ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 13–19 ເດືອນ​ກຸມ​ພາ. ມັດ​ທາຍ 5; ລູ​ກາ 6: “ພວກ​ເຈົ້າ​ກໍ​ເປັນ​ສຸກ”


“ວັນ​ທີ 13–19 ເດືອນ​ກຸມ​ພາ. ມັດ​ທາຍ 5; ລູ​ກາ 6: ‘ພວກ​ເຈົ້າ​ກໍ​ເປັນ​ສຸກ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 13–19 ເດືອນ​ກຸມ​ພາ. ມັດ​ທາຍ 5; ລູ​ກາ 6,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ສິດ​ສອນ​ຢູ່​ເທິງ​ໂນນ​ພູ

Jesus Preaching Sermon on the Mount [ພຣະ​ເຢ​ຊູ​ກຳ​ລັງ​ເທດ​ສະ​ໜາ​ສັ່ງ​ສອນ​ຢູ່​ເທິງ​ໂນນ​ພູ], ໂດຍ ກູດ​ສະ​ຕາບ ໂດ​ເຣ

ວັນ​ທີ 13–19 ເດືອນ​ກຸມ​ພາ

ມັດ​ທາຍ 5; ລູ​ກາ 6

“ພວກ​ເຈົ້າ​ກໍ​ເປັນ​ສຸກ”

ໃຫ້​ເອົາ​ໃຈ​ໃສ່​ຕໍ່​ຄວາມ​ປະ​ທັບ​ໃຈ​ທີ່​ທ່ານ​ໄດ້​ຮັບ ຂະ​ນະ​ທີ່​ທ່ານ​ອ່ານ ມັດ​ທາຍ 5 ແລະ ລູ​ກາ 6, ແລະ ບັນ​ທຶກ​ມັນ​ໄວ້​ໃນ​ປຶ້ມ​ບັນ​ທຶກ​ການ​ສຶກ​ສາ ຫລື ໃນ​ທາງ​ອື່ນ. ໂຄງ​ຮ່າງນີ້​ສາ​ມາດ​ຊ່ວຍ​ທ່ານ​ຊີ້ບອກ​ຫລັກ​ທຳ​ສຳ​ຄັນ​ບາງ​ຢ່າງ​ຢູ່​ໃນ​ບົດ​ເຫລົ່າ​ນີ້, ແຕ່​ໃຫ້​ເປີດ​ໃຈ​ກັບ​ບົດ​ອື່ນໆ ທີ່​ທ່ານ​ພົບ​ເຫັນ​ຢູ່​ໃນ​ການ​ສຶກ​ສາ​ຂອງ​ທ່ານ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ເມື່ອ​ມາ​ເຖິງ​ຈຸດ​ນີ້ ​ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ, ເຫັນ​ໄດ້​ຢ່າງ​ແຈ່ມ​ແຈ້ງ​ວ່າ ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ເປັນ​ແບບ​ທີ່​ຜູ້​ຄົນ​ໃນ​ວັນ​ເວ​ລາ​ຂອງ​ພຣະ​ອົງ​ບໍ່​ເຄີຍ​ໄດ້​ຍິນ. ຄົນ​ຍາກ​ຈົນ​ຈະ​ໄດ້​ຮັບ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ? ຜູ້​ໃດ​ມີ​ໃຈ​ອ່ອນ​ຫວານ​ຈະ​ໄດ້​ຮັບ​ແຜ່ນ​ດິນ​ໂລກ​ເປັນ​ມໍ​ລະ​ດົກ? ຜູ້​ໃດ​ຖືກ​ຂົ່ມ​ເຫັງ​ກໍ​ຈະ​ເປັນ​ສຸກ? ພວກ​ທຳ​ມະ​ຈານ ແລະ ພວກ​ຟາ​ຣີ​ຊາຍບໍ່​ໄດ້​ສິດ​ສອນ​ຢ່າງນັ້ນ. ແຕ່​ຜູ້​ທີ່​ເຂົ້າ​ໃຈ​ກົດ​ຂອງ​ພຣະ​ເຈົ້າ​ແທ້ໆ ໄດ້​ຮັບ​ຮູ້​ຄວາມ​ຈິງ​ໃນ​ພຣະ​ຄຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. “ຕາ​ແທນ​ຕາ” ແລະ “ຊັງ​ສັດ​ຕູ” ແມ່ນ​ກົດ​ທີ່​ຕ່ຳ​ກວ່າ (ມັດ​ທາຍ 5:38, 43). ແຕ່​ພຣະ​ເຢ​ຊູ​ຄຣິດ​ໄດ້​ສະ​ເດັດ​ມາ​ເພື່ອ​ສິດ​ສອນ​ກົດ​ທີ່​ສູງ​ກວ່າ (ເບິ່ງ 3 ນີ​ໄຟ 15:2–10), ຖືກ​ອອກ​ແບບ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ກາຍ​ເປັນ “ຄົນ​ດີ​ທີ່​ສຸດ​ໃນ​ວັນ​ໜຶ່ງ, ເໝືອນ​ຢ່າງ​ພຣະ​ບິ​ດາ [ຂອງ​ພວກ​ເຮົາ] ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ເປັນ​ຜູ້​ດີ​ທີ່​ສຸດ” (ມັດ​ທາຍ 5:48).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ມັດ​ທາຍ 5:1–12; ລູ​ກາ 6:20–26, 46–49

