ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 27 ເດືອນ​ກຸມ​ພາ–ວັນ​ທີ 5 ເດືອນ​ມີ​ນາ. ມັດ​ທາຍ 8; ມາ​ຣະ​ໂກ 2–4; ລູ​ກາ 7: “ຄວາມ​ເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ພົ້ນ​ແລ້ວ”


“ວັນ​ທີ 27 ເດືອນ​ກຸມ​ພາ–ວັນ​ທີ 5 ເດືອນ​ມີ​ນາ. ມັດ​ທາຍ 8; ມາ​ຣະ​ໂກ 2–4; ລູ​ກາ 7: ‘ຄວາມ​ເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ພົ້ນ​ແລ້ວ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 27 ເດືອນ​ກຸມ​ພາ–ວັນ​ທີ 5 ເດືອນ​ມີ​ນາ. ມັດ​ທາຍ 8; ມາ​ຣະ​ໂກ 2–4; ລູ​ກາ 7,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ຍົກ​ຜູ້​ຊາຍ​ຂຶ້ນ​ຈາກ​ຕຽງ

ວັນ​ທີ 27 ເດືອນ​ກຸມ​ພາ–ວັນ​ທີ 5 ເດືອນ​ມີ​ນາ

ມັດ​ທາຍ 8; ມາ​ຣະ​ໂກ 2–4; ລູ​ກາ 7

“ຄວາມ​ເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ພົ້ນ​ແລ້ວ”

ຈົ່ງ​ລະ​ວັງ​ຢ່າ​ຮີບ​ຮ້ອນ​ເລື່ອງ​ການ​ສຶກ​ສາ​ພຣະ​ຄຳ​ພີ​ຂອງ​ທ່ານ. ໃຫ້​ໃຊ້​ເວ​ລາ​ໄຕ່​ຕອງ​ດ້ວຍ​ການ​ອະ​ທິ​ຖານ, ແມ່ນ​ແຕ່​ຖ້າ​ໝາຍ​ຄວາມ​ວ່າ ທ່ານ​ບໍ່​ມີ​ເວ​ລາ​ທີ່​ຈະ​ອ່ານ​ທຸກໆ​ຂໍ້​ກໍ​ຕາມ. ຊ່ວງ​ເວ​ລາ​ເຫລົ່າ​ນີ້​ຂອງ​ການ​ໄຕ່​ຕອງ ມັກ​ຈະ​ພາ​ໄປ​ສູ່​ການ​ເປີດ​ເຜີຍ​ສ່ວນ​ຕົວ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຂ່າວ​ສານ​ທີ່​ແຈ່ມ​ແຈ້ງ​ທີ່​ສຸດ​ຢ່າງ​ໜຶ່ງ​ໃນ​ພຣະ​ຄຳ​ພີ​ໃໝ່​ຄື ພຣະ​ເຢ​ຊູ​ຄຣິດ​ແມ່ນ​ຜູ້​ປິ່ນ​ປົວ. ມີ​ຫລາຍ​ເລື່ອງ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ປິ່ນ​ປົວ​ຄົນ​ເຈັບ​ປ່ວຍ ແລະ ຄົນ​ເປັນ​ທຸກ—​ຈາກ​ຍິງ​ທີ່​ເປັນ​ໄຂ້​ເຖິງ​ລູກ​ຊາຍ​ຂອງ​ແມ່​ໝ້າຍ​ທີ່​ໄດ້​ຕາຍ​ໄປ. ເປັນ​ຫຍັງ​ຈຶ່ງ​ເນັ້ນ​ເລື່ອງ​ການ​ປິ່ນ​ປົວ​ທາງ​ຮ່າງ​ກາຍ? ມີ​ຂ່າວ​ສານ​ຢ່າງ​ໃດ​ແດ່​ສຳ​ລັບ​ເຮົາ​ໃນ​ການ​ອັດ​ສະ​ຈັນ​ເຫລົ່າ​ນີ້? ແນ່​ນອນ ຂ່າວ​ສານ​ຢ່າງ​ໜຶ່ງ​ທີ່​ເຫັນ​ໄດ້​ຢ່າງ​ແຈ້ງ​ຊັດ​ຄື ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ພ້ອມ​ດ້ວຍ​ອຳ​ນາດ​ເໜືອ​ທຸກ​ສິ່ງ​ທັງ​ປວງ, ລວມ​ທັງ​ຄວາມ​ເຈັບ​ປວດ​ທາງ​ຮ່າງ​ກາຍ ແລະ ຄວາມ​ບໍ່​ດີ​ພ້ອມ​ຂອງ​ເຮົາ. ແຕ່​ຄວາມ​ໝາຍ​ຢ່າງ​ໜຶ່ງ​ແມ່ນ​ພົບ​ເຫັນ​ຢູ່​ໃນ​ພຣະ​ຄຳ​ຂອງ​ພຣະ​ອົງ ທີ່​ກ່າວ​ກັບ​ພວກ​ທຳ​ມະ​ຈານ​ທີ່​ສົງ​ໄສ​ວ່າ: “ຢາກ​ໃຫ້​ພວກ​ເຈົ້າ​ເຫັນ​ວ່າ ບຸດ​ມະ​ນຸດ​ມີ​ອຳ​ນາດ​ເທິງ​ແຜ່ນ​ດິນ​ໂລກ ອະ​ໄພ​ຜິດ​ບາບ​ຂອງ​ມະ​ນຸດ​ໄດ້” (ມາ​ຣະ​ໂກ 2:10). ສະ​ນັ້ນ​ເມື່ອ​ທ່ານ​ອ່ານ​ກ່ຽວ​ກັບ​ຄົນ​ຕາ​ບອດ ຫລື ຄົນ​ລ່ອຍ​ໄດ້​ຮັບ​ການ​ປິ່ນ​ປົວ, ທ່ານ​ອາດ​ຄິດ​ເຖິງ​ການ​ປິ່ນ​ປົວ—ທັງ​ທາງ​ວິນ​ຍານ ແລະ ທາງ​ຮ່າງ​ກາຍ—ທີ່​ທ່ານ​ສາ​ມາດ​ໄດ້​ຮັບ​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ໄດ້​ຍິນ​ພຣະ​ອົງ​ກ່າວ​ກັບ​ທ່ານ​ວ່າ, “ຄວາມ​ເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ພົ້ນ​ແລ້ວ” (ລູ​ກາ 7:50).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ມັດ​ທາຍ 8; ມາ​ຣະ​ໂກ 2–3; ລູ​ກາ 7

