ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 13–19 ເດືອນ​ພະ​ຈິກ. ຢາ​ໂກ​ໂບ: “ຢ່າ​ພຽງ​ແຕ່​ຟັງ​ເທົ່າ​ນັ້ນ, ແຕ່​ຈົ່ງ​ປະ​ຕິ​ບັດ​ຕາມ​ພຣະ​ທຳ”


“ວັນ​ທີ 13–19 ເດືອນ​ພະ​ຈິກ. ຢາ​ໂກ​ໂບ: ‘ຢ່າ​ພຽງ​ແຕ່​ຟັງ​ເທົ່າ​ນັ້ນ, ແຕ່​ຈົ່ງ​ປະ​ຕິ​ບັດ​ຕາມ​ພຣະ​ທຳ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 13–19 ເດືອນ​ພະ​ຈິກ. ຢາ​ໂກ​ໂບ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ຊາວ​ໜຸ່ມ​ກຳ​ລັງ​ທຳ​ຄວາມ​ສະ​ອາດ​ຝາ

ວັນ​ທີ 13–19 ເດືອນ​ພະ​ຈິກ

ຢາ​ໂກ​ໂບ

“ຢ່າ​ພຽງ​ແຕ່​ຟັງ​ເທົ່າ​ນັ້ນ, ແຕ່​ຈົ່ງ​ປະ​ຕິ​ບັດ​ຕາມ​ພຣະ​ທຳ”

ຂະ​ນະ​ທີ່​ທ່ານ​ອ່ານ ສານ​ຂອງ​ຢາ​ໂກ​ໂບ, ໃຫ້​ເອົາ​ໃຈ​ໃສ່​ກັບ​ວະ​ລີ​ທີ່​ເດັ່ນ​ຕໍ່​ທ່ານ. ທ່ານ​ຖືກ​ກະ​ຕຸ້ນ​ໃຫ້​ເປັນ “ຜູ້​ປະ​ຕິ​ບັດ” ຕາມ​ຄຳ​ເຫລົ່າ​ນີ້​ແນວ​ໃດ? (ຢາ​ໂກ​ໂບ 1:22).

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ບາງ​ເທື່ອ​ພຽງ​ພຣະ​ຄຳ​ພີ​ຂໍ້​ດຽວ​ກໍ​ສາ​ມາດ​ປ່ຽນ​ໂລກ​ໄດ້. ຢາ​ໂກ​ໂບ 1:5 ເບິ່ງ​ຄື​ວ່າ ເປັນ​ຄຳ​ແນະ​ນຳ​ທີ່​ລຽບ​ງ່າຍ—ຖ້າ​ຫາກ​ທ່ານ​ຕ້ອງ​ການ​ສະ​ຕິ​ປັນ​ຍາ, ໃຫ້​ທູນ​ຂໍ​ຈາກ​ພຣະ​ເຈົ້າ. ແຕ່​ເມື່ອ​ໂຈ​ເຊັບ ສະ​ມິດ ອາ​ຍຸ 14 ປີ ໄດ້​ອ່ານ​ຂໍ້​ນັ້ນ, “ຂໍ້​ຄວາມ​ປະ​ກົດ​ວ່າ​ເຂົ້າ​ເຖິງ​ຄວາມ​ຮູ້​ສຶກ​ທຸກ​ຢ່າງ​ຂອງ​ຈິດ​ໃຈ [ຂອງ​ເພິ່ນ]” (ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:12). ດ້ວຍ​ການ​ດົນ​ໃຈ​ດັ່ງ​ນັ້ນ, ໂຈ​ເຊັບ​ຈຶ່ງ​ໄດ້​ເຮັດ​ຕາມ​ຄຳ​ຕັກ​ເຕືອນ​ຂອງ​ຢາ​ໂກ​ໂບ ແລະ ສະ​ແຫວງ​ຫາ​ສະ​ຕິ​ປັນ​ຍາ​ຈາກ​ພຣະ​ເຈົ້າ​ໂດຍ​ການ​ອະ​ທິ​ຖານ. ແລະ ພຣະ​ເຈົ້າ​ກໍ​ໄດ້​ປະ​ທານ​ໃຫ້​ຢ່າງ​ເປັນ​ອິດ​ສະ​ລະ, ໄດ້​ປະ​ທານ​ການ​ມາ​ຢ້ຽມ​ຢາມ​ຂອງ​ພຣະ​ເຈົ້າ​ທີ່​ໜ້າ​ອັດ​ສະ​ຈັນ​ທີ່​ສຸດ ໃນ​ປະ​ຫວັດ​ສາດ​ຂອງ​ມະ​ນຸດ—ຄື​ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ. ພາບນີ້​ໄດ້​ປ່ຽນ​ວິ​ຖີ​ຊີ​ວິດ​ຂອງ​ໂຈ​ເຊັບ ແລະ ນຳ​ພາ​ໄປ​ສູ່​ການ​ຟື້ນ​ຟູ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ ຢູ່​ເທິງ​ແຜ່ນ​ດິນ​ໂລກ. ເຮົາ​ທຸກ​ຄົນ​ໄດ້​ຮັບ​ພອນ​ທຸກ​ວັນ​ນີ້ ເພາະ​ໂຈ​ເຊັບ ສະ​ມິດ ໄດ້​ອ່ານ ແລະ ກະ​ທຳ​ຕາມ ຢາ​ໂກ​ໂບ 1:5.