ຄວາມ​ສຸກ​ທີ່​ຍືນ​ຍົງ​ມາ​ຈາກ​ການ​ດຳ​ລົງ​ຊີ​ວິດ​ໃນ​ທາງ​ທີ່​ພຣະ​ເຢ​ຊູ​ຄຣິດ​ໄດ້​ສິດ​ສອນ.

ທຸກ​ຄົນ​ກໍ​ຢາກ​ມີ​ຄວາມ​ສຸກ, ແຕ່​ບໍ່​ແມ່ນ​ທຸກ​ຄົນ​ທີ່​ຊອກ​ຫາ​ຄວາມ​ສຸກ​ໃນ​ບ່ອນ​ດຽວ​ກັນ. ບາງ​ຄົນ​ຊອກ​ຫາ​ມັນ​ໃນ​ອຳ​ນາດ ແລະ ໃນ​ຖາ​ນະ​ຂອງ​ໂລກ, ບາງ​ຄົນ​ຊອກ​ຫາ​ຄວາມ​ລ້ຳ​ລວຍ ຫລື ຄວາມ​ເພິ່ງ​ພໍ​ໃຈ​ກັບ​ການ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຮ່າງ​ກາຍ. ພຣະ​ເຢ​ຊູ​ຄຣິດ​ໄດ້​ສະ​ເດັດ​ມາ​ເພື່ອ​ສິດ​ສອນ​ວິ​ທີ​ທີ່​ຈະ​ເຮັດ​ໃຫ້​ຄວາມ​ສຸກ​ຍືນ​ຍົງ, ເພື່ອ​ສິດ​ສອນ​ວ່າ ການ​ໄດ້​ຮັບ​ພອນ​ນັ້ນ​ໝາຍ​ຄວາມ​ວ່າ​ແນວ​ໃດ​ແທ້ໆ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ມີ​ຄວາມ​ສຸກ​ທີ່​ຍືນ​ຍົງ​ຈາກ ມັດ​ທາຍ 5:1–12 ແລະ ລູ​ກາ 6:20–26? ສິ່ງ​ນີ້​ແຕກ​ຕ່າງ​ຈາກ​ມຸມ​ມອງ​ຂອງ​ຊາວ​ໂລກ​ເລື່ອງ​ຄວາມ​ສຸກ​ແນວ​ໃດ?

ຂໍ້​ເຫລົ່າ​ນີ້, ພ້ອມ​ທັງ ລູ​ກາ 6:46–49, ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ການ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ? ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ຫຍັງ​ແດ່ ເພື່ອ​ພັດ​ທະ​ນາ​ຄຸນ​ສົມ​ບັດ​ທີ່​ບັນ​ຍາຍ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້?

ເບິ່ງ ຄູ່​ມື​ພຣະ​ຄຳ​ພີ, “ຄຳ​ບູ​ລົມ​ສຸກ,” scriptures.ChurchofJesusChrist.org; “Sermon on the Mount: The Beatitudes” (ວິ​ດີ​ໂອ), ChurchofJesusChrist.org ນຳ​ອີກ.

ມັດ​ທາຍ 5:13

“ເຈົ້າ​ທັງ​ຫລາຍ​ເປັນ​ເກືອ​ສຳ​ລັບ​ມວນ​ມະ​ນຸດ​ໂລກ.”

