ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 11–17 ເດືອນ​ກັນ​ຍາ. 2 ໂກ​ຣິນ​ໂທ 1–7: “ຄືນ​ດີ​ກັນ​ກັບ​ພຣະ​ອົງ​ເທີ້ນ”


“ວັນ​ທີ 11–17 ເດືອນ​ກັນ​ຍາ. 2 ໂກ​ຣິນ​ໂທ 1–7: ‘ຄືນ​ດີ​ກັນ​ກັບ​ພຣະ​ອົງ​ເທີ້ນ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 11–17 ເດືອນ​ກັນ​ຍາ. 2 ໂກ​ຣິນ​ໂທ 1–7,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ

ວັນ​ທີ 11–17 ເດືອນ​ກັນ​ຍາ

2 ໂກ​ຣິນ​ໂທ 1–7

“ຄືນ​ດີ​ກັນ​ກັບ​ພຣະ​ອົງ​ເທີ້ນ”

ຂະ​ນະ​ທີ່​ທ່ານ​ສຶກ​ສາ​ຈົດ​ໝາຍ​ຂອງ​ໂປ​ໂລ​ເຖິງ​ຊາວ​ໂກ​ຣິນ​ໂທ, ໃຫ້​ຂຽນ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ບາງ​ຢ່າງ​ທີ່​ທ່ານ​ຄົ້ນ​ພົບ ແລະ ໄຕ່​ຕອງວິ​ທີ​ທີ່​ທ່ານ​ສາ​ມາດ​ນຳ​ໃຊ້​ມັນ​ໃນ​ຊີ​ວິດ​ຂອງ​ທ່ານ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ບາງ​ເທື່ອ, ການ​ເປັນ​ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ​ໝາຍ​ຄວາມ​ວ່າ ຕ້ອງ​ໄດ້​ກ່າວ​ບາງ​ຢ່າງ​ທີ່​ຍາກ. ສິ່ງ​ນີ້​ເປັນ​ຄວາມ​ຈິງ​ໃນ​ສະ​ໄໝ​ຂອງ​ໂປ​ໂລ​ເທົ່າໆ​ກັບ​ໃນ​ສະ​ໄໝ​ປະ​ຈຸ​ບັນ. ເຫັນ​ໄດ້​ຢ່າງ​ຊັດ​ເຈນ​ວ່າ ຈົດ​ໝາຍ​ກ່ອນ​ໜ້ານີ້​ຈາກ​ໂປ​ໂລ​ເຖິງ​ໄພ່​ພົນ​ຊາວ​ໂກ​ຣິນ​ໂທ​ແມ່ນ​ລວມ​ດ້ວຍ​ການ​ຕີ​ສອນ ແລະ ເຮັດ​ໃຫ້​ເກີດ​ຄວາມ​ຮູ້​ສຶກ​ເຈັບ​ປວດ. ໃນ​ຈົດ​ໝາຍ​ທີ່​ກາຍ​ເປັນ 2 ໂກ​ຣິນ​ໂທ, ເພິ່ນ​ໄດ້​ພະ​ຍາ​ຍາມ​ອະ​ທິ​ບາຍ​ສິ່ງ​ທີ່​ກະ​ຕຸ້ນ​ເພິ່ນ​ໃຫ້​ກ່າວ​ຄຳ​ຮຸນ​ແຮງ​ວ່າ: “ເຮົາ​ໄດ້​ຂຽນ​ມາ​ເຖິງ​ພວກ​ເຈົ້າ​ດ້ວຍ​ຄວາມ​ລຳ​ບາກ​ຍິ່ງ ແລະ ຄວາມ​ເສົ້າ​ໂສກ​ຢ່າງ​ໜັກ ແລະ ດ້ວຍ​ນ້ຳ​ຕາ​ຫລັ່ງ​ໄຫລ, ຈຸດ​ປະ​ສົງ​ຂອງ​ເຮົາ ບໍ່​ແມ່ນ​ເພື່ອ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ເສົ້າ​ໂສກ, ແຕ່​ເພື່ອ​ເຮັດ​ໃຫ້​ພວກ​ເຈົ້າ​ຮູ້​ສຶກ​ວ່າ ເຮົາ​ຮັກ​ພວກ​ເຈົ້າ​ທຸກ​ຄົນ​ຫລາຍ​ເທົ່າ​ໃດ” (2 ໂກ​ຣິນ​ໂທ 2:4). ເມື່ອ​ທ່ານ​ກຳ​ລັງ​ໄດ້​ຮັບ​ການ​ວ່າ​ກ່າວ​ຈາກ​ຜູ້​ນຳ, ມັນ​ຈະ​ຊ່ວຍ​ໄດ້​ຫລາຍ​ທີ່​ຮູ້​ວ່າ ມັນ​ຖືກ​ດົນ​ໃຈ​ໂດຍ​ຄວາມ​ຮັກ​ທີ່​ເປັນ​ເໝືອນ​ພຣະ​ຄຣິດ. ແລະ ແມ່ນ​ແຕ່​ໃນ​ກໍ​ລະ​ນີ​ທີ່​ບໍ່​ເປັນ​ເຊັ່ນ​ນັ້ນ, ຖ້າ​ຫາກ​ເຮົາ​ເຕັມ​ໃຈ​ທີ່​ຈະ​ເຫັນ​ຄົນ​ອື່ນ​ດ້ວຍ​ຄວາມ​ຮັກ​ທີ່​ໂປ​ໂລ​ຮູ້​ສຶກ, ມັນ​ຈະ​ງ່າຍ​ຂຶ້ນ​ໃນ​ການ​ຕອບ​ຮັບ​ຕໍ່​ຄວາມ​ຜິດ​ໃດໆ​ຢ່າງ​ເໝາະ​ສົມ. ດັ່ງ​ທີ່​ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ ໄດ້​ແນະ​ນຳ​ວ່າ, “ຈົ່ງມີ​ຄວາມ​ເມດ​ຕາ​ນຳ​ຄວາມ​ອ່ອນ​ແອ​ຂອງ​ມະ​ນຸດ—ຂອງ​ຕົວ​ເອງ ແລະ ຂອງ​ຄົນ​ທີ່​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ນີ້ ຊຶ່ງ​ນຳ​ພາ​ໂດຍ​ຜູ້​ອາ​ສາ​ສະ​ໝັກ​ທັງ​ຊາຍ ແລະ ຍິງ. ຍົກ​ເວັ້ນ​ແຕ່​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຜູ້​ດີ​ພ້ອມ​ທຸກ​ຢ່າງ​ຂອງ​ພຣະ​ອົງ​ເທົ່າ​ນັ້ນ, ພຣະ​ເຈົ້າ​ໄດ້​ເຮັດ​ວຽກ​ງານ​ນຳ​ຜູ້​ຄົນ​ທີ່​ຂາດ​ຕົກ​ບົກ​ພ່ອງ” (“Lord, I Believe,” Liahona, May 2013, 94).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