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສາ​ມາດ​ປິ່ນ​ປົວ​ຄວາມ​ອ່ອນ​ແອ ແລະ ຄວາມ​ເຈັບ​ປ່ວຍ.

ສອງ​ສາມ​ບົດ​ເຫລົ່າ​ນີ້​ບັນ​ທຶກ​ການ​ປິ່ນ​ປົວ​ທີ່​ຫາຍ​ດີ​ທັນ​ທີ​ຢ່າງ​ໜ້າ​ອັດ​ສະ​ຈັນ ຊຶ່ງ​ກະ​ທຳ​ໂດຍ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ຂະ​ນະ​ທີ່​ທ່ານ​ສຶກ​ສາ​ການ​ປິ່ນ​ປົວ​ເຫລົ່າ​ນີ້, ໃຫ້​ຊອກ​ຫາ​ຂ່າວ​ສານ​ທີ່​ເປັນ​ໄປ​ໄດ້​ສຳ​ລັບ​ທ່ານ. ທ່ານ​ອາດ​ຖາມ​ຕົວ​ເອງ​ວ່າ: ເລື່ອງ​ນີ້​ສິດ​ສອນ​ຢ່າງ​ໃດ​ແດ່​ກ່ຽວ​ກັບ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ? ເລື່ອງ​ນີ້​ສິດ​ສອນ​ຢ່າງ​ໃດ​ແດ່​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ? ພຣະ​ເຈົ້າ​ປະ​ສົງ​ໃຫ້​ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ການ​ອັດ​ສະ​ຈັນ​ນີ້? ຕໍ່​ໄປ​ນີ້​ແມ່ນ​ບາງ​ຕົວ​ຢ່າງ, ແຕ່​ກໍ​ມີ​ຕົວ​ຢ່າງ​ອື່ນໆ​ຫລາຍ​ຕື່ມ​ອີກ:

ເບິ່ງ David A. Bednar, “Accepting the Lord’s Will and Timing,” Liahona, Aug. 2016, 17–23; Neil L. Andersen, “Wounded,” Liahona, Nov. 2018, 83–86 ນຳ​ອີກ.

