​ມິດ 15–22: “ຜູ້​ທີ່​ໄດ້​ໄຊ​ຊະ​ນະ ຜູ້​ນັ້ນ​ຈະ​ໄດ້​ຮັບ​ຂອງ​ເຫລົ່າ​ນີ້ ເປັນ​ມໍ​ລະ​ດົກ”


“ວັນ​ທີ 25–31 ເດືອນ​ທັນ​ວາ. ພຣະ​ນິ​ມິດ 15–22: ‘ຜູ້​ທີ່​ໄດ້​ໄຊ​ຊະ​ນະ ຜູ້​ນັ້ນ​ຈະ​ໄດ້​ຮັບ​ຂອງ​ເຫລົ່າ​ນີ້ ເປັນ​ມໍ​ລະ​ດົກ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 25–31 ເດືອນ​ທັນ​ວາ. ພຣະ​ນິ​ມິດ 15–22,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ​ກຳ​ລັງ​ທັກ​ທາຍ​ຜູ້​ຄົນ ໃນ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ອົງ

The City Eternal [ເມືອງ​ນິ​ລັນ​ດອນ], ໂດຍ ຄີທ໌ ລາ​ສັນ

ວັນ​ທີ 25–31 ເດືອນ​ທັນ​ວາ

ພຣະ​ນິ​ມິດ 15–22

“ຜູ້​ທີ່​ໄດ້​ໄຊ​ຊະ​ນະ ຜູ້​ນັ້ນ​ຈະ​ໄດ້​ຮັບ​ຂອງ​ເຫລົ່າ​ນີ້ ເປັນ​ມໍ​ລະ​ດົກ”

ບາງ​ເທື່ອ​ສິ່ງ​ກີດ​ກັນ​ທີ່​ໃຫຍ່​ທີ່​ສຸດ​ຕໍ່​ການ​ຮຽນ​ຮູ້ ແມ່ນ​ການ​ສັນ​ນິ​ຖານ​ວ່າ ເຮົາ​ບໍ່​ຕ້ອງ​ການ​ຮຽນ​ຮູ້—ວ່າ​ເຮົາ​ຮູ້​ແລ້ວ. ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ, ໃຫ້​ເປີດ​ໃຈ​ຕໍ່​ຄວາມ​ຮູ້​ໃໝ່​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ທີ່​ຈະ​ມອບ​ໃຫ້​ທ່ານ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ດັ່ງ​ທີ່​ທ່ານ​ອາດ​ຈື່​ໄດ້, ພຣະ​ທຳ ພຣະ​ນິ​ມິດ ເລີ່ມ​ຕົ້ນ​ດ້ວຍ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ປະ​ກາດ​ພຣະ​ອົງ​ເອງ​ວ່າ “ເປັນ​ເບື້ອງ​ຕົ້ນ ແລະ ເປັນ​ເບື້ອງ​ປາຍ]” (ພຣະ​ນິ​ມິດ 1:8). ຢ່າງ​ເໝາະ​ສົມ, ມັນ​ໄດ້​ຈົບ​ດ້ວຍ​ຄຳ​ທີ່​ຄື​ກັນ​ວ່າ: “ເຮົາ​ເປັນ … ເບື້ອງ​ຕົ້ນ ແລະ ເປັນ​ເບື້ອງ​ປາຍ]” (ພຣະ​ນິ​ມິດ 22:13). ແຕ່​ນັ້ນ​ໝາຍ​ຄວາມ​ວ່າ​ແນວ​ໃດ? ເປັນ​ເບື້ອງ​ຕົ້ນ ແລະ ເປັນ​ເບື້ອງ​ປາຍ​ຂອງ​ສິ່ງ​ໃດ? ພຣະ​ທຳ ພຣະ​ນິ​ມິດ ໄດ້​ເປັນ​ພະ​ຍານ​ຢ່າງ​ມີ​ພະ​ລັງ​ວ່າ ພຣະ​ເຢ​ຊູ​ຄຣິດ​ເປັນ​ເບື້ອງ​ຕົ້ນ ແລະ ເປັນ​ເບື້ອງ​ປາຍ​ຂອງ ທຸກ​ສິ່ງ—ຂອງ​ລະ​ຄອນ​ຊີ​ວິດ​ທີ່​ຍິ່ງ​ໃຫຍ່ ແລະ ກວ້າງ​ໄກ​ຂອງ​ຄວາມ​ເປັນ​ຢູ່ ແລະ ຄວາມ​ລອດ​ຂອງ​ມວນ​ມະ​ນຸດ. ພຣະ​ອົງ​ຄື “ພຣະ​ເມ​ສາ​ນ້ອຍ​ທີ່​ຊົງ​ຖືກ​ຂ້າ [ນັບ​ຕັ້ງ​ແຕ່​ການ​ວາງ​ຮາກ​ຖານ​ຂອງ​ໂລກ]” (ພຣະ​ນິ​ມິດ 13:8). ແລະ ພຣະ​ອົງ​ເປັນ​ມະ​ຫາ​ກະ​ສັດ​ເໜືອ​ກະ​ສັດ​ທັງ​ຫລາຍ ຜູ້ຢຸດ​ຄວາມ​ຊົ່ວ​ຮ້າຍ, ຄວາມ​ໂສກ​ເສົ້າ, ແລະ ແມ່ນ​ແຕ່​ຄວາມ​ຕາຍ​ເອງ ແລະ ນຳ “ຟ້າ​ສະ​ຫວັນ​ໃໝ່ ແລະ ແຜ່ນ​ດິນ​ໂລກ​ໃໝ່” ມາ (ພຣະ​ນິ​ມິດ 21:1).

