ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 11–17 ເດືອນ​ທັນ​ວາ. ພຣະ​ນິ​ມິດ 6–14: “ພວກ​ເຂົາ​ເຫລົ່າ​ນັ້ນ​ໄດ້​ໄຊ​ຊະ​ນະ … ໂດຍ​ໂລ​ຫິດ​ຂອງ​ພຣະ​ເມ​ສາ​ນ້ອຍ”


“ວັນ​ທີ 11–17 ເດືອນ​ທັນ​ວາ. ພຣະ​ນິ​ມິດ 6–14: ‘ພວກ​ເຂົາ​ເຫລົ່າ​ນັ້ນ​ໄດ້​ໄຊ​ຊະ​ນະ … ໂດຍ​ໂລ​ຫິດ​ຂອງ​ພຣະ​ເມ​ສາ​ນ້ອຍ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 11–17 ເດືອນ​ທັນ​ວາ. ພຣະ​ນິ​ມິດ 6–14,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ຢືນ​ຢູ່​ທ່າມ​ກາງ​ໝູ່​ດວງ​ດາວ

ສິ​ລະ​ປະ​ປະ​ກອບ​ໂດຍ ແອ​ຣິກ ຈອນ​ສັນ: The Grand Council [ສະ​ພາ​ມະ​ຫາ​ສານ], ໂດຍ ຣໍ​ເບີດ ທີ ແບ​ແຣັດ; ໝູ່​ດວງ​ດາວ ໄດ້​ຮັບ​ອະ​ນຸ​ຍາດ​ຈາກ European Space Agency [ອົງ​ການ​ອາ​ວະ​ກາດ​ເອີ​ຣົບ]

ວັນ​ທີ 11–17 ເດືອນ​ທັນ​ວາ

ພຣະ​ນິ​ມິດ 6–14

“ພວກ​ເຂົາ​ເຫລົ່າ​ນັ້ນ​ໄດ້​ໄຊ​ຊະ​ນະ … ໂດຍ​ໂລ​ຫິດ​ຂອງ​ພຣະ​ເມ​ສາ​ນ້ອຍ”

ປະ​ທານ​ບອຍ ເຄ ແພ໊ກ​ເກີ ໄດ້​ແນະ​ນຳ​ວ່າ: “ຖ້າ​ຫາກ​ວ່າ​ພາ​ສາ​ຂອງ​ພຣະ​ຄຳ​ພີ​ເບິ່ງ​ຄື​ວ່າ​ແປກໆ​ສຳ​ລັບ​ທ່ານ​ໃນ​ຕອນ​ຕົ້ນ, ໃຫ້​ອ່ານ​ຕໍ່​ໄປ. ອີກ​ບໍ່​ດົນ​ທ່ານ​ກໍ​ຈະ​ຮັບ​ຮູ້​ກັບ​ຄວາມ​ສວຍ​ງາມ ແລະ ອຳ​ນາດ ທີ່​ພົບ​ເຫັນ​ຢູ່​ໃນ​ພຣະ​ຄຳ​ເຫລົ່າ​ນັ້ນ” (“The Key to Spiritual Protection,” Liahona, Nov. 2013, 27).

