ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 14–20 ເດືອນ​ສິງ​ຫາ. ໂຣມ 7–16: “ຈົ່ງ​ຊະ​ນະ​ຄວາມ​ຊົ່ວ​ດ້ວຍ​ຄວາມ​ດີ”


“ວັນ​ທີ 14–20 ເດືອນ​ສິງ​ຫາ. ໂຣມ 7–16: ‘ຈົ່ງ​ຊະ​ນະ​ຄວາມ​ຊົ່ວ​ດ້ວຍ​ຄວາມ​ດີ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 14–20 ເດືອນ​ສິງ​ຫາ. ໂຣມ 7–16,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ຊາກ​ຫັກ​ພັງ​ຂອງ​ກຸງ​ໂຣມ​ບູ​ຮານ

ວັນ​ທີ 14–20 ເດືອນ​ສິງ​ຫາ

ໂຣມ 7–16

“ຈົ່ງ​ຊະ​ນະ​ຄວາມ​ຊົ່ວ​ດ້ວຍ​ຄວາມ​ດີ”

ພຽງ​ແຕ່​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ສອງ​ສາມ​ຢ່າງ​ໃນ ໂຣມ 7–16 ທີ່​ສາ​ມາດ​ເອົາ​ມາ​ລວມ​ຢູ່​ໃນ​ໂຄງ​ຮ່າງນີ້, ສະ​ນັ້ນ​ຢ່າ​ຈຳ​ກັດ​ຕົວ​ເອງ​ກັບ​ສິ່ງ​ທີ່​ກ່າວ​ຢູ່​ໃນ​ນີ້​ເທົ່າ​ນັ້ນ. ໃຫ້​ເອົາ​ໃຈ​ໃສ່​ຕໍ່​ການ​ດົນ​ໃຈ​ທີ່​ທ່ານ​ໄດ້​ຮັບ ຂະ​ນະ​ທີ່​ທ່ານ​ສຶກ​ສາ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຂະ​ນະ​ທີ່​ເພິ່ນ​ເລີ່ມ​ຕົ້ນ​ສານ​ທີ່​ເພິ່ນ​ຈະ​ສົ່ງ​ໄປ​ກຸງ​ໂຣມ, ໂປ​ໂລ​ໄດ້​ກ່າວ​ທັກ​ທາຍ​ສະ​ມາ​ຊິກ​ໃນ​ສາດ​ສະ​ໜາ​ຈັກ ໂດຍ​ການ​ເອີ້ນ​ພວກ​ເຂົາ​ວ່າ “ພຣະ​ເຈົ້າ​ຊົງ​ຮັກ” ຜູ້​ທີ່​ຖືກ “ເອີ້ນ​ໃຫ້​ເປັນ​ໄພ່​ພົນ.” ເພິ່ນ​ໄດ້​ກ່າວ​ວ່າ “[ສັດ​ທາ] ຂອງ​ພວກ​ເຈົ້າ​ກຳ​ລັງ​ຊ່າ​ລື​ໄປ​ທົ່ວ​ໂລກ” (ໂຣມ 1:7–8). ເຖິງ​ແມ່ນ​ວ່າ​ໂປ​ໂລ​ໄດ້​ໃຊ້​ເວ​ລາ​ສ່ວນ​ຫລາຍ​ໃນ​ສານ​ຂອງ​ເພິ່ນ​ເພື່ອ​ດັດ​ແປງ​ຄວາມ​ຄິດ​ທີ່​ຜິດ ແລະ ພຶດ​ຕິ​ກຳ​ທີ່​ບໍ່​ດີ, ແຕ່​ເບິ່ງ​ຄື​ວ່າ ເພິ່ນ​ກໍ​ຢາກ​ໃຫ້​ຊາວ​ຄຣິດ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃໝ່​ເຫລົ່າ​ນີ້​ໝັ້ນ​ໃຈ​ໄດ້​ວ່າ ພວກ​ເຂົາ​ເປັນ​ໄພ່​ພົນ​ແທ້ໆ ຊຶ່ງ​ເປັນ​ທີ່​ຮັກ​ຂອງ​ພຣະ​ເຈົ້າ. ຄຳ​ແນະ​ນຳ​ທີ່​ອ່ອນ​ໂຍນ​ຂອງ​ເພິ່ນ​ໄດ້​ເປັນ​ພອນ​ໃຫ້​ແກ່​ເຮົາ​ທຸກ​ຄົນ​ຜູ້​ຢາກ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ແລະ ສຳ​ລັບ​ຜູ້​ທີ່​ການ​ກາຍ​ເປັນ​ໄພ່​ພົນ​ອາດ​ເກີນ​ກວ່າ​ຈະ​ເອື້ອມ​ເຖິງ. ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຢ່າງ​ຖ່ອມ​ຕົວ, ໂປ​ໂລ​ໄດ້​ຮັບ​ຮູ້​ວ່າ ເພິ່ນ​ກໍ​ເຄີຍ​ຮູ້​ສຶກ “ເປັນ​ຄົນ​ທຸກ​ເຂັນ​ໃຈ” ເປັນ​ບາງ​ຄັ້ງ (ໂຣມ 7:24), ແຕ່​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ໃຫ້​ພະ​ລັງ​ແກ່​ເພິ່ນ​ເພື່ອ​ເອົາ​ຊະ​ນະ​ບາບ (ເບິ່ງ ​ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ, ໂຣມ 7:22–27 [ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ພາກ​ຫ້ອຍ​ທ້າຍ]). ດ້ວຍ​ພະ​ລັງ​ນັ້ນ, ອຳ​ນາດ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເຮົາ​ສາ​ມາດ​ເອົາ “ຊະ​ນະ​ຄວາມ​ຊົ່ວ”—ທັງ​ຄວາມ​ຊົ່ວ​ໃນ​ໂລກ ແລະ ຄວາມ​ຊົ່ວ​ໃນ​ຕົວ​ເຮົາ​ເອງ—“ດ້ວຍ​ຄວາມ​ດີ” (ໂຣມ 12:21).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ໂຣມ 7–8