ເກືອ​ໄດ້​ຖືກ​ໃຊ້​ມາ​ຢ່າງ​ຍາວ​ນານ​ເພື່ອ​​ຮັກ​ສາ, ໃຫ້​ຣົດ​ຊາດ, ແລະ ເຮັດ​ໃຫ້​ບໍ​ລິ​ສຸດ. ເກືອ​ກໍ​ຍັງ​ມີ​ຄວາມ​ໝາຍ​ທາງ​ສາດ​ສະ​ໜາ​ສຳ​ລັບ​ຊາວ​ອິດ​ສະ​ຣາ​ເອນ​ນຳ​ອີກ. ມັນ​ກ່ຽວ​ຂ້ອງ​ກັບ​ການ​ຖວາຍ​ສັດ​ໃນ​ສະ​ໄໝ​ບູ​ຮານ ພາຍ​ໃຕ້​ກົດ​ຂອງ​ໂມ​ເຊ (ເບິ່ງ ລະ​ບຽບ​ພວກ​ເລ​ວີ 2:13; ຈົດ​ບັນ​ຊີ 18:19). ເມື່ອ​ເກືອ​ເສື່ອມ​ຄຸນ​ນະ​ພາບ​ຂອງ​ມັນ, ມັນ​ຈະ​ໃຊ້​ການ​ບໍ່​ໄດ້, ຫລື “ບໍ່​ມີ​ຄ່າ​ເສຍ​ແລ້ວ” (ມັດ​ທາຍ 5:13). ມັນ​ໝົດ​ຄ່າ​ເມື່ອ​ມັນ​ຖືກ​ປະ​ສົມ ຫລື ປະ​ປົນ​ເຂົ້າ​ກັບ​ທາດ​ສານ​ຢ່າງ​ອື່ນ.

ໃຫ້​ຈື່​ຈຳ​ສິ່ງ​ນີ້​ໄວ້​ໃນ​ໃຈ​ຂະ​ນະ​ທີ່​ທ່ານ​ໄຕ່​ຕອງ ມັດ​ທາຍ 5:13. ທ່ານ​ຈະ​ຮັກ​ສາ​ຄຸນ​ນະ​ພາບ​ຂອງ​ທ່ານ​ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ແນວ​ໃດ? ທ່ານ​ຈະ​ສຳ​ເລັດ​ການ​ຖະ​ໜອມ ແລະ ການ​ເຮັດ​ໃຫ້​ວຽກ​ງານ​ຂອງ​ທ່ານ​ບໍ​ລິ​ສຸດ ຄື​ກັນ​ກັບ​ເກືອ​ສຳ​ລັບ​ມວນ​ມະ​ນຸດ​ໂລກ​ແນວ​ໃດ?

ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 103:9–10 ນຳ​ອີກ.

ຮູບ​ພາບ
ເກືອ

“ເຈົ້າ​ທັງ​ຫລາຍ​ເປັນ​ເກືອ​ສຳ​ລັບ​ມວນ​ມະ​ນຸດ​ໂລກ” (ມັດ​ທາຍ 5:13).

ມັດ​ທາຍ 5:17–48; ລູ​ກາ 6:27–35

ກົດ​ຂອງ​ພຣະ​ຄຣິດ​ແທນ​ກົດ​ຂອງ​ໂມ​ເຊ.

ພວກ​ສາ​ນຸ​ສິດ​ອາດ​ແປກ​ໃຈ​ເມື່ອ​ໄດ້​ຍິນ​ພຣະ​ເຢ​ຊູ​ກ່າວ​ວ່າ ຄວາມ​ຊອບ​ທຳ​ຂອງ​ພວກ​ເຂົາ​ຕ້ອງ​ເກີນກວ່າ​ພວກ​ທຳ​ມະ​ຈານ ແລະ ພວກ​ຟາ​ຣີ​ຊາຍ (ເບິ່ງ ມັດ​ທາຍ 5:20), ຜູ້​ພູມ​ໃຈ​ກັບ​ຕົວ​ເອງ​ເລື່ອງ​ການ​ທີ່​ພວກ​ເຂົາ​ສາ​ມາດ​ຮັກ​ສາ​ກົດ​ຂອງ​ໂມ​ເຊ​ໄດ້​ດີ​ທີ່​ສຸດ.