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ໃຫ້​ວາດ​ພາບ​ເຫັນ​ແມ່​ຍິງ​ຄົນ​ໜຶ່ງ “ມີ​ທ້ອງ, ແລະ ຮ້ອງ​ຄາງ​ເຈັບ​ປວດ​ຢູ່ ກຳ​ລັງ​ຈະ​ເກີດ​ລູກ.” ບັດ​ນີ້​ໃຫ້​ວາດ​ພາບ​ເຫັນ “ພະ​ຍາ​ນາກ​ໃຫຍ່​ສີ​ແດງ​ໂຕ​ໜຶ່ງ, ມີ​ເຈັດ​ຫົວ​ສິບ​ເຂົາ” ບິນ​ເຊີ່ນ​ຢູ່​ເທິງ​ຫົວ​ແມ່​ຍິງ​ຄົນ​ນັ້ນ, ຕັ້ງ​ໃຈ​ທີ່ “ຈະ​ກິນ​ລູກ​ນັ້ນ​ເມື່ອ​ເກີດ​ແລ້ວ” (ພຣະ​ນິ​ມິດ 12:2–4). ເພື່ອ​ທີ່​ຈະ​ເຂົ້າ​ໃຈ​ຂໍ້​ເຫລົ່າ​ນີ້​ໃນ​ພາບ​ນິ​ມິດ​ຂອງ​ໂຢ​ຮັນ, ໃຫ້​ຈື່​ຈຳ​ວ່າ​ພາບ​ເຫລົ່າ​ນີ້​ເປັນ​ຕົວ​ແທນ​ໃຫ້​ແກ່​ສາດ​ສະ​ໜາ​ຈັກ ແລະ ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ ແລະ ໄພ​ອັນ​ຕະ​ລາຍ​ທີ່​ສາດ​ສະ​ໜາ​ຈັກ ແລະ ອາ​ນາ​ຈັກ​ຈະ​ປະ​ເຊີນ. ສຳ​ລັບ​ໄພ່​ພົນ​ຜູ້​ໄດ້​ປະ​ເຊີນ​ກັບ​ການ​ຂົ່ມ​ເຫັງ​ຢ່າງ​ໜັກ​ໃນ​ສະ​ໄໝ​ຂອງ​ໂຢ​ຮັນ, ການ​ເອົາ​ຊະ​ນະ​ຄວາມ​ຊົ່ວ​ຮ້າຍ​ອາດ​ເບິ່ງ​ຄື​ວ່າ​ເປັນ​ໄປ​ບໍ່​ໄດ້. ໄຊ​ຊະ​ນະ​ນີ້​ກໍ​ຍາກ​ທີ່​ຈະ​ບອກ​ລ່ວງ​ໜ້າ​ໄດ້​ໃນ​ສະ​ໄໝ​ຂອງ​ເຮົາ​ຄື​ກັນ, ເມື່ອ​ຜູ້​ປໍ​ລະ​ປັກ “ສູ້​ຮົບ​ກັບ​ບັນ​ດາ​ໄພ່​ພົນ” ແລະ ມີ “ອຳ​ນາດ​ເໜືອ​ທຸກ​ຕະ​ກຸນ … ທຸກ​ພາ​ສາ, ແລະ ທຸກ​ປະ​ເທດ” (ພຣະ​ນິ​ມິດ 13:7). ແຕ່​ໃນ​ທີ່​ສຸດ​ການ​ເປີດ​ເຜີຍ​ທີ່​ຮຸ່ງ​ໂລດ​ຂອງ​ໂຢ​ຮັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ສະ​ຫງ່າ​ລາ​ສີ​ວ່າ ຄວາມ​ດີ​ຈະ​ໄຊ​ຊະ​ນະ​ຄວາມ​ຊົ່ວ​ຮ້າຍ. ບາ​ບີ​ໂລນ​ຈະ​ພັງ​ທະ​ລາຍ. ແລະ ໄພ່​ພົນ​ຈະ​ອອກ​ມາ “ຜ່ານ​ການ​ຖືກ​ຂົ່ມ​ເຫັງ” ດ້ວຍ​ເສື້ອ​ລ່າມ​ທີ່​ຂາວ​ສະ​ອາດ—ບໍ່​ແມ່ນ​ຍ້ອນ​ວ່າ ເສື້ອ​ລ່າມ​ຂອງ​ພວກ​ເຂົາ​ບໍ່​ເຄີຍ​ມີ​ຮອຍ​ດ່າງ​ພ້ອຍ ແຕ່​ຍ້ອນ​ວ່າ​ໄພ່​ພົນ​ຈະ “ຊຳ​ລະ​ເສື້ອ​ລ່າມ​ຂອງ​ພວກ​ເຂົາ​ໃຫ້​ສະ​ອາດ​ດ້ວຍ​ເລືອດ​ຂອງ​ພຣະ​ເມ​ສາ​ນ້ອຍ” (ພຣະ​ນິ​ມິດ 7:14).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ພຣະ​ນິ​ມິດ 6–11