ມາ​ຣະ​ໂກ 2:15–17; ລູ​ກາ 7:36–50

ພຣະ​ເຢ​ຊູ​ຄຣິດ​ໄດ້​ສະ​ເດັດ​ມາ ບໍ່​ແມ່ນ​ເພື່ອ​ປະ​ນາມ​ຄົນ​ບາບ ແຕ່​ເພື່ອ​ປິ່ນ​ປົວ​ພວກ​ເຂົາ.

ຂະ​ນະ​ທີ່​ອ່ານ​ຂໍ້​ເຫລົ່າ​ນີ້​ກ່ຽວ​ກັບ​ການ​ປະ​ຕິ​ສຳ​ພັນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ກັບ​ພວກ​ທຳ​ມະ​ຈານ ແລະ ພວກ​ຟາ​ຣີ​ຊາຍ, ທ່ານ​ອາດ​ພິ​ຈາ​ລະ​ນາ​ຖ້າ​ຫາກ​ວ່າ​ທ່ານ​ເຫັນ​ຕົວ​ເອງ​ຢູ່​ໃນ​ເລື່ອງ​ລາວ​ເຫລົ່າ​ນີ້​ຫລື​ບໍ່. ຍົກ​ຕົວ​ຢ່າງ, ຄວາມ​ຄິດ ແລະ ການ​ກະ​ທຳ​ຂອງ​ທ່ານ​ເປັນ​ຄື​ຊີ​ໂມນ​ທີ່​ເປັນ​ຟາ​ຣີ​ຊາຍ​ຫລື​ບໍ່? ທ່ານ​ຈະ​ອະ​ທິ​ບາຍ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ວິ​ທີ​ທີ່​ພຣະ​ເຢ​ຊູ​ເຫັນ​ຄົນ​ບາບ ແລະ ວິ​ທີ​ທີ່​ຟາ​ຣີ​ຊາຍ​ເຊັ່ນ​ຊີ​ໂມນ​ເຫັນ​ພວກ​ເຂົາ​ແນວ​ໃດ? ໃຫ້​ພິ​ຈາ​ລະ​ນາ​ກ່ຽວ​ກັບ​ຜູ້​ທີ່​ໜັກ​ໜ່ວງ​ດ້ວຍ​ຄວາມ​ບາບ ອາດ​ຮູ້​ສຶກ​ແນວ​ໃດ​ເມື່ອ​ພວກ​ເຂົາ​ຢູ່​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ພວກ​ເຂົາ​ຈະ​ຮູ້​ສຶກ​ແນວ​ໃດ​ເມື່ອ​ພວກ​ເຂົາ​ຢູ່​ກັບ​ທ່ານ?

ທ່ານ​ອາດ​ໄຕ່​ຕອງ​ວ່າ ທ່ານ​ອາດ​ເປັນ​ຄື​ກັນ​ກັບ​ຜູ້​ຍິງ​ທີ່​ບັນ​ຍາຍ​ຢູ່​ໃນ ລູ​ກາ 7:36–50 ແນວ​ໃດ. ທ່ານ​ເຄີຍ​ປະ​ສົບ​ກັບ​ຄວາມ​ອ່ອນ​ນ້ອມ ແລະ ຄວາມ​ເມດ​ຕາ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສະ​ແດງ​ຕໍ່​ນາງ​ເມື່ອ​ໃດ? ທ່ານ​ຮຽນ​ຮູ້​ຢ່າງ​ໃດ​ແດ່​ຈາກ​ຕົວ​ຢ່າງ​ແຫ່ງ​ສັດ​ທາ, ຄວາມ​ຮັກ, ແລະ ຄວາມ​ຖ່ອມ​ຕົວ​ຂອງ​ນາງ?

ເບິ່ງ ໂຢ​ຮັນ 3:17; ລູ​ກາ 9:51–56; Dieter F. Uchtdorf, “The Gift of Grace,” Liahona, May 2015, 107–10 ນຳ​ອີກ.