2 ໂກ​ຣິນ​ໂທ 1:3–7; 4:6–10, 17–18; 7:4–7

ການ​ທົດ​ລອງ​ຂອງ​ເຮົາ​ສາ​ມາດ​ເປັນ​ພອນ.

ເມື່ອ​ພິ​ຈາ​ລະ​ນາ​ເຖິງ​ທຸກ​ສິ່ງ​ທີ່​ໂປ​ໂລ​ໄດ້​ປະ​ເຊີນ​ໃນ​ຊ່ວງ​ຊີ​ວິດ​ຂອງ​ເພິ່ນ, ຈຶ່ງ​ບໍ່​ໜ້າ​ແປກ​ໃຈ​ທີ່​ເພິ່ນ​ໄດ້​ຂຽນ​ໄວ້​ຢ່າງ​ຫລວງ​ຫລາຍ​ກ່ຽວ​ກັບ​ຈຸດ​ປະ​ສົງ ແລະ ພອນ​ຂອງ​ຄວາມ​ທຸກ​ຍາກ. ຂະ​ນະ​ທີ່​ທ່ານ​ອ່ານ 2 ໂກ​ຣິນ​ໂທ 1:3–7; 4:6–10, 17–18; 7:4–7, ໃຫ້​ຄິດ​ກ່ຽວ​ກັບ​ວິ​ທີ​ທີ່​ການ​ທົດ​ລອງ​ຂອງ​ທ່ານ​ສາ​ມາດ​ເປັນ​ພອນ​ແນວ​ໃດ. ຍົກ​ຕົວ​ຢ່າງ, ທ່ານ​ອາດ​ໄຕ່​ຕອງ​ວິ​ທີ​ທີ່​ພຣະ​ເຈົ້າ “ເລົ້າ​ໂລມ​ໃຈ [ຂອງ​ທ່ານ] ໃນ​ຄວາມ​ທຸກ​ລຳ​ບາກ [ຂອງ​ທ່ານ]” ແລະ ວິ​ທີ​ທີ່​ທ່ານ​ສາ​ມາດ, ໃນ​ການ​ຕອບ​ແທນ, “ເລົ້າ​ໂລມ​ໃຈ​ຄົນ​ອື່ນ​ທີ່​ໄດ້​ຮັບ​ຄວາມ​ທຸກ​ລຳ​ບາກ” (2 ໂກ​ຣິນ​ໂທ 1:4). ຫລື ທ່ານ​ອາດ​ສຸມ​ໃຈ​ໃສ່​ວິ​ທີ​ທີ່​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ເຢ​ຊູ​ຄຣິດ “ໃຫ້​ແສງ​ແຈ້ງ​ສ່ອງ” ໃນ​ໃຈ​ຂອງ​ທ່ານ, ແມ່ນ​ແຕ່​ເມື່ອ​ທ່ານ​ມີ “ຄວາມ​ທຸກ​ລຳ​ບາກ” ແລະ “ຂັດ​ສົນ” (2 ໂກ​ຣິນ​ໂທ 4:6, 8).