ແຕ່​ກ່ອນ​ຈະ​ມີ​ຟ້າ​ສະ​ຫວັນ ແລະ ແຜ່ນ​ດິນ​ໂລກ​ໃໝ່, ມີ​ຫລາຍ​ສິ່ງ​ທີ່​ເຮົາ​ຕ້ອງ​ເອົາ​ຊະ​ນະ: ໄພ​ພິ​ບັດ, ສົງ​ຄາມ, ຄວາມ​ຊົ່ວ​ຮ້າຍ​ທີ່​ແຜ່​ລາມ—ຊຶ່ງ​ທັງ​ໝົດ ພຣະ​ນິ​ມິດ ໄດ້​ບັນ​ຍາຍ​ໄວ້​ຢ່າງ​ແຈ້ງ​ຊັດ. ແຕ່​ພຣະ​ເຢ​ຊູ​ຄຣິດ​ຈະ​ສະ​ຖິດ​ຢູ່​ກັບ​ເຮົາ ລະ​ຫວ່າງ​ພາກ​ສ່ວນນີ້​ຄື​ກັນ. ພຣະ​ອົງ​ເປັນ “ດາວ​ເພັກ​ດວງ​ໃສ​ຮຸ່ງ​ເຮືອງ” ທີ່​ສ່ອງ​ແສງ​ໃນ​ຄວາມ​ມືດ ດັ່ງ​ສັນ​ຍາ​ໄວ້​ວ່າ​ຄວາມ​ມືດ​ໃກ້​ເຂົ້າ​ມາ​ແລ້ວ (ພຣະ​ນິ​ມິດ 22:16). ແລະ ມັນ ກໍ ຈະ​ມາ​ເຖິງ​ໃນ​ໄວໆ​ນີ້. ພຣະ​ອົງ ກຳ​ລັງ​ສະ​ເດັດ​ມາ. ແມ່ນ​ແຕ່​ຂະ​ນະ​ທີ່​ພຣະ​ອົງ​ເຊື້ອ​ເຊີນ​ເຮົາ​ວ່າ, “ຈົ່ງ​ມາ​ຫາ​ເຮົາ” (ມັດ​ທາຍ 11:28), ພຣະ​ອົງ​ກໍ​ຈະ​ສະ​ເດັດ​ມາ​ຫາ​ເຮົາ​ເຊັ່ນ​ກັນ. “ເຮົາ​ຈະ​ມາ​ໃນ​ໄວໆ​ນີ້,” ພຣະ​ອົງ​ປະ​ກາດ. ແລະ ດ້ວຍ​ຄວາມ​ຫວັງ ແລະ ສັດ​ທາ ທີ່​ໄດ້​ຖືກ​ຫລໍ່​ຫລອມ​ໃນ​ເຕົາ​ໄຟ​ຂອງ​ຍຸກ​ສຸດ​ທ້າຍ​ທີ່​ຍາກ​ລຳ​ບາກ, ເຮົາ​ຕອບ​ວ່າ, “ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ຊົງ​ສະ​ເດັດ​ມາ​ເທີ້ນ” (ພຣະ​ນິ​ມິດ 22:20).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ພຣະ​ນິ​ມິດ 16–18; 21–22