ທ່ານ​ພົບ​ເຫັນ​ຫຍັງ​ແດ່ ຂະ​ນະ​ທີ່​ທ່ານ​ສຶກ​ສາ ສານ​ຂອງ​ຢາ​ໂກ​ໂບ? ບາງ​ທີ​ຂໍ້​ໜຶ່ງ ຫລື ສອງ​ຂໍ້ ຈະ​ປ່ຽນ​ຊີ​ວິດ​ຂອງ​ທ່ານ ຫລື ຂອງ​ບາງ​ຄົນ​ທີ່​ທ່ານ​ຮັກ. ທ່ານ​ອາດ​ພົບ​ເຫັນ​ການ​ຊີ້​ນຳ ຂະ​ນະ​ທີ່​ທ່ານ​ສະ​ແຫວງ​ຫາ​ທີ່​ຈະ​ບັນ​ລຸ​ພາ​ລະ​ກິດ​ໃນ​ຊີ​ວິດ​ຂອງ​ທ່ານ. ທ່ານ​ອາດ​ພົບ​ເຫັນ​ກຳ​ລັງ​ໃຈ​ທີ່​ຈະ​ເວົ້າ​ຈາ​ອ່ອນ​ໂຍນ ຫລື ມີ​ຄວາມ​ອົດ​ທົນ​ຫລາຍ​ຂຶ້ນ. ທ່ານ​ອາດ​ຮູ້​ສຶກ​ໄດ້​ຮັບ​ການ​ກະ​ຕຸ້ນ​ໃຫ້ ເຮັດ​ໃຫ້​ການ​ກະ​ທຳ​ຂອງ​ທ່ານ​ສອດ​ຄ່ອງ​ກັບ​ສັດ​ທາ​ຂອງ​ທ່ານ​ຫລາຍ​ຂຶ້ນ. ບໍ່​ວ່າ​ສິ່ງ​ໃດ​ຈະ​ເປັນ​ແຮງ​ດົນ​ໃຈ​ທ່ານ​ກໍ​ຕາມ, ແຕ່​ຈົ່ງ​ໃຫ້​ຂໍ້​ຄວາມ​ເຫລົ່າ​ນີ້ “ເຂົ້າ​ເຖິງ​ຄວາມ​ຮູ້​ສຶກ​ທຸກ​ຢ່າງ​ຂອງ​ຈິດ​ໃຈ [ຂອງ​ທ່ານ].” ແລະ ແລ້ວ, ເມື່ອ​ທ່ານ “ນ້ອມ​ໃຈ​ຮັບ​ເອົາ​ພຣະ​ທຳ,” ດັ່ງ​ທີ່​ຢາ​ໂກ​ໂບ​ໄດ້​ຂຽນ, ຈົ່ງ​ເປັນ​ຄົນ​ປະ​ຕິ​ບັດ​ຕາມ​ພຣະ​ທຳ, ບໍ່​ແມ່ນ​ພຽງ​ແຕ່​ເປັນ​ຄົນ​ຟັງ​ເທົ່າ​ນັ້ນ (ເບິ່ງ ຢາ​ໂກ​ໂບ 1:21–22).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຢາ​ໂກ​ໂບ​ແມ່ນ​ໃຜ?