ມັດ​ທາຍ 8:18–22; ມາ​ຣະ​ໂກ 3:31–35

ການ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໝາຍ​ຄວາມ​ວ່າ ເຮົາ​ໃຫ້​ພຣະ​ອົງ​ມາ​ກ່ອນ​ໃນ​ຊີ​ວິດ​ຂອງ​ເຮົາ.

ໃນ​ຂໍ້​ເຫລົ່າ​ນີ້, ພຣະ​ເຢ​ຊູ​ໄດ້​ສິດ​ສອນ​ວ່າ ການ​ເປັນ​ສາ​ນຸ​ສິດ​ຮຽກ​ຮ້ອງ​ເຮົາ​ໃຫ້​ພຣະ​ອົງ​ມາ​ກ່ອນ​ໃນ​ຊີ​ວິດ​ຂອງ​ເຮົາ, ແມ່ນ​ແຕ່​ຖ້າ​ຫາກ​ບາງ​ຄັ້ງ​ເຮົາ​ຈະ​ຕ້ອງ​ເສຍ​ສະ​ລະ​ສິ່ງ​ອື່ນ​ທີ່​ເຮົາ​ຖື​ວ່າ​ມີ​ຄ່າ. ຂະ​ນະ​ທີ່​ທ່ານ​ສຶກ​ສາ​ຂ່າວ​ສານ​ເຫລົ່າ​ນີ້, ໃຫ້​ໄຕ່​ຕອງ​ການ​ເປັນ​ສາ​ນຸ​ສິດ​ຂອງ​ທ່ານ​ເອງ. ເປັນ​ຫຍັງ​ສາ​ນຸ​ສິດ​ຈະ​ຕ້ອງ​ເຕັມ​ໃຈ​ທີ່​ຈະ​ໃຫ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ມາ​ກ່ອນ? ທ່ານ​ອາດ​ຕ້ອງ​ໄດ້​ປະ​ຖິ້ມ​ຫຍັງ​ແດ່​ເພື່ອ​ຈະ​ໄດ້​ໃຫ້​ພຣະ​ເຢ​ຊູ​ມາ​ກ່ອນ? (ເບິ່ງ ລູ​ກາ 9:57–62 ນຳ​ອີກ.)

ມັດ​ທາຍ 8:23–27; ມາ​ຣະ​ໂກ 4:35–41

ພຣະ​ເຢ​ຊູ​ຄຣິດ​ມີ​ອຳ​ນາດ​ທີ່​ຈະ​ນຳ​ຄວາມ​ສະ​ຫງົບ​ມາ​ໃຫ້​ທ່າມ​ກາງ​ມໍ​ລະ​ສຸມ​ຊີ​ວິດ.

ທ່ານ​ເຄີຍ​ຮູ້​ສຶກ​ຄື​ກັນ​ກັບ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຮູ້​ສຶກ​ບໍ ໃນ​ທະ​ເລ​ທີ່​ເກີດ​ພະ​ຍຸ—ຫລຽວ​ເບິ່ງ​ຄື້ນ​ນ້ຳ​ທະ​ເລ​ຊັດ​ເຂົ້າ​ເຮືອ ແລະ ສົງ​ໄສ​ວ່າ, “ອາ​ຈານ​ເອີຍ, ທ່ານ​ບໍ່​ເປັນ​ຫ່ວງ​ພວກ​ຂ້າ​ນ້ອຍ​ບໍ?”

ໃນ ມາ​ຣະ​ໂກ 4:35–41, ທ່ານ​ຈະ​ພົບ​ເຫັນ​ຄຳ​ຖາມ​ສີ່​ຂໍ້. ໃຫ້​ຂຽນ​ແຕ່​ລະ​ຢ່າງ​ລົງ​ໄວ້, ແລະ ໄຕ່​ຕອງ​ສິ່ງ​ທີ່​​ມັນ​ສິດ​ສອນ​ທ່ານ​ກ່ຽວ​ກັບ​ການ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ໃນ​ຊີ​ວິດ​ດ້ວຍ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ຊ່ວຍ​ໃຫ້​ມໍ​ລະ​ສຸມ​ຊີ​ວິດ​ສະ​ຫງົບ​ລົງ​ໄດ້​ແນວ​ໃດ?

ເບິ່ງ Lisa L. Harkness, “Peace, Be Still,” Liahona, Nov. 2020, 80–82 ນຳ​ອີກ.