ພຣະ​ຜູ້​ເປັນ​ເຈົ້າ​ເຊື້ອ​ເຊີນ​ເຮົາ​ໃຫ້​ໜີ​ຈາກ​ບາ​ບີ​ໂລນ ແລະ ຮັບ​ເອົາ “ນະ​ຄອນ​ສັກ​ສິດ” ເປັນ​ມໍ​ລະ​ດົກ.

ຫລັງ​ຈາກ​ໄດ້​ເປັນ​ພະ​ຍານ​ເຖິງ​ຄວາມ​ພິ​ນາດ ແລະ ອັນ​ຕະ​ລາຍ​ຂອງ​ຍຸກ​ສຸດ​ທ້າຍ, ໂຢ​ຮັນ​ໄດ້​ເຫັນ​ວັນ​ເວ​ລາ​ໃນ​ອະ​ນາ​ຄົດ ທີ່​ສາ​ມາດ​ສະ​ຫລຸບ​ໄດ້​ໃນ​ການ​ປະ​ກາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ “ເບິ່ງ​ແມ, ເຮົາ​ໄດ້​ສ້າງ​ທຸກ​ສິ່ງ​ທັງ​ປວງ​ຂຶ້ນ​ໃໝ່” (ພຣະ​ນິ​ມິດ 21:5). ວິ​ທີ​ໜຶ່ງ​ທີ່​ຈະ​ເຂົ້າ​ໃຈ​ຄວາມ​ໝາຍ ຄື​ການ​ປຽບ​ທຽບ​ຄຳ​ອະ​ທິ​ບາຍ​ກ່ຽວ​ກັບ​ບາ​ບີ​ໂລນ​ຂອງ​ໂຢ​ຮັນ, ສັນ​ຍາ​ລັກ​ຂອງ​ໂລກ ແລະ ຄວາມ​ຊົ່ວ​ຮ້າຍ (ເບິ່ງ ພຣະ​ນິ​ມິດ 16–18), ໃສ່​ກັບ​ຄຳ​ອະ​ທິ​ບາຍ​ກ່ຽວ​ກັບ​ເຢ​ຣູ​ຊາ​ເລັມ​ໃໝ່, ສັນ​ຍາ​ລັກ​ຂອງ​ລັດ​ສະ​ໝີ​ພາບ​ຊັ້ນ​ສູງ​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ (ເບິ່ງ ພຣະ​ນິ​ມິດ 21–22). ຕາ​ຕະ​ລາງ​ຢູ່​ຂ້າງ​ລຸ່ມ​ອາດ​ຊ່ວຍ​ທ່ານ​ໄດ້:

ບາ​ບີ​ໂລນ

ເຢ​ຣູ​ຊາ​ເລັມ​ໃໝ່

ບາ​ບີ​ໂລນ

ພຣະ​ນິ​ມິດ 16:3–6

ເຢ​ຣູ​ຊາ​ເລັມ​ໃໝ່

ພຣະ​ນິ​ມິດ 21:6; 22:1–2, 17

ບາ​ບີ​ໂລນ

ພຣະ​ນິ​ມິດ 16:10; 18:23

ເຢ​ຣູ​ຊາ​ເລັມ​ໃໝ່

ພຣະ​ນິ​ມິດ 21:23–24; 22:5

ບາ​ບີ​ໂລນ

ພຣະ​ນິ​ມິດ 17:1–5

ເຢ​ຣູ​ຊາ​ເລັມ​ໃໝ່

ພຣະ​ນິ​ມິດ 21:2

ບາ​ບີ​ໂລນ

ພຣະ​ນິ​ມິດ 18:11, 15

ເຢ​ຣູ​ຊາ​ເລັມ​ໃໝ່

ພຣະ​ນິ​ມິດ 21:4

ບາ​ບີ​ໂລນ

ພຣະ​ນິ​ມິດ 18:12–14

ເຢ​ຣູ​ຊາ​ເລັມ​ໃໝ່

ພຣະ​ນິ​ມິດ 21:18–21; 22:1–2

ທ່ານ​ເຫັນ​ສິ່ງ​ອື່ນ​ໃດ​ແດ່​ທີ່​ແຕກ​ຕ່າງ?

ທ່ານ​ອາດ​ໄຕ່​ຕອງ​ອີກ​ວ່າ ການ​ອອກ​ມາ “ຈາກ” ບາ​ບີ​ໂລນ ມີ​ຄວາມ​ໝາຍ​ແນວ​ໃດ​ສຳ​ລັບ​ທ່ານ (ພຣະ​ນິ​ມິດ 18:4). ທ່ານ​ພົບ​ເຫັນ​ຫຍັງ​ແດ່​ໃນ ພຣະ​ນິ​ມິດ 21–22 ທີ່​ດົນ​ໃຈ​ທ່ານ​ໃຫ້​ເຮັດ​ເຊັ່ນ​ນັ້ນ?

ຮູບ​ພາບ
ພຣະ​ເຢ​ຊູ​ກັບ​ຜູ້​ຄົນ​ທີ່​ຢູ່​ໃນ​ແສງ​ສະ​ຫວ່າງ​ຢູ່​ທາງ​ເບື້ອງ​ຂວາ ແລະ ຜູ້​ຄົນ​ທີ່​ຢູ່​ໃນ​ຄວາມ​ມືດ​ຢູ່​ທາງ​ເບື້ອງ​ຊ້າຍ

The Last Judgement [ການ​ພິ​ພາກ​ສາ​ຄັ້ງ​ສຸດ​ທ້າຍ], ໂດຍ ຈອນ ສະ​ກາດ

ພຣະ​ນິ​ມິດ 20:12–15; 21:1–4

ລູກໆ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ​ຈະ​ຖືກ​ພິ​ພາກ​ສາ​ຈາກ​ໜັງ​ສື​ທະ​ບຽນ​ແຫ່ງ​ຊີ​ວິດ.

ສົມ​ມຸດ​ວ່າ​ມີ​ນັກ​ຂຽນ​ສະ​ເໜີ​ຂຽນ​ປຶ້ມ​ກ່ຽວ​ກັບ​ຊີ​ວິດ​ຂອງ​ທ່ານ. ລາຍ​ລະ​ອຽດ ຫລື ປະ​ສົບ​ການ​ຢ່າງ​ໃດ​ແດ່​ທີ່​ທ່ານ​ຢາກ​ລວມ​ໄວ້​ໃນ​ນັ້ນ? ຖ້າ​ຫາກ​ທ່ານ​ຮູ້​ວ່າ ການ​ກະ​ທຳ​ຂອງ​ທ່ານ​ໃນ​ອະ​ນາ​ຄົດ​ຈະ​ຖືກ​ບັນ​ທຶກ​ໄວ້​ຄື​ກັນ, ທ່ານ​ຈະ​ໃຊ້​ຊີ​ວິດ​ທີ່​ແຕກ​ຕ່າງ​ແນວ​ໃດ? ໃຫ້​ຄິດ​ກ່ຽວ​ກັບ​ສິ່ງ​ນີ້ ຂະ​ນະ​ທີ່​ທ່ານ​ອ່ານ ພຣະ​ນິ​ມິດ 20:12–15. ທ່ານ​ຫວັງ​ວ່າ​ສິ່ງ​ໃດ​ຈະ​ຖືກ​ຂຽນ​ກ່ຽວ​ກັບ​ທ່ານ ຢູ່​ໃນ​ໜັງ​ສື​ທະ​ບຽນ​ແຫ່ງ​ຊີ​ວິດ? ທ່ານ​ຈະ​ອະ​ທິ​ບາຍ​ບົດ​ບາດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢູ່​ໃນ​​ໜັງ​ສື​ທະ​ບຽນ​ແຫ່ງ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ? ໃນ​ຄວາມ​ຄິດ​ເຫັນ​ຂອງ​ທ່ານ, ເປັນ​ຫຍັງ​ຈຶ່ງ​ສຳ​ຄັນ​ທີ່​ມັນ​ຖືກ​ເອີ້ນ​ວ່າ “ໜັງ​ສື​ທະ​ບຽນ​ແຫ່ງ​ຊີ​ວິດ​ຂອງ​ພຣະ​ເມ​ສາ​ນ້ອຍ”? (ພຣະ​ນິ​ມິດ 21:27).