ຜູ້​ຄົນ​ທົ່ວ​ໄປ​ເຊື່ອ​ວ່າ ຜູ້​ຂຽນ ສານ​ຂອງ​ຢາ​ໂກ​ໂບ ແມ່ນ​ລູກ​ຊາຍ​ຄົນ​ໜຶ່ງ​ຂອງ​ນາງ​ມາ​ຣີ, ມານ​ດາ​ຂອງ​ພຣະ​ເຢ​ຊູ​ຄຣິດ, ແລະ ສະ​ນັ້ນ ກໍ​ແມ່ນ​ນ້ອງ​ຊາຍ​ນ້າ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ຢາ​ໂກ​ໂບ​ຖືກ​ກ່າວ​ເຖິງ​ຢູ່​ໃນ ມັດ​ທາຍ 13:55; ມາ​ຣະ​ໂກ 6:3; ກິດ​ຈະ​ການ 12:17; 15:13; 21:18; ແລະ ຄາ​ລາ​ເຕຍ 1:19; 2:9. ປະ​ກົດ​ວ່າ ຈາກ​ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້ ຢາ​ໂກ​ໂບ​ເປັນ​ຜູ້​ນຳ​ຄົນ​ໜຶ່ງ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ​ແລະ ຖືກ​ເອີ້ນ​ໃຫ້​ເປັນ​ອັກ​ຄະ​ສາ​ວົກ (ເບິ່ງ ຄາ​ລາ​ເຕຍ 1:19).

ຢາ​ໂກ​ໂບ 1:2–4; 5:7–11

ຄວາມ​ອົດ​ທົນ​ຢ່າງ​ພາກ​ພຽນ​ນຳ​ໄປ​ສູ່​ຄວາມ​ສົມ​ບູນ​ແບບ.

ຫລັງ​ຈາກ​ການ​ອ່ານ ຢາ​ໂກ​ໂບ 1:2–4; 5:7–11, ທ່ານ​ຈະ​ວ່າ​ແມ່ນ​ຫຍັງ​ຄື​ຂ່າວ​ສານ​ຕົ້ນ​ຕໍ​ຂອງ​ຢາ​ໂກ​ໂບ​ກ່ຽວ​ກັບ​ຄວາມ​ອົດ​ທົນ? ມັນ​ອາດ​ເປັນ​ປະ​ໂຫຍດ​ທີ່​ຈະ​ໄຕ່​ຕອງ​ສິ່ງ​ທີ່​ຄອບ​ຄົວ​ຂອງ​ແອວ​ເດີ ແຈ​ຣາ​ມີ ອາ ຢາກ​ກີ ໄດ້​ຮຽນ​ຮູ້​ຈາກ​ຂໍ້​ເຫລົ່າ​ນີ້ (ເບິ່ງ “Let Patience Have Her Perfect Work, and Count It All Joy!,” Liahona, Nov. 2020, 99–101). ຄວາມ [ອົດ​ທົນ] ທີ່ “ຍືນ​ຍົງ​ຕະ​ຫລອດ​ໄປ” ໝາຍ​ຄວາມ​ວ່າ​ແນວ​ໃດ? (ຢາ​ໂກ​ໂບ 1:4). ທ່ານ​ຈະ​ສາ​ມາດ​ສະ​ແດງ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ເຫັນ​ວ່າ ທ່ານ​ເຕັມ​ໃຈ​ທີ່​ຈະ​ອົດ​ທົນ​ແນວ​ໃດ?