ຂະ​ນະ​ທີ່​ທ່ານ​ອ່ານ ມັດ​ທາຍ 5:21–48 ແລະ ລູ​ກາ 6:27–35, ໃຫ້​ຄິດ​ທີ່​ຈະ​ໝາຍ​ທັງ​ການ​ປະ​ພຶດ​ທີ່​ຖືກ​ຮຽກ​ຮ້ອງ​ໃນ​ກົດ​ຂອງ​ໂມ​ເຊ (“ເຈົ້າ​ທັງ​ຫລາຍ​ເຄີຍ​ໄດ້​ຍິນ​ຄຳ​ທີ່​ກ່າວ​ໄວ້​ວ່າ …”) ແລະ ສິ່ງ​ທີ່​ພຣະ​ເຢ​ຊູ​ໄດ້​ສິດ​ສອນ​ເພື່ອ​ຍົກ​ລະ​ດັບ​ການ​ປະ​ພຶດ​ເຫລົ່າ​ນີ້. ທ່ານ​ຄິດ​ວ່າ​ເປັນ​ຫຍັງ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈຶ່ງ​ເປັນ​ກົດ​ທີ່​ສູງ​ກວ່າ?

ຍົກ​ຕົວ​ຢ່າງ, ພຣະ​ເຢ​ຊູ​ສິດ​ສອນ​ຫຍັງ​ແດ່​ໃນ ມັດ​ທາຍ 5:27–28 ກ່ຽວ​ກັບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເຮົາ​ກັບ​ຄວາມ​ຄິດ​ຂອງ​ເຮົາ? ທ່ານ​ຈະ​ສາ​ມາດ​ຄວບ​ຄຸມ​ຄວາມ​ຄິດ ແລະ ຄວາມ​ຮູ້​ສຶກ​ຂອງ​ຕົວ​ເອງ ກັບ​ສິ່ງ​ທີ່​ເຂົ້າ​ມາ​ສູ່​ຈິດ​ໃຈ ແລະ ຫົວ​ໃຈ​ຂອງ​ທ່ານ​ໄດ້​ແນວ​ໃດ? (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:45).

ເບິ່ງ “Sermon on the Mount: The Higher Law” (ວິ​ດີ​ໂອ), ChurchofJesusChrist.org ນຳ​ອີກ.

ມັດ​ທາຍ 5:48

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຄາດ​ຫວັງ​ໃຫ້​ເຮົາ​ເປັນ​ຄົນ​ດີ​ພ້ອມ​ແທ້ໆ​ບໍ?

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ວ່າ:

“ຄຳ​ວ່າ ດີ​ພ້ອມ ຖືກ​ແປ​ຈາກ​ພາ​ສາ​ກຣີກ teleios, ຊຶ່ງ​ໝາຍ​ຄວາມ​ວ່າ ‘ບໍ​ລິ​ບູນ.’ … ຮູບ​ແບບ​ພື້ນ​ຖານ​ຂອງ​ຄຳ​ກິ​ລິ​ຍາ​ຄື teleiono, ຊຶ່ງ​ໝາຍ​ຄວາມ​ວ່າ ‘ໄປ​ເຖິງ​ທີ່​ສຸດ, ພັດ​ທະ​ນາ​ເຕັມ​ທີ່, ສົມ​ບູນ, ຫລື ສຳ​ເລັດ.’ ຂໍ​ໃຫ້​ຮູ້​ໄວ້​ວ່າ ຄຳ​ນີ້​ບໍ່​ໄດ້​ໝາຍ​ເຖິງ​ການ​ເປັນ ‘ອິດ​ສະ​ລະ​ຈາກ​ຄວາມ​ຜິດ​ພາດ’; ມັນ​ໝາຍ​ເຖິງ ‘ການ​ບັນ​ລຸ​ເປົ້າ​ໝາຍ​ອັນ​ຍາວ​ໄກ.’ …

“… ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສິດ​ສອນ​ວ່າ, ‘ພວກ​ເຈົ້າ​ບໍ່​ສາ​ມາດ​ທົນ​ຢູ່​ຕໍ່​ໜ້າ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ​ໄດ້​ໃນ​ຕອນ​ນີ້ … ; ດັ່ງ​ນັ້ນ, ຈົ່ງ​ດຳ​ເນີນ​ຕໍ່​ໄປ​ດ້ວຍ​ຄວາມ​ອົດ​ທົນ​ຈົນ​ກວ່າ​ພວກ​ເຈົ້າ​ຈະ​ຖືກ​ເຮັດ​ໃຫ້​ດີ​ພ້ອມ’ [ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 67:13].

“ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ທໍ້​ຖອຍ​ໃຈ​ຖ້າ​ຫາກ​ຄວາມ​ພະ​ຍາ​ຍາມ​ຢ່າງ​ພາກ​ພຽນ​ຂອງ​ເຮົາ ເພື່ອ​ໄປ​ສູ່​ຄວາມ​ດີ​ພ້ອມ​ໃນ​ເວ​ລາ​ນີ້ ເບິ່ງ​ຄື​ຍາກ​ລຳ​ບາກ ແລະ ບໍ່​ມີ​ທີ່​ສິ້ນ​ສຸດ. ຄວາມ​ດີ​ພ້ອມ​ກຳ​ລັງ​ລໍ​ຖ້າ​ຢູ່. ມັນ​ຈະ​ສົມ​ບູນ​ພຽງ​ແຕ່​ເມື່ອ​ຫລັງ​ຈາກ​ການ​ຟື້ນ​ຄືນ​ພຣະ​ຊົນ ແລະ ພຽງ​ແຕ່​ຜ່ານ​ທາງ​ພຣະ​ຜູ້​ເປັນ​ເຈົ້າ​ເທົ່າ​ນັ້ນ. ມັນ​ລໍ​ຖ້າ​ທຸກ​ຄົນ​ທີ່​ຮັກ​ພຣະ​ອົງ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ” (“Perfection Pending,” Ensign, Nov. 1995, 86, 88).

ເບິ່ງ 2 ເປ​ໂຕ 1:3–11; ໂມ​ໂຣ​ໄນ 10:32–33; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:69; Jeffrey R. Holland, “Be Ye Therefore Perfect—Eventually,” Liahona, Nov. 2017, 40–42 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ມັດ​ທາຍ 5:1–9.ຫລັກ​ທຳ​ຢ່າງ​ໃດ​ແດ່​ທີ່​ສິດ​ສອນ​ໃນ ມັດ​ທາຍ 5:1–9 ສາ​ມາດ​ຊ່ວຍ​ບ້ານ​ເຮືອນ​ຂອງ​ທ່ານ​ໃຫ້​ເປັນ​ສະ​ຖານ​ທີ່ ທີ່​ມີ​ຄວາມ​ສຸກ​ຫລາຍ​ກວ່າ​ເກົ່າ? ທ່ານ​ສາ​ມາດ​ເລືອກ​ຢ່າງ​ໜຶ່ງ ຫລື ສອງ​ຢ່າງ​ທີ່​ເບິ່ງ​ຄື​ວ່າ ສຳ​ຄັນ​ຕໍ່​ຄອບ​ຄົວ​ຂອງ​ທ່ານ​ໂດຍ​ສະ​ເພາະ. ຍົກ​ຕົວ​ຢ່າງ, ຄຳ​ສອນ​ໃດ​ແດ່​ທີ່​ເຮົາ​ພົບ​ເຫັ​ນ​ວ່າ ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ມັກ​ຄວາມ​ສະ​ຫງົບ? (ເບິ່ງ ມັດ​ທາຍ 5:21–25, 38–44). ເຮົາ​ສາ​ມາດ​ຕັ້ງ​ເປົ້າ​ໝາຍ​ຢ່າງ​ໃດ​ແດ່? ເຮົາ​ຈະ​ຕິດ​ຕາມ​ເບິ່ງ​ໄດ້​ແນວ​ໃດ?

ມັດ​ທາຍ 5:13.ໃຫ້​ກິນ​ອາ​ຫານ​ຢ່າງ​ດຽວ​ນຳ​ກັນ ຈານ​ໜຶ່ງ​ໃສ່​ເກືອ ແລະ ອີກ​ຈານ​ໜຶ່ງ​ບໍ່​ໃສ່​ເກືອ. ເຮົາ​ຈະ​ເຫັນ​ຄວາມ​ແຕກ​ຕ່າງ​ແນວ​ໃດ? ການ “ເປັນ​ເກືອ​ສຳ​ລັບ​ມວນ​ມະ​ນຸດ​ໂລກ” ໝາຍ​ຄວາມ​ວ່າ​ແນວ​ໃດ? ເຮົາ​ຈະ​ເຮັດ​ສິ່ງ​ນີ້​ໄດ້​ແນວ​ໃດ?

