ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 20–26 ເດືອນ​ກຸມ​ພາ. ມັດ​ທາຍ 6–7: “ພຣະ​ອົງ​ໄດ້​ສິດ​ສອນ​ດ້ວຍ​ລິດ​ອຳ​ນາດ”


“ວັນ​ທີ 20–26 ເດືອນ​ກຸມ​ພາ. ມັດ​ທາຍ 6–7: ‘ພຣະ​ອົງ​ໄດ້​ສິດ​ສອນ​ດ້ວຍ​ລິດ​ອຳ​ນາດ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 20–26 ເດືອນ​ກຸມ​ພາ. ມັດ​ທາຍ 6–7,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ສິດ​ສອນ​ຢູ່​ແຄມ​ທະ​ເລ

Jesus Teaching the People by the Seashore [ພຣະ​ເຢ​ຊູ​ກຳ​ລັງ​ສິດ​ສອນ​ຜູ້​ຄົນ​ຢູ່​ແຄມ​ທະ​ເລ], ໂດຍ ເຈມສ໌ ທີ​ໂຊ

ວັນ​ທີ 20–26 ເດືອນ​ກຸມ​ພາ

ມັດ​ທາຍ 6–7

“ພຣະ​ອົງ​ໄດ້​ສິດ​ສອນ​ດ້ວຍ​ລິດ​ອຳ​ນາດ”

ເມື່ອ​ເຮົາ​ອ່ານ​ພຣະ​ຄຳ​ພີ​ໂດຍ​ມີ​ຄຳ​ຖາມ​ຢູ່​ໃນ​ໃຈ ແລະ ດ້ວຍ​ຄວາມ​ປາດ​ຖະ​ໜາ​ອັນ​ແທ້​ຈິງ ທີ່​ຈະ​ເຂົ້າ​ໃຈ​ສິ່ງ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ປະ​ສົງ​ໃຫ້​ເຮົາ​ຮູ້​ຈັກ, ແລ້ວ​ເຮົາ​ຈະ​ເຊື້ອ​ເຊີນ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃຫ້​ດົນ​ໃຈ​ເຮົາ. ຂະ​ນະ​ທີ່​ທ່ານ​ອ່ານ ມັດ​ທາຍ 6–7, ໃຫ້​ເອົາ​ໃຈ​ໃສ່​ຕໍ່​ຄວາມ​ປະ​ທັບ​ໃຈ​ເຫລົ່າ​ນີ້.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຄຳ​ເທດ​ສະ​ໜາ​ຢູ່​ເທິງ​ໂນນ​ພູ​ແມ່ນ​ສຸນ​ທອນ​ພົດ​ທີ່​ຮູ້​ຈັກ​ກັນ​ດີ​ທີ່​ສຸດ​ໃນ​ສາດ​ສະ​ໜາ​ຄຣິດ​ສະ​ຕຽນ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ​ດ້ວຍ​ພາບ​ຢ່າງ​ຫລາກ​ຫລາຍ, ດັ່ງ​ເຊັ່ນ​ເມືອງ​ທີ່​ຕັ້ງ​ຢູ່​ເທິງ​ໂນນ​ພູ, ດອກ​ໄມ້​ປ່າ, ແລະ ໝາ​ໄນ​ປອມ​ຕົວ​ເປັນ​ໂຕ​ແກະ. ແຕ່​ຄຳ​ເທດ​ສະ​ໜາ​ຢູ່​ເທິງ​ໂນນ​ພູ​ແມ່ນ​ເດັ່ນ​ກວ່າ​ຄຳ​ເວົ້າ​ທີ່​ສວຍ​ງາມ. ພະ​ລັງ​ແຫ່ງ​ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຕໍ່​ສາ​ນຸ​ສິດ​ຂອງ​ພຣະ​ອົງ ສາ​ມາດ​ປ່ຽນ​ຊີ​ວິດ​ຂອງ​ເຮົາ​ໄດ້, ໂດຍ​ສະ​ເພາະ​ເມື່ອ​ເຮົາ​ດຳ​ລົງ​ຊີ​ວິດ​ຕາມ​ນັ້ນ. ແລ້ວ​ພຣະ​ຄຳ​ຂອງ​ພຣະ​ອົງ​ຈະ​ມີ​ຄວາມ​ໝາຍ​ຫລາຍ​ກວ່າ​ຄຳ​ເວົ້າ; ມັນ​ຈະ​ກາຍ​ເປັນ​ຮາກ​ຖານ​ທີ່​ແນ່​ນອນ​ສຳ​ລັບ​ຊີ​ວິດ​ທີ່, ຄື​ກັນ​ກັບ​ເຮືອນ​ຂອງ​ຄົນ​ສະ​ຫລາດ, ສາ​ມາດ​ຕ້ານ​ທານ​ກັບ​ຝົນ​ຕົກ​ຟ້າ​ລົມ​ຂອງ​ໂລກ​ໄດ້ (ເບິ່ງ ມັດ​ທາຍ 7:24–25).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ມັດ​ທາຍ 6–7