ຢາ​ໂກ​ໂບ 1:3–8, 21–25; 2:14–26; 4:17

ສັດ​ທາ​ຮຽກ​ຮ້ອງ​ການ​ກະ​ທຳ.

ທ່ານ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ທ່ານ​ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ? ວຽກ​ງານ​ຂອງ​ທ່ານ​ສະ​ແດງ​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ເຈົ້າ​ແນວ​ໃດ? ໃຫ້​ຄິດ​ກ່ຽວ​ກັບ​ຄຳ​ຖາມ​ເຫລົ່າ​ນີ້ ຂະ​ນະ​ທີ່​ທ່ານ​ສຶກ​ສາ​ຄຳ​ສອນ​ຂອງ​ຢາ​ໂກ​ໂບ​ກ່ຽວ​ກັບ​ສັດ​ທາ. ມັນ​ອາດ​ເປັນ​ໜ້າ​ສົນ​ໃຈ​ທີ່​ຈະ​ອ່ານ​ກ່ຽວ​ກັບ​ອັບ​ຣາ​ຮາມ ແລະ ນາງ​ຣາ​ຮາບ​ນຳ​ອີກ, ສອງ​ຕົວ​ຢ່າງ​ທີ່​ຢາ​ໂກ​ໂບ​ໄດ້​ກ່າວ​ເຖິງ (ເບິ່ງ ​ປະ​ຖົມ​ມະ​ການ 22:1–12; ​ໂຢ​ຊວຍ 2). ພວກ​ເພິ່ນ​ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ເພິ່ນ​ມີ​ສັດ​ທາ​ໃນ​ພຣະ​ເຈົ້າ​ແນວ​ໃດ?

ການ​ອ່ານ ຢາ​ໂກ​ໂບ 1:3–8, 21–25; 2:14–26; 4:17 ອາດ​ຊ່ວຍ​ທ່ານ​ໃຫ້​ຄິດ​ຫາ​ວິ​ທີ​ທີ່​ທ່ານ​ສາ​ມາດ​ເປັນ​ຄົນ​ປະ​ຕິ​ບັດ​ຕາມ​ຖ້ອຍ​ຄຳ​ໄດ້​ດີ​ກວ່າ​ເກົ່າ. ໃຫ້​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ໃດໆ​ທີ່​ທ່ານ​ໄດ້​ຮັບ, ແລະ ວາງ​ແຜນ​ທີ່​ຈະ​ປະ​ຕິ​ບັດ​ຕາມ​ນັ້ນ.

ເບິ່ງ ແອວ​ມາ 34:27–29; 3 ນີ​ໄຟ 27:21 ນຳ​ອີກ.

ຮູບ​ພາບ
ອັບ​ຮາ​ຣາມ​ກຳ​ລັງ​ອະ​ທິ​ຖານ​ຢູ່​ນອກ​ຜ້າ​ເຕັ້ນ​ຂອງ​ເພິ່ນ

“ອັບ​ຣາ​ຮາມ​ເຊື່ອ​ພຣະ​ເຈົ້າ, ແລະ ຍ້ອນ​ຄວາມ​ເຊື່ອ​ນັ້ນ​ພຣະ​ອົງ​ຈຶ່ງ​ຊົງ​ຮັບ​ວ່າ ເພິ່ນ​ເປັນ​ຄົນ​ຊອບ​ທຳ” (ຢາ​ໂກ​ໂບ 2:23). Abraham on the Plains of Mamre [ອັບ​ຣາ​ຮາມ​ຢູ່​ໃນ​ທົ່ງ​ພຽງ​ມຳ​ເຣ], ໂດຍ ກະ​ແຣ້ນ ຣອມ​ນີ ຄະ​ລໍ​ສັນ

ຢາ​ໂກ​ໂບ 1:263:1–18

ຄຳ​ເວົ້າ​ທີ່​ເຮົາ​ກ່າວ​ອອກ​ມາ​ສາ​ມາດ​ທຳ​ຮ້າຍ ຫລື ເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ​ໄດ້.