ໂຢ​ຮັນ​ໄດ້​ເຫັນ​ເຫດ​ການ​ຫລາຍ​ຢ່າງ​ໃນ​ປະ​ຫວັດ​ສາດ​ຂອງ​ແຜ່ນ​ດິນ​ໂລກ, ໂດຍ​ສະ​ເພາະ​ຜູ້​ທີ່​ເປັນ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.

ໃນ​ບົດ​ເຫລົ່າ​ນີ້ ທ່ານ​ຈະ​ອ່ານ​ກ່ຽວ​ກັບ​ໜັງ​ສື​ມ້ວນ​ໜຶ່ງ​ທີ່ມີ​ຕາ​ປະ​ທັບ​ໄວ້​ເຈັດ​ດວງ. ຖ້າ​ຫາກ​ທ່ານ​ສົງ​ໄສ​ວ່າ ມັນ​ໝາຍ​ຄວາມ​ວ່າ​ແນວ​ໃດ, ທ່ານ​ກໍ​ບໍ່​ແມ່ນ​ຄົນ​ດຽວ. ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ກໍ​ສົງ​ໄສ​ຄື​ກັນ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ​ຕໍ່​ໂຈ​ເຊັບ​ວ່າ ໜັງ​ສື​ມ້ວນ​ນີ້ ແລະ ຕາ​ປະ​ທັບ​ເຈັດ​ດວງ​ຂອງ​ມັນ ເປັນ​ຕົວ​ແທນ​ໃຫ້​ແກ່​ເລື່ອງ​ລາວ​ຂອງ​ການ “ເປັນ​ຢູ່​ທາງ​ຝ່າຍ​ໂລກ” ຂອງ​ແຜ່ນ​ດິນ​ໂລກ, ພ້ອມ​ດ້ວຍ​ຕາ​ປະ​ທັບ ຊຶ່ງ​ແຕ່​ລະ​ດວງ​ເປັນ​ຕົວ​ແທນ​ໃຫ້​ໜຶ່ງ​ພັນ​ປີ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 77:6–7). ທ່ານ​ອາດ​ສົນ​ໃຈ​ທີ່​ຈະ​ຮູ້​ວ່າ ເຫດ​ການ​ຂອງ​ຕາ​ປະ​ທັບ​ສີ່​ດວງ ຖືກ​ສະ​ຫລຸບ​ຢູ່​ໃນ​ພາບ​ນິ​ມິດ​ຂອງ​ໂຢ​ຮັນ ໃນ​ແປດ​ຂໍ້​ເທົ່າ​ນັ້ນ (ພຣະ​ນິ​ມິດ 6:1–8). ສາມ​ຂໍ້​ຕໍ່​ໄປ​ບັນ​ຍາຍ​ກ່ຽວ​ກັບ​ຕາ​ປະ​ທັບ​ດວງ​ທີ​ຫ້າ (ຂໍ້​ທີ 9–11). ສ່ວນ​ທີ່​ເຫລືອ​ຂອງ​ພຣະ​ທຳ ພຣະ​ນິ​ມິດ ແມ່ນ​ກ່ຽວ​ກັບ​ເຫດ​ການ​ຂອງ​ຕາ​ປະ​ທັບ​ສອງ​ດວງ​ສຸດ​ທ້າຍ. ໃນ​ອີກ​ຄຳ​ໜຶ່ງ, ຈຸດ​ສຸມ​ຕົ້ນ​ຕໍ​ໃນ​ພາບ​ນິ​ມິດ​ຂອງ​ໂຢ​ຮັນ ແມ່ນ​ກ່ຽວ​ກັບ​ຍຸກ​ສຸດ​ທ້າຍ—ສະ​ໄໝ​ຂອງ​ເຮົາ. ຂະ​ນະ​ທີ່​ທ່ານ​ອ່ານ, ໃຫ້​ໄຕ່​ຕອງ​ວ່າ​ເປັນ​ຫຍັງ​ມັນ​ຈຶ່ງ​ມີ​ຄ່າ​ທີ່​ຈະ​ຮູ້​ເຖິງ​ສິ່ງ​ທີ່​ໂຢ​ຮັນ​ໄດ້​ຂຽນ​ກ່ຽວ​ກັບ​ຍຸກ​ສຸດ​ທ້າຍ.

ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ເຫດ​ການ​ທີ່​ໂຢ​ຮັນ​ໄດ້​ທຳ​ນາຍ, ໃຫ້​ພິ​ຈາ​ລະ​ນາ​ຄຳ​ແນະ​ນຳ ແລະ ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້:

ພຣະ​ນິ​ມິດ 12–13

ສົງ​ຄາມ​ໃນ​ສະ​ຫວັນ​ສືບ​ຕໍ່​ຢູ່​ເທິງ​ແຜ່ນ​ດິນ​ໂລກ.

ເຮົາ​ບໍ່​ຮູ້​ຫຍັງ​ຫລາຍ​ກ່ຽວ​ກັບ​ສົງ​ຄາມ​ໃນ​ສະ​ຫວັນ, ແຕ່​ມັນ​ກໍ​ຖືກ​ບັນ​ຍາຍ​ໜ້ອຍ​ໜຶ່ງ​ຢ່າງ​ແຈ່ມ​ແຈ້ງ​ຢູ່​ໃນ ພຣະ​ນິ​ມິດ 12:7–11. ຂະ​ນະ​ທີ່​ທ່ານ​ອ່ານ​ຂໍ້​ເຫລົ່າ​ນີ້, ໃຫ້​ວາດ​ພາບ​ເຫັນ​ຕົວ​ເອງ​ມີ​ພາກ​ສ່ວນ​ໃນ​ການ​ຂັດ​ແຍ້ງ​ຢູ່​ໃນ​ໂລກ​ກ່ອນ​ເກີດ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ວິ​ທີ​ທີ່​ຊາ​ຕານ​ຖືກ​ເອົາ​ຊະ​ນະ? (ເບິ່ງ ຂໍ້​ທີ 11).

ສົງ​ຄາມ​ທີ່​ໄດ້​ເລີ່ມ​ຕົ້ນ​ໃນ​ສະ​ຫວັນ​ສືບ​ຕໍ່​ຢູ່​ເທິງ​ແຜ່ນ​ດິນ​ໂລກ, ໂດຍ​ທີ່​ຊາ​ຕານ​ຍຶດ​ໝັ້ນ​ທີ່​ຈະ “ຕໍ່​ສູ້​ກັບ [ຜູ້​ທີ່] ຍຶດ​ຖື​ຄຳ​ພະ​ຍານ​ຝ່າຍ​ພຣະ​ເຢ​ຊູ​ຄຣິດ” (ພຣະ​ນິ​ມິດ 12:17). ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ ພຣະ​ນິ​ມິດ 13 ກ່ຽວ​ກັບ​ວິ​ທີ​ທີ່​ມັນ​ກຳ​ລັງ​ເຮັດ​ສົງ​ຄາມ​ໃນ​ປະ​ຈຸ​ບັນ? “ໂລ​ຫິດ​ຂອງ​ພຣະ​ເມ​ສາ​ນ້ອຍ” ແລະ “ຄຳ​ພະ​ຍານ​ຂອງ [ທ່ານ] ເອງ” (ພຣະ​ນິ​ມິດ 12:11) ສືບ​ຕໍ່​ຊ່ວຍ​ເຮົາ​ໃນ​ສົງ​ຄາມ​ນີ້​ແນວ​ໃດ?