ເບິ່ງ ໂມ​ໄຊ​ຢາ 24:13–17; Henry B. Eyring, “Tested, Proved, and Polished,” Liahona, Nov. 2020, 96–99; Gospel Topics, “Adversity,” topics.ChurchofJesusChrist.org ນຳ​ອີກ.

2 ໂກ​ຣິນ​ໂທ 2:5–11

ການ​ໃຫ້​ອະ​ໄພ​ເປັນ​ພອນ​ທີ່​ເຮົາ​ສາ​ມາດ​ໃຫ້ ແລະ ຮັບ​ໄດ້.

ເຮົາ​ບໍ່​ຮູ້​ຫຍັງ​ຫລາຍ​ກ່ຽວ​ກັບ​ຜູ້​ຊາຍ​ທີ່​ໂປ​ໂລ​ກ່າວ​ເຖິງ​ໃນ 2 ໂກ​ຣິນ​ໂທ 2:5–11—ພຽງ​ແຕ່​ວ່າ ລາວ​ໄດ້​ລ່ວງ​ລະ​ເມີດ (ເບິ່ງ ຂໍ້​ທີ 5–6) ແລະ ວ່າ​ໂປ​ໂລ​ຢາກ​ໃຫ້​ໄພ່​ພົນ​ອະ​ໄພ​ໃຫ້​ລາວ (ເບິ່ງ ຂໍ້​ທີ 7–8). ເປັນ​ຫຍັງ​ບາງ​ເທື່ອ​ເຮົາ​ບໍ່ “ສະ​ແດງ​ຄວາມ​ຮັກ [ຂອງ​ເຮົາ] ຕໍ່” ຄົນ​ທີ່​ເຮົາ​ຮັກ ຜູ້​ໄດ້​ເຮັດ​ຜິດ​ຕໍ່​ເຮົາ? (ຂໍ້​ທີ 8). ການ​ບໍ່​ຍອມ​ໃຫ້​ອະ​ໄພ​ເປັນ​ຜົນ​ຮ້າຍ​ຕໍ່​ຄົນ​ອື່ນ ແລະ ຕົວ​ເຮົາ​ເອງ​ແນວ​ໃດ? (ເບິ່ງ ຂໍ້​ທີ 7, 10–11). ການ​ບໍ່​ຍອມ​ໃຫ້​ອະ​ໄພ​ຊ່ວຍ “ຊາ​ຕານ​ໃຫ້​ມີ​ໄຊ​ເໜືອ​ເຮົາ” ແນວ​ໃດ? (ຂໍ້ທີ 11).

ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 64:9–11 ນຳ​ອີກ.

2 ໂກ​ຣິນ​ໂທ 5:14–21

ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ສາ​ມາດ​ຄືນ​ດີ​ກັນ​ກັບ​ພຣະ​ເຈົ້າ.