ໃນ​ບັນ​ດາ​ພາບ​ຈິນ​ຕະ​ນາ​ການ​ທີ່​ຢາ​ໂກ​ໂບ​ໄດ້​ໃຊ້​ຕະ​ຫລອດ​ທົ່ວ​ສານ​ຂອງ​ເພິ່ນ, ຖ້ອຍ​ຄຳ​ທີ່​ແຈ້ງ​ຊັດ​ທີ່​ສຸດ​ຂອງ​ເພິ່ນ​ບັນ​ຈຸ​ຢູ່​ໃນ​ຄຳ​ແນະ​ນຳ​ຂອງ​ເພິ່ນ ກ່ຽວ​ກັບ ພາ​ສາ. ໃຫ້​ຄິດ​ທີ່​ຈະ​ຂຽນ​ວິ​ທີ​ທັງ​ໝົດ​ທີ່​ຢາ​ໂກ​ໂບ​ໄດ້​ບັນ​ຍາຍ​ກ່ຽວ​ກັບ​ລີ້ນ ແລະ ປາກ​ລົງ​ໄວ້. ການ​ປຽບ​ທຽບ ຫລື ພາບ​ແຕ່​ລະ​ຢ່າງ ບົ່ງ​ບອກ​ຫຍັງ​ແດ່​ກ່ຽວ​ກັບ​ຄຳ​ທີ່​ເຮົາ​ເວົ້າ? ໃຫ້​ຄິດ​ກ່ຽວ​ກັບ​ບາງ​ຢ່າງ​ທີ່​ທ່ານ​ສາ​ມາດ​ເປັນ​ພອນ​ໃຫ້​ແກ່​ບາງ​ຄົນ ດ້ວຍ​ຄຳ​ເວົ້າ​ຂອງ​ທ່ານ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 108:7).

ຢາ​ໂກ​ໂບ 2:1–9

ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຄວນ​ຮັກ​ທຸກ​ຄົນ, ບໍ່​ວ່າ​ສະ​ພາບ​ການ​ຂອງ​ເຂົາ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ.

ຢາ​ໂກ​ໂບ​ໄດ້​ເຕືອນ​ໄພ່​ພົນ ໂດຍ​ສະ​ເພາະ​ບໍ່​ໃຫ້​ມັກ​ຊອບ​ຄົນ​ຮັ່ງ​ມີ ແລະ ກຽດ​ຊັງ​ຄົນ​ຍາກ​ຈົນ, ແຕ່​ຄຳ​ເຕືອນ​ຂອງ​ເພິ່ນ​ສາ​ມາດ​ນຳ​ໃຊ້​ກັບ​ຄວາມ​ລຳ​ອຽງ ຫລື ອະ​ຄະ​ຕິ ທີ່​ເຮົາ​ອາດ​ມີ​ຕໍ່​ຄົນ​ອື່ນ​ໄດ້. ຂະ​ນະ​ທີ່​ທ່ານ​ສຶກ​ສາ ຢາ​ໂກ​ໂບ 2:1–9, ດ້ວຍ​ການ​ອະ​ທິ​ຖານ, ໃຫ້​​ເບິ່ງ​ໃຈ​ຕົວ​ເອງ ແລະ ເຊື່ອ​ຟັງ​ການ​ກະ​ຕຸ້ນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ມັນ​ອາດ​ເປັນ​ປະ​ໂຫຍດ​ທີ່​ຈະ​ປ່ຽນ​ວະ​ລີ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້, ດັ່ງ​ເຊັ່ນ “ຄົນ​ທຸກ​ຈົນ​ຜູ້​ໜຶ່ງ​ນຸ່ງ​ເຄື່ອງ​ເປື້ອນ​ເປິ” (ຂໍ້​ທີ 2), ກັບ​ຄຳ​ອື່ນ ຫລື ວະ​ລີ​ອື່ນ ທີ່​ບັນ​ຍາຍ​ບາງ​ຄົນ​ທີ່​ທ່ານ​ອາດ​ຄິດ​ຢາກ​ຕັດ​ສິນ​ແບບ​ບໍ່​ຍຸດ​ຕິ​ທຳ. ທ່ານ​ຮູ້​ສຶກ​ວ່າ​ມີ​ສິ່ງ​ໃດ​ບໍ​ທີ່​ຕ້ອງ​ປ່ຽນ​ແປງ ກັບ​ວິ​ທີ​ທີ່​ທ່ານ​ປະ​ຕິ​ບັດ ຫລື ຄິດ​ກ່ຽວ​ກັບ​ຄົນ​ອື່ນ?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຢາ​ໂກ​ໂບ 1:5.ຫລັງ​ຈາກ​ການ​ອ່ານ ຢາ​ໂກ​ໂບ 1:5, ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ສະ​ຫລຸບ​ເລື່ອງ​ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ (ເບິ່ງ ​ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:8–20) ຫລື ເບິ່ງ ວິ​ດີ​ໂອ “Ask of God: Joseph Smith’s First Vision” (ChurchofJesusChrist.org). ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ເຂົາ​ເຈົ້າ​ກ່ຽວ​ກັບ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ແລະ ກ່ຽວ​ກັບ​ປະ​ສົບ​ການ​ຕອນ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ເຂົາ​ເຈົ້າ.