ຜູ້​ທີ່​ເຮັດ​ຕາມ​ພຣະ​ວິນ​ຍານ ສາ​ມາດ​ກາຍ​ເປັນ “ຜູ້​ຮ່ວມ​ຮັບ​ມໍ​ລະ​ດົກ​ກັບ​ພຣະ​ຄຣິດ.”

ແມ່ນ​ແຕ່​ຫລັງ​ຈາກ​ໄດ້​ມີ “ຊີ​ວິດ​ໃໝ່” ຜ່ານ​ທາງ​ພິ​ທີ​ການ​ບັບ​ຕິ​ສະ​ມາ (ໂຣມ 6:4), ບາງ​ທີ​ທ່ານ​ອາດ​ຮູ້​ສຶກ​ວ່າ ມີ​ການ​ຂັດ​ແຍ້ງ​ບາງ​ຢ່າງ​ຢູ່​ພາຍ​ໃນ ດັ່ງ​ທີ່​ໂປ​ໂລ​ໄດ້​ບັນ​ຍາຍ​ຢູ່​ໃນ ໂຣມ 7—ການ “ຕໍ່​ສູ້” ລະ​ຫວ່າງ​ມະ​ນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ ແລະ ຄວາມ​ປາດ​ຖະ​ໜາ​ທີ່​ຊອບ​ທຳ​ຂອງ​ທ່ານ (ໂຣມ 7:23). ແຕ່​ໂປ​ໂລ​ຍັງ​ໄດ້​ກ່າວ​ເຖິງ​ຄວາມ​ຫວັງ​ຢູ່​ໃນ ໂຣມ 8:23–25. ມີ​ເຫດ​ຜົນ​ໃດ​ແດ່​ສຳ​ລັບ​ຄວາມ​ຫວັງ​ນີ້​ທີ່​ທ່ານ​ພົບ​ເຫັນ​ຢູ່​ໃນ ບົດ​ທີ 8? ທ່ານ​ກໍ​ສາ​ມາດ​ຊອກ​ຫາ​ພອນ​ທີ່​ມາ​ຈາກ​ການ​ມີ “ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ໃນ​ເຈົ້າ​ທັງ​ຫລາຍ” (ໂຣມ 8:9). ທ່ານ​ຈະ​ສາ​ມາດ​ສະ​ແຫວງ​ຫາ​ການ​ເປັນ​ເພື່ອນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຢ່າງ​ເຕັມ​ທີ່​ຫລາຍ​ຕື່ມ​ອີກ​ໃນ​ຊີ​ວິດ​ຂອງ​ທ່ານ​ໄດ້​ແນວ​ໃດ?