ຮູບ​ພາບ
ພຣະ​ເຢ​ຊູ​ຢູ່​ໃນ​ເຮືອ​ກຳ​ລັງ​ຢຸດ​ລົມ​ພະ​ຍຸ

From Fear to Faith [ຈາກ​ຄວາມ​ຢ້ານ​ກົວ​ສູ່​ສັດ​ທາ], ໂດຍ ຮາວ​ເວີດ ລີ​ອອນ

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ມັດ​ທາຍ 8; ມາ​ຣະ​ໂກ 2–4; ລູ​ກາ 7.ໃຫ້​ຄິດ​ທີ່​ຈະ​ຂຽນ​ການ​ອັດ​ສະ​ຈັນ​ທີ່​ບັນ​ຍາຍ​ຢູ່​ໃນ​ບົດ​ເຫລົ່າ​ນີ້​ໄວ້. ພະ​ຍາ​ຍາມ​ຊອກ​ຫາ ຫລື ແຕ້ມ​ຮູບ​ຂອງ​ບາງ​ເລື່ອງ (ເບິ່ງ ປຶ້ມ​ຮູບ​ພາບ​ພຣະ​ກິດ​ຕິ​ຄຸນ ຫລື ChurchofJesusChrist.org). ສະ​ມາ​ຊິກ​ໃນ​ຄອບ​ຄົວ​ແຕ່​ລະ​ຄົນ​ສາ​ມາດ​ໃຊ້​ຮູບ​ເພື່ອ​ບອກ​ກ່ຽວ​ກັບ​ການ​ອັດ​ສະ​ຈັນ​ຢ່າງ​ໜຶ່ງ ແລະ ແບ່ງ​ປັນ​ສິ່ງ​ທີ່​ເຂົາ​ເຈົ້າ​ຮຽນ​ຮູ້​ຈາກ​ເລື່ອງ​ນັ້ນ. ທ່ານ​ອາດ​ແບ່ງ​ປັນ​ບາງ​ຕົວ​ຢ່າງ​ເລື່ອງ​ການ​ອັດ​ສະ​ຈັນ​ທີ່​ທ່ານ​ໄດ້​ເຫັນ ຫລື ອ່ານ​ກ່ຽວ​ກັບ​ມັນ ໃນ​ວັນ​ເວ​ລາ​ຂອງ​ເຮົາ.

ເບິ່ງ ວິ​ດີ​ໂອ “Widow of Nain” ແລະ “Calming the Tempest” (ChurchofJesusChrist.org) ນຳ​ອີກ.

ມັດ​ທາຍ 8:5–13; ລູ​ກາ 7:1–10.ສັດ​ທາ​ຂອງ​ນາຍ​ທະ​ຫານ​ເປັນ​ຢ່າງ​ໃດ​ທີ່​ປະ​ທັບ​ໃຈ​ພຣະ​ເຢ​ຊູ? ເຮົາ​ຈະ​ສະ​ແດງ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ທີ່​ຄ້າຍ​ຄື​ກັນ​ນັ້ນ​ໄດ້​ແນວ​ໃດ?

ມາ​ຣະ​ໂກ 2:1–12.ບົດ​ທີ 23: ຊາຍ​ທີ່​ບໍ່​ສາ​ມາດ​ຍ່າງ” (ໃນ ເລື່ອງ​ພຣະ​ຄຳ​ພີ​ໃໝ່, 57–58, ຫລື ວິ​ດີ​ໂອ​ທີ່​ກ່ຽວ​ຂ້ອງ​ໃນ ChurchofJesusChrist.org) ສາ​ມາດ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ສົນ​ທະ​ນາ ມາ​ຣະ​ໂກ 2:1–12. (ເບິ່ງ ວິ​ດີ​ໂອ “Jesus Forgives Sins and Heals a Man Stricken with Palsy” ໃນ ChurchofJesusChrist.org.) ເຮົາ​ຈະ​ເປັນ​ຄື​ກັນ​ກັບ​ເພື່ອນ​ຂອງ​ຊາຍ​ທີ່​ບໍ່​ສາ​ມາດ​ຍ່າງ​ນັ້ນ​ໄດ້​ແນວ​ໃດ? ໃຜ​ທີ່​ເປັນ​ເພື່ອນ​ແບບນັ້ນ​ກັບ​ເຮົາ?