ຢາ​ໂກ​ໂບ 1:26–27.ໃຫ້​ຄິດ​ທີ່​ຈະ​ເບິ່ງ ວິ​ດີ​ໂອ “True Christianity” (ChurchofJesusChrist.org). ແລ້ວ​ໃຫ້​ອ່ານ​ຄຳ​ອະ​ທິ​ບາຍ​ຂອງ​ຢາ​ໂກ​ໂບ​ກ່ຽວ​ກັບ “ທຳ​ມະ​ທີ່​ບໍ​ລິ​ສຸດ” ໃນ ຢາ​ໂກ​ໂບ 1:26–27, ແລະ ສົນ​ທະ​ນາ​ວິ​ທີ​ທີ່​ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ຝຶກ​ທຳ​ມະ​ທີ່​ບໍ​ລິ​ສຸດ​ກວ່າ​ແນວ​ໃດ.

ຢາ​ໂກ​ໂບ 3.ຢາ​ໂກ​ໂບ 3 ບັນ​ລຸ​ພາບ​ຫລາກ​ຫລາຍ​ທີ່​ສາ​ມາດ​ດົນ​ໃຈ​ບົດ​ຮຽນ​ດ້ວຍ​ສິ່ງ​ຂອງ​ທີ່​ໜ້າ​ຊົງ​ຈຳ ເພື່ອ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ຈື່​ຈຳ​ທີ່​ຈະ​ເວົ້າ​ຄຳ​ອ່ອນ​ໂຍນ. ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ກໍ່​ໄຟ​ນຳ​ກັນ ແລະ ເວົ້າ​ລົມ​ກ່ຽວ​ກັບ​ວ່າ ຄຳ​ເລັກ​ນ້ອຍ ແລະ ບໍ່​ອ່ອນ​ໂຍນ ສາ​ມາດກໍ່​ໃຫ້​ເກີດ​ບັນ​ຫາ​ໃຫຍ່​ໄດ້​ແນວ​ໃດ (ເບິ່ງ ຂໍ້​ທີ 5–6). ຫລື ທ່ານ​ສາ​ມາດ​ເອົາ​ອາ​ຫານ​ສົ້ມ​ໃສ່​ໄວ້​ໃນ​ພາ​ຊະ​ນະ​ທີ່​ໃຊ້​ເກັບ​ອາ​ຫານ​ຫວານ—ດັ່ງ​ເຊັ່ນ ເອົາ​ນ້ຳ​ໝາກ​ນາວ​ໃສ່​ໄວ້​ໃນ​ແກ້ວ​ທີ່​ເຄີຍ​ໃສ່​ນ້ຳ​ເຜິ້ງ. ສິ່ງນີ້​ອາດ​ນຳ​ໄປ​ສູ່​ການ​ສົນ​ທະ​ນາ​ກ່ຽວ​ກັບ​ການ​ໃຊ້​ຂອງ​ຫວານ ແລະ ການ​ໃຊ້​ຄຳ​ທີ່​ເຊີດ​ຊູ (ເບິ່ງ ຂໍ້​ທີ 9–14).

