ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 18–24 ເດືອນ​ທັນ​ວາ. ຄຣິດ​ສະ​ມາດ: “ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ແຫ່ງ​ຄວາມ​ປິ​ຕິ​ຍິນ​ດີ​ອັນ​ຍິ່ງ​ໃຫຍ່”


“ວັນ​ທີ 18–24 ເດືອນ​ທັນ​ວາ. ຄຣິດ​ສະ​ມາດ: ‘ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ແຫ່ງ​ຄວາມ​ປິ​ຕິ​ຍິນ​ດີ​ອັນ​ຍິ່ງ​ໃຫຍ່,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 18–24 ເດືອນ​ທັນ​ວາ. ຄຣິດ​ສະ​ມາດ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ກຸມ​ມານ​ນ້ອຍ

Little Lamb [ພຣະ​ເມ​ສາ​ນ້ອຍ], ໂດຍ ເຈ​ເນ​ດີ ເພດຈ໌

ວັນ​ທີ 18–24 ເດືອນ​ທັນ​ວາ

ຄຣິດ​ສະ​ມາດ

“ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ແຫ່ງ​ຄວາມ​ປິ​ຕິ​ຍິນ​ດີ​ອັນ​ຍິ່ງ​ໃຫຍ່”

ໃຫ້​ພິ​ຈາ​ລະ​ນາ​ວ່າ ການ​ໄຕ່​ຕອງ​ການ​ກຳ​ເນີດ ແລະ ພາ​ລະ​ກິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ສາ​ມາດ​ຊ່ວຍ​ນຳ​ວິນ​ຍານ​ແຫ່ງ​ສັນ​ຕິ​ສຸກ ແລະ ຄວາມ​ສັກ​ສິດ​ມາ​ສູ່​ເທດ​ສະ​ການ​ຄຣິດ​ສະ​ມາດ​ໄດ້​ແນວ​ໃດ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ເປັນ​ຫຍັງ​ການ​ກຳ​ເນີດ​ຂອງ​ກຸມ​ມານ​ນ້ອຍ​ຈຶ່ງ​ນຳ​ຄວາມ​ຊື່ນ​ຊົມ​ທີ່​ຍິ່ງ​ໃຫຍ່​ເຊັ່ນ​ນັ້ນ​ມາ​ໃຫ້? ບາງ​ທີ​ເປັນ​ເພາະ​ກຸມ​ມານ​ນ້ອຍ​ສາ​ມາດ​ເປັນ​ສັນ​ຍາ​ລັກ​ຂອງ​ຄວາມ​ຫວັງ. ມີ​ບາງ​ສິ່ງ​ກ່ຽວ​ກັບ​ຊີ​ວິດ​ໃໝ່​ອ່ຽມ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ເປັນ​ໄປ​ໄດ້ ທີ່​ເຊື້ອ​ເຊີນ​ເຮົາ​ໃຫ້​ໄຕ່​ຕອງວ່າ ຊີ​ວິດ​ຈະ​ເປັນ​ແນວ​ໃດ​ສຳ​ລັບ​ເດັກ​ຄົນ​ນັ້ນ ແລະ ສິ່ງ​ທີ່​ດີ​ເລີດ​ທີ່​ເຂົາ​ຈະ​ບັນ​ລຸ. ສິ່ງ​ນີ້​ບໍ່​ເຄີຍ​ເປັນ​ຈິງ​ເທົ່າ​ກັບ​ການ​ກຳ​ເນີດ​ຂອງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ພຣະ​ເຢ​ຊູ​ຄຣິດ. ບໍ່​ເຄີຍ​ມີ​ຄວາມ​ຫວັງ​ໃນ​ຕົວ​ເດັກ​ຫລາຍ​ໄປ​ກວ່າ​ນີ້, ແລະ ບໍ່​ເຄີຍ​ມີ​ຄົນ​ໃດ​ເກີດ​ມາ​ພ້ອມ​ກັບ​ຄຳ​ສັນ​ຍາ​ຫລາຍ​ກວ່າ​ນີ້.