ຖ້າ​ຫາກ​ການ​ຄິດ​ທີ່​ຈະ​ໄດ້​ຢືນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ​ເຮັດ​ໃຫ້​ທ່ານ​ຮູ້​ສຶກ​ບໍ່​ສະ​ບາຍ​ໃຈ, ໃຫ້​ຄິດ​ທີ່​ຈະ​ອ່ານ ພຣະ​ນິ​ມິດ 21:1–4. ເມື່ອ​ກ່າວ​ເຖິງ​ຂໍ້​ເຫລົ່າ​ນີ້, ແອວ​ເດີ ດີ​ເດີ ແອັຟ ອຸກດອບ ໄດ້​ກ່າວ​ວ່າ:

“ມື້​ນັ້ນ ມື້​ແຫ່ງ​ການ​ພິ​ພາກ​ສາ ຈະ​ເປັນ​ມື້​ແຫ່ງ​ຄວາມ​ເມດ​ຕາ ແລະ ຄວາມ​ຮັກ—ເປັນ​ມື້ ເມື່ອ​ຫົວ​ໃຈ​ທີ່​ຊອກ​ຊ້ຳ​ໄດ້​ຮັບ​ການ​ປິ່ນ​ປົວ, ເມື່ອ​ນ້ຳ​ຕາ​ແຫ່ງ​ຄວາມ​ໂສກ​ເສົ້າ ປ່ຽນ​ເປັນ​ນ້ຳ​ຕາ​ແຫ່ງ​ຄວາມ​ກະ​ຕັນ​ຍູ, ເມື່ອ​ທຸກ​ຄົນ​ໄດ້​ຮັບ​ຄວາມ​ຍຸດ​ຕິ​ທຳ. ແມ່ນ​ແລ້ວ, ຈະ​ຮູ້​ສຶກ​ເສຍ​ໃຈ​ຫລາຍ ເພາະ​ບາບ. ແມ່ນ​ແລ້ວ, ຈະ​ມີ​ຄວາມ​ກິນ​ແໜງ ແລະ ແມ່ນ​ແຕ່​ເຈັບ​ປວດ ເພາະ​ຄວາມ​ຜິດ​ຂອງ​ເຮົາ, ຄວາມ​ໂງ່​ຈ້າ​ຂອງ​ເຮົາ, ແລະ ຄວາມ​ແຂງ​ກະ​ດ້າງ​ຂອງ​ໃຈ​ເຮົາ ທີ່​ເຮັດ​ໃຫ້​ເຮົາ​ພາດ​ໂອ​ກາດ​ສຳ​ລັບ​ອະ​ນາ​ຄົດ​ທີ່​ຍິ່ງ​ໃຫຍ່​ກວ່າ.

“ແຕ່​ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ບໍ່​ພຽງ​ແຕ່​ເຮົາ​ຈະ​ພໍ​ໃຈ​ກັບ​ການ​ພິ​ພາກ​ສາ​ຂອງ​ພຣະ​ເຈົ້າ​ເທົ່າ​ນັ້ນ; ແຕ່​ເຮົາ​ຈະ​ປະ​ຫລາດ​ໃຈ ແລະ ປາບ​ປື້ມ​ໃຈ​ຫລາຍ​ນຳ​ອີກ ໂດຍ​ພຣະ​ຄຸນ, ຄວາມ​ເມດ​ຕາ, ຄວາມ​ເພື່ອ​ແຜ່, ແລະ ຄວາມ​ຮັກ​ອັນ​ເປັນ​ນິດ​ຂອງ​ພຣະ​ອົງ ສຳ​ລັບ​ເຮົາ​ຜູ້​ເປັນ​ລູກໆ​ຂອງ​ພຣະ​ອົງ” (“O How Great the Plan of Our God!,” Liahona, Nov. 2016, 21).