ການ​ດຳ​ລົງ​ຊີ​ວິດ​ຕາມ​ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ໄດ້.

ຄຳ​ເທດ​ສະ​ໜາ​ຢູ່​ເທິງ​ໂນນ​ພູ​ບັນ​ຈຸ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ຫລາຍ​ຢ່າງ. ຂະ​ນະ​ທີ່​ທ່ານ​ສຶກ​ສາ​ບົດ​ເຫລົ່າ​ນີ້, ໃຫ້​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ພຣະ​ອົງ​ປະ​ສົງ​ໃຫ້​ທ່ານ​ຮຽນ​ຮູ້​ຫຍັງ.

ຫລັກ​ທຳ​ໜຶ່ງ​ທີ່​ທ່ານ​ອາດ​ພົບ​ເຫັນ​ແມ່ນ ຄວາມ​ຈຳ​ເປັນ​ທີ່​ຈະ​ໃຫ້​ສິ່ງ​ທີ່​ເປັນ​ຂອງ​ພຣະ​ເຈົ້າ​ມີ​ຄວາມ​ສຳ​ຄັນ​ຫລາຍ​ກວ່າ​ສິ່ງ​ທີ່​ເປັນ​ຂອງ​ໂລກ. ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢ່າງ​ໃດ​ແດ່​ໃນ ມັດ​ທາຍ 6–7 ຊ່ວຍ​ທ່ານ​ໃຫ້​ເອົາ​ໃຈ​ໃສ່​ຕໍ່​ສິ່ງ​ທີ່​ເປັນ​ຝ່າຍ​ສະ​ຫວັນ? ທ່ານ​ມີ​ຄວາມ​ຄິດ ຫລື ຄວາມ​ປະ​ທັບ​ໃຈ​ຢ່າງ​ອື່ນ​ອີກ​ໃດ​ແດ່? ທ່ານ​ຖືກ​ດົນ​ໃຈ​ໃຫ້​ເຮັດ​ຫຍັງ? ໃຫ້​ຄິດ​ທີ່​ຈະ​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ​ໄວ້. ຍົກ​ຕົວ​ຢ່າງ:

ມັດ​ທາຍ 6:1–4

ເຮົາ​ຢາກ​ສົນ​ໃຈ​ກັບ​ສິ່ງ​ທີ່​ພຣະ​ເຈົ້າ​ຄິດ​ກ່ຽວ​ກັບ​ເຮົາ​ຫລາຍ​ກວ່າ​ສິ່ງ​ທີ່​ຄົນ​ອື່ນ​ຄິດ.

ຫລັກ​ທຳ​ອີກ​ຢ່າງ​ໜຶ່ງ​ໃນ ມັດ​ທາຍ 6–7 ແມ່ນ​ການ​ອະ​ທິ​ຖານ. ໃຫ້​ໃຊ້​ເວ​ລາ​ບຶດ​ໜຶ່ງ​ເພື່ອ​ປະ​ເມີນ​ເບິ່ງ​ການ​ອະ​ທິ​ຖານ​ຂອງ​ທ່ານ. ທ່ານ​ຮູ້​ສຶກ​ແນວ​ໃດ​ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ​ເຂົ້າ​ໃກ້​ພຣະ​ເຈົ້າ​ຫລາຍ​ກວ່າ​ເກົ່າ ຜ່ານ​ທາງ​ການ​ອະ​ທິ​ຖານ? ຄຳ​ສອນ​ໃດ​ແດ່​ຢູ່​ໃນ ມັດ​ທາຍ 6–7 ດົນ​ໃຈ​ທ່ານ​ໃຫ້​ປັບ​ປຸງ​ວິ​ທີ​ທີ່​ທ່ານ​ອະ​ທິ​ຖານ? ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ທີ່​ທ່ານ​ໄດ້​ຮັບ. ຍົກ​ຕົວ​ຢ່າງ:

ມັດ​ທາຍ 6:9

ເມື່ອ​ເຮົາ​ອະ​ທິ​ຖານ, ເຮົາ​ຢາກ​ກ່າວ​ເຖິງ​ພຣະ​ນາມ​ຂອງ​ພຣະ​ບິ​ດາ​ດ້ວຍ​ຄວາມ​ຄາ​ລະ​ວະ.

ມັດ​ທາຍ 6:10

ເມື່ອ​ເຮົາ​ອະ​ທິ​ຖານ, ເຮົາ​ສາ​ມາດ​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ​ໃຫ້​ເປັນ​ໄປ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ທ່ານ​ອາດ​ຄິດ​ທີ່​ຈະ​ອ່ານ​ຄຳ​ເທດ​ສະ​ໜາ​ຢູ່​ເທິງ​ໂນນ​ພູ​ອີກ​ຄັ້ງ, ເພື່ອ​ຊອກ​ຫາ​ຫລັກ​ທຳ​ຢ່າງ​ອື່ນໆ ຫລື ຂ່າວ​ສານ​ທີ່​ກ່ຽວ​ຂ້ອງ​ກັບ​ທ່ານ​ໂດຍ​ສະ​ເພາະ. ບັນ​ທຶກ​ສິ່ງ​ທີ່​ທ່ານ​ພົບ​ເຫັນ ໄວ້​ໃນ​ປຶ້ມ​ບັນ​ທຶກ​ການ​ສຶກ​ສາ, ພ້ອມ​ທັງ​ແນວ​ຄິດ ແລະ ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ.

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ອະ​ທິ​ຖານ

ເຮົາ​ສາ​ມາດ​ໃກ້​ຊິດ​ກັບ​ພຣະ​ເຈົ້າ​ໄດ້​ຜ່ານ​ທາງ​ການ​ອະ​ທິ​ຖານ.

ມັດ​ທາຍ 6:7

ການ “ເວົ້າ​ຊ້ຳ​ຄຳ​ເກົ່າ” ໃນ​ຄຳ​ອະ​ທິ​ຖານ ໝາຍ​ຄວາມ​ວ່າ​ແນວ​ໃດ?

ສ່ວນ​ຫລາຍ​ຜູ້​ຄົນ​ຈະ​ເຂົ້າ​ໃຈ​ວ່າ ການ “ເວົ້າ​ຊ້ຳ​ຄຳ​ເກົ່າ” ຄື​ການ​ເວົ້າ​ຄຳ​ເກົ່າ​ເທື່ອ​ແລ້ວ​ເທື່ອ​ອີກ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄຳ​ວ່າ ເວົ້າ​ຊ້ຳ ສາ​ມາດ​ແປ​ຄວາມ​ວ່າ​ເປັນ​ບາງ​ສິ່ງ​ທີ່​ບໍ່​ມີ​ຄວາມ​ໝາຍ. ການ “ເວົ້າ​ຊ້ຳ​ຄຳ​ເກົ່າ” ໃນ​ຄຳ​ອະ​ທິ​ຖານ ສາ​ມາດ​ໝາຍ​ເຖິງ​ການ​ອະ​ທິ​ຖານ​ແບບບໍ່​ຈິງ​ໃຈ, ແບບ​ບໍ່​ມີ​ຄວາມ​ຮູ້​ສຶກ​ຈາກ​ໃຈ (ເບິ່ງ ແອວ​ມາ 31:12–23).

ມັດ​ທາຍ 7:1–5

ເຮົາ​ສາ​ມາດ​ຕັດ​ສິນ​ຢ່າງ​ຊອບ​ທຳ.