ເມື່ອ​ທູດ​ອົງ​ໜຶ່ງ​ໄດ້​ເຊື້ອ​ເຊີນ​ພວກ​ຜູ້​ລ້ຽງ​ແກະ​ໃຫ້​ໄປ​ຊອກ​ຫາ​ກຸມ​ມານ​ນ້ອຍ​ຢູ່​ໃນ​ຮາງ​ຫຍ້າ, ເພິ່ນ​ກໍ​ໄດ້​ບອກ​ຂ່າວ​ສານ​ກ່ຽວ​ກັບ​ກຸມ​ມານ​ນ້ອຍ​ນຳ​ອີກ. ມັນ​ແມ່ນ​ຂ່າວ​ສານ​ແຫ່ງ​ຄວາມ​ຫວັງ—ວ່າ​ກຸມ​ມານ​ນ້ອຍ​ຜູ້​ນີ້​ໄດ້​ມາ​ສູ່​ໂລກ​ເພື່ອ​ບັນ​ລຸ​ພາ​ລະ​ກິດ​ທີ່​ສັກ​ສິດ. ພວກ​ຜູ້​ລ້ຽງ​ແກະ​ໄດ້ “ເລົ່າ​ເລື່ອງ … ​ແລະ ທຸກ​ຄົນ​ທີ່​ໄດ້​ຟັງ​ພວກ​ຜູ້​ລ້ຽງ​ແກະ​ເລົ່າ ຕ່າງ​ກໍ​ປະ​ຫລາດ​ໃຈ​ຕໍ່​ສິ່ງ​ທີ່​ພວກ​ຜູ້​ລ້ຽງ​ແກະ​ໄດ້​ເລົ່າ​ນັ້ນ. ຝ່າຍ​ມາ​ຣີ​ກໍ​ຈົດ​ຈຳ​ເລື່ອງ​ເຫລົ່າ​ນີ້​ທັງ​ໝົດ​ໄວ້, ແລະ ຄິດ​ຮ່ຳ​ເພິງ​ຢູ່​ໃນ​ໃຈ” (ລູ​ກາ 2:17–19). ບາງ​ທີ​ມັນ​ຄົງ​ເປັນ​ສິ່ງ​ດີ​ທີ່​ຈະ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ນາງ​ມາ​ຣີ​ໃນ​ຍາມ​ຄຣິດ​ສະ​ມາດ​ນີ້: ຄິດ​ຮ່ຳ​ເພິງ​ໃນ​ໃຈ​ເຖິງ​ສິ່ງ​ທີ່​ທ່ານ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ປີ​ນີ້. ພຣະ​ອົງ​ໄດ້​ບັນ​ລຸ​ພາ​ລະ​ກິດ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ອົງ ໃນ​ເລື່ອງ​ລາວ​ທີ່​ທ່ານ​ໄດ້​ອ່ານ​ແນວ​ໃດ? ແລະ ສຳ​ຄັນ​ກວ່າ​ນັ້ນ, ພາ​ລະ​ກິດ​ຂອງ​ພຣະ​ອົງ​ໄດ້​ປ່ຽນ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ? ແລ້ວ​ທ່ານ​ອາດ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພວກ​ຜູ້​ລ້ຽງ​ແກະ: ທ່ານ​ຈະ “ເລົ່າ​ເລື່ອງ” ວ່າ​ພຣະ​ເຢ​ຊູ​ຄຣິດ​ໄດ້​ເຮັດ​ສິ່ງ​ໃດ​ເພື່ອ​ທ່ານ?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ມັດ​ທາຍ 1:18–25; 2:1–12; ລູ​ກາ 1:26–38; 2:1–20

ພຣະ​ເຢ​ຊູ​ຄຣິດ​ຖ່ອມ​ຕົວ​ຫລາຍ​ທີ່​ໄດ້​ມາ​ກຳ​ເນີດ​ທ່າມ​ກາງ​ເຮົາ​ຢູ່​ເທິງ​ແຜ່ນ​ດິນ​ໂລກ.