ເບິ່ງ 1 ນີ​ໄຟ 14:12–14; ໂມ​ໂຣ​ໄນ 7:12–13; ໂມ​ເຊ 4:1–4; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29:36–37; Gospel Topics, “War in Heaven,” topics.ChurchofJesusChrist.org ນຳ​ອີກ.

ພຣະ​ນິ​ມິດ 14:6–7

“ຂ້າ​ພະ​ເຈົ້າ​ໄດ້​ເຫັນ [ທູດ​ອົງ​ໜຶ່ງ] … ມີ​ຂ່າວ​ປະ​ເສີດ​ນິ​ລັນ​ດອນ.”

ຄຳ​ທຳ​ນາຍ​ຂໍ້​ໜຶ່ງ​ທີ່​ສຳ​ເລັດ​ຄົບ​ຖ້ວນ​ໃນ​ຂໍ້​ເຫລົ່າ​ນີ້​ໄດ້​ເກີດ​ຂຶ້ນ​ເມື່ອ​ໂມ​ໂຣ​ໄນ​ໄດ້​ມາ​ປະ​ກົດ​ຕົວ​ຕໍ່​ໂຈ​ເຊັບ ສະ​ມິດ ແລະ ພາ​ເພິ່ນ​ໄປ​ຫາ​ແຜ່ນ​ຈາ​ລຶກ ທີ່​ເພິ່ນ​ໄດ້​ແປ ແລະ ຈັດ​ພິມ​ເປັນ​ພຣະ​ຄຳ​ພີ​ມໍ​ມອນ. ໜັງ​ສື​ມ້ວນ​ນີ້​ບັນ​ຈຸ “ຂ່າວ​ປະ​ເສີດ​ນິ​ລັນ​ດອນ” ທີ່​ເຮົາ​ຖືກ​ສັ່ງ​ໃຫ້​ສັ່ງ​ສອນ​ແກ່ “ທຸກ​ປະ​ເທດ, ທຸກ​ຊົນ​ເຜົ່າ, ທຸກ​ພາ​ສາ, ແລະ ທຸກ​ຊົນ​ຊາດ” (ພຣະ​ນິ​ມິດ 14:6).

ເພື່ອ​ຮຽນ​ຮູ້​ກ່ຽວ​ກັບ​ທູດ​ອົງ​ອື່ນໆ ຜູ້​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ຟື້ນ​ຟູ​ຂ່າວ​ປະ​ເສີດ​ນິ​ລັນ​ດອນ, ໃຫ້​ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 13; 27:5–13; 110:11–16; 128:20–21.

ເບິ່ງ “ການ​ຟື້ນ​ຟູ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ: ການ​ປະ​ກາດ​ຕໍ່​ໂລກ​ເນື່ອງ​ໃນ​ວາ​ລະ​ຄົບ​ຮອບ​ສອງ​ຮ້ອຍ​ປີ,” ChurchofJesusChrist.org ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ພຣະ​ນິ​ມິດ 7:9, 13–15.ຂໍ້​ເຫລົ່າ​ນີ້​ສິດ​ສອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ວ່າ ເປັນ​ຫຍັງ​ເຮົາ​ຈຶ່ງ​ນຸ່ງ​ເຄື່ອງ​ສີ​ຂາວ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ ແລະ ພິ​ທີ​ການ​ຢູ່​ໃນ​ພຣະ​ວິ​ຫານ?