ຄວາມ​ຈິງ​ເຫລົ່າ​ນີ້​ມີ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ທ່ານ​ຄິດ​ກ່ຽວ​ກັບ​ການ​ພິ​ພາກ​ສາ​ຄັ້ງ​ສຸດ​ທ້າຍ​ແນວ​ໃດ? ຄວາມ​ຈິງ​ເຫລົ່າ​ນີ້​ດົນ​ໃຈ​ທ່ານ​ໃຫ້​ປ່ຽນ​ແປງ​ສິ່ງ​ໃດ​ໃນ​ຊີ​ວິດ​ຂອງ​ທ່ານ?

ເບິ່ງ Bible Dictionary, “Book of life” ນຳ​ອີກ.

ພຣະ​ນິ​ມິດ 22:18–19

ຂໍ້​ເຫລົ່າ​ນີ້​ໝາຍ​ຄວາມ​ວ່າ ບໍ່​ສາ​ມາດ​ມີ​ພຣະ​ຄຳ​ພີ​ເຫລັ້ມ​ອື່ນໆ​ນອກ​ຈາກ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ບໍ?

ບາງ​ຄົນ​ໄດ້​ອ້າງ​ເຖິງ ພຣະ​ນິ​ມິດ 22:18–19 ເພື່ອ​ເປັນ​ເຫດ​ຜົນ​ໃນ​ການ​ປະ​ຕິ​ເສດ​ພຣະ​ຄຳ​ພີ​ມໍ​ມອນ ແລະ ພຣະ​ຄຳ​ພີ​ຍຸກ​ສຸດ​ທ້າຍ​ເຫລັ້ມ​ອື່ນໆ. ທ່ານ​ສາ​ມາດ​ພົບ​ຄຳ​ຕອບ​ໃຫ້​ກັບ​ການ​ຄັດ​ຄ້ານ​ນີ້ ໃນ​ຂ່າວ​ສານ​ຂອງ​ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ “My Words … Never Cease” (Liahona, May 2008, 91–94).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ພຣະ​ນິ​ມິດ 15:2–4.ຂະ​ນະ​ທີ່​ຄອບ​ຄົວ​ຂອງ​ທ່ານ​ສົນ​ທະ​ນາ​ຂໍ້​ເຫລົ່າ​ນີ້, ຊຶ່ງ​ອ້າງ​ເຖິງ “ເພງ​ຂອງ​ໂມ​ເຊ” ແລະ “ເພງ​ຂອງ​ພຣະ​ເມ​ສາ​ນ້ອຍ,” ທ່ານ​ສາ​ມາດ​ອ່ານ​ເພງ​ຂອງ​ໂມ​ເຊ​ໃນ ອົບ​ພະ​ຍົບ 15:1–19, ພ້ອມ​ທັງ​ເພງ​ອື່ນໆ​ທີ່​ກ່າວ​ເຖິງ​ຢູ່​ໃນ​ພຣະ​ຄຳ​ພີ, ເຊັ່ນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:98–102. ເປັນ​ຫຍັງ​ຜູ້​ທີ່​ໄດ້ “ໄຊ​ຊະ​ນະ​ເໜືອ​ສັດ​ຮ້າຍ” (ພຣະ​ນິ​ມິດ 15:2) ຮູ້​ສຶກ​ຢາກ​ຮ້ອງ​ເພງ​ຄື​ກັນ​ກັບ​ເພງ​ເຫລົ່າ​ນີ້? ບາງ​ທີ​ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ຮ້ອງ​ເພງ​ສວດ ຫລື ເພງ​ຂອງ​ເດັກ​ນ້ອຍ​ທີ່​ສັນ​ລະ​ເສີນ.