ໂຣມ 8:16–39

ຂອງ​ປະ​ທານ​ແຫ່ງ​ລັດ​ສະ​ໝີ​ພາບ​ນິ​ລັນ​ດອນ ມີ​ຄ່າ​ຫລາຍ​ກວ່າ​ການ​ທົດ​ລອງ​ຂອງ​ເຮົາ​ຢູ່​ໃນ​ໂລກ​ນີ້.

ພຽງ​ແຕ່​ສອງ​ສາມ​ປີ​ຫລັງ​ຈາກ​ທີ່​ໂປ​ໂລ​ໄດ້​ຂຽນ​ສານ​ສະ​ບັບ​ນີ້, ໄພ່​ພົນ​ຢູ່​ໃນ​ກຸງ​ໂຣມ​ໄດ້​ທຸກ​ທໍ​ລະ​ມານ​ກັບ​ການ​ຂົ່ມ​ເຫັງ​ຢ່າງ​ໜັກ. ທ່ານ​ພົບ​ເຫັນ​ຫຍັງ​ແດ່​ຢູ່​ໃນ ໂຣມ 8:16–39 ທີ່​ອາດ​ຊ່ວຍ​ໄພ່​ພົນ​ເຫລົ່າ​ນີ້ ເມື່ອ​ການ​ຂົ່ມ​ເຫັງ​ໄດ້​ເກີດ​ຂຶ້ນ? ຖ້ອຍ​ຄຳ​ເຫລົ່າ​ນີ້​ອາດ​ກ່ຽວ​ພັນ​ກັບ​ທ່ານ ແລະ ກັບ​ການ​ທົດ​ລອງ​ທີ່​ທ່ານ​ກຳ​ລັງ​ປະ​ເຊີນ​ຢູ່​ແນວ​ໃດ?