ພຣະ​ນິ​ມິດ 7:14–17.ໃຫ້​ຄິດ​ທີ່​ຈະ​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ແບ່ງ​ປັນ​ຄວາມ​ຮູ້​ສຶກ​ຂອງ​ເຂົາ​ເຈົ້າ​ກ່ຽວ​ກັບ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຂໍ້​ເຫລົ່າ​ນີ້. ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ສາ​ມາດ​ຊ່ວຍ​ເຮົາ​ໃນ​ເວ​ລາ​ທີ່​ເຮົາ​ກຳ​ລັງ “ຜ່ານ​ການ​ຖືກ​ຂົ່ມ​ເຫັງ​ຢ່າງ​ໜັກ” ໄດ້​ແນວ​ໃດ? (ຂໍ້​ທີ 14).

ພຣະ​ນິ​ມິດ 12:7–11; 14:6.ສະ​ມາ​ຊິກ​ບາງ​ຄົນ​ໃນ​ຄອບ​ຄົວ​ອາດ​ມັກ​ແຕ້ມ​ຮູບ​ພາບ​ນິ​ມິດ​ທີ່​ບັນ​ຍາຍ​ຢູ່​ໃນ ພຣະ​ນິ​ມິດ. ຍົກ​ຕົວ​ຢ່າງ, ການ​ແຕ້ມ​ຮູບ​ອີງ​ຕາມ ພຣະ​ນິ​ມິດ 12 ສາ​ມາດ​ນຳ​ໄປ​ສູ່​ການ​ສົນ​ທະ​ນາ​ກ່ຽວ​ກັບ​ສົງ​ຄາມ​ໃນ​ສະ​ຫວັນ​ໄດ້ (ເບິ່ງ ຂໍ້​ທີ 7–11). ຮູບ​ພາບ​ອີງ​ຕາມ ພຣະ​ນິ​ມິດ 14:6 ສາ​ມາດ​ນຳ​ໄປ​ສູ່​ການ​ສົນ​ທະ​ນາ​ກ່ຽວ​ກັບ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ.

ຫລັງ​ຈາກ​ການ​ອ່ານ ພຣະ​ນິ​ມິດ 14:6 ນຳ​ກັນ, ໃຫ້​ຄິດ​ທີ່​ຈະ​ສະ​ແດງ​ຮູບ​ພາບ​ຂອງ​ທູດ​ໂມ​ໂຣ​ໄນ ແລະ ທູດ​ອົງ​ອື່ນໆ ຜູ້​ໄດ້​ຊ່ວຍ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ໃນ​ສະ​ໄໝ​ຂອງ​ເຮົາ (ເບິ່ງ ຮູບ​ພາບ​ຢູ່​ໃນ​ທ້າຍ​ໂຄງ​ຮ່າງນີ້). ບາງ​ທີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ປ່ຽນ​ຜຽນ​ກັນ​ຈັບ​ຮູບ ແລະ ແບ່ງ​ປັນ​ເຫດ​ຜົນ​ທີ່​ເຂົາ​ເຈົ້າ​ກະ​ຕັນ​ຍູ ທີ່​ບັນ​ດາ​ທູດ​ໄດ້​ມາ ໂດຍ “ມີ​ຂ່າວ​ປະ​ເສີດ​ນິ​ລັນ​ດອນ ນຳ​ໄປ​ປະ​ກາດ​ແກ່ [ເຮົາ].”

ພຣະ​ນິ​ມິດ 12:11.ວະ​ລີ​ທີ່​ວ່າ “ຄຳ​ພະ​ຍານ​ຂອງ​ພວກ​ເຂົາ” ໝາຍ​ຄວາມ​ວ່າ​ແນວ​ໃດ? ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ເຖິງ​ພຣະ​ເຢ​ຊູ​ຄຣິດ​ຊ່ວຍ​ເຮົາ ແລະ ຄົນ​ອື່ນໆ​ໃຫ້​ເອົາ​ຊະ​ນະ​ຊານ​ຕານ​ແນວ​ໃດ?