ຄື​ກັນ​ກັບ​ຄົນ​ອື່ນ, ໂປ​ໂລ​ຮູ້​ວ່າ ການ​ກາຍ​ເປັນ​ຜູ້ “ຖືກ​ສ້າງ​ຂຶ້ນ​ໃໝ່” ນັ້ນ​ເປັນ​ຈັ່ງ​ໃດ (2 ໂກ​ຣິນ​ໂທ 5:17). ເພິ່ນ​ໄດ້​ປ່ຽນ​ຈາກ​ການ​ເປັນ​ຜູ້​ຂົ່ມ​ເຫັງ​ຊາວ​ຄຣິດ ມາ​ເປັນ​ຜູ້​ປົກ​ປ້ອງ​ທີ່​ກ້າ​ຫານ​ຂອງ​ພຣະ​ຄຣິດ. ຂະ​ນະ​ທີ່​ທ່ານ​ອ່ານ 2 ໂກ​ຣິນ​ໂທ 5:14–21, ໃຫ້​ຄິດ​ກ່ຽວ​ກັບ​ຄຳ​ຖາມ​ຄື​ດັ່ງ​ຕໍ່​ໄປ​ນີ້: ການ​ຄືນ​ດີ​ໝາຍ​ຄວາມ​ວ່າ​ແນວ​ໃດ? ການ “ຄືນ​ດີກັນ​ກັບ​ພຣະ​ເຈົ້າ” ໝາຍ​ຄວາມ​ວ່າ​ແນວ​ໃດ? ໃຫ້​ໄຕ່​ຕອງ​ສິ່ງ​ທີ່​ແຍກ​ທ່ານ​ອອກ​ຈາກ​ພຣະ​ເຈົ້າ. ທ່ານ​ຕ້ອງ​ການ​ເຮັດ​ສິ່ງ​ໃດ​ເພື່ອ​ຄືນ​ດີ​ກັບ​ພຣະ​ອົງ​ຢ່າງ​ສົມ​ບູນ​ຫລາຍ​ຂຶ້ນ? ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຊ່ວຍ​ເຮັດ​ໃຫ້​ສິ່ງ​ນັ້ນ​ເປັນ​ໄປ​ໄດ້​ແນວ​ໃດ?

ທ່ານ​ສາ​ມາດ​ໄຕ່​ຕອງ​ອີກ​ວ່າ ການ​ເປັນ “ທູດ​ຂອງ​ພຣະ​ຄຣິດ” ໃນ​ການ “ເຮັດ​ໃຫ້​ຄົນ​ອື່ນ​ຄືນ​ດີ​ກັບ​ພຣະ​ອົງ” ໝາຍ​ຄວາມ​ວ່າ​ແນວ​ໃດ (ຂໍ້​ທີ 18, 20). ຄວາມ​ຮູ້​ຢ່າງ​ໃດ​ແດ່​ທີ່​ທ່ານ​ໄດ້​ຮັບ​ຈາກ​ຂ່າວ​ສານ​ຂອງ​ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ “The Ministry of Reconciliation”? (Liahona, Nov. 2018, 77–79).

ເບິ່ງ 2 ນີ​ໄຟ 10:23–25 ນຳ​ອີກ.

2 ໂກ​ຣິນ​ໂທ 7:8–11

ຄວາມ​ທຸກ​ໃຈ​ຕາມ​ຢ່າງ​ຊອບ​ພຣະ​ໄທ​ພຣະ​ເຈົ້າ​ນຳ​ໄປ​ສູ່​ການ​ກັບ​ໃຈ.

ຕາມ​ປົກ​ກະ​ຕິ​ແລ້ວ ເຮົາ​ບໍ່​ຄິດ​ວ່າ ຄວາມ​ໂສກ​ເສົ້າ​ເປັນ​ສິ່ງ​ທີ່​ດີ, ແຕ່​ໂປ​ໂລ​ໄດ້​ກ່າວ​ເຖິງ “ຄວາມ​ທຸກ​ໃຈ​ຕາມ​ຢ່າງ​ຊອບ​ພຣະ​ໄທ​ພຣະ​ເຈົ້າ” (2 ໂກ​ຣິນ​ໂທ 7:10) ວ່າ​ເປັນ​ພາກ​ສ່ວນ​ໜຶ່ງ​ທີ່​ສຳ​ຄັນ​ຂອງ​ການ​ກັບ​ໃຈ. ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້​ກ່ຽວ​ກັບ​ຄວາມ​ທຸກ​ໃຈ​ຕາມ​ຢ່າງ​ຊອບ​ພຣະ​ໄທ​ພຣະ​ເຈົ້າ​ຈາກ​ດັ່ງ​ຕໍ່​ໄປ​ນີ້: 2 ໂກ​ຣິນ​ໂທ 7:8–11; ແອວ​ມາ 36:16–21; ມໍ​ມອນ 2:11–15; ແລະ ຂ່າວ​ສານ​ຂອງ​ຊິດ​ສະ​ເຕີ ມິ​ແຊວ ດີ ຄະ​ເຣກ “Divine Discontent” (Liahona, Nov. 2018, 52–55). ເມື່ອ​ໃດ​ທີ່​ທ່ານ​ເຄີຍ​ຮູ້​ສຶກ​ເຖິງ​ຄວາມ​ທຸກ​ໃຈ​ຕາມ​ຢ່າງ​ຊອບ​ພຣະ​ໄທ​ພຣະ​ເຈົ້າ, ແລະ ມັນ​ມີ​ຜົນ​ກະ​ທົບ​ຕໍ່​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