ເຖິງ​ແມ່ນ​ທ່ານ​ໄດ້​ອ່ານ ຫລື ໄດ້​ຍິນ​ເລື່ອງ​ລາວ​ເຖິງ​ການ​ກຳ​ເນີດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຫລາຍໆ​ເທື່ອ, ແຕ່​ການ​ສຶກ​ສາ​ກ່ຽວ​ກັບ​ເລື່ອງ​ລາວ​ຂອງ​ພຣະ​ອົງ​ໃນ​ເທື່ອ​ນີ້ ພ້ອມ​ດ້ວຍ​ການ​ພິ​ຈາ​ລະ​ນາ​ດັ່ງ​ນີ້: “ເທດ​ສະ​ການ​ຄຣິດ​ສະ​ມາດ​ບໍ່​ພຽງ​ແຕ່​ເປັນ​ການ​ສະ​ຫລອງ ວິ​ທີ ທີ່​ພຣະ​ເຢ​ຊູ​ໄດ້​ມາ​ສູ່​ໂລກ​ເທົ່າ​ນັ້ນ ແຕ່​ຍັງ​ເປັນ​ການ​ຮັບ​ຮູ້​ວ່າ ພຣະ​ອົງ ເປັນ​ໃຜ​ນຳ​ອີກ—ເປັນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ພຣະ​ເຢ​ຊູ​ຄຣິດ—ແລະ ວ່າ ເປັນ​ຫຍັງ ພຣະ​ອົງ​ຈຶ່ງ​ມາ​ສູ່​ໂລກ​ນີ້” (ຄະ​ເລກ ຊີ ຄຣິສ​ເຕັນ​ເຊັນ, “ເລື່ອງ​ລາວ​ທັງ​ໝົດ​ກ່ຽວ​ກັບ​ຄຣິດ​ສະ​ມາດ” [ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ ເນື່ອງ​ໃນ​ໂອ​ກາດ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ, ວັນ​ທີ 4 ເດືອນ​ທັນ​ວາ, 2016], broadcasts.ChurchofJesusChrist.org).

ທ່ານ​ຮູ້​ຈັກ​ສິ່ງ​ໃດ​ແດ່​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ​ວ່າ​ເປັນ​ໃຜ ກ່ອນ​ພຣະ​ອົງ​ໄດ້​ມາ​ກຳ​ເນີດ? (ເບິ່ງ, ສຳ​ລັບ​ຕົວ​ຢ່າງ, ໂຢ​ຮັນ 17:5; ໂມ​ໄຊ​ຢາ 3:5; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:13–14, 20–24; ໂມ​ເຊ 4:2). ຄວາມ​ຮູ້​ນີ້​ມີ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ທ່ານ​ຮູ້​ສຶກ ເມື່ອ​ທ່ານ​ອ່ານ​ກ່ຽວ​ກັບ​ການ​ກຳ​ເນີດ​ຂອງ​ພຣະ​ອົງ​ແນວ​ໃດ?

ທ່ານ​ຮູ້​ຈັກ​ຫຍັງ​ແດ່​ກ່ຽວ​ກັບ​ວ່າ ເປັນ​ຫຍັງ​ພຣະ​ເຢ​ຊູ​ຄຣິດ​ຈຶ່ງ​ສະ​ເດັດ​ມາ​ສູ່​ໂລກ? (ເບິ່ງ, ສຳ​ລັບ​ຕົວ​ຢ່າງ, ລູ​ກາ 4:16–21; ໂຢ​ຮັນ 3:16–17; 3 ນີ​ໄຟ 27:13–16; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:20–28). ຄວາມ​ຮູ້ນີ້​ມີ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ທ່ານ​ຮູ້​ສຶກ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແນວ​ໃດ? ຄວາມ​ຮູ້​ນີ້​ສາ​ມາດ​ມີ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ທ່ານ​ດຳ​ລົງ​ຊີ​ວິດ​ແນວ​ໃດ?

ເບິ່ງ 2 ໂກ​ຣິນ​ໂທ 8:9; ເຮັບ​ເຣີ 2:7–18; 1 ນີ​ໄຟ 11:13–33; ແອວ​ມາ 7:10–13; “The Nativity” (ວິ​ດີ​ໂອ), ChurchofJesusChrist.org ນຳ​ອີກ.

1 ໂກ​ຣິນ​ໂທ 15:21–26; ໂກ​ໂລ​ຊາຍ 1:12–22; 1 ເປ​ໂຕ 2:21–25

ພຣະ​ເຢ​ຊູ​ຄຣິດ​ໄດ້​ບັນ​ລຸ​ພາ​ລະ​ກິດ​ຂອງ​ພຣະ​ອົງ ແລະ ໄດ້​ເຮັດ​ໃຫ້​ມັນ​ເປັນ​ໄປ​ໄດ້​ສຳ​ລັບ​ເຮົາ​ທີ່​ຈະ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ.