ຢາ​ໂກ​ໂບ 4:5–8.ເປັນ​ຫຍັງ​ເຮົາ​ຈຶ່ງ​ຄວນ “ເຂົ້າ​ໃກ້​ພຣະ​ເຈົ້າ” (ຢາ​ໂກ​ໂບ 4:8) ເມື່ອ​ເຮົາ​ປະ​ເຊີນ​ກັບ​ການ​ລໍ້​ລວງ?

ຢາ​ໂກ​ໂບ 5:14–16.ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ສິດ​ສອນ​ວ່າ “ພໍ່​ແມ່​ຄວນ​ຊຸກ​ຍູ້​ເລື່ອງ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໃຫ້​ຫລາຍ​ກວ່າ​ເກົ່າ ໃນ​ຄອບ​ຄົວ” (“The Powers of the Priesthood,” Liahona, May 2018, 67). ບາງ​ທີ​ການ​ອ່ານ ຢາ​ໂກ​ໂບ 5:14–16 ແລະ ການ​ແບ່ງ​ປັນ​ປະ​ສົບ​ການ​ກ່ຽວ​ກັບ​ການ​ໄດ້​ຮັບ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ ສາ​ມາດ​ຊຸກ​ຍູ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ທູນ​ຂໍ​ພອນ ເມື່ອ​ເຂົາ​ເຈົ້າ​ເຈັບ​ໄຂ້ ຫລື ຕ້ອງ​ການ​ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ສວດ​ແນະ​ນຳ: “ເຮັດ​ແຕ່​ຄວາມ​ດີ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 38.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ກະ​ທຳ​ຕາມ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້. ຂະ​ນະ​ທີ່​ທ່ານ​ສຶກ​ສາ, ໃຫ້​ເຮັດ​ຕາມ​ການ​ກະ​ຕຸ້ນ​ຈາກ​ພຣະ​ວິນ​ຍານ​ກ່ຽວ​ກັບ​ວິ​ທີ​ທີ່​ທ່ານ​ສາ​ມາດ​ນຳ​ໃຊ້​ສິ່ງ​ທີ່​ທ່ານ​ຮຽນ​ຮູ້​ກັບ​ຊີ​ວິດ​ຂອງ​ທ່ານ. ເຮັດ​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ເຮັດ​ຕາມ​ການ​ກະ​ຕຸ້ນ​ເຫລົ່າ​ນີ້ ແລະ ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ໃຫ້​ເຕັມ​ທີ່​ຫລາຍ​ຂຶ້ນ. (ເບິ່ງ Teaching in the Savior’s Way35.)

ຮູບ​ພາບ
ໂຈ​ເຊັບ ສະ​ມິດ ກຳ​ລັງ​ອ່ານ​ພຣະ​ຄຳ​ພີ

ຄຳ​ຕັກ​ເຕືອນ​ຂອງ​ຢາ​ໂກ​ໂບ​ເພື່ອ​ໃຫ້ “ທູນ​ຂໍ​ຈາກ​ພຣະ​ເຈົ້າ” (ຢາ​ໂກ​ໂບ 1:5) ໄດ້​ດົນ​ໃຈ​ໂຈ​ເຊັບ ສະ​ມິດ ໃຫ້​ສະ​ແຫວງ​ຫາ​ສະ​ຕິ​ປັນ​ຍາ​ຈາກ​ພຣະ​ເຈົ້າ. ຮູບ​ພາບ​ປະ​ກອບ​ໂດຍ ຄຣິສ​ຕີ​ນາ ສະ​ມິດ.

ພິມ