ໃນ ມັດ​ທາຍ 7:1, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເບິ່ງ​ຄື​ກ່າວ​ວ່າ ເຮົາ​ບໍ່​ຄວນ​ຕັດ​ສິນ, ແຕ່​ຢູ່​ໃນ​ພຣະ​ຄຳ​ພີ​ອື່ນໆ (ລວມ​ທັງ​ຂໍ້​ອື່ນໆ​ຢູ່​ໃນ​ບົດ​ນີ້), ພຣະ​ອົງ​ໄດ້​ໃຫ້​ຄຳ​ແນະ​ນຳ​ເລື່ອງ​ການ​ຕັດ​ສິນ. ຖ້າ​ສິ່ງ​ນັ້ນ​ເຮັດ​ໃຫ້​ງົງ​ງັນ, ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ ກ່ຽວ​ກັບ​ຂໍ້​ນີ້ ອາດ​ຊ່ວຍ​ໄດ້: “ຢ່າ​ຕັດ​ສິນ ຢ່າງ​ບໍ່​ຊອບ​ທຳ, ເພື່ອ​ເຈົ້າ​ຈະ​ບໍ່​ຖືກ​ຕັດ​ສິນ; ແຕ່​ຈົ່ງ​ຕັດ​ສິນ​ຢ່າງ​ຊອບ​ທຳ” (ໃນ ມັດ​ທາຍ 7:1, ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ ). ທ່ານ​ພົບ​ເຫັນ​ຫຍັງ​ແດ່​ຢູ່​ໃນ ມັດ​ທາຍ 7:1–5, ພ້ອມ​ທັງ​ສ່ວນ​ທີ່​ເຫລືອ​ຂອງ​ບົດ​ນີ້, ທີ່​ຊ່ວຍ​ທ່ານ​ໃຫ້​ຮູ້​ຈັກ​ວິ​ທີ​ທີ່​ຈະ “ຕັດ​ສິນ​ຢ່າງ​ຊອບ​ທຳ”?

ເບິ່ງ Gospel Topics, “Judging Others,” topics.ChurchofJesusChrist.org; Lynn G. Robbins, “The Righteous Judge,” Liahona, Nov. 2016, 96–98 ນຳ​ອີກ.

ມັດ​ທາຍ 7:21–23

ເຮົາ​ມາ​ຮູ້​ຈັກ​ພຣະ​ເຢ​ຊູ​ຄຣິດ​ໂດຍ​ການ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ.

ວະ​ລີ​ທີ່​ວ່າ “ເຮົາ​ບໍ່​ເຄີຍ​ຮູ້​ພວກ​ເຈົ້າ” ໃນ ມັດ​ທາຍ 7:23 ຖືກ​ປ່ຽນ​ຢູ່​ໃນ​ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ ເປັນ “ພວກ​ເຈົ້າ​ບໍ່​ເຄີຍ​ຮູ້​ເຮົາ” (ມັດ​ທາຍ 7:23, ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ ). ການ​ປ່ຽນ​ນີ້​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ຫລາຍ​ຂຶ້ນ​ໃນ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສິດ​ສອນ​ຢູ່​ໃນ​ຂໍ້​ທີ 21–22 ກ່ຽວ​ກັບ​ການ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ແນວ​ໃດ? ທ່ານ​ຮູ້​ສຶກ​ວ່າ ທ່ານ​ຮູ້​ຈັກ​ພຣະ​ຜູ້​ເປັນ​ເຈົ້າ​ຫລາຍ​ປານ​ໃດ? ທ່ານ​ຈະ​ເຮັດ​ແນວ​ໃດ ຈຶ່ງ​ຈະ​ໄດ້​ຮູ້​ຈັກ​ພຣະ​ອົງ​ດີ​ຂຶ້ນ​ກວ່າ​ເກົ່າ?

ເບິ່ງ David A. Bednar, “If Ye Had Known Me,” Liahona, Nov. 2016, 102–5 ນຳ​ອີກ.

ມັດ​ທາຍ 7:24–27

ການ​ເຊື່ອ​ຟັງ​ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ສ້າງ​ຮາກ​ຖານ​ທີ່​ໝັ້ນ​ຄົງ​ໃຫ້​ກັບ​ຊີ​ວິດ​ຂອງ​ເຮົາ.

ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຈະ​ບໍ່​ຍົກ​ຄວາມ​ຍາກ​ລຳ​ບາກ​ອອກ​ໄປ​ຈາກ​ຊີ​ວິດ​ເຮົາ. ເຮືອນ​ທັງ​ສອງ​ຫລັງ​ຢູ່​ໃນ​ຄຳ​ອຸ​ປະ​ມາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ ມັດ​ທາຍ 7:24–27 ໄດ້​ປະ​ເຊີນ​ກັບ​ຝົນ​ຕົກ​ຟ້າ​ລົມ​ອັນ​ດຽວ​ກັນ. ແຕ່​ເຮືອນ​ຫລັງ​ໜຶ່ງ​ສາ​ມາດ​ຕ້ານ​ທານ​ກັບ​ມັນ​ໄດ້. ການ​ດຳ​ລົງ​ຊີ​ວິດ​ຕາມ​ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສ້າງ​ຮາກ​ຖານ​ອັນ​ແໜ້ນ​ໜາ​ໃຫ້​ແກ່​ທ່ານ​ແນວ​ໃດ? ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ຫຍັງ​ແດ່ ເພື່ອ​ຈະ​ໄດ້​ສືບ​ຕໍ່​ສ້າງ “ເຮືອນ [ຂອງ​ທ່ານ] ຢູ່​ເທິງ​ດານ​ຫີນ”? (ເບິ່ງ ຂໍ້​ທີ 24).

ເບິ່ງ ຮີ​ລາ​ມັນ 5:12 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ມັດ​ທາຍ 6–7.ວິ​ທີ​ໜຶ່ງ​ທີ່​ຈະ​ຮຽນ​ຮູ້​ຈາກ ມັດ​ທາຍ 6–7 ເປັນ​ຄອບ​ຄົວ ແມ່ນ​ການ​ເບິ່ງ​ວິ​ດີ​ໂອ “Sermon on the Mount: The Lord’s Prayer” ແລະ “Sermon on the Mount: Treasures in Heaven” (ChurchofJesusChrist.org). ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ອ່ານ​ພຣະ​ຄຳ​ພີ​ຕາມ ແລະ ຢຸດ​ສາຍ​ວິ​ດີ​ໂອ ເມື່ອ​ໃດ​ກໍ​ຕາມ​ທີ່​ເຂົາ​ເຈົ້າ​ໄດ້​ຍິນ​ບາງ​ສິ່ງ​ທີ່​ເຂົາ​ເຈົ້າ​ຢາກ​ເອົາ​ມາ​ສົນ​ທະ​ນາ. ກິດ​ຈະ​ກຳ​ນີ້​ສາ​ມາດ​ເຮັດ​ຕື່ມ​ໄດ້​ຫລາຍ​ວັນ, ຖ້າ​ຈຳ​ເປັນ.

ມັດ​ທາຍ 6:5–13.ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ອະ​ທິ​ຖານ ຈາກວິ​ທີ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ອະ​ທິ​ຖານ? ເຮົາ​ຈະ​ໃຊ້​ຄຳ​ອະ​ທິ​ຖານ​ຂອງ​ພຣະ​ອົງ​ເປັນ​ຕົວ​ຢ່າງ​ເພື່ອ​ປັບ​ປຸງ​ການ​ອະ​ທິ​ຖານ​ເປັນ​ສ່ວນ​ຕົວ ແລະ ເປັນ​ຄອບ​ຄົວ​ຂອງ​ເຮົາ​ໄດ້​ແນວ​ໃດ? (ເບິ່ງ ລູ​ກາ 11:1–13 ນຳ​ອີກ) ​ຖ້າ​ຫາກ​ທ່ານ​ມີ​ລູກ​ທີ່​ຍັງ​ນ້ອຍ, ທ່ານ​ອາດ​ຢາກ​ຝຶກ​ການ​ອະ​ທິ​ຖານ​ນຳ​ກັນ.