ໃຫ້​ຊອກ​ຫາ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ຂໍ້​ເຫລົ່າ​ນີ້ ແລະ ຄຳ​ແນະ​ນຳ​ຈາກ​ຊິດ​ສະ​ເຕີ ລິນ​ດາ ແອັສ ຣີບສ໌: “ຂ້າ​ພະ​ເຈົ້າ​ບໍ່​ຮູ້​ວ່າ ເປັນ​ຫຍັງ ເຮົາ​ຈຶ່ງ​ຖືກ​ທົດ​ລອງ​ຫລາຍ, ແຕ່​ມັນ​ເປັນ​ຄວາມ​ຮູ້​ສຶກ​ສ່ວນ​ຕົວ​ຂອງ​ຂ້າ​ພະ​ເຈົ້າ​ວ່າ ລາງວັນ​ນັ້ນ​ຍິ່ງ​ໃຫຍ່​ແທ້ໆ, ເປັນ​ນິ​ລັນ​ດອນ ແລະ ບໍ່​ສິ້ນ​ສຸດ​ຈັກ​ເທື່ອ, ເປັນ​ໜ້າ​ຊື່ນ​ຊົມ ແລະ ເກີນກວ່າ​ຄວາມ​ເຂົ້າ​ໃ​ຈ​ຂອງ​ເຮົາ​ແທ້ໆ ຈົນ​ວ່າ​ໃນ​ມື້​ທີ່​ໄດ້​ຮັບ​ລາງວັນ​ນັ້ນ, ເຮົາ​ຈະ​ກ່າວ​ກັບ​ພຣະ​ບິ​ດາ​ທີ່​ຊົງ​ເມດ​ຕາ ແລະ ຊົງ​ຮັກ​ຂອງ​ເຮົາ​ວ່າ, ‘ມີ​ແຕ່ ເທົ່າ​ນັ້ນ ບໍ​ທີ່​ຖືກ​ຮຽກ​ຮ້ອງ?’ ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ຖ້າ​ຫາກ​ເຮົາ​ສາ​ມາດ​ຈື່​ຈຳ ແລະ ຮັບ​ຮູ້​ແຕ່​ລະ​ວັນ​ເຖິງ​ຄວາມ​ຮັກ​ອັນ​ເລິກ​ເຊິ່ງ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ແລະ ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ມີ​ຕໍ່​ເຮົາ, ແລ້ວ​ເຮົາ​ຈະ​ເຕັມ​ໃຈ​ທີ່​ຈະ​ເຮັດ​ທຸກ​ສິ່ງ ເພື່ອ​ໃຫ້​ສາ​ມາດ​ກັບ​ຄືນ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພວກ​ພຣະ​ອົງ​ອີກ, ຖືກ​ອ້ອມ​ຮອບ​ດ້ວຍ​ຄວາມ​ຮັກ​ນິ​ລັນ​ດອນ​ຂອງ​ພວກ​ພຣະ​ອົງ. ມັນ​ຈະ​ສຳ​ຄັນ​ຫຍັງ ເຖິງ​ແມ່ນ​ເຮົາ​ຈະ​ທຸກ​ທໍ​ລະ​ມານ​ໃນ​ເວ​ລາ​ນີ້ ຖ້າ​ຫາກ​ໃນ​ທີ່​ສຸດ ການ​ທົດ​ສອບ​ຂອງ​ເຮົາ ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ເຮົາ​ເໝາະ​ສົມ​ສຳ​ລັບ​ຊີ​ວິດ​ນິ​ລັນ​ດອນ ແລະ ໄດ້​ຮັບ​ຄວາມ​ສູງ​ສົ່ງ ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ ນຳ​ພຣະ​ບຸດ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ?” (“Worthy of Our Promised Blessings,” Liahona, Nov. 2015, 11). ໃຫ້​ຕັດ​ສິນ​ໃຈ​ວ່າ​ທ່ານ​ຈະ​ເຮັດ​ສິ່ງ​ໃດ ເພື່ອ “ຈື່​ຈຳ ແລະ ຮັບ​ຮູ້​ແຕ່​ລະ​ວັນ” ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ທີ່​ມີ​ຕໍ່​ທ່ານ.

ໂຣມ 8:29–30; 9–11

ໂປ​ໂລ​ໝາຍ​ຄວາມ​ວ່າ​ແນວ​ໃດ ກັບ​ຄຳ​ທີ່​ວ່າ “ຖືກ​ກຳ​ນົດ,” “ການ​ເລືອກ,” ແລະ “ຮູ້​ລ່ວງ​ໜ້າ”?