ມາ​ຣະ​ໂກ 4:35–41.ເລື່ອງ​ນີ້​ສາ​ມາດ​ຊ່ວຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໄດ້​ບໍ ເມື່ອ​ເຂົາ​ເຈົ້າ​ຮູ້​ສຶກ​ຢ້ານ​ກົວ? ບາງ​ທີ​ເຂົາ​ເຈົ້າ​ສາ​ມາດ​ອ່ານ ຂໍ້​ທີ 39 ແລະ ແບ່ງ​ປັນ​ປະ​ສົບ​ການ​ເມື່ອ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮູ້​ສຶກ​ສະ​ຫງົບ.

ເດັກ​ນ້ອຍ​ອາດ​ມັກ​ທຳ​ທ່າ​ເປັນ​ເຮືອ​ຢູ່​ໃນ​ທະ​ເລ​ທີ່​ເກີດ​ພະ​ຍຸ ຂະ​ນະ​ທີ່​ບາງ​ຄົນ​ອ່ານ ມາ​ຣະ​ໂກ 4:35–38. ແລ້ວ, ເມື່ອ​ບາງ​ຄົນ​ອ່ານ ຂໍ້​ທີ 39, ເຂົາ​ເຈົ້າ​ສາ​ມາດ​ທຳ​ທ່າ​ເປັນ​ເຮືອ​ໃນ​ທະ​ເລ​ທີ່​ສະ​ຫງົບ. ພວກ​ທ່ານ​ກໍ​ສາ​ມາດ​ຮ້ອງ​ເພງ​ນຳ​ກັນ​ກ່ຽວ​ກັບ​ການ​ຊອກ​ຫາ​ຄວາມ​ສະ​ຫງົບ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ນຳ​ອີກ, ດັ່ງ​ເຊັ່ນ “ພ​ຣະ​ຜູ້​ໄຖ່​ແຫ່ງ​ອິດ​ສະ​ຣາ​ເອນ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 5). ວະ​ລີ​ໃດ​ໃນ​ເພງ​ນີ້​ທີ່​ສິດ​ສອນ​ເຮົາ​ກ່ຽວ​ກັບ​ຄວາມ​ສະ​ຫງົບ​ທີ່​ພຣະ​ເຢ​ຊູ​ໄດ້​ສະ​ເໜີ​ມອບ​ໃຫ້?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ແນະ​ນຳ: “ພ​ຣະ​ຜູ້​ໄຖ່​ແຫ່ງ​ອິດ​ສະ​ຣາ​ເອນ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 5.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ມີ​ເວ​ລາ ແລະ ສາ​ມາດ​ເຂົ້າ​ຫາ​ໄດ້. ບາງ​ເທື່ອ​ເວ​ລາ​ສິດ​ສອນ​ທີ່​ດີ​ທີ່​ສຸດ​ແມ່ນ​ເລີ່ມ​ຕົ້ນ​ດ້ວຍ​ຄຳ​ຖາມ ຫລື ຄວາມ​ເປັນ​ຫ່ວງ​ໃນ​ໃຈ​ຂອງ​ສະ​ມາ​ຊິກ​ໃນ​ຄອບ​ຄົວ. ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຮູ້​ຜ່ານ​ທາງ​ຄຳ​ເວົ້າ ແລະ ການ​ກະ​ທຳ​ຂອງ​ທ່ານ​ວ່າ ທ່ານ​ພ້ອມ​ທີ່​ຈະ​ຮັບ​ຟັງ​ເຂົາ​ເຈົ້າ. (ເບິ່ງ Teaching in the Savior’s Way16.)

ຮູບ​ພາບ
ພຣະ​ເຢ​ຊູ​ກັບ​ຊາຍ​ທີ່​ປ່ວຍ​ໂຊ​ຄາ​ຕຽງ​ຖືກ​ຢ່ອນ​ລົງ​ຈາກ​ຫລັງ​ຄາ

Christ and the Palsied Man [ພຣະ​ຄຣິດ ແລະ ຊາຍ​ພິ​ການ], ໂດຍ ເຈ ເຄີກ ຣິ​ເຈີດສ໌

ພິມ