ພຣະ​ນິ​ມິດ 19:7–9.ບາງ​ທີ​ພວກ​ທ່ານ​ສາ​ມາດ​ເບິ່ງ​ຮູບ​ພາບ​ແຕ່ງ​ງານ​ຈາກ​ປະ​ຫວັດ​ຄອບ​ຄົວ​ຂອງ​ພວກ​ທ່ານ ຫລື ເວົ້າ​ລົມ​ກັນ​ກ່ຽວ​ກັບ​ເວ​ລາ​ທີ່​ຄອບ​ຄົວ​ຂອງ​ທ່ານ​ໄປ​ຮ່ວມ​ງານ​ແຕ່ງ​ດອງ. ເປັນ​ຫຍັງ​ການ​ແຕ່ງ​ງານ​ຈຶ່ງ​ເປັນ​ເລື່ອງ​ປຽບ​ທຽບ​ທີ່​ດີ​ສຳ​ລັບ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ ກັບ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ? (ເບິ່ງ ມັດ​ທາຍ 22:1–14 ນຳ​ອີກ.)

ພຣະ​ນິ​ມິດ 20:2–3. 1 ນີ​ໄຟ 22:26 ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ຄວາມ​ໝາຍ​ທີ່​ວ່າ ຊາ​ຕານ​ຈະ “ຖືກ​ມັດ​ໄວ້” ແນວ​ໃດ?

ພຣະ​ນິ​ມິດ 22:1–4.ການ​ຕິດ​ພຣະ​ນາມ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ “ໃສ່​ໜ້າ​ຜາກ [ຂອງ​ເຮົາ]” ໝາຍ​ຄວາມ​ວ່າ​ແນວ​ໃດ? (ພຣະ​ນິ​ມິດ 22:4; ເບິ່ງ ອົບ​ພະ​ຍົບ 28:36–38; ໂມ​ໄຊ​ຢາ 5:7–9; ແອວ​ມາ 5:14; ໂມ​ໂຣ​ໄນ 4:3; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 109:22; David A. Bednar, “Honorably Hold a Name and a Standing,” Liahona, May 2009, 97–100 ນຳ​ອີກ).

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ແນະ​ນຳ: “ເຮົາ​ຮ້ອງ​ສັນ​ເສີນ​ນາມ​ເຢ​ຊູ​ເຈົ້າ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 27.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ຕິດ​ຕາມ​ເບິ່ງ​ການ​ເຊື້ອ​ເຊີນ​ໃຫ້​ກະ​ທຳ. “ເມື່ອ​ທ່ານ​ຕິດ​ຕາມ​ເບິ່ງ​ການ​ເຊື້ອ​ເຊີນ​ໃຫ້​ກະ​ທຳ, ທ່ານ​ໄດ້​ສະ​ແດງ​ໃຫ້ [ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ] ເຫັນ​ວ່າ ທ່ານ​ເອົາ​ໃຈ​ໃສ່​ຕໍ່​ເຂົາ​ເຈົ້າ ແລະ ວິ​ທີ​ທີ່​ພຣະ​ກິດ​ຕິ​ຄຸນ​ໄດ້​ເປັນ​ພອນ​ໃຫ້​ແກ່​ເຂົາ​ເຈົ້າ​ແນວ​ໃດ. ທ່ານ​ກໍ​ຍັງ​ໃຫ້​ໂອ​ກາດ​ເຂົາ​ເຈົ້າ​ແບ່ງ​ປັນ​ປະ​ສົບ​ການ​ຂອງ​ເຂົາ​ເຈົ້າ​ນຳ​ອີກ”(Teaching in the Savior’s Way35).

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ​ກຳ​ລັງ​ຂີ່​ມ້າ​ລົງ​ມາ​ຈາກ​ສະ​ຫວັນ ໃນ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ອົງ

ພຣະ​ຄຣິດ​ໃສ່​ເສື້ອ​ຄຸມ​ສີ​ແດງ​ນັ່ງ​ຢູ່​ເທິງ​ມ້າ​ຂາວ.

ພິມ