ພຣະ​ນິ​ມິດ 13:11–14.ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ​ມີ​ຄວາມ​ຄິດ​ແນວ​ໃດ​ກ່ຽວ​ກັບ​ສັດ​ຮ້າຍ​ທີ່​ຫລອກ​ລວງ? ເຮົາ​ຈະ​ຮູ້​ຈັກ ແລະ ຫລີກ​ລ້ຽງ​ຈາກ​ການ​ຖືກ​ຫລອກ​ລວງ ທີ່​ເຮົາ​ເຫັນ​ໃນ​ໂລກ​ທຸກ​ວັນ​ນີ້​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ແນະ​ນຳ: “ເຮົາ​ຈະ​ໄປ​ທີ່​ພຣະ​ອົງ​ບັນ​ຊາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 50.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ເອົາ​ຕົວ​ເຂົ້າ​ຫາ​ພຣະ​ຄຳ​ພີ. ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ວ່າ, “ການ​ເຂົ້າ​ຫາ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ທຸກ​ວັນ ເປັນ​ສິ່ງ​ຈຳ​ເປັນ​ຕໍ່​ການ​ຢູ່​ລອດ​ທາງ​ຈິດ​ວິນ​ຍານ, ໂດຍ​ສະ​ເພາະ​ໃນ​ວັນ​ເວ​ລາ​ທີ່​ຫຍຸ້ງ​ຍາກ​ຫລາຍ​ຂຶ້ນ​ເລື້ອຍໆ​ເຫລົ່າ​ນີ້” (“Hear Him,” Liahona, May 2020, 89). “ການ​ເຂົ້າ​ຫາ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ” ໝາຍ​ຄວາມ​ວ່າ​ແນວ​ໃດ​ຕໍ່​ທ່ານ?

ຮູບ​ພາບ
ພຣະ​ຄຣິດ​ກຳ​ລັງ​ເຄາະ​ປະ​ຕູ

ຈາກ​ຊ້າຍ​ຫາ​ຂວາ ຂ້າງ​ເທິງ: Moroni Delivering the Golden Plates [ໂມ​ໂຣ​ໄນ​ກຳ​ລັງ​ມອບ​ແຜ່ນ​ຈາ​ລຶກ​ຄຳ​ໃຫ້], ໂດຍ ແກ​ຣີ ແອວ ແຄບ; Upon You My Fellow Servants [ແກ່​ພວກ​ທ່ານ ເພື່ອນ​ຜູ້​ຮັບ​ໃຊ້​ຮ່ວມ​ກັບ​ຂ້າ​ພະ​ເຈົ້າ], ໂດຍ ລິນ​ດາ ເຄີ​ລີ ຄຣິສ​ເຕັນ​ເຊັນ ແລະ ໄມ​ໂກ ທີ ມອມ (ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ກຳ​ລັງ​ມອບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ໃຫ້​ແກ່​ໂຈ​ເຊັບ ສະ​ມິດ); Keys of the Kingdom [ຂໍ​ກະ​ແຈ​ຂອງ​ອາ​ນາ​ຈັກ], ໂດຍ ລິນ​ດາ ເຄີ​ລີ ຄຣິສ​ເຕັນ​ເຊັນ ແລະ ໄມ​ໂກ ທີ ມອມ (ເປ​ໂຕ, ຢາ​ໂກ​ໂບ, ແລະ ໂຢ​ຮັນ​ກຳ​ລັງ​ມອບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ໃຫ້​ແກ່​ໂຈ​ເຊັບ ສະ​ມິດ; Vision in the Kirtland Temple [ພາບ​ນິ​ມິດ​ໃນ​ພຣະ​ວິ​ຫານ​ເຄີດ​ແລນ], ໂດຍ ແກ​ຣີ ອີ ສະ​ມິດ (ໂມ​ເຊ, ອີ​ລາຍ, ແລະ ເອ​ລີ​ຊາ​ກຳ​ລັງ​ປະ​ກົດ​ຕົວ​ຕໍ່​ໂຈ​ເຊັບ ສະ​ມິດ ແລະ ຊິດ​ນີ ຣິກ​ດອນ).

ພິມ