ມັດ​ທາຍ 5:14–16.ເພື່ອ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ເຂົ້າ​ໃຈ​ຄວາມ​ໝາຍ​ທີ່​ວ່າ “ແສງ​ສະ​ຫວ່າງ​ສຳ​ລັບ​ໂລກ​ນີ້,” ພວກ​ທ່ານ​ສາ​ມາດ​ຊອກ​ຫາ​ແຫລ່ງ​ທີ່​ໃຫ້​ແສງ​ສະ​ຫວ່າງ​ຢູ່​ໃນ​ເຮືອນ​ຂອງ​ພວກ​ທ່ານ, ຢູ່​ໃນ​ຄຸ້ມ​ບ້ານ​ຂອງ​ພວກ​ທ່ານ, ແລະ ຢູ່​ໃນ​ໂລກ. ມັນ​ອາດ​ເປັນ​ປະ​ໂຫຍດ​ທີ່​ຈະ​ສະ​ແດງ​ໃຫ້​ເຫັນ​ວ່າ ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ຖ້າ​ຫາກ​ທ່ານ​ເຊື່ອງ​ແສງ​ສະ​ຫວ່າງ​ໄວ້. ພຣະ​ເຢ​ຊູ​ໝາຍ​ຄວາມ​ວ່າ​ແນວ​ໃດ ເມື່ອ​ພຣະ​ອົງ​ກ່າວ​ວ່າ, “ພວກ​ເຈົ້າ​ເປັນ​ແສງ​ສະ​ຫວ່າງ​ສຳ​ລັບ​ໂລກ​ນີ້”? (ມັດ​ທາຍ 5:14). ແມ່ນ​ໃຜ​ທີ່​ເປັນ​ຄື​ກັບ​ກັນ​ແສງ​ສະ​ຫວ່າງ​ໃຫ້​ກັບ​ຄອບ​ຄົວ​ຂອງ​ທ່ານ? ເຮົາ​ຈະ​ສາ​ມາດ​ເປັນ​ແສງ​ສະ​ຫວ່າງ​ໃຫ້​ກັບ​ຄົນ​ອື່ນ​ໄດ້​ແນວ​ໃດ? (ເບິ່ງ 3 ນີ​ໄຟ 18:16, 24–25).

ມັດ​ທາຍ 5:43–45.ຂະ​ນະ​ທີ່​ຄອບ​ຄົວ​ຂອງ​ທ່ານ​ອ່ານ​ພຣະ​ຄຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ຂໍ້​ເຫລົ່າ​ນີ້, ທ່ານ​ອາດ​ເວົ້າ​ກ່ຽວ​ກັບ​ຜູ້​ທີ່, ໂດຍ​ສະ​ເພາະ, ຜູ້​ທີ່​ທ່ານ​ຮູ້​ສຶກ​ສາ​ມາດ​ຮັກ, ເປັນ​ພອນ, ແລະ ອະ​ທິ​ຖານ​ເພື່ອ​ໄດ້. ເຮົາ​ຈະ​ສາ​ມາດ​ເພີ່ມ​ຄວາມ​ຮັກ​ຂອງ​ເຮົາ​ໃຫ້​ເຂົາ​ເຈົ້າ​ໄດ້​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ແນະ​ນຳ: “ສອນ​ເຮົາ​ຍ່າງ​ໃນ​ແສງ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 72.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ຊ່າງ​ສັງ​ເກດ. “ຖ້າ​ຫາກ​ທ່ານ​ເອົາ​ໃຈ​ໃສ່​ຕໍ່​ສິ່ງ​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ຊີ​ວິດ [ຂອງ​ລູກໆ] ຂອງ​ທ່ານ, ແລ້ວ​ທ່ານ​ຈະ​ພົບ​ເຫັນ​ໂອ​ກາດ​ທີ່​ດີ​ເລີດ ທີ່​ຈະ​ສິດ​ສອນ. … ຄວາມ​ຄິດ​ຄວາມ​ເຫັນ​ທີ່ [ພວກ​ເຂົາ] ມີ ຫລື ຄຳ​ຖາມ​ທີ່​ພວກ​ເຂົາ​ຖາມ ກໍ​ສາ​ມາດ​ນຳ​ໄປ​ສູ່​ຊ່ວງ​ເວ​ລາ​ການ​ສິດ​ສອນ​ໄດ້” (Teaching in the Savior’s Way16).

ຮູບ​ພາບ
ທຽນ​ໄຂ

“ພວກ​ເຈົ້າ​ເປັນ​ແສງ​ສະ​ຫວ່າງ​ສຳ​ລັບ​ໂລກ​ນີ້” (ມັດ​ທາຍ 5:14).

ພິມ