2 ໂກ​ຣິນ​ໂທ 3:1–3.ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ​ເຄີຍ​ຂໍ​ໃຫ້​ບາງ​ຄົນ​ຂຽນ​ຈົດ​ໝາຍ​ແນະ​ນຳ​ເຂົາ​ເຈົ້າ​ບໍ່, ດັ່ງ​ເຊັ່ນ​ສຳ​ລັບ​ການ​ງານ ຫລື ສຳ​ລັບ​ໃບ​ສະ​ໝັກ​ເຂົ້າ​ໂຮງ​ຮຽນ? ຂໍ​ໃຫ້​ເຂົາ​ເຈົ້າ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ປະ​ສົບ​ການ​ນີ້. ໂປ​ໂລ​ໄດ້​ສິດ​ສອນ​ວ່າ ຊີ​ວິດ​ຂອງ​ໄພ່​ພົນ​ກໍ​ຄື​ກັນ​ກັບ​ຈົດ​ໝາຍ​ແນະ​ນຳ​ສຳ​ລັບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, “ຊຶ່ງ​ບໍ່​ໄດ້​ຂຽນ​ດ້ວຍ​ນ້ຳ​ມຶກ, ແຕ່​ຂຽນ​ດ້ວຍ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ທີ່​ຊົງ [ພຣະ​ຊົນ].” ຂະ​ນະ​ທີ່​ທ່ານ​ອ່ານ 2 ໂກ​ຣິນ​ໂທ 3:1–3 ນຳ​ກັນ, ໃຫ້​ສົນ​ທະ​ນາ​ວິ​ທີ​ທີ່​ຕົວ​ຢ່າງ​ຂອງ​ເຮົາ​ເປັນ​ຄື​ກັນ​ກັບ​ຈົດ​ໝາຍ ທີ່​ສາ​ມາດ “ໃຫ້​ທຸກ​ຄົນ​ໄດ້​ຮູ້ ແລະ ໄດ້​ອ່ານ,” ສະ​ແດງ​ຄວາມ​ຈິງ ແລະ ຄຸນ​ຄ່າ​ຂອງ​ພຣະ​ກິດ​ຕິ​ຄຸນ​ແນວ​ໃດ. ບາງ​ທີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ແຕ່​ລະ​ຄົນ​ສາ​ມາດ​ຂຽນ​ຈົດ​ໝາຍ ຫລື “ສານ” ອະ​ທິ​ບາຍ​ວ່າ ສະ​ມາ​ຊິກ​ໃນ​ຄອບ​ຄົວ​ອີກ​ຄົນ​ໜຶ່ງ​ໄດ້​ເປັນ​ຕົວ​ຢ່າງ​ທີ່​ດີ​ຂອງ​ການ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແນວ​ໃດ. ເຂົາ​ເຈົ້າ​ສາ​ມາດ​ອ່ານ​ຈົດ​ໝາຍ​ຂອງ​ເຂົາ​ເຈົ້າ​ໃຫ້​ຄອບ​ຄົວ​ຟັງ ແລະ ມອບ​ມັນ​ໃຫ້​ແກ່​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ທີ່​ເຂົາ​ເຈົ້າ​ຂຽນ​ກ່ຽວ​ກັບ. ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ຈະ​ເຂົ້າ​ໃຈ​ວ່າ​ຊີ​ວິດ​ຂອງ​ເຮົາ​ເປັນ​ຄື​ກັນ​ກັບ “ສານ​ຂອງ​ພຣະ​ຄຣິດ”?