ເຖິງ​ແມ່ນ​ວ່າ​ເລື່ອງ​ລາວ​ການ​ກຳ​ເນີດ​ຂອງ​ພຣະ​ຄຣິດ​ເຕັມ​ໄປ​ດ້ວຍ​ເຫດ​ການ​ທີ່​ໜ້າ​ອັດ​ສະ​ຈັນ, ແຕ່​ການ​ກຳ​ເນີດ​ຂອງ​ພຣະ​ອົງ​ຄົງ​ຈະ​ເປັນ​ພຽງ​ການ​ເກີດ​ຂອງ​ບຸກ​ຄົນ​ໜຶ່ງ​ເທົ່າ​ນັ້ນ ຖ້າ​ຫາກ​ບໍ່​ແມ່ນ​ຍ້ອນ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ທີ່​ພຣະ​ອົງ​ໄດ້​ເຮັດ​ສຳ​ເລັດ​ໃນ​ພາຍ​ຫລັງ ໃນ​ພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ. ດັ່ງ​ທີ່​ປະ​ທານ​ກໍ​ດອນ ບີ ຮິງ​ລີ ໄດ້​ກ່າວ​ວ່າ, “ກຸມ​ມານ​ນ້ອຍ​ເຢ​ຊູ​ແຫ່ງ​ເບັດ​ເລ​ເຮັມ​ຈະ​ເປັນ​ພຽງ​ແຕ່​ແອ​ນ້ອຍ​ຄົນ​ໜຶ່ງ​ເທົ່າ​ນັ້ນ ຖ້າ​ປາດ​ສະ​ຈາກ​ພຣະ​ຄຣິດ​ຜູ້​ໄຖ່​ແຫ່ງ​ເຄັດ​ເຊ​ມາ​ເນ ແລະ ຄາ​ວາ​ຣີ, ແລະ ຄວາມ​ຈິງ​ອັນ​ເປັນ​ໄຊ​ຊະ​ນະ​ຂອງ​ການ​ຟື້ນ​ຄືນ​ພຣະ​ຊົນ” (“The Wondrous and True Story of Christmas,” Ensign, Dec. 2000, 5).

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ຄຸ​ເຂົ່າ​ຢູ່​ໃນ​ສວນ​ເຄັດ​ເຊ​ມາ​ເນ

Gethsemane [ເຄັດ​ເຊ​ມາ​ເນ], ໂດຍ ເຈ ເຄີກ ຣິ​ເຈີດສ໌

ຫລັກ​ຖານ​ຂອງ​ພາ​ລະ​ກິດ​ອັນ​ສູງ​ສົ່ງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຄວາມ​ຮັກ​ທີ່​ມີ​ພະ​ລັງ​ຂອງ​ພຣະ​ອົງ​ສຳ​ລັບ​ຄົນ​ອື່ນ ມີ​ຢູ່​ທົ່ວ​ພຣະ​ຄຳ​ພີ​ໃໝ່. ຂໍ້​ພຣະ​ຄຳ​ພີ​ໃດ ຫລື ເລື່ອງ​ລາວ​ໃດ​ທີ່​ມາ​ສູ່​ຈິດ​ໃຈ​ທ່ານ? ທ່ານ​ອາດ​ກັບ​ຄືນ​ໄປ​ເບິ່ງ​ແຫລ່ງ​ນີ້ ຫລື ປຶ້ມ​ບັນ​ທຶກ​ການ​ສຶກ​ສາ​ຂອງ​ທ່ານ ແລະ ທົບ​ທວນ​ຄວາມ​ປະ​ທັບ​ໃຈ​ບາງ​ຢ່າງ ທີ່​ທ່ານ​ໄດ້​ບັນ​ທຶກ​ໄວ້. ທ່ານ​ກໍ​ສາ​ມາດ​ອ່ານ 1 ໂກ​ຣິນ​ໂທ 15:21–26; ໂກ​ໂລ​ຊາຍ 1:12–22; 1 ເປ​ໂຕ 2:21–25 ນຳ​ອີກ ແລະ ໄຕ່​ຕອງ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ວຽກ​ງານ​ຂອງ​ພຣະ​ອົງ​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ. ທ່ານ​ຮູ້​ສຶກ​ຖືກ​ດົນ​ໃຈ​ໃຫ້​ປ່ຽນ​ແປງ​ສິ່ງ​ໃດ ໃນ​ຊີ​ວິດ​ຂອງ​ທ່ານ? ທ່ານ​ຈະ​ເຂົ້າ​ເຖິງ​ອຳ​ນາດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ແນວ​ໃດ?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ມັດ​ທາຍ 1:18–25; 2:1–12; ລູ​ກາ 1:26–38; 2:1–20.ທ່ານ​ຈະ​ສາ​ມາດ​ສະ​ເຫລີມ​ສະ​ຫລອງ​ການ​ກຳ​ເນີດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ກັບ​ຄອບ​ຄົວ​ຂອງ​ທ່ານ​ແນວ​ໃດ? ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ສອງ​ສາມ​ຢ່າງ, ຫລື ທ່ານ​ສາ​ມາດ​ຄິດ​ເອົາ​ເອງ​ກໍ​ໄດ້:

  • ອ່ານ ຫລື ສະ​ແດງ​ຕາມ​ເລື່ອງ​ລາວ​ການ​ກຳ​ເນີດ​ບາງ​ຕອນ​ນຳ​ກັນ.

  • ເບິ່ງ​ວິ​ດີ​ໂອ “The Christ Child” (ChurchofJesusChrist.org).

  • ຊອກ​ຫາ​ແຫລ່ງ​ຂໍ້​ມູນ​ໃນ “ພຣະ​ເຢ​ຊູ​ຄຣິດ” ຈາກ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ, ໂດຍ​ສະ​ເພາະ ພາກ​ຫົວ​ຂໍ້ “ການ​ກຳ​ເນີດ​ຂອງ​ພຣະ​ອົງ (ຄຣິດ​ສະ​ມາດ).”

  • ເບິ່ງ​ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ ເນື່ອງ​ໃນ​ໂອ​ກາດ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ (broadcasts.ChurchofJesusChrist.org).

  • ຮ້ອງ​ເພງ​ຄຣິດ​ສະ​ມາດ ຈາກ​ປຶ້ມ​ເພງ​ສວດ​ນຳ​ກັນ, ຫລື ເລືອກ​ເພື່ອນ​ບ້ານ ຫລື ໝູ່​ເພື່ອນ​ທີ່​ຈະ​ໄປ​ແວ່​ຢາມ ແລະ ຮ້ອງ​ເພງ​ໃຫ້​ເຂົາ​ເຈົ້າ​ຟັງ (ເບິ່ງ Hymns, ເລກ​ທີ 201–14).

  • ເຮັດ​ການ​ຮັບ​ໃຊ້.

  • ຂໍ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຊອກ​ຫາ​ລາຍ​ລະ​ອຽດ​ກ່ຽວ​ກັບ​ເລື່ອງ​ລາວ​ການ​ກຳ​ເນີດ ທີ່​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ມີ​ແນວ​ຄິດ​ທີ່​ຈະ​ເລືອກ​ເຄື່ອງ​ປະ​ດັບ ຫລື ການ​ຕົກ​ແຕ່ງ​ທີ່​ເຕືອນ​ໃຈ​ເຂົາ​ເຈົ້າ​ເຖິງ​ພຣະ​ເຢ​ຊູ​ຄຣິດ.

1 ໂກ​ຣິນ​ໂທ 15:21–26; ໂກ​ໂລ​ຊາຍ 1:12–22; 1 ເປ​ໂຕ 2:21–25.ເປັນ​ຫຍັງ​ເຮົາ​ຈຶ່ງ​ກະ​ຕັນ​ຍູ​ທີ່​ພຣະ​ເຢ​ຊູ​ຄຣິດ​ໄດ້​ມາ​ກຳ​ເນີດ? ຂອງ​ປະ​ທານ​ຢ່າງ​ໃດ​ແດ່​ທີ່​ພຣະ​ອົງ​ໄດ້​ມອບ​ໃຫ້​ເຮົາ? ເຮົາ​ຈະ​ສາ​ມາດ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ພຣະ​ອົງ​ໄດ້​ແນວ​ໃດ? ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ຮ້ອງ​ເພງ​ທີ່​ສິດ​ສອນ​ກ່ຽວ​ກັບ​ພາ​ລະ​ກິດ​ຂອງ​ພຣະ​ອົງ, ດັ່ງ​ເຊັ່ນ “ພຣະ​ຜູ້​ຊ່ວຍ​ດ້ວຍ​ຄວາມ​ຖ່ອມ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 28).

ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ: ປະ​ຈັກ​ພະ​ຍານ​ຂອງ​ອັກ​ຄະ​ສາ​ວົກ.”ຖ້າ​ຫາກ​ທ່ານ​ຢາກ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ສຸມ​ໃຈ​ໃສ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ຊ່ວງ​ບຸນ​ຄຣິດ​ສະ​ມາດ, ບາງ​ທີ​ພວກ​ທ່ານ​ສາ​ມາດ​ໃຊ້​ເວ​ລາ​ອ່ານ ຫລື ສຶກ​ສາ “ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ: ປະ​ຈັກ​ພະ​ຍານ​ຂອງ​ອັກ​ຄະ​ສາ​ວົກ” (ChurchofJesusChrist.org) ນຳ​ກັນ. ບາງ​ທີ​ພວກ​ທ່ານ​ສາ​ມາດ​ທ່ອງ​ຈຳ​ຂໍ້​ພຣະ​ຄຳ​ພີ​ຈາກ “ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ” ຫລື ຄຳ​ອະ​ທິ​ບາຍ​ກ່ຽວ​ກັບ​ພຣະ​ຊົນ​ຊີບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃນ​ພຣະ​ຄຳ​ພີ​ໃໝ່ ທີ່​ສະ​ໜັບ​ສະ​ໜູນ​ການ​ປະ​ກາດ​ໃນ​ນັ້ນ. ທ່ານ​ກໍ​ສາ​ມາດ​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ແຕ່​ລະ​ຄົນ​ໃຫ້​ຂຽນ​ປະ​ຈັກ​ພະ​ຍານ​ຂອງ​ຕົນ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ, ຖ້າ​ໄດ້​ຮັບ​ການ​ກະ​ຕຸ້ນ, ໃຫ້​ອ່ານ​ມັນ​ໃຫ້​ຄອບ​ຄົວ​ຟັງ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ແນະ​ນຳ: “ຄັ້ງ​ໜຶ່ງ​ເຢ​ຊູ​ເກີດ​ຕ່ຳ​ຕ້ອຍ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 22.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ຊອກ​ຫາ​ພຣະ​ເຢ​ຊູ​ຄຣິດ. ພຣະ​ຄຳ​ພີ​ສິດ​ສອນ​ເຮົາ​ວ່າ ທຸກ​ສິ່ງ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ (ເບິ່ງ ໂມ​ເຊ 6:62–63), ສະ​ນັ້ນ​ເຮົາ​ຄວນ​ສະ​ແຫວງ​ຫາ​ພຣະ​ອົງ​ໃນ​ທຸກ​ສິ່ງ. ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ, ໃຫ້​ຄິດ​ທີ່​ຈະ​ໝາຍ​ເຫດ ຫລື ໝາຍ​ຂໍ້​ທີ່​ສິດ​ສອນ​ທ່ານ​ກ່ຽວ​ກັບ​ພຣະ​ອົງ. ໃຫ້​ໃຊ້​ເວ​ລາ​ໃນ​ຊ່ວງ​ໄລ​ຍະ​ກ່ອນ​ເຖິງ​ວັນ​ຄຣິດ​ສະ​ມາດ ເພື່ອ​ຊອກ​ຫາ​ສິ່ງ​ຕ່າງໆ​ທີ່​ຢູ່​ອ້ອມ​ຮອບ​ທ່ານ ທີ່​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ.

ຮູບ​ພາບ
ນາງ​ມາ​ຣີ, ໂຢ​ເຊັບ, ແລະ ພວກ​ຜູ້​ລ້ຽງ​ແກະ ອ້ອມ​ຮອບ​ກຸມ​ມານ​ນ້ອຍ​ເຢ​ຊູ

The Nativity [ຮູບ​ພາບ​ສະ​ແດງ​ການ​ກຳ​ເນີດ], ໂດຍ ບຣາຍ​ແອນ ຄອລ໌

ພິມ