ໂປ​ໂລ​ໄດ້​ໃຊ້​ຄຳ​ທີ່​ວ່າ “ຖືກ​ກຳ​ນົດ,” “ການ​ເລືອກ,” ແລະ “ຮູ້​ລ່ວງ​ໜ້າ” ເພື່ອ​ສິດ​ສອນ​ວ່າ ກ່ອນ​ຊີ​ວິດ​ນີ້, ພຣະ​ເຈົ້າ​ໄດ້​ເລືອກ​ລູກໆ​ບາງ​ຄົນ​ຂອງ​ພຣະ​ອົງ​ໃຫ້​ເປັນ​ພາກ​ສ່ວນ​ຂອງ​ຊາວ​ອິດ​ສະ​ຣາ​ເອນ, ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ. ນີ້​ໝາຍ​ຄວາມ​ວ່າ ພວກ​ເຂົາ​ຈະ​ໄດ້​ຮັບ​ພອນ ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ​ພິ​ເສດ ເພື່ອ​ວ່າ​ພວກ​ເຂົາ​ຈະ​ສາ​ມາດ​ເປັນ​ພອນ​ໃຫ້​ແກ່​ທຸກ​ຄົນ​ໃນ​ໂລກ (ເບິ່ງ ຄູ່​ມື​ພຣະ​ຄຳ​ພີ, “ການ​ເລືອກ,” scriptures.ChurchofJesusChrist.org). ເຖິງ​ຢ່າງ​ໃດ​ກໍ​ຕາມ, ໂປ​ໂລ​ຍັງ​ໄດ້​ເນັ້ນ​ຢູ່​ໃນ ໂຣມ 9–11 ວ່າ​ລູກໆ​ຂອງ​ພຣະ​ເຈົ້າ ທຸກ​ຄົນ ສາ​ມາດ​ກາຍ​ເປັນ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ​ໄດ້, ແລະ ເຮົາ​ທຸກ​ຄົນ​ຈະ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ ໃນ​ທາງ​ດຽວ​ກັນ—ຜ່ານ​ທາງ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.

ເບິ່ງ ເອ​ເຟ​ໂຊ 1:3–4; 1 ເປ​ໂຕ 1:2; ແອວ​ມາ 13:1–5; Gospel Topics, “Foreordination,” topics.ChurchofJesusChrist.org ນຳ​ອີກ.

ໂຣມ 12–16

ໂປ​ໂລ​ເຊື້ອ​ເຊີນ​ເຮົາ​ໃຫ້​ກາຍ​ເປັນ​ໄພ່​ພົນ ແລະ ຜູ້​ຕິດ​ຕາມ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ຫ້າ​ບົດ​ສຸດ​ທ້າຍ​ຂອງ ໂຣມ ບັນ​ຈຸ​ຄຳ​ແນະ​ນຳ​ສະ​ເພາະ​ຫລາຍ​ສິບ​ຂໍ້​ກ່ຽວ​ກັບ​ການ​ດຳ​ລົງ​ຊີ​ວິດ​ໃນ​ຖາ​ນະ​ໄພ່​ພົນ. ວິ​ທີ​ໜຶ່ງ​ໃນ​ການ​ສຶກ​ສາ​ຄຳ​ແນະ​ນຳ​ເຫລົ່າ​ນີ້ ຄື​ໃຫ້​ຊອກ​ຫາ​ຫົວ​ຂໍ້​ທີ່​ຊ້ຳ​ກັນ. ທ່ານ​ຈະ​ສະ​ຫລຸບ​ຄຳ​ແນະ​ນຳ​ຂອງ​ໂປ​ໂລ​ແນວ​ໃດ?

ທ່ານ​ອາດ​ບໍ່​ສາ​ມາດ​ນຳ​ໃຊ້​ຄຳ​ແນະ​ນຳ​ນີ້​ທັງ​ໝົດ​ໄດ້​ໃນ​ຄັ້ງ​ດຽວ, ແຕ່​ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ທ່ານ​ຊອກ​ຫາ​ຫລັກ​ທຳ​ຂໍ້​ໜຶ່ງ ຫລື ສອງ​ຂໍ້ ທີ່​ທ່ານ​ສາ​ມາດ​ເລີ່ມ​ຕົ້ນ​ນຳ​ໃຊ້​ໃນ​ມື້​ນີ້. ໃຫ້​ແບ່ງ​ປັນ​ຄວາມ​ປາດ​ຖະ​ໜາ​ຂອງ​ທ່ານ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໃນ​ຄຳ​ອະ​ທິ​ຖານ, ແລະ ທູນ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ອົງ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ໂຣມ 8:31–39.ເຮົາ​ພົບ​ເຫັນ​ຫຍັງ​ຢູ່​ໃນ ໂຣມ 8:31–39 ທີ່​ສິດ​ສອນ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ເຮົາ? ເຮົາ​ເຄີຍ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ເມື່ອ​ໃດ?