ມັດ​ທາຍ 6:33.ຄຳ​ວ່າ “ແຕ່​ກ່ອນ​ອື່ນ​ໝົດ … ຈົ່ງ​ສະ​ແຫວງ​ຫາ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ” ໝາຍ​ຄວາມ​ວ່າ​ແນວ​ໃດ? ເຮົາ​ຈະ​ເຮັດ​ຢ່າງນີ້​ເປັນ​ສ່ວນ​ຕົວ ແລະ ເປັນ​ຄອບ​ຄົວ​ໄດ້​ແນວ​ໃດ?

ມັດ​ທາຍ 7:1–5.ເພື່ອ​ໃຫ້​ເຫັນ​ພາບ​ຄຳ​ສອນ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້, ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ຊອກ​ຫາ​ຂີ້​ເຫຍື້ອ (ສ້ຽນ​ໄມ້) ແລະ ທ່ອນ​ໄມ້ (ຕ່ອນ​ໄມ້). ການ​ປຽບ​ທຽບ​ທັງ​ສອງ​ໃສ່​ກັນ ສິດ​ສອນ​ເຮົາ​ຢ່າງ​ໃດ​ກ່ຽວ​ກັບ​ການ​ຕັດ​ສິນ? ຖ້າ​ຫາກ​ທ່ານ​ຢາກ​ຄົ້ນ​ຄວ້າ​ຫົວ​ຂໍ້​ນີ້​ຕື່ມ​ອີກ, ທ່ານ​ສາ​ມາດ​ໃຊ້​ແຫລ່ງ​ຕ່າງໆ​ຢູ່​ໃນ “Judging Others” (Gospel Topics, topics.ChurchofJesusChrist.org).

ມັດ​ທາຍ 7:24–27.ເພື່ອ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ເຂົ້າ​ໃຈ​ຄຳ​ອຸ​ປະ​ມາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ກວ່າ​ເກົ່າ ກ່ຽວ​ກັບ​ຄົນ​ສະ​ຫລາດ ແລະ ຄົນ​ໂງ່, ທ່ານ​ສາ​ມາດ​ປ່ອຍ​ໃຫ້​ເຂົາ​ເຈົ້າ​ຖອກ​ນ້ຳ​ໃສ່​ດິນ​ຊາຍ ແລະ ແລ້ວ​ໃຫ້​ຖອກ​ນ້ຳ​ໃສ່​ກ້ອນ​ຫີນ. ເຮົາ​ຈະ​ສ້າງ​ຮາກ​ຖານ​ທາງວິນ​ຍານ​ຂອງ​ເຮົາ​ໃສ່​ເທິງ​ດານ​ຫີນ​ໄດ້​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ແນະ​ນຳ: “ກ້າ​ເຮັດ​ສິ່ງ​ຖືກ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 70.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ແບ່ງ​ປັນ​ຄວາມ​ຮູ້. ໃຫ້​ສົນ​ທະ​ນາ​ຫລັກ​ທຳ​ທີ່​ພວກ​ທ່ານ​ໄດ້​ຮຽນ​ຮູ້​ຈາກ​ການ​ສຶກ​ສາ​ສ່ວນ​ຕົວ ວ່າ​ມັນ​ບໍ່​ໄດ້​ເປັນ​ພຽງ​ວິ​ທີ​ທີ່​ດີ​ໃນ​ການ​ສິດ​ສອນ​ຄົນ​ອື່ນ; ແຕ່​ກໍ​ຍັງ​ຊ່ວຍ​ເພີ່ມ​ຄວາມ​ເຂົ້າ​ໃຈ​ຂອງ​ທ່ານ​ເອງ​ນຳ​ອີກ. ພະ​ຍາ​ຍາມ​ແບ່ງ​ປັນ​ຫລັກ​ທຳ​ທີ່​ທ່ານ​ໄດ້​ຮຽນ​ຮູ້​ໃນ​ອາ​ທິດ​ນີ້​ກັບ​ສະ​ມາ​ຊິກ​ໃນ​ຄອບ​ຄົວ ຫລື ໃນ​ຫ້ອງ​ຮຽນ​ຢູ່​ໂບດ​ຂອງ​ທ່ານ.

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ອະ​ທິ​ຖານ

I Have Prayed for Thee [ເຮົາ​ໄດ້​ອະ​ທິ​ຖານ​ສຳ​ລັບ​ເຈົ້າ], ໂດຍ ແດວ ພາ​ສັນ

ພິມ