2 ໂກ​ຣິນ​ໂທ 5:6–7.ການ “ດຳ​ເນີນ​ຊີ​ວິດ​ຕາມ [ສັດ​ທາ], ບໍ່​ແມ່ນ​ຕາມ​ທີ່​ຕາ​ເຫັນ” ໝາຍ​ຄວາມ​ວ່າ​ແນວ​ໃດ? ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ສະ​ແດງວ່າ ເຮົາ​ເຊື່ອ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເຖິງ​ແມ່ນ​ວ່າ​ເຮົາ​ບໍ່​ສາ​ມາດ​ເຫັນ​ພຣະ​ອົງ​ກໍ​ຕາມ?

2 ໂກ​ຣິນ​ໂທ 5:17.ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ຄິດ ແລະ ຊອກ​ຫາ​ຕົວ​ຢ່າງ​ໃນ​ສິ່ງ​ທຳ​ມະ​ຊາດ​ທີ່​ປ່ຽນ​ແປງ​ແບບ​ອັດ​ສະ​ຈັນ ແລະ ກາຍ​ເປັນ​ສິ່ງ​ມີ​ຊີ​ວິດ​ໃໝ່​ບໍ່? (ເບິ່ງ​ຮູບ​ພາບ​ຢູ່​ໃນ​ທ້າຍ​ໂຄງ​ຮ່າງ​ນີ້). ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ປ່ຽນ​ແປງ​ເຮົາ​ແນວ​ໃດ?

2 ໂກ​ຣິນ​ໂທ 6:1–10.ອີງ​ຕາມ 2 ໂກ​ຣິນ​ໂທ 6:1–10, ການ “ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ” ໝາຍ​ຄວາມ​ວ່າ​ແນວ​ໃດ? (ຂໍ້​ທີ 4). ຄຸນ​ສົມ​ບັດ​ຢ່າງ​ໃດ​ແດ່​ທີ່​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ເຈົ້າ​ມີ?

2 ໂກ​ຣິນ​ໂທ 6:14–18.ເຮົາ​ຈະ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ໂປ​ໂລ​ວ່າ “ຈົ່ງ​ແຍກ​ຕົວ​ອອກ​ຈາກ [ຄົນ​ບໍ່​ຊອບ​ທຳ], ແລະ ຈົ່ງ​ຕັ້ງ​ຢູ່​ຕ່າງ​ຫາກ” ຂະ​ນະ​ທີ່​ຍັງ​ຮັກ​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ເຮົາ​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ແນະ​ນຳ: “ກ້າ​ເຮັດ​ສິ່ງ​ຖືກ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 70.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ແບ່ງ​ປັນ​ບົດ​ຮຽນ​ທີ່​ໃຊ້​ສິ່ງ​ຂອງ. ແນວ​ຄິດ​ບາງ​ຢ່າງ​ຂອງ​ພຣະ​ກິດ​ຕິ​ຄຸນ, ດັ່ງ​ເຊັ່ນ​ການ​ຊົດ​ໃຊ້, ອາດ​ເປັນ​ສິ່ງ​ຍາກ​ທີ່​ຈະ​ເຂົ້າ​ໃຈ. ໃຫ້​ຄິດ​ທີ່​ຈະ​ໃຊ້​ຮູບ​ພາບ ຫລື ສິ່ງ​ຂອງ​ທີ່​ສາ​ມາດ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ເຂົ້າ​ໃຈ​ຫລັກ​ທຳ ທີ່​ທ່ານ​ຄົ້ນ​ພົບ​ໃນ​ຂໍ້​ພຣະ​ຄຳ​ພີ.

ຮູບ​ພາບ
ໂຕດ້ວງ, ຮັງ​ໄໝ, ແລະ ແມງ​ກະ​ເບື້ອ

ເມື່ອ​ເຮົາ​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຄຣິດ, ການ​ປ່ຽນ​ແປງ​ຂອງ​ເຮົາ​ຈະ​ເລິກ​ເຊິ່ງ​ທີ່​ສຸດ ດັ່ງ​ທີ່​ໂປ​ໂລ​ໄດ້​ບັນ​ຍາຍ ຄື​ກັບ​ວ່າ “ເປັນ​ຄົນ​ທີ່​ຖືກ​ສ້າງ​ຂຶ້ນ​ໃໝ່” (2 ໂກ​ຣິນ​ໂທ 5:17).

ພິມ