ເພື່ອ​ສາ​ທິດ ຂໍ້​ທີ 38–39, ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ຊອກ​ຫາ​ຕົວ​ຢ່າງ​ຂອງ​ບາງ​ສິ່ງ​ທີ່, ຄື​ເຮົາ​ກັບ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ, ບໍ່​ສາ​ມາດ​ແຍກ​ອອກ​ຈາກ​ກັນ​ໄດ້.

ຮູບ​ພາບ
ພໍ່​ກັບ​ລູກ​ສາວ​ກຳ​ລັງ​ເຕັ້ນ​ລຳ

ແອວ​ເດີ ວີວ​ເຝີດ ດັບ​ເບິນ​ຢູ ແອນ​ເດີ​ເຊັນ ໄດ້​ສິດ​ສອນ​ວ່າ, “ເພງ​ຂອງ​ພຣະ​ກິດ​ຕິ​ຄຸນ​ແມ່ນ​ຄວາມ​ຮູ້​ສຶກ​ປິ​ຕິ​ຍິນ​ດີ​ທາງ​ວິນ​ຍານ.”

ໂຣມ 9:31–32.ຂ່າວ​ສານ​ຂອງ​ແອວ​ເດີ ວິວ​ເຝີດ ດັບ​ເບິນ​ຢູ ແອນ​ເດີ​ເຊັນ “The Music of the Gospel” (Liahona, May 2015, 54–56; ເບິ່ງ ວິ​ດີ​ໂອ ນຳ​ອີກ ທີ່ ChurchofJesusChrist.org) ຊຶ່ງ​ສາ​ມາດ​ຊ່ວຍ​ສະ​ແດງ​ໃຫ້​ເຫັນ​ສິ່ງ​ທີ່​ໂປ​ໂລ​ສິດ​ສອນ​ກ່ຽວ​ກັບ​ກົດ, ວຽກ​ງານ, ແລະ ສັດ​ທາ​ໄດ້. ຫລັງ​ຈາກ​ສົນ​ທະ​ນາ​ກັນ​ກ່ຽວ​ກັບ​ຄຳ​ປາ​ໄສ​ຂອງ​ເພິ່ນ​ແລ້ວ, ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ຟ້ອນ​ລຳ​ໃສ່​ດົນ​ຕີ ແລະ ບໍ່​ໃສ່​ດົນ​ຕີ. ສັດ​ທາ​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ປະ​ສົບ​ກັບ​ຄວາມ​ຊື່ນ​ຊົມ​ຂອງ​ພຣະ​ກິດ​ຕິ​ຄຸນ​ໄດ້​ແນວ​ໃດ?

ໂຣມ 10:17.ໃຫ້​ຕິດ​ປ້າຍ​ໃສ່​ຈອກ​ນ້ຳ ໂດຍ​ໃຊ້​ແຫລ່ງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ (ເຊັ່ນ ພຣະ​ຄຳ​ພີ, ການ​ເປີດ​ເຜີຍ​ສ່ວນ​ຕົວ, ແລະ ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ). ໃຫ້​ສົນ​ທະ​ນາ​ວິ​ທີ​ທີ່​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ເພີ່ມ​ພູນ​ສັດ​ທາ​ຂອງ​ເຮົາ​ແນວ​ໃດ ຂະ​ນະ​ທີ່​ທ່ານ​ເທ​ນ້ຳ​ໃນ​ຈອກ​ໃສ່​ໃນ​ໂຖ​ນ້ຳ​ທີ່​ມີ​ປ້າຍ​ວ່າ “ສັດ​ທາ.”

ໂຣມ 12.ການ​ເຮັດ​ໃຫ້​ຕົວ​ເຮົາ​ເອງ “ເປັນ​ເຄື່ອງ​ບູ​ຊາ​ອັນ​ມີ​ຊີ​ວິດ ເປັນ​ອັນ​ບໍ​ລິ​ສຸດ ແລະ ເປັນ​ທີ່​ພໍ​ພຣະ​ໄທ​ພຣະ​ເຈົ້າ” ໝາຍ​ຄວາມ​ວ່າ​ແນວ​ໃດ? (ຂໍ້​ທີ 1).

ໂຣມ 14:13–21.ຄອບ​ຄົວ​ຂອງ​ທ່ານ​ອາດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ສຶກ​ສາ​ຄຳ​ແນະ​ນຳ​ຂອງ​ໂປ​ໂລ​ກ່ຽວ​ກັບ​ການ​ຕັດ​ສິນ ແລະ ການ​ຜິດ​ຖຽງ​ກັນ​ກ່ຽວ​ກັບ​ຄວາມ​ມັກ​ສ່ວນ​ຕົວ. ບາງ​ທີ​ພວກ​ທ່ານ​ສາ​ມາດ​ສົນ​ທະ​ນາ​ກ່ຽວ​ກັບ​ວິ​ທີ​ທີ່​ເໝາະ​ສົມ​ໃນ​ການ​ຕອບ​ຮັບ ເມື່ອ​ຄົນ​ອື່ນ, ລວມ​ທັງ​ສະ​ມາ​ຊິກ​ໃນ​ຄອບ​ຄົວ, ເລືອກ​ເຮັດ​ສິ່ງ​ທີ່​ແຕກ​ຕ່າງ​ຈາກ​ທ່ານ. ເຮົາ​ຈະ​ສາ​ມາດ “ສະ​ແຫວງ​ຫາ​ສິ່ງ​ທັງ​ຫລາຍ​ທີ່​ເຮັດ​ໃຫ້​ເກີດ​ຄວາມ​ສະ​ຫງົບ​ສຸກ” ໄດ້​ແນວ​ໃດ? (ຂໍ້​ທີ 19).

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ແນະ​ນຳ: “ເຮົາ​ຮ້ອງ​ສັນ​ເສີນ​ນາມ​ເຢ​ຊູ​ເຈົ້າ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 27.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ປ່ອຍ​ໃຫ້​ລູກໆ​ສະ​ແດງ​ການ​ປະ​ດິດ​ຄິດ​ສ້າງ​ຂອງ​ເຂົາ. ເມື່ອ​ທ່ານ​ເຊື້ອ​ເຊີນ​ເດັກ​ນ້ອຍ​ໃຫ້​ປະ​ດິດ​ບາງ​ສິ່ງ​ທີ່​ກ່ຽວ​ພັນ​ກັບ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ, ທ່ານ​ໄດ້​ຊ່ວຍ​ເຂົາ​ໃຫ້​ເຂົ້າ​ໃຈ​ຫລັກ​ທຳ​ຫລາຍ​ຂຶ້ນ​ກວ່າ​ເກົ່າ. … ປ່ອຍ​ໃຫ້​ເຂົາ​ສ້າງ, ແຕ້ມ, ທາ​ສີ, ແລະ ປະ​ດິດ” (Teaching in the Savior’s Way25).

ຮູບ​ພາບ
ພຣະ​ຄຣິດ​ເດ່​ພຣະ​ຫັດ​ອອກ​ມາ

Abide with Me [ສະ​ຖິດ​ກັບ​ຂ້າ], ໂດຍ ແດວ ພາ​ສັນ

ພິມ